05/03/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K Ê ¤§ໜÇ © ¨¤ Å ນ c,j py ']k; ,u [q f[kfle7a o .odkora fmtokxtgmf-kf ແມ່ຍິງລາວ ມີບົດບາດສຳຄັນ ຕໍ່ການພັດທະນາປະເທດຊາດ, ແມ່ຍິງລາວນັບມື້ນັບໄດ້ຮັບການ ພັດທະນາ, ມີບົດບາດສຳຄັນ ແລະ ເປັນທີ່ຍອມຮັບຂອງສັງຄົມຍ້ອນ ໄດ້ຮັບໂອກາດ, ໄດ້ຮັບນະໂຍບາຍ ທີ່ຖືກຕ້ອງຈາກພັກ, ລັດຖະບານ ໃນການສົ່ງເສີມແມ່ຍິງລາວໃຫ້ ມີຄວາມກ້າວໜ້າ, ພັດທະນາໃຫ້ ແມ່ຍິງມີຄວາມຮູ້, ຄວາມສາມາດ ຮອບດ້ານ, ປະກອບວິຊາອາຊີບ ໃນຂະແໜງການຕ່າງໆຮັບໃຊ້ ສັງຄົມ, ປະກອບສ່ວນເຫື່ອແຮງ ສະຕິປັນຍາເຂົ້າໃນຜະລິດສ້າງ ເສດຖະກິດຄອບຄົວ, ອາດເວົ້າໄດ້ ວ່າປະເທດຊາດຈະພັດທະນາບໍ່ໄດ້ ຫາກບໍ່ມີການພັດທະນາແມ່ຍິງ. ໃນ ປັດຈຸບັນແມ່ຍິງໄດ້ຮັບການບັນຈຸ ເຂົ້າໃນຕຳແໜ່ງພັກ- ລັດໃນແຕ່ລະ ຂັ້ນຫລາຍຂຶ້ນ, ມີບົດບາດພົ້ນເດັ່ນ ພາຍຫລັງພັກ-ລັດຖະບານໄດ້ ມີມະຕິວ່າດ້ວຍການສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ຫລາຍທ້ອງຖິ່ນກໍ່ ໄດ້ມີການກະກຽມຄວາມພ້ອມ ໂດຍໄດ້ກຳນົດເອົາທ່າແຮງບົ່ມ ຊ້ອມໃດໜຶ່ງ ເພື່ອຈັດຕັ້ງປະຕິບັດ ມະຕິດັ່ງກ່າວ ໃຫ້ເຂົ້າສູ່ລວງເລິກ ແລະ ບັນລຸຕາມຄາດໝາຍວາງໄວ້. ແນວໃດກໍ່ດີມື້ນີ້ ຄໍລຳຜັນຂະຫຍາຍ ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລ ຍະໃໝ່ (ສອຈ) ຂໍພາທ່ານໄປທີ່ ເມືອງດາກຈຶງ ແຂວງເຊກອງ ວ່າ ເມືອງນີ້ມີການກຽມພ້ອມແນວໃດ ຕໍ່ການຈັດຕັ້ງປະຕິບັດມະຕິວ່າດ້ວຍ fkd9b ' dP,rh v,ra fmtokglf4tdy f 8k,my flh k'glf4tdy fgvdt]kfgxa og9Q k8q ogv' າ¤ອ ໃນເວທີສາກົນ ແລະ ອື່ນໆ. ໃນໄລຍະຜ່ານມາ, ພັກໄດ້ ວາງແນວທາງນະໂຍບາຍຕໍ່ການ ພັດທະນາແມ່ຍິງຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມ ເປັນຈິງຂອງແມ່ຍິງລາວ ແລະ ສາກົນ. ນັບແຕ່ມື້ສ້າງຕັ້ງເປັນ ຕົ້ນມາ, ພັກໄດ້ວາງແນວທາງ ຮັບປະກັນສິດເສລີພາບລະຫວ່າງ ຍິງ-ຊາຍ, ພັກຖືແມ່ຍິງ ເປັນກຳລັງ ແຮງອັນສຳຄັນ ແລະ ໃຫຍ່ຫລວງ ໃນທຸກຂົງເຂດວຽກງານເນື່ອງ ຈາກແມ່ຍິງກວມຈຳນວນເຄິ່ງໜຶ່ງ ຂອງພົນລະເມືອງ, ມີບົດບາດສູງ ໃນການຜະລິດ ແລະ ເປັນກຳລັງ ແຮງພິເສດທີ່ຜະລິດຊັບພະຍາ ກອນມະນຸດທາງດ້ານປະລິມານ ແລະ ຄຸນນະພາບ. ໂດຍເອົາໃຈ ໃສ່ປຸກລະດົມ, ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງລາວໄດ້ ພັດທະນາຕົນເອງ, ມີສິດ ແລະ ພັນທະຕ່າງໆທຽບເທົ່າກັບເພດ ຊາຍ, ໄດ້ມີນິຕິກຳ ແລະ ກົດໝາຍ ຕ່າງໆອອກມາເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງລາວ, ເຮັດໃຫ້ແມ່ຍິງ ລາວພວກເຮົາໄດ້ມີບ່ອນອີງໃນ ການພັດທະນາຕົນເອງ ແລະ ໄດ້ ເຂົ້າຮ່ວມຂະບວນວຽກງານຕ່າງໆ ຂອງຊາດໃນສະໄໝຕໍ່ສູ້ກູ້ຊາດຕ້ານ ຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ກໍຄື ໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ແລະ ໃນພາລະກິດປ່ຽນແປງໃໝ່ ແມ່ຍິງໄດ້ປະກອບສ່ວນອັນສຳຄັນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວ ມາເຖິງປັດຈຸບັນ. ຄຽງຄູ່ກັນນັ້ນ, ສະຫະພັນແມ່ ຍິງລາວ ແຕ່ລະຂັ້ນກໍໄດ້ຕັ້ງໜ້າ ປະຕິບັດຄຳຂວັນ, ຂໍ້ແຂ່ງຂັນ 3 ດີ, ການສ້າງຄອບຄົວ ແລະ ບ້ານແມ່ ຍິງ 3 ດີ ຕິດພັນກັບຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງກວ້າງຂວາງ, ເຂົ້າສູ່ລວງ ເລິກອັນໄດ້ເຮັດໃຫ້ການຈັດຕັ້ງ ແມ່ຍິງ ແລະ ຄອບຄົວໄດ້ຮັບການ ປັບປຸງ, ຍົກລະດັບ ແລະ ພັດທະນາ ຢ່າງຮອບດ້ານ, ສາມາດເປັນກຳ ລັງແຮງຊ່ວຍເຫລືອຄະນະພັກ, ອົງການທາງດ້ານການເມືອງເຮັດ ໃຫ້ສັງຄົມມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍ, ການ ພັດທະນາເສດຖະກິດ-ສັງຄົມໄດ້ ຮັບການຂະຫຍາຍຕົວຢ່າງຕໍ່ເນ່ືອງ, ເຮັດໃຫ້ການພັດທະນາ ແລະ ປົກ ປ້ອງສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນ ເຊື້ຶຶອຂອງແມ່ຍິງລາວ; ຖັນແຖວບຸກ ຄະລາກອນຂອງອົງການຈັດຕັ້ງ ສະຫະພັນແມ່ຍິງ ກໍຄື ແມ່ຍິງລາວ ໄດ້ຮັບການເຕີບໃຫຍ່ເຂັ້ມແຂງຢ່າງ ເປັນລະບົບຕໍ່ເນ່ືອງ,ທີ່ຕັ້ງ, ຖານະ ບົດບາດຂອງແມ່ຍິງລາວ ນັບມື້ ນັບໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນ ທັງຢູ່ພາຍໃນກໍຄືໃນເວທີພາກພື້ນ ແລະ ສາກົນ. ສອຈ ຄືແນວໃດ . ຕາມການໃຫ້ຮູ້ຂອງທ່ານ ສົມ ພອນ ສາຍສຸວັນ ຮອງເຈົ້າເມືອງ ດາກຈຶງວ່າ: ໃນ 5 ປີຕໍ່ໜ້າ, ເມືອງ ດາກຈຶງ ຈະສຸມໃສ່ພັດທະນາເສດ ຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງຕາມທິດສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ໂດຍຖືເອົາການຂະ ຫຍາຍທ່າແຮງບົ່ມຊ້ອນພາຍໃນ; ປັບປຸງໂຄງປະກອບເສດຖະກິດ ໂດຍຖືເອົາກະສິກໍາຕິດແໜ້ນກັບ ອຸດສາຫະກໍາປຸງແຕ່ງ ແລະ ການ ບໍລິການ, ພັດທະນາໄປຕາມທິດ ເສດຖະກິດພູມປັນຍາ, ຫັນເປັນອຸດ ສາຫະກໍາ ແລະ ທັນສະໄໝ ເພື່ອ ສ້າງຄວາມຫລາກຫລາຍ ແລະ ສ້າງມູນຄ່າເພີ່ມຂອງການຜະລິດ ສິນຄ້າ ແລະ ການບໍລິການ; ສືບຕໍ່ຍູ້ ແຮງການຄ້າໃຫ້ເຂົ້າສູ່ລະບົບ ແລະ ກາຍເປັນຕ່ອງໂສ້ຕົ້ນຕໍຂອງລະບົບ ເສດຖະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ນອກຈາກນີ້, ແຕ່ປີ 20252029 ຕ້ອງເອົາໃຈໃສ່ປັບປຸງ, ກໍ່ສ້າງ ແລະ ສ້ອມແປງພື້ນຖານ ໂຄງລ່າງກໍ່ຄືສິ່ງອໍານວຍຄວາມ ສະດວກຕ່າງໆ ເພື່ອຍູ້ແຮງການ ພັດທະນາເສດຖະກິດໃຫ້ຂະຫຍາຍ ຕົວເພີ່ມຂຶ້ນໃນລະດັບ 5 ຕໍ່ ປີ, ຮອດປີ 2029 ສູ້ຊົນໃຫ້ມູນ ຄ່າລວມຍອດຜົນຜະລິດຕະພັນ ((ross output ຫລື (O) ບັນລຸ ໄດ້ 746,1 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ໄດ້ 26,06 ລ້ານກີບ ຫລື ເທົ່າກັບ 1.180 ໂດລາສະຫະລັດ ໃນນີ້, ຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 2,8 ຕໍ່ປີ ກວມເອົາ 46,7 ; ຂະແໜງອຸດສະຫະກໍາເພີ່ມຂຶ້ນ 4 ຕໍ່ປີກວມເອົາ 20,8 ແລະ ຂະແໜງການບໍລິການເພີ່ມຂຶ້ນ 5,7 ຕໍ່ປີກວມເອົາ 32,5 ຂອງ (O. ພ້ອມນີ້, ສູ້ຊົນເກັບລາຍ ຮັບເຂົ້າງົບປະມານໃຫ້ໄດ້ 178,34 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ ຢູ່ໃນລະດັບ 178,34 ຕື້ກີບ; ຊຸກຍູ້ ສົ່ງເສີມການປູກ-ການລ້ຽງ ເພື່ອ ເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ ໂດຍສະເພາະການປູກ ກາເຟ, ພືດຜັກ, ຕົ້ນໄມ້ໃຫ້ໝາກ, ເຂົ້າ, ໂສມ ແລະ ການປຸງແຕ່ງຜົນ ຜະລິດກະສິກໍາ ທີ່ເປັນເອກະລັກ ຂອງເຜົ່າ; ຊຸກຍູ້ການຂະຫຍາຍ ໂຮງງານອຸດສາຫະກໍາປຸງແຕ່ງ ຜະລິດຕະພັນກະສິກໍາ ໂດຍສະ ເພາະໂຮງງານປຸງແຕ່ງກາເຟ, ປຸງແຕ່ງໂສມ, ປຸງແຕ່ງຜົນຜະລິດ ກະສິກໍາອື່ນໆ; ສົ່ງເສີມຫັດຖະ ກໍາ-ຈັກສານ, ຕໍ່າແຜ່ນແພຊົນເຜົ່າ ທີ່ເປັນເອກະລັກ ເພື່ອແປຮູບເປັນ ຜະລິດຕະພັນໃຫ້ຕິດພັນກັບການ ຊຸກຍູ້ຫົວໜ່ວຍທຸລະກິດຂະໜາດ ນ້ອຍ ແລະ ກາງ (SMEs) ໃຫ້ມີສ່ວນຮ່ວມຫລາຍຂຶ້ນ; ຄົ້ນ ຄວ້າພັດທະນາລະບົບຖານຂໍ້ມູນ, ຄຸ້ມຄອງໂຮງງານປຸງແຕ່ງກະສິກໍາ ດ້ວຍລະບົບທັນສະໄໝ; ສ້າງກົນໄກ ແລະ ຕ່ອງໂສ້ການຜະລິດເລີ່ມ ຈາກການສະໜອງວັດຖຸດິບ-ການ ປຸງແຕ່ງ-ຕະຫລາດ; ກໍານົດແບ່ງ ເຂດ, ຈັດຕັ້ງກຸ່ມ ແລະ ສະຫະກອນ ການຜະລິດວັດຖຸດິບຢ່າງເປັນ ລະບົບທີ່ຊັດເຈນ; ພັດທະນາການ ບໍລິຫານ-ຜະລິດທຸລະກິດ, ສ້າງ ຄວາມໝັ້ນຄົງ ແລະ ຍືນຍົງໃນ ຂະແໜງພະ ລັງງານ, ສ້າງລະບົບ ສາຍສົ່ງ, ພະລັງງານສະອາດ ແລະ ພະລັງງານທາງເລືອກໃຫ້ເປັນ ລະບົບດຽວ, ສ້າງແຜນພັດທະນາ ໄຟຟ້ານໍ້າຕົກໃຫ້ມີປະສິດທິຜົນຕາມ ທິດພັດທະນາສີຂຽວ ແລະ ຍືນ ຍົງ; ສ້າງກົນໄກໃນການຄຸ້ມຄອງ, ຕິດຕາມ ຊຸກຍູ້ໂຄງການຂຸດຄົ້ນ ແຮ່ທາດຕ່າງໆໃຫ້ປະຕິບັດຕາມ ກົດໝາຍ ແລະ ສັນຍາບົນພື້ນຖານ ປົກປ້ອງຜົນປະໂຫຍດລວມຂອງ ປະຊາຊົນ, ເປັນມິດກັບສັງຄົມ ແລະ ສິ່ງແວດລ້ອມ; ພັດທະນາ ການພື້ນຖານໂຄງລ່າງດ້ານການ ທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວໃຫ້ ໄດ້ມາດຕະຖານ; ພັດທະນາລະບົບ ຂົນສົ່ງ-ໂດຍສານ, ລະບົບຂົນສົ່ງ ໂລຈິສຕິກໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝ; ພັດທະ ນາເສດຖະກິດດິຈິຕອນ, ການຄຸ້ມ ຄອງບໍລິຫານລັດ, ໂທລະຄົມມະ ນາຄົມ ແລະ ອິນເຕີເນັດຄວາມໄວ ສູງທີ່ເປັນໂຄງລ່າງພື້ນຖານເຕັກ ໂນໂລຊີດິຈິຕອນ, ພັດທະນາລະບົບ ການສື່ສານອິນເຕີເນັດຄວາມໄວ ສູງແບບບໍ່ມີສາຍ 5( ໃຫ້ກວມ ທຸກຈຸດຂອງເມືອງ. ທ່ານ ສົມພອນ ສາຍສຸວັນ ກ່າວ. ແນວໃດກໍ່ຕາມເພື່ອບັນລຸບັນ ດາຄາດໝາຍທີ່ກ່າວມານັ້ນ, ເມືອງ ຕ້ອງເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມ ການລົງທຶນໃນຂະແໜງການທີ່ ເປັນທ່າແຮງຢ່າງມີຈຸດສຸມ ແລະ ມີປະສິດທິຜົນສູງດ້ວຍນະໂຍບາຍ ທີ່ເໝາະສົມຕາມກົດໝາຍ ແລະ ລະບຽບການກໍານົດ; ສະໜອງ ຂໍ້ມູນ ແລະ ໃຫ້ຄໍາປຶກສາແກ່ຜູ້ ປະກອບການກ່ຽວກັບການເຂົ້າ ເຖິງແຫລ່ງທຶນ, ຕະຫລາດ, ກໍານົດ ມາດຕະຖານຜະລິດຕະພັນ ແລະ ການບໍລິການສິນຄ້າ; ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ເພື່ອ ສ້າງແຮງຈູງໃຈໃຫ້ແກ່ຜູ້ລົງທຶນ ມີຄວາມເຊື່ອໝັ້ນໃນການດໍາເນີນ ທຸລະກິດ ແລະ ສົ່ງເສີມການຜະລິດ ສິນຄ້າໃຫ້ມີຄວາມຫລາກຫລາຍ ທັງນີ້ກໍເພື່ອເປັນການສ້າງອາຊີບ, ວຽກເຮັດງານທໍາ ແລະ ລາຍຮັບທີ່ ໝັ້ນຄົງໃຫ້ປະຊາຊົນຕາມທິດສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງໃນໄລຍະໃໝ່ ໃຫ້ປະກົດຜົນ ເປັນຈິງ. ຮອງເຈົ້າເມືອງ ສົມພອນ ສາຍສຸວັນ ກ່າວຢ້ຳທ້າຍ.
RkJQdWJsaXNoZXIy MTc3MTYxMQ==