xtgmf]k; 3 21/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສ. ສີວັວັນນໄຊີ ]a f gda [rklu 9kd[5 d7q omu j ,u ]kpIa [9kdln j vvo]kpco;.fL l5 ,m5 dde]a 'mqj ;la '7q , -j ;pda oltda fdA o[+ .sh w2w\h ]k,xj k ໂດຍ: ວັນໄຊ ຕະວິນຍານັ ນິ ນ *ສະພາບໄຟໄໝ້ລາມປ່າຢູ່ສປປ ລາວ ສ່ວນໃຫຍ່ມັກຈະເກີດຂຶ້ນ ຫລາຍ ໃນໄລຍະແຕ່ເດືອນມັງກອນ ຫາ ເດືອນເມສາຂອງທຸກໆປີ. ເນື່ອງ ຈາກວ່າເປັນໄລຍະກະກຽມພື້ນທີ່ ທໍາການຜະລິດຂອງປະຊາຊົນ ເປັນ ຕົ້ນການຈູດໄຮ່ປູກເຂົ້າ, ເຮັດສວນ ແລະ ເພື່ອຫາເຄື່ອງປ່າຂອງດົງ- ລ່າສັດປ່າໃນເຂດຊົນນະບົດ. ຍ້ອນ ການຈູດປ່າຂອງປະຊາຊົນຈໍານວນ ໜຶ່ງ ບໍ່ມີການຄວບຄຸມ, ການຈູດ ປ່າພ້ອມກັນຫລາຍໆຕອນ, ບໍ່ມີ ການສ້າງແລວກັນໄຟປ້ອງກັນ, ເຮັດໃຫ້ເກີດມີໄໝ້ລາມປ່າເປັນວົງ ກວ້າງຄວບຄຸມໄດ້ຍາກ. ເປັນການ ສູນເສຍປ່າໄມ້ທີ່ກໍາລັງເຕີບໂຕ, ທໍາລາຍທີ່ຢູ່ອາໄສຂອງສັດປ່າ, ເຮັດໃຫ້ສັດບາງຊະນິດສູນພັນ ພາໃຫ້ເກີດມີຝຸ່ນລະອອງກະຈາຍ ເກີນມາດຕະຖານ (PM 2.5) ກະ ທົບຕໍ່ສຸຂະພາບຂອງປະຊາຊົນ. ຍິ່ງ ໄປກວ່ານັ້ນ, ໄຟໄໝ້ຢູ່ບາງພື້ນທີ່ ຍັງລຸກລາມໄປໃສ່ຖຽງນາ, ເຮືອນ ຊານບ້ານຊ່ອງຂອງປະຊາຊົນ, ພາ ຫະນະເສຍຫາຍຈໍານວນບໍ່ໜ້ອຍ. ອີງໃສ່ສະຖິຕິ ແລະ ການສັງລວມ ຂໍ້ມູນ ຂອງກົມປ່າໄມ້ ກະຊວງກະສິ ກໍາ ແລະ ປ່າໄມ້, ໃນປີ 2023 ຜ່ານ ມາ, ຢູ່ປະເທດເຮົາ ເກີດໄຟໄໝ້ລາມ ປ່າ ມີເນື້ອທີ່ທັງໝົດ 522.708 ເຮັກຕາ ແລະ ໃນປີ 2024 ແມ່ນ * ເມື່ອມີລາຍຮັບຈາກການເຮັດ ວຽກ ບໍ່ວ່າຢູ່ພາກລັດ ຫລື ເອກະຊົນ ກໍຕ້ອງໄດ້ເສຍພາສີ ຕາມກົດໝາຍ ເຊິ່ງແຕ່ລະປະເທດກໍມີລະບຽບກົດ ໝາຍກໍາກັບໄວ້ ແຕ່ຈະເສຍໜ້ອຍ ຫລື ຫລາຍແມ່ນຂຶ້ນກັບລາຍຮັບ ຂອງຕົນ. ເນື່ອງຈາກເປັນບົດທີ່ກ່ຽວກັບສື່ ແບບໃໝ່ ດັ່ງນັ້ນ ອາດຈະມີຄໍາສັບ ທີ່ຜູ້ໃຊ້ສື່ສັງຄົມອອນລາຍຮູ້ ແລະ ເຂົ້າໃຈຢູ່ແລ້ວ ຈຶ່ງບໍ່ໄດ້ແປເປັນພາ ສາລາວລະອຽດທຸກຄໍາ ແລະຂໍອະ ໄພສໍາລັບບາງທ່ານ ທີ່ບໍ່ລຶ້ງກັບຄໍາ ສັບເຫລົ່ານັ້ນ ເຊິ່ງສະບັບໜ້າ ຈະອະ ທິບາຍກ່ຽວກັບຄໍາສັບທີ່ໂລກອອນ ລາຍ ມັກນໍາໃຊ້ຕື່ມ. ທ່ານຜູ້ອ່ານທີ່ຮັກແພງ ! ໃນ ໂລກອອນລາຍ ໄລຍະມໍ່ໆມານີ້, ມີ ການແຂ່ງຂັນກັນຢ່າງດຸເດືອດເຮັດ ໃຫ້ມີ ແພລດຟອມໂຊຊຽວມີເດຍ ໃໝ່ໆເກີດຂຶ້ນຢ່າງຫລວງຫລາຍ ແລະມີອາຊີບໜຶ່ງ ທີ່ຂະຫຍາຍຕົວ ໄປພ້ອມກັບກະແສເຫລົ່ານີ້ກໍຄື: ຄອນເທັນຄຣີເອເຕີ (Content Creator) ບໍ່ວ່າຈະເປັນ ຢູທູບ ເບີ (Youtuber), ຕິກຕ໋ອກເກີ (TikToker) ຫລື ອິນຟລູເອນເຊີ (Influencer) ທີ່ມັກສ້າງເນື້ອ ໃນ ຕະຫລົກຊວນຫົວ, ເນື້ອໃນ ສ້າງສັນ ເພື່ອດຶງດູດໃຈຜູ້ຊົມໃຫ້ ກົດໄລ້, ກົດແຊ ແລະ ກົດຕິດຕາມ, ຍິ່ງມີຄົນມັກຫລາຍເທົ່າໃດ ລາຍ ຮັບກໍຈະຫລາຍຂຶ້ນໄປນໍາ ເຊັ່ນ: ລາຍຮັບຈາກການຈ້າງໂຄສະນາ ສິນຄ້າ ຫລື ຣີວິວສິນຄ້າ, ສ່ວນແບ່ງ ຈາກຄ່າໂຄສະນາ, ຍອດວິວ ແລະ ອື່ນໆ ເຮັດໃຫ້ອາຊີບນີ້ ເປັນອີກ ທາງເລືອກສໍາລັບຜູ້ທີ່ຢາກປະກອບ ອາຊີບອິດສະລະ. ຢູ່ປະເທດລາວ ເຮົາ ບັນດາແພລດຟອມ ເຟສບຸກ, ຢູທູບ ຫລື ຕິກຕ໋ອກ ຍັງບໍ່ທັນເປີດ ອະນຸຍາດໃຫ້ສ້າງລາຍໄດ້ຈາກ ຍອດວິວ ຫລື ປ່ອຍໂຄສະນາໃຫ້. ສະນັ້ນ, ຈຶ່ງມີຫລາຍໆຄົນ ເລືອກ ລົງທະບຽນໂດຍໃຊ້ຊີມໝາຍເລກ ໂທລະສັບຈາກປະເທດທີ່ເຈົ້າຂອງ ແພລດຟອມ ອະນຸຍາດໃຫ້ສ້າງ ລາຍຮັບໄດ້ ເພາະການລົງທະບຽນ ເປັນຜູ້ນໍາໃຊ້ນັ້ນ ລະບົບຈະໃຫ້ປ້ອນ 247.808 ເຮັກຕາ. ໃນປັດຈຸບັນ, ອີງໃສ່ຂໍ້ມູນການປະເມີນຄວາມ ຮ້ອນ ໃນເດືອນມັງກອນ 2025 ເຫັນວ່າ: ສປປລາວຍັງມີຈຸດຄວາມ ຮ້ອນ (Hotspots) ປະມານ 1.633ຈຸດທຽບໃສ່ປະເທດໃກ້ຄຽງ ແມ່ນຍັງຕໍ່າ (ກໍາປູເຈຍ ປະມານ 5.500 ຈຸດ ແລະ ໄທ 1.500 ຈຸດ). ສະນັ້ນ, ເພື່ອກຽມຄວາມພ້ອມ ສະ ກັດກັ້ນໄຟໄໝ້ລາມປ່າ, ບໍ່ໃຫ້ເກີດ ມີການສູນເສຍຊັບພະຍາກອນປ່າ ໄມ້, ບໍ່ໃຫ້ເກີດຝຸ່ນ PM 2.5. ປີນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ ອອກແຈ້ງການວ່າດ້ວຍການເພີ່ມ ທະວີຄວາມຮັບຜິດຊອບ ໃນການ ສະກັດກັ້ນບໍ່ໃຫ້ເກີດໄຟໄໝ້ລາມປ່າ, ການຖາງປ່າເຮັດໄຮ່ ແລະ ການ ບຸກລຸກທໍາລາຍປ່າໄມ້ ເພື່ອທໍາ ການຜະລິດກະສິກໍາ ສະບັບເລກ ທີ 0024/ ກປ, ລົງວັນທີ 8 ມັງກອນ 2025. ໃນແຈ້ງການ, ໄດ້ມອບໃຫ້ ຫ້ອງການ, ກົມ ແລະ ສະຖາບັນ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກໍາ ແລະ ປ່າ ໄມ້ ແຂວງ ແລະ ນະຄອນຫລວງ ວຽງຈັນ ຈົ່ງເພີ່ມທະວີຄວາມເຂັ້ມ ງວດ ໃນການຈັດຕັ້ງປະຕິບັດກົດ ໝາຍ ແລະ ນິຕິກໍາຕ່າງໆ ໂດຍ ສະເພາະກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 (ມາດຕາ 52 ການສະ ກັດກັ້ນ ແລະ ຕ້ານໄຟໄໝ້ລາມປ່າ ແລະ ມາດຕາ 53 ການຈໍາກັດ ການຖາງປ່າເຮັດໄຮ່ແບບເລື່ອນ ລອຍ); ຄໍາສັ່ງ ສະບັບເລກທີ 11/ ນຍ, ລົງວັນທີ 21 ກໍລະກົດ 2023 ໂດຍລົງເລິກຕາມແຈ້ງການ ສະບັບ ເລກທີ 1120/ຫສນຍ, ລົງວັນທີ 10 ມິຖຸນາ 2024 ແລະ ຄໍາແນະ ນໍາ ສະບັບເລກທີ 3573/ກປ, ລົງ ວັນທີ 10 ສິງຫາ 2023 . ໃຫ້ສືບຕໍ່ໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດບົດແນະນໍາເຕັກນິກ ກ່ຽວກັບການປ້ອງກັນ ແລະ ການ ດັບມອດໄຟໄໝ້ລາມປ່າ ລວມທັງ ມາດຕະການປ້ອງກັນ, ສະກັດກັ້ນ ໄຟໄໝ້ລາມປ່າ ແລະ ຝຸ່ນ PM 2.5. ສ້າງຈິດສໍານຶກໃຫ້ມວນຊົນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບຜົນ ກະທົບຕໍ່ສຸຂະພາບ ຈາກມົນລະພິດ ໝອກຄວັນ (PM 2.5) ແລະ ວິທີການປ້ອງກັນມົນລະພິດ ຜ່ານສື່ ອອນລາຍ, ວິດີໂອ, ໂປສເຕີ, ປະຕິ ທິນ, ວິທະຍຸ, ໂທລະພາບ ແລະ ສື່ ສິ່ງພິມອື່ນໆ ຕາມຄວາມເໝາະສົມ. ພ້ອມກັນນັ້ນ, ໃຫ້ປະສານສົມທົບ ກັບ ພະແນກຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມແຂວງ ແລະ ນະຄອນຫລວງວຽງຈັນ, ກົມ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ພັດທະນາລະບົບຕິດຕາມ, ກວດ ກາ ເພື່ອຢັ້ງຢືນຈຸດສະສົມຄວາມ ຮ້ອນພາຍໃນແຂວງຂອງຕົນ ເພື່ອ ສະກັດກັ້ນໄຟໄໝ້ລາມປ່າ ຢ່າງ ທັນເຫດການ ແລະ ສາມາດແຈ້ງ ເຕືອນຜ່ານໂທລະສັບມືຖືຂອງຜູ້ຊົມ ໃຊ້ໄດ້. ສ້າງແຜນທີ່ຜົນກະທົບຈາກ ໄຟໄໝ້ລາມປ່າ ທີ່ມີຄວາມຊັດເຈນ ສູງແລະສາມາດນໍາໃຊ້ເຂົ້າໃນລາຍ ງານປະຈໍາອາທິດ, ປະຈໍາເດືອນ ແລະ ປະຈໍາປີ. ໃນລະດັບບ້ານ, ເມືອງ ແລະ ແຂວງ, ສ້າງແຜນທີ່ ເຂດຄວາມສ່ຽງທີ່ອາດຈະເກີດໄຟ ໄໝ້ລາມປ່າໃນແຕ່ລະປີ ເພື່ອເປັນ ບ່ອນອີງໃນການວາງແຜນ, ກໍານົດ ນະໂຍບາຍ, ງົບປະມານ ແລະ ມາດ ຕະການຕ່າງໆ ໃນການປ້ອງກັນ ໄຟໄໝ້ລາມປ່າ. ພ້ອມທັງລາຍງານ ເຫດການໄຟໄໝ້ລາມປ່າ ຢູ່ຂອບ ເຂດພື້ນທີ່ດິນປ່າໄມ້ ແລະ ທີ່ດິນກະ ສິກໍາ ແບບຈໍາລອງການກະຈາຍ ຂອງມົນລະພິດໝອກຄວັນ (PM 2.5) ໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ພາຍໃນແຂວງ ຂອງຕົນໄດ້ຮັບຊາບ ໃນແຕ່ລະວັນ, ແຕ່ລະໄລຍະ ໂດຍຜ່ານສື່ອອນ ລາຍ, ວິດີໂອ, ໂປສເຕີ, ປະຕິທິນ, ວິທະຍຸ, ໂທລະພາບ ແລະ ສື່ສິ່ງ ພິມອື່ນໆ ຕາມຄວາມເໝາະສົມ. ຂະນະດຽວກັນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນ ຫລວງວຽງຈັນ ຕ້ອງເປັນເຈົ້າການ ປະສານສົມທົບກັບຂະແໜງການທີ່ ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ດໍາເນີນການກວດກາ, ເກັບກໍາຂໍ້ມູນ ແລະ ແກ້ໄຂການບຸກ ລຸກປ່າໄມ້, ການຈັບຈອງ, ຊື້-ຂາຍ ທີ່ດິນປ່າໄມ້, ການດໍາເນີນກິດຈະ ການ ຫລື ດໍາເນີນທຸລະກິດຂອງ ບຸກຄົນ, ນິຕິບຸກຄົນ ຫລື ການ ຈັດຕັ້ງຢູ່ໃນເຂດປ່າໄມ້ ແລະ ທີ່ດິນ ປ່າໄມ້. ກໍລະນີບໍ່ໄດ້ຮັບອະນຸຍາດ ຫລື ເຄື່ອນໄຫວບໍ່ຖືກຕ້ອງ ແມ່ນໃຫ້ ຢຸດຕິ, ຍຸບເລີກ, ຮື້ຖອນ, ປະຕິບັດ ມາດຕະການ ແລະ ດໍາເນີນຄະດີ ຕໍ່ ຜູ້ລະເມີດ ຕາມກົດໝາຍ ຢ່າງເຂັ້ມ ງວດ. ເປັນເຈົ້າການ ແລະ ເຂັ້ມ ງວດ ໃນການປ້ອງກັນ, ສະກັດ ກັ້ນການຈູດປ່າແບບຊະຊາຍ ຂອງ ປະຊາຊົນ ແລະ ເປັນເຈົ້າການດັບ ມອດ ໄຟໄໝ້ລາມປ່າທີ່ເກີດຂຶ້ນ ໃນທ້ອງຖິ່ນທີ່ຕົນເອງຮັບຜິດຊອບ ເພື່ອຮັບປະກັນ ບໍ່ໃຫ້ເກີດຄວາມ ເສຍຫາຍ ຮ້າຍແຮງ ແລະ ແຜ່ລາມ ເປັນບໍລິເວນກວ້າງ. ປະສານສົມທົບ ກັບ ຄະນະກໍາມະການຄຸ້ມຄອງໄພ ພິບັດ ແຫ່ງຊາດ ແລະ ຂັ້ນແຂວງ ຖືເອົາວຽກງານປ້ອງກັນໄຟໄໝ້ ລາມປ່າ ແລະ ຝຸ່ນ PM 2.5 ເປັນ ວຽກງານບຸລິມະສິດໜຶ່ງ ໃນຂົງເຂດ ໄພພິບັດແຫ່ງຊາດ ໂດຍການຈັດ ສັນງົບປະມານ, ກະກຽມວັດຖຸອຸປະ ກອນທີ່ຈໍາເປັນ ໃນການສະກັດກັ້ນ, ຕ້ານ ແລະ ດັບມອດໄຟໄໝ້ລາມປ່າ ໃຫ້ຢູ່ໃນທ່າກຽມພ້ອມ. ເພື່ອຮັບປະກັນຜົນສໍາເລັດ ໃນ ການຈັດຕັ້ງປະຕິບັດ ໃຫ້ສຸມທຸກກໍາ ລັງທົ່ວສັງຄົມ ຊ່ວຍກັນສະກັດ ກັ້ນ ໂດຍການແຕ່ງຕັ້ງຄະນະຮັບຜິດ ຊອບຊີ້ນໍາລວມ, ຄະນະວິຊາການ ແລະ ຈັດຕັ້ງກໍາລັງ ສາມອົງການ ຈັດຕັ້ງມະຫາຊົນ ສົມທົບກັບກໍາ ລັງ ປກສ-ປກຊ, ອົງການປົກຄອງ ທ້ອງຖິ່ນ, ອາສາສະໝັກກູ້ໄພ ແລະ ປະຊາຊົນ ສະກັດກັ້ນ, ຄວບຄຸມ ແລະ ດັບມອດໄຟໄໝ້ລາມປ່າ ໃນ ແຕ່ລະພື້ນທີ່ ເພື່ອຈັດສັນຈໍານວນ ພົນ ແລະ ອຸປະກອນເຂົ້າຊ່ວຍໃນ ການຄວບຄຸມ ແລະ ດັບມອດໄຟ ຢູ່ ຈຸດທີ່ມີຄວາມສ່ຽງ ທີ່ເກີດຄວາມ ເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງ ປະຊາຊົນ. ໃຫ້ສືບຕໍ່ລົງເຄື່ອນໄຫວ ໂຄສະນາ ປູກຈິດສໍານຶກ ໃຫ້ກັບປະ ຊາຊົນ ເຂົ້າໃຈຜົນຮ້າຍຂອງໄຟປ່າ ແລະ ວິທີການປ້ອງກັນ, ດັບມອດ ໄຟເບື້ອງຕົ້ນ, ແຈກຢາຍ ແລະ ໂຄ ສະນາຄໍາແນະນໍາ ການປ້ອງກັນ ໄຟໄໝ້ລາມປ່າ. ສືບຕໍ່ດໍາເນີນການ ຈັດສັນພື້ນທີ່ 3 ປະເພດປ່າ (ປ່າສະ ຫງວນ, ປ່າປ້ອງກັນ ແລະ ປ່າ ຜະລິດ) ໃນຂອບເຂດທົ່ວປະເທດ, ປັກຫລັກໝາຍຂອບເຂດຊາຍແດນ ທີ່ດິນປ່າໄມ້, ຕິດປ້າຍຫ້າມຕ່າງໆ ໃສ່ພື້ນທີ່ດິນປ່າໄມ້ ທີ່ມີຄວາມສ່ຽງ ຕໍ່ການບຸກລຸກ ແລະ ທໍາລາຍ. ພ້ອມ ກັນນັ້ນ, ກໍໄດ້ຫັນພະນັກງານລົງ ເຮັດວຽກຢູ່ພື້ນທີ່ທີ່ມີຄວາມສ່ຽງ ຕໍ່ ການບຸກລຸກ ແລະ ທໍາລາຍປ່າໄມ້. ເອົາໃຈໃສ່ກວດກາລາດຕະເວນ ໃນ ຂອບເຂດທີ່ດິນປ່າໄມ້ ເພື່ອສະກັດ ກັ້ນ ບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ເຂົ້າ ໄປບຸກລຸກບຸກເບີກ ແລະ ຈັບຈອງ ທີ່ດິນປ່າໄມ້, ຂຸດຄົ້ນໄມ້ ຫລື ກິດ ຈະກໍາອື່ນໆ ທີ່ບໍ່ຖືກ ຕາມກົດໝາຍ ແລະ ກໍ່ໃຫ້ເກີດໄຟໄໝ້ລາມປ່າ. ກໍລະນີຫາກມີການລະເມີດ ຕ້ອງ ໄດ້ດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ. ທັງໝົດນີ້, ກໍເພື່ອຮັບປະກັນໃຫ້ ປະຊາຊົນ ໄດ້ທໍາການຜະລິດຕາມ ລະດູການ, ບໍ່ໃຫ້ເກີດໄຟໄໝ້ລາມ ປ່າ ເປັນບໍລິເວນກວ້າງ, ປົກປັກ ຮັກສາເນື້ອທີ່ປ່າໄມ້ ບໍ່ໃຫ້ສູນເສຍ ແລະ ບໍ່ກໍ່ຜົນກະທົບຝຸ່ນລະອອງ ຕໍ່ ສຸຂະພາບຂອງປະຊາຊົນ. ຂໍ້ມູນສ່ວນຕົວກ່ຽວກັບປະເທດທີ່ ອາໄສຢູ່, ໝາຍເລກໂທລະສັບ, ອີ ເມວ ແລະອື່ນໆ, ແຕ່ໄລຍະຫລັງໆ ມານີ້ ຊາວໂຊຊຽວມີເດຍລາວ ກໍ ຊອກຄົ້ນຄວ້າ ແລະ ເຫັນວ່າ ການ ເປີດສ້າງລາຍຮັບຢູ່ລາວກໍໄດ້ເຊັ່ນ ກັນ ແຕ່ໄດ້ຈາກຍອດວິວຢ່າງດຽວ ແລະກໍໄດ້ໜ້ອຍທີ່ສຸດເມື່ອທຽບກັບ ປະເທດອື່ນ. ສໍາລັບປະເທດທີ່ແພລດຟອມສື່ ອອນລາຍ ອະນຸຍາດໃຫ້ສ້າງລາຍ ຮັບໄດ້ນັ້ນ, ລັດຖະບານເກັບພາສີ ຈາກເຫລົ່າຄອນເທັນຄຣີເອເຕີ ຫລື ຜູ້ທີ່ຜະລິດເນື້ອໃນສ້າງສັນ ແນວໃດ? ຂໍຍົກເອົາຕົວຢ່າງຈາກ ປະເທດໄທ ເພາະເປັນປະເທດທີ່ ຄົນລາວນິຍົມນໍາໃຊ້ຊີມໝາຍເລກ ໂທລະສັບເປີດລົງທະບຽນ ເພື່ອ ສ້າງລາຍຮັບ. ໂດຍພາກສ່ວນລັດ ແມ່ນເອົາປະເພດລາຍຮັບ ມາພິຈາ ລະນາວ່າ ຢູ່ໃນປະເພດໃດຄື: ລາຍ ຮັບທີ່ໄດ້ຈາກການໂຄສະນາ, ຣີວິວ ສິນຄ້າ ຈັດຢູ່ປະເພດທີ2, ຄ່າສ່ວນ ແບ່ງໂຄສະນາຈາກແພລດຟອມ, ຍອດວິວ ຢູ່ປະເພດທີ 8, ຂາຍສິນ ຄ້າອອນລາຍ ປະເພດທີ8. ຂັ້ນຕອນ ທີ1: ລາຍຮັບ-ຄ່າໃຊ້ຈ່າຍ-ສ່ວນ ຫລຸດນະໂຍບາຍ=ເງິນໄດ້ສຸດທິ; ຂັ້ນຕອນທີ2: ເງິນໄດ້ສຸດທິXອັດຕາ ພາສີຂັ້ນໄດ 5%-35%=ພາສີທີ່ ຕ້ອງຈ່າຍ. (ອັດຕາພາສີຂັ້ນໄດ ໝາຍເຖິງ ອັດຕາພາສີເງິນໄດ້ ບຸກຄົນທໍາມະດາ ທີ່ກົມສ່ວຍສາ ອາກອນ ແບ່ງອັດຕາພາສີໄປຕາມ ຂັ້ນເງິນໄດ້ສຸດທິ ຈາກໜ້ອຍໄປຫາ ຫລາຍ) ຕົວຢ່າງ: ທ້າວ ກ ມີລາຍຮັບ ຈາກການຮັບຈ້າງໂຄສະນາ, ຣີວິວ ສິນຄ້າ 1 ລ້ານບາດ (ສະກຸນເງິນ ໄທ) ແລະ ຕົ້ນທຶນທັງໝົດທີ່ເກີດຂຶ້ນ ຈິງ 5 ແສນບາດ ແຕ່ເນື່ອງຈາກ ການຣີວິວສິນຄ້າ ເປັນລາຍຮັບ ປະເພດທີ2 ຈຶ່ງຫັກຄ່າໃຊ້ຈ່າຍ ສູງສຸດ 1 ແສນບາດ, ພາສີທີ່ຕ້ອງ ຊໍາລະ ຄິດໄລ່ໄດ້ດັ່ງນີ້: 1) ລາຍ ຮັບຂາຍສິນຄ້າ 1 ລ້ານບາດ-ຄ່າ ລາຍຈ່າຍ 1 ແສນ-ສ່ວນຫລຸດ ນະໂຍບາຍ 6 ໝື່ນ= ເງິນໄດ້ສຸດທິ 8,4 ແສນບາດ. 2) ເງິນໄດ້ສຸດທິ 8,4 ແສນX ອັດຕາພາສີຂັ້ນໄດ 5%-35%=ພາສີທີ່ຕ້ອງຈ່າຍແມ່ນ 83.000ບາດ. ຖ້າປີໃດ ມີລາຍຮັບໝົດປີຮອດ 6 ໝື່ນບາດ (ກໍລະນີມີສະຖານະ ສ້າງຄອບຄົວແລ້ວ ມີລາຍຮັບ 1,2 ແສນບາດ) ຕ້ອງມີໜ້າທີ່ສະແດງ ລາຍການພາສີເງິນລາຍຮັບບຸກຄົນ ທໍາມະດາປີລະ 2 ຄັ້ງຄື: ພາສີເງິນ ໄດ້ບຸກຄົນທໍາມະດາເຄິ່ງປີ ແລະ ພາສີເງິນລາຍຮັບບຸກຄົນທໍາມະດາ ທ້າຍປີ. ສໍາລັບພາສີມູນຄ່າເພີ່ມ(VAT), ໃນກໍລະນີ ມີລາຍຮັບລວມກັນໝົດ ປີເກີນ 1,8 ລ້ານບາດ ຈະຕ້ອງຈົດ ທະບຽນ ແລະ ເສຍພາສີມູນຄ່າເພີ່ມ ພາຍໃນ 30 ວັນ ນັບແຕ່ມື້ທີ່ລາຍ ຮັບເກີນ 1,8 ລ້ານບາດ ໂດຍສົ່ງເອ ກະສານເສຍພາສີເປັນລາຍເດືອນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ເມື່ອຈົດພາສີມູນຄ່າເພີ່ມແລ້ວ ຜູ້ ສ້າງລາຍຮັບຈາກສື່ອອນລາຍ ຕ້ອງເກັບພາສີມູນຄ່າເພີ່ມ 7% (ຕົວເລກຕາມກົດໝາຍກໍານົດ) ຈາກຜູ້ຈ້າງງານຕື່ມເຊັ່ນ: ຈາກ ແຕ່ກ່ອນ ຄ່າຣີວິວສິນຄ້າ 1.000 ບາດຕໍ່ຄັ້ງ, ເມື່ອຈົດທະບຽນເສຍ ພາສີມູນຄ່າເພີ່ມແລ້ວ ຕ້ອງເກັບ ຄ່າຣີວິວເພີ່ມເປັນ 1.070 ບາດ ໝາຍວ່າ ຜູ່ກ່ຽວໄດ້ 1.000 ບາດ ເທົ່າເດີມ ແຕ່ 70 ບາດ ແມ່ນສົ່ງ ສ່ວຍສາອາກອນ. ສໍາລັບປະເທດເຮົາ, ມີດໍາລັດ ວ່າດ້ວຍການຄ້າທາງເອເລັກໂຕຣ ນິກ ແລະ ກະຊວງການເງິນ ໄດ້ ອອກແຈ້ງການ ສະບັບເລກທີ 0560/ກງ ລົງວັນທີ 14 ກຸມພາ 2024 ວ່າດ້ວຍການປະຕິບັດ ພັນທະອາກອນຈາກ ສິນຄ້າດິຈິ ຕອນ ແລະ ບໍລິການຮູບແບບດິຈິ ຕອນ (Digital Platform) ຫລື ກິດຈະກໍາການຄ້າທາງເອເລັກ ໂຕຣນິກ ເຊິ່ງເນື້ືອໃນແຈ້ງການ ແມ່ນກ່ຽວກັບການຄຸ້ມຄອງ, ການ ປະຕິບັດພັນທະສ່ວຍສາອາກອນ ຂອງນິຕິບຸກຄົນ ທີ່ດໍາເນີນທຸລະກິດ ແລະ ບຸກຄົນຜູ້ມີລາຍຮັບ ທີ່ ເຄື່ອນໄຫວ ສະໜອງສິນຄ້າດິຈິ ຕອນ ແລະ ບໍລິການຮູບແບບດິຈິ ຕອນ (Digital Platform) ຫລື ກິດຈະກໍາການຄ້າທາງເອເລັກ ໂຕຣນິກ ໂດຍໄດ້ກໍານົດເປັນແຕ່ລະ ປະເພດຜູ້ເສຍອາກອນນໍາດ້ວຍ. ສ່ວນການລົງທະບຽນຢ່າງຖືກ ຕ້ອງ ແມ່ນເຮັດແນວໃດ, ມີລາຍຮັບ ສູງສຸດເທົ່າໃດຕໍ່ປີ ຈຶ່ງມອບພັນທະ ອາກອນໃຫ້ລັດ ແລະອື່ນໆ, ສະບັບ ໜ້າ ຈະມານໍາສະເໜີໃຫ້ບັນດາ ທ່ານຮັບຊາບຕື່ມ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==