6071

07 xtgmf]k; gsfdko{dkora fmtok a 19/02/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ພິທີເປີດນໍາໃຊ້ ຫ້ອງການປະສານງານ 3 ອົງການ ຈັດຕັ້ງມະຫາຊົນຄື: ຫ້ອງການກຳ ມະບານ, ແມ່ຍິງ ແລະ ຫ້ອງການ ຊາວໜຸ່ມ ຢູ່ທີ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ໃນວັນທີ 17 ກຸມພາ 2025 ທີ່ຫ້ອງການອົງການຄຸ້ມ ຄອງ ເຂດເສດຖະກິດພິເສດ ສາມ ຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ ແກ້ວ ໂດຍມີທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ, ທ່ານ ເລັດໄຊ ຍະພອນ ປະທານ ສູນກາງສະຫະ ພັນກຳມະບານລາວ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງ ສະຫະພັນແມ່ຍິງລາວ, ທ່ານ ມອນ ໄຊ ລາວມົວຊົ່ງ ເລຂາຄະນະບໍລິ ຫານງານ ຊາວໜຸ່ມປະຊາຊົນ ປະຕິ ວັດລາວ, ທ່ານ ຫວາງ ເຟີຍ ຮອງຜູ້ ອຳນວຍການໃຫຍ່ ກຸ່ມບໍລິສັດດອກ ງິ້ວຄຳຈຳກັດ ພ້ອມດ້ວຍຄະນະກົມ ຈາກ 3 ອົງການຈັດຕັ້ງມະຫາຊົນ ຂອງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ດວງຕາ ໄຊຍະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງບໍ່ແກ້ວ ຕາງໜ້າ 3 ອົງການ ຈັດຕັ້ງມະຫາຊົນ ຜ່ານບົດລາຍງານ ການກະກຽມສ້າງຫ້ອງການປະ ສານງານ 3 ອົງການຈັດຕັ້ງມະຫາ ຊົນ ທີ່ມາປະຈຳຢູ່ເຂດເສດຖະກິດ ພິເສດ ສາມຫລ່ຽມຄຳ, ເຊິ່ງອົງ ການຈັດຕັ້ງມະຫາຊົນ ແມ່ນມີພາລະ ບົດບາດ ໃນການເປັນຕົວແທນປົກ ປ້ອງສິດຜົນປະໂຫຍດອັນຊອບທຳ ຂອງສະມາຊິກ-ອົງການຕົນ, ມີໜ້າ ທີ່ໃນການສຶກສາອົບຮົມສະມາຊິກ ໃຫ້ມີຄວາມຈົງຮັກພັກດີຕໍ່ປະເທດ ຊາດ, ມີສະຕິເຄົາລົບກົດໝາຍ ແລະ dtly dvo7e,j ;o x6 drn f]tf6 c]h 'leg]a f 20 ra od;j kgIa d8k dtly de c]t xj kw,h c0;'va f8txn lts]5 [;Pd'ko { gxu foe.-h sh v'dkoxtlko'ko 3 vq 'dko9a f8A ' ,tsk-q o mu g0fglf4tdy fry glf lk,s]j P,7e ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ ກະສິ ກອນໃນທົ່ວແຂວງຄຳມ່ວນ ປູກພືດ ລະດູແລ້ງສຳເລັດ 20.617 ເຮັກຕາ ໃນນີ້, ປູກເຂົ້າໄດ້ 11.664 ເຮັກຕາ ແລະ ປູກພືດລະດູແລ້ງໄດ້ແລ້ວ 8.953 ເຮັກຕາ. ອີງຕາມຂໍ້ມູນຈາກຂະແໜງ ປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນ ລະດູການປູກເຂົ້າລະດູແລ້ງສົກປີ 2024-2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂົ້າລວມ ທັງໝົດ 14.186 ເຮັກຕາ, ຄາດຄະ ເນຜົນຜະລິດ78.896ໂຕນ,ຄາດຄະ ເນແນວປູກ 1.135 ໂຕນ ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນ ສະບຽງອາຫານ 4.696 ເຮັກຕາ, ຄາດຄະເນຜົນຜະລິດ25.840ໂຕນ, ເນື້ອທີ່ແຜນການປູກເຂົ້າ ເພື່ອເປັນ ສິນຄ້າ 9.490 ເຮັກຕາ, ຄາດຄະເນ ຜົນຜະລິດ 53.056 ໂຕນ. ປັດຈຸບັນ ກະສິກອນໃນທົ່ວແຂວງ ໄດ້ຕົກ ກ້າໝົດແນວເຂົ້າປູກ 1.029 ໂຕນ ເທົ່າກັບ 90,70% ຂອງຈໍານວນ ແນວເຂົ້າປູກ ແລະ ສາມາດປູກເຂົ້າ ແລ້ວ 11.664 ເຮັກຕາ ເທົ່າກັບ 82.22%ຂອງຈໍານວນເນື້ອທີ່ແຜນ ການ ໃນນີ້, ນາຫວ່ານປະຕິບັດໄດ້ 5.570 ເຮັກຕາ ເທົ່າກັບ 39,26% ຂອງຈໍານວນເນື້ອທີ່ແຜນການ ແລະ ນາດໍາປະຕິບັດໄດ້ 6.094 ເຮັກຕາ ເທົ່າກັບ 42,96% ຂອງຈໍານວນ ເນື້ອທີ່ແຜນການ, ເຊິ່ງຜ່ານການ ຈັດຕັ້ງປະຕິບັດ ເນື້ອທີ່ແຜນການ ປູກເຂົ້າເພື່ອເປັນສະບຽງອາຫານ ປະຕິບັດໄດ້ແລ້ວ 3.763 ເຮັກຕາ ເທົ່າກັບ 80,13% ຂອງເນື້ອທີ່ແຜນ ການ. ເນື້ອທີ່ແຜນການປູກເຂົ້າເພື່ອ ເປັນສິນຄ້າປະຕິບັດໄດ້ 7.901 ເຮັກ ຕາ ເທົ່າກັບ 83,28% ຂອງເນື້ອ ທີ່ແຜນການ. ສໍາລັບເມືອງທີ່ມີເນື້ອ ທີ່ປູກເຂົ້າລະດູແລ້ງ ຫລາຍກວ່າໝູ່ ພາຍໃນແຂວງຄໍາມ່ວນ ມີ: ເມືອງ ໜອງບົກ, ເມືອງເຊບັ້ງໄຟ, ເມືອງ ຍົມມະລາດ, ເມືອງຫີນບູນ ແລະ ເມືອງມະຫາໄຊ. ສຳລັບ ການປູກພືດລະດູແລ້ງ ສົກປີ 2024-2025 ທົ່ວແຂວງ ຄໍາມ່ວນ ມີເນື້ອທີ່ແຜນການປູກພືດ ລວມ 10.527 ເຮັກຕາ ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນ ສະບຽງອາຫານ 3.773 ເຮັກຕາ, ຄາດຄະເນຜົນຜະລິດ 19.906 ໂຕນ, ເນື້ອທີ່ແຜນການປູກພືດເພື່ອ ເປັນສິນຄ້າ6.754 ເຮັກຕາ, ຄາດຄະ ເນຜົນຜະລິດ 37.008 ໂຕນ. ຜ່ານການຈັດຕັ້ງປະຕິບັດ ເນື້ອທີ່ ແຜນການປູກພືດ ເພື່ອເປັນສະບຽງ ອາຫານ ມາຮອດປັດຈຸບັນ ສາມາດ ປູກພືດລວມໄດ້ 8.953 ເຮັກຕາ ເທົ່າກັບ 85,05% ຂອງເນື້ອທີ່ ແຜນການປີ ໃນນັ້ນ, ປູກພືດເພື່ອ ເປັນສະບຽງອາຫານ ປະຕິບັດໄດ້ 3.264 ເຮັກຕາ ເທົ່າກັບ 86,51% ແລະ ປູກພືດເປັນສິນຄ້າປະຕິບັດໄດ້ 5.690 ເຮັກຕາ ເທົ່າກັບ 84,24% ຂອງເນື້ອທີ່ແຜນການ. ສໍາລັບເມືອງ ທີ່ມີເນື້ອທີ່ປູກພືດລະດູແລ້ງຫລາຍ ກວ່າໝູ່ ແມ່ນເມືອງທ່າແຂກ, ເມືອງ ໜອງບົກ ແລະ ເມືອງຫີນບູນ. ສ້າງລາຍຮັບແກ່ຕົນເອງ ແລະ ຄອບຄົວຢ່າງຖືກຕ້ອງຕາມລະບຽບ ກົດໝາຍ ແລະ ລະບຽບການ. ຜ່ານ ມາຜູ້ພັດທະນາເຂດເສດຖະກິດພິ ເສດສາມຫລ່ຽມຄຳ ໄດ້ເອົາໃຈໃສ່ ໃນການພັດທະນາພື້ນຖານໂຄງລ່າງ ແລະຂະຫຍາຍທຸລະກິດຫລາຍດ້ານ, ອັນໄດ້ສ້າງໂອກາດໃຫ້ສະມາຊິກກຳ ມະບານ, ແມ່ຍິງ ແລະ ຊາວໝຸ່ມ ໄດ້ ມີສ່ວນຮ່ວມໃນການສ້າງອາຊີບທີ່ດີ ແລະ ມີວຽກເຮັດງານທຳ ເພື່ອພັດ ທະນາຊີວິດການເປັນຢູ່ໃຫ້ດີຂຶ້ນແລະ ດ້ານວຽກງານອື່ນໆ. ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ມີຄໍາເຫັນວ່າ: ເວລາໃດພັກ ແລະ ລັດຖະບານ ໄດ້ຖືສຳຄັນຕໍ່ອົງການ ຈັດຕັ້ງມະຫາຊົນ ແລະ ປະຊາຊົນ ເປັນບໍ່ເກີດຂອງທຸກໄຊຊະນະ, ຂະ ບວນການມະຫາຊົນແມ່ນໄດ້ປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ເວົ້າ ລວມເວົ້າສະເພາະ ແມ່ນຢູ່ແຂວງບໍ່ ແກ້ວ ກໍຄືຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ແມ່ນໄດ້ຮັບການ ຈັດຕັ້ງເຄື່ອນໄຫວຢ່າງກວ້າງຂວາງ ແລະ ດ້ານອື່ນໆ. ຂ່າວ-ພາບ: ແດງສະຫວັດ ແສນພານິດ່ າັ ດິ ດ ແລະ ໂພຊະນາການ ໃນນີ້, ການຜະ ລິດເຂົ້າ ປະຕິບັດໄດ້ 27.379,64 ເຮັກຕາ ເທົ່າກັບ 95,71% ຂອງ ແຜນການ, ຜົນຜະລິດ 79.635 ໂຕນ ເທົ່າກັບ 79,86% ຂອງແຜນ ການ, ການຜະລິດພືດສະບຽງອາ ຫານ ປະຕິບັດໄດ້ 1.767,35 ເຮັກ ຕາ ລື່ນແຜນ 34,25%, ຜົນຜະລິດ 11.375,47ໂຕນລື່ນແຜນ8,31%, ວຽກງານລ້ຽງສັດ ແລະ ການປະ ມົງຂະຫຍາຍການລ້ຽງສັດປະຕິບັດ ໄດ້ 644.916 ໂຕ ລື່ນແຜນ 9,2%, ແຜນງານການຜະລິດກະສິກໍາເປັນ ສິນຄ້າ ການປູກພືດເປັນສິນຄ້າ ແມ່ນ ໄດ້ສຸມໃສ່ພືດທີ່ເປັນບຸລິມະສິດຕາມ ທ່າແຮງຂອງແຂວງ ເປັນຕົ້ນ ເຂົ້າ, ອ້ອຍ, ກາເຟ, ໄມ້ໃຫ້ໝາກ ແລະ ພືດ ທາດແປ້ງປະຕິບັດໄດ້59.613 ເຮັກ ຕາ ເທົ່າກັບ 87,48% ຂອງແຜນ ການ ຜົນຜະລິດໄດ້ 1.747.168 ໂຕນ ລື່ນແຜນ 5,6%. ແຜນງານການຄຸ້ມຄອງປົກປັກ ຮັກສາປ່າໄມ້ ວຽກງານຄຸ້ມຄອງ 3 ປະເພດປ່າ ຄື: ປ່າປ້ອງກັນແຫ່ງຊາດ ແຫລ່ງນໍ້າ-ຍອດນໍ້າ ມີ 3 ແຫ່ງ, ມີ ເນື້ອທີ່ 319.630 ເຮັກຕາ, ໄດ້ເຮັດ ການຟື້ນຟູປ່າແບບທໍາມະຊາດພ້ອມ ເຮັດການຕິດປ້າຍ ຕາມການສໍາ ຫລວດກໍານົດຈຸດເບື້ອງຕົ້ນ 2 ເຂດ ມີເນື້ອທີ່ 18.000 ເຮັກຕາ ແລະ ຈຸດ ພັດທະນາແຫລ່ງທ່ອງທ່ຽວແຊພະແຊປ່ອງໄລ 634 ເຮັກຕາ, ປ່າສະ ຫງວນ ແລະ ອຸທິຍານແຫ່ງຊາດມີ ເນື້ອທີ່ 216.657 ເຮັກຕາ, ປ່າຜະ ລິດ ມີ 2 ແຫ່ງເນື້ອທີ່ 201.758 ເຮັກຕາ, ໄດສຳຫລວດ ແລະປັກ ຫລັກໝາຍຂອບເຂດຕິດພັນກັບ ການກວດກາ, ການອະນຸມັດໂຄງ ການປູກໄມ້ຟື້ນຟູປ່າ ຕິດພັນກັບການ ປູກໄມ້ໃຫ້ໝາກເປັນສິນຄ້າ ຂອງ ບັນດາຜູ້ປະກອບການ ທີ່ສູນກາງ ແລະ ແຂວງອະນຸມັດ ພ້ອມທັງຕິດ ປ້າຍ, ປັກຫລັກໝາຍຂອບເຂດ ໂດຍສະເພາະ ເຂດປ່າຜະລິດເຊຄຳ ພໍ-ແບ່ງວິໄລ ສາມາດເຮັດການປັກ ຫລັກໝາຍຂອບເຂດໄດ້ 200 ກວ່າ ຫລັກ, ຕິດປ້າຍຂອບເຂດໄດ້ 85 ປ້າຍ, ແກ້ໄຂຂໍ້ຄັດແຍ່ງ ແລະ ທວງ ຄືນເນື້ອທີ່ ທີ່ນຳໃຊ້ບໍ່ຖືກລະບຽບ ກົດໝາຍໄດ້ຫລາຍກວ່າ10ເຮັກຕາ, ແຜນງານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກການຈັດ ຕັັ້ງປະຕິບັດ ບັນດາຄາດໝາຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ທົ່ວແຂວງ ມີ 140 ບ້ານ ມີຈຳນວນຄອບຄົວທີ່ໄດ້ເຮັດ ປະເມີນ 32.251 ຄອບຄົວ ໃນນັ້ນ, ຄອບຄົວທຸກຍາກມີ 5.066 ຄອບ ຄົວ, ການສ້າງຄອບຄົວພົ້ນທຸກປະ ຕິບັດໄດ້ 27.185 ຄອບຄົວ ແລະ ມີບ້ານພົ້ນທຸກ 112 ບ້ານ ແລະ ບ້ານທຸກຍາກຍັງເຫລືອ 28 ບ້ານ ກວມເອົາ 20%ຂອງຈຳນວນບ້ານ ທັງໝົດ. ສຳລັບປີ 2025, ຂະແໜງກະສິ ກໍາ ແລະ ປ່າໄມ້ ຈະໄດ້ສູ້ຊົນຈັດຕັ້ງ ປະຕິບັດວຽກງານຈຸດສຸມຕາມ 4 ແຜນງານບຸລິມະສິດຂອງຂະແໜງ ກະສິກໍາ ໂດຍໄດ້ວາງຕົວເລກຄາດ ໝາຍສູ້ຊົນ ເຮັດໃຫ້ການຂະຫຍາຍ ຕົວຂອງຂະແໜງກະສິກໍາ ແລະ ປ່າ ໄມ້ໃຫ້ບັນລຸ 5,20% ຕາມມະຕິ ສະພາປະຊາຊົນແຂວງໄດ້ຮັບຮອງ ກໍຄືຕົວເລກຄາດໝາຍສູ້ຊົນຕາມ ຕົວເລກທີ່ກະຊວງສາຍຕັ້ງໄດ້ມອບ ໝາຍ, ຈາກຕົວເລກຄາດໝາຍນັ້ນ ບວກກັບສະພາບ ແລະ ເງື່ອນໄຂ ຂໍ້ຫຍຸ້ງຍາກ ທາງດ້ານເສດຖະກິດ ໃນປັດຈຸບັນ ເຫັນວ່າເປັນສິ່ງທີ່ທ້າ ທາຍພໍສົມຄວນ ເພື່ອຈະຈັດຕັ້ງປະຕິ ບັດຕົວເລກຄາດໝາຍດັ່ງກ່າວນັ້ນ ຕ້ອງໄດ້ມີການປະສານສົມທົບ ແລະ ການປະກອບສ່ວນຢ່າງແຂງ ແຮງຈາກທຸກພາກສ່ວນ. ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ພະແນກກະສິກໍາ ແລະປ່າໄມ້ແຂວງອັດຕະປືສະຫລຸບ ວຽກງານ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ໃນທ້າຍອາທິດຜ່ານມາ ໂດຍການ ເປັນປະທານຂອງ ທ່ານ ກົງໃຈ ສີດາ ວົງ ຫົວໜ້າພະແນກະສິກໍາ ແລະ ປ່າໄມ້ແຂວງ, ມີທ່ານ ທະນູໄຊ ບັນ ຊາລິດ ຮອງເຈົ້າແຂວງອັດຕະປື, ຜູ້ຊີ້ ນໍາວຽກງານເສດຖະກິດ ພ້ອມດ້ວຍ ພະນັກງານ-ລັດຖະກອນພາຍໃນ ພະແນກ ແລະ ຫ້ອງການທີ່ກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ກົງໃຈ ສີດາວົງ ໄດ້ລາຍ ງານວ່າ: ໃນ 1 ປີຜ່ານມາ, ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ໄດ້ ເອົາໃຈໃສ່ຢ່າງໃກ້ສິດຈາກການນໍາ ຂອງແຂວງ, ເມືອງ ແລະ ກະຊວງ ສາຍຕັ້ງ ກໍຄືຄວາມຮັບຜິດຊອບ ໜ້າທີ່ການເມືອງ ຂອງຂະແໜງກະ ສິກໍາແລະປ່າໄມ້ແລະການປະກອບ ສ່ວນຂອງຜູ້ປະກອບການທັງພາຍ ໃນ ແລະ ຕ່າງປະເທດ ກໍຄືການ ຮ່ວມມືຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ການຜະລິດກະສິກໍາ ພາຍໃນ ແຂວງອັດຕະປື ຂະຫຍາຍຕົວ ຢູ່ໃນ 4,60% ປະກອບສ່ວນເຂົ້າໃສ່ລວມ ຍອດຜະລິດຕະພັນພາຍໃນກວມເອົາ 46,90% ຂອງຈີດີພີ. ພ້ອມກັນນີ້, ຂະແໜງກະສິກໍາ ແລະ ປ່າໄມ້ແຂວງ ໄດ້ສຸມໃສ່4 ແຜນງານໃຫຍ່ຄື: ແຜນ ງານຄໍ້າປະກັນສະບຽງອາຫານ ຂ່າວ: ວັດທະນາ່ າັ ດ

RkJQdWJsaXNoZXIy MTc3MTYxMQ==