glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ລູກສາວຫລ້າູ ກ້ າ xtgmf]k; 6 21/02/2025 glf4tdy f{la '7q , c0;'7e,j ;o ,u s]kplt4komuj mj v'mj P;muj |h k7Q osk * ແຂວງຄຳມ່ວນ ແມ່ນແຂວງ ໜຶ່ງທີ່ຕັ້ງຢູ່ພາກກາງຂອງລາວ ທີ່ ມີຊາຍແດນຕິດກັບປະເທດເພື່ອນ ບ້ານຄືຣາຊະອານາຈັກໄທແລະສສ ຫວຽດນາມ, ເປັນແຂວງທີ່ອຸດົມສົມ ບູນໄປດ້ວຍແຫລ່ງທ່ອງທ່ຽວທຳ ມະຊາດທີ່ສວຍງາມ ເຊັ່ນ: ແຫລ່ງ ທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ແຫລ່ງທ່ອງ ທ່ຽວທາງດ້ານປະຫວັດສາດທີ່ໜ້າ ຄົ້ນຫາ. ປັດຈຸບັນແຂວງຄໍາມ່ວນ ມີ ສະຖານທີທ່ອງທ່ຽວ ທີ່ຂຶ້ນທະບຽນ ເຖິງ 210 ແຫ່ງ ແຕ່ເປີດໃຫ້ບໍລິການ ນັກທ່ອງທ່ຽວພຽງ 25 ແຫ່ງເທົ່າ ນັ້ນ ອີກຫລາຍໆແຫ່ງແມ່ນກໍາລັງ ສໍາຫລວດ ແລະ ຂຸດຄົ້ນ ເພື່ອກຽມ ຄວາມພ້ອມກ່ອນຈະເປີດ ໃຫ້ບໍລິ ການນັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດ ທີ່ນັບມື້ເຂົ້າມາທ່ຽວ ແຂວງຄໍາມ່ວນ ເພີ່ມຂຶ້ນເລື້້ອຍໆ ເນື່ອງຈາກວ່າ ແຂວງຄໍາມ່ວນ ເປັນ ແຂວງທີ່ມີສະຖານທີ່ທ່ອງທ່ຽວ ຫລາກຫລາຍ ແລະ ກໍເປັນທາງ ຜ່ານຂຶ້ນເໜືອລົງໃຕ້ອີກດ້ວຍ. ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງ ມີ ແຫລ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີໄວ້ ແລ້ວ ທັງໝົດຈໍານວນ 210 ແຫ່ງ ໃນນີ້: ມີແຫລ່ງທ່ອງທ່ຽວທາງ ທໍາມະຊາດ 145 ແຫ່ງ, ດ້ານວັດ ທະນະທໍາ 33 ແຫ່ງ ແລະ ແຫລ່ງ ທ່ອງທ່ຽວທາງດ້ານປະຫວັດສາດ 32 ແຫ່ງ ເຊິ່ງປັດຈຸບັນເປີດນໍາໃຊ້ ຢ່າງເປັນທາງການ 25 ແຫ່ງ ເຊັ່ນ: ຖໍ້ານາງແອ່ນ, ຖໍ້າພະໜອງປາຝາ, ຖ້າຝຣັ່ງວັງສີຄາມ, ພູຜາມ່ານ ແລະ ອື່ນໆ. ໃນຕົ້ນປີຜ່ານມານີ້ ກໍ່ໄດ້ ມີການເປີດແຫລ່ງທ່ອງທ່ຽວໃໝ່ ຕື່ມຄື: ນໍ້າຕົກຕາດຊຽງລື ເມືອງ ບົວລະພາ ແລະ ຖໍ້າງວນງົວ ເມືອງ ທ່າ. ນອກນັ້ນ, ກໍ່ຍັງໄດ້ມີການອະ ນຸມັດໃຫ້ຜູ້ປະກອບການສຶກສາ ຄວາມເປັນໄປໄດ້ ເພື່ອເປີດການ ຮອງຮັບ ໃຫ້ແກ່ການທ່ອງທ່ຽວ ອີກຈໍານວນໜຶ່ງ ສໍາເລັດການ ປັກຫລັກໝາຍກໍານົດຂອບເຂດ ຮ່ອງຮອຍສົງຄາມທໍາລາຍ (ຂຸມ ລະເບີດ) ຢູ່ເມືອງບົວລະພາ ໄດ້ 4 ຈຸດ ມີເນື້ອທີ່ 200 ເຮັກຕາ ຄາດ ຄະເນເປີດເປັນແຫລ່ງທ່ຽວທ່ຽວ ທາງດ້ານປະຫວັດສາດຈາກສົງ ຄາມທໍາລາຍ ເພື່ອດຶງດູດນັກທ່ອງ ທ່ຽວ ແລະ ຊຸກຍູ້-ສົ່ງເສີມໃຫ້ແກ່ ບັນດາຫົວໜ່ວຍທຸລະກິດຜູ້ປະກອບ ການດັ່ງກ່າວ ໄດ້ເຂົ້າມາພັດທະນາ ໃນອະນາຄົດຕໍ່ກັບບັນດາສະຖານທີ່ ທີ່ໄດ້ຂຶ້ນບັນຊີກໍານົດໄວ້ແລ້ວ ເພື່ອ ເປັນການຮອງຮັບໃຫ້ແກ່ນັກທ່ອງ ທ່ຽວ ທີ່ຈະເຂົ້າມາທ່ຽວ ແຂວງຄໍາ ມ່ວນ. ສໍາລັບການຮ່ວມມືກັບອົງ ການຈັດຕັ້ງສາກົນ ແຂວງພວກເຮົາ ໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການ ພັດທະນາແຂວງຄໍາມ່ວນ ໄລຍະທີ 3 ຮ່ວມກັບອົງການຈັດຕັ້ງສາກົນ (NGO) ເຕຕັກຕິດຂອງປະເທດ ຝຣັ່ງ ໃນນັ້ນ: ກໍ່ມີແຜນວຽກທີ່ ຕິດພັນກັບການອະນຸລັກຖໍ້າກອງ ລໍ-ນາຕານ, ການຈັດຊື້ເຮືອໄຟຟ້າ, ການສ້າງຕັ້ງກອງທຶນ ເປັນຕົ້ນ. ໂດຍສະເພາະໃນມໍ່ໆມານີ້ ແມ່ນ ໄດ້ມີການສຶກສາຄວາມເປັນໄປໄດ້ ກ່ຽວກັບຖໍ້າເຂດກອງລໍ-ນາຕານ ເຊິ່ງເປັນຖໍ້າທີ່ມີລັກສະນະຄ້າຍຄື ກັບຖໍ້າໂຊເວ ປະເທດຝຣັ່ງ ສ່ວນ ແຜນໃນຕໍ່ໜ້າ ຄື: ການຊຸກຍູ້ສົ່ງເສີມ ໃຫ້ເຂດດັ່ງກ່າວ ໄດ້ເຂົ້າເປັນອຸ ທະຍານພູມີສາດໂລກທາງທໍາມະ ຊາດ (GEOPARK) ແລະ ການ ຄົ້ນພົບຮ່ອງຮອຍຖໍ້າຜາມື ຢູ່ເມືອງ ຄຸນຄໍ້າ ທີ່ສັນນິຖານເຖິງໄລຍະ ເວລາໃນເບື້ອງຕົ້ນວ່າ ອາດເປັນ ຜົນງານ ສ້າງສັນສິລະປະຂອງຄົນ ບູຮານໃນສະໄໝເກັບເດັດ-ລ່າເນື້ອ ໄລຍະທ້າຍຍຸກຫີນໃໝ່ ເມື່ອປະມານ 4.000-5.000 ປີກ່ອນ. ອັນພົ້ນ ເດັ່ນ: ສະມາຄົມພັດທະນາການ ທ່ອງທ່ຽວແບບອະນຸລັກຖໍ້າກອງ ລໍ-ນາຕານ ແມ່ນໄດ້ຮັບລາງວັນ ມາດຕະຖານການທ່ອງທ່ຽວ ແບບ ປະຊາຊົນມີສ່ວນຮ່ວມອາຊຽນ (CBT) ເຊິ່ງໄດ້ຮັບເປັນຄັ້ງທີ 2. ທ່ານ ເວົ້າຕື່ມວ່າ: ສະເໜີທາງ ກະຊວງ ຊ່ວຍທາງດ້ານງົບປະມານ ໃນການຈັດຊື້ອຸປະກອນຮັບໃຊ້ວຽກ ງານຂ່າວ, ສະເໜີກ່ຽວກັບການເຮັດ ກັນເຈື່ອນຢູ່ເຂດພະທາດສີໂຄດ ຕະບອງ ເຊິ່ງເປັນມໍລະດົກແຫ່ງ ຊາດ ແລະ ບໍລິເວນໃກ້ຄຽງ ເນື່ອງ ຈາກວ່າ ປັດຈຸບັນ ເບື້ອງປະເທດໄທ ແມ່ນໄດ້ເຮັດກັນເຈື່ອນໝົດແລ້ວ ເຮັດໃຫ້ແລວນໍ້າເລີກໄດ້ປ່ຽນທິດ ມາທາງເບື້ອງຝັ່ງລາວຫລາຍຂຶ້ນ ຈົນເຮັດໃຫ້ພະທາດສີໂຄດຕະບອງ ມີການອຽງໂຕ ໂດຍແມ່ນການລົງ ສໍາຫລວດ ແລະ ຢັ້ງຢືນຈາກກົມ ມໍລະດົກ ກະຊວງ ຖວທ, ສະເໜີ ທາງກະຊວງພິຈາລະນາ ແລະ ນໍາ ສະເໜີຕໍ່ລັດຖະບານກ່ຽວກັບງົບ ປະມານ ໃນການສ້າງເສັ້ນທາງ ເຂົ້າສູ່ແຫລ່ງທ່ອງທ່ຽວຕ່າງໆທີ່ ສໍາຄັນ ແລະ ໂດດເດັ່ນພາຍໃນ ແຂວງ ເປັນຕົ້ນ: ເສັ້ນທາງທ່າງ ສັ່ງ-ນາຕານເສັ້ນທາງ ໄປແຫລ່ງ ທ່ອງທ່ຽວທ່າຝຣັ່ງ ວັງສີຄາມ, ເສັ້ນທາງຈາກດ່ານປາກເຊ. dkox66 dgsa f0vo0k; * ເຫັດຂອນຂາວມີຊື່ວິທະຍາສາດ ວ່າ Lentinus squarrouslusMont, ເປັນເຫັດປ່າຊະນິດໜຶ່ງທີ່ໄດ້ຮັບການ ພັດທະນາມາເປັນເຫັດເສດຖະກິດອີກ ຊະນິດໜຶ່ງ ສຳລັບຊາວກະສິກອນຜູ້ ປູກເຫັດ ເນ່ືອງຈາກວ່າເຫັດຂອນຂາວ ເປັນເຫັດທີ່ໃຫ້ຜົນຜະລິດສູງພໍສົມ ຄວນ, ປູກງ່າຍ, ລາຄາດີ ແລະ ເປັນ ເຫັດທີ່ປະຊາຊົນລາວນິຍົມບໍລິໂພກ ໂດຍການນຳມາປຸງແຕ່ງເປັນອາຫານ ຊະນິດຕ່າງໆເຊັ່ນ: ແກ້ງເຫັດ,ສົ້ມເຫັດ, ໝົກເຫັດ ແລະ ອື່ນໆ ແລະ ໃຫ້ຄຸນຄ່າ ທາງໂພຊະນາການສູງ. ເຫັດຂອນຂາວ ຈະເກີດຂຶ້ນຕາມກິ່ງໄມ້, ເທິງຂອນໄມ້, ງ່າໄມ້, ຕໍໄມ້ ແລະ ຕົ້ນໄມ້ທີ່ຕາຍແລ້ວ ເຊັ່ນ: ໄມ້ມີ້, ໄມ້ມ່ວງ, ໄມ້ໄຮ, ໄມ້ຕິ້ວ ແລະ ໄມ້ອື່ນໆຫລາຍຊະນິດ. ຈະເກີດ ຂຶ້້ນໃນຕົ້ນລະດູຝົນປະມານເດືອນ ເມສາຫາເດືອນມິຖຸນາ, ແຕ່ເຫັດຂອນ ຂາວຈະອອກດອກໃນປາຍລະດູຝົນ ປະມານຕົ້ນເດືອນພຶດສະພາຫາເດືອນ ກັນຍາ ເມື່ອເຫັດຂອນຂາວອອກດອກ ບໍ່ພໍເທົ່າໃດຊົ່ວໂມງກໍຈະໃຫຍ່ ແລະ ສາມາດເກັບມາບໍລິໂພກໄດ້, ຖ້າຫາກ ບໍ່ເກັບອີກ 24 ຊົ່ວໂມງ ດອກກໍຈະແກ່ ແລະ ຫ່ຽວແຫ້ງ. ໃນປັດຈຸບັນ ເຫັດຊະນິດນີ້ແມ່ນສາ ມາດເພາະໃນຖົງປລາສຕິກ ເຊິ່ງມີວິທີ ການດູແລຮັກສາ ແລະ ການເພາະລ້ຽງ ຄ້າຍກັບເຫັດຊະນິດອື່ນ ພຽງແຕ່ຄວາມ ຊຸ່ມທີ່ໃຊ້ໃນການກະຕຸ້ນໃຫ້ເກີດດອກ ຈະສູງກວ່າ. ເຫັດຂອນຂາວເປັນເຫັດ ທີ່ມັກອາກາດຮ້ອນ ແລະ ຄວາມຊຸ່ມ ສູງອຸນຫະພູມທີ່ເໝາະຕໍ່ການຈະເລີນ ເຕີບໂຕຂອງເສັ້ນໄຍປະມານ 28-35 ອົງສາ ແລະ ໄລຍະເປີດດອກຕ້ອງການ ອຸນຫະພູມ35-38 ອົງສາ, ຄວາມຊຸ່ມ ສຳພັດ 85-90%. ແສງສະຫວ່າງມີ ຜົນຕໍ່ການຈະເລີນເຕີບໂຕຂອງເຫັດ, ຖ້າແສງໜ້ອຍຈະເຮັດໃຫ້ເຫັດຈະເລີນ ເຕີບໂຕໄດ້ດີ. ລັກນະນະຂອງໂຮງເຮືອນເຫັດ: ຄວນເປັນບ່ອນທີ່ມີແສງແດດບໍ່ແຮງ ຈົນເກີນໄປ, ສະຖານທີ່ປອດໂປ່ງ, ລົມ ບໍ່ແຮງ, ນ້ຳບໍ່ຖ້ວມ ແລະ ຫ່າງໄກຈາກ ຄອກສັດ, ການຕັ້ງໂຮງເຮືອນຄວນຄຳ ນຶງເຖິງເຫັດບໍ່ຕ້ອງການແສງຫລາຍ ດັ່ງນັ້ນ ຄວນປິ່ນດ້ານໜ້າໄປທາງທິດ ຕາເວັນອອກ ເພື່ອລະບາຍອາກາດບໍ່ ໃຫ້ໂຮງເຮືອນເກັບຄວາມຮ້ອນຫລາຍ ເກີນໄປ, ຫລັງຄາຄວນມຸງດ້ວຍຫຍ້າ. ການກະກຽມຂີ້ເລ່ືອຍ: ຂີ້ເລື່ອຍທີ່ ຈະນຳມາປູກເຫັດນີ້ ຕ້ອງເປັນຂີ່ເລື່ອຍ ໄມ້ເນື້ອອ່ອນແຫ້ງເຊັ່ນ: ໄມ້ຢາງພາ ລາ, ໄມ້ວິກ, ໄມ້ຍາງ, ໄມ້ຕົ້ນມ່ວງເປັນ ຕົ້ນ, ຖ້າເປັນຂີ້ເລື່ອຍສົດ (ໄມ້ດິບ) ຕ້ອງປະໄວ້ກ່ອນ 1 ອາທິດ ຫລື ຖ້າ ຢາກປະສົມເລີຍຕ້ອງໝັກປູກຂາວຕາມ ອັດຕາສ່ວນແລ້ວຫົດນ້ຳໃຫ້ເໝາະສົມ ປະໄວ້ 1 ອາທິດ ຂຶ້ນໄປຈຶ່ງນຳສ່ວນ ປະສົມໃສ່ໄດ້. ການໝັກຂີ້ເລ່ືອຍ: ຂີ້ເລື່ອຍທ່ີກຽມ ພ້ອມໃນການໝັກຕ້ອງບໍ່ມີເສດໄມ້ປະ ປົນ, ການໝັກຂີ້ເລື່ອຍຈຸດປະສົງເພື່ອ ປັບລະດັບຄວາມເປັນກົດ-ເປັນດ່າງ ຂອງຂີ້ເລ່ືອຍໃຫ້ເປັນກາງ ເພື່ອໃຫ້ເສັ້ນ ໄຍຂອງເຊື້ອເຫັດຈະເລີນເຕີບໂຕໄດ້ ດີ. ສ່ວນປູນຂາວທີ່ໃຊ້ປະສົມໃນການ ໝັກແມ່ນ 1% ຄວາມຊຸ່ມໃນຂີ້ເລື່ອຍ 65%, ຖ້າຂີ້ເລ່ືອຍແຫ້ງແມ່ນໃຫ້ຫົດ ນ້ຳ ປະສົມກັນແລ້ວໃຊ້ຜ້າຢາງປົກຄຸ້ມ ໄວ້ປະມານ 1 ເດືອນ ຈຶ່ງນຳມາໃຊ້. ກຽມການປະສົມແລະ ການຕີກ້ອນ ເຫັດຂອນຂາວ: ສຳລີ ຫລື ຝ້າຍໃຊ້ຈຸກ ບ່ອນຮູຂອງຝາປິດກ້ອນ, ຄໍຖົງເຫັດ, ຝາປິດຄໍຖົງເຫັດທີ່ໃສ່ຈຸກສຳລີຫລື ຝ້າຍ ປິດບ່ອນຮູ ເພື່ອປ້ອງກັນບໍ່ໃຫ້ອາຍນ້ຳ ເຂົ້າເວລາໜຶ້ງກ້ອນເຫັດ, ຖົງຢາງທົນ ຄວາມຮ້ອນຂະໜາດ 6,5x12,5 ນີ້ວ, ຂີ້ເລື່ອຍໄມ້ເນື້ອອ່ອນ, ຊວ້ານ ແລະ ບົວ ຫົດນ້ຳ (ກໍລະນີບໍ່ມີເຄື່ອງປະສົມກໍໃຊ້ ຊວ້ານ) ແລະ ເຄື່ອງປະສົມຂີ້ເລື່ອຍ. ສູດອາຫານສຳລັບການປູກເຫັດ ຂອນຂາວ ແລະ ດຳ: ຂີ້ເລື່ອຍໄມ້ເນື້ອ ອ່ອນ 100 ກິໂລກຣາມ, ຮຳ 8 ກິໂລ ກຣາມ, ປູນຂາວ 2 ກິໂລກຣາມ, ເຂົ້າ ປຽນ 3 ກິໂລກຣາມ, ພູໄມ້ 2 ກິໂລ ກຣາມ,ຢິບຊຳ0,5ກິໂລກຣາມ,ຄວາມ ຊຸ່ມ 65-70%, ດີເກືອ 100 ກຣາມ. ສຳລັບສູດອາຫານດັ່ງກ່າວອາດມີ ສ່ວນປະສົມອື່ນໆເພີ່ມເຕີມໄດ້ເຊັ່ນ: ນ້ຳຕານ, ແປ້ງເຂົ້າໜຽວ, ການເພີ່ມ ປະລິມານສ່ວນອາຫານຕ່າງໆໄດ້ ເພື່ອ ເຮັດໃຫ້ເສັ້ນໄຍເຫັດໄດ້ຮັບສານອາ ຫານທີ່ສົມບູນສາມາດໃຫ້ຜົນຜະລິດ ໄດ້ດີຢ່າງຕໍ່ເນື່ອງ. ຂັ້ນຕອນການຕີກ້ອນ ແລະ ໜຶ້ງ ກ້ອນເຫັດ: ນຳເອົາອາຫານເສີມຕາມ ສູດທີ່ໃຊ້ມາໃສ່ຊາມປະສົມເຂົ້າກັນ ແລ້ວໃຫ້ຫວ່ານກະຈາຍລົງກອງຂີ້ ເລ່ືອຍໃຫ້ທ່ົວໂດຍໃຊ້ຊວ້ານ ຫລື ເຄື່ອງ ຈັກປະສົມເຂົ້າກັນທັງໝົດ ແລ້ວຫົດ ນ້ຳໃສ່ເທິງກອງຂີ້ເລື່ອຍໃຫ້ທົ່ວປະສົມ ເຂົ້າກັນໃຫ້ມີຄວາມຊຸ່ມປະມານ 65% ເຊິ່ງສາມາດທົດສອບໄດ້ດ້ວຍການກຳ ຂີ້ເລື່ອຍເມື່ອແບມືອອກກ້ອນຂີ້ເລື່ອຍ ຈະຈັບກັນເປັນກ້ອນ 2-3 ກ້ອນ; ຈາກ ນັ້ນ ບັນຈຸຂີ້ເລື່ອຍລົງຖົງຢາງປະມານ 0,8 ກິໂລກຣາມ ໃຊ້ມືຈັບຖົງແລ້ວຕຳ ລົງກັບພື້ນຫລາຍໆຄັ້ງໃຫ້ແໜ້ນພໍສົມ ຄວນ. ຮວບປາກຖົງໄລ່ອາກາດອອກ ແລ້ວໃສ່ຄໍຂວດຢາງ ແລະ ໃຫ້ໃຊ້ມືດຶງ ປາກຖົງຕາມແນວຕັ້ງໃຫ້ແໜ້ນແລ້ວ ພັບຄຸມຄໍຂວດ ຮັດດ້ວຍຢ່າງແລ້ວປິດ ດ້ວຍສຳລີ ແລະ ຝາຂວດ ເພື່ອປ້ອງກັນ ບໍ່ໃຫ້ນ້ຳເຂົ້າ. ແລ້ວນຳ້ກ້ອນເຫັດໄປ ລຽງໃສ່ໝໍ້ໜຶ່ງກ້ອນໃຫ້ເປັນລະບຽບ ໃນໝໍ້ໜຶ້ງຂ້າເຊື້ອ ປະມານ 3-4 ຊົ່ວ ໂມງ ນັບຈາກນ້ຳຟົດ ເມ່ືອໜຶ້ງຄົບເວ ລາແລ້ວໃຫ້ປະໄວ້ໃຫ້ເຢັນກ່ອນແລ້ວ ຈຶ່ງເຄ່ຍເຊື້ອໃສ່ຕໍ່ໄປ. ຂັ້ນຕອນການເຂ່ຍເຊື້ອເຫັດ: ເພື່ອ ໃຫ້ສະດວກຕໍ່ການເຂ່ຍເຊື້ອລົງກ້ອນ ເຊື້ອເຫັດ ດຶງສໍາລີອອກຈາກຂວດ ແລ້ວລົນປາກແກ້ວໃກ້ໆກັບຕະກຽງ ແອລກໍຮໍກ່ອນໃສ່ເຊື້ອເຫັດລົງກ້ອນ ເຊື້ອ.ໃສ່ເຊື້ອລົງໃນຖົງກ້ອນເຊື້ອເຫັດ ປະມານ 10-20 ເມັດ/ຖົງ, ຫົວເຊື້ອ 1 ແກ້ວສາມາດ ເຂ່ຍເຊື້ອໃສ່ໄດ້ປະມານ 30 ຖົງ. ຫລັງຈາກໃສ່ເຊື້ອແລ້ວໃຫ້ ປິດຖົງໄວ້ຄືເກົ່ານໍາກ້ອນເຊື້ອເຫັດບົ່ມ ໄວ້ໃນຫ້ອງບົ່ມເຊື້ອ ແລະ ລໍຖ້າໃຫ້ເສັ້ນ ໄຍເຫັດເຕັມຖົງປະມານ 25-30 ວັນ ແລ້ວນໍາໄປເປີດດອກ. ການເປີດດອກ: ພາຍຫລັງກ້ອນ ເຊື້ອມີອາຍຸຄົບ 45 ວັນ ເສັ້ນໄຍ ເຫັດກໍ່ເຕັມຖົງ, ແຕ່ເພື່ອໃຫ້ເສັ້ນໄຍ ຈະເລີນເຕີບໂຕເຕັມທີ່ເຮົາຍັງຕ້ອງບົ່ມ ກ້ອນໄວ້ຕໍ່ຮອດອາຍຸ 55 ວັນ. ຫລັງ ຈາກ ນໍາກ້ອນເຊື້ອຈາກເຮືອນບົ່ມກ້ອນ ຍ້າຍໄປກະກຽມເປີດດອກທີ່ໂຮງ ເຮືອນເປີດອອກ. ຫລັງຈາກຍ້າຍ ກ້ອນ ເຂົ້າເຮືອນເປີດດອກແລ້ວຕ້ອງປະໄວ້ ກ່ອນອີກ 5 ວັນ ເພື່ອໃຫ້ເສັ້ນໄຍຂອງ ເຫັດນັ້ນຟື້ນໂຕຈາກການຂົນຍ້າຍ, ແລ້ວຈຶ່ງເລີ່ມເປີດປາກກ້ອນເອົາຈຸກ ສໍາລີ, ຝາ ແລະ ຄໍຖົງນັ້ນອອກ. ຫລັງ ຈາກນັ້ນໃຫ້ໃຊ້ມີດຄັດເຕີຕັດຖົງຢາງ ທາງໜ້າກ້ອນເຫັດອອກ ເຊິ່ງການເປີດ ໜ້າກ້ອນເຫັດຈະແຕກຕ່າງຈາກເຫັດ ນາງຟ້າທີ່ມີແຕ່ເອົາຈຸກສໍາລີອອກ ໂດຍ ບໍ່ໄດ້ຕັດຖົງຢາງ. ເມື່ອເປີດໜ້າເຫັດ ແລ້ວໃຫ້ຫົດນ້ໍາໃສ່ໂຮງເຮືອນ ແລະ ໜ້າກ້ອນເຫັດ. ຫລັງຈາກນັ້ນ 2-3 ວັນ ເຫັດກໍ່ເລີ່ມອອກດອກ.
RkJQdWJsaXNoZXIy MTc3MTYxMQ==