6076

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 26/02/2025 glf4tdy f{la '7q , ໂດຍ: ເກີດຂວັນໃຈ ມາລີຈັນສີ -k;vk-Posa o,k-q ,.-h ly o7h k c]t g8a d3o3]-u 9kd lx 9u o gruj ,0B o1j k'8+ gonj v' leza fda [7;k,va flt9a omk'me,t-kfmuj oEcvf{r6 g]u p ໂດຍ: ມາລີດາ * ປ່າສະຫງວນ ນ້ຳແອດ-ພູເລີຍ ແມ່ນສະຖານທີ່ທ່ອງທ່ຽວ ທາງທໍາ ມະຊາດທີ່ສວຍງາມອັນດັບໜຶ່ງ ຂອງລາວ ທີ່ນັກທ່ອງທ່ຽວ ທັງພາຍ ໃນ ແລະ ຕ່າງປະເທດ ຫລົງໄຫລ ມົນສະເໜ່ທີ່ເຊື່ອງຊ້ອນໄວ້ໃນປ່າ ດົງທີ່ຕຶບໜາ ໜ້າຄົ້ນຫາ ໂດຍສະ ເພາະແມ່ນນັກທ່ອງທ່ຽວ ສາຍຜະ ຈົນໄພ, ເພາະປ່າສະຫງວນແຫ່ງ ນີ້ມີ 2 ກິດຈະກຳ ການທ່ອງທ່ຽວ ແບບອະນຸລັກ ຄື ການທ່ອງທ່ຽວ ລ່ອງເຮືອເບິ່ງສັດປ່າຍາມກາງຄືນ ທີ່ສາຍນ້ຳເນີນ, ການຍ່າງປ່າ ເພື່ອ ສໍາຫລວດເບິ່ງສັດປ່າຫາຍາກທີ່ໃກ້ ຈະສູນພັນແລ້ວ. ສຳລັບບັນຍາກາດ ຕອນເຊົ້າ ບອກໄດ້ເລີຍວ່າ ທ່ານຈະ ບໍ່ຜິດຫວັງຖ້າໄດ້ມາລອງສໍາຜັດ ກັບຄວາມງາມທີ່ເຊື່ອງຊ້ອນໄວ້ໃນ ທໍາມະຊາດແຫ່ງນີ້. ນ້ຳແອດ-ພູເລີຍ ແມ່ນຊື່ຂອງ ປ່າສະຫງວນແຫ່ງຊາດຂອງລາວ ຕັ້ງຢູ່ທາງຕາເວັນອອກສຽງເໜືອ, ເປັນປ່າສະຫງວນໃຫຍ່ລຳດັບ 1 ຂອງປະເທດ, ມີເນື້ອທີ່ 410.720 * ບໍ່ແມ່ນເລື່ອງມະໂນພາບ ແລະ ນັ່ງຄິດໄປເອງຕາມມີຕາມເກີດ ແຕ່ ຫາກຄວນຍ້ອງຍໍສັນລະເສີນຄົນ ເຮັກຕາ, ກວມເອົາ9 ເມືອງໃນສາມ ແຂວງ ຄື ຫົວພັນ, ຊຽງຂວາງ ແລະ ຫລວງພະບາງ. ເຂດດັ່ງກ່າວມີ ປະຊາກອນອາໄສຢູ່ຫລາຍກວ່າ 30.000 ຄົນ ຈາກ 98 ບ້ານ ແລະ ບ້ານໃນເຂດນີ້ ຍັງຖືວ່າ ທຸກຍາກ ຫລາຍ. ແຕ່ວ່າ ປ່າທີ່ເຂົາເຈົ້າອາ ໄສຢູ່ນັ້ນ ອຸດົມສົມບູນໄປດ້ວຍສັດ ປ່າທີ່ໃກ້ຈະສູນພັນ ເຊັ່ນ: ເສືອ ໂຄ່ງ, ເສືອດາວ, ເສືອລາຍເມກ, ທະ ນີແກ້ມຂາວຖິ່ນເໜືອ, ເໝືອຍ, ນົກ ກົກຄຳ ແລະ ຊະນິດອື່ນໆ ປະມານ 20 ຊະນິດ (ນົກ ມີປະມານ 300 ຊະນິດ). ພ້ອມນັ້ນປ່າສະຫງວນດັ່ງ ກ່າວ ຍັງມີປະຫວັດອັນຍາວນານ ກ່ຽວກັບການຕັ້ງຖີ່ນຖານຂອງ ມະນຸດ ອີກດ້ວຍ. ນັບແຕ່ປີ 2003 ມາຮອດປັດຈຸບັນ ອົງການອະນຸລັກ ສັດປ່າ ໄດ້ປະກອບສ່ວນຊ່ວຍເຫລືອ ດ້ານເຕັກນິກວິຊາການ ໃຫ້ແກ່ປ່າ ສະຫງວນແຫ່ງຊາດ ນ້ຳແອດ-ພູ ເລີຍ. ໃນໄລຍະຜ່ານມາ ອົງການ ອະນຸລັກສັດປ່າ ແລະ ປ່າສະຫງວນ ແຫ່ງຊາດ ນ້ຳແອດ-ພູເລີຍ ມີປະ ສົບການ ແລະ ບົດຮຽນອັນລ້ຳຄ່າ ຫລາຍດ້ານ ໃນການສົ່ງເສີມການ ທ່ອງທ່ຽວ ແບບອະນຸລັກຄຽງຄູ່ ກັບການສຳຫລວດສັດປ່າ, ປ່າໄມ້ ແລະ ປະເມີນໄພຂົ່ມຂູ່. ການທ່ອງ ທ່ຽວແບບອະນຸລັກ ຢູ່ປ່າສະຫງວນ ແຫ່ງຊາດ ນ້ຳແອດ-ພູເລີຍ ໄດ້ຮັບ ການສ້າງຕັ້ງ ແລະ ພັດທະນາຂຶ້ນ ເພື່ອເປັນໂອກາດ ໃຫ້ແກ່ຄົນທ້ອງ ຖິ່ນ ທີ່ຍັງທຸກຍາກ ໄດ້ມີສ່ວນຮ່ວມ ໃນການບໍລິການ ການທ່ອງທ່ຽວ ດ້ວຍຕົວເຂົາເຈົ້າເອງ, ເປັນການ ເຊື່ອມໂຍງ ລະຫວ່າງການອະນຸລັກ ກັບການທ່ອງທ່ຽວ, ລາຍຮັບທີ່ ໄດ້ຈາກການທ່ອງທ່ຽວ ເປັນການ ກະຕຸ້ນ ໃຫ້ຄົນທ້ອງຖິ່ນ ມີຄວາມ ກະຕືລືລົ້ນ ໃນການປົກປັກຮັກສາ ແລະ ຫວງແຫນຊັບສົມບັດເຂົາເຈົ້າ ຫລາຍຂຶ້ນ. ທ່ານ ນາງ ຈານິນາ ບິໂກວາ (+anina #ikova) ພະນັກງານ ອົງການອະນຸລັກສັດປ່າ (WilEliGe Conservation SoDiety) ທີ່ ໄດ້ຊ່ວຍໂຄງການ ການທ່ອງທ່ຽວ ແບບອະນຸລັກ ໃນເຂດປ່າສະຫງວນ ແຫ່ງຊາດ ນ້ຳແອດ-ພູເລີຍ ຈົນໄດ້ ຮັບລາງວັນອັນຊົງກຽດລະດັບໂລກ 2 ປີຊ້ອນ (2013 ແລະ 2014) ຄື “ລາງວັນການທ່ອງທ່ຽວທີ່ມີຄວາມ ຮັບຜິດຊອບ”, ກ່າວວ່າ: ຈຸດປະສົງ ຕົ້ນຕໍ ຂອງການທ່ອງທ່ຽວ ແບບ ອະນຸລັກ ຢູ່ນ້ຳແອດ-ພູເລີຍ ກໍຄື: 1) ສ້າງລາຍຮັບທີ່ຍືນຍົງໃຫ້ແກ່ ຄົນທ້ອງຖິ່ນ ຜ່ານການມີສ່ວນຮ່ວມ ໃນການອະນຸລັກ, 2) ສ້າງກອງທຶນ ທີ່ໝັ້ນຄົງ ໃຫ້ແກ່ການຄຸ້ມຄອງປ່າ ສະຫງວນ, 3) ເພີ່ມທະວີຈິດສຳນຶກ ຂອງຄົນທ້ອງຖິ່ນ ແລະ ນັກທ່ອງ ທ່ຽວ ຕໍ່ຄວາມໝາຍຄວາມສຳຄັນ ຂອງວຽກງານອະນຸລັກ. ສໍາລັບ ກິດຈະກຳ ຂອງການທ່ອງທ່ຽວ ແບບອະນຸລັກ ຢູ່ ນ້ຳແອດ-ພູເລີຍ ມີ 2 ກິດຈະກຳ ຄື: ການທ່ອງທ່ຽວ ລ່ອງເຮືອເບິ່ງສັດປ່າຍາມກາງ ຄືນ ທີ່ສາຍນ້ຳເນີນ ໄດ້ເລີ່ມເປີດ ໃຫ້ບໍລິການມາແຕ່ປີ 2009: ເປັນ ລາຍການທ່ອງທ່ຽວ 2 ມື້ 1 ຄືນ, ນັກທ່ອງທ່ຽວຈະໄດ້ຂີ່ເຮືອ ເຂົ້າ ໄປໃນເຂດຫວງຫ້າມ ຂອງປ່າ ສະຫງວນ ແຫ່ງຊາດ ນ້ຳແອດ-ພູ ເລີຍ. ຈຸດເດັ່ນອີກຢ່າງໜຶ່ງ ກໍແມ່ນ ການຂີ່ເຮືອຍາມກາງຄືນ ໂດຍໃຊ້ ເຮືອຫາງຍາວ ຂີ່ລ່ອງລົງຕາມສາຍ ນ້ຳເນີນ ເພື່ອເບິ່ງສັດປ່າທີ່ຫາຍາກ. ນອກນີ້, ຍັງມີກິດຈະກຳການເບິ່ງ ນົກ, ເບິ່ງສັດປ່າ ແລະ ຍ່າງປ່າ ໄລ ຍະສັ້ນໃນຕອນເຊົ້າ. ນັກທ່ອງທ່ຽວ ຈະມີໂອກາດໄດ້ນອນເຮືອນພັກພື້ນ ເມືອງ ທີ່ສ້າງ ແລະ ຄຸ້ມຄອງໂດຍ ຊຸມຊົນ. ການທ່ອງທ່ຽວຍ່າງປ່າ: ເປີດໃຫ້ບໍລິການໃນປີ 2016, ໃຊ້ ເວລາຍ່າງປ່າ 2-5 ມື້, ກິດຈະກຳ ກໍແມ່ນ “ນອນເຮືອນຮັງນົກ” ແລະ “ທ່ຽວພູເລີຍ ປ່າໝອກເບິ່ງ ສັດປ່າ”. ການທ່ອງ ທ່ຽວຍ່າງປ່າ ໄດ້ສ້າງຜົນປະໂຫຍດໃຫ້ແກ່ 12 ບ້ານ ທີ່ອາໄສຢູ່ໃກ້ຄຽງ ແລະ ໄດ້ ເຮັດໃຫ້ນັກທ່ອງທ່ຽວ ມີໂອກາດທີ່ ຈະເຫັນ ແລະ ໄດ້ຕິດຕາມສັດປ່າທີ່ ຫາຍາກ ເຊັ່ນ: ເສືອລາຍເມກ, ໝີ ຄວາຍ, ເໝືອຍ ແລະ ໝາໄນ ຈາກ ກ້ອງດັກຖ່າຍ ທີ່ຕັ້ງຢູ່ຕາມເສັ້ນທາງ ຍ່າງແຫລ່ງທ່ອງທ່ຽວ ແລະ ນັກ ທ່ອງທ່ຽວ ຈະໄດ້ຮັບໂອກາດເປັນ ຜູ້ຕິດຕັ້ງກ້ອງດັກຖ່າຍສັດປ່າ. ຂໍ້ມູນ ສັດປ່າ ທີ່ໄດ້ຮັບຈາກກ້ອງດັກຖ່າຍ ນີ້ ຈະຖືກນຳໄປປ້ອນເຂົ້າໃສ່ລະບົບ ການກວດກາຕິດ ຕາມ ຂອງປ່າ ສະຫງວນ. ປັດຈຸບັນ ມີ 26 ບ້ານ (ຫລາຍກວ່າ 2.000 ຄົວເຮືອນ) ໄດ້ເຂົ້າຮ່ວມກິດຈະກຳ ການທ່ອງ ທ່ຽວອະນຸລັກ ແລະ ມີ 4 ບ້ານ ທີ່ໃຫ້ ບໍລິການ ການທ່ອງທ່ຽວໂດຍກົງ. ໃນ 7 ປີທຳອິດ, ການຂີ່ເຮືອເບິ່ງ ສັດປ່ານໍ້າເນີນ ສ້າງລາຍຮັບໃຫ້ແກ່ ກຸ່ມບໍລິການຂອງບ້ານ ຫລາຍກວ່າ 100.000 ໂດລາ. ເຮັດແທ້ທໍາຈິງ ຫລື ມະນຸດຜູ້ທີ່ມີ ຫົວຄິດປະດິດສ້າງ ແລະ ອຸທິດເຫື່ອ ແຮງມັນສະໝອງຢ່າງບໍ່ຮູ້ອິດບໍ່ ເມື່ອຍເພື່ອສ່ວນລວມໃນການຄົ້ນ ຄວ້າວິທະຍາສາດອັນກ້າວໜ້າ, ຜະລິດວັດຖຸສິ່ງຂອງໃໝ່ໆ, ເຕັກ ໂນໂລຊີນະວັດຕະກໍາທັນສະໄໝ ມາຮັບໃຊ້ສັງຄົມມະນຸດເຮົາຢ່າງ ຮອບດ້ານ. ຜູ້ຂຽນໄດ້ຖອດຖອນບາງບົດ ຮຽນ, ສຶກສາຮໍ່າຮຽນ, ຟັງ ແລະ ແລກປ່ຽນຄວາມຮູ້ຈາກຄູອາຈານ, ຜູ້ອາວຸໂສ ໃນນັ້ນບາງບົດຮຽນກໍໄດ້ ຜ່ານການຊອກຮູ້, ອ່ານປື້ມ ແລະ ທ່ອງໂລກອິນເຕີເນັດ, ໂດຍຂໍຢ້ອນ ເວລາຫຍໍ້ໆວ່າຫລັງປົດປ່ອຍຊາດ ປີ 1975 ເວົ້າເລື່ອງລົດລາງພາຫະ ນະ ແລະ ກົນຈັກທີ່ເປັນພື້ນ ຖານໃນ ການຮັບໃຊ້ຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່ານັບແຕ່ ເຄື່ອງກົນຈັກຜະລິດກະສິກໍາ, ລົດ ບັນທຸກ, ລົດຈັກ, ລົດເກັງ ແລະ ອື່ນໆ ໃນເວລານັ້ນເຫັນວ່າຂ້ອນ ຂ້າງທັນສະໄໝພໍສົມຄວນ ແຕ່ຖ້າ ປຽບທຽບກັບປັດຈຸບັນອາດຫ່າງ ກັນປານຟ້າກັບດິນ. ເວລານັ້ນສິ່ງ ທີ່ພໍອະທິບາຍໄດ້ລະອຽດທີ່ສຸດ ຄື: ມີພຽງຄົນລາວຈໍານວນໜ້ອຍໂດຍ ສະເພາະກຸ່ມຄົນມີຖະນາດີ ແລະ ຮັ່ງມີຈິ່ງສາມາດຊື້ມາໃຊ້ ແລະ ຄອບຄອງເຄື່ອງກົນຈັກ ລວມທັງ ພາຫະນະທີ່ວ່ານັ້ນເຊັ່ນ: ລົດຈັກ ຮອນດ້າດßີມ (ຍີ່ປຸ່ນ), ລົດເຕົ່າ ສະວົກໂກ້ນ (ເຢຍລະມັນ), ລົດ ເກັງລາດາ (ໂຊຫວຽດ)jຄວາມ ຈິງຄົນລາວເຮົາບໍ່ແມ່ນຄົນຫລ້າ ສະໄໝ ແຕ່ອັນສືບເນື່ອງມາຈາກ ລາຍຮັບຂອງບາງຄອບຄົວມີຈໍາ ກັດຕ່າງຫາກທີ່ບໍ່ສາມາດຈັບຈ່າຍ ແລະ ຊື້ມາຮັບໃຊ້ຊີວິດປະຈໍາວັນໄດ້ ຢ່າງທົ່ວເຖິງ. ເມື່ອເຮົາມາຕັ້ງຄໍາ ຖາມ ແລະ ຕີລາຄາພາບລວມເຫັນ ໄດ້ຢ່າງຈະແຈ້ງວ່າ: ເປັນຫຍັງຄົນ ລາວເຮົາຈໍານວນບໍ່ໜ້ອຍບໍ່ສາມາດ ຊື້ລົດໄຖນາ, ເຄື່ອງຈັກດູດນໍ້າ, ລົດ ຈັກ, ລົດເກັງ ແລະ ພາຫະນະອື່ນໆ ໄດ້ຢ່າງທົ່ວເຖິງໃນເວລານັ້ນ ກໍ ຍ້ອນບາງປັດໄຈ ສິນຄ້າທີ່ຜະລິດ ຈາກປະເທດຈະເລີນແລ້ວ ຫລື ປະເທດຕາເວັນຕົກອາດຕັ້ງລາຄາ ສິນຄ້າຂ້ອນຂ້າງສູງເຮັດຄົນຜູ້ມີ ລາຍໄດ້ໜ້ອຍ, ລາຍປານກາງອາດ ບໍ່ສາມາດຈັບຕ້ອງ ແລະ ຊື້ມາຊົມ ໃຊ້ໄດ້ຢ່າງກວ້າງຂວາງ. ຕໍ່ມາໃນປີ 1986 ພັກ-ລັດຖະ ບານລາວ ໄດ້ວາງແນວທາງການ ປ່ຽນແປງໃໝ່ຮອບດ້ານເລີ່ມຈາກ ການປ່ຽນແປງດ້ານເສດຖະກິດ, ຫັນຈາກການຄຸ້ມຄອງລວມສູນບໍລິ ຫານເກື້ອກູນໄປສູ່ການຄຸ້ມຄອງ ຕາມກົນໄກຕະຫລາດທີ່ມີການໄລ່ ລຽງເສດຖະກິດ ແລະ ມີການດັດ ສົມຂອງລັດ. ມາເຖິງຊຸມປີ 20042005, ການຜະລິດເປັນສິນຄ້າ ປ້ອນຕະຫລາດ ແລະ ການສົ່ງອອກ ເກີດເປັນໜໍ່ແໜງພົ້ນເດັ່ນຂຶ້ນເທື່ອລະ ກ້າວຍ້ອນໄດ້ຮັບກໍາລັງໜູນ ແລະ ແບ່ງປັນສິນຄ້າທີ່ມີທາງເລືອກດ້ວຍ ລາຄາທີ່ຈັບຕ້ອງໄດ້-ຊື້ໄດ້ຢ່າງ ສົມເຫດສົມຜົນຈາກ ສປ ຈີນ. ທ່ານ ຄໍາພາ, ອາຍຸ 75 ປີ, ປະຊາຊົນບ້ານທ່າໄຮ່ ເມືອງປາກ ເຊ ແຂວງຈໍາປາສັກເລົ່າສູ່ຟັງວ່າ “ ຂ້ອຍຍັງນຶກໄດ້ໄລຍະປີ 19751980 ທົ່ວເມືອງປາກເຊ ແຂວງຈໍາ ປາສັກ, ປະຊາຊົນຜູ້ສາມາດຊື້ລົດ ຈັກຮອນດ້າຜະລິດຈາກຍີ່ປຸ່ນ ແລະ ລົດເຕົ່າຜະລິດຈາກເຢຍລະມັນ ມາຂີ່ຕາມຖະໜົນຫົນທາງນັ້ນສາ ມາດນັບ ແລະ ຈື່ທຸກໆຄັນເພາະ ສ່ວນໃຫຍ່ແມ່ນຄົນມີຖານະດີ ແລະ ຮັ່ງມີຈຶ່ງຊື້ໄດ້. *** ອ່ານຕໍ່ສະບັບໜ້າ ***

RkJQdWJsaXNoZXIy MTc3MTYxMQ==