6073

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 21/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ພາຍໃຕ້ການນຳພາ-ຊີ້ນໍາ...້ີ້ໍ ສານປະຊາຊົນ...ົ ແລກປ່ຽນບົດຮຽນ...່ົ ຂປລ. ກອງປະຊຸມສະຫລຸບ ວຽກງານ ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວປີ 2025 ຂອງສານປະຊາຊົນຈັດຂຶ້ນ ໃນວັນທີ 20 ກຸມພາ 2025 ໂດຍ ການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ປະທານ ສານປະຊາຊົນສູງສຸດ, ມີຮອງ ປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ບັນດາຫົວໜ້າ ກົມ, ຮອງກົມ, ການນໍາຂອງບັນ ດາແຂວງ, ປະທານ, ຮອງປະ ຂປລ. ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກພະແນກຄຸ້ມຄອງ ການປູກຝັງ ແລະ ກັກກັນພືດທີ່ຂຶ້ນ ກັບຄະນະຮາກຖານກົມປູກຝັງໄດ້ ສໍາເລັດລົງໃນວັນທີ 18 ກຸມພາ 2025 ຜ່ານມາ ໂດຍການເປັນປະ ທານຂອງສະຫາຍ ທະວີສິດ ບຸນ ຍາສຸກ ເລຂາໜ່ວຍພັກຄຸ້ມຄອງ ການປູກຝັງ ແລະ ກັກກັນພືດ, ມີ ສະຫາຍ ບຸນຈັນ ກົມບຸນຍະສິດ ຄະ ນະປະຈໍາພັກກະຊວງກະສິກໍາ ແລະ ປ່າໄມ້, ເລຂາຄະນະພັກຮາກຖານ ກົມປູກຝັງ, ມີຮອງເລຂາຄະນະ ພັກຮາກຖານກົມປູກຝັງ, ບັນດາ ສະມາຊິກພັກສໍາສົມບູນ-ສໍາຮອງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະ ຫາຊົນເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ທະວີ ສິດ ບຸນຍາສຸກ ໄດ້ຜ່ານບົດລາຍງານ ການເມືອງການນໍາພາ-ຊີ້ນໍາລວມ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ (2020-2024) ໂດຍໄດ້ຍົກໃຫ້ເຫັນຜົນງານທັງດ້ານ ດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບາງ ໜ້າທີ່ວຽກງານທີ່ຈະຕ້ອງໄດ້ສືບຕໍ່ ແກ້ໄຂ, ຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າເປັນຕົ້ນວຽກຄຸ້ມຄອງການ ລົງທຶນດ້ານການປູກຝັງ, ວຽກກັກ ກັນພືດ, ວຽກງານຄຸ້ມຄອງໂຮງ ງານປຸງແຕ່ງພືດ ແລະ ວຽກງານ ຄຸ້ມຄອງແນວພັນພືດ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບ ຟັງການຜ່ານຮ່າງເອກະສານແຜນ ພັດທະນາ ປີ 2025-2029 ແລະ ເອກະສານບົດສໍາຫລວດການນໍາ ພາລວມຂອງຄະນະໜ່ວຍພັກ ເພື່ອ ເປັນແນວທາງໃນການສືບຕໍ່ຈັດຕັ້ງ ປະຕິບັດວຽກງານໃນຕໍ່ໜ້າ, ໄດ້ ປ່ອນບັດຄັດເລືອກເອົາຄະນະໜ່ວຍ ພັກຊຸດໃໝ່ ເຊິ່ງກອງປະຊຸມຄັ້ງປະ ຖົມມະລຶກໄດ້ເຫັນດີເປັນເອກະພາບ ເລືອກເອົາສະຫາຍ ນາງ ພູເງິນ ໄດ້ຮັບການປົດປ່ອຍຢ່າງແທ້ຈິງ ຈົນກ້າວເຂົ້າສູ່ພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດເຮັດໃຫ້ປະເທດຊາດໄດ້ ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ມີ ຄວາມສະຫງົບ, ມີສະຖຽນລະພາບ ທາງດ້ານການເມືອງທີ່ໜັກແໜ້ນ, ບົດບາດການນໍາພາຂອງພັກ ນັບມື້ ສູງເດັ່ນຂຶ້ນເລື້ອຍໆ. ສະເພາະຢູ່ກົມກອງເຄມີກົມ ໃຫຍ່ເສນາທິການກອງທັບ ກໍໄດ້ ເອົາໃຈໃສ່ປັບປຸງກໍ່ສ້າງພັກ ຕາມ 5 ຫລັກການ 3 ທິດນໍາຂອງພັກ ໃຫ້ເກີດດອກອອກຜົນ. ພ້ອມນີ້, ກົມເຄມີສາດກົມໃຫຍ່ເສນາທິການ ກອງທັບຍັງໄດ້ສໍາເລັດກອງປະຊຸມ ໃຫຍ່ຄັ້ງທີ 6 ຂອງໜ່ວຍພັກຕົນ ຢ່າງຈົບງາມບັນລຸໄດ້ຕາມລະດັບ ຄາດໝາຍທີ່ວາງໄວ້ ໂດຍຖືເອົາ ການສ້າງພັກທາງດ້ານການເມືອງ ເປັນກົກ, ເຮັດໃຫ້ຖັນແຖວພະນັກ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແລະ ທ່ານ ຮາຢາ ໂຕະ ຢາໂອອິຕະ ຫົວໜ້າໂຄງການ ສົ່ງເສີມການພັດທະນາ ແລະ ສ້າງ ຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍ ກົດໝາຍໃນຂົງເຂດຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການແລກປ່ຽນຂໍ້ມູນຄັ້ງນີ້, ເປັນ ການຈັດຕັ້ງຜັນຂະຫຍາຍມະຕິຂອງ ສະພາແຫ່ງຊາດກ່ຽວກັບການປະ ເມີນກົດໝາຍ ໂດຍມອບໃຫ້ອົງການ ໄອຍະການປະຊາຊົນສູງສຸດປະເມີນ ແລະ ປັບປຸງກົດໝາຍວ່າດ້ວຍການ ດໍາເນີນຄະດີອາຍາ. ໃນປີ 2025 ອົງການໄອຍະການປະຊາຊົນສູງສຸດ ໄດ້ຄົ້ນຄວ້າ ແລະ ປັບປຸງກົດໝາຍ ດັ່ງກ່າວ, ເປັນການປະກອບສ່ວນ ໃນການກະກຽມຄວາມພ້ອມໃນ ການປັບປຸງກົດໝາຍການດຳເນີນ ຄະດີອາຍາ. ພ້ອມນີ້, ທັງເປັນການ ຈັດຕັ້ງປະຕິບັດວຽກງານຕິດຕາມ ກວດກາການດຳເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນ ໃຫ້ມີປະສິດທິພາບ. ໂອກາດນີ້, ສອງ ຝ່າຍໄດ້ປຶກສາຫາລື ໃນ 4 ຫົວຂໍ້ສຳ ຄັນຄື: ສ້າງຄວາມເຂັັ້ມແຂງໃຫ້ແກ່ ພະນັກງານໄອຍະການປະຊາຊົນໃນ ການຕິດຕາມກວດກາການດຳເນີນ ຄະດີຢາເສບຕິດ, ການສັັ່ງຟ້ອງຜູ້ ກະທຳຜິດ ແລະ ການຖະແຫລງ ຂຶ້ນສານ; ການຊຸກຍູ້ ແລະ ສ້າງ ຄວາມເຂັັ້ມແຂງດ້ານວິຊາການໃຫ້ ແກ່ພະນັກງານໄອຍະການປະຊາຊົນ ໃນການເຂົ້າຮ່ວມປະຊຸມສານ ໂດຍ ສະເພາະແມ່ນການໂຕ້ຖຽງໃນທີ່ ປະຊຸມສານ; ຍົກສູງຄຸນນະພາບ ວຽກງານຕິດຕາມກວດກາການ ດຳເນີນຄະດີອາຍາ, ການອອກ ຄຳສັ່ງເປີດການສືບສວນ-ສອບ ສວນ, ການຕໍ່ກໍານົດເວລາການສືບ ສວນ-ສອບສວນ, ການອອກຄໍາສັ່ງ ກັກຂັງພາງ, ການຕໍ່ກໍານົດເວລາ ການກັກຂັງພາງ; ຕິດຕາມກວດກາ ການໂຈະການດໍາເນີນຄະດີ ແລະ ການຊັດມ້ຽນຄະດີ. ໃນກອງປະຊຸມ, ທ່ານ ບຸນທັນ ບຸນທະວິໄລ ໄດ້ມີຄຳເຫັນທິດຊີ້ນຳ ໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ຮັບຟັງ, ຄົ້ນ ຄວ້າ, ປະກອບຄໍາເຫັນ, ປຶກສາຫາລື ແລກປ່ຽນກັນຢ່າງກວ້າງຂວາງ ແລະ ກົງໄປກົງມາກັບຜູ້ຊ່ຽວຊານ ເພື່ອເປັນການຖອດຖອນບົດຮຽນ ໂດຍສະເພາະຜູ້ທີ່ມີປະສົບການໃນ ການເຮັດວຽກຕົວຈິງທີ່ໄດ້ປະສົບ ພົບພໍ້ເຖິງຄວາມຫຍຸ້ງຍາກໃນການ ດໍາເນີນຄະດີອາຍາ ໃນໄລຍະຜ່ານ ມາ ເພື່ອເປັນບ່ອນອີງໃນການຄົ້ນ ຄວ້າປັບປຸງກົດໝາຍວ່າດ້ວຍການດໍາ ເນີນຄະດີອາຍາ, ຍົກສູງຄຸນນະພາບ, ຮັບປະກັນໃນການດຳເນີນຄະດີອາ ຍາໃຫ້ມີຄວາມເຂັ້ມແຂງ. ຂ່າວ-ພາບ: ອອປສ ທານ, ຫົວໜ້າຫ້ອງການຂອງສານ ປະຊາຊົນທ້ອງຖິ່ນ ແລະ ສານທະ ຫານເຂົ້າຮ່ວມ. ທ່ານ ນາງ ວຽງທອງ ສີພັນດອນ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຈັດ ຂຶ້ນພາຍໃຕ້ຫົວຂໍ້ “ຍົກສູງຄຸນນະ ພາບການບໍລິຫານສານ-ບໍລິຫານ ຄະດີໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ”ເພື່ອຕີລາຄາ ຜົນຂອງການຈັດຕັ້ງປະຕິບັດ, ທົບ ທວນຄືນບັນດາຂໍ້ຄົງຄ້າງທີ່ເຫັນວ່າ ຍັງມີສະພາບຄຸມເຄືອແກ້ໄຂບໍ່ທັນ ໄດ້ຢ່າງຂາດຕົວໃນການຊີ້ນໍາຂັ້ນ ຕອນການພິຈາລະນາຕັດສິນຄະດີ ຂອງສານໃນລະບົບສານ 3 ຂັ້ນ ຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນ ລົບລ້າງທີ່ຕິດພັນກັບ 3ປ ຄື: ໂປ່ງ ໃສ, ເປັນເອກະລາດ ແລະ ເປັນທຳ, ພ້ອມທັງຖອດຖອນບົດຮຽນ ເພື່ອກໍາ ນົດທິດທາງແຜນການເຄື່ອນໄຫວ ວຽກງານປີ 2025 ຕາມການ ຮັບຮອງຈາກກອງປະຊຸມສະພາ ແຫ່ງຊາດ ແລະ ກອງປະຊຸມສະພາ ປະຊາຊົນຂັ້ນທ້ອງຖິ່ນ. ພ້ອມນີ້, ຍັງໄດ້ເຜີຍແຜ່, ເຊື່ອມຊຶມມະຕິສະ ບັບເລກທີ 141/ສພຊ, ລົງວັນ ທີ 11 ທັນວາ 2024, ກອງປະ ຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX; ຮັບ ຟັງການສະຫລຸບຕີລາຄາການ ເຄື່ອນໄຫວວຽກງານຂອງສານ ປະຊາຊົນປະຈຳປີ 2024 ແລະ ກຳນົດຄາດໝາຍ, ວຽກງານຈຸດ ສຸມ, ມາດຕະການຈັດຕັ້ງປະຕິບັດ ໃນປີ 2025; ຮັບຟັງການປະກອບ ຄໍາເຫັນຈາກສານປະຊາຊົນທ້ອງ ຖິ່ນຈໍານວນໜຶ່ງ, ຄະນະນໍາຂອງ ແຂວງ ແລະ ອົງການທີ່ເປັນພາຄີ ໃນການດໍາເນີນຄະດີຂັ້ນສູນກາງ ກ່ຽວກັບການປະສານສົມທົບວຽກ ງານໃນໄລຍະຜ່ານມາ ແລະ ຮັບ ຟັງການເຜີຍແຜ່ເອກະສານທີ່ສໍາ ຄັນຈຳນວນໜຶ່ງທີ່ກ່ຽວກັບການ ປະຕິບັດໜ້າທີ່ວຽກງານຂອງສານ ປະຊາຊົນເຊັ່ນ: ພາລະບົດບາດ ຂອງຫ້ອງການ, ກົມຄຸ້ມຄອງວິຊາ ການ ແລະ ສະຖິຕິສານ, ຄະນະສານ ອາຍາ ແລະ ຄະນະສານແພ່ງຂອງ ສານປະຊາຊົນສູງສຸດ. ໃນກອງປະຊຸມ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາ ຊົນສູງສຸດ ໄດ້ຍົກໃຫ້ເຫັນຜົນງານ ການເຄື່ອນໄຫວວຽກງານ ປະຈຳປີ 2024 ຜ່ານມາ ຂອງສານປະຊາຊົນ ແລະ ສານທະຫານ ກໍຄື ຜົນສຳເລັດ ໃນແຕ່ລະດ້ານເປັນຕົ້ນດ້ານການ ເມືອງແນວຄິດ, ດ້ານການຈັດຕັ້ງ ແລະ ບຸກຄະລາກອນ, ດ້ານການ ບຳລຸງສ້າງ ແລະ ພັດທະນາບຸກ ຄະລາກອນຂອງສານ, ດ້ານການ ແກ້ໄຂຄະດີ, ດ້ານການສ້າງ ແລະ ປັບປຸງນິຕິກຳ, ດ້ານການບໍລິຫານ ສານໃຫ້ມີຄຸນນະພາບ, ດ້ານວຽກ ງານ ຄຸ້ມຄອງວິຊາການ, ກວດກາ ຄຳຕັດສິນ-ຄຳພິພາກສາ, ດ້ານການ ພົວພັນຮ່ວມມືກັບຕ່າງປະເທດ, ລວມເຖິງວຽກງານຕິດຕາມ-ກວດ ກາການປະຕິບັດໜ້າທີ່ຂອງຜູ້ພິພາກ ສາ, ພະນັກງານ-ລັດຖະກອນ ແລະ ການປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງໃນການດຳເນີນຄະດີ. ພ້ອມນີ້, ທ່ານ ບຸນຂວາງ ທະວີສັກ ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ ຄົງຄ້າງ, ສາເຫດ ແລະ ບົດຮຽນ ທີ່ຖອດຖອນໄດ້ໃນໄລຍະຜ່ານມາ ແລະ ແຜນການເຄື່ອນໄຫວວຽກ ງານໃນແຕ່ລະດ້ານທີ່ຈະສືບຕໍ່ສຸມ ໃສ່ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ ວຽກງານຂອງສານປະຊາຊົນໄດ້ ຮັບການພັດທະນາ ແລະ ເຕີບໃຫຍ່ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ຂ່າວ-ພາບ: ທະນູທອງ |j ;pra drtcod75h ,7v' x6 d/a '{da dda orn f leg]a fdv'xt-5 ,.spj 7A 'mu I ໂພສາລາດ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ທັດສະນາລີ ສະພັງ ທອງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນາງ ມົນທິດາ ສີ ສົມພູ ເປັນຄະນະ, ທັງເປັນປະທານ ກວດກາພັກ. ໃນຕອນທ້າຍ, ສະຫາຍ ບຸນຈັນ ກົມບຸນຍະສິດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຄະນະໜ່ວຍພັກ ຊຸດເກົ່າທີ່ສາມາດຈັດຕັ້ງປະຕິບັດ ວຽກງານໄດ້ສໍາເລັດໃນຫລາຍດ້ານ ໂດຍສະເພາະວຽກຄຸ້ມຄອງການ ລົງທຶນດ້ານການປູກຝັງ, ວຽກ ງານກັກກັນພືດ, ວຽກງານຄຸ້ມ ຄອງໂຮງງານປຸງແຕ່ງພືດ ແລະ ວຽກງານອື່ນໆ. ພ້ອມທັງສະເໜີ ໃຫ້ຄະນະໜ່ວຍພັກຊຸດໃໝ່ສືບຕໍ່ ເອົາໃຈໃສ່ສຶກສາອົບຮົມວຽກງານ ການເມືອງແນວຄິດໃຫ້ສະມາຊິກ ພັກ-ພະນັກງານໃຫ້ມີຄວາມອຸ່ນ ອ່ຽນທຸ່ນທ່ຽງ, ກໍາແໜ້ນແນວທາງ ນະໂຍບາຍຂອງພັກ-ລັດ, ສືບຕໍ່ ປັບປຸງແບບແຜນການນໍາພາໃຫ້ມີ ຄວາມສອດຄ່ອງກັບໜ້າວຽກຕົວ ຈິງ, ສືບຕໍ່ຮັກສາຄວາມສາມັກຄີ ພາຍໃນພັກຕິດພັນກັບການປະຕິບັດ ໜ້າທີ່ການເມືອງ ແລະ ວິຊາສະ ເພາະ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີ ໃຫ້ສໍາເລັດ ຕາມລະດັບຄາດໝາຍທີ່ວາງໄວ້. ຂໍ້ມູນ-ພາບ: ຂ່າວສານກະສິກຳ-ປ່າໄມ້ ງານສະມາຊິກພັກໄດ້ຮັບການສຶກ ສາຮຽນຮູ້ອຸດົມການຂອງພັກ, ທັດ ສະນະຫລັກໝັ້ນ, ຊົນຊັ້ນ, ທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເຮັດໃຫ້ສະພາບການ ເມືອງແນວຄິດຂອງຖັນແຖວສະມາ ຊິກພັກມີຄວາມສະຫງົບ, ຍຶດໝັ້ນ ຕໍ່ອຸດົມການຂອງພັກ, ມີຄຸນທາດ ການເມືອງອັນໜັກແໜ້ນ, ຍຶດໝັ້ນຕໍ່ ພາລະກິດປ່ຽນແປງໃໝ່ຢ່າງຮອບ ດ້ານ ແລະ ມີຫລັກການຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ. ໃນນີ້, ໄດ້ສຸມໃສ່ກໍ່ສ້າງພັກທາງດ້ານແນວ ຄິດ, ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ມະຕິກອງປະຊຸມ, ມູນເຊື້ອວັນສໍາຄັນ ຕ່າງໆຂອງຊາດ, ຂອງກອງທັບ ກໍຄື ຂອງກົມກອງຢ່າງຕໍ່ເນື່ອງເຮັດໃຫ້ ພະນັກງານ- ສະມາຊິກພັກມີຄວາມ ສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງ ພັກ, ຮັກສາ ແລະ ເສີມຂະຫຍາຍໄດ້ ທາດແທ້ມູນເຊື້ອຄວາມຈົ່ງຮັກພັກດີ ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ກອງທັບ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ, ມີສະຕິເຄົາລົບ ແລະ ປະຕິບັດລະ ບຽບຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບຢ່າງ ເຂັ້ມງວດ. ນອກຈາກນີ້, ຍັງໄດ້ ເອົາໃຈໃສ່ປັບປຸງບູລະນະການຈັດ ຕັ້ງພັກແຕ່ລະຂັ້ນມີການຈັດຕັ້ງນໍາ ພາຂອງພັກແໜ້ນໜາ, ການຄັດ ເລືອກບຸກຄະລາກອນເຂົ້າໃນອົງ ຄະນະພັກແຕ່ລະຂັ້ນໄດ້ປະຕິບັດ ຕາມຫລັກການນໍາພາຂອງພັກ, ມີ ປະຊາທິປະໄຕສາມາດຮັບປະກັນ ພະນັກງານສືບທອດປ່ຽນແທນໄດ້ ທັງ 3 ຮຸ່ນ. ຜ່ານການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານຈັດຕັ້ງພັກ-ພະ ນັກງານໃນຊຸມປີຜ່ານມາໜ່ວຍ ພັກກົມເຄມີສາດສາມາດຮັກສາ ນາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນໄວ້ໄດ້ 5 ສະ ໄໝຕໍ່ເນື່ອງກັນ ແລະ ສາມາດສ້າງ ສະມາຊິກພັກແຂງຮອບດ້ານໄດ້ 18 ສະຫາຍ, ຂະຫຍາຍມະຫາຊົນ ກ້າວໜ້າເຂົ້າເປັນສະມາຊິກພັກ ໄດ້ 3 ສະຫາຍ, ເລື່ອນສໍາຮອງຂຶ້ນ ສົມບູນ 2 ສະຫາຍ, ສາມາດຮັບ ປະກັນພະນັກງານສືບທອດປ່ຽນ ແທນ 3 ຮຸ່ນຕາມທິດຫັນໄປຫາໜຸ່ມ ໂດຍເລັ່ງໃສ່ຄຸນນະພາບເປັນຕົ້ນຕໍ. ນອກຈາກນີ້, ຍັງສົ່ງພະນັກງານໄປ ກໍ່ສ້າງບຳລຸງພາຍໃນ ແລະ ຕ່າງໆ ປະເທດ 30 ສະຫາຍ. ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ຍັງໃຫ້ຮູ້ອີກວ່າ: ເພື່ອ ເປັນການສ້າງຜົນງານຂໍ່ານັບຮັບ ຕ້ອນວັນສ້າງຕັ້ງພັກປະຊາຊົນປະ ຕິວັດລາວ ຄົບຮອບ 70 ປີ ທີ່ຈະ ມາເຖິງນີ້, ຄະນະພັກ-ຄະນະບັນຊາ ກົມເຄມີສາດກົມໃຫຍ່ເສນາທິການ ກອງທັບໄດ້ເອົາໃຈໃສ່ໃນນໍາພາ-ຊີ້ ນໍາພະນັກງານສະມາຊິກພັກ-ນັກ ຮົບເປັນເຈົ້າການໃນການຈັດຕັ້ງປະ ຕິບັດໜ້າທີ່ການເມືອງຂອງຕົນເປັນ ຕົ້ນຂະບວນການປັບປຸງກໍ່ສ້າງພັກກໍ່ສ້າງພະນັກງານ, ກໍ່ສ້າງກົມກອງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນໃນທຸກດ້ານໂດຍສະເພາະ ສຸມໃສ່ສ້າງຂະບວນການແຂ່ງຂັນ ຈັດຕັ້ງປະຕິບັດໜ້າວຽກງານວິຊາ ສະເພາະ, ຕິດພັນຂະບວນການ ແຂ່ງຂັນກິລາສິລະປະ-ວັນນະຄະ ດີຢ່າງເປັນຂະບວນການຟົດຟື້ນ ກວ້າງຂວາງ ເພື່ອປະດັບເອ້ໃຫ້ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ເຕັມໄປດ້ວຍຄວາມ ໝາຍຄວາມສຳຄັນເລິກເຊິ່ງ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ທຽມ ຫອມຊະນະ ໄດ້ຮຽກຮ້ອງ ໃຫ້ພະນັກງານ-ນັກຮົບກົມກອງ ເຫລົ່າຮົບເຄມີສາດຈົ່ງພ້ອມກັນ ອອກແຮງແຂ່ງຂັນຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບ ມອບໝາຍໃຫ້ມີຜົນສຳເລັດ ເພື່ອ ສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ ໃນປີ 2025 ໂດຍສະເພາະວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງ ແລະ ເຕັມໄປດ້ວຍຜົນ ງານຢ່າງຫລວງຫລາຍ. ຂ່າວ: ບິກໄຊ ສົມພູ

RkJQdWJsaXNoZXIy MTc3MTYxMQ==