6071

xtgmf]k; 4 3]d c]t gsfdko 19/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ວັນທີ 17 ກຸມພາ 2025 ຜ່ານມາ, ທ່ານ ມະໄລທອງ ກົມມະ ສິດ ລັດຖະມົນຕີກະຊວງອຸດສາຫະ ກຳ ແລະ ການຄ້າ(ອຄ) ໄດ້ຕ້ອນ ຮັບການເຂົ້າພົບປະຂອງທ່ານ Mark Gallagher ເອກອັກຄະລັດ ຖະທູດສະຫະພາບເອີຣົບ ຄົນໃໝ່ປະ ຈໍາລາວ ພ້ອມຄະນະໃນໂອກາດຖືກ ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກ ອັກຄະລັດຖະທູດສະຫະພາບເອີຣົບ ຄົນໃໝ່ປະຈໍາລາວ. ໂອກາດນີ້, ທ່ານມະໄລທອງກົມ ມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບທ່ານ Mark Gallagher ທີ່ໄດ້ເຂົ້າມາພົບປະ ແລະ ແນະນຳຕົວພ້ອມທັງສະແດງ ຄວາມຂອບໃຈຕໍ່ການຮ່ວມມືໃນ ໄລຍະຜ່ານມາທີ່ສະຫະພາບເອີຣົບ ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫລືອລາວ ໂດຍສະເພາະກະຊວງ ອຸດສາຫະກຳ ແລະ ການຄ້າ ໃນ ໄລຍະການເປັນປະທານອາຊຽນ ຂອງລາວ ປີ 2024 ລວມທັງບັນດາ ກິດຈະກຳຕ່າງໆພາຍໃນຂອບການ ຮ່ວມມືອາຊຽນ-ສະຫະພາບເອີຣົບ ແລະ ສະແດງຄວາມຂອບໃຈ ສະ ຫະພາບເອີຣົບ ທີ່ໄດ້ໃຫ້ການ ສະໜັບ ສະໜູນ ແລະ ຊ່ວຍເຫລືອ ລາວໃນດ້ານຕ່າງໆ ໂດຍສະເພາະ ຂະແໜງອຸດສາຫະກຳ ແລະ ການ ຄ້າໃນຜ່ານມາເປັນຕົ້ນໂຄງການ ພັດທະນາການຄ້າໂຄງການສ້າງ ຄວາມເຂັ້ມແຂງດ້ານການແຂ່ງຂັນ ການຄ້າໂຄງ ການ ARISE Plus ແລະ ອື່ນໆ ພິເສດສະຫະພາບເອີຣົບ ໄດ້ເຫັນດີອະນຸມັດສືບຕໍ່ໂຄງການ ສົ່ງເສີມຈຸລະວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມ ຕໍ່ກັບຕະຫລາດໃນຕ່ອງໂສອຸດ ສາຫະກຳການທ່ອງທ່ຽວລາວ ແບບຍືນຍົງ ຫລື SUSTOUR LAOS PROJECT ທີ່ໄດ້ມີພິທີ ]a f4t,q o8u dt-;' v7 8h voIa [ m6 fltstrk[gvu iq [ 7q o.\j xt9e]k; ພັກກໍ່ສ້າງ-ປັບປຸງ...ັໍ່້ັຸ ຫາລືປະຕິບັດຖະແຫລງ...ືິັ ໂຮງພິມແຫ່ງລັດ...ິ່ັ ຄວາມສາມາດພຽງພໍເພື່ອນຳພາ ພາລະກິດປະຕິວັດປະເທດໄປສູ່ຈຸດ ໝາຍສັງຄົມນິຍົມທີ່ວາງໄວ້. ທ່ານ ວິສຸກ ພົມພິທັກ ຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຍົກໃຫ້ເຫັນໜ້າທີ່ການເມືອງ ຂອງພັກ ໄລຍະໃໝ່ເລັ່ງທວງໃຫ້ ພັກຕ້ອງກໍ່ສ້າງ-ປັບປຸງຕົນເອງ ເພື່ອໃຫ້ພັກເຮົາເຮັດຫລ້ອນພາລະ ກໍາປະຫວັດສາດໃນການນໍາພາ ປະຊາຊົນລາວບັນດາເຜົ່າ ເຮັດ ສຳເລັດພາລະກິດປະຕິວັດຂອງ ຊາດ ໃນແຕ່ລະໄລຍະໂດຍສະເພາະ ແມ່ນນຳພາພາລະກິດປ່ຽນແປງ ໃໝ່ຮອບດ້ານທີ່ມີຫລັກການຂອງ ພັກ ຜ່ານຜ່າຄວາມຫຍຸ້ງຍາກ ທາງ ດ້ານເສດຖະກິດ, ເຮັດໃຫ້ຊີວິດການ ເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງ ປະຊາຊົນດີຂຶ້ນເທື່ອລະກ້າວນັ້ນ, ມັນຈຳເປັນຕ້ອງກໍ່ສ້າງປັບປຸງພັກ ໃຫ້ມີຄວາມປອດໃສເຂັ້ມແຂງໜັກ ແໜ້ນໃນທຸກດ້ານ ເພື່ອໃຫ້ມີຄວາມ ການລັດວິສາຫະກິດໂຮງພິມແຫ່ງ ລັດ ໃຫ້ສຳພາດໃນໂອກາດກຽມ ສະເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ວັນທີ 18 ກຸມພາ 2025 ນີ້ວ່າ: ໜ່ວຍ ພັກລັດວິສາຫະກິດໂຮງພິມແຫ່ງ ລັດ ເປັນໜ່ວຍພັກທີ່ຂຶ້ນກັບກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ຖືກຮັບຮອງເປັນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ 4 ສະໄໝຊ້ອນ, ໄດ້ປະຕິ ບັດ ໜ້າທີ່ການເມືອງຂອງຕົນໃນການ ຜະລິດສິ່ງພິມ ເພື່ອຮັບໃຊ້ສັງຄົມ ຕາມກົນໄກເສດຖະກິດຕະຫລາດ ຂອງພັກ, ລັດ ໄດ້ນຳນົດອອກມາ ໃນແຕ່ລະໄລຍະ. ໜ່ວຍພັກລັດວິສາ ຫະກິດໂຮງພິມແຫ່ງລັດ ເປັນໜ່ວຍ ພັກໜຶ່ງທີ່ໄດ້ຮັບການພັດທະນາຢ່າງ ຂອງທ່ານ ພົງສະຫວັນ ສຸລິວັນ ຮອງຫົວໜ້າສະຖາບັນພັດທະນາສີມື ແຮງງານ, ມີຜູ້ຕາງໜ້າຈາກກະຊວງ ການກ່ຽວຂ້ອງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນພັດທະນາສີມືແຮງງານພາຍໃນ ນະຄອນຫລວງ ແລະ ຕ່າງແຂວງ, ມີຜູ້ປະສານງານອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ ສາມາດພຽງພໍ ໃນນຳພາລັດ ແລະ ນຳພາການກໍ່ສ້າງສັງຄົມນິຍົມຢູ່ ປະເທດເຮົາຍາດໄດ້ໄຊຊະນະເປັນ ແຕ່ລະບາດກ້າວຢ່າງໜັກແໜ້ນ; ພາລະກິດປ່ຽນແປງໃໝ່ ໄດ້ເກີດ ມີຫລາຍບັນຫາຕັ້ງຂຶ້ນທີ່ກ່ຽວພັນ ເຖິງຄວາມຮຽກຮ້ອງຕ້ອງການ ໃນການນຳພາຂອງພັກເຮົາເປັນ ຕົ້ນທາງດ້ານການເມືອງເລັ່ງທວງ ໃຫ້ພັກເຮົາຕ້ອງມີລະດັບການເມືອງ ໃນການວາງແນວທາງການເມືອງ ແລະ ມີວິທີການປະຕິບັດທີ່ຜົນສັກ ສິດ ເພື່ອຮັບມືກັບສິ່ງທ້າທາຍທີ່ ເກີດຂຶ້ນ, ຍົກສູງສະຕິຊົນຊັ້ນ, ເດັດ ດ່ຽວໃນອຸດົມການສັງຄົມນິຍົມ, ບໍ່ ອະນຸຍາດໃຫ້ມີສະມາຊິກພັກ ຄອນ ແຄນ, ຢຸດໆຢ່ອນໆໃນດ້ານຈຸດ ໝາຍ ແລະ ຫລັກການຂອງພັກ; ສາ ມາດຕອບຕ້ານກົນອຸບາຍຫັນປ່ຽນ ໂດຍສັນຕິຂອງສັນຕູ ແລະ ການຫັນ ປ່ຽນໂດຍຕົນເອງ. ດ້ານແນວຄິດ ແມ່ນຮຽກຮ້ອງ ໃຫ້ພັກ ຕ້ອງກໍ່ສ້າງໃຫ້ໄດ້ຖັນແຖວ ສະມາຊິກພັກ-ພະນັກງານທີ່ມີນໍ້າໃຈ ຮັກຊາດ, ຈົງຮັກພັກດີແລະ ມີຄວາມ ຮູ້ຄວາມສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການແຫ່ງ ການຂະຫຍາຍຕົວຂອງພາລະກິດ ປ່ຽນແປງໃໝ່, ສາມາດປົດປ່ອຍ ແນວຄິດຈາກແນວຄິດຊາວຜູ້ຜະລິດ ນ້ອຍ, ກະແຈກກະຈາຍ, ເອກະເທດ, ເອກະຊົນເຫັນແກ່ຕົວໄປສູ່ແນວຄິດ ຂອງຊົນຊັ້ນກຳມະກອນ. ສຳລັບ ດ້ານການຈັດຕັ້ງເລັ່ງທວງໃຫ້ພັກ ມີສະຕິການຈັດຕັ້ງ, ລະບຽບວິໄນ ເຂັ້ມງວດ, ຍຶດໝັ້ນໃນດ້ານລະບຽບ, ຫລັກການ ແລະ ກົດໝາຍ. ດ້ານ ແບບແຜນນຳພາແມ່ນເລັ່ງທວງ ໃຫ້ພັກເຮົາຕ້ອງມີແບບແຜນນຳພາ ທີ່ວິທະຍາສາດ, ມີປະຊາທິປະໄຕ, ມີການຄົ້ນຄວ້າຕົກລົງບັນຫາສຳຄັນ ເປັນໝູ່ຄະນະ; ແກ້ໄຂແບບແຜນເຮັດ ວຽກອາດຍາສິດ, ຕົກລົງບັນຫາຜູ້ ດຽວ; ຕ້ານແບບແຜນເວົ້າບໍ່ໄປຄຽງ ຄູ່ເຮັດ, ທິດສະດີບໍ່ໄປຄຽງຄູ່ກັບພຶດຕິ ກໍາ, ແບບແຜນເວົ້າຫລາຍ, ປະຊຸມ ຫລາຍ, ແຕ່ປະສິດພາບ, ປະສິດທິ ຜົນວຽກງານຕໍ່າ; ເຮັດວຽກບໍ່ມີຈຸດ ສຸມ ແລະ ບໍ່ຕິດແໜ້ນກັບຮາກຖານ; ດ້ານຄວາມສາມາດໃນການນໍາພາ ລັດປະຕິບັດໜ້າທີ່ການເມືອງແມ່ນ ເລັ່ງທວງໃຫ້ພັກ ຕ້ອງມີລະບົບ ທັດສະນະກ່ຽວກັບເສດຖະກິດຢ່າງ ຈະແຈ້ງ; ຖືເອົາການພັດທະນາເສດ ຖະກິດ, ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນເປັນໜ້າທີ່ໃຈກາງ; ພັກຕ້ອງຮູ້ເລືອກເຟັ້ນພະນັກງານ ຂອງຕົນທີ່ມີຄວາມຮູ້ເລິກທາງ ເສດຖະກິດ, ມີນໍ້າໃຈຮັບຜິດຊອບ ສູງ, ຊື່ສັດບໍລິສຸດ, ປະດິດສ້າງໄປ ຮັບຜິດຊອບໃນຫົວໜ່ວຍເສດຖະກິດ ຂອງລັດ ແລະ ຄວາມເດັດດ່ຽວເດັດ ຂາດແກ້ໄຂສິ່ງຫຍໍ້ທໍ້ທີ່ເກີດຂຶ້ນທັນ ເວລາ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ຕໍ່ເນື່ອງ ໂດຍພາຍໃຕ້ຮົ່ມທຸງຂອງ ພັກ ແລະ ການນຳພາຊີ້ນຳຂອງພັກ ແລະ ລັດຖະບານເຮັດໃຫ້ວຽກງານ ຫລາຍດ້ານຂອງລັດວິສາຫະກິດໂຮງ ພິມແຫ່ງລັດ ມີການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງ, ເດີນໄປຕາມທິດ ທີ່ຖືກຕ້ອງ ແລະ ຢືນຍົງຄົງຕົວຈົນ ຮອດປັດຈຸບັນໄດ້ຫັນການເຮັດວຽກ ເປັນທັນສະໄໝ ໂດຍນຳໃຊ້ເຄື່ອງມື, ເຄື່ອງຈັກຕ່າງໆທີ່ທັນສະໄໝນຳ ໃຊ້ເຂົ້າໃນການຜະລິດສື່ສິ່ງພິມ ເພື່ອຮັບໃຊ້ສັງຄົມ ເຊິ່ງໄລຍະຜ່ານ ມາລັດວິສາຫະກິດໂຮງພິມແຫ່ງ ລັດ ສາມາດຜະລິດສິ່ງພິມໄດ້ 2 ຕື້ ກວ່າໜ້າ, ສ້າງລາຍຮັບໄດ້ 127 ຕື້ ກວ່າກີບ, ສາມາດມອບພັນທະໃຫ້ ລັດຖະບານໄດ້ 10 ຕື້ກວ່າກີບ. ລັດວິສາຫະກິດໂຮງພິມແຫ່ງລັດ ສ້າງຕັ້ງຂຶ້ນຕິດພັນກັບຂະບວນການ ປະຕິວັດ-ຕໍ່ສູ້ປົດປ່ອຍຊາດ ເຊິ່ງໄດ້ ສືບທອດມາຈາກໂຮງພິມແນວລາວ ອິດສະຫລະ, ໂຮງພິມແນວລາວ ຮັກຊາດ ແລະ ໂຮງພິມແຫ່ງຊາດ ໃນເມື່ອກ່ອນ, ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950, ຫລັງຈາກນັ້ນ ມາຮອດປີ 1989 ໄດ້ຫັນມາເປັນ ທຸລະກິດ ກໍຄື ປ່ຽນມາເປັນບໍລິສັດ ລັດວິສາຫະກິດໂຮງພິມແຫ່ງລັດ ຈົນເຖິງປັດຈຸບັນ, ເຊິ່ງໄດ້ມີການ ເຕີບໃຫຍ່ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບຢ່າງຕໍ່ເນື່ອງ, ໄດ້ ນຳໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າ ໃນການຈັດພິມ, ສາມາດສັ່ງພິມໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງຜູ້ມາໃຊ້ບໍລິການ. ໃນໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ທີ່ຈະມາເຖິງ ນີ້, ສະຫາຍ ກົງໃຈ ຊຸມພົນພັກດີ ຍັງ ໄດ້ອວຍພອນໄຊອັນປະເສີດມາຍັງ ການນຳພັກ, ລັດ ຕະຫລອດຮອດ ກຸ່ມລູກຄ້າຜູ້ມາໃຊ້ບໍລິການຢູ່ໂຮງ ພິມແຫ່ງລັດ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີພະລານາໄມສົມບູນ, ປະສົບ ຜົນສຳເລັດໃນໜ້າທີ່ວຽກງານທັງ ຊີວິດສ່ວນຕົວ-ຄອບຄົວ ແລະ ສືບຕໍ່ ນຳພາ-ຊີ້ນຳ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ ໄດ້ຮັບການພັດທະນາ ແລະ ຈະເລີນ ຮຸ່ງເຮືອງຕະຫລອດໄປ. ຂ່າວ-ພາບ: ທະນູທອງ ເຂົ້າຮວ່ມແບບເຊິ່ງໜ້າ ແລະ ແບບ ທາງໄກ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນແລກປ່ຽນຄຳຄິດເຫັນ ກ່ຽວກັບອົງປະກອບດ້ານບຸກຄະ ລາກອນໃນຄະນະກຳມະການ ຕິດຕາມ ແລະ ປະເມີນຜົນການ ຈັດຕັ້ງປະຕິບັດຖະແຫລງການ ຕາມລາຍການປະເມີນການຈັດຕັ້ງ ປະຕິບັດຖະແຫລງການ (Check List) ເພື່ອຊຸກຍູ້ສົ່ງເສີມການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ ໃນ ຂະແໜງການທີ່ກ່ຽວຂ້ອງໂດຍ ສະເພາະການເຊື່ອມໂຍງວຽກງານ ການຮັບຮູ້ ແລະ ຢັ້ງຢືນສີມືແຮງ ງານເຂົ້າໃນການເຄື່ອນຍ້າຍແຮງ ງານ; ປຶກສາຫາລືລົງເລິກດ້ານ ກົນໄກການຕິດຕາມ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດຖະແຫລງ ການວຽງຈັນ ວ່າດ້ວຍການເຄື່ອນ ຍ້າຍ, ຮັບຮູ້ ແລະ ພັດທະນາສີມື ແຮງງານໃຫ້ແກ່ແຮງງານເຄື່ອນ ຍ້າຍໃນ ສປປ ລາວ ເພື່ອເພີ່ມທະວີ ການລາຍງານໃຫ້ມີປະສິດທິພາບ; ປຶກສາຫາລືກ່ຽວກັບຮ່າງຂໍ້ຕົກລົງ ວ່າຄະນະກຳມະການ ແລະ ແຜນ ການຈັດຕັ້ງຖະແຫລງການວຽງຈັນ ວ່າການເຄື່ອນຍ້າຍ, ຮັບຮູ້ ແລະ ພັດທະນາສີມືແຮງງານໃຫ້ແກ່ແຮງ ງານເຄື່ອນຍ້າຍ. ໂອກາດນີ້, ທ່ານ ພົງສະຫວັນ ສຸລິວັນ ຍັງໄດ້ສະແດງຄວາມ ຂອບໃຈຕໍ່ອົງການຈັດຕັ້ງສາກົນ ວ່າດ້ວຍການເຄື່ອນຍ້າຍແຮງງານ (IOM) ແລະ ລັດຖະບານສະຫະ ລາຊະອານາຈັກ (ອັງກິດ: United Kingdom ຫລື the UK), ທີ່ໄດ້ ໃຫ້ການສະໜັບສະໜູນໃນການ ສ້າງຖະແຫລງການດັ່ງກ່າວ ຈົນ ສຳເລັດ. ຂໍ້ມູນ-ພາບ: ຂ່າວສານ ຮສສ ປິດໂຄງການໃນວັນທີ 16 ກໍລະກົດ 2024. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ສະເໜີສະຫະພາບເອີຣົບ ສືບ ຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ລາວພາຍຫລັງຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດ ທະນາ ໂດຍສະເພາະການພິຈາລະ ນາສືບຕໍ່ໃຫ້ສິດທິພິເສດທາງດ້ານ ການຄ້າ (EBA) ໃຫ້ແກ່ລາວ, ຂໍການສະໜັບສະໜູນໃນການເຈ ລະຈາ ແລະ ການປະເມີນລະບຽບ ການລາວຕໍ່ກັບເງື່ອນໄຂໃນການ ຂໍ GSP plus ຫລັງປີ 2029 ສະ ເໜີສະຫະພາບເອີຣົບ ສືບຕໍ່ຊຸກຍູ້ ແລະ ສະໜັບສະໜູນໃນການຈັດຕັ້ງ ປະຕິບັດບັນດາແຜນງານພາຍໃຕ້ ໂຄງການ SUSTOUR LAOS PROJECT ໃຫ້ສໍາເລັດຕາມ ເປົ້າໝາຍທີ່ວາງໄວ້. ໂອກາດດັ່ງກ່າວ, ທ່ານ Mark Gallagher ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຕໍ່ທ່ານລັດຖະມົນຕີ, ພ້ອມທັງໃຫ້ ຄໍາໝັ້ນສັນຍາຈະເຮັດສຸດຄວາມ ສາມາດຂອງຕົນໃນການສືບຕໍ່ເສີມ ຂະຫຍາຍ ແລະ ຮັດແໜ້ນການ ພົວພັນຮ່ວມມືສະຫະພາບເອີຣົບລາວ ໃຫ້ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ. ຂ່າວ-ພາບ: ວຽງຈັນໃໝ່

RkJQdWJsaXNoZXIy MTc3MTYxMQ==