xtgmf]k; 3 27/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ຕໍ່ຈາກໜ້າ 1 *** ບົດສະເໜີ ຮິບໂຮມໂດຍ: ພະກາ 7eG lvf{sh vp{Ih vp .orklk]k; ltstra ode,t[ko]k; pq dl6 '[q f[kf dkooerk0v'ra d 8ts]vfw]pt 70 xu ຂ່າວ: ທະນູທອງ ຢ່າງໃດກໍ່ຕາມ, ເຖິງແມ່ນວ່າ ການຮ້ອງຂໍນີ້ຈະບໍ່ສໍາເລັດແຮງ ງານຍິງຫລາຍຮ້ອຍຄົນຖືກຈັບ. ແຕ່ເຮັດໃຫ້ແມ່ຍິງໃນທົ່ວໂລກສະ ໜັບສະໜູນການກະທໍາດັ່ງກ່າວ ແລະ ເຮັດໃຫ້ແມ່ຍິງທົ່ວໂລກຮູ້ເຖິງ ສິດທິຂອງເຂົາເຈົ້າຫລາຍຂຶ້ນ.ໃນ ວັນທີ 8 ມີນາ 1908, ແຮງງານຍິງ ຫລາຍກວ່າ 15.000 ຄົນ ໄດ້ຮ່ວມ ເດີນຂະບວນທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ເຊົາໃຊ້ແຮງງານເດັກ ໂດຍມີຄໍາຂວັນວ່າ “ເຂົ້າຈີ່ ແລະ ດອກກຸຫລາບ” ໝາຍເຖິງການໄດ້ ຮັບອາຫານທີ່ພຽງພໍ ແລະ ຄຸນນະ ພາບຊີວິດທີ່ດີຂຶ້ນນັ້ນເອງ. ຈົນມາຮອດວັນທີ 8 ມີນາ 1910, ຄວາມພະຍາຍາມຂອງ ກໍາມະກອນຍິງກຸ່ມນີ້ກໍ່ໄດ້ຮັບຜົນ ສໍາເລັດ. ເມື່ອມີຜູ້ຕາງໜ້າແມ່ຍິງ ຈາກ17ບັນດາປະເທດໄດ້ເຂົ້າຮ່ວມ ກອງປະຊຸມສະມາຄົມສະຕີສັງຄົມ ນິຍົມ ຄັ້ງທີ 2 ຢູ່ເມືອງໂກເປນຮາກ ປະເທດດານມາກ, ໂດຍໃນທີ່ປະຊຸມ ໄດ້ປະກາດຮັບຮອງຂໍ້ຮຽກຮ້ອງ ຂອງບັນດາກໍາມະກອນຍິງຄື: ຕ້ອງ ອະນຸຍາດໃຫ້ພວກເຂົາຫລຸດເວລາ ເຮັດວຽກເຫລືອ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກສາຫາຄວາມຮູ້ ເພື່ອ ພັດທະນາສັກກະຍະພາບຂອງຕົນ ເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງ ເປັນເວລາພັກຜ່ອນພ້ອມ ກັນນີ້ຍັງໄດ້ປັບເງິນຄ່າແຮງງານ ຂອງແມ່ຍິງໃຫ້ເທົ່າກັບແຮງງານ ຊາຍ ແລະ ຍັງມີການຄຸ້ມຄອງສະ ຫວັດດີແມ່ຍິງ ແລະ ແຮງງານເດັກ. ທັງນີ້ຍັງໄດ້ຮັບຮອງ ຂໍ້ສະເໜີຂອງ Clara Setkin ດ້ວຍການກໍານົດ ໃຫ້ວັນທີ 8 ມີນາຂອງທຸກປີ ເປັນ ວັນແມ່ຍິງສາກົນ. ເພື່ອກະກຽມຄວາມພ້ອມ ໃຫ້ແກ່ ການສະເຫລີມສະຫລອງວັນແມ່ ຍິງສາກົນ ຄົບຮອບ 115 ປີ ໃຫ້ມີ ເນື້ອໃນຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນກວ້າງຂວາງໃນທົ່ວ ປະເທດ, ຄະນະນຳສູນກາງສະຫະ ພັນແມ່ຍິງລາວ ໄດ້ສ້າງແຜນງານ, ແຜນກິດຈະກໍາລະອຽດເຊັ່ນ: ໄດ້ ອອກແຈ້ງການເຖິງ ຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງ ລາວ, ຄະນະປະທານສະຫະພັນແມ່ ຍິງບັນດາແຂວງ, ນະຄອນຫລວງ ວຽງຈັນ, ກະຊວງ-ອົງການ ຂັ້ນສູນ ກາງ ສະບັບເລກທີ 91/ສສຍລ, ລົງ ວັນທີ 10 ກຸມພາ 2025 ກ່ຽວກັບ ການສ້າງຂະບວນການ ແລະ ການ ຈັດຕັ້ງສະເຫລີມສະຫລອງວັນ ແມ່ຍິງສາກົນ (ວັນທີ 08 ມີນາ 2025) ຄົບຮອບ 115 ປີ ພາຍໃຕ້ ຄໍາຂວັນ: “ສິດທິ, ຄວາມສະເໝີ ພາບ ແລະ ຄວາມເຂັ້ມແຂງ ເພື່ອ ແມ່ຍິງ ແລະ ເດັກຍິງທຸກຄົນ” ໃຫ້ ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດປາ ຖະກະຖາຫວນຄືນປະຫວັດຄວາມ ເປັນມາ ຂອງວັນແມ່ຍິງສາກົນ ຕິດ ພັນກັບການສະຫລຸບການເຄື່ອນ ໄຫວວຽກງານພົວພັນຮ່ວມມືກັບ ຕ່າງປະເທດ ໃນ 1 ປີ ທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ; ຈັດກອງປະຊຸມ, ສຳມະ ນາ ທີ່ພົວພັນເຖິງການພັດທະນາ, ການປົກປ້ອງສິດຜົນປະໂຫຍດອັນ ຊອບທຳຂອງແມ່ຍິງ, ກົດໝາຍ ພັດທະນາ ແລະ ປົກປ້ອງແມ່ຍິງ- ເດັກນ້ອຍ, ກົດໝາຍວ່າດ້ວຍສະຫະ ພັນແມ່ຍິງລາວ, ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຄວາມ ສະເໝີຍິງ-ຊາຍ ແລະ ຖະແຫລງ ການປັກກິ່ງ 12 ຂົງເຂດທີ່ໜ້າ ເປັນຫ່ວງ; ຈັດກິດຈະກຳສົ່ງເສີມ ວັດທະນະທຳ ຮີດຄອງປະເພນີທີ່ ເປັນເອກະລັກ ທີ່ຕິດພັນກັບການ ທ່ອງທ່ຽວ ແລະ ການປົກປັກຮັກສາ ສິ່ງແວດລ້ອມ; ສ້າງຂະບວນການ ແຂ່ງຂັນສິລະປະ-ວັນນະຄະດີ, ກິລາປະເພດຕ່າງໆ, ຂະບວນການ ອອກແຮງງານ, ການວາງສະແດງ ຜະລິດຕະພັນຫັດຖະກຳ, ຜົນຜະລິດ ກະສິກຳ ຕາມຄວາມສາມາດ ແລະ s;o7n oxts;a f7;k,gxa o,k 0v';a oc,j py 'lkdq o (ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 115 ວັນທີ 8 ມີນາ 1910 - ມີນາ 2025 ) ຈຸດພິເສດຕົວຈິງຂອງແຕ່ລະພາກ ສ່ວນ; ກິດຈະກຳຖາມ-ຕອບຄວາມ ຮູ້ຮອບຕົວ, ຄວາມຮູ້ກ່ຽວກັບວຽກ ງານແມ່ຍິງ ແລະ ປະຫວັດມູນເຊື້ອ ວັນແມ່ຍິງສາກົນ ແລະ ກິດຈະກໍາ ອື່ນໆຕາມຄວາມເໝາະສົມ. ສຳລັບສູນກາງສະຫະພັນ ແມ່ ຍິງລາວ ຈະໄດ້ຈັດກິດຈະກໍາຫລັກ ເພື່ອເປັນການສະເຫລີມສະຫລອງ ວັນແມ່ຍິງສາກົນ 8 ມີນາ 2025 ປະກອບມີ: ຍ່າງເພື່ອສຸຂະພາບ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມ ສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ຊຶ່ງຈະຈັດຂຶ້ນໃນວັນທີ 1 ມີນາ 2025 ທີ່ສວນປະຕູໄຊ; ສຳມະນາ ພາຍໃຕ້ຄໍາຂວັນ: ສໍາລັບແມ່ຍິງ ແລະ ເດັກຍິງທຸກຄົນ: ສິດທິ, ຄວາມ ສະເໝີພາບ ແລະ ການເສີມສ້າງ ອໍານາດ ຊຶ່ງຈະຈັດຂຶ້ນໃນວັນທີ 5 ມີນາ 2025. ທັງນີ້, ກໍເພື່ອເຮັດໃຫ້ ທົ່ວສັງຄົມ ມີຄວາມຮັບຮູ້ເຂົ້າໃຈ, ພ້ອມທັງເປັນເຈົ້າການຍາດແຍ່ງ ເອົາທິດຊີ້ນໍາຈາກຄະນະພັກ, ການ ສ້າງເງື່ອນໄຂ, ກາລະໂອກາດຈາກ ອົງການປົກຄອງແຕ່ລະຂັ້ນ, ການ ຮ່ວມໄມ້ຮ່ວມມືຈາກເພດຊາຍໃນ ຄອບຄົວແລະການຈັດຕັ້ງ, ການສະ ໜັບສະໜູນຊ່ວຍເຫລືອຈາກທຸກໆ ພາກສ່ວນ ໃນສັງຄົມທັງພາຍໃນ ແລະ ສາກົນ; ເຂົ້າຮ່ວມຂະບວນ ການພັດທະນາຕົນເອງ, ພັດທະນາ ຄອບຄົວ, ພັດທະນາການຈັດຕັ້ງ, ພັດທະນາປະເທດຊາດ ແລະ ເສີມ ຂະຫຍາຍໄດ້ຄຸນລັກສະນະທີ່ເປັນ ມູນເຊື້ອ ອັນດີງາມຂອງແມ່ຍິງລາວ ເຂົ້າໃນການດຳລົງຊີວິດໃນເງື່ອນ ໄຂໃໝ່, ປະກອບສ່ວນຊຸກຍູ້ສົ່ງເສີມ ໃຫ້ແມ່ຍິງ ໄດ້ສ້າງຄວາມເຊື່ອໝັ້ນ ແລະ ຖືສຳຄັນຕໍ່ບົດບາດຂອງແມ່ ຍິງ ໃນການເຂົ້າຮ່ວມປະຕິບັດໜ້າທີ່ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ກໍຄື ການປະຕິບັດ ນະໂຍບາຍຂອງພັກ-ລັດ ແລະ ແຜນ ພັດທະນາແມ່ຍິງລາວ. *** ຕໍ່ຈາກສະບັບກ່ອນ *** ພາບປະກອບ ສະຫາຍ ນາງ ອາລິຍາວັນ ອັກ ຄະວົງ ຮອງເລຂາຄະນະບໍລິຫານ ງານພັກ, ຮອງປະທານສູນກາງ ສະຫະພັນກໍາມະບານລາວ ໄດ້ໃຫ້ ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນ ມາ ນີ້ ໂດຍໄດ້ຕີລາຄາ ແລະ ຍົກສູງ ບົດບາດການນຳພາຂອງພັກ ຕະ ຫລອດໄລຍະ 70 ປີ ຜ່ານມາ ເຊິ່ງ ພັກປະຊາຊົນປະຕິວັດລາວ ແມ່ນ ກອງນໍາໜ້າ ທີ່ມີການຈັດຕັ້ງ ແລະ ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ເປັນຕົວ ແທນ ທີ່ຈົງຮັກພັກດີຢ່າງສະເໝີ ຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນ ປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ປວງ ຊົນລາວທັງຊາດ. ພັກປະຊາຊົນ ປະຕິວັດລາວ ແມ່ນພັກກຳອໍາ ນາດ ເປັນແກນນໍາໃນລະບົບການ ເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ນໍາພາປະຊາຊົນບັນດາ ເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕາມຈຸດໝາຍ ສັງຄົມນິຍົມ. ໃນຕະຫລອດໄລຍະ 70 ປີ ທີ່ຜ່ານມາ ພັກໄດ້ມີຜົນງານ ອັນໃຫຍ່ຫລວງ ໃນການຫັນປ່ຽນ ໃໝ່ ໃນການນໍາພາຂອງຕົນ ໃຫ້ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງປະເທດຊາດ ແລະ ສາກົນ ໂດຍມີແນວທາງປ່ຽນແປງໃໝ່ ຮອບດ້ານ ຢ່າງມີຫລັກການຂອງ ພັກ ເຊິ່ງເຮັດໃຫ້ປະເທດຊາດ ມີ ເອກະລາດ, ມີສະຖຽນລະພາບ ທາງດ້ານການເມືອງ, ອໍານາດ ແລະ ອະທິປະໄຕ ປົກປັກຮັກສາ ຜືນແຜ່ນດິນອັນຄົບຖ້ວນຂອງປະ ເທດຊາດ ໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ-ສັງຄົມ ໄດ້ສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຫັນ ເປັນອຸດສາຫະກໍາ ແລະ ທັນສະໄໝ, ສິດເປັນເຈົ້າຂອງປະເທດຊາດ ຂອງ ພະນັກງານ-ລັດຖະກອນ, ກຳມະ ກອນ ແລະ ປະຊາຊົນ ຜູ້ອອກແຮງ ງານລາວບັນດາເຜົ່າ ໄດ້ຮັບການ ເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ຄວາມສາມັກຄີພາຍໃນພັກ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງ ປວງຊົນລາວທັງຊາດ ໄດ້ມີຄວາມ ໜັກແໜ້ນເຂັ້ມແຂງ, ຊີວິດການ ເປັນຢູ່ຂອງປະຊາຊົນ ໄດ້ຮັບການ ປັບປຸງພັດທະນາດີຂຶ້ນ, ບັນຫາທີ່ ສໍາຄັນ ທີ່ຕັ້ງບົດບາດ ແລະ ອິດທິ ພົນ ຂອງປະເທດຊາດ ໄດ້ຮັບການ ເຊີດຊູໃຫ້ສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ສະຫາຍ ນາງ ອາລິຍາວັນ ອັກ ຄະວົງ ຍັງໃຫ້ຮູ້ອີກວ່າ: ຄະນະບໍລິ ຫານງານພັກ ສູນກາງສະຫະພັນ ກໍາມະບານລາວ ໄດ້ເອົາໃຈໃສ່ ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຄັ້ງທີ XI ແລະ ມະຕິກອງປະ ຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິ ຫານງານພັກ ສູນກາງສະຫະພັນ ກໍາມະບານລາວ ໄດ້ນໍາພາ-ຊີ້ນໍາ ສະຫະພັນກໍາມະບານ ແຕ່ລະຂັ້ນ ເປັນເຈົ້າການຍົກສູງບົດບາດ ແລະ ເຄື່ອນໄຫວວຽກງານຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເຊິ່ງສະແດງອອກໃຫ້ເຫັນເຖິງຜົນ ງານອັນພົ້ນເດັ່ນ ໂດຍສະເພາະ ສະຫະພັນກໍາມະບານລາວ ໄດ້ມີ ກົດໝາຍ, ກົດລະບຽບໃນແຕ່ລະ ໄລຍະ, ມີນິຕິກໍາ ໃນການເຄື່ອນ ໄຫວ, ມີການຈັດຕັ້ງຄົບຊຸດ ນັບ ແຕ່ສູນກາງລົງຮອດກຳມະບານ ຮາກຖານ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານ ໃນ ຂົງເຂດລັດບໍລິຫານ ແລະ ຫົວໜ່ວຍ ແຮງງານ, ເຮັດໜ້າທີ່ໃນການປົກ ປ້ອງສະມາຊິກກຳມະບານ, ກຳມະ ກອນ ແລະ ຜູ້ອອກແຮງງານ ທາງ ດ້ານສິດຜົນປະໂຫຍດ, ຍົກລະດັບ ຊີວິດການເປັນຢູ່ຂອງສະມາຊິກ ກຳມະບານ, ກຳມະກອນ ໂດຍສະ ເພາະແມ່ນນໍາສະເໜີຂຶ້ນຄ່າແຮງ ງານຂັ້ນຕໍ່າໃນແຕ່ລະໄລຍະ ແລະ ອຸດໜູນຄ່າຄອງຊີບ ຕໍ່ລັດຖະບານ ແລະ ປະກາດໃຫ້ຈັດຕັ້ງປະຕິບັດ ໃນປີ 2024 ເປັນຕົ້ນມາ, ສ້າງສາຍ ພົວພັນແຮງງານທີ່ດີ ລະຫວ່າງ ຜູ້ ໃຊ້ແຮງງານ ກັບຜູ້ອອກແຮງງານ ໃຫ້ມີຄວາມກົມກຽວ ເພື່ອຫລີກເວັ້ນ ຈາກການເອົາລັດເອົາປຽບ, ຮັກ ແພງສາມັກຄີ ເພື່ອບັນລຸຕາມແຜນ ການຜະລິດແນໃສ່ພັດທະນາເສດ ຖະກິດຂອງຊາດ. ເພື່ອສືບຕໍ່ຮໍ່າຮຽນເອົາບົດຮຽນ ການນໍາພາຂອງພັກ, ກໍາແໜ້ນ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ນັ້ນ, ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ສະມາຊິກກຳມະບານ, ກຳ ມະກອນ ແລະ ຜູ້ອອກແຮງງານ ລາວບັນດາເຜົ່າ ຕ້ອງເຊື່ອມຊຶມ ແລະ ເຂົ້າໃຈວ່າ ໃນຕະຫລອດໄລ ຍະ 70 ປີ ທີ່ພັກເຮົາໄດ້ຮັບການ ສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍ ຕົວ ແລະ ນໍາພາການປະຕິວັດຈົນ ມາເຖິງປັດຈຸບັນ ພັກໄດ້ຮັກສາຄຸນ ທາດການເມືອງ, ທາດແທ້ປະຕິວັດ ວິທະຍາສາດ; ຍຶດໝັ້ນລັດທິມາກເລນິນ, ແນວຄິດ ໄກສອນ ພົມວິ ຫານ, ມູນເຊື້ອອັນດີງາມຂອງພັກ ຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ, ພວກເຮົາຕ້ອງເປັນ ກໍາລັງແຮງໃຫ້ແກ່ພັກ, ເຊື່ອໝັ້ນ ຢ່າງໜັກແໜ້ນຕໍ່ການນໍາຂອງພັກ ເພາະພາລະກໍາປະຫວັດສາດອັນ ໃຫຍ່ຫລວງ, ຮອບດ້ານ, ໜັກໜ່ວງ ແລະ ຍາວນານ ຂອງພັກ ແມ່ນສືບ ຕໍ່ຍຶດໝັ້ນແນວທາງປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການຂອງ ພັກ; ສ້າງການຫັນປ່ຽນໃໝ່ທີ່ແຂງ ແຮງເລິກເຊິ່ງ ແລະ ຮອບດ້ານໃຫ້ ແກ່ການບູລະນະລະບອບປະຊາທິ ປະໄຕ ປະຊາຊົນ ໃຫ້ກ້າວເດີນໄປ ສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກ ແໜ້ນ ເຮັດໃຫ້ປະເທດຊາດ ມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກ ແຜ່ນ, ປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ. ໂອກາດນີ້, ສະຫາຍ ນາງ ອາ ລິຍາວັນ ອັກຄະວົງ ຍັງໄດ້ສະແດງ ຄວາມຈາລຶກ ແລະ ຮູ້ບຸນຄຸນ ຕໍ່ບັັນ ດາຜູ້ນໍາຮຸ່ນກ່ອນ ແລະ ປັດຈຸບັນ ທີ່ໄດ້ສຸມສະຕິປັນຍາເຫື່ອແຮງ, ຄວາມເສຍສະລະ, ບົດຮຽນ, ປະ ສົບການຕ່າງໆ ເຂົ້າໃນການປະຕິ ບັດໜ້າທີ່ການເມືອງອັນສູງສົ່ງ ເຮັດໃຫ້ປະເທດຊາດມີສະຖຽນລະ ພາບທາງດ້ານເມືອງ, ສັງຄົມມີ ຄວາມສະຫງົບ, ເສດຖະກິດຂະ ຫຍາຍຕົວ ແລະ ປວງຊົນທັງຊາດ ມີຄວາມຢູ່ເຢັນເປັນສຸກ. ພ້ອມທັງ ອວຍພອນໃຫ້ຄະນະນໍາຂັ້ນສູງ ພັກ, ລັດ ຈົ່ງມີພະລານະໄມທີ່ສົມບູນ, ສຸກກາຍສຸກໃຈ ສືບຕໍ່ນໍາພາ ແລະ ກໍ່ສ້າງປະເທດຊາດ ໃຫ້ມີຄວາມ ຈະເລີນຮຸ່ງເຮືອງກ້າວຂຶ້ນຕາມຈຸດ ໝາຍທີ່ພັກເຮົາວາງໄວ້. * ສັງຄົມນັບມື້ພັດທະນາ , ພາສາ ກໍ່ມີການພັດທະນາ ຕາມ ກະແສຟອງຂອງຍຸກສະໄໝ ເພືື່ອ ຮັບໃຊ້ການຄົບຄ້າສະມາຄົມ ກໍ່ຄື ການພັດທະນາຊາດບ້ານເມືອງ. ຄໍາສັບບາງຄໍາເຄີຍໃຊ້ໃນສະໄໝ ໜຶ່ງຫລາຍ, ແຕ່ຕົກມາອີກໄລຍະ ປະຫວັດໜຶ່ງກໍອາດໃຊ້ໜ້ອຍລົງ ຕາມຄວາມຕ້ອງການຕົວຈິງ ຫລື ອາດມີການປ່ຽນຮູບຄໍາ ຫລື ມີການ ສ້າງຄໍາຂຶ້ນມາໃໝ່... ຄໍາ “ສອດ” ເປັນຄໍາກໍາມະ ຫລື ກິລິຍາ ໝາຍເຖິງ ເອົາລອດໄປທາງ ໃຕ້ ຫລື ໃນລະຫວ່າງ, ຮ້ອຍ, ໃສ່, ເໜັບ, ຂັດ, ສ່ອງ, ເບິ່ງ, ລອບ. ຄໍາ “ຫ້ອຍ” ເປັນຄໍາກໍາມະ ໝາຍເຖິງ ເອົາສາຍ ຫລື ງວງຄ້ອງ ແຂວນໄວ້, ແຂວນຕິດໄວ້, ຕິດຕາມ ເປັນຫ່ວງນໍາສະເໝີ ເຊັ່ນ ຕິດຕ້ອຍ ຫ້ອຍຕາມ. ສ່ວນຄໍາ: “ຮ້ອຍ” ເປັນຄໍາ ນາມ ໝາຍເຖິງ ມາດຕາຊັ່ງນໍ້າໜັກ ແບບບູຮານ ຄືນໍ້າໜັກສິບບາດ ເປັນ ໜຶ່ງຮ້ອຍ. ເຮັດໜ້າທີ່ເປັນຄໍານາມ, “ຮ້ອຍ” ຍັງໝາຍເຖິງ ຫົວໜ້າ, ປະທານ, ຜູ້ໃຫຍ່ ຜູ້ທີ່ຄະນະເລືອກ ໃຫ້ເປັນໃຫຍ່ ໃນເວລາໄປຊື້ຂາຍ ຕ່າງຖິ່ນ ຮຽກນາຍຮ້ອຍ(ສະໄໝ ບູຮານ). ຄໍາວ່າ ຮ້ອຍ ເປັນຄຸນນາມ ຫລື ວິເສດ ໝາຍເຖິງ ນັບສິບເຖິງສິບ ເທື່ອ ເປັນຮ້ອຍ, ເລກຮ້ອຍ ກໍ່ວ່າ. “ຮ້ອຍ” ເປັນກໍາມະ ໝາຍເຖິງ ເອົາເຂັມທີ່ໃສ່ໄໝຫຍິບແລ້ວສອດ ຫຍິບເຂົ້າໃສ່ກັນ ເອີ້ນຮ້ອຍເຂົ້າ ໃສ່ກັນ ເຊັ່ນ ຮ້ອຍດອກໄມ້... ຄໍາສອງພະຍາງ ທີ່ມີຄໍາວ່າ “ສອດ” ເປັນພະຍາງໜ້າ ມີເຊັ່ນ: ສອດສ່ອງ ເປັນກໍາມະໝາຍເຖິງ ພິຈາລະນາເບິ່ງໃຫ້ລະອຽດຖີ່ຖ້ວນ, ຄິດໄປຄິດມາໃຫ້ຄັກແນ່. ຄໍາ “ສອດ ແສ້ວ” ເປັນກໍາມະ ໝາຍເຖິງ ລັກ ລອບໄປ, ບິນສົນໄປສວນມາ. “ສອດແນມ” ເປັນກໍາມະ ໝາຍ ເຖິງ ສືບຫາຄວາມລັບ, ສືບຫາເຫດ ຮ້າຍ, ລັກລອບແນມເບິ່ງ. ນອກນັ້ນ ຍັງມີຄໍາສັບທີ່ມີຄວາມ ໝາຍທາງດ້ານການເມືອງ-ສັງຄົມ ເຊັ່ນ “ສອດຫ້ອຍ” ເຊິ່ງມີການ ໃຊ້ຢູ່ໃນບົດລາຍງານວຽກງານ ມີລັກສະນະການເມືອງ ກໍ່ຄືບໍລິ ບົດທາງສັງຄົມ ອັນໝາຍເຖິງ ວຽກງານໃດໜຶ່ງທີ່ໄດ້ເຮັດໄປ ຄຽງຄູ່ກັບວຽກງານອື່ນໆກົມກຽວ ດັ່ງວຽກງານພັດທະນາຊາວໜຸ່ມ ໄດ້ສອດຫ້ອຍຢູ່ໃນທຸກຂົງເຂດ ວຽກງານ... ດັ່ງນັ້ນ ຈຶ່ງໄດ້ນໍາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.
RkJQdWJsaXNoZXIy MTc3MTYxMQ==