6070

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 18/02/2025 xtgmf]k; ສອງກະຊວງ... ສະຖາບັນເລືອດແຫ່ງຊາດ... ປະທານອົງການກວດກາ... ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງສະຫາຍ ບຸຍ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະ ບວນການຂໍ່ານັບຮັບຕ້ອນວັນສຳຄັນ ຂອງຊາດ, ຂອງພັກ ໂດຍສະເພາະ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດ ລາວ ຄົບຮອບ 70 ປີ, ວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນສຳຄັນຕ່າງໆໃນຕໍ່ໜ້າ ໂດຍ ສະເພາະເປັນການປະກອບສ່ວນເຂົ້າ ໃນການສະໜອງເລືອດທີ່ປອດໄພ ໃຫ້ກັບຄົນເຈັບທີ່ນອນຮັກສາຕົວຢູ່ ຕາມໂຮງໝໍແຫ່ງຕ່າງໆຢູ່ສູນກາງທ້ອງຖິ່ນ ໄດ້ມີເລືອດພຽງພໍ ແລະ ປອດໄພ. ໂອກາດນີ້, ທ່ານ ໄລທອງ ພົມ ມະວົງ ໄດ້ລາຍງານຄວາມເປັນມາ ແລະ ຄວາມຄືບໜ້າຂອງໂຄງການ ດັ່ງກ່າວວ່າ: ໂຄງການກໍ່ສ້າງຂົວ ຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ເລີີ່ມມີການສຶກສາຄວາມເປັນ ໄປໄດ້, ສໍາຫລວດ, ອອກແບບແຕ່ ປີ 2014 ແລະ ໄດ້ອອກແບບລະ ອຽດສໍາເລັດໃນປີ 2016 ໂດຍໄດ້ ຮັບການຊ່ວຍເຫລືອລ້າຈາກອົງ ການ NEDA ປະເທດໄທ, ແຕ່ ຍ້ອນມີການສະເໜີໃຫ້ມີການປັບປຸງ ຮູບແບບຂອງເສົາຄຶງສາຍກາບ ກາງນໍ້າເປັນ 3 ໄລຍະຄື: ຮູບແຄນ ຄູ່, ຮູບດອກຈັນ ແລະ ກັບມາເປັນ ຮູບແຄນອີກເທື່ອໜຶ່ງ ແລະ ໄດ້ຖືກ ຮອງຮັບຈາກລັດຖະບານ 2 ຝ່າຍ ໃນປີ 2018, ໂຄງການດັັ່ງກ່າວ ໄດ້ຮັບເງິນກູ້ຢືມດອກເບ້ຍຜ່ອນຜັນ ຈາກອົງການ NEDA ປະເທດໄທ, ໃນມູນຄ່າທັງໝົດ 1.380 ລ້ານ ກວ່າບາດ, ການກໍ່ສ້າງໂຄງການ ຕາມສັນຍາທີ 1 (Package 2B) ມີການກໍ່ສ້າງຂົວກາງນໍ້າ ລວມທັງ ທາງເຂົ້າຫົວຂົວ, ຕາມແຜນການ ຮອດທ້າຍເດືອນມັງກອນ 2025 ຈະປະຕິບັດໃຫ້ສໍາເລັດ 97,52%, ແຕ່ການປະຕິບັດໄດ້ຕົວຈິງເຮັດໄດ້ ພຽງ 95,76% ໂດຍອີງຕາມແຜນ ດັດແກ້ໃໝ່ທີ່ໄດ້ສະເໜີຂໍຕໍ່ສັນຍາ ຮອດວັນທີ 31 ມີນາ 2025 ໃຫ້ສໍາ ເລັດວຽກທີ່ໄດ້ສັນຍານໍາກັນ, ສ່ວນ ວຽກອື່ນໆແມ່ນຈະໄດ້ກວດກາຄືນ ເພື່ອສືບຕໍ່ເຮັດສັນຍາ ແລະ ປະຕິບັດ ໃຫ້ສໍາເລັດໃນລາຍລະອຽດຂອງ ວຽກຕ່າງໆທີ່ຍັງຄ້າງ, ຄາດວ່າຈະ ໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 19 ທັນວາ 2025. ໂອກາດນີ້, ທ່ານ ຄຳພັນ ພົມມະ ທັດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ໂຄງການ ແລະ ຄະນະພັກ, ຄະນະ ນຳແຂວງບໍລິຄຳໄຊ ທີ່ສາມາດຈັດ ຕັ້ງປະຕິບັດຕາມແຜນ. ພ້ອມນີ້, ທ່ານກໍໄດ້ເຈາະຈີ້ມຕື່ມບາງບັນຫາ ເປັນຕົ້ນແມ່ນການຈັດສັນການບໍລິ ການຍົກຍໍຄ່ຽນຖ່າຍສິນຄ້າ, ຄວາມ ອາດສາມາດໃນການຂົນສົ່ງສິນຄ້າ ກໍຄື ໂດຍສານ ແລະ ອື່ນໆ. ຈາກນັ້ນ, ທ່ານ ສຸວັນນີ ໄຊ ຊະນະ ປະທານສະພາປະຊາຊົນ ແລະ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ກໍໄດ້ຜັດ ປ່ຽນກັນລາຍງານຕື່ມຕໍ່ກັບຄຳຖາມ ເຈາະຈີ້ມ ແລະ ໄດ້ພ້ອມກັນລົງເບິ່ງ ເຂດກໍ່ສ້າງຕົວຈິງຕື່ມອີກ. ແທງ ເຊີນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະໄດ້ເດີນທາງ ໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 1214 ກຸມພາ 2025 ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ໄດ້ຮັບການເພີ່ມພູນ ຄູນສ້າງ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ. ກອງປະຊຸມພົບປະສອງຝ່າຍ ຢ່າງເປັນທາງການລະຫວ່າງສະ ຫາຍ ທອງສະຫວັນ ພົມວິຫານ ແລະ ສະຫາຍ ບຸຍ ແທງ ເຊີນ ໄດ້ມີຂຶ້ນໃນ ວັນທີ 14 ກຸມພາ 2025, ທີ່ກະຊວງ ການຕ່າງປະເທດຫວຽດນາມ ເພື່ອ ທົບທວນຄືນການພົວພັນຮ່ວມມື ລາວ-ຫວຽດນາມ ໃນໄລຍະຜ່ານ ມາໂດຍສະເພາະແມ່ນການສະ ຫລຸບຕີລາຄາຄືນການຮ່ວມມືລະ ຫວ່າງສອງກະຊວງການຕ່າງປະ ເທດ ລາວ-ຫວຽດນາມ ແລະ ໄດ້ ປຶກສາຫາລືແລກປ່ຽນຄຳຄິດເຫັນ ໃນຫລາຍບັນຫາຮ່ວມກັນ ແລະ ກຳນົດທິດທາງແຜນການຮ່ວມມື ໃນຕໍ່ໜ້າທັງໃນຂອບການຮ່ວມມື ສອງຝ່າຍ ແລະ ຫລາຍຝ່າຍ ໂດຍ ສະເພາະແມ່ນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງ ຂອງສອງກົມການເມືອງ ກໍຄື ຜົນ ຂອງກອງປະຊຸມຄັ້ງທີ 47 ຂອງ ຄະນະກຳມະການຮ່ວມມືລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ໃນເດືອນມັງກອນ 2025 ຜ່ານມາ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ; ສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ-ສອງ ລັດຖະບານ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ; ສອງ ຝ່າຍຈະສືບຕໍ່ການຮັດແໜ້ນຄວາມ ສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈກັນ, ສືບຕໍ່ ການພົບປະແລກປ່ຽນຄະນະຜູ້ແທນ ຂັ້ນຕ່າງໆແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ໂດຍເນັ້ນໃສ່ດ້ານ ປະສິດທິພາບຂອງການຢ້ຽມຢາມ ຫລາຍກວ່າດ້ານປະລິມານ; ເພີ່ມ ທະວິການແລກປ່ຽນທິດສະດີການ ເມືອງ, ຂໍ້ມູນຂ່າວສານ, ບົດຮຽນ ປະສົບການວຽກງານການກໍ່ສ້າງ ພັກ, ລະບົບການເມືອງ, ການ ພັດທະນາເສດຖະກິດ-ສັງຄົມ, ເປີດກວ້າງການຮ່ວມມືພາຍນອກ ແລະ ການເຊື່ອມໂຍງສາກົນ ຢ່າງ ກວ້າງຂວາງ; ສອງຝ່າຍຈະເພີ່ມທະ ວີຊຸກຍູ້ວຽກງານໂຄສະນາ, ສຶກສາ ອົບຮົມກ່ຽວກັບປະຫວັດສາດ ແລະ ມູນເຊື້ອຄວາມເປັນມາແຫ່ງສາຍ ພົວພັນພິເສດ ລາວ-ຫວຽດນາມ ກໍຄື ບັນດາໝາກຜົນທີ່ສອງຝ່າຍຍາດມາ ໄດ້ໃຫ້ປະຊາຊົນສອງຊາດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໂດຍ ສະເພາະຄົນຮຸ່ນໃໝ່ຂອງສອງຊາດ; ວຽກງານການທູດເສດຖະກິດ, ວຽກຝຶກອົບຮົມກໍ່ສ້າງຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານ, ວຽກງານກົມກົງສຸນ, ວຽກງານ ການຂ່າວ, ວຽກງານຊາຍແດນແລະ ການພົບປະແລກປ່ຽນລະຫວ່າງຄະ ນະສະຫະພັນແມ່ຍິງກະຊວງການ ຕ່າງປະເທດ ລາວ-ຫວຽດນາມ; ສອງຝ່າຍຍັງໄດ້ແລກປ່ຽນຄຳເຫັນ ກ່ຽວກັບວຽກງານການປັບປຸງກົງ ຈັກການຈັດຕັ້ງລະບົບການເມືອງ ໃຫ້ມີປະສິດທິພາບສູງຂຶ້ນ ແລະ ສອດຄ່ອງກັບສະພາບຄວາມເປັນ ຈິງໃນປັດຈຸບັນເປັນຕົ້ນການຫລຸດ ຄວາມທັບຊ້ອນຂອງບັນດາໜ້າວຽກ ຂອງກະຊວງ, ຂະແໜງການ ແລະ ການປັບປຸງດ້ານບຸກຄະລາກອນ ຂອງອົງການຈັດຕັ້ງພັກ-ລັດ ໃນ ຕໍ່ໜ້າ. ພ້ອມນັ້ນ, ກໍຢືນຢັນຈະໃຫ້ ການສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພາຍຫລັງສຳເລັດກອງປະຊຸມ ພົບປະ, ກໍໄດ້ມີພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍໃຫ້ແກ່ກົມກອງ ລວມໝູ່ ແລະ ບຸກຄົນ ກະຊວງການ ຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອເປັນການຍ້ອງຍໍສັນລະເສີນ ການປະກອບສ່ວນສຳຄັນເຂົ້າໃນ ການສະເຫລີມສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022 ທີ່ຜ່ານມາ ກໍຄື 2 ເຫດການ ທີ່ສຳຄັນ ຄື: ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການ ຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ເຊິ່ງຕາງໜ້າພັກ-ລັດຖະບານ ແຫ່ງ ສປປ ລາວ ໃຫ້ກຽດປະດັບໃນ ຄັ້ງນີ້ ໂດຍສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໂດຍ ໄດ້ປະດັບຫລຽນໄຊອິດສະຫລະຊັ້ນ II ໃຫ້ ສະຫາຍ ບຸຍ ແທັງ ເຊິນ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ຕ່າງປະເທດຫວຽດນາມ; ປະດັບ ຫລຽນໄຊອິດສະຫລະຊັ້ນ III ໃຫ້ 2 ສະຫາຍ ຮອງລັດຖະມົນຕີຕ່າງ ປະເທດຫວຽດນາມ; ປະດັບຫລຽນ ໄຊແຮງງານ ຊັ້ນ I ໃຫ້ແກ່ 1 ກົມ ກອງ; ປະດັບຫລຽນໄຊແຮງງານ ຊັ້ນ II ໃຫ້ແກ່ 1 ກົມກອງ ແລະ 1 ສະຫາຍ; ປະດັບຫລຽນໄຊແຮງ ງານຊັ້ນ III ໃຫ້ແກ່ 1 ສະຫາຍ ແລະ 6 ກົມກອງ ແລະ ມອບໃບຍ້ອງຍໍ ຂັ້ນລັດຖະບານໃຫ້ແກ່ 13 ສະຫາຍ. ໃນວັນດຽວກັນ, ສະຫາຍ ລັດຖະ ມົນຕີ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະກໍໄດ້ໄປວາງພວງ ມາລາ ແລະ ເຂົ້າຢ້ຽມຂ່ຳນັບສຸສານ ປະທານ ໂຮ່ຈີ່ມິງ ຕື່ມອີກ. ຂ່າວ-ພາບ: ກຕທ ສືບຕໍ່ການຮ່ວມມືວຽກງານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້ ວຽກງານຕ້ານ-ສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆ ແລະ ການຮັກສາ ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິ ເວນຊາຍແດນ ລາວ- ຫວຽດນາມ, ເພີ່ມທະວີຮ່ວມມືແລກປ່ຽນດ້ານວັດ ທະນະທຳ ແລະ ທ່ອງທ່ຽວ. ພ້ອມ ນີ້, ສອງຝ່າຍໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ການ ຮ່ວມມືດ້ານເສດຖະກິດ-ການຄ້າ ໃນໄລຍະຜ່ານມາ ເຊິ່ງໃນປີ 2024 ມູນຄ່າການຄ້າສອງຝ່າຍບັນລຸໄດ້ ຫລາຍກວ່າ 2 ຕື້ໂດລາສະຫະລັດ. ໃນນັ້ນ, ສອງຝ່າຍຈະເພີ່ມທະວີຊຸກຍູ້ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃຫ້ມີການພົວພັນຮ່ວມມື ກັນຫລາຍຂຶ້ນ ເພື່ອຊຸກດັນໃຫ້ການ ຄ້າສອງປະເທດສາມາດບັນລຸເປົ້າ ໝາຍມູນຄ່າ 5 ຕື້ໂດລາສະຫະລັດ ໃນ ຕໍ່ໜ້າໃຫ້ແທດເໝາະກັບການຕົກລົງ ເຫັນດີຂອງສອງກົມການເມືອງ ກໍຄື ຜົນກອງປະຊຸມ ຄັ້ງທີ 47 ຂອງ ຄະນະກຳມະການຮ່ວມມື ລາວຫວຽດນາມ ທີ່ຜ່ານມາ. ສຳລັບການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ການພົວ ພັນຮ່ວມມື ແລະ ການປະສານ ສົມທົບກັນຢ່າງສະໜິດແໜ້ນຂອງ ສອງກະຊວງຕະຫລອດໄລຍະຜ່ານ ມາໃນຖານະເປັນເສນາທິການໃຫ້ ແກ່ຂັ້ນເທິງໃນການຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືໃນຂອບສອງ ຝ່າຍ ແລະ ຫລາຍຝ່າຍ. ນອກຈາກ ກົນໄກການພົບປະປະຈໍາປີຂອງ ກອງປະຊຸມປຶກສາຫາລືດ້ານການ ເມືອງຂັ້ນລັດຖະມົນຕີ ແລະ ຂັ້ນ ຮອງລັດຖະມົນຕີ ແລ້ວ, ສອງຝ່າຍ ຈະສືບຕໍ່ການແລກປ່ຽນຂໍ້ມູນຂ່າວ ສານນໍາກັນຂອງບັນດາກົມຢ່າງ ເປັນປົກກະຕິ, ລວມທັງບັນດາສະ ຖານທູດ ແລະ ຫ້ອງການຜູ້ຕາງໜ້າ ຂອງສອງປະເທດຢູ່ປະເທດທີ 3 ກໍໃຫ້ສືບຕໍ່ມູນເຊື້ອຮັກແພງ ແລະ ສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນ ແລະ ກັນ. ປັດຈຸບັນ, ສອງ ກະຊວງການຕ່າງປະເທດ ກຳລັງ ສືບຕໍ່ຈັດຕັ້ງປະຕິບັດຕາມຂໍ້ຕົກລົງ ການຮ່ວມມືໄລຍະ 2021-2025 ແລະ ແຜນປະຕິບັດງານການ ທຸດເສດຖະກິດໄລຍະ 20202025(ຈະສິ້ນສຸດອາຍຸການໃນ ທ້າຍປີນີ້) ແລະ ຈະພິຈາລະນາສືບ ຕໍ່ລົງນາມກັນໃໝ່ໃນໂອກາດກອງ ປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັັດຖະມົນຕີ ຄັ້ງທີ 12 ໃນທ້າຍປີ 2025 ນີ້. ພ້ອມນັ້ນ, ສອງຝ່າຍຈະ ຊຸກຍູ້ການພົບປະລະຫວ່າງຄະນະ ວິຊາການນຳກັນ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນເປັນຕົ້ນ ທ່ານ ຈັນທະລາ ສຸກສາຄອນ ຍັງໄດ້ເນັ້ນອີກວ່າ: ການບໍລິຈາກ ເລືອດບໍ່ສະເພາະແຕ່ໃນຍາມທີ່ມີ ກິດຈະກຳເທົ່ານັ້ນ, ແຕ່ບັນດາທ່ານ ຍັງສາມາດປະກອບສ່ວນບໍລິຈາກ ເລືອດໄດ້ທຸກວັນບໍ່ເວັ້ນວັນພັກທາງ ລັດຖະການ, ພຽງແຕ່ທ່ານມີອາຍຸ 18 ປີຂຶ້ນໄປ, ມີນ້ຳໝັກ 45 ກິໂລຂຶ້ນ ໄປ, ມີສຸຂະພາບຮ່າງກາຍແຂງແຮງ ກໍສາມາດມາຮ່ວມບໍລິຈາກເລືອດ ໄດ້ທີ່ສະຖາບັນເລືອດແຫ່ງຊາດ ຫລື ສູນເລືອດແຂວງທີ່ໃກ້ບ້ານ ທ່ານໃນຂອບເຂດທົ່ວປະເທດເພາະ ການໃຫ້ເລືອດແມ່ນການໃຫ້ຊີວິດ, ຊ່ວຍເຫລືອເພື່ອນມະນຸດດ້ວຍກັນ ເຊິ່ງໜຶ່ງໃນນັ້ນ, ອາດເປັນຍາດພີ່ນ້ອງ ຫລື ຄົນທີ່ທ່ານຮັກ ແລະ ນອກຈາກ ເປັນການຮ່ວມສ້າງບຸນກຸສົນແລ້ວຍັງ ເປັນການປະຕິບັດໜ້າທີ່ພັນທະຂອງ ພົນລະເມືອງລາວ ແລະ ໜ້າທີ່ທາງ ດ້ານມະນຸດສະທຳຕື່ມອີກ. ຂໍ້ມູນ-ພາບ: ວຽງຈັນໃໝ່

RkJQdWJsaXNoZXIy MTc3MTYxMQ==