6071

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ສາຍນ້ຳຳເຊກອງ້ ໂດຍ: ມາລີດາີດ xtgmf]k; 6 19/02/2025 glf4tdy f{la '7q , vaa f8txn sk]n dP,les];frq o]tg,n v' c]t muj 16j vkwl 7A 'mu V 4Edv']= lt4komu j mj v'mj P;xts;a flkf c0;'7e,j ;o * ເພື່ອກຽມຄວາມພ້ອມໃຫ້ ແກ່ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງ ທີ V ປີ 2025 ນີ້ ສາມາດດຳເນີນ ໄປຕາມແຜນການ ແລະ ໄດ້ຮັບ ໝາກຜົນສູງສຸດ ເມື່ອບໍ່ດົນມານີ້ ແຂວງອັດຕະປື ໄດ້ຈັດກອງປະຊຸມ ຄະນະຊີ້ນໍາຂັ້ນແຂວງ ຄັ້ງທີ I ໂດຍ ການເປັນປະທານຂອງ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື ຫົວໜ້າຄະນະຊີ້ນໍາການ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສ ທົ່ວປະເທດ ຄັ້ງທີ V ຂັ້ນ ແຂວງ, ມີຂະແໜງການກ່ຽວຂ້ອງ ອ້ອມຂ້າງແຂວງ ແລະ ບັນດາ ເມືອງເຂົ້າຮ່ວມ. ທ່ານ ຄຳໃບ ໄຊຍະແສງ ຮອງ ຫົວໜ້າພະແນກແຜນການ ແລະ ການລົງທຶນໄດ້ລາຍງານ ກ່ຽວກັບ ຄວາມຄືບໜ້າໃນການກະກຽມ ການຈັດຕັ້ງປະຕິບັດການສໍາ ຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສທົ່ວປະເທດ ຄັ້ງທີVປີ2025 ນີ້ວ່າ: ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນການສໍາ ຫລວດໃຫຍ່ລະດັບຊາດ ທີ່ມີຄວາມ ສຳຄັນທີ່ສຸດ ເພາະເປັນການເກັບ ກຳ ແລະ ຈົດນັບພົນລະເມືອງ ເພື່ອ ຕິດຕາມສະພາບການຂະຫຍາຍ ຕົວ ແລະ ປັດໄຈທີ່ມີຜົນກະທົບຕໍ່ ກັບການຂະຫຍາຍຕົວຂອງພົນລະ ເມືອງ ໃນທຸກໆ10 ປີ, ເປັນແຫລ່ງ ຂໍ້ມູນໜຶ່ງດຽວທີ່ສຳຄັນ ໃນການ ປັບປຸງຖານຂໍ້ມູນພົນລະເມືອງ ແຫ່ງຊາດ ຂອງສປປ ລາວ ເພື່ອ ຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ແຜນ ພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX ແລະ ການ ກະກຽມສ້າງແຜນສະໜອງການ ຕິດຕາມເປົ້າໝາຍການພັດທະນາ ແບບຍືນຍົງ ແລະ ວິໄສທັດຮອດ ປີ 2030 ໃຫ້ລະອຽດທີ່ຖ້ວນສູງຂຶ້ນ ກວ່າເກົ່າ. ທ່ານເຈົ້າແຂວງອັດຕະປື ໃນ ນາມຄະນະຊີ້ນໍາການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວ ປະເທດ ຄັ້ງທີ V ຂັ້ນແຂວງ ໄດ້ ຊີ້ນຳຫລາຍບັນຫາແຕ່ສິ່ງສຳຄັນ ໃນກອງປະຊຸມຄັ້ງນີ້ ແມ່ນໄດ້ຊຸກຍູ້ ໃຫ້ຄະນະຊີ້ນໍາຂັ້ນແຂວງ, ຂັ້ນ ເມືອງ ແລະ ຂະແໜງການກ່ຽວ ຂ້ອງ ຕ້ອງຖືສໍາຄັນວຽກງານສໍາ ຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສ ເປັນວຽກບຸລິມະສິດ, ເປັນພັນທະ ໜ້າທີ່ ແລະ ຕິດຕາມຊຸກຍູ້ວຽກງານ ດັ່ງກ່າວເປັນປະຈໍາ ເພື່ອເຮັດໃຫ້ ການສໍາຫລວດໄດ້ຮັບຂໍ້ມູນທີ່ມີຄຸນ ນະພາບ ຮັບໃຊ້ເຂົ້າໃນວຽກງານ ຕ່າງໆ, ໃຫ້ແຕ່ລະພາກສ່ວນກະ ກຽມຄວາມພ້ອມ ຮັບປະກັນການ ດໍາເນີນການສໍາຫລວດໃຫ້ໄດ້ຈັດ ຕັ້ງປະຕິບັດຕາມແຜນການ, ສືບຕໍ່ ສຸມໃສ່ວຽກງານໂຄສະນາເຜີຍແຜ່, ປຸກລະດົມທົ່ວປວງຊົນເຂົ້າຮ່ວມ ການສໍາຫລວດ ເພື່ອຮັບປະກັນ ໃຫ້ການຈັດຕັ້ງປະຕິບັດຢູ່ແຂວງ ອັດຕະປືໃຫ້ບັນລຸຕາມຄາດໝາຍທີ່ ວາງໄວ້ ແລະ ຖືກຕ້ອງໄປໃນລວງ ດຽວກັນ. * ແຂວງຄໍາມ່ວນ ເປັນອີກໜຶ່ງ ຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າ ມີສະຖານທີ່ທ່ອງທ່ຽວທາງປະ ຫວັດສາດ, ທໍາມະຊາດ ຢ່າງຫລວງ ຫລາຍ ບໍ່ຈະເປັນ ຖໍ້ານາງແອ່ນ,ຖໍ້າ ໜອງປາຝາ, ພູຜາມ່ານ ,ຖໍ້າກອງ ລໍ ແລະ ອື່ນໆ ອີກຫລາຍສະຖານທີ່ ເຊິ່ງແຕ່ລະ ສະຖານທີ່ທ່ອງທ່ຽວ ມີຄວາມສວຍງາມ ແລະ ປະຫວັດ ຄວາມເປັນມາທີ່ຍາວນານທີ່ຄອຍ ຖ້າທ່ານໄປສໍາຜັດ ເປັນຕົ້ນ ຖໍ້າ ກອງລໍ ກໍ່ເປັນອີກໜຶ່ງ ແຫລ່ງ ທ່ອງທ່ຽວທາງທໍາມະຊາດ ທີ່ມີ ຊື່ສຽງ ຍ້ອນຖໍ້າທີ່ມີສາຍນໍ້າຫີນ ບູນ ໄຫລຜ່ານອຸໂມງຂອງພູຫີນ ບູນ ແລ້ວໄຫລລົງສູ່ສາຍນໍ້າຂອງ. ຖໍ້າກອງລໍຕັ້ງຢູ່ລະຫວ່າງບ້ານນາ ຕານ ແລະ ບ້ານກອງລໍ, ເມືອງຄູນ ຄຳ ແຂວງຄຳມ່ວນ ເຊິ່ງຫ່າງຈາກ ເມືອງ 46 ກິໂລແມັດ ສາມາດ ເດີນທາງຈາກ ເສັ້ນທາງເລກທີ 13 ເຂົ້າໄປຕາມ ເສັ້ນທາງເລກ 8 ເຊິ່ງຫ່າງຈາກ ຖ້ຳກອງລໍ 40 ກິໂລແມັດ. ສຳລັບທາງເລືອກອື່ນ ທີ່ເໝາະສົມກັບຜູ້ ມັກຜະຈົນໄພ ແມ່ນ ຂີ່ເຮືອຈັກຫາງຍາວ ລ່ອງໄປ ຕາມ ສາຍນ້ຳຫີນບູນຈາກບ້ານນາ. ຖໍ້າກອງລໍ ມີຄວາມຍາວປະ ມານ 7.500 ແມັດ, ກ້ວາງປະມານ 30 ແມັດ ແລະ ສູງ 20 ແມັດຫາ 100 ແມັດ ເປັນຖໍ້າທີ່ສວຍງາມ ແລະ ມີສະເໜ່ດຶງດູດສາຍຕາເວລາ ພົບເຫັນ ພາຍໃນຖໍ້າມີແກ້ງ, ຫີນ ຍ້ອຍ, ຫາດຊາຍ ກວ່າ 20 ຈຸດ ເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມ ໂດຍ ສະເພາະ ໃນລະດູແລ້ງ ເນື່ອງ ຈາກວ່າ ສະດວກສະບາຍໃນການ ເດີນທາງໂດຍການຂີ່ເຮືອເຂົ້າໄປ ພາຍໃນຖ້ຳ ແລ້ວລົງຈາກເຮືອແວ່ ທ່ຽວຊົມ ທິວທັດ ແລະ ຍ່າງເລາະ ຫລີ້ນຕາມ ຫາດຊາຍຂາວ ສໍາພັດ ກັບອາກາດທີ່ເຢັນສະບາຍ ແລະ ຄວາມສວຍງາມຂອງຫີນງອກ ຫີນຍ່ອຍເປັນຮູບຊົງຕ່າງໆ . ສໍາ ລັບ ຖໍ້າກອງລໍ-ນາຕານ ຖືກຄົ້ນພົບ ແຕ່ສະຕະວັດທີ XVI, ໃນຊຸມປີ 1960 ເລີ່ມນຳໃຊ້ ເຮືອຫາງຍາວ ເປັນພາຫະນະເດີນທາງ ໄປ-ຜ່ານ ຖ້ຳແຫ່ງນີ້ ຂອງຄົນທ້ອງຖິ່ນ. ແຕ່ ເລີ່ມສໍາຫລວດຢ່າງຈິງຈັງ ເປັນ ຄັ້ງທໍາອິດ ໃນເດືອນກຸມພາ 1995 ແລະ ພົບວ່ານັກທ່ອງທ່ຽວ ສາມາດ ຂີ່ເຮືອຈັກຫາງ ຍາວແລ່ນລອດ ເຂົ້າຖໍ້າ ແລະ ຜ່ານອອກອີກດ້ານ ອື່ນ ເຊິ່ງຫລຸດຜ່ອນເວລາໃນການ ສັນຈອນຈາກ 2 ຊົ່ວໂມງມາເປັນ ປະມານ 1 ຊົ່ວໂມງ. ດ້ວຍເຫດນີ້, ອຸໂມງຂອງຖ້ຳນີ້ ຈຶ່ງເປັນເສັ້ນທາງ ການທ່ອງທ່ຽວທາງເຮືອ ໂດຍ ເກີດຂຶ້ນ ແລະ ຖືກນໍາໃຊ້ ທົ່ວໄປ ນັບແຕ່ວັນທີ 12 ມັງກອນ 2002 ເປັນຕົ້ນມາ. ປັດຈຸບັນນີ້ອຸໂມງ ລອດ ຖ້ຳສາຍນີ້ ຈຶ່ງເປັນເສັ້ນທາງ ຄົມມະນະຄົມ ເຊື່ອມຕໍ່ລະຫວ່າງ ບ້ານກອງລໍ ຫາບ້ານນາຕານ. ຖໍ້າກອງລໍ ມີຄວາມໝາຍມາຈາກ “ກອງທັບລໍ” ບໍ່ແມ່ນ “ກອງຫລໍ່” ຍ້ອນເຫດຜົນວ່າ ຄຳວ່າ “ກອງ” ມາຈາກ “ກອງທັບ” ສ່ວນ “ລໍ” ມາຈາກ “ລໍຖ້າ” ເມື່ອລວມເຂົ້າກັນ ຈຶ່ງເອີ້ນຖ້ຳກອງລໍ ຈົນເທົ່າທຸກ ວັນນີ້. ໃນຂະນະນັ້ນ, ອານາຈັກ ລາວລ້ານຊ້າງ ໄດ້ທຳການຕໍ່ສູ້ ກັບກອງທັບສັກດີນາສະຫຍາມ ທີ່ ເຂົ້າມາຮຸກຮານ ດ້ວຍເຫດນີ້ ມັນ ຈຶ່ງເປັນທີ່ມາຂອງຖ້ຳກອງລໍແຕ່ ນັ້ນມາ ແລະ ມີຄວາມໝາຍເປັນ “ກອງທັບລໍຖ້າ” ນັ້ນເອງ. ທີ່ເວົ້າມານີ້ຢ່າຟ້າວເຊື້ອເດີ ຕ້ອງ ໄດ້ລອງສໍາຜັດດ້ວຍໂຕເອງ ສະ ນັ້ນ, ຖ້າໃຜໄດ້ກາຍໄປ, ກາຍມາ ທາງແຂວງຄໍາມ່ວນກໍຢ່າລືມແວ່ສໍາ ຜັດຄວາມສວຍງາມຂອງຖໍ້າກອງ ລໍ ເມືອງຄູນຄໍາແຂວງຄໍາມ່ວນ.

RkJQdWJsaXNoZXIy MTc3MTYxMQ==