6081

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 05.03.2025 ປີທີ 24 ສະບັບທີ 6.137 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j z6h cmo]k; g0Q kIj ;,dv'xt-5 , ]a f4t,q o8u glf4tdy fvk-Po c[[;q 'c7[ leg]a fdv'xt-5 ,.spj z6 h cmovq '7totra d g,n v'w-glf4k 7A 'mu VIII xtmkoxtgmf 8h voIa [m6 f8j k'xtgmfpnj olko8k8A ' c]t ,v[lko8k8A ' .sh m6 f]k; wxxt9e16j 8j k'xtgmf ra d gvq k.9.lj xa [x5 '8q ogv' .sh |a dc|h o c]t g0A ,c0'.om5 dfh ko Iv']a f4t,q o8u 4;m 1h P,1k, lt4komuj mj v'mj P; c0;'v5 fq ,wlko-q ,g-u p ;a olh k'8A 'lkprq ;ra o dkom6 f ]k;{puj x5j o 7q [Iv[ 70 xu ra dxt-k-q o xt8y ;a f]k; mu j ,u dPflts'k\A opn oK j mk[mk,7egsa o.lj Ij k'dq f\kpvkdvo]kpwfh lt[a [xa [x5 ' le,tok;y mtpklkf 70 xu rkp.8h dkooerk0v'ra d muj ,u dPflts'j k ຂປລ. ໃນວັນທີ 4 ມີນາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຍື່ນສານຕາຕັ້ງຂອງ ບັນດາທູດ ຕ່າງປະເທດ ຈາກ 12 ປະເທດ ເພື່ອດໍາລົງຕໍາແໜ່ງ ເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອໍານາດເຕັມປະຈໍາສປປລາວ,ພ້ອມ ທັງມອບສານຕາຕັ້ງໃຫ້ແກ່ບັນດາ ທູດ ຂອງ ສປປ ລາວ ຈຳນວນ 6 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ. ບັນດາທູດປະເທດເພື່ອນມິດທີ່ ເຂົ້າຢື່ນສານຕາຕັ້ງໃນຄັ້ງນີ້ປະ ກອບມີ: ຂປລ. ໃນວັນທີ 5 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ສົ່ງສານຊົມເຊີຍ ເຖິງທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງ ໃນໂອກາດວັນສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຍີ່ປຸ່ນຄົບຮອບ70ປີ, ຕາງໜ້າ ລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນ ອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ຜ່ານທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທຸກຖ້ວນໜ້າ ຈົ່ງມີພະລານາໄມ ສົມບູນ, ມີຄວາມຈະເລີນຮຸ່ງເຮືອງ ແລະ ສືບຕໍ່ປະສົບຜົນສໍາເລັດໃນ ການພັດທະນາປະເທດຊາດ. ຂ້າພະເຈົ້າ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ແລະ ຕີລາຄາສູງຕໍ່ ຂປລ. ໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດ ລາວ ຄົບຮອບ 70 ປີ ທີ່ຈະມາເຖິງ ໃນມໍ່ໆນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະ ນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງ ທັບ ໄດ້ມີຄໍາເຫັນວ່າ: ພັກເຮົາໄດ້ ເອົາໃຈໃສ່ປັບປຸງຕົນເອງ ໃຫ້ມີ ຄວາມໜັກແໜ້ນ, ເຂັ້ມແຂງ ໃນທຸກ ດ້ານທັງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນໍາພາ, ດ້ານການກວດກາ, ການຄຸ້ມຄອງປ້ອງກັນພັກ ແລະ ໄດ້ສ້າງການຫັນ ຂປລ. ກົມສ່ວຍສາອາກອນ ກະຊວງການເງິນ ຈັດກອງປະຊຸມ ທາບທາມຮ່າງກົດໝາຍ ວ່າດ້ວຍ ອາກອນລາຍໄດ້ ສະບັບປັບປຸງ ໃນ ວັນທີ 3 ມີນາ 2025 ໂດຍການ ເປັນປະທານຂອງ ທ່ານ ພູວົງ ກິດ ຕະວົງ ຮອງລັດຖະມົນຕີກະຊວງ ການເງິນ, ມີຫົວໜ້າ, ຮອງຫົວໜ້າ ຫ້ອງການ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ຂປລ. ສໍາມະນາວິທະຍາສາດ ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້ “70 ປີ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບ ງາມ ໃນວັນທີ 4 ມີນາ 2025 ພາຍ ຫລັງດຳເນີນມາເປັນເວລາ 2 ວັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິ ການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນ ຫລວງວຽງຈັນ ເຊິ່ງກອງປະຊຸມ ຄັ້ງນີ້, ໄດ້ດຳເນີນການປ່ອນບັດ ຄັດເລືອກເອົາຄະນະບໍລິຫານພັກ ພາຍໃຕ້ການນໍາພາຂອງພັກທີ່ມີ ກຽດສະຫງ່າ” ຢູ່ 6 ແຂວງພາກ ເໜືອ ປະກອບມີ: ແຂວງຜົ້ງສາລີ, ບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ໄຊຍະບູລີ ແລະ ແຂວງຫລວງ ພະບາງ ຈັດຂຶ້ນໃນວັນທີ 4 ມີນາ 2025 ຢູ່ແຂວງອຸດົມໄຊ ພາຍໃຕ້ ການເປັນປະທານກ່າວເປີດຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ, ມີສະ ຫາຍ ບຸນຄົງ ຫລ້າຈຽມພອນ ກໍາ ມະການສໍາຮອງສູນກາງພັກ, ເຈົ້າ ແຂວງອຸດົມໄຊ, ມີບັນດາຮອງເຈົ້າ ແຂວງ, ປ່ຽນຢ່າງແຂງແຮງເລິກເຊິ່ງ, ຮອບ ດ້ານກ່ຽວກັບວຽກງານພະນັກ ງານໃນໄລຍະໃໝ່. ການເງິນ, ມີຕາງໜ້າຈາກກະຊວງ ກ່ຽວຂ້ອງ, ພະແນກການເງິນ, ສ່ວຍ ສາອາກອນ ປະຈຳແຂວງ ທີ່ຕາງ ໜ້າຈາກ 6 ແຂວງ ແລະ ຫົວໜ່ວຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ທ່ານ ໂຢເກສ໌ວາ ສັງວານ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/03/2025 xtgmf]k; ປະທານປະເທດ... ທ່ າ ນ ໂ ຢ ເ ກສ໌ວ າ ສັງວ າ ນ (Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະ ລັດ ອິນເດຍ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ນະຄອນຫລວງວຽງຈັນ, ທ່ານ ຫລຸຍ ມານູແອນ ເວໂລໂຊ (Luiz Manuel de Magalhães de albuquerque Veloso) ເອກ ອັກຄະລັດຖະທູດ ວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ປອກຕຸຍການ ປະຈຳ ສປປ ລາວ ໂດຍມີສຳນັກ ງານການທູດຕັ້ງຢູ່ຣາຊະອານາ ຈັກໄທ, ທ່ານ ຊູເຣນ ບັດສດາ ຊາຣ ຢານ (Suren Baghdasaryan) ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ອາກເມນີ ປະຈຳ ສປປ ລາວ ໂດຍ ມີສຳນັກງານການທູດຕັ້ງຢູ່ ສສ ຫວຽດນາມ, ທ່ານ ປາບລິນ ໂຕ ໂດຣົຟ (Pavlin Todorov) ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສາທາລະນະລັດ ບຸນກາລີ ປະຈໍາ ສປປ ລາວ ໂດຍ ມີສໍານັກງານການທູດຕັ້ງຢູ່ ສສ ຫວຽດນາມ, ທ່ານ ນາດເຊີເຣດ ດິນ ເຫດາຣິ (Nassereddin HEIDARI) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ປະຈຳ ສປປ ລາວ ໂດຍມີ ສຳ ນັກງານການທູດຕັ້ງຢູ່ ຣາຊະ ອາ ນາຈັກໄທ; ທ່ານ ກິບຕິເນສ໌ ລິນ ເຊ ກິມວເລ (Kiptiness Lindsay Kimwole) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເຄັນຍາ ປະຈຳ ສປປ ລາວ ໂດຍມີສຳນັກງານ ການທູດຕັ້ງຢູ່ ຣາຊະອານາຈັກໄທ, ທ່ານ ນາງ ປາຕຣີເຊຍ ໂຢລານ ດາ (Patricia Yolanda Raez Portocarrero) ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເປຣູ ປະຈຳ ສປປ ລາວ ໂດຍມີສຳນັກງານການ ທູດຕັ້ງຢູ່ ສສ ຫວຽດນາມ, ທ່ານ ມາຣິໂອ ໂຮເຊ ກໍາໂປສ (Mario Jose Armengol Campos), ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງສາທາລະນະລັດ ນິກາຣາກວາ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສສ ຫວຽດນາມ, ທ່ານ ໂກດາຍາ ມາຣີ (Kohdayar Marr i) ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ສປປ ລາວ ໂດຍມີສຳນັກງານ ການທູດຕັ້ງຢູ່ ສສ ຫວຽດນາມ, ທ່ານ ຊອງ ລຸຍ ໂຣບິນຊົງ ຣິຊາດ (JEAN LOUIS Robinson Richard) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ມາດາກາສະກາ ປະຈຳ ສປປ ລາວ ໂດຍມີສຳນັກ ງານການທູດຕັ້ງຢູ່ ສປ ຈີນ, ທ່ານ ດານ ບາຮາເດີ ໂອລີ (Dhan Bahadur Oli) ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ເນປານ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ ແລະ ທ່ານ ນາງ ອີເອເອສ ວິຈາຍັນຕິ ເອ ໝາກຜົນຂອງການພົວພັນຮ່ວມມື ອັນດີງາມ ທີ່ມີມາແຕ່ດົນນານ ລະ ຫວ່າງສອງປະເທດພວກເຮົາ ຕະ ຫລອດໄລຍະ 70 ປີ ແລະ ໄດ້ຍົກລະ ດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ ໃນເດືອນມັງກອນ 2025 ທີ່ ຜ່ານມາ; ທັງໝົດເຫລົ່ານີ້ ໄດ້ສ່ອງ ແສງໃຫ້ເຫັນເຖິງຜົນສໍາເລັດຂອງ ການເສີມຂະຫຍາຍການພົວພັນ ຮ່ວມມື ທີ່ໄດ້ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ສືບ ຕໍ່ຮັກສາການປະສານງານ, ແລກ ປ່ຽນທັດສະນະ ແລະ ໃຫ້ການສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນ ຂອບການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ຢ່າງເປັນປົກກະຕິ. ອີກຄັ້ງໜຶ່ງ, ຂ້າພະເຈົ້າ ຂໍສະ ແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໃຫ້ການສະ ໜັບສະໜູນ ແລະ ຊ່ວຍເຫລືອ ໃນ ການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ຕະຫລອດໄລຍະ ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງ ຍິ່ງວ່າ ການພົວພັນຮ່ວມມືທີ່ກຳລັງ ແຕກດອກອອກຜົນຢ່າງງົດງາມ ລະຫວ່າງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພາຍໃຕ້ການເປັນຄູ່ ຮ່ວມຍຸດທະສາດຮອບດ້ານ ຈະສືບ ຕໍ່ໄດ້ຮັບການເພີ່ມທະວີຮັດແໜ້ນ ແລະ ພັດທະນາໃຫ້ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ເພື່ອນຳເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງ ຊາດຂອງພວກເຮົາ ກໍຄື ການປະ ກອບສ່ວນເຂົ້າໃນການສ້າງສັນຕິ ພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອການພັດທະນາ ຢູ່ໃນ ພາກພື້ນ ແລະ ໃນໂລກ. ເນື່ອງໃນໂອກາດອັນສະຫງ່າ ລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ທ່ານ ຈົ່ງມີພະລານາໄມສົມບູນ, ມີ ຄວາມຜາສຸກ ແລະ ປະສົບຜົນສໍາ ເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງທ່ານ. ສານຊົມເຊີຍ... ດິຣິສິງ (E.A.S. Wijayanthi Edirisinghe) ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະ ຊາທິປະໄຕ ສີລັງກາ ປະຈຳ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໂດຍມີສຳນັກງານການທູດ ຕັ້ງຢູ່ ຣາຊະອານາຈັກໄທ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳ ແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມ ທັງສະແດງຄວາມເຊື່ອໝັ້ນວ່າດ້ວຍ ປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາ ມາດທີ່ອຸດົມສົມບູນຂອງບັນດາ ທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ສືບ ຕໍ່ໄດ້ຮັບການພັດທະນາຂຶ້ນສູ່ບາດ ກ້າວອັນໃໝ່ໃນຕໍ່ໜ້າ, ຊຸກຍູ້ການ ແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນຂອງການນຳຂັ້ນສູງນຳກັນຈົນ ເຖິງ ການໄປມາຫາສູ່ລະຫວ່າງປະ ຊາຊົນດ້ວຍກັນ ເພື່ອເປັນພື້ນ ຖານ ອັນດີໃຫ້ແກ່ການປຶກສາຫາລືຮ່ວມ ກັນໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມື ດ້ານເສດຖະກິດ-ການຄ້າ, ການ ລົງທຶນ ແລະ ຂະແໜງການອື່ນໆ ທີ່ມີທ່າແຮງ ແລະ ມີຄວາມສົນໃຈ ຮ່ວມກັນ. ພ້ອມນີ້, ກໍສະເໜີມາຍັງ ບັນດາທູດ ຈົ່ງສືບຕໍ່ປະສານສົມທົບ ຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອຊຸກຍູ້ການຈັດຕັ້ງ ປະຕິບັດບັນດາບົດບັນທຶກຄວາມ ເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນ ລົງນາມ ໃຫ້ປະກົດຜົນເປັນຈິງ, ສະເໜີໃຫ້ບັນດາທູດ ໄປຢ້ຽມຢາມ ບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວ ຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະ ກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ ຫລາຍຂຶ້ນ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ສປປ ລາວ ໃນໄລຍະຜ່ານ ມາ ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ, ພ້ອມ ທັງສະແດງຄວາມຫວັງວ່າ ບັນດາ ທ່ານທູດ ຈະສືບຕໍ່ໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ພ້ອມທັງໄດ້ຝາກຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປຍັງ ບັນດາ ຜູ້ນໍາຂອງທູດປະເທດເພື່ອນມິດ ທັງໝົດ ແລະ ຖືໂອກາດດັ່ງກ່າວ ອວຍພອນໃຫ້ບັນດາທູດ ຈົ່ງປະສົບ ຜົນສໍາເລັດໃນການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ໃນຄັ້ງນີ້. ໂອກາດນີ້, ບັນດາທູດຕ່າງກໍໄດ້ ສະແດງຄວາມຂອບໃຈຕໍ່ຄຳເວົ້າ ອັນຈົບງາມຂອງ ທ່ານປະທານ ປະເທດ ແລະ ການຕ້ອນຮັບອັນອົບ ອຸ່ນ ໃນໂອກາດມາປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ແລະ ເຫັນດີ ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດ ທິຜົນສູງສຸດ ເພື່ອນຳເອົາຜົນປະ ໂຫຍດມາສູ່ປະເທດຊາດ ກໍຄື ປະ ຊາຊົນຂອງທັງສອງປະເທດ. ໃນວັນດຽວກັນ, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ຍັງໄດ້ ມອບສານຕາຕັ້ງໃຫ້ແກ່ບັນດາທູດ ຂອງ ສປປ ລາວ ເພື່ອໄປປະຈຳ ຢູ່ຕ່າງປະເທດ ເຊິ່ງປະກອບມີ: ທ່ານ ອໍາໄພ ກິນດາວົງ ເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ, ທ່ານ ຈາຕຸລົງ ບົວສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອົດສະຕຣາລີ, ທ່ານ ຄໍາແພງ ດວງທອງລາ ເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ, ທ່ານ ວິລັດສອນ ວິສອນ ນະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສິງກະໂປ, ທ່ານ ສິດສັງຄົມ ສີສະ ເກດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອາຊຽນ ທີ່ຈາ ກາຕາ, ອິນໂດເນເຊຍ ແລະ ທ່ານ ເຮືອນແກ້ວ ສັງສົມສັກ ເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ. ໃນໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານເອກ ອັກຄະລັດຖະທູດ ປະຈຳ 6 ປະເທດ ດັ່ງກ່າວ ທີ່ຈະໄປປະຕິບັດໜ້າທີ່ ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງ ຕົນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃຫ້ແຕກ ດອກອອກຜົນຍິ່ງຂຶ້ນ, ຊຸກຍູ້ການ ຈັດຕັ້ງປະຕິບັດບັນດາເອກະສານ ການຮ່ວມມືຕ່າງໆ ທີ່ສອງຝ່າຍໄດ້ ລົງນາມຮ່ວມກັນແລ້ວນັ້ນ ໃຫ້ປະ ກົດຜົນເປັນຈິງ, ຊຸກຍູ້ການພົບປະ ແລກປ່ຽນ ແລະ ການໄປມາຫາສູ່ ກັນ ລະຫວ່າງ ຂັ້ນການນຳປະເທດ ແລະ ປະຊາຊົນດ້ວຍກັນ, ຍາດແຍ່ງ ເອົາການຮ່ວມມື ແລະ ການສະ ໜັບສະໜູນຊ່ວຍເຫລືອດ້ານຕ່າງໆ ຈາກສາກົນ, ເອົາໃຈໃສ່ໂຄສະນາ ຂົນຂວາຍບັນດານັກລົງທຶນ, ນັກທຸ ລະກິດ ແລະ ນັກທ່ອງທ່ຽວຕ່າງປະ ເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍ ຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງ ສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນການລຶບລ້າງ ຄວາມທຸກຍາກໃຫ້ແກ່ປະຊາຊົນ ລາວ ແລະ ໃຫ້ສາມາດນຳພາປະ ເທດຊາດຫລຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້. ພາບ: ທະນູທອງ ສຳມະນາ... ຮອງລັດຖະມົນຕີ, ອະດີດການນໍາ ພັກແຂວງ, ນັກວິທະຍາສາດ ແລະ ແຂກທີ່ຖືກເຊີນຈາກ 6 ແຂວງ ເຂົ້າຮ່ວມ. ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ຮູ້ວ່າ: ການຈັດສໍາມະນາ ວິທະຍາສາດ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີ ກຽດສະຫງ່າ” ເປັນໜຶ່ງໃນກິດຈະ ກຳສໍາຄັນ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດ ລາວ ຄົບຮອບ 70 ປີ, ວັນສະຖາ ປະນາ ສປປ ລາວ ຄົບ ຮອບ 50 ປີ, ວັນເກີດປະທານໄກສອນພົມວິຫານ ຄົບຮອບ105ປີ, ພ້ອມທັງເປັນການ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນ ກຽມເຂົ້າສູ່ກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ. ການ ສໍາມະນາຄັ້ງນີ້, ມີຄວາມໝາຍສໍາ ຄັນທາງດ້ານທິດສະດີ ແລະ ພຶດຕິ ກໍາ, ເປັນໂອກາດທີ່ຈະໄດ້ພ້ອມກັນ ຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫລວງແຫ່ງ ການນໍາພາຂອງ ພັກປະຊາຊົນ ປະ ຕິວັດລາວ ຕະຫລອດໄລຍະ 70 ປີ ແຫ່ງການກໍ່ຕັ້ງ ແລະ ນໍາພາພາລະ ກິດປະຕິວັດຢູ່ປະເທດເຮົາ. ການສໍາມະນາຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຟັງການສະເໜີຫລາຍ ຫົວຂໍ້ສໍາຄັນຄື: ການກໍາເນີດຂອງ ພັກປະຊາຊົນປະຕິວັດລາວ ເປັນ ບາດລ້ຽວປະຫວັດສາດ ຕົດສິນ ໄຊະນະຂອງການປະຕິວັດ, ພັກປະ ຊາຊົນປະຕິວັດລາວ ນໍາພາພາລະ ກິດປົດປ່ອຍຊາດຢ່າງສົມບູນ, ພັກ ກໍ່ສ້າງ ແລະ ປັບປຸງຕົນເອງຢ່າງ ບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະ ຂອງການປະຕິວັດ ໃນແຕ່ລະໄລ ຍະ, ພັກນໍາພາກໍ່ສ້າງລັດຂອງປະ ຊາຊົນ ໂດຍປະຊາຊົນ ເພື່ອປະຊາ ຊົນ, ພັກນໍາພາພັດທະນາເສດຖະ ກິດຕະຫລາດຕາມທິດສັງຄົມນິຍົມ, ພັກນໍາພາພັດທະນາວັດທະນະທໍາສັງຄົມ ເພື່ອຄວາມຢູ່ດີກິນດີຂອງ ປະຊາຊົນບັນດາເຜົ່າ, ພັກນໍາພາ ວຽກງານປ້ອງກັນຊາດ ບົນເສັ້ນ ທາງກ້າວສູ່ຈຸດໝາຍສັງຄົມນິຍົມ, ພັກນໍາພາກຳລັງປ້ອງກັນຄວາມ ສະຫງົບເຂັ້ມແຂງ ມີແບບແຜນທັນ ສະໄໝ ແລະ ພັກນໍາພາເປີດກວ້າງ ການຮ່ວມມືກັບຕ່າງປະເທດ. ໂອກາດນີ້, ສະຫາຍ ທອງສະ ລິດ ມັງໜໍ່ເມກ ໄດ້ນໍາສະເໜີກ່ຽວ ກັບ ການກໍາເນີດຂອງພັກປະຊາຊົນ ປະຕິວັດລາວ ເປັນບາດລ້ຽວປະ ຫວັດສາດ ຕັດສິນໄຊະນະຂອງ ການປະຕິວັດ, ໂດຍປະຕິບັດຕາມ ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງ ພັກກອມມູນິດອິນດູຈີນ, ບັນດານັກ ກອມມູນິດລາວ ໄດ້ເປີດກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຂຶ້ນ ເພື່ອ ສ້າງຕັ້ງພັກປະຕິວັດຂອງຕົນເອງ. ກອງປະຊຸມໃຫຍ່ຄັ້ງປະຫວັດສາດ ນີ້ ໄດ້ດໍາເນີນແຕ່ວັນທີ 22 ມີນາ ຫາ ວັນທີ 6 ເມສາ ປີ 1955 ຢູ່ ທີ່ແຂວງຫົວພັນ, ມີຜູ້ແທນສົມບູນ ເຂົ້າຮ່ວມ20 ສະຫາຍ, ຕາງໜ້າໃຫ້ ແກ່ສະມາຊິກພັກເກືອບ 400 ສະ ຫາຍ, ກອງປະຊຸມໃຫຍ່ໄດ້ເລືອກ ຕັ້ງເອົາສະຫາຍໄກສອນພົມວິຫານ ເປັນເລຂາທິການໃຫຍ່ ພັກປະຊາ ຊົນລາວ. ກອງປະຊຸມໃຫຍ່ເປັນເຫດ ການປະຫວັດສາດ, ເປັນບາດລ້ຽວ ທີ່ມີຄວາມສໍາຄັນໃນພາລະກິດ ປະຕິວັດຂອງຊາດເຮົາ: ໜຶ່ງ, ເປັນ ການປະກາດສ້າງຕັ້ງພັກປະຕິວັດ ເຊິ່ງເປັນຕົວແທນຂອງຊົນຊັ້ນກໍາ ມະກອນ ແລະ ຊາວຜູ້ອອກແຮງ ງານລາວບັນດາເຜົ່າ. ສອງ, ການ ກໍາເນີດຂອງພັກ ແມ່ນສະແດງອອກ ຢ່າງຈະແຈ້ງເດັ່ນຊັດເຖິງ ການປະ ສານສົມທົບຢ່າງມີຊີວິດຊີວາ ແລະ ຖືກຕ້ອງສອດຄ່ອງ ລະຫວ່າງ ລັດທິ ມາກ-ເລນິນ ກັບລັດທິຮັກ ຊາດ ຂອງຂະບວນການກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ. ສາມ, ພາຍຫລັງກໍາເນີດຂຶ້ນ ພັກ ໄດ້ວາງແນວທາງການເມືອງຢ່າງ ຖືກຕ້ອງ ກັບຍຸກສະໄໝ ແລະ ສອດ ຄ່ອງກັບສະພາບຄວາມເປັນຈິງ ຂອງປະເທດເຮົາຄື: ນໍາພາປວງຊົນ ລາວສາມັກຄີຕໍ່ສູ້ ເຮັດສໍາເລັດພາ ລະກິດປົດປ່ອຍຊາດ, ສ້າງປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ເອກະພາບ, ວັດທະນະຖາ ວອນ. ການສ້າງຕັ້ງພັກປະຊາຊົນ ລາວ ເປັນເຫດການການເມືອງອັນ ຍິ່ງໃຫຍ່ໃນປະຫວັດສາດຂອງຊາດ ລາວ, ມັນບົ່ງບອກວ່າ ແຕ່ນີ້ຕໍ່ໄປພັກ ປະຕິວັດລາວເອງ ເປັນຜູ້ຮັບເອົາພາ ລະກໍາປະຫວັດສາດ ແຫ່ງການນໍາ ພາການປະຕິວັດລາວກ້າວຂຶ້ນ. ພັກ ເຮົາລະດົມໄດ້ກໍາລັງແຮງໝົດທັງ ຊາດ, ກໍາລັງແຮງຂອງກອງທັບ, ກໍາລັງແຮງຂອງປະຊາຊົນລາວ ໃນທົ່ວປະເທດຢ່າງສຸດຂີດ, ສົມ ທົບກໍາລັງແຮງແຫ່ງກ້ອນກໍາລັງ ສໍາພັນສູ້ຮົບ ລະຫວ່າງ ປະຊາຊົນ ສາມຊາດລາວ-ຫວຽດນາມ-ກໍາປູ ເຈຍ, ສົມທົບກັບກໍາລັງແຮງຂອງ ຍຸກສະໄໝ ສາມາດນໍາພາການປະ ຕິວັດຍາດໄດ້ໄຊຊະນະ, ຈາກໄຊຊະ ນະນີ້ສູ່ໄຊຊະນະໃໝ່ທີ່ໃຫຍ່ຫລວງ ກວ່າເກົ່າ, ສາມາດນໍາພາປະຊາ ຊົນຂັບໄລ່ຈັກກະພັດຜູ້ຮຸກຮານ, ໂຄ່ນລົ້ມອໍານາດການປົກຄອງ ແບບຂຸນເສິກ-ສັກດີນາ, ປົດປ່ອຍ ປະເທດຊາດຢ່າງສົມບູນສະຖາ ປະນາສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າ ຜ່າເຜີຍ, ກາຍເປັນພັກກໍາອໍານາດ ແລະ ນໍາພາປະຊາຊົນກ້າວສູ່ໄລຍະ ໃໝ່ ຂອງການປະຕິວັດແຫ່ງການ ປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ດໍາເນີນພາລະກິດ ປ່ຽນແປງໃໝ່ ປະສົບຜົນສໍາເລັດ ເປັນກ້າວໆມາ, ບູລະນະລະບອບ ປະຊາທິປະໄຕປະຊາຊົນກ້າວຂຶ້ນ ສູ່ຈຸດໝາຍສັງຄົມນິຍົມ. ນັບແຕ່ປີ 1975 ເປັນຕົ້ນມາ, ພັກເຮົາໄດ້ກາຍເປັນພັກກໍາອໍານາດ ແລະ ສ້າງຕັ້ງອໍານາດການປົກຄອງ ໃໝ່ຂຶ້ນ, ພັກເຮົາໄດ້ເອົາໃຈໃສ່ນໍາ ພາແກ້ໄຂ ແລະ ຟື້ນຟູເສດຖະກິດສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍ ຂອງສົງຄາມ ແລະ ຂອງສັງຄົມທີ່ ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນຄ່ອຍໆ ກ້າວເຂົ້າສູ່ສະພາບປົກກະຕິ, ທັງ ໄດ້ເອົາໃຈໃສ່ຂະຫຍາຍການສຶກ ສາ, ລົບລ້າງຄວາມບໍ່ຮູ້ໜັງສື, ປົກ ປັກຮັກສາ ແລະ ເສີມຂະຫຍາຍວັດ ທະນະທໍາອັນດີງາມຂອງຊາດ, ຂອງເຜົ່າ ມີຜົນສໍາເລັດເປັນກ້າວໆ; ສືບຕໍ່ນໍາພາຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 1 (1981-1985) ສໍາເລັດ ໂດຍພື້ນຖານ ອັນໄດ້ປະກອບສ່ວນ ສ້າງປະຖົມປັດໄຈ ແລະ ເງື່ອນໄຂ ສະດວກໃຫ້ແກ່ການສືບຕໍ່ກ້າວ ຂຶ້ນ ຂອງປະເທດຊາດ. ໃນໄລຍະ ຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ຖື ສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ ກໍ່ສ້າງພັກ ແລະ ໄດ້ວາງໜ້າທີ່ ແລະ ທິດນໍາຂອງການກໍ່ສ້າງພັກໃນໄລ ຍະໃໝ່ອອກ, ໂດຍເລີ່ມຈາກສະ ພາບຄວາມເປັນຈິງຂອງປະເທດ ຊາດ ແລະ ດ້ວຍຄວາມສະດຸ້ງໄວ ຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (ປີ 1986) ກໍານົດ ແນວທາງ “ປ່ຽນແປງໃໝ່ຮອບ ດ້ານມີຫລັກການ”. ພັກຢືນຢັນວ່າ ປ່ຽນແປງໃໝ່ “ຕ້ອງບົນພື້ນຖານ ການປ່ຽນແປງໃໝ່ຈິນຕະນາການ, ກ່ອນອື່ນໝົດ ແມ່ນຈິນຕະນາການ ທາງດ້ານທິດສະດີ, ເຄົາລົບກົດ ເກນພາວະວິໄສ, ສ້າງທັດສະນະ ວິທະຍາສາດກ່ຽວກັບສັງຄົມນິຍົມ, ກ່ຽວກັບລະບອບການນໍາໃຊ້ກົດ ເກນ ແລະ ກ່ຽວກັບລະບອບການ ຄຸ້ມຄອງເສດຖະກິດ”; ກອງປະຊຸມ ຄັ້ງທີ V, VI, VII, VIII, IX, X ແລະ ຄັ້ງທີ XI ຂອງພັກ ໄດ້ສືບຕໍ່ ນໍາພາຈັດຕັ້ງ ຜັນຂະຫຍາຍແນວ ທາງປ່ຽນແປງໃໝ່ ດ້ວຍການກວດ ກາ,ສະຫລຸບຕີລາຄາ,ຖອດບົດຮຽນ ຈາກພຶດຕິກໍາຕົວຈິງໃນແຕ່ລະໄລ ຍະຢ່າງເປັນລະບົບ, ຕໍ່ເນື່ອງທັງປັບ ປຸງຍົກລະດັບເປັນກ້າວໆ ເຮັດໃຫ້ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ ນັບມື້ນັບບໍລິ ບູນຂຶ້ນເລື້ອຍໆ. ຂ່າວ-ພາບ: ຂັນໄຊ ທາບທາມ... ກົດໝາຍຂອງສປປລາວແຕ່ເຄື່ອນ ໄຫວມີລາຍຮັບ ຫລື ມີລາຍໄດ້ ຢູ່ໃນ ດິນແດນສປປລາວກໍລ້ວນແຕ່ຕ້ອງ ເສຍອາກອນລາຍໄດ້ ຢູ່ ສປປ ລາວ. ຜ່ານການຈັດຕັ້ງປະຕິບັດກົດ ໝາຍດັ່ງກ່າວ ເປັນໄລຍະເວລາ ເກືອບ6ປີເຫັນວ່າມີຄວາມຈຳ ເປັນ ຕ້ອງໄດ້ມີການປັບປຸງບາງເນື້ອ ໃນຂອງກົດໝາຍ ເພື່ອໃຫ້ແທດ ເໝາະກັບສະພາບການຂະຫຍາຍ ຕົວຂອງເສດຖະກິດ-ສັງຄົມ ທີ່ໄດ້ ມີການປ່ຽນແປງໄປຢ່າງໄວວາ, ບາງລາຍການ ກໍບໍ່ທັນໄດ້ເອົາມາ ກໍານົດໄວ້ໃນກົດໝາຍ ເພື່ອເກັບ ອາກອນ, ບັນດານະໂຍບາຍຊຸກຍູ້ ສົ່ງເສີມ ແລະ ເນື້ອໃນບົດບັນຍັດ ທີ່ໄດ້ບັນຍັດໃນບາງມາດຕາຂອງ ກົດໝາຍດັ່ງກ່າວ ເຫັນວ່າຍັງບໍ່ທັນ ຄົບຖ້ວນ, ສົມບູນ ແລະ ຮັດກຸມ ເຮັດ ໃຫ້ເປັນຊ່ອງວ່າງໃນການຫລົບ ຫລີກການເສຍອາກອນລາຍໄດ້ ແລະ ອື່ນໆ, ພ້ອມທັງການກໍານົດ ບາງປະເພດອາກອນ ກໍຍັງບໍ່ຊັດ ເຈນ ບໍ່ສອດຄ່ອງກັບນິຍາມ ແລະ ຫລັກການຂອງກົດໝາຍກຳນົດ ເປັນຕົ້ນ ອາກອນລາຍໄດ້ເງິນປັນ ຜົນຂອງວິສາຫະກິດ ແຕ່ກົດໝາຍ ໄດ້ກຳນົດຢູ່ໃນພາກ ຂອງອາກອນ ລາຍໄດ້ບຸກຄົນ. ສະນັ້ນ, ເພື່ອປັບປຸງກົດໝາຍ ດັ່ງກ່າວ ໃຫ້ສອດຄ່ອງກັບການປະ ຕິບັດວຽກງານຕົວຈິງໃນປັດຈຸ ບັນ ຕາງໜ້າຈາກພາກສ່ວນຕ່າງໆ ທັງພາກລັດ ແລະ ຜູ້ປະກອບການ ຕ້ອງໄດ້ສຸມໃສ່ປະກອບຄຳຄິດຄຳ ເຫັນ ໂດຍຍົກບັນຫາຄວາມເປັນຈິງ ທີ່ເກີດຂຶ້ນ ຫລື ບັນຫາທີ່ພົບເຫັນ ຢູ່ຂັ້ນທ້ອງຖິ່ນ ລວມທັງຂໍ້ສະ ດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິ ບັດກົດໝາຍວ່າດ້ວຍອາກອນລາຍ ໄດ້ ໃນໄລຍະຜ່ານມາ ເພື່ອເປັນ ຂໍ້ມູນ ແລະ ບ່ອນອີງໃນການປັບປຸງ ກົດໝາຍວ່າດ້ວຍ ອາກອນລາຍ ໄດ້ໃນຄັ້ງນີ້ໃຫ້ມີເນື້ອໃນຄົບຖ້ວນ ສົມບູນ, ຮັດກຸມ, ຮັບປະກັນການຄຸ້ມ ຄອງເກັບລາຍຮັບເຂົ້າງົບປະມານ ແຫ່ງລັດ ໃຫ້ນັບມື້ເພີ່ມຂຶ້ນ ແນໃສ່ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ໃຫ້ມີຜົນສຳ ເລັດຕາມຄາດໝາຍ. ຂໍ້ມູນ: ຂ່າວສານການເງິນ ວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງ ຂອງກົມສ່ວຍສາອາກອນ ແລະ ສ່ວຍສາອາກອນປະຈໍານະຄອນ ຫລວງວຽງຈັນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພູວົງ ກິດຕະວົງ ໄດ້ໃຫ້ ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ເພື່ອ ທາບທາມ ແລະ ຮັບຟັງຄຳຄິດຄຳ ເຫັນ ທັງພາກລັດ ແລະ ເອກະຊົນ ຕໍ່ເນື້ອໃນຮ່າງກົດໝາຍ ວ່າດ້ວຍ ອາກອນລາຍໄດ້ ສະບັບປັບປຸງ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໄດ້ໃນຕໍ່ໜ້າ. ອາກອນລາຍໄດ້ ແມ່ນ ພັນທະເປັນເງິນ ທີ່ເກັບຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີ ລາຍຮັບ ຫລື ມີລາຍໄດ້, ແມ່ນອາ ກອນທີ່ເກັບໂດຍກົງຈາກຜູ້ທີ່ມີລາຍ ໄດ້ ແລະ ຖືກເກັບນຳວິສາຫະກິດ ແລະ ເກັບນຳບຸກຄົນທົ່ວໄປ; ອາ ກອນລາຍໄດ້ ບໍ່ແມ່ນເກັບນຳພຽງ ແຕ່ຄົນລາວເທົ່ານັ້ນ, ມັນຍັງຖືກຈັດ ເກັບຈາກບັນດາຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ບັນດານິຕິບຸກຄົນ ທີ່ບໍ່ມີພູມລຳ ເນົາ ບໍ່ໄດ້ສ້າງຕັ້ງວິສາຫະກິດ ຕາມ

05/03/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K —Ê “¤§ໜÇ ©“’ ¨Ž¤ ŸÅ ນ c,j py ']k; ,u [q f[kfle7a o .odkora fmtokxtgmf-kf ແມ່ຍິງລາວ ມີບົດບາດສຳຄັນ ຕໍ່ການພັດທະນາປະເທດຊາດ, ແມ່ຍິງລາວນັບມື້ນັບໄດ້ຮັບການ ພັດທະນາ, ມີບົດບາດສຳຄັນ ແລະ ເປັນທີ່ຍອມຮັບຂອງສັງຄົມຍ້ອນ ໄດ້ຮັບໂອກາດ, ໄດ້ຮັບນະໂຍບາຍ ທີ່ຖືກຕ້ອງຈາກພັກ, ລັດຖະບານ ໃນການສົ່ງເສີມແມ່ຍິງລາວໃຫ້ ມີຄວາມກ້າວໜ້າ, ພັດທະນາໃຫ້ ແມ່ຍິງມີຄວາມຮູ້, ຄວາມສາມາດ ຮອບດ້ານ, ປະກອບວິຊາອາຊີບ ໃນຂະແໜງການຕ່າງໆຮັບໃຊ້ ສັງຄົມ, ປະກອບສ່ວນເຫື່ອແຮງ ສະຕິປັນຍາເຂົ້າໃນຜະລິດສ້າງ ເສດຖະກິດຄອບຄົວ, ອາດເວົ້າໄດ້ ວ່າປະເທດຊາດຈະພັດທະນາບໍ່ໄດ້ ຫາກບໍ່ມີການພັດທະນາແມ່ຍິງ. ໃນ ປັດຈຸບັນແມ່ຍິງໄດ້ຮັບການບັນຈຸ ເຂົ້າໃນຕຳແໜ່ງພັກ- ລັດໃນແຕ່ລະ ຂັ້ນຫລາຍຂຶ້ນ, ມີບົດບາດພົ້ນເດັ່ນ ພາຍຫລັງພັກ-ລັດຖະບານໄດ້ ມີມະຕິວ່າດ້ວຍການສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ຫລາຍທ້ອງຖິ່ນກໍ່ ໄດ້ມີການກະກຽມຄວາມພ້ອມ ໂດຍໄດ້ກຳນົດເອົາທ່າແຮງບົ່ມ ຊ້ອມໃດໜຶ່ງ ເພື່ອຈັດຕັ້ງປະຕິບັດ ມະຕິດັ່ງກ່າວ ໃຫ້ເຂົ້າສູ່ລວງເລິກ ແລະ ບັນລຸຕາມຄາດໝາຍວາງໄວ້. ແນວໃດກໍ່ດີມື້ນີ້ ຄໍລຳຜັນຂະຫຍາຍ ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລ ຍະໃໝ່ (ສອຈ) ຂໍພາທ່ານໄປທີ່ ເມືອງດາກຈຶງ ແຂວງເຊກອງ ວ່າ ເມືອງນີ້ມີການກຽມພ້ອມແນວໃດ ຕໍ່ການຈັດຕັ້ງປະຕິບັດມະຕິວ່າດ້ວຍ fkd9b ' dP,rh v,ra fmtokglf4tdy f 8k,my flh k'glf4tdy fgvdt]kfgxa og9Q k8q ogv' ›າ—˜¤‹ອ— ໃນເວທີສາກົນ ແລະ ອື່ນໆ. ໃນໄລຍະຜ່ານມາ, ພັກໄດ້ ວາງແນວທາງນະໂຍບາຍຕໍ່ການ ພັດທະນາແມ່ຍິງຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມ ເປັນຈິງຂອງແມ່ຍິງລາວ ແລະ ສາກົນ. ນັບແຕ່ມື້ສ້າງຕັ້ງເປັນ ຕົ້ນມາ, ພັກໄດ້ວາງແນວທາງ ຮັບປະກັນສິດເສລີພາບລະຫວ່າງ ຍິງ-ຊາຍ, ພັກຖືແມ່ຍິງ ເປັນກຳລັງ ແຮງອັນສຳຄັນ ແລະ ໃຫຍ່ຫລວງ ໃນທຸກຂົງເຂດວຽກງານເນື່ອງ ຈາກແມ່ຍິງກວມຈຳນວນເຄິ່ງໜຶ່ງ ຂອງພົນລະເມືອງ, ມີບົດບາດສູງ ໃນການຜະລິດ ແລະ ເປັນກຳລັງ ແຮງພິເສດທີ່ຜະລິດຊັບພະຍາ ກອນມະນຸດທາງດ້ານປະລິມານ ແລະ ຄຸນນະພາບ. ໂດຍເອົາໃຈ ໃສ່ປຸກລະດົມ, ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງລາວໄດ້ ພັດທະນາຕົນເອງ, ມີສິດ ແລະ ພັນທະຕ່າງໆທຽບເທົ່າກັບເພດ ຊາຍ, ໄດ້ມີນິຕິກຳ ແລະ ກົດໝາຍ ຕ່າງໆອອກມາເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງລາວ, ເຮັດໃຫ້ແມ່ຍິງ ລາວພວກເຮົາໄດ້ມີບ່ອນອີງໃນ ການພັດທະນາຕົນເອງ ແລະ ໄດ້ ເຂົ້າຮ່ວມຂະບວນວຽກງານຕ່າງໆ ຂອງຊາດໃນສະໄໝຕໍ່ສູ້ກູ້ຊາດຕ້ານ ຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ກໍຄື ໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ແລະ ໃນພາລະກິດປ່ຽນແປງໃໝ່ ແມ່ຍິງໄດ້ປະກອບສ່ວນອັນສຳຄັນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວ ມາເຖິງປັດຈຸບັນ. ຄຽງຄູ່ກັນນັ້ນ, ສະຫະພັນແມ່ ຍິງລາວ ແຕ່ລະຂັ້ນກໍໄດ້ຕັ້ງໜ້າ ປະຕິບັດຄຳຂວັນ, ຂໍ້ແຂ່ງຂັນ 3 ດີ, ການສ້າງຄອບຄົວ ແລະ ບ້ານແມ່ ຍິງ 3 ດີ ຕິດພັນກັບຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງກວ້າງຂວາງ, ເຂົ້າສູ່ລວງ ເລິກອັນໄດ້ເຮັດໃຫ້ການຈັດຕັ້ງ ແມ່ຍິງ ແລະ ຄອບຄົວໄດ້ຮັບການ ປັບປຸງ, ຍົກລະດັບ ແລະ ພັດທະນາ ຢ່າງຮອບດ້ານ, ສາມາດເປັນກຳ ລັງແຮງຊ່ວຍເຫລືອຄະນະພັກ, ອົງການທາງດ້ານການເມືອງເຮັດ ໃຫ້ສັງຄົມມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍ, ການ ພັດທະນາເສດຖະກິດ-ສັງຄົມໄດ້ ຮັບການຂະຫຍາຍຕົວຢ່າງຕໍ່ເນ່ືອງ, ເຮັດໃຫ້ການພັດທະນາ ແລະ ປົກ ປ້ອງສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນ ເຊື້ຶຶອຂອງແມ່ຍິງລາວ; ຖັນແຖວບຸກ ຄະລາກອນຂອງອົງການຈັດຕັ້ງ ສະຫະພັນແມ່ຍິງ ກໍຄື ແມ່ຍິງລາວ ໄດ້ຮັບການເຕີບໃຫຍ່ເຂັ້ມແຂງຢ່າງ ເປັນລະບົບຕໍ່ເນ່ືອງ,ທີ່ຕັ້ງ, ຖານະ ບົດບາດຂອງແມ່ຍິງລາວ ນັບມື້ ນັບໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນ ທັງຢູ່ພາຍໃນກໍຄືໃນເວທີພາກພື້ນ ແລະ ສາກົນ. ສອຈ ຄືແນວໃດ . ຕາມການໃຫ້ຮູ້ຂອງທ່ານ ສົມ ພອນ ສາຍສຸວັນ ຮອງເຈົ້າເມືອງ ດາກຈຶງວ່າ: ໃນ 5 ປີຕໍ່ໜ້າ, ເມືອງ ດາກຈຶງ ຈະສຸມໃສ່ພັດທະນາເສດ ຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງຕາມທິດສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ໂດຍຖືເອົາການຂະ ຫຍາຍທ່າແຮງບົ່ມຊ້ອນພາຍໃນ; ປັບປຸງໂຄງປະກອບເສດຖະກິດ ໂດຍຖືເອົາກະສິກໍາຕິດແໜ້ນກັບ ອຸດສາຫະກໍາປຸງແຕ່ງ ແລະ ການ ບໍລິການ, ພັດທະນາໄປຕາມທິດ ເສດຖະກິດພູມປັນຍາ, ຫັນເປັນອຸດ ສາຫະກໍາ ແລະ ທັນສະໄໝ ເພື່ອ ສ້າງຄວາມຫລາກຫລາຍ ແລະ ສ້າງມູນຄ່າເພີ່ມຂອງການຜະລິດ ສິນຄ້າ ແລະ ການບໍລິການ; ສືບຕໍ່ຍູ້ ແຮງການຄ້າໃຫ້ເຂົ້າສູ່ລະບົບ ແລະ ກາຍເປັນຕ່ອງໂສ້ຕົ້ນຕໍຂອງລະບົບ ເສດຖະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ນອກຈາກນີ້, ແຕ່ປີ 20252029 ຕ້ອງເອົາໃຈໃສ່ປັບປຸງ, ກໍ່ສ້າງ ແລະ ສ້ອມແປງພື້ນຖານ ໂຄງລ່າງກໍ່ຄືສິ່ງອໍານວຍຄວາມ ສະດວກຕ່າງໆ ເພື່ອຍູ້ແຮງການ ພັດທະນາເສດຖະກິດໃຫ້ຂະຫຍາຍ ຕົວເພີ່ມຂຶ້ນໃນລະດັບ 5 ຕໍ່ ປີ, ຮອດປີ 2029 ສູ້ຊົນໃຫ້ມູນ ຄ່າລວມຍອດຜົນຜະລິດຕະພັນ ((ross output ຫລື (O) ບັນລຸ ໄດ້ 746,1 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ໄດ້ 26,06 ລ້ານກີບ ຫລື ເທົ່າກັບ 1.180 ໂດລາສະຫະລັດ ໃນນີ້, ຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 2,8 ຕໍ່ປີ ກວມເອົາ 46,7 ; ຂະແໜງອຸດສະຫະກໍາເພີ່ມຂຶ້ນ 4 ຕໍ່ປີກວມເອົາ 20,8 ແລະ ຂະແໜງການບໍລິການເພີ່ມຂຶ້ນ 5,7 ຕໍ່ປີກວມເອົາ 32,5 ຂອງ (O. ພ້ອມນີ້, ສູ້ຊົນເກັບລາຍ ຮັບເຂົ້າງົບປະມານໃຫ້ໄດ້ 178,34 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ ຢູ່ໃນລະດັບ 178,34 ຕື້ກີບ; ຊຸກຍູ້ ສົ່ງເສີມການປູກ-ການລ້ຽງ ເພື່ອ ເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ ໂດຍສະເພາະການປູກ ກາເຟ, ພືດຜັກ, ຕົ້ນໄມ້ໃຫ້ໝາກ, ເຂົ້າ, ໂສມ ແລະ ການປຸງແຕ່ງຜົນ ຜະລິດກະສິກໍາ ທີ່ເປັນເອກະລັກ ຂອງເຜົ່າ; ຊຸກຍູ້ການຂະຫຍາຍ ໂຮງງານອຸດສາຫະກໍາປຸງແຕ່ງ ຜະລິດຕະພັນກະສິກໍາ ໂດຍສະ ເພາະໂຮງງານປຸງແຕ່ງກາເຟ, ປຸງແຕ່ງໂສມ, ປຸງແຕ່ງຜົນຜະລິດ ກະສິກໍາອື່ນໆ; ສົ່ງເສີມຫັດຖະ ກໍາ-ຈັກສານ, ຕໍ່າແຜ່ນແພຊົນເຜົ່າ ທີ່ເປັນເອກະລັກ ເພື່ອແປຮູບເປັນ ຜະລິດຕະພັນໃຫ້ຕິດພັນກັບການ ຊຸກຍູ້ຫົວໜ່ວຍທຸລະກິດຂະໜາດ ນ້ອຍ ແລະ ກາງ (SMEs) ໃຫ້ມີສ່ວນຮ່ວມຫລາຍຂຶ້ນ; ຄົ້ນ ຄວ້າພັດທະນາລະບົບຖານຂໍ້ມູນ, ຄຸ້ມຄອງໂຮງງານປຸງແຕ່ງກະສິກໍາ ດ້ວຍລະບົບທັນສະໄໝ; ສ້າງກົນໄກ ແລະ ຕ່ອງໂສ້ການຜະລິດເລີ່ມ ຈາກການສະໜອງວັດຖຸດິບ-ການ ປຸງແຕ່ງ-ຕະຫລາດ; ກໍານົດແບ່ງ ເຂດ, ຈັດຕັ້ງກຸ່ມ ແລະ ສະຫະກອນ ການຜະລິດວັດຖຸດິບຢ່າງເປັນ ລະບົບທີ່ຊັດເຈນ; ພັດທະນາການ ບໍລິຫານ-ຜະລິດທຸລະກິດ, ສ້າງ ຄວາມໝັ້ນຄົງ ແລະ ຍືນຍົງໃນ ຂະແໜງພະ ລັງງານ, ສ້າງລະບົບ ສາຍສົ່ງ, ພະລັງງານສະອາດ ແລະ ພະລັງງານທາງເລືອກໃຫ້ເປັນ ລະບົບດຽວ, ສ້າງແຜນພັດທະນາ ໄຟຟ້ານໍ້າຕົກໃຫ້ມີປະສິດທິຜົນຕາມ ທິດພັດທະນາສີຂຽວ ແລະ ຍືນ ຍົງ; ສ້າງກົນໄກໃນການຄຸ້ມຄອງ, ຕິດຕາມ ຊຸກຍູ້ໂຄງການຂຸດຄົ້ນ ແຮ່ທາດຕ່າງໆໃຫ້ປະຕິບັດຕາມ ກົດໝາຍ ແລະ ສັນຍາບົນພື້ນຖານ ປົກປ້ອງຜົນປະໂຫຍດລວມຂອງ ປະຊາຊົນ, ເປັນມິດກັບສັງຄົມ ແລະ ສິ່ງແວດລ້ອມ; ພັດທະນາ ການພື້ນຖານໂຄງລ່າງດ້ານການ ທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວໃຫ້ ໄດ້ມາດຕະຖານ; ພັດທະນາລະບົບ ຂົນສົ່ງ-ໂດຍສານ, ລະບົບຂົນສົ່ງ ໂລຈິສຕິກໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝ; ພັດທະ ນາເສດຖະກິດດິຈິຕອນ, ການຄຸ້ມ ຄອງບໍລິຫານລັດ, ໂທລະຄົມມະ ນາຄົມ ແລະ ອິນເຕີເນັດຄວາມໄວ ສູງທີ່ເປັນໂຄງລ່າງພື້ນຖານເຕັກ ໂນໂລຊີດິຈິຕອນ, ພັດທະນາລະບົບ ການສື່ສານອິນເຕີເນັດຄວາມໄວ ສູງແບບບໍ່ມີສາຍ 5( ໃຫ້ກວມ ທຸກຈຸດຂອງເມືອງ. ທ່ານ ສົມພອນ ສາຍສຸວັນ ກ່າວ. ແນວໃດກໍ່ຕາມເພື່ອບັນລຸບັນ ດາຄາດໝາຍທີ່ກ່າວມານັ້ນ, ເມືອງ ຕ້ອງເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມ ການລົງທຶນໃນຂະແໜງການທີ່ ເປັນທ່າແຮງຢ່າງມີຈຸດສຸມ ແລະ ມີປະສິດທິຜົນສູງດ້ວຍນະໂຍບາຍ ທີ່ເໝາະສົມຕາມກົດໝາຍ ແລະ ລະບຽບການກໍານົດ; ສະໜອງ ຂໍ້ມູນ ແລະ ໃຫ້ຄໍາປຶກສາແກ່ຜູ້ ປະກອບການກ່ຽວກັບການເຂົ້າ ເຖິງແຫລ່ງທຶນ, ຕະຫລາດ, ກໍານົດ ມາດຕະຖານຜະລິດຕະພັນ ແລະ ການບໍລິການສິນຄ້າ; ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ເພື່ອ ສ້າງແຮງຈູງໃຈໃຫ້ແກ່ຜູ້ລົງທຶນ ມີຄວາມເຊື່ອໝັ້ນໃນການດໍາເນີນ ທຸລະກິດ ແລະ ສົ່ງເສີມການຜະລິດ ສິນຄ້າໃຫ້ມີຄວາມຫລາກຫລາຍ ທັງນີ້ກໍເພື່ອເປັນການສ້າງອາຊີບ, ວຽກເຮັດງານທໍາ ແລະ ລາຍຮັບທີ່ ໝັ້ນຄົງໃຫ້ປະຊາຊົນຕາມທິດສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງໃນໄລຍະໃໝ່ ໃຫ້ປະກົດຜົນ ເປັນຈິງ. ຮອງເຈົ້າເມືອງ ສົມພອນ ສາຍສຸວັນ ກ່າວຢ້ຳທ້າຍ.

RkJQdWJsaXNoZXIy MTc3MTYxMQ==