lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 27/02/2025 xtgmf]k; ]k;{g0fxq d7v'8q ogv'-q ogzqj k9h ;'d;k'-u sk]n lqj 'glu ,dkoIj ;,,n lv'/j kp ທົດລອງສະແດງສິລະປະ... ຮອງນາຍົກລັດຖະມົນຕີ ເຂົ້າ... ລັດຖະມົນຕີກະຊວງການຕ່າງ... ຮອງນາຍົກລັດຖະມົນຕີ... ຂປລ. ໃນວັນທີ 24 ກຸມພາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງ ພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ເປັນ ເຈົ້າພາບຈັດງານລ້ຽງອາຫານຄໍ່າ ແລະ ພົບປະເຮັດວຽກກັບສະຫາຍ ເສີນ ກ່າງ ເລຂາຄະນະພັກ, ປະທານ ສະພາປະຊາຊົນເຂດປົກຄອງຕົນ ເອງຊົນເຜົ່າຈ້ວງກວາງຊີ ແລະ ຄະ ນະໃນໂອກາດເດີນທາງມາຢ້ຽມ ຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ກຸມພາ 2025. ໂອກາດດັ່ງກ່າວ, ສອງຝ່າຍໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການພົວ ພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວຈີນ, ຈີນ-ລາວ ກໍຄື ການພົວພັນ ຮ່ວມມືລະຫວ່າງເຂດກວາງຊີ ກັບ ສປປ ລາວ ທີ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດເປັນ ກ້າວໆມາ ໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດສັນຍາຮ່ວມມືສອງ ຝ່າຍລະຫວ່າງຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ຄະນະພັກ ກອມມູນິດຈີນ ເຂດກວາງຊີ ໄລຍະ ປີ 2023-2025. ພ້ອມນັ້ນ, ສອງ ຝ່າຍຍັງໄດ້ປຶກສາຫາລື ແລະ ແລກ ປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເພື່ອ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ໃນຕໍ່ໜ້າ ໂດຍສະເພາະແມ່ນການ ຂຸດຄົ້ນບັນດາທ່າແຮງບົ່ມຊ້ອນ, ການຮ່ວມມືດ້ານເສດຖະກິດ, ການ ຄ້າ-ການລົງທຶນ ແລະ ຂົງເຂດອື່ນໆ ຂປລ. ໃນວັນທີ25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມ ຕາງໜ້າທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາ ຄົດອາຊຽນ ຄັ້ງທີ2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນໃຫ້ເປັນປຶກແຜ່ນ, ທົ່ວ ເຖິງ ແລະ ເຂັ້ມແຂງໃນທ່າມກາງ ໂລກທີ່ພວມຜັນແປ” ຢູ່ຮ່າໂນ້ຍ ສສ ຫວຽດນາມ ໂດຍການເປັນປະທານ ຂອງທ່ານ ຟ້າມ ມິງ ຈິງ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ. ກອງປະຊຸມເວທີອະນາຄົດອາ ຊຽນ ແມ່ນຂໍ້ລິເລີ່ມຂອງຫວຽດ ນາມ ຈັດຂຶ້ນເພື່ອລະດົມຄວາມຄິດ ຄວາມເຫັນຈາກພາກລັດ ກໍຄື ບັນດາ ຜູ້ນຳ, ພາກເອກະຊົນ, ຊາວໝຸ່ມ ແລະ ນັກຄົ້ນຄວ້າຈາກພາກພື້ນ ແລະ 24 ກຸມພາ 2025 ຢູ່ຫໍວັດທະນະທໍາ ແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມ ໜຶ່ງທີ່ສໍາຄັນຂອງອາຊຽນໃນການ ປະກອບສ່ວນສ້າງຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນໃນທ່າມກາງ ຄວາມຜັນແປຂອງພູມສາດ-ການ ເມືອງ ແລະ ພູມສາດ-ເສດຖະກິດ ຂອງໂລກໃນປັດຈຸບັນ. ນອກຈາກນີ້, ກໍໄດ້ລາຍງານຜົນການພົບປະບໍ່ເປັນ ທາງການກັບສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນ, ລັດຖະມົນຕີ ຕ່າງປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ປຶກສາຫາລືບາງວຽກງານທີ່ ຕິດພັນກັບການຊຸກຍູ້ການພົວພັນ ຮ່ວມມືສອງປະເທດ ໂດຍສະເພາະ ແມ່ນການຜັນຂະຫຍາຍຂໍ້ຕົກລົງ ຂອງສອງກົມການເມືອງ ກໍຄື ຜົນ ສໍາເລັດຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທິດທາງ ແຜນການຮ່ວມມືໃນຕໍ່ໜ້າທີ່ໄດ້ຈັດ ຂຶ້ນໃນຕົ້ນເດືອນມັງກອນ 2025 ທີ່ ຜ່ານມາ ເຊິ່ງສອງຝ່າຍໄດ້ຢືນຢັນ ຮ່ວມກັນທີ່ຈະພ້ອມກັນຈັດຕັ້ງຜັນ ຂະຫຍາຍບັນດາຂໍ້ຕົກລົງຂອງສອງ ພັກ-ສອງລັດຖະບານ ແລະ ບັນດາ ໂຄງການຮ່ວມມືສອງຝ່າຍຕ່າງໆ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາຄືນການພົວພັນຮ່ວມມື ສອງປະເທດໃນໄລຍະຜ່ານເຫັນ ໄດ້ວ່າສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດໄດ້ຮັບການ ເສີມຂະຫຍາຍ ແລະ ພັດທະນາຢ່າງ ບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ. ສະເພາະໃນປີ 2025 ກໍມີການຢ້ຽມ ຢາມ ສປປ ລາວ ແລະ ເປັນປະທານ ຮ່ວມກອງປະຊຸມ ຄັ້ງທີ 47 ຂອງ ຄະນະກໍາມະການຮ່ວມມື ລາວຫວຽດນາມ ຂອງສະຫາຍນາຍົກ ລັດຖະມົນຕີ ຟ້າມ ມິງ ຈິງ, ການ ໂດຍນໍາໃຊ້ເສັ້ນທາງລົດໄຟ ລາວຈີນ ແລະ ສາຍການບິນທີ່ມີແລ້ວ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການຊຸກຍູ້ການໄປມາຫາສູ່ກັນພາກ ປະຊາຊົນ, ການສະໜອງທຶນການ ສຶກສາໃຫ້ນັກສຶກສາລາວ, ການ ຮ່ວມມືດ້ານການທ່ອງທ່ຽວ, ການ ກະສິກໍາ ແລະ ດ້ານອື່ນໆ. ໃນໂອກາດນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມໃນ ຄັ້ງນີ້, ພ້ອມທັງໄດ້ສະແດງຄວາມ ຊົມເຊີຍຕໍ່ສະຫາຍ ເສີນ ກ່າງ ທີ່ໄດ້ ຮັບການໄວ້ວາງໃຈຈາກສູນກາງ ໃຫ້ດໍາລົງຕໍາແໜ່ງເປັນ ເລຂາຄະ ນະພັກ, ທັງເປັນປະທານສະພາປະ ຊາຊົນເຂດປົກຄອງຕົນເອງຊົນເຜົ່າ ຈ້ວງກວາງຊີ. ພ້ອມທັງໄດ້ຕາງໜ້າ ໃຫ້ພັກ-ລັດຖະບານ ແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈຕໍ່ ການນໍາຂອງເຂດປົກຄອງຕົນເອງ ຊົນເຜົ່າຈ້ວງກວາງຊີ ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ອັນລໍ້າຄ່າ ແລະ ມີຜົນປະໂຫຍດ ຫລາຍດ້ານແກ່ ສປປ ລາວ ໃນ ຕະຫລອດໄລຍະຜ່ານມາ ແລະ ຫວັງ ວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການ ສະໜັບສະໜູນ ແລະ ຊ່ວຍເຫລືອຕື່ມ ອີກໃນຕໍ່ໜ້າ. ໃນຂະນະດຽວກັນ, ສະຫາຍ ເສີນ ກ່າງ ກໍໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາຊົມເຊີຍອັນປະເສີດ ພ້ອມທັງໄດ້ ແຈ້ງໃຫ້ຊາບ ກ່ຽວກັບຜົນຂອງການ ເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ຢືນຢັນວ່າ ຈະສືບ ຕໍ່ຊຸກຍູ້, ເສີມຂະຫຍາຍການພົວພັນ ຮ່ວມມືລະຫວ່າງສອງປະເທດ ຈີນລາວ ໂດຍສະເພາະລະຫວ່າງເຂດ ປົກຄອງຕົນເອງຊົນເຜົ່າຈ້ວງກວາງ ຊີ ແລະ ສປປ ລາວ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນໃນອະນາຄົດ. ພາບ: ອ່າຍຄຳ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງ ປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ຢູ່ຮ່າໂນ້ຍ ສສ ຫວຽດນາມ, ພາຍ ໃຕ້ຄໍາຂວັນ “ສ້າງອາຊຽນໃຫ້ເປັນ ປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ”. ຂອງທ່ານ ບຸນທອງ ຈິດມະນີ ຜູ້ປະ ຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ຮອງ ນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວ ລາວສ້າງຊາດ, ມີການນໍາພັກ-ລັດ ພະນັກງານຈາກຫລາຍພາກສ່ວນ ແລະ ມວນຊົນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະ ມົນຕີກະຊວງຖະແຫລ່ງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ໄດ້ ລາຍງານໂດຍຫຍໍ້ກ່ຽວກັບການ ຝຶກຊ້ອມ ເຊິ່ງນັກສິລະປິນມາຈາກ ຫລາຍພາກສ່ວນ ໄດ້ປະກອບເຂົ້າ ກັນປະມານ 300 ກວ່າຄົນ ເຊິ່ງ ການຝຶກຊ້ອມໄດ້ພົບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແຕ່ຄະນະຮັບຜິດ ຊອບ ແລະ ນັກສິລະປິນ ກໍມີຄວາມ ພ້ອມທີ່ຈະສະແດງຮັບໃຊ້ວັນສໍາ ຄັນໃນປີ 2025, ການສະແດງໃນ ຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທີ 1 ຊົມເສບວົງດົນຕີ ຊິມໂຟ ນີ້ (ອໍແກດສະຕຣາ) ໃນຫົວຂໍ້: ຮັກ ບ້ານເກີດ ແລະ ພາກທີ 2 ຊົມການ ສະແດງປະສົມປະສານລະຫວ່າງ ດົນຕີ ຟ້ອນ ຮ້ອງເພງ ລະຄອນ ກາຍຍະສິນ ປະກອບພາບ ແສງ ສີ ໃນຫົວຂໍ້: ພາຍໃຕ້ຮົ່ມທຸງພັກ ແລະ ຜ່ານການທົດລອງສະແດງອອກ ມາແມ່ນມີເນື້ອໃນ ແລະ ງົດງາມ ປະທັບໃຈ. ຂ່າວ-ພາບ: ສນຊ ຢ້ຽມຢາມ ສສ ຫວຽດນາມ ຢ່າງ ເປັນທາງການຂອງສະຫາຍ ທອງ ສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພິເສດ, ສອງປະເທດ ລາວ-ຫວຽດນາມ ຮ່ວມກັບສະຫາຍ ກຳປູເຈຍ ສາມຝ່າຍກໍໄດ້ສຳເລັດ ການຈັດກອງປະຊຸມສຸດຍອດຜູ້ນຳ 3 ພັກການເມືອງ ເຊິ່ງກອງປະຊຸມ ຄັ້ງນີ້, ມີລັກສະນະເປີດກວ້າງໂດຍ ມີການເຂົ້າຮ່ວມຂອງສາມນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ, ກະຊວງປ້ອງກັນ ຄວາມສະຫງົບ ແລະ ກະຊວງການ ຕ່າງປະເທດ. ພ້ອມກັນນັ້ນ, ສາມ ນາຍົກລັດຖະມົນຕີ ກໍໄດ້ພົບປະ ເຮັດວຽກຮ່ວມກັນ ແລະ ສະເໜີ ໃຫ້ສາມຝ່າຍ ປະສານສົມທົບກັນ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫາຍ ຜົນສຳເລັດຂອງກອງປະຊຸມດັ່ງ ກ່າວ. ຜົນສຳເລັດຂອງການພົບປະ ລະຫວ່າງຜູ້ນຳຂັ້ນສູງຂອງສາມ ພັກການເມືອງ ລາວ-ຫວຽດນາມກຳປູເຈຍ ໄດ້ເປັນພື້ນຖານສຳຄັນ ໃຫ້ແກ່ການຮັດແໜ້ນສາຍພົວພັນ ອັນເປັນມູນເຊື້ອທີ່ດີງາມຂອງສາມ ປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດ ທີ່ແທ້ຈິງມາສູ່ປະຊາຊົນສາມຊາດ ອິນດູຈີນ ກໍຄື ເພື່ອການປະກອບສ່ວນ ເຂົ້າໃນຄວາມມີສະຖຽນລະພາບໃນ ພາກພື້ນ ແລະ ສາກົນ. ໃນຂະນະດຽວກັນ, ທ່ານນາ ຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ທີ່ນຳພາຄະນະມາເຂົ້າ ຮ່ວມເວທີອະນາຄົດອາຊຽນໃນຄັ້ງ ນີ້, ພ້ອມທັງສະເໜີໃຫ້ສອງປະເທດ ສືບຕໍ່ຮັດແໜ້ນການຮ່ວມມືກັນຢ່າງ ໃກ້ຊິດ ໂດຍສະເພາະການເປັນເສນາ ທິການໃຫ້ແກ່ການນຳຂັ້ນສູງຂອງ ສອງປະເທດຫວຽດນາມ-ລາວ ໃຫ້ ດີຂຶ້ນກວ່າເກົ່າ, ສືບຕໍ່ເອົາໃຈໃສ່ຊຸກ ຍູ້ບັນດາກະຊວງ, ຂະແໜງການ ທີ່ກ່ຽວຂ້ອງໃນການຈັດຕັ້ງຜັນຂະ ຫຍາຍບັນດາຂໍ້ຕົກ ລົງ ແລະ ເອກະ ສານຕ່າງໆທີ່ໄດ້ ລົງນາມຮ່ວມກັນ ແລ້ວ ໂດຍສະເພາະບັນດາໂຄງການ ທີ່ສຳຄັນ ເຊັ່ນ: ໂຄງການທ່າເຮືອ ຫວຸງອ່າງ, ໂຄງການເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ ແລະ ໂຄງການ ອື່ນໆອີກຈຳນວນໜຶ່ງ. ທັງນີ້, ກໍ ເພື່ອໃຫ້ບັນດາໂຄງການດັ່ງກ່າວໃຫ້ ເປັນຮູບປະທຳ ແລະ ມີຜົນສຳເລັດ ສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມ ການຮ່ວມມືໃນຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນໃຫ້ຫລາຍຍິ່ງໆ ຂຶ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນທັງສອງປະເທດຫວຽດ ນາມ-ລາວ, ລາວ-ຫວຽດນາມ. ຂ່າວ-ພາບ: ກຕທ ນອກພາກພື້ນ ເພື່ອຮັດແໜ້ນການ ຮ່ວມມືໃນການສົ່ງເສີມປະຊາຄົມ ອາຊຽນໃຫ້ເຂັ້ມແຂງໃນອະນາຄົດ. ກອງປະຊຸມໃນຄັ້ງນີ້, ແນໃສ່ ລະດົມຄວາມຄິດຄວາມເຫັນໃນ ການຮັບມືກັບສິ່ງທ້າທາຍໃນສະ ພາບຂອງໂລກພວມຜັນແປ ແລະ ຍາດໄດ້ກາລະໂອກາດ ເພື່ອເສີມ ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໃນທົດສະຫວັດຕໍ່ໜ້າ ໂດຍຜ່ານການ ຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ 2045 ທີ່ຜູ້ນຳອາຊຽນ ຈະຮັບຮອງເອົາໃນກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 46 ທີ່ຈະຈັດ ຂຶ້ນໃນເດືອນພຶດສະພາ 2025 ນີ້ ທີ່ ມາເລເຊຍ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຮັບກຽດຂຶ້ນກ່າວຄຳເຫັນໃນພິທີ ເປີດກອງປະຊຸມໂດຍໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ຂໍ້ລິເລີ່ມຂອງຫວຽດນາມ ໃນການ ຈັດກອງປະຊຸມດັ່ງກ່າວ ເຊິ່ງເປັນ ເວທີສຳຄັນຂອງພາກພື້ນ ແລະ ໄດ້ ຢໍ້າວ່າຄຳຂວັນ “ສ້າງອາຊຽນ ໃຫ້ ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມ ແຂງ ໃນທ່າມກາງໂລກທີ່ຜັນແປ” ແມ່ນສອດຄ່ອງ ແລະ ແທດເໝາະ ກັບທ່າອ່ຽງ ກໍຄື ສະພາບການ ຂອງພາກພື້ນ ແລະ ຂອງໂລກໃນ ປັດຈຸບັນເປັນຕົ້ນແມ່ນສິ່ງທ້າທາຍ ທີ່ເກີດຈາກການພັດທະນາເຕັກໂນ ໂລຊີ ໂດຍສະເພາະປັນຍາປະດິດ ຫລື AI, ການຫັນເປັນດີຈິຕອນ, ບັນຫາການປ່ຽນແປງຂອງດິນຟ້າ ອາກາດ, ສິ່ງແວດລ້ອມ, ຄວາມ ໝັ້ນຄົງດ້ານສະບຽງອາຫານ, ບັນຫາເສດຖະກິດ, ຄວາມແຕກ ໂຕນທາງດ້ານການພັດທະນາ ແລະ ບັນຫາ ອື່ນໆ ເຊິ່ງໄດ້ສົ່ງຜົນກະທົບ ຕໍ່ການ ເປັນຢູ່ຂອງປະຊາຊົນ ກໍຄື ຕໍ່ ສັນຕິ ພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນ ໂລກ. ຕໍ່ສະພາບການດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນວ່າ ອາຊຽນຕ້ອງໄດ້ສືບຕໍ່ຮ່ວມມືກັນ ເສີມສ້າງຄວາມເຂັ້ມແຂງຂອງຕົນ ກໍຄື ຂອງບັນດາປະເທດສະມາຊິກ ອາຊຽນ ຄືດັ່ງ ບູລິມະສິດຂອງ ສປປ ລາວ ໃນການເປັນປະທານ ອາຊຽນໃນປີ 2024 ພາຍໃຕ້ຄຳ ຂວັນ “ຮັດແໜ້ນການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເພື່ອເຮັດໃຫ້ອາຊຽນສາມາດຮັບມື ກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ ຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ແລະ ກ້າວໄປພ້ອມ ກັນໄປສູ່ປະຊາຄົມທີ່ມີຄວາມເປັນ ປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ. ຂ່າວ-ພາບ: ກຕທ ໃນໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຂຶ້ນ ກ່າວຄຳເຫັນພາຍໃຕ້ຫົວຂໍ້ “ການ ຮ່ວມມືຂອບອະນຸພາກພື້ນອາຊຽນ ເພື່ອຄວາມເຂັ້ມແຂງ ແລະ ຍືນ ຍົງ”. ໃນນີ້, ທ່ານໄດ້ຍົກໃຫ້ເຫັນ ບົດບາດສຳຄັນຂອງການຮ່ວມມື ຂອບອະນຸພາກພື້ນອາຊຽນ ທີ່ໄດ້ ປະກອບສ່ວນເຂົ້າໃນການເຊື່ອມ ໂຍງພາກພື້ນກໍຄືຂະບວນການສ້າງ ປະຊາຄົມອາຊຽນ ໂດຍສະເພາະ ການສ້າງຄວາມເຂັ້ມແຂງ, ການ ຮັດແຄບຄວາມແຕກໂຕນທາງດ້ານ ການພັດທະນາ ແລະ ການເພີ່ມ ທະວີການເຊື່ອມໂຍງເສດຖະກິດ ພາກພື້ນແນໃສ່ເຮັດໃຫ້ທຸກປະເທດ ມີການພັດທະນາໄປພ້ອມໆກັນ. ປັດຈຸບັນ, ໃນພາກພື້ນອາຊີຕາເວັນ ອອກສຽງໃຕ້ ຫລື ອາຊຽນແມ່ນ ມີຫລາຍການຮ່ວມມືຂອບອະນຸ ພາກພື້ນ, ລວມທັງບັນດາການ ຮ່ວມມືຂອບລຸ່ມແມ່ນໍ້າຂອງ ເຊິ່ງ ໄດ້ຊ່ວຍສົ່ງເສີມການຮ່ວມມືດ້ານ ການເຊື່ອມຈອດຕາມຊາຍແດນ, ການຄ້າ ແລະ ການລົງທຶນ, ການ ໄປມາຫາສູ່ລະຫວ່າງປະຊາຊົນ, ການພັດທະນາແບບຍືນຍົງ, ຄວາມ ໝັ້ນຄົງດ້ານພະລັງງານ, ຄວາມຍືນ ຍົງດ້ານສິ່ງແວດລ້ອມ, ຄວາມເຂັ້ມ ແຂງທ້າງດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ ແລະ ອື່ນໆ. ຜົນຂອງການຮ່ວມມືເຫລົ່າ ນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ ແກ່ກົນໄກການຮ່ວມມືຂອງພາກພື້ນ ກໍຄື ຂະບວນການສ້າງປະຊາຄົມ ອາຊຽນ. ພ້ອມນີ້, ທ່ານລັດຖະມົນຕີ ຍັງ ໄດ້ຊຸກຍູ້ໃຫ້ບັນດາການຮ່ວມມືຂອບ ອະນຸພາກພື້ນ ແລະ ພາກພື້ນອາຊຽນ ສືບຕໍ່ຮັດແໜ້ນການປະສານງານກັນ ດ້ານນະໂຍບາຍ ແລະ ຂົງເຂດການ ຮ່ວມມື; ການສົ່ງເສີມການຮ່ວມມື ດ້ານໂຄງລ່າງພື້ນຖານ ແລະ ການ ເຊື່ອມຈອດດ້ານດີຈິຕອນ; ການ ພັດທະນາທີ່ຍືນຍົງ ແລະ ທຸກຄົນມີ ສ່ວນຮ່ວມ; ການລະດົມຂົນຂວາຍ ທຶນຮອນ ແລະ ສົ່ງເສີມການເປັນຄູ່ ຮ່ວມມື ແລະ ການຮ່ວມມືຂອງພາກ ປະຊາຊົນ. ທັງໝົດນີ້, ຈະຊ່ວຍສ້າງ ຂີດຄວາມສາມາດໃຫ້ແກ່ປະເທດ ສະມາຊິກອາຊຽນໃນການຈັດຕັ້ງ ຜັນຂະຫຍາຍວິໄສທັດປະຊາຄົມອາ ຊຽນ ຫລັງ 2025.
RkJQdWJsaXNoZXIy MTc3MTYxMQ==