ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 26.02.2025 ປີທີ 24 ສະບັບທີ 6.132 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kxa [x5 'd+ lh k'ra d .sh xvf.l g0A ,c0' |a dc|h oK ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 6 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 gxu fg;mu gl;tokdko]kp'ko 0j k;[a osklu 0P;.op5 dfu 9y 8vo lh k'7;k,vkflk,kf .sh g9Q k|h kmuj d;fkdk cI''kovk-Po leg]a fdv'xt-5 ,ltw\;y lk,a o 7tot[= ]y sko'kol6 odk'ra d ltw\mu XI dkooe0A ol6 'ra d{]a f 8h voIa [g]0k7totra d xtmkoltrkxt-k-q og0fxq d7v'8q ogv'-q ogzqj k9h ;'d;k'-u ອ່ານຕໍ່ໜ້າ 2 g,n v';a ';P' dP,7;k,rh v,Iv[fh ko 9a fdv'xt-5 ,.spj vq '7totra d 7A 'mu VIII g-a o[q f[a omb d7;k,g0Q k.937'dko 0tspkpoExtxk.o8q ;g,n v'oh vpw]pt 3 ຂປລ. ໃນໂອກາດກຽມສະ ເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທ່ານ ເສີນ ຊຽງ ປະທານ leza fda [7;k,va flt9a o mk'me,t-kfmujoEcvf{r6 g]u p lh k'7;k,g0A ,c0';Pd 7;k,dh k;|h k0v'c,j py 'F c,j c]t gfa d ຂປລ. ຄະນະກຳມາທິການແຫ່ງ ຊາດ ເພື່ອຄວາມກ້າວໜ້າຂອງແມ່ ຍິງ, ແມ່ ແລະ ເດັກ ( ຄຊກມດ) ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ຂປລ. ພິທີເຊັນບົດບັນທຶກຄວາມ ເຂົ້າໃຈໂຄງການສົ່ງເສີມການຂະ ຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣ໌ ນາໆຊາດປະຈຳ ສປປ ລາວ ຈັດ ຂປລ. ຄະນະປະຈໍາພັກເມືອງ ວັງວຽງ ກຽມຄວາມພ້ອມຮອບ ດ້ານເພື່ອຮັບປະກັນໃຫ້ແກ່ການ ດຳເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງວັງວຽງ ຄັ້ງທີ VIII ເຊິ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 27-28 ກຸມພາ 2025 ຢູ່ ສະໂມສອນຂອງເມືອງວັງວຽງ ແຂວງວຽງຈັນ. ສະຫາຍ ພອນແກ້ວ ຂຸນພົນ ຄະນະປະຈໍາພັກແຂວງ, ເລຂາພັກ ເມືອງ, ເຈົ້າເມືອງວັງວຽງ ໄດ້ໃຫ້ ສໍາພາດໃນວັນທີ 23 ກຸມພາ 2025 ກ່ຽວກັບການກະກຽມຄວາມພ້ອມ ໃນວຽກງານຄວາມກ້າວໜ້າຂອງ ແມ່ຍິງ, ແມ່ ແລະ ເດັກ ໃນວັນທີ 24 ກຸມພາ 2025 ໂດຍການເປັນ ປະທານຂອງທ່ານ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິ ຫານງານສູນກາງສະຫະພັນແມ່ ຍິງລາວ, ທັງເປັນຮອງປະທານ ຄຊກມດ, ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້, ສຳມະ ນາກອນໄດ້ຮັບຟັງການນຳສະເໜີ ເອກະສານຕ່າງໆທີ່ກ່ຽວຂ້ອງກັບ ວຽກງານຄວາມກ້າວໜ້າແມ່ຍິງ, [k'ma fltot0v'oa d]q 'mb o8j k'xtgmf 8dkooerk0v'ra d xx ]k; + ໂຮງແຮມລາດຊະວົງ ວັນດ້າວິ ສຕ້າ ໄດ້ສະແດງຄວາມຊົມເຊີຍຕໍ່ ພັກ ປະຊາຊົນ ປະຕິວັດລາວ ຕະ ຫລອດ 70 ປີ ແຫ່ງການນຳພາ ຮອບດ້ານໂດຍສະເພາະໃນຂົງເຂດ ເສດຖະກິດ-ສັງຄົມ ພັກໄດ້ປະຕິບັດ ນະໂຍບາຍເປີດກວ້າງການລົງທຶນ ຕ່າງປະເທດ, ຊຸກຍູ້ການເປີດກວ້າງ ທາງດ້ານການຄ້າ, ການລົງທຶນ, ການບໍລິການ ແລະ ອື່ນໆ. ຕະຫລອດໄລຍະຜ່ານມາ, ພັກ ປະຊາຊົນ ປະຕິວັດລາວ ໄດ້ນຳພາ ພັດທະນາເສດຖະກິດຂອງປະເທດ ຂປລ. ກອງປະຊຸມສະໄໝວິ ສາມັນຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ທີ່ດໍາເນີນ ແຕ່ວັນທີ 24-25 ກຸມພາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນ ຈົບງາມ. ກອງປະຊຸມຄັ້ງນີ້ ເປັນ ກອງປະຊຸມທີ່ມີຄວາມໝາຍສໍາ ຄັນ ແລະ ມີລັກສະນະ “ພິເສດ”, ຄະນະບໍລິຫານງານສູນກາງພັກ ໄດ້ ພ້ອມກັນຮັບຟັງລາຍງານ, ປຶກສາ ຫາລື, ຕີລາຄາ ແລະ ທິດຊີ້ນໍາຕໍ່ແຕ່ ລະບັນຫາທີ່ຍົກຂຶ້ນຢ່າງເລິກເຊິ່ງ ພາວະວິໄສ, ກົງໄປກົງມາ. ກອງປະຊຸມມີຄວາມເປັນເອກະ ພາບໃນລະດັບສູງຕົກລົງຮັບຮອງ ເອົາບັນຫາສໍາຄັນທີ່ເປັນແນວທາງ ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນຖານະ ປະທານຄະນະກໍາມະການກວດກາ ແຮງງານອາຊຽນ (ALICOM) ຈັດກອງປະຊຸມຄະນະກໍາມະການ ກວດກາແຮງງານອາຊຽນ ຄັ້ງ ທີ 4 ຜ່ານລະບົບທາງໄກ (ວິດີໂອ ຄອນເຟີເລັນ) ໃນວັນທີ 25 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າ ຂອງກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງວັງວຽງ ຄັ້ງທີ VIII ວ່າ: ມາຮອດປັດຈຸບັນ, ການ ອ່ານຕໍ່ໜ້າ 4 ຂປລ. ໃນວັນທີ 24 ກຸມພາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງສະຫາຍ ເສີນ ກ່າງ ເລຂາຄະນະພັກ, ປະທານ ສະພາປະຊາຊົນເຂດປົກຄອງຕົນ ເອງຊົນເຜົ່າຈ້ວງກວາງຊີ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ໃນລະຫວ່າງ ວັນທີ 21-24 ກຸມພາ 2025. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບຕໍ່ການເດີນທາງມາຢ້ຽມຢາມ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/02/2025 xtgmf]k; ເຊັນບົດບັນທຶກ... ສໍາເລັດກອງປະຊຸມ... ເປີດເວທີເສວະນາ... ການນຳຂັ້ນສູງ... ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງ ຈອມເພັດ ແຂວງຫລວງພະບາງ ໄລຍະ 3 (SEWIT 3) ຈັດຂຶ້ນໃນ ວັນທີ 24 ກຸມພາ 2025 ຢູ່ກະຊວງ ເວທີເສວະນາໃນຫົວຂໍ້ “ການລາຍ ງານຂ່າວບັນຫາສີຂຽວໃນຍຸກດີຈີ ຕອນ” ໃນວັນທີ 25 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ Mark Galla gher ເອກອັກຄະລັດຖະທູດສະຫະ ພາບເອີຣົບ (ອີຢູ) ປະຈໍາ ສປປ ລາວ, ທ່ານ ນາງ ແກ້ວອໍາພອນ ສຸ ວັນນະພູມ ຜູ້ອຳນວຍການອົງການ ແຄຣ໌ ນານາຊາດ ປະຈຳລາວ, ມີ ສື່ມວນຊົນໃນຂອບເຂດທົ່ວປະເທດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນ ລາຍເຂົ້າຮ່ວມ. ທັງນີ້ກໍເພື່ອໃຫ້ນັກ ຂ່າວຈາກອົງການສື່ມວນຊົນລາວຮູ້ ນໍາໃຊ້ລະບົບດີຈິຕອນ ໂດຍສະເພາະ ແມ່ນປັນຍາປະດິດຢ່າງຄ່ອງແຄ້ວ ມາຊ່ວຍໃນການຜະລິດ, ກວດແກ້ ຂ່າວ, ດັດແປງຮູບພາບ, ຕັດຕໍ່ວິດີ ໂອໃສ່ (ໜັງສືພິມ, ໜ້າເວັບໄຊ, ໜ້າ ສື່ສັງຄົມອອນລາຍຕ່າງໆ) ໄດ້ໄວ ແລະ ທັນກັບສະພາບການ ແລະ ເພື່ອ ເພີ່ມທັກສະໃຫ້ແກ່ນັກຮົບສື່ມວນຊົນ ລາວໃນການລາຍງານຂ່າວບັນຫາ ສີຂຽວ ແລະ ເຜີຍແຜ່ຂໍ້ມູນ ໄດ້ຢ່າງ ຖືກຕ້ອງ. ທ່ານ ສະຫວັນຄອນ ລາຊະມຸນ ຕີ ໄດ້ໃຫ້ຮູ້ວ່າ: ການຈັດເວທີເສວະ ນາໃນຄັ້ງນີ້, ຈັດຂຶ້ນໂດຍສະມາຄົມ ນັກຂ່າວ ແຫ່ງ ສປປ ລາວ ຮ່ວມ ກັບອົງການແຄຮ໌ນາໆຊາດປະຈໍາ ລາວ ພາຍໃຕ້ໂຄງການສ້າງຄວາມ ເຂັັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍ ການມີສ່ວນຮ່ວມຂອງອົງການຈັດ ຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງ ທາງສັງຄົມ ເພື່ອການພັດທະນາ ສີຂຽວໃນ ສປປ ລາວ (GAMCIL) ໂດຍໄດ້ຮັບທຶນສະໜັບສະໜູນ ຈາກສະຫະພາບເອຣົບ (EU). ເວ ທີເສວະນາຄັ້ງນີ້, ຖືເປັນໜຶ່ງໃນ ສະຫາຍ ເສີນ ກ່າງ ທີ່ໄດ້ຮັບການ ແຕ່ງຕັ້ງດໍາລົງຕໍາແໜ່ງເປັນເລຂາ ຄະນະພັກ, ທັງເປັນປະທານສະພາ ປະຊາຊົນເຂດປົກຄອງຕົນເອງຊົນ ເຜົ່າຈ້ວງກວາງຊີ. ພ້ອມນີ້, ກໍໄດ້ ຢືນຢັນຄືນວ່າ ພັກ ແລະ ລັດຖະບານ ລາວຍຶດໝັ້ນທັດສະນະສະເໝີຕົ້ນ ສະເໝີປາຍຂອງຕົນໃນການສະໜັບ ສະໜູນຫລັກການຈີນດຽວ ແລະ ການທ້ອນໂຮມປະເທດຊາດ ໂດຍ ສັນຕິວິທີຂອງພັກ ແລະ ລັດຖະບານ ສປ ຈີນ, ທັງຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ໂດຍສະເພາະແມ່ນເຂດກວາງ ຊີ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າ ຄ່າແກ່ ສປປ ລາວ ຕະຫລອດມາບໍ່ ວ່າຈະໃນເມື່ອກ່ອນຈົນເຖິງປັດຈຸບັນ. ສະຫາຍ ທອງລຸນ ສີສຸລິດ ໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ການຈັດຕັ້ງຂອງພັກ ດັ່ງນີ້: ໜຶ່ງ. ເຫັນດີຮັບຮອງດ້ານຫລັກການ ກ່ຽວກັບການປັບປຸງລັດຖະທໍາມະ ນູນ ສະບັບ ປີ 2015 ແລະ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ມອບໃຫ້ຄະນະຮັບຜິດຊອບການ ປັບປຸງລັດຖະທໍາມະນູນ ແລະ ກົດ ໝາຍທີ່ກ່ຽວຂ້ອງສືບຕໍ່ຄົ້ນຄວ້າ, ປັບປຸງຕາມທິດຊີ້ນໍາຂອງກອງປະ ຊຸມ ແລະ ນໍາສະເໜີຕໍ່ສະພາແຫ່ງ ຊາດພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມສະໄໝວິສາມັນທີ່ຈະ ໄຂຂຶ້ນໃນຕໍ່ໜ້າ; ສອງ. ຮັບຮອງເອົາ ທິດທາງ, ນະໂຍບາຍໃນການສ້າງ ຕັ້ງອົງການປົກຄອງທ້ອງຖິ່ນຂັ້ນຕາ ແສງເປັນອົງການປົກຄອງຂັ້ນຕໍ່າ ສຸດ. ມອບໃຫ້ລັດຖະບານ, ອົງການ ກ່ຽວຂ້ອງຂອງລັດ, ຄະນະພັກ, ອົງ ການປົກຄອງທ້ອງຖິ່ນປະສານສົມ ທົບກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ ດີ, ສ້າງເງື່ອນໄຂເອື້ອອໍານວຍ, ການ ເສີມຂະຫຍາຍທ່າແຮງ ແລະ ຄວາມ ສາມາດບົ່ມຊ້ອນເຮັດໃຫ້ທ້ອງຖິ່ນຮາກຖານ ໄດ້ຮັບການພັດທະນາ, ຍົກ ລະດັບຂຶ້ນຢ່າງບໍ່ຢຸດຢັ້ງ; ສາມ. ກອງ ປະຊຸມເຫັນດີປັບປຸງກົງຈັກການຈັດ ຕັ້ງຂອງບາງກະຊວງ, ອົງການ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ມອບໃຫ້ຄະນະປັບປຸງກົງຈັກການ ຈັດຕັ້ງສົມທົບກັບລັດຖະບານ ເພື່ອ ກະກຽມນໍາສະເໜີສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ; ສີ່. ກອງ ປະຊຸມສູນກາງໄດ້ໃຫ້ທິດຊີ້ນໍາການ ສືບຕໍ່ກະກຽມກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ດ້ານຂະບວນການ, ເນື້ອໃນ ແລະ ບຸກຄະລາກອນ. ຜົນສໍາເລັດຂອງກອງປະຊຸມ ສະໄໝວິສາມັນໃນຄັ້ງນີ້, ສ່ອງ ແສງຄວາມສາມັກຄີເປັນປຶກແຜ່ນ, ຄວາມເອກະພາບໜັກແໜ້ນພາຍໃນ ສູນກາງພັກໃນການສືບຕໍ່ນໍາພາຍູ້ ແຮງການຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ຮອບດ້ານມີຫລັກ ການຂອງພັກເຮົາ ເຂົ້າສູ່ລວງເລິກ ໂດຍສະເພາະການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ໄດ້ຮັບຜົນສໍາເລັດຕາມ ຄາດໝາຍທີ່ວາງໄວ້ເພື່ອກະກຽມ ກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກດ້ວຍບາດກ້າວອັນ ໜັກແໜ້ນ. ກອງປະຊຸມມອບໃຫ້ກົມການ ເມືອງ, ຄະນະເລຂາທິການສູນກາງ ພັກເປັນໃຈກາງໃນການຊີ້ນໍາ-ນໍາ ພາ-ບັນຊາວຽກງານຈຸດສຸມຕ່າງໆ ດັ່ງນີ້: ຍູ້ແຮງຂະບວນການປະຕິບັດ ມະຕິ XI ຂອງພັກໂດຍຖືເອົາການ ປັບປຸງກົງຈັກການຈັດຕັ້ງຕິດພັນ ກັບການກະກຽມ ແລະ ດໍາເນີນກອງ ປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ, ແຂວງ ແລະ ນະຄອນ ຫລວງວຽງຈັນ ກໍຄື ຂະບວນການ ກະກຽມສະເຫລີມສະຫລອງວັນສໍາ ຄັນປະຫວັດສາດຂອງພັກ-ຂອງ ຊາດ ໃນປີ 2025 ໂດຍສະເພາະ ແມ່ນວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບ ຄອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ກາຍເປັນຂະບວນການຕົວ ຈິງໃນທົ່ວສັງຄົມ; ຍົກສູງຄວາມ ຮັບຜິດຊອບການເມືອງຂອງຄະນະ ພັກແຕ່ລະຂັ້ນ, ເອົາໃຈໃສ່ການແກ້ ໄຂບັນຫາຢ່າງມີຈຸດສຸມ ແລະ ໃຫ້ ເປັນລະບົບກວ່າເກົ່າ ໂດຍມີການ ກຳນົດຂອບເວລາໃນການຈັດຕັ້ງ ແກ້ໄຂບັນຫາຕ່າງໆໃຫ້ຕົກໄປ, ບໍ່ປະ ໃຫ້ແກ່ຍາວ, ຕ້ອງເດັດດ່ຽວແກ້ໄຂ ໃຫ້ທັນການ; ສືບຕໍ່ກະກຽມເນື້ອໃນ ຕ່າງໆຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເປັນຕົ້ນຮ່າງລາຍງານ ການເມືອງ, ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ແຫ່ງຊາດ ຄັ້ງທີ X, ໂຄງການການເມືອງຂອງ ພັກ, ສະຫລຸບ 40 ປີ ການປະຕິ ບັດແນວທາງປ່ຽນແປງໃໝ່; ຜັນ ຂະຫຍາຍໝາກຜົນຂອງການປະຕິ ບັດແນວທາງການຕ່າງປະເທດ ຂອງພັກເຮົາ, ການຮ່ວມມືກັບຕ່າງ ປະເທດ ກໍຄື ບັນດາສົນທິສັນຍາ ແລະ ສັນຍາຕ່າງໆທີ່ພັກ-ລັດ ໄດ້ ເຊັນກັບພັກອ້າຍນ້ອງ, ບັນດາໂຄງ ການໃຫຍ່ທີ່ສຳຄັນທີ່ໄດ້ຕົກລົງເປັນ ເອກະພາບກັບປະເທດຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ໃຫ້ໄດ້ ຮັບການຈັດຕັ້ງປະຕິບັດຢ່າງມີຜົນ ສໍາເລັດ, ຮີບຮ້ອນແກ້ໄຂຂັ້ນຕອນ, ລະບຽບການທີ່ຍັງອັດຕັນການລົງ ທຶນ, ການຜະລິດ-ທຸລະກິດໃຫ້ຄ່ອງ ຕົວຂຶ້ນ; ກະຊວງ, ອົງການ ແລະ ທ້ອງຖິ່ນເປັນເຈົ້າການ ແລະ ເອົາ ໃຈໃສ່ຊີ້ນໍາຮີບຮ້ອນເຜີຍແຜ່, ເຊື່ອມ ຊຶມໃຫ້ຄະນະພັກ, ສະມາຊິກພັກພະນັກງານ ກໍຄື ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນນະໂຍບາຍ, ທິດຊີ້ນໍາຂອງສູນກາງພັກ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດໃຫ້ ໄດ້ຮັບຜົນດີ. ກອງປະຊຸມຮຽກຮ້ອງໄປຍັງຄະ ນະພັກ, ສະມາຊິກພັກ, ພະນັກງານລັດຖະກອນ ແລະ ທົ່ວປວງຊົນລາວ ທັງຊາດ ຈົ່ງພ້ອມກັນເພີ່ມທະວີສາ ມັກຄີເປັນຈິດໜຶ່ງໃຈດຽວ, ເສີມ ຂະຫຍາຍນໍ້າໃຈຮັກຊາດ, ຈິດໃຈ ເອກະລາດ, ເປັນເຈົ້າຕົນເອງ, ຕັ້ງ ໜ້າປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ ກໍຄື ຍູ້ຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາໃຫ້ ແຂງແຮງ, ຟົດຟື້ນ ແລະ ມີຜົນສໍາ ເລັດໃໝ່ໃຫຍ່ຫລວງກວ່າເກົ່າ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ໝັ້ນຄົງຍາວນານຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງທັງ ທາງກວ້າງ ແລະ ທາງເລິກ ກໍຄື ການພົວພັນລະຫວ່າງ ສປປ ລາວ ກັບເຂດປົກຄອງຕົນເອງຊົນເຜົ່າ ຈ້ວງກວາງຊີ ສປ ຈີນ ເປັນຕົ້ນ ການຈັດຕັ້ງປະຕິບັດບັນດາໂຄງການ ຮ່ວມມືລະຫວ່າງສອງປະເທດ ກໍຄື ການລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ ຂອງວິສາຫະກິດ, ນັກລົງທຶນຂອງຈີນ ອັນໄດ້ປະກອບ ສ່ວນສໍາຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະພາຍຫລັງເປີດການ ນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ຈີນ-ລາວ ເຫັນວ່າໄດ້ຮັບຜົນດີຫລາຍ ເຊິ່ງເປັນການຢັ້ງຢືນເຖິງທັດສະນະທີ່ ຖືກຕ້ອງຂອງສອງພັກ-ສອງລັດ ໃນ ການເຊື່ອມໂຍງ, ເຊື່ອມຈອດເຂົ້າກັນ ໄດ້ເປັນຢ່າງດີລະຫວ່າງນະໂຍບາຍ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງສະ ຫາຍປະທານປະເທດ ສີ ຈິ້ນຜິງ ແລະ ນະໂຍບາຍຫັນປະເທດລາວ ໃຫ້ ກາຍເປັນປະເທດເຊື່ອມໂຍງເຊື່ອມ ຈອດໃນອະນຸພາກພື້ນ. ພ້ອມກັນ ນັ້ນ, ກໍໄດ້ສະແດງຄວາມຫວັງວ່າ ສະຫາຍ ເສີນ ກ່າງ ຈະຊຸກຍູ້ໃຫ້ ພາກສ່ວນກ່ຽວຂ້ອງເປັນເຈົ້າການ ໃນການຜັນຂະຫຍາຍການຮ່ວມມື ລະຫວ່າງສອງຝ່າຍ ລາວ-ຈີນ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຈີນ-ລາວ ໃຫ້ເລິກເຊິ່ງຍິ່ງຂຶ້ນໂດຍ ສະເພາະແມ່ນຂົງເຂດເສດຖະກິດ, ການຄ້າຂາຍ, ການທ່ອງທ່ຽວ, ດ້ານ ພະລັງງານ, ໂຄງລ່າງພື້ນຖານ ແລະ ອື່ນໆ ທີ່ສອງຝ່າຍເຫັນວ່າຈະເປັນຜົນ ປະໂຫຍດຮ່ວມກັນ ເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ ນັບຫລາຍຂຶ້ນ. ໂອກາດດຽວກັນນີ້, ສະຫາຍ ເສີນ ກ່າງ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ການຕ້ອນ ຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ເຖິງຜົນ ການຢ້ຽມຢາມແຂວງຫລວງພະ ບາງ ແລະ ການພົບປະເຮັດວຽກ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ, ກະຊວງເຕັກໂນໂລ ຊີ ແລະ ການສື່ສານຂອງລາວ ທີ່ ນະຄອນຫລວງວຽງຈັນ, ລວມເຖິງ ແຜນການທີ່ຈະສືບຕໍ່ດໍາເນີນການ ຕະຫລອດການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ພ້ອມນີ້, ກໍໄດ້ສະແດງ ຄວາມເຫັນດີເປັນເອກະພາບກັບ ສະຫາຍ ທອງລຸນ ສີສຸລິດ ຕໍ່ການ ຕີລາຄາສູງສາຍພົວພັນ ແລະ ການ ຮ່ວມມືລະຫວ່າງ ສປ ຈີນ ແລະ ສປປ ລາວ ກໍຄື ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງກວາງຊີ ສປ ຈີນ ກັບ ສປປ ລາວ, ທັງຢືນຢັນທີ່ຈະຮ່ວມ ເຮັດວຽກກັບ ສປປ ລາວ ຢ່າງໃກ້ ສິດ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງ ເປັນເຈົ້າການໃນການຜັນຂະຫຍາຍ ການຮ່ວມມືລະຫວ່າງສອງຝ່າຍ ຈີນ-ລາວ ແລະ ການເປັນຄູ່ຮ່ວມ ຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ ເລິກເຊິ່ງຍິ່ງໆຂຶ້ນ ເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດ ຈີນ-ລາວ, ລາວ-ຈີນ. ໃນມື້ດຽວກັນ, ສະຫາຍ ສອນ ໄຊ ສີພັນດອນ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງສະຫາຍ ເສິນ ກ່າງ ເລຂາ ຄະນະພັກ, ປະທານສະພາປະຊາຊົນ ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ສປ ຈີນ ແລະ ຄະນະໃນ ໂອກາດເດີນທາງມາຢ້ຽມຢາມເຮັດ ວຽກຢູ່ ສປປ ລາວ ເຊັ່ນດຽວກັນ. ໂອກາດດັ່ງກ່າວ, ສະຫາຍນາ ຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ສະແດງຄວາມ ຊົມເຊີຍຕໍ່ສະຫາຍ ເສິນ ກ່າງ ທີ່ໄດ້ ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາຄະນະພັກ, ປະທານສະພາ ປະຊາຊົນເຂດປົກຄອງຕົນເອງຊົນ ເຜົ່າຈ້ວງກວາງຊີ. ພ້ອມທັງ ຕີລາຄາ ສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນເຂົ້າໃນການເສີມຂະ ຫຍາຍການພົວພັນຮ່ວມມືຂອງ ສອງປະເທດ ລາວ-ຈີນ ໃຫ້ສືບຕໍ່ ພັດທະນາ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ. ພ້ອມກັນນີ້, ສະຫາຍນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ ຕາງໜ້າໃຫ້ພັກ-ລັດຖະບານສະແດງ ຄວາມຂອບໃຈຕໍ່ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍ ສະເພາະການນໍາເຂດປົກຄອງຕົນ ເອງຊົນເຜົ່າຈ້ວງກວາງຊີ ຕໍ່ການ ສະໜັບສະໜູນ, ຊ່ວຍເຫລືອອັນລໍ້າ ຄ່າ ແລະ ມີຜົນປະໂຫຍດຫລາຍໆ ດ້ານ, ພ້ອມທັງໄດ້ສະເໜີໃຫ້ສືບຕໍ່ ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫລືອແກ່ ສປປ ລາວ ໃນຕໍ່ໜ້າ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໂດຍສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ກັບ ສປປ ລາວ ທີ່ໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງໃນ ຕະຫລອດໄລຍະຜ່ານມາ; ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອ ສືບຕໍ່ຊຸກຍູ້ການຮ່ວມມືໃນຕໍ່ໜ້າ ໂດຍ ສະເພາະລະຫວ່າງບັນດາຂະແໜງ ການ, ພ້ອມທັງຂຸດຄົ້ນບັນດາທ່າ ແຮງບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງ ລົດໄຟ ລາວ-ຈີນ ເພື່ອຊຸກຍູ້ການໄປ ມາຫາສູ່, ການເຊື່ອມໂຍງເຊື່ອມຈອດ ກັນໃນຫລາຍຮູບແບບ ແລະ ຫລາຍ ຊ່ອງທາງກວ່າເກົ່າ ເພື່ອນໍາເອົາໝາກ ຜົນຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວນັບມື້ນັບຫລາຍ ຂຶ້ນກວ່າເກົ່າ. ໃນຂະນະດຽວກັນ, ສະຫາຍ ເສິນ ກ່າງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ ແຈ້ງຈຸດປະສົງຂອງການເດີນທາງ ມາຢ້ຽມຢາມ ສປປ ລາວ ໃນຄັ້ງ ນີ້, ພ້ອມທັງສະແດງຄວາມໝາຍ ໝັ້ນວ່າຈະສືບຕໍ່ຊຸກຍູ້ສົ່ງເສີມການ ພົວພັນຮ່ວມມືສອງຝ່າຍ ຈີນ-ລາວ ໂດຍສະເພາະລະຫວ່າງເຂດປົກຄອງ ຕົນເອງຊົນເຜົ່າຈ້ວງກວາງຊີ ກັບ ສປປ ລາວ ໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນໃນຕໍ່ໜ້າ. ພາບ: ອ່າຍຄຳ ໂຍທາທິການ ແລະ ຂົນສົ່ງ ໂດຍ ການຮ່ວມລົງນາມລະຫວ່າງທ່ານ ນາງ ພູວັນ ແສນບຸດຕະລາດ ຮັກສາ ການຫົວໜ້າກົມນໍ້າປະປາ ແລະ ທ່ານ ອາກໃນ ວົງໂຕແບລ໌ ຫົວໜ້າ ອົງການເກັດປະຈຳ ສປປ ລາວ ໂດຍມີທ່ານ ລິດຕາ ຂັດທິຍະ ຮອງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການສົ່ງເສີມການຂະຫຍາຍ ນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ເມືອງພູຄູນ ແລະ ເມືອງ ຈອມເພັດ ແຂວງຫລວງພະບາງ (SEWIT3) ໄດ້ຮັບທຶນຊ່ວຍເຫລືອ ຈາກສະມາຄົມນໍ້າອີລເດີຝຣັ່ງ, ເຊ ດີຟ SEDIF (Syndicat des Eaux d’Ile de France) ຈໍາ ນວນ 570.995 ໂອເຣີ ເຊິ່ງມີໜ້າ ວຽກຄື: ໜ້າວຽກກໍ່ສ້າງລະບົບໂຄງ ລ່າງພື້ນຖານນໍ້າປະປາ ຢູ່ເມືອງ ພູຄູນ ປະກອບມີ: ກໍ່ສ້າງຫົວງານ (ຝ່າຍເກັບນໍ້າ), ໂຮງງານຜະລິດ ນໍ້າປະປາ, ອ່າງສົ່ງນໍ້າໃສ, ອ່າງແຈກ ນໍ້າ(ອ່າງນໍ້າສູງ), ລະບົບເປົ້າສົ່ງ ນໍ້າ, ລະບົບໄຟຟ້າ ແລະ ລະບົບທໍ່ສົ່ງ ມີຄວາມຍາວປະມານ 14 ກິໂລແມັດ ແລະ ຕາຂ່າຍທໍ່ແຈກ ພາຍໃນບ້ານ ກວມເອົາ 3 ບ້ານຄື: ບ້ານແສນ ສີ, ບ້ານສາລາພູຄູນ ແລະ ບ້ານບັງ ກາໂລ ມີປະຊາກອນທັງໝົດ 3.386 ຄົນ, 639 ຄົວເຮືອນ, ຄາດຄະເນ ປະຊາກອນທັງໝົດໃນ 2 ພື້ນທີ່ ປະມານ 6.348 ຄົນ ຫລື 1.183 ຄົວເຮືອນສາມາດເຂົ້າເຖິງລະບົບນໍ້າ ປະປາພາຍຫລັງການກໍ່ສ້າງສໍາເລັດ; ໜ້າວຽກຂະຫຍາຍຕາຂ່າຍນໍ້າປະປາ ຈາກເທສະບານເມືອງຈອມເພັດ ຫາ ກຸ່ມນໍ້າຫລັງ ປະກອບມີ: ກໍ່ສ້າງອ່າງ ສົ່ງນໍ້າໃສ, ອ່າງແຈກນໍ້າ, ລະບົບນໍ້າ ສົ່ງນໍ້າ, ລະບົບໄຟຟ້າຄວບຄຸມອ່າງ ສົ່ງນໍ້າ ແລະ ລະບົບທໍ່ສົ່ງມີຄວາມ ຍາວປະມານ 15 ກິໂລແມັດ ແລະ ຕາຂ່າຍທີ່ແຈກພາຍໃນບ້ານ, ມີ ປະຊາກອນປະມານ 2.962 ຄົນ, 544 ຄົວເຮືອນ ສາມາດເຂົ້າເຖິງ ລະບົບນໍ້າປະປາ; ໜ້າວຽກການຝຶກ ອົບຮົມຄວາມສາມາດທາງດ້ານ ເຕັກນິກກ່ຽວກັບການຄຸ້ມຄອງວຽກ ກໍ່ສ້າງພາກສະໜາມ ແລະ ການ ສ້າງຕັ້ງໜ່ວຍບໍລິການນໍ້າປະປາ ສາຂາເມືອງພູຄູນ; ໜ້າວຽກການ ສຶກສາຂໍ້ມູນດ້ານເສດຖະກິດ-ສັງຄົມ ພາຍໃນ 2 ພື້ນທີ່ ເພື່ອນໍາມາວິເຄາະ ແຜນການສະໜັບສະໜູນການຕະ ຫລາດ, ການຕໍ່ນໍ້າເຂົ້າຄົວເຮືອນ ແລະ ເຜີຍແຜ່ວຽກງານນໍ້າປະປາ; ໜ້າວຽກການໂຄສະນາປະຊາສໍາ ພັນ, ປູກຈິດສໍານຶກ ແລະ ຝຶກອົບຮົມ ໃຫ້ປະຊາຊົນຢູ່ 2 ພື້ນທີ່ເຂົ້າໃຈ ວຽກງານສຸຂະພິບານ ແລະ ການ ເຝົ້າລະວັງຄຸນນະພາບນໍ້າ. ໂຄງການສົ່ງເສີມການຂະຫຍາຍ ນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງ ຈອມເພັດ ແຂວງຫລວງພະບາງ (SEWIT 3) ເປັນໂຄງການໜຶ່ງ ທີ່ຕອບສະໜອງຕໍ່ຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາຂະ ແໜງນໍ້າປະປາ ແລະ ສຸຂະພິບານ ມີຄວາມໝັ້ນຄົງຕາມທິດສີຂຽວ ແລະ ຍືນຍົງ, ຮັບປະກັນການຈັດຕັ້ງ ປະຕິບັດໃຫ້ບັນລຸເປົ້າໝາຍການພັດ ທະນາແບບຍືນຍົງ (Sustainable Development Goals-SDGs) ໃນປີ 2030 ໂດຍສະເພາະ SDG 6.1 ຮອດປີ 2030 ບັນລຸການ ເຂົ້າເຖິງນໍ້າປະປາທີ່ສະອາດໂດຍ ລາຄາບໍ່ແພງໃຫ້ທົ່ວເຖິງ ແລະ ເທົ່າ ທຽມກັນ. ພາບ: ຂັນໄຊ ກິດຈະກໍາສໍາຄັນຂອງແຜນຈັດຕັ້ງ ປະຕິບັດໂຄງການປະຈໍາປີທີ 2 ແລະ ກໍເປັນກິດຈະກຳລະດັບພາກ ພື້ນຄັ້ງທຳອິດທີ່ຖືກຈັດຂຶ້ນໂດຍ ການເຂົ້າຮ່ວມຂອງນັກຂ່າວນັກວິ ຊາການທີ່ມີທັກສະຄວາມຮູ້ ແລະ ປະສົບການສູງຈາກປະເທດລາວ, ປະເທດສະມາຊິກອາຊຽນ ຄື ສສ ຫວຽດນາມ ແລະ ຣາຊະອານາຈັກ ໄທ ເພື່ອເປີດໂອກາດໃຫ້ບັນດານັກ ຂ່າວ-ນັກສື່ມວນຊົນຂອງລາວ ໄດ້ ຮຽນຮູ້ສະຖານະການ, ທ່າອ່ຽງ ໃນປັດຈຸບັນ ແລະ ອະນາຄົດຂອງ ການພັດທະນາທາງດ້ານເຕັກໂນ ໂລຊີແຫ່ງຂໍ້ມູນຂ່າວສານ (ICT) ຢູ່ໃນໂລກ, ໃນພາກພື້ນ, ລວມທັງ ຢູ່ ສປປ ລາວ ຊຶ່ງມີຜົນກະທົບໂດຍ ກົງຕໍ່ວຽກງານຖະແຫລງຂ່າວ-ສື່ ມວນຊົນຂອງພວກເຮົາ ກໍຄື ຕໍ່ການ ປະຕິບັດວຽກວິຊາສະເພາະ ແລະ ແບບວິທີເຮັດວຽກຂອງຜູ້ບໍລິຫານ ຫ້ອງຂ່າວ ແລະ ນັກຂ່າວ-ນັກສື່ ມວນຊົນທີ່ຈະຕ້ອງຮູ້ຈັກປັບຕົນເອງ ໃຫ້ທັນກັບຍຸກດີຈິຕອນ ຍຸກແຫ່ງສື່ ແບບໃໝ່ໃນປັດຈຸບັນ ແລະ ຕໍ່ໜ້າ; ຮູ້ຈັກນຳໃຊ້ເຄື່ອງມືໃໝ່ໆສາມາດ ຜະລິດຂ່າວ ແລະ ກະຈາຍຂ່າວໃຫ້ ໄດ້ໄວກວ່າເກົ່າກວ້າງໄກກວ່າເກົ່າ ແລະ ຫລາກຫລາຍກວ່າເກົ່າໃນທຸກ ຊ່ອງທາງ (Platform) ເພື່ອເຮັດ ແນວໃດໃຫ້ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງຜູ້ ບໍລິໂພກຂ່າວ ແລະ ສັງຄົມໃຫ້ໄດ້ ດີທີ່ສຸດ. ໃນໂອກາດນີ້, ທ່ານ ໂພສີ ແກ້ວ ມະນີວົງ ໄດ້ມີຄໍາເຫັນວ່າ: ນັກຮົບ ສື່ມວນຊົນມີບົດບາດສໍາຄັນຫລາຍ ໃນການກະຈາຍຂໍ້ມູນຂ່າວສານ ສູ່ສັງຄົມ, ຊຶ່ງມັນໄດ້ສະທ້ອນໃຫ້ ເຫັນທັງດ້ານບວກ ແລະ ດ້ານລົບ ຕໍ່ການດໍາລົງຊີວິດປະຈໍາວັນຂອງ ຄົນໃນຍຸກດດີຈິຕອນ ທີ່ມີການແຂ່ງ ຂັນກັນພັດທະນາລະບົບສື່ສານ ແລະ ເຊື່ອມສານຂໍ້ມູນຂ່າວສານ ທັງຮາດແວ ແລະ ຊອບແວ ຢ່າງ ບໍ່ມີພົມແດນ ແລະ ບໍ່ມີຂອບເຂດຈໍາ ກັດ. ສະນັ້ນ, ຈະຕ້ອງໄດ້ເອົາໃຈໃສ່ ເປັນພິເສດເພາະການຊອກຫາຂໍ້ມູນ ແລະ ກະຈາຍຂໍ້ມູນຂ່າວສານແມ່ນ ງ່າຍ, ສະດວກສະບາຍ, ວ່ອງໄວ ແລະ ໄປເຖິງຫລາຍໆກຸ່ມພ້ອມກັນ ໂດຍສະເພາະຜ່ານສື່ສັງຄົມອອນ ລາຍ. ພ້ອມນັ້ນ, ສະມາຊິກໃນກຸ່ມ ຍັງສາມາດສົ່ງຕໍ່ຂໍ້ມູນດັ່ງກ່າວ ໄປ ຍັງກຸ່ມອື່ນໆໄດ້ໄວເຊັ່ນກັນ. ດັ່ງນັ້ນ, ນັກຂ່າວພວກເຮົາ ຈຶ່ງຕ້ອງໄດ້ມີ ການກັ່ນຕອງຢ່າງຮອບຄອບ ແລະ ຍຶດໝັ້ນຈັນຍາບັນໃນວິຊາຊີບສື່ ຂອງຕົນ. ຂ່າວ: ສາວະພາ; ພາບ: ເກດສະໜາ
xtgmf]k; 3 26/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me m5 d[h komq j ;c0;'va f8txn wfh -q ,.-h w22h k 100% * ໄລຍະຜ່ານມາແຂວງອັດຕະປື ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນ ຍຸດທະສາດການພັດທະນາເສດຖະ ກິດ-ສັງຄົມ, ແຜນຍຸດທະສາດການ ພັດທະນາພະລັງງານ-ໄຟຟ້າ ເພື່ອ ໃຫ້ທຸກຫລັງຄາເຮືອນທົ່ວແຂວງໄດ້ ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ ເຊິ່ງໃນ ແຂວງອັດຕະປື ມີ 140 ບ້ານ ໄດ້ ຊົມໃຊ້ໄຟຟ້າແລ້ວ 100%ແລະ ທົ່ວ ແຂວງ ມີ 32.135 ຄົວເຮືອນ ໄດ້ ຊົມໃຊ້ໄຟແລ້ວ 30.725 ຄົວເຮືອນ ເທົ່າກັບ 95,61%, ເພີ່ມຂຶ້ນຈາກປີ 2023 ຈໍານວນ 193 ຄົວເຮືອນ. ໃນຂະນະດຽວກັນ ປີຜ່ານມາ ການປະຕິບັດພັນທະຕ່າງໆໃຫ້ພາກ ລັດ ສາມາດເກັບລາຍຮັບຈາກກິດ ຈະການ ໂຄງການພະລັງງານ-ໄຟ ຟ້າ ໄດ້ 1,8 ຕື້ກວ່າໂດລາສະຫະລັດ ກັບ 7,79 ຕື້ກວ່າກີບ ປະກອບມີ: ຄ່າພາກຫລວງ, ຄ່າເຊົ່າທີ່ດິນ, ອາ ກອນເງິນເດືອນ, ອາກອນກຳໄລ. ທ່ານ ສຸດໃຈ ກົມມະເມືອງ ຫົວ ໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ລາຍງານໃນກອງ ໂດຍ: ພອນປະເສີດ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊຸມສະຫລຸບປະຈໍາປີ ວຽກງານ ພະລັງງານ ແລະ ບໍ່ແຮ່ ເມື່ອບໍ່ດົນ ມານີ້ວ່າ: ໃນປີ 2024 ຜ່ານມາ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນຍຸດທະສາດການພັດທະນາ ພະລັງງານ-ໄຟຟ້າ ຕິດພັນກັບ ແຜນລົບລ້າງຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າ ພາຍໃນ ແຂວງ ໂດຍໄດ້ປະສານງານ, ຊຸກຍູ້ ສົ່ງເສີມ, ຄຸ້ມຄອງ-ຕິດຕາມຄວາມ ຄືບໜ້າ ຂອງບັນດາໂຄງການຕາມ ພາລະບົດບາດ, ຕາມການມອບ ໝາຍຂອງສາຍຕັ້ງ ກໍຄືສາຍຂວາງ. ປັດຈຸບັນ ໂຄງການເຂື່ອນໄຟຟ້າພະ ລັງງານນໍ້າຕົກ ທີ່ໄດ້ຮັບອະນຸມັດ ແລ້ວມີ27 ໂຄງການ, ກໍາລັງຕິດຕັ້ງ ລວມ 1.789,25 ເມກາວັດ ໃນນີ້, ຢູ່ໃນຂັ້ນຕອນບົດບັນທຶກຊ່ວຍຈໍາ (MOU) ມີ 4 ໂຄງການກໍາລັງຕິດ ຕັ້ງ 79,8 ເມກາວັດ, ບົດວິພາກເສດ ຖະກິດ-ເຕັກນິກ (FS) ມີ 4 ໂຄງ ການ ກຳລັງຕິດຕັ້ງ 73 ເມກາວັດ, ສັນຍາພັດທະນາໂຄງການ (PDA) ມີ5 ໂຄງການກໍາລັງຕິດຕັ້ງ 308,7 ເມກາວັດ, ສັນຍາຄຸ້ມຄອງ-ກໍ່ສ້າງ ໂຄງການ (SHOA) ມີ 3 ໂຄງ ການ ກໍາລັງຕິດຕັ້ງ 31,8 ເມກາ ວັດ, ສັນຍາສໍາປະທານໂຄງການ (CA) ມີ 2 ໂຄງການກໍາລັງຕິດ ຕັ້ງ108,5ເມກາວັດ(ກໍາລັງກໍ່ສ້າງ ໂຄງການເຂື່ອນໄຟຟ້າເຊກອງ ຕອນ ລຸ່ມ A ປັດຈຸບັນຄວາມຄືບໜ້າ 61,30% ແລະ ເຂື່ອນໄຟຟ້າຫ້ວຍ ກະອວນ ຄືບໜ້າ 85,03%), ຂັ້ນ ຕອນດໍາເນີນງານແລ້ວ (COD) 9 lk,gxQ k\kpl6 h -q o lh k'glf4tdy fgvdt]kf gxa og9Q k8q ogv' .ow]pt.\j ໂດຍ: ເຂົ້າຈານນ້ຳ * ກັບມາພໍ້ກັນອີກເທື່ອໜຶ່ງສໍາ ລັບ “ຄໍລຳສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະ ໃໝ່” ເຊິ່ງມື້ນີ້ ຂໍຍົກເອົາສາມເປົ້າ ໝາຍສູ້ຊົນ ສ້າງເສດຖະກິດດັ່ງກ່າວ ມາສະເໜີໃຫ້ພວກເຮົາຮັບຮູ້ນຳກັນ ຕື່ມ ໂດຍແຕ່ນີ້ຮອດປີ 2026 ມັນ ຮຽກຮ້ອງເຖິງທຸກພາກສ່ວນຕ້ອງ ສຸມທຸກກໍາລັງແຮງສັງລວມ ເພື່ອ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກໄລຍະທ້າຍ ສະໄໝໃຫ້ປະກົດຜົນເປັນຈິງດ້ວຍ ຄຸນນະພາບ ແລະ ປະສິດທິຜົນຕົວ ຈິງ ຕາມຈິດໃຈສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານ, ພ້ອມທັງສ້າງທ່ວງທ່າໃໝ່ໃຫ້ ແກ່ການຈັດຕັ້ງປະຕິບັດທິດທາງ, ຄາດໝາຍໃຫຍ່ຮອດປີ 2030 ທີ່ ຈະຖືກກໍານົດອອກໃນມະຕິກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກກໍ່ຄື ການບັນລຸຄາດໝາຍໃຫຍ່ໃນວິໄສ ທັດຮອດປີ 2030. ສາມເປົ້າໝາຍສູ້ຊົນນັ້ນ, ອັນ ໜຶ່ງ ແມ່ນສືບຕໍ່ຮັບປະກັນໃຫ້ປະ ເທດຊາດ ມີສະຖຽນລະພາບທາງ ດ້ານການເມືອງ ແລະ ມີຄວາມ ສະຫງົບປອດໄພທາງສັງຄົມຢ່າງ ໜັກແໜ້ນ; ການຂະຫຍາຍຕົວຂອງ ເສດຖະກິດມີຄວາມໝັ້ນທ່ຽງ, ໜັກ ແໜ້ນ ແລະ ມີຄວາມຍືນຍົງ, ເປັນ ປະເທດລາຍຮັບປານກາງສູງ ແລະ ບັນລຸເປົ້າໝາຍການພັດທະນາແບບ ຍືນຍົງໂດຍພື້ນຖານ; ເສດຖະກິດ ຕະຫລາດຕາມທິດສັງຄົມນິຍົມ ໄດ້ ຮັບການພັດທະນາຢ່າງເປັນລະບົບ; ບັນດາພາກສ່ວນເສດຖະກິດທີ່ເປັນ ກໍາລັງແຮງໃຫ້ແກ່ພື້ນຖານເສດຖະ ກິດແຫ່ງຊາດ ມີຄວາມໜັກແໜ້ນ, ມີລະບົບໂຄງລ່າງພື້ນຖານເສດຖະ ກິດທີ່ເຂັ້ມແຂງ, ສ້າງໂຄງປະກອບ ເສດຖະກິດທີ່ຖືເອົາກະສິກຳຕິດ ແໜ້ນກັບອຸດສາຫະກຳ ແລະ ການ ບໍລິການແລະພັດທະນາໄປຕາມທິດ ເສດຖະກິດພູມປັນຍາ, ຫັນເປັນອຸດ ສາຫະກຳ ແລະ ຫັນເປັນດີຈິຕອນ, ເຮັດໃຫ້ສັດສ່ວນໂຄງປະກອບດ້ານ ອຸດສາຫະກຳຂອງ GDP ເພີ່ມຂຶ້ນ ໃນແຕ່ລະປີດ້ວຍຕົວເລກທີ່ແນ່ນອນ. ອັນສອງ ສູ້ຊົນຂະຫຍາຍການ ຈັດເກັບລາຍຮັບງົບປະມານແຫ່ງ ລັດ ໃຫ້ໄດ້ 20% ຂອງ GDP, ແຜນລາຍຈ່າຍບໍ່ເກີນການເພີ່ມຂຶ້ນ ຂອງລາຍຮັບ ຫລື ບໍ່ເກີນ 20% ຂອງ GDP ເພື່ອເຮັດໃຫ້ລາຍຮັບ ພາຍໃນກຸ້ມລາຍຈ່າຍພາຍໃນ ແລະ ມີສ່ວນສະສົມພຽງພໍ ເພື່ອຊຳລະໜີ້ ສິນສາທາລະນະ, ເປັນເຈົ້າຕົນເອງ ທາງດ້ານການເງິນ, ລະບົບການ ເງິນ-ເງິນຕາ ມີຄວາມທັນສະໄໝ, ມີປະສິດທິພາບ, ສະດວກຄ່ອງຕົວ ແລະ ເອື້ອອໍານວຍໃຫ້ແກ່ການ ບໍລິການດ້ານການເງິນ, ການລົງ ທຶນ ແລະ ການຜະລິດທຸລະກິດ. ຕ້ອງສູ້ຊົນເຮັດໃຫ້ງົບປະມານສົມ ດຸນ, ຫລຸດຜ່ອນການກູ້ຢືມເງິນຈາກ ຕ່າງປະເທດ, ຫັນໂຄງສ້າງໜີ້ສາທາ ລະນະທີ່ມີດອກເບ້ຍສູງ ໄປສູ່ເງິນກູ້ ຕົ້ນທຶນທີ່ມີດອກເບ້ຍຕໍ່າ ແລະ ຕ້ອງ ຮັບປະກັນຄວາມເຊື່ອໝັ້ນໃນການ ຊໍາລະສະສາງໜີ້ສິນຕ່າງປະເທດ, ເຮັດໃຫ້ດັດຊະນີ ມີຄວາມໜ້າເຊື່ອຖື ດ້ານການເງິນດີຂຶ້ນ. ອັນທີສາມ ສູ້ຊົນແກ້ໄຂບັນຫາ ທາງດ້ານເງິນຕາແລະການຄຸ້ມຄອງ ເງິນຕາໃຫ້ເຂົ້າສູ່ລະບົບ ມີການຫັນ ປ່ຽນຈະແຈ້ງ, ຮັບປະກັນສະຖຽນລະ ພາບດ້ານເງິນຕາແຫ່ງຊາດ ໃຫ້ມີ ຄວາມໝັ້ນທ່ຽງ ແລະ ການຖືຄອງ, ນໍາໃຊ້ເງິນກີບ ໃຫ້ເພີ່ມຂຶ້ນຫລາຍ ເທົ່າ. ສູ້ຊົນໃຫ້ອັດຕາເງິນເຟີ້ຫລຸດ ລົງຢ່າງຕໍ່ເນື່ອງ ໃນລະດັບໜຶ່ງຕົວ ເລກ; ຄັງສຳຮອງເງິນຕາຕ່າງປະ ເທດ ເພີ່ມຫລາຍຂຶ້ນ; ຄຸ້ມຄອງການ ສົ່ງອອກ ຜ່ານລະບົບທະນາຄານ ໃຫ້ບັນລຸ 85%, ຮັບປະກັນດຸນຊໍາ ລະເງິນຕາຕ່າງປະເທດ ແລະ ການ ເຂົ້າເຖິງບໍລິການທາງດ້ານການ ເງິນ ຕໍ່ປະຊາກອນທັງໝົດບັນລຸ 80%. ພໍ້ກັນໃໝ່ສະບັບໜ້າ. ບົດສະເໜີ *** ອ່ານຕໍ່ສະບັບໜ້າ *** s;o7n oxts;a f7;k,gxa o,k 0v';a oc,j py 'lkdq o (ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 115 ວັນທີ 8 ມີນາ 1910 - ມີນາ 2025 ) ບໍ່ມີວັນຢຸດ. ບໍ່ມີການປະກັນໄພແຮງ ງານ ເປັນຜົນໃຫ້ເກີດການເຈັບເປັນ ແລະ ລົ້ມຕາຍແຕ່ກັບໄດ້ຮັບຄ່າ ແຮງງານພຽງເລັກນ້ອຍ ແລະ ຖ້າ ຖືພາກໍ່ຖືກໄລ່ອອກ. ດ້ວຍເຫດນັ້ນ ໃນວັນທີ 8 ມີນາ 1907 ໄດ້ມີຂະ ບວນຮຽກຮ້ອງໃຫ້ນາຍຈ້າງຫລຸດ ຜ່ອນເວລາເຮັດວຽກຂອງເຂົາ ເຈົ້າ ລົງເຫລືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ ປັບປຸງສະຫວັດດີການຂອງເຂົາ ເຈົ້າທຸກຢ່າງ ແລະ ໃຫ້ແມ່ຍິງມີສິດ ລົງຄະແນນສຽງເລືອກຕັ້ງ. * ວັນທີ 8 ມີນາ ເປັນທີ່ຮູ້ຈັກ ກັນໃນນາມວັນແມ່ຍິງສາກົນທີ່ເຮັດ ວຽກ (International Working Wo-men’s Day) ແມ່ນຈັດຂຶ້ນ ໃນວັນທີ8ມີນາໃນແຕ່ລະປີ. ຈຸດປະ ສົງຂອງການສະເຫລີມສະຫລອງ ແມ່ນສະແດງຄວາມນັບຖື ແລະ ຄວາມຮັກແພງຕໍ່ແມ່ຍິງ ທີ່ມີຜົນ ສຳເລັດໃນການປະກອບສ່ວນທາງ ການເມືອງ, ເສດຖະກິດ ແລະ ສັງ ຄົມ. ສຳລັບ ຢູ່ ສປປ ລາວ ໃນທຸກໆ ປີກໍໄດ້ຈັດຫລາຍກິດຈະກຳເພື່ອ ສະຫລອງວັນສຳຄັນດັ່ງກ່າວ; ສະ ເພາະປີນີ້ຊຶ່ງເປັນປີຄົບຮອບ115ປີ ພໍດີ(8 ມີນາ 1910 - ມີນາ 2025) ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະ ເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ວັນແມ່ຍິງສາກົນ ເກີດຂຶ້ນຈາກ ກໍາມະກອນຍິງ ໃນໂຮງງານຕໍ່າ ແຜ່ນຢູ່ເມືອງນິວຢອກ, ປະເທດ ສະຫະລັດອາເມລິກາ ລຸກຮືຂຶ້ນ ແຕ່ສຸດທ້າຍ ແມ່ຍິງເຖິງ 119 ຄົນ ໄດ້ເສຍຊີວິດຈາກເຫດການນີ້ຍ້ອນ ມີການລອບວາງເພີງໄຟໄໝ້ໂຮງ ງານບ່ອນທີ່ພວກເຂົານັ່ງຢູ່ຮ່ວມ ກັນ. ເຫດການທັງໝົດເກີດຂຶ້ນ ໃນວັນທີ 8 ມີນາ 1857. ຫລັງ ຈາກນັ້ນ, ໃນປີ 1907, ກໍາມະກອນ ຍິງ ໃນໂຮງງນຕໍ່າແຜນທີ່ເມືອງ ຊິກາໂກ ສະຫະລັດອາເມລິກາ ບໍ່ສາ ມາດທົນຕໍ່ການຂົ່ມເຫັງ, ການກົດ ຂີ່, ການລ່ວງລະເມີດຂອງນາຍຈ້າງ ທີ່ໃຊ້ພວກເຂົາຄືທາດ ເນື່ອງຈາກ ວ່າແມ່ຍິງເຫລົ່ານີ້ເຮັດວຽກໜັກ ເຖິງມື້ລະ 16-17 ຊົ່ວໂມງຕໍ່ມື້ ໂດຍ ປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງ ງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. ພາບປະກອບ ໂຄງການກໍາລັງຕິດຕັ້ງ1.187,45 ເມກາວັດ, ກໍາລັງການຜະລິດ 4.690.808 Gwh/y. ໂຄງການ ພະລັງງານໄຟຟ້າຈາກແສງຕາເວັນ ມີ 14 ໂຄງການ ກຳລັງຕິດຕັ້ງ 3.330 ເມກາວັດ, ໂຄງການພະລັງ ງານໄຟຟ້າຈາກລົມ 4 ໂຄງການ ກຳລັງຕິດຕັ້ງ 1.703,5 ເມກາວັດ, ໂຄງການພະລັງງານໄຟຟ້າ ຈາກ ຄວາມຮ້ອນເຜົາໄໝ້ຈາກເສດອ້ອຍ ມີ 1 ໂຄງການ ກໍາລັງຕິດຕັ້ງ 30 ເມ ກາວັດ ໄດ້ຜະລິດໄຟຂາຍແລ້ວ (COD). ທ່ານ ສຸດໃຈ ກົມມະເມືອງ ໃຫ້ຮູ້ຕື່ມວ່າ: ການຜະລິດ ກະແສ ໄຟຟ້າ ໃນປີຜ່ານມາໄດ້ 4.585,25 Gwh ມູນຄ່າ 25,92 ຕື້ກວ່າໂດ ລາສະຫະລັດ ແລະ 31,52 ຕື້ກວ່າ ກີບ ທຽບໃສ່ ປີ 2023 ເພີ່ມຂຶ້ນ 1.010,2Gwh ເທົ່າກັບ 28,24% ໃນນີ້, ສົ່ງອອກຂາຍຕ່າງປະເທດ 4.280,84 Gwh ມູນຄ່າ 25,92 ຕື້ກວ່າໂດລາສະຫະລັດ, ຊົມໃຊ້ ພາຍໃນ 304,41 Gwh ມູນຄ່າ 31,52 ຕື້ກວ່າກີບ, ທົ່ວແຂວງມີ ສະຖານີ 2 ແຫ່ງ, ສະຖານີໄຟຟ້າ 115/22kv ສະຖານີສະເພາະ ທອງ ແລ ະ ສ ະ ຖ າ ນີ ໄ ຟຟ້ າ 230/115/22kv ສະຖານີພູວົງ, ລະບົບຕາຂ່າຍໄຟຟ້າແຮງສູງ 115 kv, ລະບົບຕາຂ່າຍແຮງກາງ 22 kv, ລະບົບຕາຂ່າຍແຮງຕໍ່າ 0,4 kv, ໝໍ້ແປງ 22/0,4 kv ມີທັງໝົດ 618 ໜ່ວຍ ກຳລັງຕິດຕັ້ງ 97.690 KVA.
RkJQdWJsaXNoZXIy MTc3MTYxMQ==