glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ xtgmf]k; 6 27/02/2025 glf4tdy f{la '7q , l;ofvdw,h 'k,2k, lh k']kpIa [wfh s]kp]h kodu [8+ ,N * ປັດຈຸບັນການດຳເນີນທຸລະ ກິດການບໍລິການແມ່ນມີຫລາຍເປັນ ຕົ້ນແມ່ນການບໍລິການເຮືອນພັກ, ໂຮງແຮມ, ຮ້ານອາຫານ, ເປີດບໍລິ ການສະຖານທີ່ທ່ອງທ່ຽວແບບ ເປັນສ່ວນເປັນຟາມກໍມີຫລາຍ, ໂດຍສະເພາະແມ່ນສວນດອກໄມ້ ທີ່ກຳລັງເປັນທີ່ນິຍົມຊົມຊອບຈາກ ຊາວນະຄອນຫລວງວຽງຈັນ, ເພາະຜູ້ປະກອບການເພິ່ນໄດ້ນໍາ ເອົາດອກໄມ້ຫລາກຫລາຍຊະນິດ ມາປູກ ເພື່ອໃຫ້ນັກທ່ອງທ່ຽວໄດ້ ເຂົ້າມາພັກຜ່ອນ, ເຮັດກິດຈະກຳ ກັບຄອບຄົວ, ນັກຊົມສວນດອກ ດອກໄມ້ທີ່ກໍາລັງເບັງບານ ໃນມື້ວັນ ພັກວັນເສົາ, ວັນອາທິດ ຫລື ເວລາ ຫວ່າງ ຂອງຄົນທີ່ເວລາໜ້ອຍ ຢາກ ພາຄອບຄົວມາພັກຜ່ອນ. ພ້ອມນັ້ນ ກໍຍັງເປັນການສ້າງລາຍຮັບໃຫ້ ແກ່ຜູ້ປະກອບການໄດ້ມີລາຍຮັບ ຫລາຍລ້ານກີບຕໍ່ມື້ ແລະ ຍັງເປັນ ການສ້າງວຽກເຮັດງານທຳໃຫ້ ປະຊາຊົນເຂດດັ່ງກ່າວມີວຽກເຮັດ ງານທຳມີລາຍໄດ້ເຂົ້າຄອບຄົວ ເໝືອນດັ່ງສວນດອກໄມ້ງາມຟາມ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຂອງ ນະຄອນຫລວງວຽງຈັນ ທີ່ກໍາໄດ້ ຮັບຄວາມນິຍົມຊົມຊອບ ເນື່ອງ ຈາກວ່າສະຖານທີ່ແຫ່ງນີ້ ຢູ່ໃກ້ ກັບຕົວເມືອງການໄປ, ການມາກໍ່ ສະດວກສະບາຍ ມີດອກໄມ້ຫລາຍ ສາຍພັນ ທີ່ປູກປະດັບປະດາຢ່າງ ເປັນລະບຽບຮຽບຮ້ອຍໃນເນື້ອ ທີ່ ເຮັກຕາ ໄວ້ຄ່ອຍບໍລິການ ນັກທ່ອງທ່ຽວເຂົ້າມາທ່ຽວ ເຊິ່ງ ສາມາດສ້າງລາຍຮັບຫລາຍລ້ານ ກີບຕໍ່ມື້. ທ່ານ ນາງ ອຸໄລພອນ ວົງ ຄໍາມຸນຕີ ເຈົ້າຂອງສວນດອກໄມ້ ງາມຟາມໄດ້ໃຫ້ສຳພາດຕໍ່ນັກ ຂ່າວສຳນັກຂ່າວສານປະເທດ ລາວວ່າ: ຈຸດເລີ່ມຕົ້ນ ຂອງສວນ ດອກໄມ້ງາມຟາມ ຍ້ອນເມື່ອ ກ່ອນຕົນເອງກໍເຮັດສວນດອກໄມ້ ປູກດອກດາວເຮືອງຂາຍໃນວັນ ສິນ, ງານດອງຢູ່ແລ້ວ ແລະ ດ້ວຍ ຄວາມມັກໃນການເຮັດກະສິກຳ ຢູ່ແລ້ວ ກໍຄືປູກດອກໄມ້ ຈຶ່ງເປັນ ແຮງບັນດານໃຈໃນການປູກ. ອີກ ຢ່າງໜຶ່ງ ຍ້ອນເຫັນວ່າປະຊາຊົນ ຢູ່ບໍລິເວນນີ້ ນິຍົມປູກດອກດາວ ເຮືອງພື້ນບ້ານເຊິ່ງມັນຢູ່ບໍ່ໄດ້ດົນ ຈຶ່ງມີແນວຄວາມຄິດຢາກປູກ ດອກໄມ້ພັນຕ່າງໆທີ່ມັນຢູ່ໄດ້ດົນ ຈຶ່ງປຶກສາກັບໝູ່ທີ່ເພີ່ນຮຽນຈົບ ດ້ານການກະເສດມາຈາກປະເທດ ຍີ່ປຸ່ນ ສຶກສາເອົາດອກໄມ້ທີ່ຢູ່ ໄດ້ດົນເຂົ້າກັບອາກາດບ້ານເຮົາ ແລະ ດອກໃຫຍ່ ມາພັດທະນາ ປູກໃນສວນເຫັນວ່າໄດ້ຮັບຜົນດີ ຈຶ່ງເຮັດເປັນສວນຟາມ ດອກໄມ້ ແຫ່ງນີ້ຂຶ້ນ. ພ້ອມນັ້ນກໍຍັງໄດ້ ແນະນໍາວິທີການປູກສໍາລັບຄົນທີ່ ສົນໃຈໃນການປູກດອກໄມ້ ໂດຍ ສະເພາະແມ່ນດອກດາວເຮືອງ. ກ່ອນຈະເປີດສ່ວນດອກໄມ້ງາມ ຟາມນີ້ ຕົນເອງລິເລີ່ມຈາກປະສົບ ການເຮັດສວນດອກດາວເຮືອງ ເປັນເວລາຫລາຍປີມາແລ້ວບວກ ກັບການສຶກສາດອກໄມ້ຊະນິດ ອື່ນໆນຳພ້ອມ ຈຶ່ງໄດ້ປູກດອກ ຕາເວັນ, ດອກ ປີ ຫລື ວ່າສ້ອຍ ໄກ່ເສີມ. ເມື່ອປີຜ່ານມາ ເຫັນວ່າມີ ຄວາມສວຍງາມ ຈຶ່ງເປີດບໍລິການ ໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມ ຄວາມສວຍງາມຂອງດອກໄມ້ ເຊິ່ງພາຍຫລັງເປີດສວນເຫັນວ່າ ມີນັກທ່ອງທ່ຽວຫລ່ັງໄຫລເຂົ້າມາ ເປັນຈໍານວນຫລວງຫລາຍ ໂດຍ ສະເພາະແມ່ນໄລຍະແລງໆ, ວັນ ເສົາ, ວັນທິດ ນັກທ່ອງທ່ຽວ ຈະ ມາເລາະຖ່າຍຮູບ, ນັ່ງພັກຜ່ອນ ຢອນໃຈກິນອາຫານແຊບໆ, ຟັງ ເພງມ່ວນໆ ຈາກການບໍລິການ ທາງຮ້ານພວກເຮົາ ເພື່ອເຮັດໃຫ້ ລູກຄ້າສົດຊື່ນ, ແຈ່ມໃສ ຄາຍ ຄວາມອິດເມື່ອຍຈາກການເຮັດ ວຽກງານ. ນອກນັ້ັນ, ໃນສວນ ຍັງໄດ້ແບ່ງເຂດດອກໄມ້ເພື່ອຖ່າຍ ຮູບ, ມີສະຖານທີ່ກິດຈະກິດໃຫ້ ເດັກນ້ອຍຫລິ້ນ ແລະ ທີ່ສຳຄັນ ທາງສວນຍັງໄດ້ເປີດໃຫ້ຄວາມ ຮູ້ສຳລັບຜູ້ທີ່ຕ້ອງການຮຽນຮູ້ ເພື່ອໄປປະກອບອາຊີບ, ໃນນັ້ນ ທາງສວນກໍຍັງມີດອກໄມ້ໄວ້ ຈຳໜ່າຍໃຫ້ລູກຄ້ານຳອີກ. ຈຸດ ພິເສດທາງສວນຫລັກໆແມ່ນເນັ້ນ ກຸ່ມລູກຄ້າທີ່ເປັນຄອບຄົວ ເພາະ ຈະມີບ່ອນຫລີ້ນເດັກນ້ອຍ, ມີ ກິດຈະກຳໃຫ້ເດັກນ້ອຍລະບາຍສີ ¼ຶກສະມາທິໃຫ້ເດັກນ້ອຍບໍ່ຫລິ້ນ ໂທລະສັບຕະຫລອດເວລາ ແລະ ກໍມີດອກໄມ້ງາມໆໄວ້ໃຫ້ລູກຄ້າ ໄດ້ຖ່າຍຮູບ. ສໍາລັບ ການບໍລິການຄ້າເຂົ້າ ສວນ ຜູ້ໃຫຍ່ ແມ່ນ 20.000 ກີບ, ເດັກນ້ອບແມ່ນບໍ່ໄດ້ເສຍຄ່າເຂົ້າ, ສ່ວນອາຫານຂອງຮ້ານບໍ່ຫລາກ ຫລາຍມີແຕ່ປະເພດ ຈືນປີກໄກ່, ຂາໄກ່, ລູກຊີ້ນ, ຮÜ ອດດÜ ອກ, ປີ້ງ ເປັດ ແລະ ປະເພດຕໍາ ຈະມີເທົ່າ ນີ້ບໍ່ຫລາຍເພາະເຮົາຈະຖະນັດ ເລື່ອງສວນຫລາຍກວ່າ. ນອກ ຈາກນີ້ແລ້ວ ສວນເຮົາຍັງມີເບ້ຍ ດອກດາວເຮືອງຂາຍ ເບ້ຍລະ 1.000 ກີບ ເຊິ່ງມື້ໜຶ່ງ ຈະໄດ້ ຂາຍເບ້ຍດອກດາວເຮືອງປະມານ 400-500 ເບ້ຍຕໍ່ມື້ ສ້າງລາຍ ຮັບຫລາຍລ້ານກີບຕໍ່ມື້ ເຊິ່ງຈຸດນີ້ ມັນໄດ້ສ້າງຜົນດີຫລາຍຢ່າງບໍ່ວ່າ ຈະເປັນສູນສຶກສາຮຽນຮູ້ ສໍາລັບ ຄົນທີ່ມີຄວາມສົນໃຈປູກດອກໄມ້ ປະດັບ, ອັນທີສອງແມ່ນປະກອບ ສ່ວນສ້າງວຽກເຮັດງານທໍາໃຫ້ ປະຊາຊົນ ເນື່ອງຈາກວ່າ ສວນ ເຮົາ ກໍມີທັງພະນັກງານປະຈໍາ ແລະ ພະນັກງານເສີມເປັນບາງ ຄັ້ງຄາວ. ທ່ານ ນາງ ອຸໄລພອນ ເວົ້າ ຕື່ມວ່າ: ສໍາລັບການເປີດສວນ ດອກໄມ້ ແມ່ນຈະເປີດລະດູດຽວ ຄື ໄລຍະລະດູໜາວ, ສ່ວນໄລຍະ ລະດູຮ້ອນຈະປິດ ເພາະອາກາດ ຮ້ອນຫລາຍເຮັດໃຫ້ຕົ້ນດອກໄມ້ ຍຸບຈະບໍ່ງາມ. ສະນັ້ນ, ຈຶ່ງເລືອກ ເປີດບໍລິການແຕ່ລະດູໜາວຈະ ເໝາະສົມກວ່າລະດູຮ້ອນ. ສໍາລັບ ທ່ານໃດທີ່ສົນໃຈ ທີ່ ກໍາລັງເບິ່ງຫາສະຖານທີ່ພັກຜ່ອນ ຢ່ອນໃຈ ທີ່ສວຍງາມໃກ້ຕົວເມືອງ ຢາກຂໍແນະນໍາສວນດອກໄມ້ງາມ ຟາມເລີຍ ຮັບຮອງວ່າບໍໍ່ຜິດຫວັງ ແນ່ນອນສະຖານທີ່ຕັ້ງຢູ່ທາງ 450 ບ້ານນາບຽນ ເມືອງໄຊເສດ ຖາ ນະຄອນຫລວງວຽງຈັນ ຫລື ສອບຖາມລາຍລະອຽດໄດ້ທີ່ເບີ 020 580 4 9.
RkJQdWJsaXNoZXIy MTc3MTYxMQ==