6073

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 21/02/2025 xtgmf]k; ຮອງນາຍົກລັດຖະມົນຕີ...ົັົີ ສໍາເລັດກອງປະຊຸມ...ໍັຸ ລາວ-ໄທ... ເລຂາທິການໃຫຍ່...ິ່ ສ້າງຄວາມເຂັ້ມແຂງ...້ັ້ ລາວໂທລະຄົມ...ົ ອົບຮົມໃຫ້ພະນັກງານ, ສະມາຊິກ ພັກພາຍໃນກະຊວງປ້ອງກັນຄວາມ ສະຫງົບ ໄດ້ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນປະຫວັດການກຳເນີດ ເຕີບໃຫຍ່ ແລະ ມູນເຊື້ອອັນດີງາມ ຂອງພັກ. ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນ ຂະບວນວິວັດແຫ່ງການກຳເນີດ ຂອງພັກ ຕະຫລອດໄລຍະເວລາ 70 ປີ ແຫ່ງການນໍາພາຂອງພັກ, ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບ ແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາພັກເຮົາໄດ້ມີ ການນໍາພາ-ຊີ້ນຳ ເດັດດ່ຽວ, ມີ ວິທະຍາສາດອັນໄດ້ນໍາພາປວງຊົນ ລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບ ອິດທິກຳລັງປໍລະປັກທີ່ໂຫດຮ້າຍ ປ່າເຖື່ອນທີ່ມີຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝເໜືອ ກວ່າເປັນຫລາຍເທົ່າ, ແຕ່ດ້ວຍ ຄວາມສະຫລາດສ່ອງໃສ ແລະ ຄວາມມີໄຫວພິບຂອງພັກ ບວກກັບ ນໍ້າໃຈຮັກຊາດອັນດູດດື່ມບໍ່ຍອມ ຈໍານົນຕໍ່ສັດຕູຜູ້ຮຸກຮານ ແລະ ການ ຊ່ວຍເຫລືອຂອງເພື່ອນມິດສາກົນ ທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນ ກໍຄື ພັກປະຊາຊົນ ປະຕິວັດລາວໃນປັດຈຸບັນຈຶ່ງສາ ມາດນໍາພາປວງຊົນລາວປົດປ່ອຍ ຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕຂອງຕົນຂຶ້ນໃນ ວັນທີ 2 ທັນວາ 1975, ພາຍຫລັງ ປົດປ່ອຍຊາດ ພັກເຮົາກໍໄດ້ນໍາ ພາປວງຊົນລາວດໍາເນີນການປົວ ແປງຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃຫ້ໝັ້ນຄົງ ແລະ ສີວິໄລ, ຕະຫລອດ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ພັກ ເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານເປັນຕົ້ນດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ ຢ່າງໝັ້ນຄົງ; ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທໍາໄດ້ມີການປົກປັກ ຮັກສາ ແລະ ເສີມຂະຫຍາຍ ເຊິ່ງ ເຮັດໃຫ້ ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ໃນເວທີພາກພື້ນ ແລະ ສາກົນ ສູງຂຶ້ນເປັນກ້າວໆ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ກົດໝາຍສໍາເລັດຕາມແຜນກຳນົດ; ໄດ້ເອົາໃຈໃສ່ປະສານສົມທົບກັບ ອົງການຈັດຕັ້ງຕ່າງໆຂອງລັດ, ອົງ ການຈັດຕັ້ງມະຫາຊົນ, ພາກທຸລະກິດ, ສັງຄົມດໍາເນີນການພັດທະນາສີມື ແຮງງານ ເພື່ອສະໜອງຕາມຄວາມ ຕ້ອງການຂອງຕະຫລາດແຮງງານ, ຝຶກເພື່ອປະກອບອາຊີບອິດສະລະ ຕາມສາຂາອາຊີບຕ່າງໆໄດ້ທັງໝົດ 34.324 ຄົນ, ຍິງ 15.015 ຄົນ; ສົມທົບຫົວໜ່ວຍແຮງງານເຮັດການ ທົດສອບ ແລະ ອອກໃບຢັ້ງຢືນລະດັບ ສີມືແຮງງານຕາມມາດຕະຖານສີມື ແຮງງານແຫ່ງຊາດ, ໄດ້ປັບປຸງ ກົນໄກການບໍລິການຈັດຫາງານດ້ວຍ ຫລາຍຮູບແບບທັງເຊິ່ງໜ້າ ແລະ ອອນລາຍ, ຜ່ານເວັບໄຊ (webຂປລ. ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ, ທ່ານສອນໄຊສີພັນດອນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ ດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງ ຂປລ. ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນຂັ້ນສູງຈາກກະຊວງ ສາທາລະນະສຸກ ຮ່ວມກັບລັດຖະ ບານ ສປ ຈີນ ແລະ ອົງການອຸຍນີ ເຊບ ນຳໂດຍທ່ານ ບຸນແຝງ ພູມມະ ໄລສິດ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະ ຈໍາ ສປປ ລາວ ແລະ ທ່ານ ບີລາລ ດູຣານິ ຜູ້ຕາງໜ້າອົງການອຸຍນີ ເຊບ ປະຈໍາ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍ ແລະ ສຸກສາລາຢູ່ແຂວງສະຫວັນນະ ເຂດ, ລວມທັງສຸກສາລາດອນນາ ໄຊ ແລະ ໂຮງໝໍເມືອງອາດສະພັງ ທອງ ແຂວງສະຫວັນນະເຂດ ເພື່ອ ຕິດຕາມສັງເກດການການຮ່ວມມື ໃນ ວຽກງານປັບປຸງສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ໃນ ສປປ ລາວ ເຊິ່ງການຮ່ວມມື ດັ່ງກ່າວ, ມີມູນຄ່າທັງໝົດ 1,48 ລ້ານໂດລາສະຫະລັດ ເຊິ່ງໄດ້ເລີ່ມ ມາແຕ່ເດືອນທັນວາ 2024 ເປັນ ຕົ້ນມາ, ໂດຍມີຈຸດປະສົງໃນການ ແກ້ໄຂບັນຫາການຂາດສານອາ ຫານແບບຊ້ຳເຮື້ອ, ປັບປຸງສຸຂະພາບ ຂອງເດັກ ແລະ ເສີມສ້າງຄວາມເຂັ້ມ ແຂງຂອງການບໍລິການປົກປ້ອງ ເດັກໃນທົ່ວປະເທດໂດຍຈະໃຫ້ການ ສະໜັບສະໜູນແກ່ເດັກຫລາຍກວ່າ 22.000 ຄົນ. ໂອກາດດັ່ງກ່າວ, ທ່ານ ບຸນແຝງ ພູມມະໄລສິດ ໄດ້ຕີລາຄາສູງຕໍ່ການ ຮ່ວມມືຂອງລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ເຊິ່ງໄດ້ ປະກອບສ່ວນຊ່ວຍປັບປຸງຊີວິດການ ເປັນຢູ່ ແລະ ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍໃນທົ່ວປະເທດ. ການ ຢ້ຽມຢາມໂຮງໝໍ ແລະ ສຸກສາລາຢູ່ ໃນວັນທີ 20 ກຸມພາ 2025 ໂດຍ ການເປັນປະທານຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກ ໂນໂລຊີ ແລະ ການສື່ສານ, ມີຜູ້ ຕາງໜ້າຈາກລາວໂທລະຄົມຈາກ ສູນກາງ, ສາຂາແຂວງທົ່ວປະເທດ, ຜູ້ຕາງໜ້າຈາກບໍລິສັດລາວໂມບາຍ ມັນນີຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມ. ໂອກາດນີ້, ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນໄດ້ຍົກໃຫ້ເຫັນຜົນງານ ພົ້ນເດັ່ນທີ່ລາວໂທລະຄົມສາມາດ ຍາດມາໄດ້ໃນໄລຍະ 1 ປີຜ່ານ ແລະ ປະຊາຊົນສອງຊາດ ລາວກູບາ, ກູບາ-ລາວ ໄດ້ຮັບການຍົກ ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ສປປ ລາວ ແລະ ສ ກູບາ ເປັນປະເທດເພື່ອນ ມິດຍຸດທະສາດ, ມີການພົວພັນຖານ ອ້າຍນ້ອງ ແລະ ມີການຮ່ວມມືທີ່ມີ ມູນເຊື້ອອັນດີງາມມາແຕ່ດົນນານ; ການພົວພັນຮ່ວມມືທາງດ້ານການ ເມືອງຂອງສອງປະເທດແມ່ນຢູ່ໃນ ລະດັບດີເລີດ ແລະ ນັບມື້ໜັກແໜ້ນ, ມີການປະສານສົມທົບ, ຕິດຕໍ່ພົວພັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ພິເສດໃນປີ 2024 ທີ່ຜ່ານມາ, ສອງປະເທດໄດ້ຮ່ວມກັນສະເຫລີມ ສະຫລອງ ຄົບຮອບ 50 ປີ ວັນ ສ້າງຕັ້ງສາຍພົວພັນການທູດ ຢ່າງ ເປັນຂະບວນຟົດຟື້ນ; ການຮ່ວມມື ດ້ານອື່ນໆຂອງສອງປະເທດສືບຕໍ່ ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ສອງຝ່າຍກໍ່ຊອກຫາວິທີທາງເພື່ອ ຮ່ວມມືກັນໃນຂະແໜງທີ່ມີທ່າແຮງ ເປັນຕົ້ນການສ້າງຊັບພະຍາກອນ ມະນຸດ, ການສຶກສາ ແລະ ກິລາ, ສາ ທາລະນະສຸກ, ກະສິກໍາ ແລະ ອື່ນໆ, ລວມເຖິງການສືບຕໍ່ຊຸກຍູ້ ແລະ ສົ່ງ ເສີມການຮ່ວມມືທາງດ້ານເສດຖະ ກິດ-ການຄ້າ ໃຫ້ມີທ່າກ້າວໄປຄຽງ ຄູ່ກັບການພົວພັນຮ່ວມມືທາງດ້ານ ການເມືອງ. ໃນໂອກາດດຽວກັນນີ້, ສະຫາຍ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ກໍໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງ ຈຸດປະສົງ ແລະ ແຜນການເຄື່ອນ ໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງ ນີ້, ລວມເຖິງໄດ້ແຈ້ງໃຫ້ຊາບກ່ຽວ ກັບສະພາບຂອງກູບາ ໃນປັດຈຸບັນ ໂດຍຫຍໍ້. ພ້ອມກັນນີ້, ກໍໄດ້ສະແດງ ຄວາມເຫັນດີເປັນເອກະພາບຕໍ່ການ ຕີລາຄາການພົວພັນ ແລະ ການ ຮ່ວມມືລະຫວ່າງສອງປະເທດຂອງ ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ທອງລຸນ ສີສຸລິດ ໂດຍໄດ້ຕີລາຄາສູງຕໍ່ການພົວພັນ ກູບາ-ລາວ ແລະ ທິດທາງການ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດໃນຕໍ່ໜ້າ ໂດຍສະເພາະແມ່ນທິດທາງໃນການ ຈັດຕັ້ງປະຕິບັດການຜັນຂະຫຍາຍ ການຮ່ວມມືແບບເພື່ອນມິດຍຸດທະ ສາດໃຫ້ເປັນແຜນປະຕິບັດງານເປັນ ຮູບປະທໍາຫລາຍຂຶ້ນ. ໃນຕອນທ້າຍ, ສະຫາຍເລ ຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ອວຍພອນ ໃຫ້ສະຫາຍລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ ຈົ່ງປະສົບຜົນສໍາເລັດໃນການມາ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ຝາກຄໍາຢື້ຢາມຖາມ ຂ່າວໄປຍັງສະຫາຍ ມີແກນ ດີເອັດ ສ-ກາແນນ ເບີມູເດັດສ ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ ແລະ ເຊື້ອເຊີນເພີ່ນມາ ຢ້ຽມຢາມ ສປປ ລາວ ໃນເວລາອັນ ສະດວກ ແລະ ເໝາະສົມ. ພາບ: ທະນູທອງ ການໃນວັນທີ 20 ກຸມພາ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນ ຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄືການ ເປັນຄູ່ຮ່ວມຍຸດທະສາດ ເພື່ອການ ຈະເລີນເຕີບໂຕ ແລະ ການພັດທະນາ ແບບຍືນຍົງລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ທໍານຽບລັດຖະບານ ໂດຍການ ເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນ ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງຂອງສອງປະເທດ. ພາຍຫລັງສໍາເລັດພິທີຕ້ອນຮັບ, ສອງ ນາຍົກລັດຖະມົນຕີ ແລະ ຄະນະໄດ້ ດໍາເນີນການພົບປະສອງຝ່າຍຢ່າງ ເປັນທາງການ ເພື່ອຮ່ວມກັນທົບ ທວນຄືນການພົວພັນຮ່ວມມືສອງ ຝ່າຍໃນໄລຍະຜ່ານມາ ເຊິ່ງສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລາວໄທ ທີ່ມີໝາກຜົນ ແລະ ເຕີບໃຫຍ່ ຂະຫຍາຍຕົວຕະຫລອດໄລຍະ 75 ປີ ຜ່ານມາ, ກວມເອົາທຸກຂົງເຂດວຽກ ງານຜ່ານກົນໄກການຮ່ວມມືດ້ານ ຕ່າງໆນັບແຕ່ຂັ້ນສູນກາງຮອດທ້ອງ ຖິ່ນ; ສອງລັດຖະບານໄດ້ເຫັນດີເອກະ ພາບຮ່ວມກັນໃນການສືບຕໍ່ສົ່ງເສີມ ການແລກປ່ຽນການຢ້ຽມຢາມ ແລະ ການໄປມາຫາສູ່ເຊິ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນສູງຂອງສອງ ປະເທດ ກໍຄື ລະຫວ່າງທ້ອງຖິ່ນຢ່າງ ເປັນປົກກະຕິ ເພື່ອສ້າງເງື່ອນໄຂທີ່ ເອື້ອອໍານວຍໃຫ້ແກ່ການເພີ່ມທະ ວີການພົວພັນຮ່ວມສອງຝ່າຍໃນຕໍ່ ໜ້າໂດຍສະເພາະການຮ່ວມມື ແລະ ແກ້ໄຂບັນຫາທີ່ມີຜົນກະທົບຕໍ່ຄວາມ ໝັ້ນຄົງຂອງສອງປະເທດໃນການ ສະກັດກັ້ນ ແລະ ປາບປາມອາຊະ ຍາກໍາຂ້າມຊາດ ເປັນຕົ້ນແມ່ນຢາ ເສບຕິດ ແລະ ການໂຈນລະກໍາທາງ ໄຊເບີ, ພ້ອມທັງຮ່ວມມືກັນແກ້ໄຂ ບັນຫາໝອກຄວັນຂ້າມແດນ; ເພີ່ມ ທະວີຄວາມພະຍາຍາມໃນການກໍາ ນົດເສັ້ນຊາຍແດນໃຫ້ມີຄວາມຄືບ ໜ້າ ຊຶ່ງມາຮອດປັດຈຸບັນທັງສອງ ປະເທດໄດ້ດໍາເນີນການສໍາຫລວດ ແລະ ປັກຫລັກໝາຍຊາຍແດນທາງ ບົກໄດ້ສໍາເລັດແລ້ວ 93%, ຍັງຄົງ ຄ້າງ 7% ໃນຈໍານວນ 14 ບໍລິເວນ. ສ່ວນຊາຍແດນທາງນໍ້າໄດ້ເອກະພາບ ຮ່ວມກັນສ້າງແຜນແມ່ບົດ ແລະ ຂໍ້ ກໍານົດທາງດ້ານເຕັກນິກ (TOR) ເພື່ອເປັນບ່ອນອີງໃນການດໍາເນີນ ການສໍາຫລວດ ແລະ ປັກຫລັກໝາຍ ທາງນໍ້າ ຕໍ່ໄປ. ພ້ອມກັນນີ້, ສອງຝ່າຍ ໄດ້ເຫັນດີໃນການສ້າງປັດໄຈ ແລະ ເງື່ອນໄຂເອື້ອອໍານວຍໃຫ້ແກ່ການ ຄ້າ-ການລົງທຶນ, ການເຊື່ອມໂຍງເຊື່ອມຈອດໃຫ້ມີໝາກຜົນເປັນຮູບ ປະທໍາຍິ່ງຂຶ້ນເປັນຕົ້ນການພັດທະນາ ເສັ້ນທາງຄົມມະນາຄົມ ທັງທາງບົກ ແລະ ທາງລາງ, ຂົວ ເຊັ່ນ: ການກໍ່ ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງ ທີ 5 ໃຫ້ສໍາເລັດໃນປີ 2025, ການ ກໍ່ສ້າງຂົວຂ້າມນໍ້າຂອງຈອມເພັດນະຄອນຫລວງພະບາງ, ຂົວສໍາລັບ ລົດໄຟ ແລະ ການພັດທະນາເສັ້ນທາງ ເລກທີ 12 ເພື່ອເຊື່ອມຈອດແລວ ເສດຖະກິດຕາເວັນອອກ-ຕາເວັນ ຕົກ; ການເຊື່ອມຈອດຕາຂ່າຍໄຟຟ້າ; ການປັບປຸງແກ້ໄຂຂອດປະສານງານ ແລະ ສິ່ງກີດຂວາງທາງດ້ານການ ຄ້າຕ່າງໆຮ່ວມກັນຄຽງຄູ່ກັບການ ສົ່ງເສີມການລົງທຶນເພື່ອການແປຮູບ ເປັນສິນຄ້າ, ການນໍາເຂົ້າ-ສົ່ງອອກ ໂດຍສະເພາະສິນຄ້າກະສິກໍາ, ນໍ້າມັນ ເຊື້ອໄຟ ແລະ ອື່ນໆ. ສອງຝ່າຍຍັງ ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມື ເພື່ອການພັດທະນາ, ທຶນການສຶກສາ 75 ທຶນ, ສາທາລະນະສຸກ, ກະສິກໍາ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການທ່ອງທ່ຽວ, ຍຸ ຕິທໍາ ແລະ ແຮງງານ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກ ປ່ຽນຄໍາຄິດເຫັນຕໍ່ສະພາບການພົ້ນ ເດັ່ນພາຍໃນພາກພື້ນ ແລະ ສາກົນທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ຍິນດີທີ່ໄດ້ພົບ ປະກັບທ່ານນາຍົກລັດຖະມົນຕີ ນາງ ແພທອງທານ ຊິນນະວັດ ອີກຄັ້ງ ໜຶ່ງພາຍຫລັງທີ່ໄດ້ພົບປະກັນຢູ່ນະ ຄອນຫລວງວຽງຈັນ ໃນໂອກາດທີ່ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງໃນ ເດືອນຕຸລາ 2024 ທີ່ຜ່ານມາ, ພ້ອມ ທັງໄດ້ສະແດງຄວາມຂອບໃຈຕໍ່ລັດ ຖະບານ ແລະ ປະຊາຊົນໄທ ທີ່ໄດ້ ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕະຫລອດໄລຍະຜ່ານ ມາ ໂດຍສະເພາະແມ່ນການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຊຶ່ງໄດ້ຮັບຜົນສໍາເລັດ ຢ່າງຈົບງາມ. ໃນຂະນະດຽວກັນ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ກໍໄດ້ສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມຄັ້ງນີ້ ເຊິ່ງຖືເປັນໜຶ່ງ ໃນກິດຈະກໍາທີ່ມີຄວາມໝາຍສໍາຄັນ ເນື່ອງໃນໂອກາດສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດລະຫວ່າງສອງ ປະເທດ ລາວ-ໄທ ໃນປີ 2025 ນີ້, ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາ ແຕ່ດົນນານ ກໍຄື ການເປັນຄູ່ຮ່ວມ ຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ໄທ-ລາວ ໃຫ້ ເກີດດອກອອກຜົນຍິ່ງໆຂຶ້ນ. ພາຍຫລັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ-ໄທ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນ ພິທີລົງນາມເອກະສານຮ່ວມກັນ ຈໍານວນ 4 ສະບັບ ຄື: ສັນຍາການ ບໍລິຫານຈັດການທາງດ້ານເຕັກນິກ ການຂົນສົ່ງຜູ້ໂດຍສານທາງລົດໄຟ ລະຫວ່າງລັດວິສາຫະກິດລົດໄຟ ແຫ່ງຊາດລາວ ແລະ ການລົດໄຟ ແຫ່ງປະເທດໄທ; ແຜນປະຕິບັດງານ ປະຈໍາປີ 2025-2027 ເພື່ອຈັດຕັ້ງ ປະຕິບັດບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືທາງດ້ານຍຸຕິທໍາ ແລະ ກົດໝາຍ ລະຫວ່າງ ກະຊວງຍຸ ຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງ ຍຸຕິທໍາ ແຫ່ງ ຣາຊະອານາຈັກໄທ; ບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະພາການຄ້າ ແລະ ອຸດສາຫະ ກໍາແຫ່ງຊາດລາວ ແລະ ຄະນະ ກໍາມະການຮ່ວມມືດ້ານການຄ້າ, ອຸດສາຫະກໍາ ແລະ ການທະນາຄານ ຂອງປະເທດໄທ ແລະ ບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ດ້ານວິຊາການລະຫວ່າງມະຫາ ວິທະຍາໄລສຸພານຸວົງ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລແມ່ຟ້າ ຫລວງ ແຫ່ງ ຣາຊະອານາຈັກໄທ. ຫລັງຈາກນັ້ນ, ກໍໄດ້ເຂົ້າຮ່ວມພິທີເປີດ ກາສັນຍາລັກ (Logo) ສະເຫລີມ ສະຫລອງ ຄົບຮອບ 75 ປີແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລາວໄທ ຢ່າງເປັນທາງການ, ຖະແຫລງ ຂ່າວຕໍ່ສື່ມວນຊົນກ່ຽວກັບຜົນຂອງ ການພົບປະສອງຝ່າຍ, ກ່າວຄໍາ ເຫັນໃນກອງປະຊຸມພົບປະທຸລະກິດ ລາວ-ໄທ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າ ຢູ່ຫົວ ແຫ່ງ ຣາຊະອາຈັກໄທ ຕື່ມອີກ. ພາບ: ຂັນໄຊ ມາເປັນຕົ້ນໄດ້ລົງທຶນຂະຫຍາຍ ຕາໜ່າງລະບົບໂທລະຄົມມະນາຄົມ ມີມູນຄ່າທັງໝົດ 15,74 ລ້ານ ໂດລາສະຫະລັດ. ປັດຈຸບັນບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ມີສະຖານີມືຖື 2G, 3G, 4G, 4,5G ຄວບຄຸມພື້ນທີ່ປະຊາກອນ ທົ່ວປະເທດ. ນອກຈາກນັ້ນ, ຍັງ ມີ 5G ໃຫ້ບໍລິການຢູ່ບັນດາຕົວ ເມືອງໃຫຍ່ ແລະ ມີ FTTH ໃຫ້ ບໍລິການທົ່ວປະເທດ ເຊິ່ງໄດ້ກາຍ ເປັນປັດໄຈຫລັກທີ່ຜັກດັນໃຫ້ກຸ່ມ ບໍລິສັດລາວໂທລະຄົມສາມາດຂະ ຫຍາຍຖານລູກຄ້າໃໝ່ ແລະ ຮັກສາ ຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນ ຄົງ. ມາຮອດປັດຈຸບັນມີລູກຄ້າ ໃຊ້ບໍລິການຕົວຈິງ MBB ແລະ FBB ຈໍານວນ 3,3 ລ້ານກວ່າ ເລກໝາຍ, ໃນປີ 2024 ຜ່ານມາ ກຸ່ມບໍລິສັດສາມາດສ້າງລາຍຮັບ ໄດ້ທັງໝົດ 2.397,93 ຕື້ກີບ (ບໍ່ ລວມອາກອນ), ສາມາດປະຕິບັດ ພັນທະໃຫ້ລັດຖະບານທັງໝົດ 549,75 ຕື້ກີບ. ນອກຈາກນັ້ນ, ຍັງໄດ້ປັບປຸງລະບຽບ, ນະໂຍບາຍ ສະຫວັດດີການສັງຄົມຕ່າງໆ ເພື່ອ ຍົກສູງລະດັບຊີວິດການເປັນຢູ່ຂອງ ພະນັກງານໃຫ້ດີຂຶ້ນເລື້ອຍໆໄປ ຄຽງຄູ່ກັບການດໍາເນີນທຸລະກິດຍັງ ໄດ້ປະກອບສ່ວນຊ່ວຍເຫລືອ ແລະ ໃຫ້ການອຸປະຖຳຕໍ່ອົງຈັດຕັ້ງຂອງ ພັກ-ລັດ, ສັງຄົມ, ການສຶກສາ ແລະ ສະໜອງການບໍລິການເຂົ້າໃນກອງ ປະຊຸມລະດັບຊາດ (ASEAN) ທີ່ ສປປ ລາວ ເປັນເຈົ້າພາບລວມ ມູນຄ່າທັງໝົດ 12 ຕື້ກວ່າກີບ ແລະ ຍັງໄດ້ສືບຕໍ່ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນ ທາງໄກ, ກອງປະຊຸມທາງໄກຂອງ ອົງການຈັດຕັ້ງພັກ-ລັດ ຈຳນວນ ໜຶ່ງໃນມູນຄ່າຫລາຍຕື້ກີບ. ສຳລັບແຜນການປີ 2025 ນີ້, ລາວໂທລະຄົມຈະສູ້ຊົນຮັກສາຖານ ລູກຄ້າເກົ່າ, ສ້າງຖານລູກຄ້າໃໝ່ ແລະ ຈະສ້າງລາຍຮັບໃຫ້ໄດ້ທັງໝົດ 2.624,68 ຕື້ກີບ, ທຽບໃສ່ປີ2024 ເພີ່ມຂຶ້ນ 9,26% ຄາດຄະເນກໍາໄລ ສຸດທິໃຫ້ໄດ້ 612,29 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດ ພັນທະໃຫ້ລັດຖະບານ 597,09 ຕື້ ກີບ. ນອກຈາກນັ້ນ, ຍັງຈະໄດ້ລົງ ທຶນທັງໝົດ 17,29 ລ້ານໂດລາ ສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການ ດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ ແກ່ການບໍລິການລູກຄ້າທາງດ້ານ ປະລິມານ ແລະ ຄຸນນະພາບ, ຂໍ້ ມູນມີຄວາມປອດໄພ ແລະ ເປັນ ລະບົບທັນສະໄໝ ເພື່ອຮັບປະກັນ ໃຫ້ແກ່ການບໍລິການສັງຄົມທັງໝົດ ເຫລົ່ານີ້ ກໍເພື່ອໃຫ້ບັນລຸຕາມແຜນ ຍຸດທະສາດ ແລະ ວິໄສທັດກ້າວໄປ ສູ່ຍຸກ Lao Digital Life. ໂອກາດນີ້, ທ່ານ ບໍ່ວຽງຄໍາ ວົງ ດາລາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນ ຫລາຍດ້ານທີ່ບໍລິສັດລາວໂທລະ ຄົມມະນາຄົມ ຍາດມາໄດ້ໃນໄລຍະ ຜ່ານມາ ໂດຍສະເພາະສາມາດ ສ້າງລາຍຮັບ ແລະ ປະຕິບັດພັນທະ ໃຫ້ລັດຖະບານໄດ້ເກີນເປົ້າໝາຍ, ທັງໄດ້ປະກອບສ່ວນຊ່ວຍເຫລືອຕໍ່ ອົງການຈັດຕັ້ງຂອງພັກ-ລັດ, ສັງ ຄົມ ໂດຍສະເພາະດ້ານການສຶກສາ ແລະ ສະໜອງການບໍລິການເຂົ້າ ໃນກອງປະຊຸມສຳຄັນລະດັບຊາດ ທີ່ ສປປ ລາວ ເປັນເຈົ້າພາບ, ທັງ ໄດ້ປະກອບສ່ວນສະໜອງອຸປະກອນ ແລະ ສັນຍານອິນເຕີເນັດ ສຳລັບ ການຮຽນທາງໄກ, ກອງປະຊຸມ ທາງໄກຂອງອົງການຈັດຕັ້ງພັກລັດ ຈຳນວນໜຶ່ງໃນມູນຄ່າຫລາຍ ຕື້ກີບ. ພ້ອມນີ້, ທ່ານຍັງໄດ້ເນັ້ນ ໃຫ້ຄະນະບໍລິຫານຕະຫລອດຮອດ ພະນັກງານທົ່ວບໍລິສັດລາວໂທລະ ຄົມມະນາຄົມຫັນການຈັດຕັ້ງປະຕິ ບັດວຽກງານດ້ານຕ່າງໆໃຫ້ເປັນ ທັນສະໄໝ ເພື່ອເຮັດໃຫ້ວຽກງານ ໂທລະຄົມມະນາຄົມ ກໍຄື ການສະ ໜອງການບໍລິການຕ່າງໆໃຫ້ໄດ້ ຮັບການພັດທະນາ, ມີຄວາມທັນ ສະໄໝ, ວ່ອງໄວ, ທົ່ວເຖິງສາມາດ ຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການຂອງສັງຄົມ. ຂ່າວ-ພາບ: ທະນູທອງ ແຂວງສະວັນນະເຂດ ໃນຄັ້ງນີ້ ເພື່ອ ສັງເກດການບໍລິການດ້ານສຸຂະພາບ ແລະ ໂພຊະນາການແບບປະສົມ ປະສານໃຫ້ກັບແມ່ ແລະ ເດັກ, ຕັ້ງ ແຕ່ການຝາກທ້ອງ ແລະ ການສັກ ຢາກັນພະຍາດສຳລັບແມ່ຍິງຖືພາ ຈົນເຖິງການວັດແທກຮ່າງກາຍ ດ້ວຍແຖບ MUAC ເພື່ອປະເມີນ ສະຖານະພາບດ້ານໂພຊະນາການ ຂອງເດັກນ້ອຍ ເຊັ່ນດຽວກັນກັບ ການໃຫ້ອາຫານເສີມທາງການ ແພດ (RUTF) ເພື່ອປິ່ນປົວການ ຂາດສານອາຫານຮ້າຍແຮງ. ທ່ານ ນາງ ຟາງ ຫົງ ໄດ້ກ່າວວ່າ: ການຢ້ຽມຢາມແຂວງສະຫວັນນະ ເຂດ ໃນຄັ້ງນີ້, ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຮ່ວມໃນການແກ້ໄຂ ບັນດາສິ່ງທ້າທາຍດ້ານສຸຂະພາບທີ່ ຮີບດ່ວນທີ່ສຸດໃນ ສປປ ລາວ. ການ ຊ່ວຍເຫລືອດ້ານສຸຂະພາບຈາກ ສປ ຈີນ ຍັງສະແດງໃຫ້ເຫັນເຖິງຄວາມ ເອົາໃຈໃສ່ຂອງພວກເຮົາໃນຖານະ ໜຶ່ງໃນປະເທດຜູ້ນຳໂລກ ແລະ ຕໍ່ ການປັບປຸງຊີວິດຂອງແມ່ຍິງ ແລະ ເດັກນ້ອຍລາວ. ພ້ອມນີ້, ທ່ານ ບີລາລ ດູຣານິ ຍັງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ການຮ່ວມມືທີ່ເຂັ້ມແຂງໃນການ ປັບປຸງສຸຂະພາບຂອງຊຸມຊົນ ເຊິ່ງ ການຢ້ຽມຢາມໃນຄັ້ງນີ້, ໄດ້ສະແດງ ໃຫ້ເຫັນເຖິງວິທີການຮ່ວມມື, ການມີ ສ່ວນຮ່ວມຂອງຊຸມຊົນ ແລະ ການ ເສີມສ້າງຄວາມເຂັ້ມແຂງໃນລະບົບ ສາທາລະນະສຸກທ້ອງຖິ່ນ ສາມາດ ຊ່ວຍສ້າງການປ່ຽນແປງໃນທາງ ບວກໄດ້. ອົງການອຸຍນີເຊບ ປະຈໍາ ສປປ ລາວ ຍັງມຸ່ງໝັ້ນທີ່ຈະເຮັດ ວຽກກັບຄູ່ຮ່ວມງານຂອງພວກເຮົາ ເພື່ອຮັບປະກັນວ່າ ເດັກນ້ອຍທຸກ ຄົນໃນ ສປປ ລາວ ສາມາດເລີ່ມຕົ້ນ ຊີວິດໄດ້ດີທີ່ສຸດ. site), application, Facebook, ຊຸກຍູ້ໃຫ້ຫົວໜ່ວຍແຮງງານປະກາດ ຮັບສະໝັກເອງ, ປະສານສົມທົບ ກັບບັນດາຫົວໜ່ວຍແຮງງານ ແລະ ອົງການປົກຄອງທ້ອງຖິ່ນຈັດງານ ຕະຫລາດນັດແຮງງານຢ່າງເປັນ ຂະບວນຟົດຟື້ນ; ສັງລວມຕົວເລກ ຈັດຫາວຽກເຮັດງານທໍາໃຫ້ເຂົ້າສູ່ ຕະຫລາດແຮງານພາຍໃນແລະ ຕ່າງ ປະເທດ ຕິດພັນກັບວາລະແຫ່ງຊາດ ໄດ້ທັງໝົດ 124.539 ຄົນ. ສຳລັບວຽກສະຫວັດດີການສັງ ຄົມ ໄດ້ສຸມໃສ່ຂະຫຍາຍອັດຕາການ ປົກຄຸມປະກັນສັງຄົມໃນພາກທຸລະ ກິດ ແລະ ຜູ້ສະໝັກໃຈ, ປັດຈຸບັນ ມີຫົວໜ່ວຍວິສາຫະກິດທີ່ຈ່າຍເງິນ ສົມທົບທັງໝົດ 4.746 ຫົວໜ່ວຍ, ມີຜູ້ປະກັນຕົນທີ່ຂື້ນທະບຽນ ແລະ ຈ່າຍເງິນສົມທົບ 370.882 ຄົນ, ຍິງ 179.484 ຄົນ ຊຶ່ງກວມເອົາ ຜູ້ເກີດສິດ ແລະ ສະມາຊິກຄອບ ຄົວທີ່ໄດ້ຮັບການຄຸ້ມຄອງປິ່ນປົວ ສຸຂະພາບຈາກລະບົບປະກັນສັງ ຄົມ ທັງໝົດ 896.445 ຄົນ, ຍິງ 449.179 ຄົນ, ກວມປະມານ 23% ຂອງພົນລະເມືອງທັງໝົດ ອັນພົ້ນເດັ່ນໃນປີ 2024 ເຫັນວ່າຜູ້ ປະກັນຕົນສະໝັກໃຈໄດ້ເຂົ້າຮ່ວມ ລະບົບປະກັນສັງຄົມເພີ່ມຂຶ້ນລື່ນຕົວ ເລກຢ່າງກ້າວກະໂດດ. ຂ່າວ: ກິດຕາ; ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==