ຂປລ. ກົມເສດຖະກິດ, ກະຊວງ ການຕ່າງປະເທດ ຮ່ວມກັບສະຖານ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳເຂດປົກຄອງພິເສດຮົງກົງ ແລະ ມາກາວ, ສປ ຈີນ ຈັດກອງ ປະຊຸມປຶກສາຫາລືລະຫວ່າງພາກ ລັດຂອງ ສປປ ລາວ ແລະ ພາກ ເອກະຊົນຈາກເຂດປົກຄອງພິເສດ ຮົງກົງ, ສປ ຈີນ ພາຍໃຕ້ວຽກງານ ສົ່ງເສີມການທູດເສດຖະກິດຂອງ ສປປ ລາວ ໃນວັນທີ 25 ກຸມພາ 2025 ທີ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ເພື່ອຜັນ ຂະຫຍາຍນະໂຍບາຍວຽກງານ ການທູດເສດຖະກິດຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ, ມີແຂກທີ່ຖືກເຊີນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງ ນີ້, ເພື່ອໂຄສະນາ, ເຜີຍແຜ່ນະໂຍ ບາຍການລົງທຶນຕ່າງປະເທດ ແລະ ດຶງດູດການຄ້າ, ການລົງທຶນຈາກ ເຂດປົກຄອງພິເສດຮົງກົງ ແລະ ຈີນ ແຜນດິນໃຫຍ່ໃຫ້ມາລົງທຶນຢູ່ ສປປ ລາວຫລາຍຂຶ້ນ. ພ້ອມນີ້, ຜູ້ຕາງໜ້າ ຂປລ. ກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານ ປະ ຈໍາປີ 2024 ແລະ ທິດທາງແຜນ ການປີ 2025 ຂອງລັດວິສາຫະກິດ ໄຟຟ້າລາວ (ຟຟລ) ຂຶ້ນໃນວັນທີ 25 ກຸມພາ 2025 ໂດຍການເປັນ ປະທານຂອງທ່ານ ຈັນທະບູນ ສຸກ ອາລຸນ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ຜູ້ຊີ້ນໍາວຽກ ງານລັດວິສາຫະກິດໄຟຟ້າລາວ, ທັງເປັນຫົວໜ້າຄະນະຊ່ວຍວຽກ ປະຕິຮູບຂະແໜງພະລັງານ ແລະ ບໍ່ແຮ່ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ອາຄົມ ເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຜ່ານ ບົດລາຍງານສະຫລຸບການຈັດຕັ້ງ ປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງລັດວິສາຫະກິດໄຟຟ້າລາວ ເຊິ່ງໄລຍະ 1 ປີຜ່ານມາສະພາບ ເສດຖະກິດໂລກ ຍັງສືບຕໍ່ພະເຊີນກັບ ສີ່ງທ້າທາຍ ແລະ ຄວາມບໍ່ແນ່ນອນ ຫລາຍດ້ານໄດ້ສົ່ງຜົນກະທົບໂດຍ ລວມຕໍ່ເສດຖະກິດ-ສັງຄົມຢູ່ພາຍໃນ ປະເທດຂອງພວກເຮົາສືບຕໍ່ພົບກັບ ຄວາມຫຍຸ້ງຍາກຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະບັນຫາອັດຕາເງິນເຟີ້- ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 27.02.2025 ປີທີ 24 ສະບັບທີ 6.133 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 3 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 6 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 22] lts]5 [ dko9a f8A 'xt8y [a f;Pd'koxu 2024 mq f]v'ltcf'ly ]txt dP,lts]v';a olh k'8A 'ra d 7q [Iv[ 70 xu Iv'okpq d]a f4t,q o8u g0Q k1h P,0+ koa [ okpq d]a f4t,q o8u s;Pfok, ອ່ານຕໍ່ໜ້າ 2 Iv'okpq d]a f4t,q o8u g0Q kIj ;, dv'xt-5 ,g;mu vtok7q fvk-Po 7A 'mu 2 ltstra ode,t[ko]k; pq dl6 '[q f[kf dkooerk0v'ra d 8ts]vfw]pt 70 xu lxx ]k;{rkdgvdt-q og0fxq d7v'ry glfIq 'dq ' sk]n rkp.8h ;Pdlqj 'glu ,dkom6 fglf4tdy f0v']k; ]a f4t,q o8u dt-;'dko8j k'xtgmf g0Q kIj ;, dv'xt-5 ,g;mu vtok7q fvk-Po 7A 'mu 2 ຂປລ. ອະນຸກໍາມະການໂຄສະ ນາຂະບວນການແຂ່ງຂັນ ແລະ ຍ້ອງ ຍໍ 3 ວັນປະຫວັດສາດຂອງພັກຂອງ ຊາດ ຈັດພິທີທົດລອງການສະແດງ ສິລະປະ-ວັດທະນະທໍາກຽມສະ ເຫລີມສະຫລອງວັນສ້າງຕັ້ງພັກ ຄົບ ຮອບ 70 ປີ (ຄັ້ງທີ 1) ໃນວັນທີ ຂປລ. ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ຂປລ. ຕະຫລອດໄລຍະ 70 ປີ ຜ່ານມາ, ພັກປະຊາຊົນ ປະຕິວັດ ລາວ ໄດ້ໃກ້ຊິດ-ຕິດແທດ ແລະ ໃຫ້ທິດຊີ້ນໍາຕໍ່ສະຫະພັນກໍາມະ ຂປລ. ໃນວັນທີ 25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມ ມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະໄດ້ ເຂົ້າຢ້ຽມຂໍ່ານັບທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມ ກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25-26 ກຸມພາ 2025 ຢູ່ ນະຄອນຫລວງຮ່າ ໂນ້ຍ ສສ ຫວຽດນາມ. ໂອກາດນີ້, ສະຫາຍ ສະເຫລີມ ໄຊ ກົມມະສິດ ໄດ້ສະແດງຄວາມ ຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ພົບ ກັບສະຫາຍ ຟ້າມ ມິງ ຈິງ ອີກ ບານລາວ ໃນການເປັນຕົວແທນ ແຫ່ງການປົກປ້ອງສິດ ແລະ ຜົນ ປະໂຫຍດອັນຊອບທໍາຂອງສະມາ ຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຕະຫລອດໄລຍະ ເວລາທີ່ສະຫະພັນກໍາມະບານລາວ ໄດ້ກຳເນີດມາແຕ່ວັນທີ 1 ກຸມພາ ປີ 1956 ມາເຖິງປັດຈຸບັນກໍມີອາຍຸ ຄົບຮອບ 69 ປີ ກໍໄດ້ຮັບການອົບ ຮົມບົ່ມເພາະໃນຫລາຍໆດ້ານເຮັດ ໃຫ້ສະຫະພັນກໍາມະບານລາວ ໄດ້ ເຄື່ອນໄຫວ ແລະ ມີບົດບາດໃນເວທີ ພາກພື້ນ ແລະ ສາກົນ. -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K ຄັ້ງ, ພ້ອມທັງໄດ້ຕີລາຄາສູງຕໍ່ການ ກະກຽມບັນດາໜ້າວຽກ ແລະ ແນວ ຄວາມຄິດທີ່ດີໃນການຈັດເວທີດັ່ງ ກ່າວ ເຊິ່ງກອງປະຊຸມຄັ້ງນີ້ແມ່ນຄັ້ງ ທີ 2 ແລະ ເຫັນໄດ້ວ່າເປັນກິດຈະກໍາ l;ofvdw,h 'k,2k, lh k']kpIa [wfh s]kp]h kodu [8,N +
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 27/02/2025 xtgmf]k; ]k;{g0fxq d7v'8q ogv'-q ogzqj k9h ;'d;k'-u sk]n lqj 'glu ,dkoIj ;,,n lv'/j kp ທົດລອງສະແດງສິລະປະ... ຮອງນາຍົກລັດຖະມົນຕີ ເຂົ້າ... ລັດຖະມົນຕີກະຊວງການຕ່າງ... ຮອງນາຍົກລັດຖະມົນຕີ... ຂປລ. ໃນວັນທີ 24 ກຸມພາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງ ພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ເປັນ ເຈົ້າພາບຈັດງານລ້ຽງອາຫານຄໍ່າ ແລະ ພົບປະເຮັດວຽກກັບສະຫາຍ ເສີນ ກ່າງ ເລຂາຄະນະພັກ, ປະທານ ສະພາປະຊາຊົນເຂດປົກຄອງຕົນ ເອງຊົນເຜົ່າຈ້ວງກວາງຊີ ແລະ ຄະ ນະໃນໂອກາດເດີນທາງມາຢ້ຽມ ຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ກຸມພາ 2025. ໂອກາດດັ່ງກ່າວ, ສອງຝ່າຍໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການພົວ ພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວຈີນ, ຈີນ-ລາວ ກໍຄື ການພົວພັນ ຮ່ວມມືລະຫວ່າງເຂດກວາງຊີ ກັບ ສປປ ລາວ ທີ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດເປັນ ກ້າວໆມາ ໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດສັນຍາຮ່ວມມືສອງ ຝ່າຍລະຫວ່າງຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ຄະນະພັກ ກອມມູນິດຈີນ ເຂດກວາງຊີ ໄລຍະ ປີ 2023-2025. ພ້ອມນັ້ນ, ສອງ ຝ່າຍຍັງໄດ້ປຶກສາຫາລື ແລະ ແລກ ປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເພື່ອ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ໃນຕໍ່ໜ້າ ໂດຍສະເພາະແມ່ນການ ຂຸດຄົ້ນບັນດາທ່າແຮງບົ່ມຊ້ອນ, ການຮ່ວມມືດ້ານເສດຖະກິດ, ການ ຄ້າ-ການລົງທຶນ ແລະ ຂົງເຂດອື່ນໆ ຂປລ. ໃນວັນທີ25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມ ຕາງໜ້າທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາ ຄົດອາຊຽນ ຄັ້ງທີ2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນໃຫ້ເປັນປຶກແຜ່ນ, ທົ່ວ ເຖິງ ແລະ ເຂັ້ມແຂງໃນທ່າມກາງ ໂລກທີ່ພວມຜັນແປ” ຢູ່ຮ່າໂນ້ຍ ສສ ຫວຽດນາມ ໂດຍການເປັນປະທານ ຂອງທ່ານ ຟ້າມ ມິງ ຈິງ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ. ກອງປະຊຸມເວທີອະນາຄົດອາ ຊຽນ ແມ່ນຂໍ້ລິເລີ່ມຂອງຫວຽດ ນາມ ຈັດຂຶ້ນເພື່ອລະດົມຄວາມຄິດ ຄວາມເຫັນຈາກພາກລັດ ກໍຄື ບັນດາ ຜູ້ນຳ, ພາກເອກະຊົນ, ຊາວໝຸ່ມ ແລະ ນັກຄົ້ນຄວ້າຈາກພາກພື້ນ ແລະ 24 ກຸມພາ 2025 ຢູ່ຫໍວັດທະນະທໍາ ແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມ ໜຶ່ງທີ່ສໍາຄັນຂອງອາຊຽນໃນການ ປະກອບສ່ວນສ້າງຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນໃນທ່າມກາງ ຄວາມຜັນແປຂອງພູມສາດ-ການ ເມືອງ ແລະ ພູມສາດ-ເສດຖະກິດ ຂອງໂລກໃນປັດຈຸບັນ. ນອກຈາກນີ້, ກໍໄດ້ລາຍງານຜົນການພົບປະບໍ່ເປັນ ທາງການກັບສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນ, ລັດຖະມົນຕີ ຕ່າງປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ປຶກສາຫາລືບາງວຽກງານທີ່ ຕິດພັນກັບການຊຸກຍູ້ການພົວພັນ ຮ່ວມມືສອງປະເທດ ໂດຍສະເພາະ ແມ່ນການຜັນຂະຫຍາຍຂໍ້ຕົກລົງ ຂອງສອງກົມການເມືອງ ກໍຄື ຜົນ ສໍາເລັດຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທິດທາງ ແຜນການຮ່ວມມືໃນຕໍ່ໜ້າທີ່ໄດ້ຈັດ ຂຶ້ນໃນຕົ້ນເດືອນມັງກອນ 2025 ທີ່ ຜ່ານມາ ເຊິ່ງສອງຝ່າຍໄດ້ຢືນຢັນ ຮ່ວມກັນທີ່ຈະພ້ອມກັນຈັດຕັ້ງຜັນ ຂະຫຍາຍບັນດາຂໍ້ຕົກລົງຂອງສອງ ພັກ-ສອງລັດຖະບານ ແລະ ບັນດາ ໂຄງການຮ່ວມມືສອງຝ່າຍຕ່າງໆ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາຄືນການພົວພັນຮ່ວມມື ສອງປະເທດໃນໄລຍະຜ່ານເຫັນ ໄດ້ວ່າສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດໄດ້ຮັບການ ເສີມຂະຫຍາຍ ແລະ ພັດທະນາຢ່າງ ບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ. ສະເພາະໃນປີ 2025 ກໍມີການຢ້ຽມ ຢາມ ສປປ ລາວ ແລະ ເປັນປະທານ ຮ່ວມກອງປະຊຸມ ຄັ້ງທີ 47 ຂອງ ຄະນະກໍາມະການຮ່ວມມື ລາວຫວຽດນາມ ຂອງສະຫາຍນາຍົກ ລັດຖະມົນຕີ ຟ້າມ ມິງ ຈິງ, ການ ໂດຍນໍາໃຊ້ເສັ້ນທາງລົດໄຟ ລາວຈີນ ແລະ ສາຍການບິນທີ່ມີແລ້ວ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການຊຸກຍູ້ການໄປມາຫາສູ່ກັນພາກ ປະຊາຊົນ, ການສະໜອງທຶນການ ສຶກສາໃຫ້ນັກສຶກສາລາວ, ການ ຮ່ວມມືດ້ານການທ່ອງທ່ຽວ, ການ ກະສິກໍາ ແລະ ດ້ານອື່ນໆ. ໃນໂອກາດນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມໃນ ຄັ້ງນີ້, ພ້ອມທັງໄດ້ສະແດງຄວາມ ຊົມເຊີຍຕໍ່ສະຫາຍ ເສີນ ກ່າງ ທີ່ໄດ້ ຮັບການໄວ້ວາງໃຈຈາກສູນກາງ ໃຫ້ດໍາລົງຕໍາແໜ່ງເປັນ ເລຂາຄະ ນະພັກ, ທັງເປັນປະທານສະພາປະ ຊາຊົນເຂດປົກຄອງຕົນເອງຊົນເຜົ່າ ຈ້ວງກວາງຊີ. ພ້ອມທັງໄດ້ຕາງໜ້າ ໃຫ້ພັກ-ລັດຖະບານ ແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈຕໍ່ ການນໍາຂອງເຂດປົກຄອງຕົນເອງ ຊົນເຜົ່າຈ້ວງກວາງຊີ ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ອັນລໍ້າຄ່າ ແລະ ມີຜົນປະໂຫຍດ ຫລາຍດ້ານແກ່ ສປປ ລາວ ໃນ ຕະຫລອດໄລຍະຜ່ານມາ ແລະ ຫວັງ ວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການ ສະໜັບສະໜູນ ແລະ ຊ່ວຍເຫລືອຕື່ມ ອີກໃນຕໍ່ໜ້າ. ໃນຂະນະດຽວກັນ, ສະຫາຍ ເສີນ ກ່າງ ກໍໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາຊົມເຊີຍອັນປະເສີດ ພ້ອມທັງໄດ້ ແຈ້ງໃຫ້ຊາບ ກ່ຽວກັບຜົນຂອງການ ເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ຢືນຢັນວ່າ ຈະສືບ ຕໍ່ຊຸກຍູ້, ເສີມຂະຫຍາຍການພົວພັນ ຮ່ວມມືລະຫວ່າງສອງປະເທດ ຈີນລາວ ໂດຍສະເພາະລະຫວ່າງເຂດ ປົກຄອງຕົນເອງຊົນເຜົ່າຈ້ວງກວາງ ຊີ ແລະ ສປປ ລາວ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນໃນອະນາຄົດ. ພາບ: ອ່າຍຄຳ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງ ປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ຢູ່ຮ່າໂນ້ຍ ສສ ຫວຽດນາມ, ພາຍ ໃຕ້ຄໍາຂວັນ “ສ້າງອາຊຽນໃຫ້ເປັນ ປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ”. ຂອງທ່ານ ບຸນທອງ ຈິດມະນີ ຜູ້ປະ ຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ຮອງ ນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວ ລາວສ້າງຊາດ, ມີການນໍາພັກ-ລັດ ພະນັກງານຈາກຫລາຍພາກສ່ວນ ແລະ ມວນຊົນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະ ມົນຕີກະຊວງຖະແຫລ່ງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ໄດ້ ລາຍງານໂດຍຫຍໍ້ກ່ຽວກັບການ ຝຶກຊ້ອມ ເຊິ່ງນັກສິລະປິນມາຈາກ ຫລາຍພາກສ່ວນ ໄດ້ປະກອບເຂົ້າ ກັນປະມານ 300 ກວ່າຄົນ ເຊິ່ງ ການຝຶກຊ້ອມໄດ້ພົບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແຕ່ຄະນະຮັບຜິດ ຊອບ ແລະ ນັກສິລະປິນ ກໍມີຄວາມ ພ້ອມທີ່ຈະສະແດງຮັບໃຊ້ວັນສໍາ ຄັນໃນປີ 2025, ການສະແດງໃນ ຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທີ 1 ຊົມເສບວົງດົນຕີ ຊິມໂຟ ນີ້ (ອໍແກດສະຕຣາ) ໃນຫົວຂໍ້: ຮັກ ບ້ານເກີດ ແລະ ພາກທີ 2 ຊົມການ ສະແດງປະສົມປະສານລະຫວ່າງ ດົນຕີ ຟ້ອນ ຮ້ອງເພງ ລະຄອນ ກາຍຍະສິນ ປະກອບພາບ ແສງ ສີ ໃນຫົວຂໍ້: ພາຍໃຕ້ຮົ່ມທຸງພັກ ແລະ ຜ່ານການທົດລອງສະແດງອອກ ມາແມ່ນມີເນື້ອໃນ ແລະ ງົດງາມ ປະທັບໃຈ. ຂ່າວ-ພາບ: ສນຊ ຢ້ຽມຢາມ ສສ ຫວຽດນາມ ຢ່າງ ເປັນທາງການຂອງສະຫາຍ ທອງ ສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພິເສດ, ສອງປະເທດ ລາວ-ຫວຽດນາມ ຮ່ວມກັບສະຫາຍ ກຳປູເຈຍ ສາມຝ່າຍກໍໄດ້ສຳເລັດ ການຈັດກອງປະຊຸມສຸດຍອດຜູ້ນຳ 3 ພັກການເມືອງ ເຊິ່ງກອງປະຊຸມ ຄັ້ງນີ້, ມີລັກສະນະເປີດກວ້າງໂດຍ ມີການເຂົ້າຮ່ວມຂອງສາມນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ, ກະຊວງປ້ອງກັນ ຄວາມສະຫງົບ ແລະ ກະຊວງການ ຕ່າງປະເທດ. ພ້ອມກັນນັ້ນ, ສາມ ນາຍົກລັດຖະມົນຕີ ກໍໄດ້ພົບປະ ເຮັດວຽກຮ່ວມກັນ ແລະ ສະເໜີ ໃຫ້ສາມຝ່າຍ ປະສານສົມທົບກັນ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫາຍ ຜົນສຳເລັດຂອງກອງປະຊຸມດັ່ງ ກ່າວ. ຜົນສຳເລັດຂອງການພົບປະ ລະຫວ່າງຜູ້ນຳຂັ້ນສູງຂອງສາມ ພັກການເມືອງ ລາວ-ຫວຽດນາມກຳປູເຈຍ ໄດ້ເປັນພື້ນຖານສຳຄັນ ໃຫ້ແກ່ການຮັດແໜ້ນສາຍພົວພັນ ອັນເປັນມູນເຊື້ອທີ່ດີງາມຂອງສາມ ປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດ ທີ່ແທ້ຈິງມາສູ່ປະຊາຊົນສາມຊາດ ອິນດູຈີນ ກໍຄື ເພື່ອການປະກອບສ່ວນ ເຂົ້າໃນຄວາມມີສະຖຽນລະພາບໃນ ພາກພື້ນ ແລະ ສາກົນ. ໃນຂະນະດຽວກັນ, ທ່ານນາ ຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ທີ່ນຳພາຄະນະມາເຂົ້າ ຮ່ວມເວທີອະນາຄົດອາຊຽນໃນຄັ້ງ ນີ້, ພ້ອມທັງສະເໜີໃຫ້ສອງປະເທດ ສືບຕໍ່ຮັດແໜ້ນການຮ່ວມມືກັນຢ່າງ ໃກ້ຊິດ ໂດຍສະເພາະການເປັນເສນາ ທິການໃຫ້ແກ່ການນຳຂັ້ນສູງຂອງ ສອງປະເທດຫວຽດນາມ-ລາວ ໃຫ້ ດີຂຶ້ນກວ່າເກົ່າ, ສືບຕໍ່ເອົາໃຈໃສ່ຊຸກ ຍູ້ບັນດາກະຊວງ, ຂະແໜງການ ທີ່ກ່ຽວຂ້ອງໃນການຈັດຕັ້ງຜັນຂະ ຫຍາຍບັນດາຂໍ້ຕົກ ລົງ ແລະ ເອກະ ສານຕ່າງໆທີ່ໄດ້ ລົງນາມຮ່ວມກັນ ແລ້ວ ໂດຍສະເພາະບັນດາໂຄງການ ທີ່ສຳຄັນ ເຊັ່ນ: ໂຄງການທ່າເຮືອ ຫວຸງອ່າງ, ໂຄງການເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ ແລະ ໂຄງການ ອື່ນໆອີກຈຳນວນໜຶ່ງ. ທັງນີ້, ກໍ ເພື່ອໃຫ້ບັນດາໂຄງການດັ່ງກ່າວໃຫ້ ເປັນຮູບປະທຳ ແລະ ມີຜົນສຳເລັດ ສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມ ການຮ່ວມມືໃນຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນໃຫ້ຫລາຍຍິ່ງໆ ຂຶ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນທັງສອງປະເທດຫວຽດ ນາມ-ລາວ, ລາວ-ຫວຽດນາມ. ຂ່າວ-ພາບ: ກຕທ ນອກພາກພື້ນ ເພື່ອຮັດແໜ້ນການ ຮ່ວມມືໃນການສົ່ງເສີມປະຊາຄົມ ອາຊຽນໃຫ້ເຂັ້ມແຂງໃນອະນາຄົດ. ກອງປະຊຸມໃນຄັ້ງນີ້, ແນໃສ່ ລະດົມຄວາມຄິດຄວາມເຫັນໃນ ການຮັບມືກັບສິ່ງທ້າທາຍໃນສະ ພາບຂອງໂລກພວມຜັນແປ ແລະ ຍາດໄດ້ກາລະໂອກາດ ເພື່ອເສີມ ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໃນທົດສະຫວັດຕໍ່ໜ້າ ໂດຍຜ່ານການ ຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ 2045 ທີ່ຜູ້ນຳອາຊຽນ ຈະຮັບຮອງເອົາໃນກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 46 ທີ່ຈະຈັດ ຂຶ້ນໃນເດືອນພຶດສະພາ 2025 ນີ້ ທີ່ ມາເລເຊຍ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຮັບກຽດຂຶ້ນກ່າວຄຳເຫັນໃນພິທີ ເປີດກອງປະຊຸມໂດຍໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ຂໍ້ລິເລີ່ມຂອງຫວຽດນາມ ໃນການ ຈັດກອງປະຊຸມດັ່ງກ່າວ ເຊິ່ງເປັນ ເວທີສຳຄັນຂອງພາກພື້ນ ແລະ ໄດ້ ຢໍ້າວ່າຄຳຂວັນ “ສ້າງອາຊຽນ ໃຫ້ ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມ ແຂງ ໃນທ່າມກາງໂລກທີ່ຜັນແປ” ແມ່ນສອດຄ່ອງ ແລະ ແທດເໝາະ ກັບທ່າອ່ຽງ ກໍຄື ສະພາບການ ຂອງພາກພື້ນ ແລະ ຂອງໂລກໃນ ປັດຈຸບັນເປັນຕົ້ນແມ່ນສິ່ງທ້າທາຍ ທີ່ເກີດຈາກການພັດທະນາເຕັກໂນ ໂລຊີ ໂດຍສະເພາະປັນຍາປະດິດ ຫລື AI, ການຫັນເປັນດີຈິຕອນ, ບັນຫາການປ່ຽນແປງຂອງດິນຟ້າ ອາກາດ, ສິ່ງແວດລ້ອມ, ຄວາມ ໝັ້ນຄົງດ້ານສະບຽງອາຫານ, ບັນຫາເສດຖະກິດ, ຄວາມແຕກ ໂຕນທາງດ້ານການພັດທະນາ ແລະ ບັນຫາ ອື່ນໆ ເຊິ່ງໄດ້ສົ່ງຜົນກະທົບ ຕໍ່ການ ເປັນຢູ່ຂອງປະຊາຊົນ ກໍຄື ຕໍ່ ສັນຕິ ພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນ ໂລກ. ຕໍ່ສະພາບການດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນວ່າ ອາຊຽນຕ້ອງໄດ້ສືບຕໍ່ຮ່ວມມືກັນ ເສີມສ້າງຄວາມເຂັ້ມແຂງຂອງຕົນ ກໍຄື ຂອງບັນດາປະເທດສະມາຊິກ ອາຊຽນ ຄືດັ່ງ ບູລິມະສິດຂອງ ສປປ ລາວ ໃນການເປັນປະທານ ອາຊຽນໃນປີ 2024 ພາຍໃຕ້ຄຳ ຂວັນ “ຮັດແໜ້ນການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເພື່ອເຮັດໃຫ້ອາຊຽນສາມາດຮັບມື ກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ ຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ແລະ ກ້າວໄປພ້ອມ ກັນໄປສູ່ປະຊາຄົມທີ່ມີຄວາມເປັນ ປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ. ຂ່າວ-ພາບ: ກຕທ ໃນໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຂຶ້ນ ກ່າວຄຳເຫັນພາຍໃຕ້ຫົວຂໍ້ “ການ ຮ່ວມມືຂອບອະນຸພາກພື້ນອາຊຽນ ເພື່ອຄວາມເຂັ້ມແຂງ ແລະ ຍືນ ຍົງ”. ໃນນີ້, ທ່ານໄດ້ຍົກໃຫ້ເຫັນ ບົດບາດສຳຄັນຂອງການຮ່ວມມື ຂອບອະນຸພາກພື້ນອາຊຽນ ທີ່ໄດ້ ປະກອບສ່ວນເຂົ້າໃນການເຊື່ອມ ໂຍງພາກພື້ນກໍຄືຂະບວນການສ້າງ ປະຊາຄົມອາຊຽນ ໂດຍສະເພາະ ການສ້າງຄວາມເຂັ້ມແຂງ, ການ ຮັດແຄບຄວາມແຕກໂຕນທາງດ້ານ ການພັດທະນາ ແລະ ການເພີ່ມ ທະວີການເຊື່ອມໂຍງເສດຖະກິດ ພາກພື້ນແນໃສ່ເຮັດໃຫ້ທຸກປະເທດ ມີການພັດທະນາໄປພ້ອມໆກັນ. ປັດຈຸບັນ, ໃນພາກພື້ນອາຊີຕາເວັນ ອອກສຽງໃຕ້ ຫລື ອາຊຽນແມ່ນ ມີຫລາຍການຮ່ວມມືຂອບອະນຸ ພາກພື້ນ, ລວມທັງບັນດາການ ຮ່ວມມືຂອບລຸ່ມແມ່ນໍ້າຂອງ ເຊິ່ງ ໄດ້ຊ່ວຍສົ່ງເສີມການຮ່ວມມືດ້ານ ການເຊື່ອມຈອດຕາມຊາຍແດນ, ການຄ້າ ແລະ ການລົງທຶນ, ການ ໄປມາຫາສູ່ລະຫວ່າງປະຊາຊົນ, ການພັດທະນາແບບຍືນຍົງ, ຄວາມ ໝັ້ນຄົງດ້ານພະລັງງານ, ຄວາມຍືນ ຍົງດ້ານສິ່ງແວດລ້ອມ, ຄວາມເຂັ້ມ ແຂງທ້າງດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ ແລະ ອື່ນໆ. ຜົນຂອງການຮ່ວມມືເຫລົ່າ ນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ ແກ່ກົນໄກການຮ່ວມມືຂອງພາກພື້ນ ກໍຄື ຂະບວນການສ້າງປະຊາຄົມ ອາຊຽນ. ພ້ອມນີ້, ທ່ານລັດຖະມົນຕີ ຍັງ ໄດ້ຊຸກຍູ້ໃຫ້ບັນດາການຮ່ວມມືຂອບ ອະນຸພາກພື້ນ ແລະ ພາກພື້ນອາຊຽນ ສືບຕໍ່ຮັດແໜ້ນການປະສານງານກັນ ດ້ານນະໂຍບາຍ ແລະ ຂົງເຂດການ ຮ່ວມມື; ການສົ່ງເສີມການຮ່ວມມື ດ້ານໂຄງລ່າງພື້ນຖານ ແລະ ການ ເຊື່ອມຈອດດ້ານດີຈິຕອນ; ການ ພັດທະນາທີ່ຍືນຍົງ ແລະ ທຸກຄົນມີ ສ່ວນຮ່ວມ; ການລະດົມຂົນຂວາຍ ທຶນຮອນ ແລະ ສົ່ງເສີມການເປັນຄູ່ ຮ່ວມມື ແລະ ການຮ່ວມມືຂອງພາກ ປະຊາຊົນ. ທັງໝົດນີ້, ຈະຊ່ວຍສ້າງ ຂີດຄວາມສາມາດໃຫ້ແກ່ປະເທດ ສະມາຊິກອາຊຽນໃນການຈັດຕັ້ງ ຜັນຂະຫຍາຍວິໄສທັດປະຊາຄົມອາ ຊຽນ ຫລັງ 2025.
xtgmf]k; 3 27/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ຕໍ່ຈາກໜ້າ 1 *** ບົດສະເໜີ ຮິບໂຮມໂດຍ: ພະກາ 7eG lvf{sh vp{Ih vp .orklk]k; ltstra ode,t[ko]k; pq dl6 '[q f[kf dkooerk0v'ra d 8ts]vfw]pt 70 xu ຂ່າວ: ທະນູທອງ ຢ່າງໃດກໍ່ຕາມ, ເຖິງແມ່ນວ່າ ການຮ້ອງຂໍນີ້ຈະບໍ່ສໍາເລັດແຮງ ງານຍິງຫລາຍຮ້ອຍຄົນຖືກຈັບ. ແຕ່ເຮັດໃຫ້ແມ່ຍິງໃນທົ່ວໂລກສະ ໜັບສະໜູນການກະທໍາດັ່ງກ່າວ ແລະ ເຮັດໃຫ້ແມ່ຍິງທົ່ວໂລກຮູ້ເຖິງ ສິດທິຂອງເຂົາເຈົ້າຫລາຍຂຶ້ນ.ໃນ ວັນທີ 8 ມີນາ 1908, ແຮງງານຍິງ ຫລາຍກວ່າ 15.000 ຄົນ ໄດ້ຮ່ວມ ເດີນຂະບວນທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ເຊົາໃຊ້ແຮງງານເດັກ ໂດຍມີຄໍາຂວັນວ່າ “ເຂົ້າຈີ່ ແລະ ດອກກຸຫລາບ” ໝາຍເຖິງການໄດ້ ຮັບອາຫານທີ່ພຽງພໍ ແລະ ຄຸນນະ ພາບຊີວິດທີ່ດີຂຶ້ນນັ້ນເອງ. ຈົນມາຮອດວັນທີ 8 ມີນາ 1910, ຄວາມພະຍາຍາມຂອງ ກໍາມະກອນຍິງກຸ່ມນີ້ກໍ່ໄດ້ຮັບຜົນ ສໍາເລັດ. ເມື່ອມີຜູ້ຕາງໜ້າແມ່ຍິງ ຈາກ17ບັນດາປະເທດໄດ້ເຂົ້າຮ່ວມ ກອງປະຊຸມສະມາຄົມສະຕີສັງຄົມ ນິຍົມ ຄັ້ງທີ 2 ຢູ່ເມືອງໂກເປນຮາກ ປະເທດດານມາກ, ໂດຍໃນທີ່ປະຊຸມ ໄດ້ປະກາດຮັບຮອງຂໍ້ຮຽກຮ້ອງ ຂອງບັນດາກໍາມະກອນຍິງຄື: ຕ້ອງ ອະນຸຍາດໃຫ້ພວກເຂົາຫລຸດເວລາ ເຮັດວຽກເຫລືອ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກສາຫາຄວາມຮູ້ ເພື່ອ ພັດທະນາສັກກະຍະພາບຂອງຕົນ ເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງ ເປັນເວລາພັກຜ່ອນພ້ອມ ກັນນີ້ຍັງໄດ້ປັບເງິນຄ່າແຮງງານ ຂອງແມ່ຍິງໃຫ້ເທົ່າກັບແຮງງານ ຊາຍ ແລະ ຍັງມີການຄຸ້ມຄອງສະ ຫວັດດີແມ່ຍິງ ແລະ ແຮງງານເດັກ. ທັງນີ້ຍັງໄດ້ຮັບຮອງ ຂໍ້ສະເໜີຂອງ Clara Setkin ດ້ວຍການກໍານົດ ໃຫ້ວັນທີ 8 ມີນາຂອງທຸກປີ ເປັນ ວັນແມ່ຍິງສາກົນ. ເພື່ອກະກຽມຄວາມພ້ອມ ໃຫ້ແກ່ ການສະເຫລີມສະຫລອງວັນແມ່ ຍິງສາກົນ ຄົບຮອບ 115 ປີ ໃຫ້ມີ ເນື້ອໃນຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນກວ້າງຂວາງໃນທົ່ວ ປະເທດ, ຄະນະນຳສູນກາງສະຫະ ພັນແມ່ຍິງລາວ ໄດ້ສ້າງແຜນງານ, ແຜນກິດຈະກໍາລະອຽດເຊັ່ນ: ໄດ້ ອອກແຈ້ງການເຖິງ ຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງ ລາວ, ຄະນະປະທານສະຫະພັນແມ່ ຍິງບັນດາແຂວງ, ນະຄອນຫລວງ ວຽງຈັນ, ກະຊວງ-ອົງການ ຂັ້ນສູນ ກາງ ສະບັບເລກທີ 91/ສສຍລ, ລົງ ວັນທີ 10 ກຸມພາ 2025 ກ່ຽວກັບ ການສ້າງຂະບວນການ ແລະ ການ ຈັດຕັ້ງສະເຫລີມສະຫລອງວັນ ແມ່ຍິງສາກົນ (ວັນທີ 08 ມີນາ 2025) ຄົບຮອບ 115 ປີ ພາຍໃຕ້ ຄໍາຂວັນ: “ສິດທິ, ຄວາມສະເໝີ ພາບ ແລະ ຄວາມເຂັ້ມແຂງ ເພື່ອ ແມ່ຍິງ ແລະ ເດັກຍິງທຸກຄົນ” ໃຫ້ ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດປາ ຖະກະຖາຫວນຄືນປະຫວັດຄວາມ ເປັນມາ ຂອງວັນແມ່ຍິງສາກົນ ຕິດ ພັນກັບການສະຫລຸບການເຄື່ອນ ໄຫວວຽກງານພົວພັນຮ່ວມມືກັບ ຕ່າງປະເທດ ໃນ 1 ປີ ທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ; ຈັດກອງປະຊຸມ, ສຳມະ ນາ ທີ່ພົວພັນເຖິງການພັດທະນາ, ການປົກປ້ອງສິດຜົນປະໂຫຍດອັນ ຊອບທຳຂອງແມ່ຍິງ, ກົດໝາຍ ພັດທະນາ ແລະ ປົກປ້ອງແມ່ຍິງ- ເດັກນ້ອຍ, ກົດໝາຍວ່າດ້ວຍສະຫະ ພັນແມ່ຍິງລາວ, ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຄວາມ ສະເໝີຍິງ-ຊາຍ ແລະ ຖະແຫລງ ການປັກກິ່ງ 12 ຂົງເຂດທີ່ໜ້າ ເປັນຫ່ວງ; ຈັດກິດຈະກຳສົ່ງເສີມ ວັດທະນະທຳ ຮີດຄອງປະເພນີທີ່ ເປັນເອກະລັກ ທີ່ຕິດພັນກັບການ ທ່ອງທ່ຽວ ແລະ ການປົກປັກຮັກສາ ສິ່ງແວດລ້ອມ; ສ້າງຂະບວນການ ແຂ່ງຂັນສິລະປະ-ວັນນະຄະດີ, ກິລາປະເພດຕ່າງໆ, ຂະບວນການ ອອກແຮງງານ, ການວາງສະແດງ ຜະລິດຕະພັນຫັດຖະກຳ, ຜົນຜະລິດ ກະສິກຳ ຕາມຄວາມສາມາດ ແລະ s;o7n oxts;a f7;k,gxa o,k 0v';a oc,j py 'lkdq o (ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 115 ວັນທີ 8 ມີນາ 1910 - ມີນາ 2025 ) ຈຸດພິເສດຕົວຈິງຂອງແຕ່ລະພາກ ສ່ວນ; ກິດຈະກຳຖາມ-ຕອບຄວາມ ຮູ້ຮອບຕົວ, ຄວາມຮູ້ກ່ຽວກັບວຽກ ງານແມ່ຍິງ ແລະ ປະຫວັດມູນເຊື້ອ ວັນແມ່ຍິງສາກົນ ແລະ ກິດຈະກໍາ ອື່ນໆຕາມຄວາມເໝາະສົມ. ສຳລັບສູນກາງສະຫະພັນ ແມ່ ຍິງລາວ ຈະໄດ້ຈັດກິດຈະກໍາຫລັກ ເພື່ອເປັນການສະເຫລີມສະຫລອງ ວັນແມ່ຍິງສາກົນ 8 ມີນາ 2025 ປະກອບມີ: ຍ່າງເພື່ອສຸຂະພາບ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມ ສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ຊຶ່ງຈະຈັດຂຶ້ນໃນວັນທີ 1 ມີນາ 2025 ທີ່ສວນປະຕູໄຊ; ສຳມະນາ ພາຍໃຕ້ຄໍາຂວັນ: ສໍາລັບແມ່ຍິງ ແລະ ເດັກຍິງທຸກຄົນ: ສິດທິ, ຄວາມ ສະເໝີພາບ ແລະ ການເສີມສ້າງ ອໍານາດ ຊຶ່ງຈະຈັດຂຶ້ນໃນວັນທີ 5 ມີນາ 2025. ທັງນີ້, ກໍເພື່ອເຮັດໃຫ້ ທົ່ວສັງຄົມ ມີຄວາມຮັບຮູ້ເຂົ້າໃຈ, ພ້ອມທັງເປັນເຈົ້າການຍາດແຍ່ງ ເອົາທິດຊີ້ນໍາຈາກຄະນະພັກ, ການ ສ້າງເງື່ອນໄຂ, ກາລະໂອກາດຈາກ ອົງການປົກຄອງແຕ່ລະຂັ້ນ, ການ ຮ່ວມໄມ້ຮ່ວມມືຈາກເພດຊາຍໃນ ຄອບຄົວແລະການຈັດຕັ້ງ, ການສະ ໜັບສະໜູນຊ່ວຍເຫລືອຈາກທຸກໆ ພາກສ່ວນ ໃນສັງຄົມທັງພາຍໃນ ແລະ ສາກົນ; ເຂົ້າຮ່ວມຂະບວນ ການພັດທະນາຕົນເອງ, ພັດທະນາ ຄອບຄົວ, ພັດທະນາການຈັດຕັ້ງ, ພັດທະນາປະເທດຊາດ ແລະ ເສີມ ຂະຫຍາຍໄດ້ຄຸນລັກສະນະທີ່ເປັນ ມູນເຊື້ອ ອັນດີງາມຂອງແມ່ຍິງລາວ ເຂົ້າໃນການດຳລົງຊີວິດໃນເງື່ອນ ໄຂໃໝ່, ປະກອບສ່ວນຊຸກຍູ້ສົ່ງເສີມ ໃຫ້ແມ່ຍິງ ໄດ້ສ້າງຄວາມເຊື່ອໝັ້ນ ແລະ ຖືສຳຄັນຕໍ່ບົດບາດຂອງແມ່ ຍິງ ໃນການເຂົ້າຮ່ວມປະຕິບັດໜ້າທີ່ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ກໍຄື ການປະຕິບັດ ນະໂຍບາຍຂອງພັກ-ລັດ ແລະ ແຜນ ພັດທະນາແມ່ຍິງລາວ. *** ຕໍ່ຈາກສະບັບກ່ອນ *** ພາບປະກອບ ສະຫາຍ ນາງ ອາລິຍາວັນ ອັກ ຄະວົງ ຮອງເລຂາຄະນະບໍລິຫານ ງານພັກ, ຮອງປະທານສູນກາງ ສະຫະພັນກໍາມະບານລາວ ໄດ້ໃຫ້ ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນ ມາ ນີ້ ໂດຍໄດ້ຕີລາຄາ ແລະ ຍົກສູງ ບົດບາດການນຳພາຂອງພັກ ຕະ ຫລອດໄລຍະ 70 ປີ ຜ່ານມາ ເຊິ່ງ ພັກປະຊາຊົນປະຕິວັດລາວ ແມ່ນ ກອງນໍາໜ້າ ທີ່ມີການຈັດຕັ້ງ ແລະ ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ເປັນຕົວ ແທນ ທີ່ຈົງຮັກພັກດີຢ່າງສະເໝີ ຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນ ປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ປວງ ຊົນລາວທັງຊາດ. ພັກປະຊາຊົນ ປະຕິວັດລາວ ແມ່ນພັກກຳອໍາ ນາດ ເປັນແກນນໍາໃນລະບົບການ ເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ນໍາພາປະຊາຊົນບັນດາ ເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕາມຈຸດໝາຍ ສັງຄົມນິຍົມ. ໃນຕະຫລອດໄລຍະ 70 ປີ ທີ່ຜ່ານມາ ພັກໄດ້ມີຜົນງານ ອັນໃຫຍ່ຫລວງ ໃນການຫັນປ່ຽນ ໃໝ່ ໃນການນໍາພາຂອງຕົນ ໃຫ້ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງປະເທດຊາດ ແລະ ສາກົນ ໂດຍມີແນວທາງປ່ຽນແປງໃໝ່ ຮອບດ້ານ ຢ່າງມີຫລັກການຂອງ ພັກ ເຊິ່ງເຮັດໃຫ້ປະເທດຊາດ ມີ ເອກະລາດ, ມີສະຖຽນລະພາບ ທາງດ້ານການເມືອງ, ອໍານາດ ແລະ ອະທິປະໄຕ ປົກປັກຮັກສາ ຜືນແຜ່ນດິນອັນຄົບຖ້ວນຂອງປະ ເທດຊາດ ໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ-ສັງຄົມ ໄດ້ສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຫັນ ເປັນອຸດສາຫະກໍາ ແລະ ທັນສະໄໝ, ສິດເປັນເຈົ້າຂອງປະເທດຊາດ ຂອງ ພະນັກງານ-ລັດຖະກອນ, ກຳມະ ກອນ ແລະ ປະຊາຊົນ ຜູ້ອອກແຮງ ງານລາວບັນດາເຜົ່າ ໄດ້ຮັບການ ເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ຄວາມສາມັກຄີພາຍໃນພັກ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງ ປວງຊົນລາວທັງຊາດ ໄດ້ມີຄວາມ ໜັກແໜ້ນເຂັ້ມແຂງ, ຊີວິດການ ເປັນຢູ່ຂອງປະຊາຊົນ ໄດ້ຮັບການ ປັບປຸງພັດທະນາດີຂຶ້ນ, ບັນຫາທີ່ ສໍາຄັນ ທີ່ຕັ້ງບົດບາດ ແລະ ອິດທິ ພົນ ຂອງປະເທດຊາດ ໄດ້ຮັບການ ເຊີດຊູໃຫ້ສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ສະຫາຍ ນາງ ອາລິຍາວັນ ອັກ ຄະວົງ ຍັງໃຫ້ຮູ້ອີກວ່າ: ຄະນະບໍລິ ຫານງານພັກ ສູນກາງສະຫະພັນ ກໍາມະບານລາວ ໄດ້ເອົາໃຈໃສ່ ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຄັ້ງທີ XI ແລະ ມະຕິກອງປະ ຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິ ຫານງານພັກ ສູນກາງສະຫະພັນ ກໍາມະບານລາວ ໄດ້ນໍາພາ-ຊີ້ນໍາ ສະຫະພັນກໍາມະບານ ແຕ່ລະຂັ້ນ ເປັນເຈົ້າການຍົກສູງບົດບາດ ແລະ ເຄື່ອນໄຫວວຽກງານຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເຊິ່ງສະແດງອອກໃຫ້ເຫັນເຖິງຜົນ ງານອັນພົ້ນເດັ່ນ ໂດຍສະເພາະ ສະຫະພັນກໍາມະບານລາວ ໄດ້ມີ ກົດໝາຍ, ກົດລະບຽບໃນແຕ່ລະ ໄລຍະ, ມີນິຕິກໍາ ໃນການເຄື່ອນ ໄຫວ, ມີການຈັດຕັ້ງຄົບຊຸດ ນັບ ແຕ່ສູນກາງລົງຮອດກຳມະບານ ຮາກຖານ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານ ໃນ ຂົງເຂດລັດບໍລິຫານ ແລະ ຫົວໜ່ວຍ ແຮງງານ, ເຮັດໜ້າທີ່ໃນການປົກ ປ້ອງສະມາຊິກກຳມະບານ, ກຳມະ ກອນ ແລະ ຜູ້ອອກແຮງງານ ທາງ ດ້ານສິດຜົນປະໂຫຍດ, ຍົກລະດັບ ຊີວິດການເປັນຢູ່ຂອງສະມາຊິກ ກຳມະບານ, ກຳມະກອນ ໂດຍສະ ເພາະແມ່ນນໍາສະເໜີຂຶ້ນຄ່າແຮງ ງານຂັ້ນຕໍ່າໃນແຕ່ລະໄລຍະ ແລະ ອຸດໜູນຄ່າຄອງຊີບ ຕໍ່ລັດຖະບານ ແລະ ປະກາດໃຫ້ຈັດຕັ້ງປະຕິບັດ ໃນປີ 2024 ເປັນຕົ້ນມາ, ສ້າງສາຍ ພົວພັນແຮງງານທີ່ດີ ລະຫວ່າງ ຜູ້ ໃຊ້ແຮງງານ ກັບຜູ້ອອກແຮງງານ ໃຫ້ມີຄວາມກົມກຽວ ເພື່ອຫລີກເວັ້ນ ຈາກການເອົາລັດເອົາປຽບ, ຮັກ ແພງສາມັກຄີ ເພື່ອບັນລຸຕາມແຜນ ການຜະລິດແນໃສ່ພັດທະນາເສດ ຖະກິດຂອງຊາດ. ເພື່ອສືບຕໍ່ຮໍ່າຮຽນເອົາບົດຮຽນ ການນໍາພາຂອງພັກ, ກໍາແໜ້ນ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ນັ້ນ, ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ສະມາຊິກກຳມະບານ, ກຳ ມະກອນ ແລະ ຜູ້ອອກແຮງງານ ລາວບັນດາເຜົ່າ ຕ້ອງເຊື່ອມຊຶມ ແລະ ເຂົ້າໃຈວ່າ ໃນຕະຫລອດໄລ ຍະ 70 ປີ ທີ່ພັກເຮົາໄດ້ຮັບການ ສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍ ຕົວ ແລະ ນໍາພາການປະຕິວັດຈົນ ມາເຖິງປັດຈຸບັນ ພັກໄດ້ຮັກສາຄຸນ ທາດການເມືອງ, ທາດແທ້ປະຕິວັດ ວິທະຍາສາດ; ຍຶດໝັ້ນລັດທິມາກເລນິນ, ແນວຄິດ ໄກສອນ ພົມວິ ຫານ, ມູນເຊື້ອອັນດີງາມຂອງພັກ ຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ, ພວກເຮົາຕ້ອງເປັນ ກໍາລັງແຮງໃຫ້ແກ່ພັກ, ເຊື່ອໝັ້ນ ຢ່າງໜັກແໜ້ນຕໍ່ການນໍາຂອງພັກ ເພາະພາລະກໍາປະຫວັດສາດອັນ ໃຫຍ່ຫລວງ, ຮອບດ້ານ, ໜັກໜ່ວງ ແລະ ຍາວນານ ຂອງພັກ ແມ່ນສືບ ຕໍ່ຍຶດໝັ້ນແນວທາງປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການຂອງ ພັກ; ສ້າງການຫັນປ່ຽນໃໝ່ທີ່ແຂງ ແຮງເລິກເຊິ່ງ ແລະ ຮອບດ້ານໃຫ້ ແກ່ການບູລະນະລະບອບປະຊາທິ ປະໄຕ ປະຊາຊົນ ໃຫ້ກ້າວເດີນໄປ ສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກ ແໜ້ນ ເຮັດໃຫ້ປະເທດຊາດ ມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກ ແຜ່ນ, ປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ. ໂອກາດນີ້, ສະຫາຍ ນາງ ອາ ລິຍາວັນ ອັກຄະວົງ ຍັງໄດ້ສະແດງ ຄວາມຈາລຶກ ແລະ ຮູ້ບຸນຄຸນ ຕໍ່ບັັນ ດາຜູ້ນໍາຮຸ່ນກ່ອນ ແລະ ປັດຈຸບັນ ທີ່ໄດ້ສຸມສະຕິປັນຍາເຫື່ອແຮງ, ຄວາມເສຍສະລະ, ບົດຮຽນ, ປະ ສົບການຕ່າງໆ ເຂົ້າໃນການປະຕິ ບັດໜ້າທີ່ການເມືອງອັນສູງສົ່ງ ເຮັດໃຫ້ປະເທດຊາດມີສະຖຽນລະ ພາບທາງດ້ານເມືອງ, ສັງຄົມມີ ຄວາມສະຫງົບ, ເສດຖະກິດຂະ ຫຍາຍຕົວ ແລະ ປວງຊົນທັງຊາດ ມີຄວາມຢູ່ເຢັນເປັນສຸກ. ພ້ອມທັງ ອວຍພອນໃຫ້ຄະນະນໍາຂັ້ນສູງ ພັກ, ລັດ ຈົ່ງມີພະລານະໄມທີ່ສົມບູນ, ສຸກກາຍສຸກໃຈ ສືບຕໍ່ນໍາພາ ແລະ ກໍ່ສ້າງປະເທດຊາດ ໃຫ້ມີຄວາມ ຈະເລີນຮຸ່ງເຮືອງກ້າວຂຶ້ນຕາມຈຸດ ໝາຍທີ່ພັກເຮົາວາງໄວ້. * ສັງຄົມນັບມື້ພັດທະນາ , ພາສາ ກໍ່ມີການພັດທະນາ ຕາມ ກະແສຟອງຂອງຍຸກສະໄໝ ເພືື່ອ ຮັບໃຊ້ການຄົບຄ້າສະມາຄົມ ກໍ່ຄື ການພັດທະນາຊາດບ້ານເມືອງ. ຄໍາສັບບາງຄໍາເຄີຍໃຊ້ໃນສະໄໝ ໜຶ່ງຫລາຍ, ແຕ່ຕົກມາອີກໄລຍະ ປະຫວັດໜຶ່ງກໍອາດໃຊ້ໜ້ອຍລົງ ຕາມຄວາມຕ້ອງການຕົວຈິງ ຫລື ອາດມີການປ່ຽນຮູບຄໍາ ຫລື ມີການ ສ້າງຄໍາຂຶ້ນມາໃໝ່... ຄໍາ “ສອດ” ເປັນຄໍາກໍາມະ ຫລື ກິລິຍາ ໝາຍເຖິງ ເອົາລອດໄປທາງ ໃຕ້ ຫລື ໃນລະຫວ່າງ, ຮ້ອຍ, ໃສ່, ເໜັບ, ຂັດ, ສ່ອງ, ເບິ່ງ, ລອບ. ຄໍາ “ຫ້ອຍ” ເປັນຄໍາກໍາມະ ໝາຍເຖິງ ເອົາສາຍ ຫລື ງວງຄ້ອງ ແຂວນໄວ້, ແຂວນຕິດໄວ້, ຕິດຕາມ ເປັນຫ່ວງນໍາສະເໝີ ເຊັ່ນ ຕິດຕ້ອຍ ຫ້ອຍຕາມ. ສ່ວນຄໍາ: “ຮ້ອຍ” ເປັນຄໍາ ນາມ ໝາຍເຖິງ ມາດຕາຊັ່ງນໍ້າໜັກ ແບບບູຮານ ຄືນໍ້າໜັກສິບບາດ ເປັນ ໜຶ່ງຮ້ອຍ. ເຮັດໜ້າທີ່ເປັນຄໍານາມ, “ຮ້ອຍ” ຍັງໝາຍເຖິງ ຫົວໜ້າ, ປະທານ, ຜູ້ໃຫຍ່ ຜູ້ທີ່ຄະນະເລືອກ ໃຫ້ເປັນໃຫຍ່ ໃນເວລາໄປຊື້ຂາຍ ຕ່າງຖິ່ນ ຮຽກນາຍຮ້ອຍ(ສະໄໝ ບູຮານ). ຄໍາວ່າ ຮ້ອຍ ເປັນຄຸນນາມ ຫລື ວິເສດ ໝາຍເຖິງ ນັບສິບເຖິງສິບ ເທື່ອ ເປັນຮ້ອຍ, ເລກຮ້ອຍ ກໍ່ວ່າ. “ຮ້ອຍ” ເປັນກໍາມະ ໝາຍເຖິງ ເອົາເຂັມທີ່ໃສ່ໄໝຫຍິບແລ້ວສອດ ຫຍິບເຂົ້າໃສ່ກັນ ເອີ້ນຮ້ອຍເຂົ້າ ໃສ່ກັນ ເຊັ່ນ ຮ້ອຍດອກໄມ້... ຄໍາສອງພະຍາງ ທີ່ມີຄໍາວ່າ “ສອດ” ເປັນພະຍາງໜ້າ ມີເຊັ່ນ: ສອດສ່ອງ ເປັນກໍາມະໝາຍເຖິງ ພິຈາລະນາເບິ່ງໃຫ້ລະອຽດຖີ່ຖ້ວນ, ຄິດໄປຄິດມາໃຫ້ຄັກແນ່. ຄໍາ “ສອດ ແສ້ວ” ເປັນກໍາມະ ໝາຍເຖິງ ລັກ ລອບໄປ, ບິນສົນໄປສວນມາ. “ສອດແນມ” ເປັນກໍາມະ ໝາຍ ເຖິງ ສືບຫາຄວາມລັບ, ສືບຫາເຫດ ຮ້າຍ, ລັກລອບແນມເບິ່ງ. ນອກນັ້ນ ຍັງມີຄໍາສັບທີ່ມີຄວາມ ໝາຍທາງດ້ານການເມືອງ-ສັງຄົມ ເຊັ່ນ “ສອດຫ້ອຍ” ເຊິ່ງມີການ ໃຊ້ຢູ່ໃນບົດລາຍງານວຽກງານ ມີລັກສະນະການເມືອງ ກໍ່ຄືບໍລິ ບົດທາງສັງຄົມ ອັນໝາຍເຖິງ ວຽກງານໃດໜຶ່ງທີ່ໄດ້ເຮັດໄປ ຄຽງຄູ່ກັບວຽກງານອື່ນໆກົມກຽວ ດັ່ງວຽກງານພັດທະນາຊາວໜຸ່ມ ໄດ້ສອດຫ້ອຍຢູ່ໃນທຸກຂົງເຂດ ວຽກງານ... ດັ່ງນັ້ນ ຈຶ່ງໄດ້ນໍາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.
RkJQdWJsaXNoZXIy MTc3MTYxMQ==