6070

ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ເມືອງໄຊເສດຖາ ແຂວງອັດຕະປື ເປີດສູນບໍລິການ ຜ່ານປະຕູດຽວ ໃນທ້າຍອາທິດຜ່ານ ມາ ໂດຍການປະທານຂອງທ່ານ ບຸນໂຮມ ພົມມະສານ ປະທານແນວ ລາວສ້າງຊາດແຂວງ, ທ່ານ ສີໄລ ສີສະແຫວງສຸກ ເຈົ້າເມືອງໆໄຊເສດ ຖາ, ທ່ານ ບຸນທະມາລີ ໝັ້ນອານົງ ຫົວໜ້າພະແນກພາຍໃນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການເປີດສູນບໍລິການ ຜ່ານກົນ ໄກປະຕູດຽວ ປະກອບມີ 11 ໜ້າ ວຽກທີ່ສໍາຄັນ ເປັນຕົ້ນ ວຽກງານ ພາຍໃນ, ວຽກງານອຸດສາຫະກໍາ ແລະ ການຄ້າ, ວຽກງານຖະແຫລງ ຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ວຽກງານການເງິນ, ວຽກງານ ປກສ, ວຽກງານຍຸຕິທຳ, ວຽກງານ ພະລັງງານ ແລະ ບໍ່ແຮ່, ວຽກງານ ໂຍທາທິການ ແລະ ຂົນສົ່ງ, ວຽກ ງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ວຽກງານກະສິ ກໍາແລະປ່າໄມ້ໂດຍມີບຸກຄະລາກອນ ທີ່ປະຈໍາສູນເຮັດວຽກຈໍານວນ 12 ທ່ານ, ຍິງ 6 ທ່ານ ທີ່ມາຈາກ 11 ພາກສ່ວນຂອງເມືອງທັງນີ້ກໍເພື່ອແນ ໃສ່ປັບປຸງການບໍລິຫານວຽກງານ ຂອງລັດໃຫ້ມີການປ່ຽນແປງໃໝ່ ຢ່າງເລິກເຊິ່ງ, ອໍານວຍຄວາມສະ ດວກໃຫ້ປະຊາຊົນ ເຂົ້າເຖິງການບໍ ລິການຂອງລັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ຮັບປະກັນການ ແກ້ໄຂເອກະສານ, ການຄົ້ນຄວ້າຕົກ ລົງອະນຸຍາດ ຫລື ອະນຸມັດຕ່າງໆ ຂອງລັດ ແກ່ຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ກໍຄືອົງການຈັດ ຕັ້ງຕ່າງໆມີຄວາມສະດວກ, ວ່ອງ ໄວ, ໂປ່ງໃສ, ສາມາດກວດກາ ແລະ ກວດສອບໄດ້ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ໂອກາດດັ່ງກ່າວ, ທ່ານ ບຸນໂຮມ ພົມມະສານ ໄດ້ມີຄໍາເຫັນຊີ້ນໍາວ່າ: ວຽກງານບໍລິການ ຜ່ານປະຕູດຽວ ແມ່ນວຽກໜຶ່ງທີ່ລັດຖະບານໃຫ້ ຄວາມສໍາຄັນ ແລະ ໃຫ້ແຕ່ລະພາກ ສ່ວນຈັດຕັ້ງປະຕິບັດ ເພື່ອອໍານວຍ ຄວາມສະດວກໃຫ້ປະຊາຊົນບັນດາ ເຜົ່າ ເຂົ້າເຖິງການບໍລິການຂອງລັດ ທີ່ມີຄຸນນະພາບ. ສະນັ້ນ, ຂະແໜງ ການກ່ຽວຂ້ອງຂັ້ນແຂວງ ຕ້ອງຖື ສໍາຄັນໃນການຕິດຕາມ, ກວດກາ ແລະ ຊຸກຍູ້ການບໍລິການຜ່ານປະ ຕູດຽວ ໃຫ້ໄປສູ່ບໍລິການທີ່ມີຄຸນ ນະພາບຢ່າງແທ້ຈິງ ພ້ອມທັງເນັ້ນ ຜູ້ທີ່ຮັບຜິດຊອບບໍລິການຢູ່ສູນ ຕ້ອງ ສຸມໃສ່ຝຶກຝົນຫລໍ່ຫລອມ ແລະ ພັດ ທະນາຕົນເອງ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມອົດທົນ, ມີຈັນຍາບັນ, ຈັນຍາທໍາ ແລະ ເຮັດ ໜ້າທີ່ຮັບໃຊ້ປະຊາຊົນ ກໍຄືທຸກພາກ ສ່ວນທີ່ມາໃຊ້ບໍລິການດ້ວຍຄວາມ ຈິງໃຈ. 07 xtgmf]k; gsfdko{dkora fmtok 18/02/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ການນໍາຂັ້ນສູງ ຂອງ3 ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງຄື: ສູນກາງສະຫະພັນ ກໍາມະບານລາວ, ສູນກາງສະຫະພັນ ແມ່ຍິງລາວ ແລະ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໂດຍມີທ່ານ ເລັດ ໄຊຍະພອນ ປະທານສູນກາງ ສະຫະພັນກໍາມະບານລາວ, ທ່ານ ນາງອາລີວົງໜໍ່ບຸນທໍາ ປະທານສູນ ກາງສະຫະພັນແມ່ຍິງລາວ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມຄະນະ ໄດ້ເຂົ້າພົບທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ ໃນວັນທີ 15 ກຸມພາ 2025 ເພື່ອລາຍງານສະ ພາບການລົງມາເຄື່ອນໄຫວວຽກ ງານ ຢູ່ເຂດເສດຖະກິດພິເສດ 3 ຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ. ໂອກາດນີ້, ທ່ານ ເຈົ້າແຂວງ ໄດ້ຕີລາຄາສູງ ແລະ ໄດ້ຍົກໃຫ້ເຫັນ ສະພາບຈຸດພິເສດ ດ້ານເສດຖະກິດ ຂອງແຂວງ ໄລຍະຜ່ານມາ ແລະ ແຜນພັດທະນາ ໃນແຕ່ລະໄລຍະ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານເສດຖະກິດ. ຄະນະນໍາຂອງ 3 ອົງການຈັດຕັ້ງ ມະຫາຊົນກໍໄດ້ລາຍງານສະພາບ ການເຄື່ອນໄຫວ ແລະ ຈຸດປະສົງ ຂອງການມາເຄື່ອນໄຫວວຽກງານ ທີ່ແຂວງບໍ່ແກ້ວໃນຄັ້ງນີ້, ຊຶ່ງຕິດ ພັນກັບ 3 ວັນປະຫວັດສາດ, ກິດຈະ ກໍາການຍ່າງເພື່ອສຸຂະພາບ ແລະ ກິດຈະກໍາການແຂ່ງຂັນກິລາກັອບ ມິດຕະພາບ. ພ້ອມນີ້, ຄະນະນໍາອົງ ການຈັດຕັ້ງມະຫາຊົນ ຍັງໄດ້ມອບ ລົດຈັກ 15 ຄັນ ໃຫ້ອົງການຈັດຕັ້ງ gsfw2w\h c]t gdu f]tg[u f 16j g,n v'w- [+ c,j ogsfdkod+ dkoIh kp g,n v'w-glf4k gxu fl6 o[= ]y dkozj koxt86 fP; { dkooe0A ol6 ' 3 vq 'dko9a f8A '0A ol6 odk' g7nj vows;;Pd'ko 16j c0;'[+ cdh ; ຂປລ. ເຫດການໄຟໄໝ້ ແລະ ເກີດລະເບີດຂຶ້ນຢ່າງຮ້າຍແຮງ ຢູ່ ຮ້ານຂາຍອາໄລ່ລົດ ຂອງຄົນຈີນ ທີ່ ມາເຊົ່າເຮືອນປະຊາຊົນ ເພື່ອດຳເນີນ ທຸລະກິດ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ໃນເວລາ 10:33 ໂມງຂອງວັນທີ 14 ກຸມພາ 2025 ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ, ບາດເຈັບ 6 ຄົນ. ທ່ານ ພັອ ດວງຈັນ ໄຊວຸດ ຮອງ ຫົວໜ້າກອງບັນຊາການ ປ້ອງກັນ ຄວາມສະຫງົບ ແຂວງອຸດົມໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ຖະແຫລງ ກ່ຽວກັບເຫດການດັ່ງ ກ່າວ ໃນວັນທີ 15 ກຸມພາ 2025 ຜ່ານມານີ້ວ່າ: ເຫດການໄຟໄໝ້ແລະ ເກີດມີລະເບີດຂຶ້ນຢ່າງຮ້າຍແຮງ ດັ່ງກ່າວ, ພາຍຫລັງເກີດໄຟໄໝ້ໄດ້ ປະມານ 10 ນາທີ, ໄດ້ເກີດລະເບີດ ຂຶ້ນຢ່າງຮ້າຍແຮງ, ຫລັງຈາກນັ້ນ, ເຈົ້າໜ້າທີ່ຕຳຫລວດ, ທະຫານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າມອດ ໄຟ ແລະ ຊ່ວຍເຫລືອນຳສົ່ງຄົນເຈັບ ໄປໂຮງໝໍຢ່າງທັນການ, ຈົນຮອດ Œ່າŸ ›Ë “˜¤Ê Ž ©“©’Áາ ເວລາ 13:30 ໂມງ ຈຶ່ງສາມາດ ມອດໄຟໄວ້ໄດ້. ເຫດເຫດການຄັ້ງນີ້, ເຮັດໃຫ້ມີ ຜູ້ເສຍຊີວິດທັງໝົດ 4 ຄົນ ໃນນັ້ນ, ຄົນລາວ1ຄົນ, ຄົນຈີນ3, ມີຜູ້ໄດ້ຮັບ ບາດເຈັບສາຫັດ 3 ຄົນ (ຄົນຈີນ) ແລະ ບາດເຈັບເລັກນ້ອຍ 3 ຄົນ (ຄົນລາວ 2 ຄົນ, ຄົນຈີນ 1 ຄົນ) ແລະ ເຮັດໃຫ້ຊັບສິນຂອງພົນລະ ເມືອງເຂດໃກ້ຄຽງ ເສຍຫາຍຈຳ ນວນຫລາຍ. ສຳລັບ ສາເຫດຂອງໄຟໄໝ້ ແລະ ລະເບີດ ຍັງບໍ່ສາມາດຢືນຢັນ ລະອຽດໄດ້ ເນື່ອງຈາກຜູ້ຢູ່ໃນຈຸດ ເກີດເຫດແມ່ນເສຍຊີວິດ, ແຕ່ໃນທີ່ ເກີດເຫດເຈົ້າໜ້າທີ່ກວດພົບຊິ້ນສ່ວນ ແກັບໝາກຟ່າ ແລະ ທາດລະເບີດ, ຄາດວ່າລັກລອບເຂົ້າມາຈຳໜ່າຍ ເຊິ່ງເຈົ້າໜ້າທີ່ກຳລັງສອບສວນ ເພີ່ມຕື່ມ. ທ່ານ ພັອ ດວງຈັນ ໄຊວຸດ ຍັງ ໄດ້ຢືນຢັນວ່າ: ເຫດການນີ້ ບໍ່ແມ່ນ ເຫດການກໍ່ການຮ້າຍ ຄືດັ່ງທີ່ສັງຄົມ ສົງໄສ. ມະຫາຊົນຂັ້ນເມືອງ, ຊຶ່ງລົດຈັກ ຈຳນວນດັ່ງກ່າວ ໄດ້ສະໜັບສະໜູນ ຈາກສະພາບໍລິຫານ ເຂດເສດຖະ ກິດພິເສດສາມຫລ່ຽມຄຳ ລວມມູນ ຄ່າ 240 ລ້ານກວ່າກີບ. ໂອກາດດຽວກັນ, ຄະນະນໍາ ຂອງອົງການມະຫາຊົນຂັ້ນສູນກາງ ຍັງໄດ້ຈັດກອງປະຊຸມພົບປະແລກ ປ່ຽນບົດຮຽນ 2 ຝ່າຍ ທີ່ຫ້ອງການ ເຂດເສດຖະກິດພິເສດ 3 ຫລ່ຽມຄໍາ ໂດຍມີ ທ່ານ ຫລິນຮານກວາງ ຮອງ ຜູ້ອໍານວຍການ ກຸ່ມບໍລິສັດດອກ ງິ້ວຄໍາ ພ້ອມດ້ວຍຄະນະເຂົ້າຮ່ວມ, ຊຶ່ງການພົບປະຄັ້ງນີ້, ທັງສອງ ຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກພັດທະນາ ຊາວໜຸ່ມ ເປັນຕົ້ນ ຜູ້ທີ່ເຮັດວຽກ ໃນເຂດເສດຖະກິດພິເສດ ເພື່ອ ຮັບປະກັນໄດ້ດ້ານຊີວິດການເປັນຢູ່, ການສົ່ງເສີມວຽກເຮັດງານທໍາແກ່ ຊາວໜຸ່ມ ໃຫ້ມີການພັດທະນາທາງ ດ້ານເຕັກນິກ, ວິຊາການ ແລະ ການ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນ ໜ້າວຽກຕົວຈິງ ທັງນີ້ກໍເພື່ອພັດທະ ນາຄຸນນະພາບຊີວິດ ຂອງເຂົາເຈົ້າ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.

RkJQdWJsaXNoZXIy MTc3MTYxMQ==