xtgmf]k; 3 28/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສ. ສີວັນໄຊ dkoglpvkdvo9kdly o7h k fu 9y 8vo c]t [= ]y dkoI6 [c[[fu 9y 8vo ບົດສະເໜີ ໂດຍ: ແສງສະຫວັນ glu ,0tspkp,6 og-N v;a oc,j py 'lkdq o 7q [Iv[ 115 xu ໂດຍ: ຢ່າຕົ່ງ * ສະບັບກ່ອນໄດ້ຍົກເອົາບາງ ຕົວຢ່າງຈາກປະເທດເພື່ອນບ້ານ ທີ່ເຫລົ່າຢູທູບເບີ (Youtuber), ຕິກຕ໋ອກເກີ (TikToker) ຫລື ອິນຟລູເອນເຊີ (Influencer) ຕ້ອງໄດ້ມອບພັນທະອາກອນໃຫ້ ລັດ ພາຍຫລັງມີລາຍຮັບຈາກແພ ລັດຟອມສື່ອອນລາຍຕ່າງໆ. ມາ ສະບັບນີ້ ຂໍນໍາສະເໜີ ກ່ຽວກັບການ ເສຍພັນທະອາກອນ ຈາກສິນຄ້າດີ ຈິຕອນ ຢູ່ ສປປ ລາວ. ໃນວັນທີ 24 ກຸມພາ 2024, ກະຊວງການເງິນ ໄດ້ອອກແຈ້ງ ການ ເລກທີ 0560/ກງ ເຖິງບຸກ ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດໍາເນີນທຸລະກິດ ແລະ ຜູ້ມີລາຍ ໄດ້ກ່ຽວກັບການສະໜອງສິນຄ້າດີ ຈິຕອນ ແລະ ບໍລິການຮູບດີຈິຕອນ (Digital Platform) ຫລື ກິດຈະ ກໍາການຄ້າທາງເອເລັກໂຕຣນິກ ໃນນັ້ນ ໄດ້ລະບຸເຖິງຈຸດປະສົງຂອງ ແຈ້ງການ ກໍຄື ການປະຕິບັດພັນທະ ອາກອນຈາກ ສິນຄ້າດີຈິຕອນ ແລະ ບໍລິການຮູບແບບດີຈິຕອນ ຫລື ກິດ ຈະກໍາການຄ້າທາງເລັກໂຕຣນິກ. ການຄ້າເອເລັກໂຕຣນິກ ໝາຍ ເຖິງການຊື້ຂາຍ, ການແລກປ່ຽນ * ຄໍລຳ “ສີຂຽວ ສະອາດ ງົດ ງາມ ຫລື ສິ່ງແວດລ້ອມ” ສະບັບ ວັນສຸກທິດຜ່ານມານີ້, ກໍ່ໄດ້ສະເໜີ ບົດກ່ຽວກັບ “ສຸມທຸກກໍາລັງທົ່ວ ສັງຄົມ ຊ່ວຍກັນສະກັດກັ້ນບໍ່ໃຫ້ໄຟ ໄໝ້ລາມປ່າ” ໃຫ້ທ່ານຜູ້ອ່ານແລ້ວ ແລະ ມາສະບັບນີ້, ຂໍສະເໜີກ່ຽວກັບ “ຄວາມແຕກຕ່າງລະຫວ່າງປ່າສະ ຫງວນແຫ່ງຊາດ ແລະ ອຸທິຍານ ແຫ່ງຊາດ” ໃຫ້ທ່ານໄດ້ຮັບຮູ້ຕື່ມ. ປ່າສະຫງວນແຫ່ງຊາດ: ແມ່ນ ປ່າໄມ້ທີ່ໄດ້ກຳນົດຂຶ້ນ ເພື່ອຈຸດປະ ສົງນຳໃຊ້ໃນການອະນຸລັກທຳມະ ຊາດ, ປົກປັກຮັກສາແລະຂະຫຍາຍ ພັນພືດ, ພັນສັດນ້ຳແລະສັດປ່ານາໆ ຊະນິດ, ລະບົບນິເວດປ່າໄມ້ ແລະ ສິ່ງຕ່າງໆ ທີ່ມີຄຸນຄ່າທາງດ້ານທຳ ມະຊາດ, ປະຫວັດສາດ, ວັດທະ ນະທຳ, ການທ່ຽວທ່ຽວ, ສິ່ງແວດ ລ້ອມ, ການສຶກສາ ແລະ ການຄົ້ນ ຄວ້າທົດລອງວິທະຍາສາດ. (ກົດ ໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ, 2019 ມາດຕາ 16 ໜ້າທີ 08). ສ່ວນອຸທິຍານແຫ່ງຊາດ: ແມ່ນ ປ່າສະຫງວນທີ່ມີຄຸນລັກສະນະສະ ເພາະ ແລະ ມີຄວາມຫລາກຫລາຍ ທາງດ້ານລະບົບນິເວດທຳມະຊາດ * ໃນທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວລັດ, ທົ່ວກອງທັບ, ທົ່ວ ກໍາລັງປະກອບອາວຸດ ແລະ ທົ່ວ ປວງຊົນລາວທັງຊາດ ພວມສ້າງ ຂະບວນການຕ້ອນຮັບກະກຽມ ສະເຫລີມສະຫລອງ 3 ວັນປະ ຫວັດສາດຂອງຊາດຂອງພັກ, ວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດ ລາວ ຄົບຮອບ 70 ປີ, ວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ຕິດ ພັນກັບການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງພັກປະຊາ ຊົນປະຕິວັດລາວ ຄັ້ງທີ XI ທ້າຍສະ ໄໝ, ຄຽງຄູ່ກັບການສ້າງຂະບວນ ການຂ່ຳນັບຮັບຕ້ອນວັນແມ່ຍິງ ສາກົນ ຄົບຮອບ 115 ປີ (8 ມີນາ 1910 - 08 ມີນາ 2025) ທີ່ໃກ້ ຈະມາເຖິງນີ້. ເມື່ອຫວນຄືນມູນເຊື້ອວັນແມ່ຍິງ ສາກົນ ເກີດຂຶ້ນຈາກກໍາມະກອນຍິງ ໃນໂຮງງານຕໍ່າແຜ່ນຢູ່ເມືອງນິວ ຢອກ, ປະເທດສະຫະລັດອາເມລິກາ ລຸກຮືຂຶ້ນປະທ້ວງໃຫ້ນາຍຈ້າງ ເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິ ຂອງເຂົາເຈົ້າ. ແຕ່ສຸດທ້າຍ ແມ່ ຍິງເຖິງ 119 ຄົນ ໄດ້ເສຍຊີວິດ ຈາກເຫດການນີ້ຍ້ອນມີການລອບ ວາງເພີງໄຟໄໝ້ໂຮງງານບ່ອນທີ່ ສິນຄ້າ ຫລື ການບໍລິການ ລະຫວ່າງ ຜູ້ຄ້າ ແລະ ລູກຄ້າ ໂດຍນໍາໃຊ້ຊ່ອງ ທາງເອເລັກໂຕຣນິກ, ສ່ວນຊ່ອງ ທາງເອເລັກໂຕຣນິກ ກໍຄື ຜູ້ຄ້າ, ບຸກຄົນ ຫລື ນິຕິບຸກຄົນ ທີ່ເປັນເຈົ້າ ຂອງເວັບໄຊ ຫລື ໂປຣແກຣມການ ຄ້າທາງເອເລັກໂຕຣນິກ. ໃນແຈ້ງການສະບັບດັ່ງກ່າວ, ໄດ້ກໍານົດແຕ່ລະປະເພດຜູ້ເສຍ ອາກອນ ທີ່ເປັນທັງວິສາຫະກິດ ທີ່ເຂົ້າໃນລະບົບອາກອນມູນຄ່າ ເພີ່ມ; ຈຸນລະວິສາຫະກິດ ແລະ ພາກສ່ວນບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວມີລາຍ ໄດ້ ເຊິ່ງແຕ່ລະປະເພດ ໄດ້ຖືກ ກໍານົດກ່ຽວກັບຂັ້ນຕອນ ແລະ ວິທີການຈົດທະບຽນເຂົ້າໃນລະບົບ ອາກອນມູນຄ່າເພີ່ມ, ການຍື່ນໃບ ແຈ້ງອາກອນລາຍໄດ້ດ້ວຍຕົນເອງ ແລະ ອື່ນໆ, ແຕ່ບໍ່ໄດ້ກໍານົດວ່າ ຕ້ອງມີລາຍໄດ້ຈາກການຄ້າ ຫລື ການບໍລິການດີຈິຕອນ ເທົ່າໃດ ຈຶ່ງ ຈະຕ້ອງລົງທະບຽນເຂົ້າສູ່ລະບົບ ອາກອນມູນຄ່າເພີ່ມ ມີພຽງກໍານົດ ໄວ້ໃນປະເພດ ຈຸນລະວິສາຫະກິດ ເທົ່ານັ້ນ, ໂດຍລະບຸໄວ້ໃນໜ້າທີ 3 ຂອງແຈ້ງການວ່າ: ຜ່ານການ ດໍາເນີນທຸລະກິດ ຖ້າມີຂໍ້ມູນລາຍ ຮັບປະຈໍາປີເກີນສີ່ຮ້ອຍລ້ານກີບ ຂຶ້ນໄປ (400 ລ້ານກີບ) ຂຶ້ນ ໄປ ຕ້ອງເຂົ້າສູ່ລະບົບອາກອນມູນ ຄ່າເພີ່ມ, ປະຕິບັດພັນທະອາກອນ ປະເພດຕ່າງໆ. ກໍລະນີ ຈຸນລະ ວິສາຫະກິດ ບໍ່ຄົບເງື່ອນໄຂເຂົ້າ ໃນລະບົບອາກອນມູນຄ່າເພີ່ມ ແຕ່ ຢູ່ລະບົບອາກອນລາຍໄດ້ແມ່ນ ສາມາດສະໝັກໃຈເຂົ້າໃນລະບົບ ອາກອນມູນຄ່າເພີ່ມໄດ້ ແລະ ໃຫ້ ປະຕິບັດພັນທະອາກອນປະເພດ ຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງຄໍາແນະນຳສະບັບນີ້ (1. ວິສາຫະກິດທີ່ເຂົ້າໃນລະບົບອາ ກອນມູນຄ່າເພີ່ມ). ຢ່າງໃດກໍຕາມ, ໃນດໍາລັດວ່າ ດ້ວຍການຄ້າທາງເອເລັກໂຕຣນິກ ເລກທີ 296/ລບ ລົງວັນທີ 12 ທັນວາ 2021 ໃນພາກທີ III ໝວດ ທີ I ມາດຕາ 10 ໄດ້ກ່າວເຖິງການ ແຈ້ງການຄ້າທາງເອເລັກໂຕຣນິກ ໝາຍວ່າ ບຸກຄົນ ຫລື ນິຕິບຸກຄົນ ທີ່ດໍາເນີນທຸລະກິດການຄ້າທາງ ເອເລັກໂຕຣນິກ ຕ້ອງໄດ້ສະໜອງ ຂໍ້ມູນໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອເກັບກໍາຂໍ້ມູນ ແລະ ຕິດຕາມການເຄື່ອນໄຫວ. ບຸກຄົນ ຫລື ນິຕິບຸກຄົນ ທີ່ໄດ້ ດຳເນີນການຄ້າຜ່ານຊ່ອງທາງເອ ເລັກໂຕຣນິກຂອງຕົນ ຫລື ການຄ້າ ໃນ ຕະຫລາດທາງເອເລັກໂຕຣນິກ ກ່ອນດຳລັດສະບັບນີ້ ຕ້ອງແຈ້ງ ການດໍາເນີນທຸລະກິດພາຍໃນເກົ້າ ສິບວັນນັບແຕ່ວັນທີ່ດໍາລັດສະບັບ ນີ້ມີຜົນບັງຄັບໃຊ້ ເປັນຕົ້ນໄປ. ຖ້າ ບໍ່ມາແຈ້ງຕາມກຳນົດເວລາດັ່ງ ກ່າວ ຈະຖືກປະຕິບັດມາດຕະການ ຕາມທີ່ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ. ສັງລວມແລ້ວ, ໃນດໍາລັດວ່າ ດ້ວຍການຄ້າທາງເອເລັກໂຕຣນິກ ແລະ ແຈ້ງການກ່ຽວກັບການປະຕິ ບັດພັນທະອາກອນຈາກສິນຄ້າ ດີຈິ ຕອນ ແລະ ບໍລິການຮູບດີຈິຕອນ (Digital Platform) ຫລື ກິດຈະ ກໍາການຄ້າທາງເອເລັກໂຕຣນິກ ບໍ່ ໄດ້ລະບຸແຈ້ງກ່ຽວກັບການກໍານົດ ລາຍໄດ້ຢ່າງລະອຽດ ຫລື ເປັນອັນ ສະເພາະ ຕໍ່ຜູ້ມີລາຍໄດ້ຈາກການ ຄ້າດີຈິຕອນ ຫລື ການບໍລິການດີຈິ ຕອນ ວ່າ ຕ້ອງມອບພັນທະໃຫ້ລັດ ຈັກສ່ວນຮ້ອຍຂອງລາຍຮັບ, ຕ້ອງ ມີລາຍໄດ້ເທົ່າໃດຕໍ່ປີ ຈຶ່ງມອບພັນ ທະອາກອນ. ດັ່ງນັ້ນ, ບັນດາທ່ານທີ່ ເຮັດການຄ້າຫລືການບໍລິການດ້ານ ນີ້ ອາດຈະສອບຖາມພົວພັນກັບ ສະມາຄົມການຄ້າເອເລັກໂຕຣນິກ ຫລື ພາກສ່ວນກ່ຽວຂ້ອງກ່ຽວກັບ ລາຍລະອຽດຕື່ມ ເພາະອາດຈະຖືກ ກໍານົດຢູ່ໃນນິຕິກໍາ ຫລື ແຈ້ງການ ອື່ນໆ ທີ່ກ່ຽວພັນກັນ. ແລະຖ້າໄດ້ ຂໍ້ມູນຈາກພາກສ່ວນກ່ຽວຂ້ອງ ເພີ່ມເຕີມ ຈະເອົາມານໍາສະເໜີໃຫ້ ບັນດາທ່ານໄດ້ຮັບຊາບຕໍ່ໄປ. 7;k,c8d8j k']ts;j k'xj klts';o csj '-kf c]t v5 my pkocsj '-kf ທີ່ໂດດເດັ່ນມີຄຸນຄ່າແກ່ການສຶກສາ ຄົ້ນຄວ້າທາງວິທະຍາສາດ,ການ ທ່ອງທ່ຽວ, ປົກປັກຮັກສາສິ່ງແວດ ລ້ອມ ແລະ ວັດທະນະທຳ. (ດໍາ ລັດວ່າດ້ວຍປ່າສະຫງວນ, 2015 ມາດຕາ 7 ໜ້າ 4). ສະຫລຸບແລ້ວ ປ່າສະຫງວນ ແຫ່ງຊາດ ໄດ້ຖືກແຕ່ງຕັ້ງໃຫ້ເປັນ ອຸທິຍານແຫ່ງຊາດ ຍ້ອນມີຄວາມ ຫລາກຫລາຍທາງລະບົບນິເວດ ທຳມະຊາດທີ່ໂດດເດັ່ນ ແລະ ມີ ເງື່ອນໄຂທີ່ເໝາະສົມ. (ອີງຕາມ ດຳລັດວ່າດ້ວຍປ່າສະຫງວນ ມາດ ຕາ 07 ໜ້າ 04). ປະເທດລາວເຮົາ ມີອຸທິຍານ ທັງໝົດ 6 ແຫ່ງຄື: 1. ອຸທິຍານ ແຫ່ງຊາດນ້ຳແອດ-ພູເລີຍ ແຂວງ ຫົວພັນ, ຊຽງຂວາງ, ຫລວງພະ ບາງ; 2. ອຸທິຍານແຫ່ງຊາດນາ ກາຍ-ນ້ຳເທີນ (ແຂວງຄຳມ່ວນ, ບໍ ລິຄຳໄຊ; 3. ອຸທິຍານແຫ່ງຊາດຫີນ ໜາມໜໍ່ ແຂວງຄຳມ່ວນ; 4. ອຸທິ ຍານແຫ່ງຊາດດົງຫົວສາວ ແຂວງ ຈຳປາສັກ; 5. ອຸທິຍານແຫ່ງຊາດ ເຊປຽນ ແຂວງຈຳປາສັກ, ອັດຕະປື ແລະ 6. ອຸທິຍານແຫ່ງຊາດພູເຂົາ ຄວາຍນະ ຄອນຫລວງວຽງຈັນ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ. ຢ່າງໃດກໍ່ຕາມ ດັ່ງທີ່ພວກເຮົາຮູ້ ນຳກັນແລ້ວວ່າ ປັດຈຸບັນນີ້ ສະພາບ ແວດລ້ອມກໍ່ຄືພູຜາປ່າໄມ້ມີຄວາມ ແຫ້ງແລ້ງໄປທົ່ວທຸກສາລະທິດ ເຊິ່ງມັນມີຄວາມສ່ຽງສູງຕໍ່ໄຟໄໝ້ ລາມປ່າໄດ້ງ່າຍ. ຂະນະທີ່ໄລຍະ ນີ້ກໍ່ແມ່ນໄລຍະທີ່ປະຊາຊົນໄດ້ທຳ ການຖາງສວນ, ຖາງໄຮ່ ເພື່ອກະ ກຽມຜະລິດພືດກະສິກຳໃນລະຝົນທີ່ ຈະມານີ້. ດັ່ງນັ້ນ, ຖ້າພວກເຮົາຈະ ທຳການຈູດສວນ, ໄຮ່ ກໍ່ຕ້ອງໄດ້ ຕັດແລວທາງໄຟໃຫ້ມີຄວາມປອດ ໄພ ກ່ອນຈຶ່ງທຳການຈູດ ເພື່ອບໍ່ໃຫ້ ເກີດໄຟໄໝ້ລາມປ່າຄືປີຜ່ານມາ. ພວກເຂົານັ່ງຢູ່ຮ່ວມກັນ. ເຫດການ ທັງໝົດເກີດ ຂຶ້ນໃນວັນທີ 8 ມີນາ 1857. ຫລັງຈາກນັ້ນ, ໃນປີ 1907, ກໍາມະກອນຍິງ ໃນໂຮງງນ ຕໍ່າແຜນທີ່ເມືອງຊິກາໂກ ສະຫະລັດ ອາເມລິກາ ບໍ່ສາມາດທົນຕໍ່ການ ຂົ່ມເຫັງ, ການກົດຂີ່, ການລ່ວງ ລະເມີດຂອງນາຍຈ້າງທີ່ໃຊ້ພວກ ເຂົາຄືທາດ ເນື່ອງຈາກວ່າແມ່ຍິງ ເຫລົ່ານີ້ເຮັດວຽກໜັກເຖິງມື້ລະ 16-17 ຊົ່ວໂມງຕໍ່ມື້ ໂດຍບໍ່ມີວັນ ຢຸດ. ບໍ່ມີການປະກັນໄພແຮງງານ ເປັນຜົນໃຫ້ເກີດການເຈັບເປັນ ແລະ ລົ້ມຕາຍແຕ່ກັບໄດ້ຮັບຄ່າແຮງງານ ພຽງເລັກນ້ອຍ ແລະ ຖ້າຖືພາກໍ່ຖືກ ໄລ່ອອກ. ດ້ວຍເຫດນັ້ນໃນວັນທີ 8 ມີນາ 1907 ໄດ້ມີຂະບວນຮຽກ ຮ້ອງໃຫ້ນາຍຈ້າງຫລຸດຜ່ອນເວລາ ເຮັດວຽກຂອງເຂົາ ເຈົ້າລົງເຫລືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ປັບປຸງສະ ຫວັດດີການຂອງເຂົາເຈົ້າທຸກຢ່າງ ແລະໃຫ້ແມ່ຍິງ ມີສິດລົງຄະແນນ ສຽງເລືອກຕັ້ງ. ຈົນມາຮອດວັນທີ 8 ມີນາ 1910, ຄວາມພະຍາຍາມ ຂອງກໍາມະກອນຍິງກຸ່ມນີ້ກໍ່ໄດ້ຮັບ ຜົນສໍາເລັດ. ເພື່ອທົບທວນຫວນຄືນປະຫວັດ ການເຄື່ອນໄຫວຂອງຂະບວນການ ແມ່ຍິງທົ່ວໂລກ, ສະນັ້ນ ໃນແຕ່ລະ ປີພໍຮອດວັນທີ 8 ມີນາ ໃນທົ່ວໂລກ ຈະພ້ອມກັນສະເຫລີມສະຫລອງວັນ ແມ່ຍິງສາກົນ ເພື່ອທົບທວນຫວນ ຄືນປະຫວັດການເຄື່ອນໄຫວຂອງ ຂະບວນການແມ່ຍິງທົ່ວໂລກ, ພາກ ພື້ນ, ອາຊຽນ ແລະ ການເຂົ້າຮ່ວມ ເຄື່ອນໄຫວໃນຂະບວນການດັ່ງ ກ່າວ ຂອງສະຫະພັນແມ່ຍິງລາວ. ໂດຍສະເພາະ 1 ປີ ຜ່ານມາ, ທັງ ເປັນການປຸກລະດົມສະມາຊິກສະ ຫະພັນແມ່ຍິງ ແລະ ແມ່ຍິງລາວ ບັນດາເຜົ່າເຂົ້າຮ່ວມຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ຕິດພັນກັບຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການຈັດຕັ້ງປະຕິບັດຄຳ ຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງ ສະຫະພັນແມ່ຍິງລາວຕິດພັນກັບ ການສ້າງບ້ານພັດທະນາຕາມທິດ ສາມສ້າງ ແລະ 2 ວາລະແຫ່ງຊາດ ໃຫ້ບັນລຸຜົນສຳເລັດຕາມຄາດ ໝາຍ. ພ້ອມດຽວກັນນັ້ນ, ກໍເພື່ອ ເປັນການປຸກລະດົມຄະນະນຳສະ ຫະພັນແມ່ຍິງແຕ່ລະຂັ້ນ, ສະມາຊິກ ສະຫະພັນແມ່ຍິງ ແລະ ແມ່ຍິງ ລາວ ບັນດາເຜົ່າຕັ້ງໜ້າເຂົ້າຮ່ວມ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນພັດ ທະນາແມ່ຍິງລາວ ທ້າຍສະໄໝຕິດ ພັນກັບຂະບວນການເຄື່ອນໄຫວ ສົ່ງເສີມຄວາມກ້າວໜ້າຂອງເອື້ອຍ ນ້ອງແມ່ຍິງໃນການເຂົ້າຮ່ວມປະ ກອບສ່ວນແກ້ໄຂຄວາມທຸກຍາກ ເວົ້າລວມ ແມ່ຍິງລາວບັນດາເຜົ່າ ເວົ້າສະເພາະ ມີຄວາມຮັບຮູ້ເຂົ້າໃຈ ພ້ອມທັງເປັນເຈົ້າການຍາດແຍ່ງ ເອົາທິດຊີ້ນໍາຈາກຄະນະພັກ, ການ ສ້າງເງື່ອນໄຂ, ກາລະໂອກາດຈາກ ອົງການປົກຄອງແຕ່ລະຂັ້ນ, ການ ຮ່ວມໄມ້ຮ່ວມມືຈາກເພດຊາຍໃນ ຄອບຄົວແລະການຈັດຕັ້ງ,ການສະ ໜັບສະໜູນຊ່ວຍເຫລືອຈາກທຸກໆ ພາກສ່ວນ ໃນສັງຄົມທັງພາຍໃນ ແລະ ສາກົນ; ເຂົ້າຮ່ວມຂະບວນ ການພັດທະນາຕົນເອງ, ພັດທະນາ ຄອບຄົວ, ພັດທະນາການຈັດຕັ້ງ, ພັດທະນາປະເທດຊາດ ແລະ ເສີມ ຂະຫຍາຍໄດ້ຄຸນລັກສະນະທີ່ເປັນ ມູນເຊື້ອອັນດີງາມຂອງແມ່ຍິງ ລາວ ເຂົ້າໃນການດຳລົງຊີວິດໃນ ເງື່ອນໄຂໃໝ່, ປະກອບສ່ວນຊຸກຍູ້ ສົ່ງເສີມໃຫ້ແມ່ຍິງໄດ້ສ້າງຄວາມ ເຊື່ອໝັ້ນ ແລະ ຖືສຳຄັນຕໍ່ບົດບາດ ຂອງແມ່ຍິງ ໃນການເຂົ້າຮ່ວມ ປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການປະຕິບັດນະໂຍບາຍຂອງ ພັກ-ລັດ ແລະ ແຜນພັດທະນາແມ່ ຍິງລາວໂດຍສະເພາະພ້ອມກັນຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ຊຶ່ງເປັນການປະ ກອບສ່ວນສຳຄັນໃນການພັດທະ ນາຕົນເອງ, ຄອບຄົວ ແລະ ປະເທດ ຊາດ, ການສ້າງຄອບຄົວແລະ ບ້ານ ແມ່ຍິງ 3 ດີ ຕິດພັນກັບການສ້າງ ບ້ານພັດທະນາຕາມທິດສາມສ້າງ ເຮັດໃຫ້ການແກ້ໄຂຄວາມທຸກຍາກ ບັນລຸຜົນສຳເລັດ ແລະ ບົດບາດ ຂອງແມ່ຍິງເຮົາສູງເດັ່ນຂຶ້ນຕື່ມອີກ ທັງພາຍໃນ ແລະ ເວທີສາກົນ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==