xtgmf]k; 3 26/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me m5 d[h komq j ;c0;'va f8txn wfh -q ,.-h w22h k 100% * ໄລຍະຜ່ານມາແຂວງອັດຕະປື ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນ ຍຸດທະສາດການພັດທະນາເສດຖະ ກິດ-ສັງຄົມ, ແຜນຍຸດທະສາດການ ພັດທະນາພະລັງງານ-ໄຟຟ້າ ເພື່ອ ໃຫ້ທຸກຫລັງຄາເຮືອນທົ່ວແຂວງໄດ້ ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ ເຊິ່ງໃນ ແຂວງອັດຕະປື ມີ 140 ບ້ານ ໄດ້ ຊົມໃຊ້ໄຟຟ້າແລ້ວ 100%ແລະ ທົ່ວ ແຂວງ ມີ 32.135 ຄົວເຮືອນ ໄດ້ ຊົມໃຊ້ໄຟແລ້ວ 30.725 ຄົວເຮືອນ ເທົ່າກັບ 95,61%, ເພີ່ມຂຶ້ນຈາກປີ 2023 ຈໍານວນ 193 ຄົວເຮືອນ. ໃນຂະນະດຽວກັນ ປີຜ່ານມາ ການປະຕິບັດພັນທະຕ່າງໆໃຫ້ພາກ ລັດ ສາມາດເກັບລາຍຮັບຈາກກິດ ຈະການ ໂຄງການພະລັງງານ-ໄຟ ຟ້າ ໄດ້ 1,8 ຕື້ກວ່າໂດລາສະຫະລັດ ກັບ 7,79 ຕື້ກວ່າກີບ ປະກອບມີ: ຄ່າພາກຫລວງ, ຄ່າເຊົ່າທີ່ດິນ, ອາ ກອນເງິນເດືອນ, ອາກອນກຳໄລ. ທ່ານ ສຸດໃຈ ກົມມະເມືອງ ຫົວ ໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ລາຍງານໃນກອງ ໂດຍ: ພອນປະເສີດ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊຸມສະຫລຸບປະຈໍາປີ ວຽກງານ ພະລັງງານ ແລະ ບໍ່ແຮ່ ເມື່ອບໍ່ດົນ ມານີ້ວ່າ: ໃນປີ 2024 ຜ່ານມາ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນຍຸດທະສາດການພັດທະນາ ພະລັງງານ-ໄຟຟ້າ ຕິດພັນກັບ ແຜນລົບລ້າງຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າ ພາຍໃນ ແຂວງ ໂດຍໄດ້ປະສານງານ, ຊຸກຍູ້ ສົ່ງເສີມ, ຄຸ້ມຄອງ-ຕິດຕາມຄວາມ ຄືບໜ້າ ຂອງບັນດາໂຄງການຕາມ ພາລະບົດບາດ, ຕາມການມອບ ໝາຍຂອງສາຍຕັ້ງ ກໍຄືສາຍຂວາງ. ປັດຈຸບັນ ໂຄງການເຂື່ອນໄຟຟ້າພະ ລັງງານນໍ້າຕົກ ທີ່ໄດ້ຮັບອະນຸມັດ ແລ້ວມີ27 ໂຄງການ, ກໍາລັງຕິດຕັ້ງ ລວມ 1.789,25 ເມກາວັດ ໃນນີ້, ຢູ່ໃນຂັ້ນຕອນບົດບັນທຶກຊ່ວຍຈໍາ (MOU) ມີ 4 ໂຄງການກໍາລັງຕິດ ຕັ້ງ 79,8 ເມກາວັດ, ບົດວິພາກເສດ ຖະກິດ-ເຕັກນິກ (FS) ມີ 4 ໂຄງ ການ ກຳລັງຕິດຕັ້ງ 73 ເມກາວັດ, ສັນຍາພັດທະນາໂຄງການ (PDA) ມີ5 ໂຄງການກໍາລັງຕິດຕັ້ງ 308,7 ເມກາວັດ, ສັນຍາຄຸ້ມຄອງ-ກໍ່ສ້າງ ໂຄງການ (SHOA) ມີ 3 ໂຄງ ການ ກໍາລັງຕິດຕັ້ງ 31,8 ເມກາ ວັດ, ສັນຍາສໍາປະທານໂຄງການ (CA) ມີ 2 ໂຄງການກໍາລັງຕິດ ຕັ້ງ108,5ເມກາວັດ(ກໍາລັງກໍ່ສ້າງ ໂຄງການເຂື່ອນໄຟຟ້າເຊກອງ ຕອນ ລຸ່ມ A ປັດຈຸບັນຄວາມຄືບໜ້າ 61,30% ແລະ ເຂື່ອນໄຟຟ້າຫ້ວຍ ກະອວນ ຄືບໜ້າ 85,03%), ຂັ້ນ ຕອນດໍາເນີນງານແລ້ວ (COD) 9 lk,gxQ k\kpl6 h -q o lh k'glf4tdy fgvdt]kf gxa og9Q k8q ogv' .ow]pt.\j ໂດຍ: ເຂົ້າຈານນ້ຳ * ກັບມາພໍ້ກັນອີກເທື່ອໜຶ່ງສໍາ ລັບ “ຄໍລຳສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະ ໃໝ່” ເຊິ່ງມື້ນີ້ ຂໍຍົກເອົາສາມເປົ້າ ໝາຍສູ້ຊົນ ສ້າງເສດຖະກິດດັ່ງກ່າວ ມາສະເໜີໃຫ້ພວກເຮົາຮັບຮູ້ນຳກັນ ຕື່ມ ໂດຍແຕ່ນີ້ຮອດປີ 2026 ມັນ ຮຽກຮ້ອງເຖິງທຸກພາກສ່ວນຕ້ອງ ສຸມທຸກກໍາລັງແຮງສັງລວມ ເພື່ອ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກໄລຍະທ້າຍ ສະໄໝໃຫ້ປະກົດຜົນເປັນຈິງດ້ວຍ ຄຸນນະພາບ ແລະ ປະສິດທິຜົນຕົວ ຈິງ ຕາມຈິດໃຈສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານ, ພ້ອມທັງສ້າງທ່ວງທ່າໃໝ່ໃຫ້ ແກ່ການຈັດຕັ້ງປະຕິບັດທິດທາງ, ຄາດໝາຍໃຫຍ່ຮອດປີ 2030 ທີ່ ຈະຖືກກໍານົດອອກໃນມະຕິກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກກໍ່ຄື ການບັນລຸຄາດໝາຍໃຫຍ່ໃນວິໄສ ທັດຮອດປີ 2030. ສາມເປົ້າໝາຍສູ້ຊົນນັ້ນ, ອັນ ໜຶ່ງ ແມ່ນສືບຕໍ່ຮັບປະກັນໃຫ້ປະ ເທດຊາດ ມີສະຖຽນລະພາບທາງ ດ້ານການເມືອງ ແລະ ມີຄວາມ ສະຫງົບປອດໄພທາງສັງຄົມຢ່າງ ໜັກແໜ້ນ; ການຂະຫຍາຍຕົວຂອງ ເສດຖະກິດມີຄວາມໝັ້ນທ່ຽງ, ໜັກ ແໜ້ນ ແລະ ມີຄວາມຍືນຍົງ, ເປັນ ປະເທດລາຍຮັບປານກາງສູງ ແລະ ບັນລຸເປົ້າໝາຍການພັດທະນາແບບ ຍືນຍົງໂດຍພື້ນຖານ; ເສດຖະກິດ ຕະຫລາດຕາມທິດສັງຄົມນິຍົມ ໄດ້ ຮັບການພັດທະນາຢ່າງເປັນລະບົບ; ບັນດາພາກສ່ວນເສດຖະກິດທີ່ເປັນ ກໍາລັງແຮງໃຫ້ແກ່ພື້ນຖານເສດຖະ ກິດແຫ່ງຊາດ ມີຄວາມໜັກແໜ້ນ, ມີລະບົບໂຄງລ່າງພື້ນຖານເສດຖະ ກິດທີ່ເຂັ້ມແຂງ, ສ້າງໂຄງປະກອບ ເສດຖະກິດທີ່ຖືເອົາກະສິກຳຕິດ ແໜ້ນກັບອຸດສາຫະກຳ ແລະ ການ ບໍລິການແລະພັດທະນາໄປຕາມທິດ ເສດຖະກິດພູມປັນຍາ, ຫັນເປັນອຸດ ສາຫະກຳ ແລະ ຫັນເປັນດີຈິຕອນ, ເຮັດໃຫ້ສັດສ່ວນໂຄງປະກອບດ້ານ ອຸດສາຫະກຳຂອງ GDP ເພີ່ມຂຶ້ນ ໃນແຕ່ລະປີດ້ວຍຕົວເລກທີ່ແນ່ນອນ. ອັນສອງ ສູ້ຊົນຂະຫຍາຍການ ຈັດເກັບລາຍຮັບງົບປະມານແຫ່ງ ລັດ ໃຫ້ໄດ້ 20% ຂອງ GDP, ແຜນລາຍຈ່າຍບໍ່ເກີນການເພີ່ມຂຶ້ນ ຂອງລາຍຮັບ ຫລື ບໍ່ເກີນ 20% ຂອງ GDP ເພື່ອເຮັດໃຫ້ລາຍຮັບ ພາຍໃນກຸ້ມລາຍຈ່າຍພາຍໃນ ແລະ ມີສ່ວນສະສົມພຽງພໍ ເພື່ອຊຳລະໜີ້ ສິນສາທາລະນະ, ເປັນເຈົ້າຕົນເອງ ທາງດ້ານການເງິນ, ລະບົບການ ເງິນ-ເງິນຕາ ມີຄວາມທັນສະໄໝ, ມີປະສິດທິພາບ, ສະດວກຄ່ອງຕົວ ແລະ ເອື້ອອໍານວຍໃຫ້ແກ່ການ ບໍລິການດ້ານການເງິນ, ການລົງ ທຶນ ແລະ ການຜະລິດທຸລະກິດ. ຕ້ອງສູ້ຊົນເຮັດໃຫ້ງົບປະມານສົມ ດຸນ, ຫລຸດຜ່ອນການກູ້ຢືມເງິນຈາກ ຕ່າງປະເທດ, ຫັນໂຄງສ້າງໜີ້ສາທາ ລະນະທີ່ມີດອກເບ້ຍສູງ ໄປສູ່ເງິນກູ້ ຕົ້ນທຶນທີ່ມີດອກເບ້ຍຕໍ່າ ແລະ ຕ້ອງ ຮັບປະກັນຄວາມເຊື່ອໝັ້ນໃນການ ຊໍາລະສະສາງໜີ້ສິນຕ່າງປະເທດ, ເຮັດໃຫ້ດັດຊະນີ ມີຄວາມໜ້າເຊື່ອຖື ດ້ານການເງິນດີຂຶ້ນ. ອັນທີສາມ ສູ້ຊົນແກ້ໄຂບັນຫາ ທາງດ້ານເງິນຕາແລະການຄຸ້ມຄອງ ເງິນຕາໃຫ້ເຂົ້າສູ່ລະບົບ ມີການຫັນ ປ່ຽນຈະແຈ້ງ, ຮັບປະກັນສະຖຽນລະ ພາບດ້ານເງິນຕາແຫ່ງຊາດ ໃຫ້ມີ ຄວາມໝັ້ນທ່ຽງ ແລະ ການຖືຄອງ, ນໍາໃຊ້ເງິນກີບ ໃຫ້ເພີ່ມຂຶ້ນຫລາຍ ເທົ່າ. ສູ້ຊົນໃຫ້ອັດຕາເງິນເຟີ້ຫລຸດ ລົງຢ່າງຕໍ່ເນື່ອງ ໃນລະດັບໜຶ່ງຕົວ ເລກ; ຄັງສຳຮອງເງິນຕາຕ່າງປະ ເທດ ເພີ່ມຫລາຍຂຶ້ນ; ຄຸ້ມຄອງການ ສົ່ງອອກ ຜ່ານລະບົບທະນາຄານ ໃຫ້ບັນລຸ 85%, ຮັບປະກັນດຸນຊໍາ ລະເງິນຕາຕ່າງປະເທດ ແລະ ການ ເຂົ້າເຖິງບໍລິການທາງດ້ານການ ເງິນ ຕໍ່ປະຊາກອນທັງໝົດບັນລຸ 80%. ພໍ້ກັນໃໝ່ສະບັບໜ້າ. ບົດສະເໜີ *** ອ່ານຕໍ່ສະບັບໜ້າ *** s;o7n oxts;a f7;k,gxa o,k 0v';a oc,j py 'lkdq o (ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 115 ວັນທີ 8 ມີນາ 1910 - ມີນາ 2025 ) ບໍ່ມີວັນຢຸດ. ບໍ່ມີການປະກັນໄພແຮງ ງານ ເປັນຜົນໃຫ້ເກີດການເຈັບເປັນ ແລະ ລົ້ມຕາຍແຕ່ກັບໄດ້ຮັບຄ່າ ແຮງງານພຽງເລັກນ້ອຍ ແລະ ຖ້າ ຖືພາກໍ່ຖືກໄລ່ອອກ. ດ້ວຍເຫດນັ້ນ ໃນວັນທີ 8 ມີນາ 1907 ໄດ້ມີຂະ ບວນຮຽກຮ້ອງໃຫ້ນາຍຈ້າງຫລຸດ ຜ່ອນເວລາເຮັດວຽກຂອງເຂົາ ເຈົ້າ ລົງເຫລືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ ປັບປຸງສະຫວັດດີການຂອງເຂົາ ເຈົ້າທຸກຢ່າງ ແລະ ໃຫ້ແມ່ຍິງມີສິດ ລົງຄະແນນສຽງເລືອກຕັ້ງ. * ວັນທີ 8 ມີນາ ເປັນທີ່ຮູ້ຈັກ ກັນໃນນາມວັນແມ່ຍິງສາກົນທີ່ເຮັດ ວຽກ (International Working Wo-men’s Day) ແມ່ນຈັດຂຶ້ນ ໃນວັນທີ8ມີນາໃນແຕ່ລະປີ. ຈຸດປະ ສົງຂອງການສະເຫລີມສະຫລອງ ແມ່ນສະແດງຄວາມນັບຖື ແລະ ຄວາມຮັກແພງຕໍ່ແມ່ຍິງ ທີ່ມີຜົນ ສຳເລັດໃນການປະກອບສ່ວນທາງ ການເມືອງ, ເສດຖະກິດ ແລະ ສັງ ຄົມ. ສຳລັບ ຢູ່ ສປປ ລາວ ໃນທຸກໆ ປີກໍໄດ້ຈັດຫລາຍກິດຈະກຳເພື່ອ ສະຫລອງວັນສຳຄັນດັ່ງກ່າວ; ສະ ເພາະປີນີ້ຊຶ່ງເປັນປີຄົບຮອບ115ປີ ພໍດີ(8 ມີນາ 1910 - ມີນາ 2025) ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະ ເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ວັນແມ່ຍິງສາກົນ ເກີດຂຶ້ນຈາກ ກໍາມະກອນຍິງ ໃນໂຮງງານຕໍ່າ ແຜ່ນຢູ່ເມືອງນິວຢອກ, ປະເທດ ສະຫະລັດອາເມລິກາ ລຸກຮືຂຶ້ນ ແຕ່ສຸດທ້າຍ ແມ່ຍິງເຖິງ 119 ຄົນ ໄດ້ເສຍຊີວິດຈາກເຫດການນີ້ຍ້ອນ ມີການລອບວາງເພີງໄຟໄໝ້ໂຮງ ງານບ່ອນທີ່ພວກເຂົານັ່ງຢູ່ຮ່ວມ ກັນ. ເຫດການທັງໝົດເກີດຂຶ້ນ ໃນວັນທີ 8 ມີນາ 1857. ຫລັງ ຈາກນັ້ນ, ໃນປີ 1907, ກໍາມະກອນ ຍິງ ໃນໂຮງງນຕໍ່າແຜນທີ່ເມືອງ ຊິກາໂກ ສະຫະລັດອາເມລິກາ ບໍ່ສາ ມາດທົນຕໍ່ການຂົ່ມເຫັງ, ການກົດ ຂີ່, ການລ່ວງລະເມີດຂອງນາຍຈ້າງ ທີ່ໃຊ້ພວກເຂົາຄືທາດ ເນື່ອງຈາກ ວ່າແມ່ຍິງເຫລົ່ານີ້ເຮັດວຽກໜັກ ເຖິງມື້ລະ 16-17 ຊົ່ວໂມງຕໍ່ມື້ ໂດຍ ປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງ ງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. ພາບປະກອບ ໂຄງການກໍາລັງຕິດຕັ້ງ1.187,45 ເມກາວັດ, ກໍາລັງການຜະລິດ 4.690.808 Gwh/y. ໂຄງການ ພະລັງງານໄຟຟ້າຈາກແສງຕາເວັນ ມີ 14 ໂຄງການ ກຳລັງຕິດຕັ້ງ 3.330 ເມກາວັດ, ໂຄງການພະລັງ ງານໄຟຟ້າຈາກລົມ 4 ໂຄງການ ກຳລັງຕິດຕັ້ງ 1.703,5 ເມກາວັດ, ໂຄງການພະລັງງານໄຟຟ້າ ຈາກ ຄວາມຮ້ອນເຜົາໄໝ້ຈາກເສດອ້ອຍ ມີ 1 ໂຄງການ ກໍາລັງຕິດຕັ້ງ 30 ເມ ກາວັດ ໄດ້ຜະລິດໄຟຂາຍແລ້ວ (COD). ທ່ານ ສຸດໃຈ ກົມມະເມືອງ ໃຫ້ຮູ້ຕື່ມວ່າ: ການຜະລິດ ກະແສ ໄຟຟ້າ ໃນປີຜ່ານມາໄດ້ 4.585,25 Gwh ມູນຄ່າ 25,92 ຕື້ກວ່າໂດ ລາສະຫະລັດ ແລະ 31,52 ຕື້ກວ່າ ກີບ ທຽບໃສ່ ປີ 2023 ເພີ່ມຂຶ້ນ 1.010,2Gwh ເທົ່າກັບ 28,24% ໃນນີ້, ສົ່ງອອກຂາຍຕ່າງປະເທດ 4.280,84 Gwh ມູນຄ່າ 25,92 ຕື້ກວ່າໂດລາສະຫະລັດ, ຊົມໃຊ້ ພາຍໃນ 304,41 Gwh ມູນຄ່າ 31,52 ຕື້ກວ່າກີບ, ທົ່ວແຂວງມີ ສະຖານີ 2 ແຫ່ງ, ສະຖານີໄຟຟ້າ 115/22kv ສະຖານີສະເພາະ ທອງ ແລ ະ ສ ະ ຖ າ ນີ ໄ ຟຟ້ າ 230/115/22kv ສະຖານີພູວົງ, ລະບົບຕາຂ່າຍໄຟຟ້າແຮງສູງ 115 kv, ລະບົບຕາຂ່າຍແຮງກາງ 22 kv, ລະບົບຕາຂ່າຍແຮງຕໍ່າ 0,4 kv, ໝໍ້ແປງ 22/0,4 kv ມີທັງໝົດ 618 ໜ່ວຍ ກຳລັງຕິດຕັ້ງ 97.690 KVA.
RkJQdWJsaXNoZXIy MTc3MTYxMQ==