6070

xtgmf]k; 3 18/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເກດສະໜາ ຈັນ, ພຸດ ໂດຍ: ເຂົ້າຈານນໍ້າ dkooerkg0A ,c0' ;Pd3pmkmy dko g,n v'xkd-j v' wfh Ia [dkora fmtokfu 0B o ໂດຍ: ສ. ສີວັນໄຊ g,n v'xtm5 ,rvo xt8y [a fczora fmtok glf4tdy f{la '7q , ,u zq oleg]a fs]kpfh ko IvppY ,mu j clorkdr6 ,.9 * ໃນໄລຍະ 5 ປີຜ່ານມາ ການ ນໍາພາຈັດຕັ້ງປະຕິບັດແຜນພັດທະ ນາ ເສດຖະກິດ-ສັງຄົມ ຂອງເມືອງ ປະທຸມພອນ ແຂວງຈຳປາສັກ ມີ ຜົນສຳເລັດຫລາຍດ້ານ ເຮັດໃຫ້ ທົ່ວເມືອງ ມີສະຖຽນລະພາບທາງ ດ້ານການເມືອງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ, ເສດຖະກິດ-ສັງຄົມ ໄດ້ຮັບ ການພັດທະນາຢ່າງຕໍ່ເນື່ອງ ຕາມ ທິດທີ່ໄດ້ກຳນົດໄວ້ ໂດຍສະເພາະ ການນໍາພາຈັດຕັ້ງຜັນຂະຫຍາຍ ວາລະຂອງແຂວງ ຕາມເນື້ອໃນວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກ ທາງດ້ານເສດຖະ ກິດ-ການເງິນ ຕາມເນື້ອໃນ 5 ຈຸດ ສຸມ ທີ່ໄດ້ກໍານົດໄວ້ຢ່າງແຂງແຮງ ໂດຍສະເພາະໄດ້ນໍາພາຈັດຕັ້ງປະ ຕິບັດການປະຢັດ, ຕ້ານການຟຸມ ເຟືອຍໃນການໃຊ້ຈ່າຍງົບ ປະມານ ແລະ ສ້າງຄວາມເຂັ້ມແຂງ ໃນການ ຈັດເກັບລາຍຮັບ, ສາມາດເກັບ ລາຍຮັບເຂົ້າງົບປະມານບັນລຸໄດ້ 67,73 ຕື້ກີບ ທຽບໃສ່ແຜນລື່ນ ແຜນ 10% ອັນພົ້ນເດັ່ນ ແມ່ນສາ ມາດເກັບລາຍຮັບຈາກສິນຄ້າເຄື່ອງ ປ່າຂອງດົງ ປະເພດໝາກຈອງ ບານ ໄດ້ 1.385 ໂຕນ, ເພີ່ມຂຶ້ນ * ການນໍາພາຂອງພັກ ແມ່ນ ປັດໄຈພື້ນຖານທີ່ຮັບປະກັນໃຫ້ ປະເທດຊາດ ກ້າວຂຶ້ນສູ່ຄວາມວັດ ທະນະຖາວອນ. ພັກນໍາພາໂດຍ ຜ່ານແນວທາງການເມືອງ, ການ ໂຄສະນາສຶກສາອົບຮົມ, ການປຸກ ລະດົມຂົນຂວາຍ ແລະ ການຈັດຕັ້ງ ຊີ້ນໍາ, ຜ່ານຄວາມເປັນແບບຢ່າງ ນໍາໜ້າ ຂອງສະມາຊິກພັກ, ຜ່ານ ການກໍາແໜ້ນພະນັກງານ ແລະ ການກວດກາ. ເມື່ອມີແນວທາງຖືກ ຕ້ອງແລ້ວ ຄະນະພັກທຸກຂັ້ນຕ້ອງ ຄົ້ນຄວ້າ, ເຊື່ອມຊຶມຢ່າງເລິກເຊິ່ງ, ປຶກສາຫາລືເປັນໝູ່ຄະນະ ເພື່ອຫັນ ເປັນມະຕິ, ເປັນແຜນການ ແລະໂຄງ ການວຽກງານ ຂອງຄະນະພັກຕົນ. ຕະຫລອດໄລຍະໜຶ່ງສະໄໝ ຜ່ານມາ, ພັກ-ລັດ ເຮົາແຕ່ລະຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະ ເທດຊາດ ແລະ ປະຊາຊົນ, ນໍາເອົາ ເນື້ອໃນຈິດໃຈໃຫຍ່ໆ ຂອງມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມຢ່າງ ກວ້າງຂວາງ ແລະ ປຸກລະດົມທົ່ວ ປວງຊົນເຂົ້າຮ່ວມຈັດຕັ້ງປະຕິບັດ ຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ ຜົນສໍາເລັດຫລາຍດ້ານ ເຊິ່ງໜຶ່ງໃນ ນັ້ນ ກໍແມ່ນຂະແໜງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ຮັບການປັບປຸງ ພັດທະນາ ທັງໃນຕົວເມືອງ ແລະ ຮາກຖານທ້ອງຖິ່ນຕ່າງໆ ດັ່ງເມືອງ ປາກຊ່ອງ ແຂວງຈໍາປາສັກ ເຊິ່ງຕະ ຫລອດໄລຍະ 5 ປີມານີ້ ແມ່ນໄດ້ຮັບ ການພັດທະນາດີຂຶ້ນເປັນກ້າວໆ. ຂໍ້ມູນຈາກແຫລ່ງຂ່າວແຂວງ ຈໍາປາສັກ ໄດ້ເຜີຍແຜ່ຂໍ້ມູນຂ່າວ ສານກ່ຽວກັບການໃຫ້ສໍາພາດຂອງ ທ່ານ ເພັດສະໝອນ ຫານຊະນະ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງປາກຊ່ອງແຂວງ ຈຳປາສັກ ມີເນື້ອໃນວ່າ: ຕະຫລອດ ໄລຍະ 5 ປີຜ່ານມາ, ພາຍໃຕ້ການ ນໍາພາ-ຊີ້ນໍາ ຂອງພັກ-ລັດ ແຕ່ລະ ຂັ້ນ ແລະ ຄວາມບຸກບືນຜ່ານຜ່າ ຄວາມຫຍຸ້ງຍາກຂອງສະມາຊິກ ພັກ-ພະນັກງານ ເຮັດໃຫ້ວຽກງານ ໂຍທາທິການ ແລະ ຂົນສົ່ງເມືອງ ປາກຊ່ອງ ຍາດໄດ້ຜົນສໍາເລັດເປັນ ທີ່ເພິ່ງພໍໃຈ ສະແດງອອກຄື: ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດສຸມໃສ່ວຽກ ສ້ອມແປງແລະກໍ່ສ້າງເສັ້ນທາງ,ຂົວ ຕາມທາງຫລວງແຫ່ງຊາດ, ເສັ້ນ ທາງລະຫວ່າງບ້ານໃຫ້ມີຄວາມ ສະດວກສະບາຍ, ຊຸກຍູ້ວຽກງານ ຕັດຕາຜ້າທາງຜັງບ້ານ ແລະ ຂະ ຫຍາຍຕາຜ້າທາງເທສະບານເມືອງ, ປະສານສົມທົບ ກັບອົງການປົກ ຄອງບ້ານໃນການເກັບກໍາຂໍ້ມູນພາ ຫະນະພາຍໃນທົ່ວເມືອງ, ຄຸ້ມຄອງ ແລະ ຕິດຕາມກວດກາອອກອະນຸ ຍາດປຸກສ້າງ ແລະ ອອກອະນຸຍາດ ດໍາເນີນທຸລະກິດຂອງພາຫະນະ, ລົງໂຄສະນາເຜີຍແຜ່ປູກຈິດສໍານຶກ ໃນການຂັບຂີ່ປອດໄພຕາມທ້ອງ ຖະໜົນຢູ່ທີ່ໂຮງຮຽນ ມສ ໃນທົ່ວ ເມືອງປາກຊ່ອງ. ໂດຍສະເພາະ ເກັບກໍາສະຖິຕິເສັ້ນທາງທົ່ວເມືອງ ມີທັງໝົດ 75 ເສັ້ນ, ມີຄວາມຍາວ 606,55 ກິໂລແມັດ. ໃນນັ້ນ: ທາງຫລວງແຫ່ງຊາດມີ 2 ເສັ້ນ ຍາວ 103,9 ກິໂລແມັດ ກວມ ເອົາ 17,13%, ທາງຫລວງຂອງ ແຂວງ ມີ 1 ເສັ້ນຍາວ 23,81 ກມ ກວມເອົາ 3,92%, ທາງຫລວງ ເມືອງ 2 ເສັ້ນຍາວ 62,952 ກມ ກວມເອົາ 10,38%, ທາງຕົວ ເມືອງ 27 ເສັ້ນ ຍາວ 25,51 ກມ ກວມເອົາ 4,21%, ທາງຊົນນະບົດ 26 ເສັ້ນ, ຍາວ 246,44 ກມ ກວມ ເອົາ 40,63% ແລະ ທາງສະເພາະ 17 ເສັ້ນ ຍາວ 143,94 ກມ ກວມ ເອົາ 23,73%. ວຽກງານຂົວທາງ ແມ່ນໄດ້ເອົາ ໃຈໃສ່ບູລະນະຮັກສາທາງຫລວງ ແຫ່ງຊາດດ້ວຍແຮງງານຄົນ ທາງ ເລກທີ 20, ປະຈໍາປີ 2020 ມີ 1 ສັນຍາ ມູນຄ່າ 6.062 ລ້ານ ກີບ ປະຕິບັດໄດ້ 100 %, ສົກປີ 2021-2024 ມີ 1 ສັນຍາ ມູນ ຄ່າ 11.703 ລ້ານກີບ. ປະຕິບັດ ໄດ້ 9.892 ລ້ານກີບ ທຽບໃສ່ ແຜນ 82,81 %, ຍັງຄ້າງປະຕິບັດ 2.011 ລ້ານກີບ ທຽບໃສ່ແຜນ 11,19%. ວຽກບູລະນະສ້ອມແປງ ແລະ ກໍ່ສ້າງເສັ້ນທາງພາຍໃນທົ່ວ ເມືອງ ໂດຍການປຸກລະດົມການ ມີສ່ວນຮ່ວມ ໃນທົ່ວສັງຄົມ ເຊິ່ງ ໄລຍະຜ່ານມາແມ່ນໄດ້ກໍ່ສ້າງເສັ້ນ ທາງປູເບຕົງ ຈໍານວນ 6 ເສັ້ນ, ລວງຍາວ 3.220 ແມັດ, ມູນຄ່າ 5,8 ຕື້ກວ່າກີບ, ທຶນລັດ 4 ຕື້ກວ່າ ກີບ, ທຶນຜູ້ປະກອບການ 1,8 ຕື້ ກວ່າກີບ, ສາມາດ ປະຕິບັດສໍາເລັດ 100%. ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ຈໍານວນ 8 ເສັ້ນ ມີລວງຍາວ 32,59 ກມ, ຄວາມກວ້າງ 8-9 ແມັດ. ມູນຄ່າ 104,5 ຕື້ກີບ, ງົບປະ ມານລັດ 79,4 ຕື້ກີບ, ງົບປະມານ ການປະກອບສ່ວນຂອງບໍລິສັດ, ຜູ້ ປະກອບການພາຍໃນສັງຄົມ 25,1 ຕື້ກີບ, ສາມາດປະຕິບັດສໍາເລັດ 37,13%. ວຽກສ້ອມແປງແກ້ໄຂ ເສັ້ນທາງປູຢາງ ແລະ ທາງດິນ ແດງ ຈໍານວນ 14 ເສັ້ນ, ມູນຄ່າ 7 ຕື້ກວ່າກີບ. ທຶນລັດ 3,6 ຕື້ກວ່າ ກີບ, ທຶນປະຊາຊົນ ແລະ ຜູ້ປະກອບ ການ, ນັກທຸລະກິດ 3,4 ຕື້ກວ່າກີບ, ສາມາດປະຕິບັດສໍາເລັດ 100%. ສ້ອມແປງຂົວ 3 ແຫ່ງ ມູນຄ່າ 280 ລ້ານກີບ ສໍາເລັດ 100%. ສາມາດຍົກລະດັບພື້ນຖານໂຄງ ລ່າງຄົມມະນາຄົມຂົນສົ່ງພາຍໃນ ເມືອງເປັນຕົ້ນ ກໍ່ສ້າງເສັ້ນທາງ ປູຢາງຕາຜ້າເທສະບານເມືອງ ມີ ຄວາມຍາວ 10.190 ກມ, ທຽບໃສ່ ແຜນການທີ່ກໍານົດ 67,93%. ກໍ່ ສ້າງເສັ້ນທາງປູດິນ-ຫີນ ລະຫວ່າງ ບ້ານຕໍ່ບ້ານໃຫ້ສາມາດທຽວສະ ດວກສະບາຍໄດ້ 138,1 ກມ, ທຽບ ໃສ່ແຜນການທີ່ກໍານົດ 89,09%. ສ້າງເສັ້ນທາງເຂົ້າສູ່ພື້ນທີ່ການຜະ ລິດ 61 ກມ, ທຽບໃສ່ແຜນການ ທີ່ກໍານົດສໍາເລັດ 100%. ລວມ ມູນຄ່າສ້ອມແປງເສັ້ນທາງທັງໝົດ 5 ເສັ້ນ 1.631 ລ້ານກີບ, ທຶນ ລັດ 540 ລ້ານກີບ, ທຶນປະຊາຊົນ 1.091 ລ້ານກີບ, ໂຄງການກໍ່ສ້າງ ທາງຕັດຕາຜ້າຜັງບ້ານໃນ 5 ບ້ານ ຂອງໂຄງການ ກອຍກາ ພັດທະນາ ຊຸມຊົນ ສ. ເກົາຫລີ ປະກອບສ່ວນ 70% ແລະ ປະຊາຊົນ 30% ມີ ຄວາມຍາວທັງໝົດ 35,5 ກມ, ມູນ ຄ່າລວມທັງໝົດ 7 ຕື້ກວ່າກີບ. ນອກນັ້ນ, ຍັງສາມາດຍົກລະດັບ ພື້ນຖານໂຄງລ່າງຄົມມະນາຄົມພາຍ ໃນເມືອງເປັນຕົ້ນ: ການກໍ່ສ້າງເສັ້ນ ທາງປູຢ່າງຕາຜ້າເທສະບານເມືອງ ມີຄວາມຍາວ 10 ກວ່າກິໂລແມັດ, ກໍ່ສ້າງເສັ້ນທາງປູຫີນບ້ານຕໍ່ບ້ານມີ ຄວາມຍາວ 130 ກວ່າກິໂລແມັດ ແລະ ສ້າງເສັ້ນທາງເຂົ້າສູ່ເຂດການ ຜະລິດໄດ້ຫລາຍກວ່າ 60ກວ່າກິໂລ ແມັດ ແລະໂຄງການຟື້ນຟູທາງດິນ ແດງ, ປູຢາງສອງຊັ້ນ ບ້ານຈັນສະ ຫວ່າງຫາບ້ານທົ່ງກາຫລົງແລະສໍາ ເລັດໂຄງການກໍ່ສ້າງເສັ້ນທາງບ້ານ ຕໍ່ບ້ານພາຍໃນເມືອງ ເຮັດໃຫ້ການ ຄົມມະນາຄົມຂົນສົ່ງຜົນຜະລິດກະ ສິກຳຂອງປະຊາຊົນມີຄວາມສະ ດວກສະບາຍກວ່າໄລຍະຜ່ານມາ. * ບໍ່ວ່າຈະເຮັດອາຊີບຫຍັງຖ້າບໍ່ ມັກ ບໍ່ຮັກອາຊີບທີ່ພວມເຮັດ ຍ່ອມ ຫລົ້ມເຫລວແລະ ເມື່ອໃດຕັ້ງໃຈເຮັດ ອາຊີບທີ່ເປັນນ້ຳເຫື່ອ ນ້ຳແຮງຂອງ ຕົນແລ້ວ ຄວາມສຳເລັດກໍ່ມາຫາ ເມື່ອນັ້ນ. ເໝືອນດັ່ງການສ້າງ ເສດຖະກິດຄອບຄົວ ໂດຍການປູກ ພືດຜັກເປັນສິນຄ້າຂອງຄອບຄົວ ນາງ ປ້ອມ ຈັນທະລາ ປະຊາຊົນ ບ້ານນ້ຳໂມ້ ເມືອງອະນຸວົງ ແຂວງ ໄຊສົມບູນ ເຊິ່ງເດືອນໜຶ່ງໆ ສ້າງ ລາຍຮັບເຂົ້າຄອບຄົວບໍ່ໜ້ອຍກວ່າ 6-7 ລ້ານກີບ. ນັບວ່າເປັນໂອກາດທີ່ດີ ໂດຍ ທິມງານນັກຂ່າວທຸກສຳນັກສືສິ່ງ ພິມ, ວິທະຍຸ, ໂທລະພາບຈາກສູນ ກາງພວກເຮົາໄດ້ຮັບການຮ່ວມມື ເປັນຢ່າງດີຈາກບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ນຳທາງພາໄປຫາ ຄອບຄົວທ່ານນາງປ້ອມຈັນທະລາ ທີ່ປະສົບຜົນສຳເລັດໃນການປູກຜັກ ໃນເຮືອນຮົ່ມທີ່ທາງບໍລິສັດພູເບ້ຍ ມາຍນິງ ຈຳກັດ ໃຫ້ການສະໜັບສະ ໜູນ. ພາຍຫລັງເວົ້າຈາພາທີກັນ ແລ້ວ, ນາງ ປ້ອມ ໄດ້ພາພວກເຮົາ ໄປເບິ່ງສວນຜັກ ເຊິ່ງກໍ່ເຕັມໄປດ້ວຍ ຜັກຫລາຍຊະນິດທີ່ກຳລັງງອກ ງາມເຕັມສວນເຕັມໜາມແລະທີ່ໜ້າ ສົນໃຈກໍ່ຄືການໄດ້ຮູ້ເຖິງຈິດໃຈ ທີ່ ມຸ່ງຫວັງອັນແຮງກ້າຂອງຄອບຄົວ ນີ້ ແລະ ກໍ່ຮູ້ວ່າ ລາວເລີ່ມເຂົ້າຮ່ວມ ໂຄງການຂອງບໍລິສັດພູເບ້ຍ ແຕ່ປີ 2017 ເປັນຕົ້ນມາ. ຄວາມຈິງແລ້ວ ຜັກຈະມີລາຄາ ຫລື ບໍ່ມີລາຄາກໍ່ບໍ່ ແມ່ນບັນຫາທີ່ໜັກໃຈຂອງຄອບຄົວ ນີ້, ແຕ່ເມື່ອມັນມີໂອກາດດີທີ່ທາງ ບໍລິສັດໄດ້ສົ່ງເສີມດ້ານອຸປະກອນ ເປັນຕົ້ນແມ່ນເສົາເຮືອນຮົ່ມ, ຜ້າ ຢາງ, ເຕັກນິກວິຊາການ ກໍ່ບໍ່ລໍຊ້າ ໂດຍໄດ້ສ້າງເຮືອນຮົ່ມປູກຜັກໜຶ່ງ ຫລັງ ມີເນື້ອທີ່ປະມານເກືອບ 1 ໄລ່. “ການທີ່ຂ້ອຍຫັນມາເອົາດີໃນ ການປູກຜັກເປັນສິນຄ້ານີ້ ຫລັກໆ ແລ້ວ ຄືຕອບສະໜອງຕໍ່ແນວທາງ ນະໂຍບາຍຂອງພັກ-ລັດກໍ່ຄືຄວາມ ເອົາໃຈ ໃສ່ໃກ້ຊິດຕິດແທດຂອງ ພະນັກງານກະສິກຳເມືອງອະນຸວົງ ແລະ ໜ່ວຍງານກ່ຽວຂ້ອງຂອງບໍລິ ສັດພູເບ້ຍ ທີ່ຊຸກຍູ້ສົ່ງເສີມປະຊາຊົນ ປູກຝັງເປັນສິນຄ້າ ທັງເປັນການ ຕອບສະໜອງຜົນຜະລິດໃຫ້ແກ່ບໍລິ ສັດກໍ່ຄືຕະຫລາດພາຍໃນເມືອງ”. ນາງ ປ້ອມ ບອກ. ແນວໃດກໍ່ດີທັງ ຫລາຍນີ້ ຄືເຫດຜົນ ແລະ ໂອກາດ ທີ່ຄອບຄົວ ນາງ ປ້ອມ ກຳໄດ້ແໜ້ນ ບວກໃສ່ປະສົບການຂອງລາວ. ອີກ ຈຸດໜຶ່ງຄືສິ່ງໃດທີ່ສາມາດຜະລິດ ເອງໄດ້ ໂດຍສະເພາະແມ່ນອຸປະ ກອນຮັບໃຊ້ໃນການປູກຜັກຈຳ ນວນໜຶ່ງ ກໍ່ໄດ້ຜະລິດເອງ, ແຕ່ກໍ່ມີ ບາງອຸປະກອນທີ່ຈຳເປັນ ແລະ ຜະ ລິດເອງບໍ່ໄດ້ກໍ່ໄດ້ຊື້ເຂົ້າມາເສີມຕື່ມ. ເມື່ອທີມງານນັກຂ່າວພວກ ເຮົາ ຖາມເຖິງລາຍຮັບຈາກການ ຂາຍຜົນຜະລິດຜັກ, ນາງ ປ້ອມ ກໍ່ຍິ້ມນ້ອຍ ຍິ້ມໃຫຍ່ດ້ວຍຄວາມ ພາກພູມໃຈ ໂດຍສະເລ່ຍແລ້ວ ຂ້ອຍ ມີລາຍຮັບຕໍ່າສຸດປະມານ 7-8 ແສນກີບ/ອາທິດ, ສູງສຸດປະມານ 77,33%, ສ້າງລາຍຮັບເຂົ້າງົບ ປະມານໄດ້ 10,99 ຕື້ກີບ ສາມາດ ເປັນເມືອງກຸ້ມຕົນເອງ ທາງດ້ານ ລາຍຮັບງົບປະມານ. ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງໆປະທຸມພອນ ໄດ້ໃຫ້ສໍາ ພາດ ເມື່ອບໍ່ດົນມານີ້ວ່າ: ສຳລັບ ການພັດທະນາເສດຖະກິດ ຂອງ ເມືອງຍັງສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ແລະ ໝັ້ນທ່ຽງ ສະເລ່ຍ 7,26% ຕໍ່ປີ, ລວມຍອດຜະລິດຕະ ພັນພາຍໃນ 5 ປີ ບັນລຸໄດ້ 6.690 ຕື້ກີບ ທຽບໃສ່ແຜນການປະຕິບັດ ໄດ້ລື່ນແຜນ 15,73%, ລາຍຮັບ ສະເລ່ຍຂອງພົນລະເມືອງ ບັນລຸ ໄດ້ 18,74 ລ້ານກີບ ຫລື ເທົ່າກັບ 1.150 ໂດລາສະຫະລັດຕໍ່ຄົນຕໍ່ປີ ເຮັດໃຫ້ໂຄງປະກອບເສດຖະກິດ ມີການຂະຫຍາຍຕົວຕາມທ່າແຮງ ບົ່ມຊ້ອນຂອງເມືອງ. ພ້ອມນີ້, ໄດ້ ປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າໃນວຽກງານກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ, ປະ ເມີນມາດຕະຖານພົ້ນທຸກ ແລະ ມາດ ຕະຖານພັດທະນາຕາມດຳລັດ348 ປະຈໍາປີ 2024, ຄອບຄົວທຸກ ຍາກຍັງເຫລືອ 194 ຄອບຄົວ ກວມ 1,60%, ຄອບຄົວພົ້ນທຸກມີ 11.895ຄອບຄົວກວມ98,40%, ຄອບຄົວພັດທະນາເພີ່ມຂຶ້ນເປັນ 10.684 ຄອບຄົວ ກວມ 88,38% ແລະ ບ້ານທຸກຍາກຫລຸດລົງຍັງ ເຫລືອ 2 ບ້ານ ກວມ 2,94%, ບ້ານ ພົ້ນທຸກມີ 66 ບ້ານ ກວມ 97% ແລະ ບ້ານທີ່ບັນລຸມາດຕະຖານ ພັດທະນາ ເພີ່ມຂຶ້ນເປັນ 23 ບ້ານ ກວມ 33,82% ຂອງບ້ານທົ່ວ ເມືອງ ອັນພົ້ນເດັ່ນແມ່ນໄດ້ຮັບຮອງ ບ້ານຫົວດອນແດງ ເປັນບ້ານພັດ ທະນາປະຊາຊົນຢູ່ດີກິນດີ ແລະ ໄດ້ ຮັບຮອງເມືອງປະທຸມພອນ ເປັນ ຫົວໜ່ວຍເຂັ້ມແຂງຮອບດ້ານ. ຕໍ່ ກັບການຫ້າງຫາກະກຽມດຳເນີນ ກອງປະຊຸມໃຫຍ່ ຂອງອົງຄະນະ ພັກເມືອງ, ເຊິ່ງທາງເມືອງໄດ້ສ້າງ ຜົນງານ ແລະ ຂະບວນການຢ່າງ ຟົດຟື້ນ ເພື່ອຕ້ອນຮັບ ລວມເຖິງ ການປະດັບປະດາ, ຮັກສາຄວາມ ສະອາດຈົບງາມ, ຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ການສ້າງ ສາພັດທະນາຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ. ປັດຈຸບັນ, ສາ ມາດຢືນຢັນໄດ້ວ່າ ເມືອງປະທຸມ ພອນ ມີຄວາມພ້ອມ 100% ໃນ ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງ ທີ IX. ເກືອບ 2 ລ້ານກີບ, ສະເລ່ຍ 6-7 ລ້ານກີບ/ເດືອນ ເຊິ່ງລາຍຮັບດັ່ງ ກ່າວ ເຮັດໃຫ້ຄອບຄົວມີລາຍຮັບທີ່ ໝັ້ນຄົງຕໍ່ເນື່ອງ ເພາະສາມາດປູກ ໄດ້ຕະຫລອດປີ. ກ່ອນອຳລາຄາຈາກ, ນາງ ປ້ອມ ເລົ່າສູ່ຟັງຕື່ມວ່າ: ຈາກນີ້ໃນ ຕໍ່ໜ້າ ຈະຂະຫຍາຍເຮືອນຮົ່ມ ເພີ່ມ ຕື່ມອີກ. ສ່ວນໄລຍະຍາວນອກຈາກ ຈະປູກຜັກ ເພື່ອຕອບສະໜອງຜັກ ໃຫ້ແກ່ຕະຫລາດກໍ່ຄືບໍລິສັດພູເບ້ຍ ມາຍນິງ ໃຫ້ພຽງພໍແລ້ວ, ຕົນກໍຈະ ຖ່າຍຖອດບົດຮຽນກໍ່ຄືປະສົບການ ທີ່ມີໃຫ້ຜູ້ທີ່ສົນໃຈຢາກປູກຜັກເປັນ ສິນຄ້າ.

RkJQdWJsaXNoZXIy MTc3MTYxMQ==