ຂປລ. ທ້າຍອາທິດຜ່ານມາ, ຄະນະຮັບຜິດຊອບຕິດຕາມກວດ ກາ ແລະ ຈັດຕັ້ງປະຕິບັດມາດຕະ ການຕໍ່ຜູ້ລະເມີດໃນການເຊື່ອມຕໍ່ ສາຍສົ່ງໂທລະຄົມມະນາຄົມ ແລະ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 18.02.2025 ປີທີ 24 ສະບັບທີ 6.126 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j leg]a f/b dvq [Iq ,dkolh k' 7;k,g0A ,c0'.sh d5 j ,]h P'xk ອ່ານຕໍ່ໜ້າ 3 IvppY ,muj clorkdr6 ,.9 dkooerkg0A ,c0' ;Pd3pmkmy dko g,n v'xkd-j v' wfh Ia [dkora fmtokfu 0B o ອ່ານຕໍ່ໜ້າ 3 xtmkovq 'dkod;fdkcsj ']a f 1h P,1k, 37'dkod+ lh k'0q ;,y f8trk[ ]k;{wm csj 'mu 5 sk]n 7;k,7n [|h k 37'dkoly og-nj vdkd[vo0v' lo- ອ່ານຕໍ່ໜ້າ 2 lt4k[a og]n vfcsj '-kf 9a fdy f9tde Ia [[= ]y 9kdg]n vf-j ;pgs]n vla '7q , ra doerk gxu fd;h k' dkorq ;ra oIj ;,,n da [8j k'xtgmf ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 lv'dt-;'dko8j k'xtgmf ]k;{s;Pfok, Iafc|h odkoIj ;,,n lv'/j kp ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອ ກາກບອນຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີທ່ານ ຈັນເພັງ ສຸດທິວົງ ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບ ໂຄງການສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກກົມ ແຜນການ ແລະ ການຮ່ວມມືກະ ຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າ ບໍລິສັດ vnv ແລະ ພະນັກງານ ກ່ຽວຂ້ອງເຂົ້າຮ່ວມ ແລະ ໄດ້ປຶກສາ ຫາລືວຽກງານທີ່ໄດ້ຈັດຕັ້ງປະຕິບັດ ຂປລ. ໃນວັນທີ 13-14 ກຸມ ພາ 2025 ຜ່ານມາ, ສະຖາບັນ ເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບ ບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງ ຄົມແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງ ຕອບແທນ ໂດຍມີບັນດານັກຮຽນນັກສຶກສາ, ພະນັກງານ-ລັດຖະ ກອນ, ກົມກອງລວມໝູ່ ແລະ ພາກ ສ່ວນຕ່າງໆພາຍໃນນະຄອນຫລວງ ວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ. ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງ ພັກ, ປະທານອົງການກວດກາແຫ່ງ ລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳແຂວງບໍລິຄຳ ໄຊ ລົງຢ້ຽມຢາມໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ລະຫວ່າງແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກ ໄທ ໂດຍມີທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າ ຂອງ ລາວ-ໄທ ແຫ່ງທີ 5 ໃຫ້ການ ຕ້ອນຮັບ. ຂປລ. ຕະຫລອດໄລຍະ 70 ປີ ແຫ່ງການກໍາເນີດຂຶ້ນຂອງພັກ ປປ ຂປລ. ທ້າຍອາທິດຜ່ານມາ, ສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວເກົາຫລີ ຈັດພິທີປິດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມ ລ້ຽງປາ ພາຍໃຕ້ການຈັດຕັ້ງປະຕິ ບັດ “ໂຄງການພັດທະນາຊົນນະ 8A '|h kza o0tspkpco;mk'xj Pocx'.\j Iv[fh ko ,u s]a ddko0v'ra d .sh c0'cI' c]t g0Q kl6 j ];'g]y dK ລາວ, ພັກໄດ້ນຳພາທຸກໄຊຊະນະ ຂອງການປະຕິວັດລາວ, ນຳພາ ແລະ ຍາດເອົາຜົນສຳເລັດອັນໃຫຍ່ ຫລວງຮອບດ້ານໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ຄຽງຄູ່ກັບຜົນສຳເລັດທີ່ ຍາດມາໄດ້ນັ້ນ, ແມ່ນປາສະຈາກ ບໍ່ໄດ້ການນຳພາເປີດກວ້າງການ ພົວພັນຮ່ວມມືກັບຕ່າງປະເທດຂອງ ພັກ ທີ່ໄດ້ກຳນົດນະໂຍບາຍການ ຕ່າງປະເທດຢ່າງສອດຄ່ອງກັບສະ ໃນໄລຍະຜ່ານມາ ແລະ ສືບຕໍ່ວາງ ແຜນວຽກງານໂຄງການໃນຕໍ່ໜ້າ ເພື່ອເຮັດໃຫ້ໂຄງການສາມາດບັນລຸ ຕາມຈຸດປະສົງທີ່ໄດ້ວາງໄວ້. Iv']a f4t,q o8u d8l d;fdk 95 fg-nj v,8lkplqj '16j 0q ;,y f8trk[ ]k;{wm +
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 18/02/2025 xtgmf]k; ສອງກະຊວງ... ສະຖາບັນເລືອດແຫ່ງຊາດ... ປະທານອົງການກວດກາ... ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງສະຫາຍ ບຸຍ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະ ບວນການຂໍ່ານັບຮັບຕ້ອນວັນສຳຄັນ ຂອງຊາດ, ຂອງພັກ ໂດຍສະເພາະ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດ ລາວ ຄົບຮອບ 70 ປີ, ວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນສຳຄັນຕ່າງໆໃນຕໍ່ໜ້າ ໂດຍ ສະເພາະເປັນການປະກອບສ່ວນເຂົ້າ ໃນການສະໜອງເລືອດທີ່ປອດໄພ ໃຫ້ກັບຄົນເຈັບທີ່ນອນຮັກສາຕົວຢູ່ ຕາມໂຮງໝໍແຫ່ງຕ່າງໆຢູ່ສູນກາງທ້ອງຖິ່ນ ໄດ້ມີເລືອດພຽງພໍ ແລະ ປອດໄພ. ໂອກາດນີ້, ທ່ານ ໄລທອງ ພົມ ມະວົງ ໄດ້ລາຍງານຄວາມເປັນມາ ແລະ ຄວາມຄືບໜ້າຂອງໂຄງການ ດັ່ງກ່າວວ່າ: ໂຄງການກໍ່ສ້າງຂົວ ຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ເລີີ່ມມີການສຶກສາຄວາມເປັນ ໄປໄດ້, ສໍາຫລວດ, ອອກແບບແຕ່ ປີ 2014 ແລະ ໄດ້ອອກແບບລະ ອຽດສໍາເລັດໃນປີ 2016 ໂດຍໄດ້ ຮັບການຊ່ວຍເຫລືອລ້າຈາກອົງ ການ NEDA ປະເທດໄທ, ແຕ່ ຍ້ອນມີການສະເໜີໃຫ້ມີການປັບປຸງ ຮູບແບບຂອງເສົາຄຶງສາຍກາບ ກາງນໍ້າເປັນ 3 ໄລຍະຄື: ຮູບແຄນ ຄູ່, ຮູບດອກຈັນ ແລະ ກັບມາເປັນ ຮູບແຄນອີກເທື່ອໜຶ່ງ ແລະ ໄດ້ຖືກ ຮອງຮັບຈາກລັດຖະບານ 2 ຝ່າຍ ໃນປີ 2018, ໂຄງການດັັ່ງກ່າວ ໄດ້ຮັບເງິນກູ້ຢືມດອກເບ້ຍຜ່ອນຜັນ ຈາກອົງການ NEDA ປະເທດໄທ, ໃນມູນຄ່າທັງໝົດ 1.380 ລ້ານ ກວ່າບາດ, ການກໍ່ສ້າງໂຄງການ ຕາມສັນຍາທີ 1 (Package 2B) ມີການກໍ່ສ້າງຂົວກາງນໍ້າ ລວມທັງ ທາງເຂົ້າຫົວຂົວ, ຕາມແຜນການ ຮອດທ້າຍເດືອນມັງກອນ 2025 ຈະປະຕິບັດໃຫ້ສໍາເລັດ 97,52%, ແຕ່ການປະຕິບັດໄດ້ຕົວຈິງເຮັດໄດ້ ພຽງ 95,76% ໂດຍອີງຕາມແຜນ ດັດແກ້ໃໝ່ທີ່ໄດ້ສະເໜີຂໍຕໍ່ສັນຍາ ຮອດວັນທີ 31 ມີນາ 2025 ໃຫ້ສໍາ ເລັດວຽກທີ່ໄດ້ສັນຍານໍາກັນ, ສ່ວນ ວຽກອື່ນໆແມ່ນຈະໄດ້ກວດກາຄືນ ເພື່ອສືບຕໍ່ເຮັດສັນຍາ ແລະ ປະຕິບັດ ໃຫ້ສໍາເລັດໃນລາຍລະອຽດຂອງ ວຽກຕ່າງໆທີ່ຍັງຄ້າງ, ຄາດວ່າຈະ ໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 19 ທັນວາ 2025. ໂອກາດນີ້, ທ່ານ ຄຳພັນ ພົມມະ ທັດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ໂຄງການ ແລະ ຄະນະພັກ, ຄະນະ ນຳແຂວງບໍລິຄຳໄຊ ທີ່ສາມາດຈັດ ຕັ້ງປະຕິບັດຕາມແຜນ. ພ້ອມນີ້, ທ່ານກໍໄດ້ເຈາະຈີ້ມຕື່ມບາງບັນຫາ ເປັນຕົ້ນແມ່ນການຈັດສັນການບໍລິ ການຍົກຍໍຄ່ຽນຖ່າຍສິນຄ້າ, ຄວາມ ອາດສາມາດໃນການຂົນສົ່ງສິນຄ້າ ກໍຄື ໂດຍສານ ແລະ ອື່ນໆ. ຈາກນັ້ນ, ທ່ານ ສຸວັນນີ ໄຊ ຊະນະ ປະທານສະພາປະຊາຊົນ ແລະ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ກໍໄດ້ຜັດ ປ່ຽນກັນລາຍງານຕື່ມຕໍ່ກັບຄຳຖາມ ເຈາະຈີ້ມ ແລະ ໄດ້ພ້ອມກັນລົງເບິ່ງ ເຂດກໍ່ສ້າງຕົວຈິງຕື່ມອີກ. ແທງ ເຊີນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະໄດ້ເດີນທາງ ໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 1214 ກຸມພາ 2025 ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ໄດ້ຮັບການເພີ່ມພູນ ຄູນສ້າງ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ. ກອງປະຊຸມພົບປະສອງຝ່າຍ ຢ່າງເປັນທາງການລະຫວ່າງສະ ຫາຍ ທອງສະຫວັນ ພົມວິຫານ ແລະ ສະຫາຍ ບຸຍ ແທງ ເຊີນ ໄດ້ມີຂຶ້ນໃນ ວັນທີ 14 ກຸມພາ 2025, ທີ່ກະຊວງ ການຕ່າງປະເທດຫວຽດນາມ ເພື່ອ ທົບທວນຄືນການພົວພັນຮ່ວມມື ລາວ-ຫວຽດນາມ ໃນໄລຍະຜ່ານ ມາໂດຍສະເພາະແມ່ນການສະ ຫລຸບຕີລາຄາຄືນການຮ່ວມມືລະ ຫວ່າງສອງກະຊວງການຕ່າງປະ ເທດ ລາວ-ຫວຽດນາມ ແລະ ໄດ້ ປຶກສາຫາລືແລກປ່ຽນຄຳຄິດເຫັນ ໃນຫລາຍບັນຫາຮ່ວມກັນ ແລະ ກຳນົດທິດທາງແຜນການຮ່ວມມື ໃນຕໍ່ໜ້າທັງໃນຂອບການຮ່ວມມື ສອງຝ່າຍ ແລະ ຫລາຍຝ່າຍ ໂດຍ ສະເພາະແມ່ນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງ ຂອງສອງກົມການເມືອງ ກໍຄື ຜົນ ຂອງກອງປະຊຸມຄັ້ງທີ 47 ຂອງ ຄະນະກຳມະການຮ່ວມມືລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ໃນເດືອນມັງກອນ 2025 ຜ່ານມາ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ; ສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ-ສອງ ລັດຖະບານ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ; ສອງ ຝ່າຍຈະສືບຕໍ່ການຮັດແໜ້ນຄວາມ ສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈກັນ, ສືບຕໍ່ ການພົບປະແລກປ່ຽນຄະນະຜູ້ແທນ ຂັ້ນຕ່າງໆແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ໂດຍເນັ້ນໃສ່ດ້ານ ປະສິດທິພາບຂອງການຢ້ຽມຢາມ ຫລາຍກວ່າດ້ານປະລິມານ; ເພີ່ມ ທະວິການແລກປ່ຽນທິດສະດີການ ເມືອງ, ຂໍ້ມູນຂ່າວສານ, ບົດຮຽນ ປະສົບການວຽກງານການກໍ່ສ້າງ ພັກ, ລະບົບການເມືອງ, ການ ພັດທະນາເສດຖະກິດ-ສັງຄົມ, ເປີດກວ້າງການຮ່ວມມືພາຍນອກ ແລະ ການເຊື່ອມໂຍງສາກົນ ຢ່າງ ກວ້າງຂວາງ; ສອງຝ່າຍຈະເພີ່ມທະ ວີຊຸກຍູ້ວຽກງານໂຄສະນາ, ສຶກສາ ອົບຮົມກ່ຽວກັບປະຫວັດສາດ ແລະ ມູນເຊື້ອຄວາມເປັນມາແຫ່ງສາຍ ພົວພັນພິເສດ ລາວ-ຫວຽດນາມ ກໍຄື ບັນດາໝາກຜົນທີ່ສອງຝ່າຍຍາດມາ ໄດ້ໃຫ້ປະຊາຊົນສອງຊາດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໂດຍ ສະເພາະຄົນຮຸ່ນໃໝ່ຂອງສອງຊາດ; ວຽກງານການທູດເສດຖະກິດ, ວຽກຝຶກອົບຮົມກໍ່ສ້າງຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານ, ວຽກງານກົມກົງສຸນ, ວຽກງານ ການຂ່າວ, ວຽກງານຊາຍແດນແລະ ການພົບປະແລກປ່ຽນລະຫວ່າງຄະ ນະສະຫະພັນແມ່ຍິງກະຊວງການ ຕ່າງປະເທດ ລາວ-ຫວຽດນາມ; ສອງຝ່າຍຍັງໄດ້ແລກປ່ຽນຄຳເຫັນ ກ່ຽວກັບວຽກງານການປັບປຸງກົງ ຈັກການຈັດຕັ້ງລະບົບການເມືອງ ໃຫ້ມີປະສິດທິພາບສູງຂຶ້ນ ແລະ ສອດຄ່ອງກັບສະພາບຄວາມເປັນ ຈິງໃນປັດຈຸບັນເປັນຕົ້ນການຫລຸດ ຄວາມທັບຊ້ອນຂອງບັນດາໜ້າວຽກ ຂອງກະຊວງ, ຂະແໜງການ ແລະ ການປັບປຸງດ້ານບຸກຄະລາກອນ ຂອງອົງການຈັດຕັ້ງພັກ-ລັດ ໃນ ຕໍ່ໜ້າ. ພ້ອມນັ້ນ, ກໍຢືນຢັນຈະໃຫ້ ການສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພາຍຫລັງສຳເລັດກອງປະຊຸມ ພົບປະ, ກໍໄດ້ມີພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍໃຫ້ແກ່ກົມກອງ ລວມໝູ່ ແລະ ບຸກຄົນ ກະຊວງການ ຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອເປັນການຍ້ອງຍໍສັນລະເສີນ ການປະກອບສ່ວນສຳຄັນເຂົ້າໃນ ການສະເຫລີມສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022 ທີ່ຜ່ານມາ ກໍຄື 2 ເຫດການ ທີ່ສຳຄັນ ຄື: ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການ ຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ເຊິ່ງຕາງໜ້າພັກ-ລັດຖະບານ ແຫ່ງ ສປປ ລາວ ໃຫ້ກຽດປະດັບໃນ ຄັ້ງນີ້ ໂດຍສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໂດຍ ໄດ້ປະດັບຫລຽນໄຊອິດສະຫລະຊັ້ນ II ໃຫ້ ສະຫາຍ ບຸຍ ແທັງ ເຊິນ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ຕ່າງປະເທດຫວຽດນາມ; ປະດັບ ຫລຽນໄຊອິດສະຫລະຊັ້ນ III ໃຫ້ 2 ສະຫາຍ ຮອງລັດຖະມົນຕີຕ່າງ ປະເທດຫວຽດນາມ; ປະດັບຫລຽນ ໄຊແຮງງານ ຊັ້ນ I ໃຫ້ແກ່ 1 ກົມ ກອງ; ປະດັບຫລຽນໄຊແຮງງານ ຊັ້ນ II ໃຫ້ແກ່ 1 ກົມກອງ ແລະ 1 ສະຫາຍ; ປະດັບຫລຽນໄຊແຮງ ງານຊັ້ນ III ໃຫ້ແກ່ 1 ສະຫາຍ ແລະ 6 ກົມກອງ ແລະ ມອບໃບຍ້ອງຍໍ ຂັ້ນລັດຖະບານໃຫ້ແກ່ 13 ສະຫາຍ. ໃນວັນດຽວກັນ, ສະຫາຍ ລັດຖະ ມົນຕີ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະກໍໄດ້ໄປວາງພວງ ມາລາ ແລະ ເຂົ້າຢ້ຽມຂ່ຳນັບສຸສານ ປະທານ ໂຮ່ຈີ່ມິງ ຕື່ມອີກ. ຂ່າວ-ພາບ: ກຕທ ສືບຕໍ່ການຮ່ວມມືວຽກງານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້ ວຽກງານຕ້ານ-ສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆ ແລະ ການຮັກສາ ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິ ເວນຊາຍແດນ ລາວ- ຫວຽດນາມ, ເພີ່ມທະວີຮ່ວມມືແລກປ່ຽນດ້ານວັດ ທະນະທຳ ແລະ ທ່ອງທ່ຽວ. ພ້ອມ ນີ້, ສອງຝ່າຍໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ການ ຮ່ວມມືດ້ານເສດຖະກິດ-ການຄ້າ ໃນໄລຍະຜ່ານມາ ເຊິ່ງໃນປີ 2024 ມູນຄ່າການຄ້າສອງຝ່າຍບັນລຸໄດ້ ຫລາຍກວ່າ 2 ຕື້ໂດລາສະຫະລັດ. ໃນນັ້ນ, ສອງຝ່າຍຈະເພີ່ມທະວີຊຸກຍູ້ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃຫ້ມີການພົວພັນຮ່ວມມື ກັນຫລາຍຂຶ້ນ ເພື່ອຊຸກດັນໃຫ້ການ ຄ້າສອງປະເທດສາມາດບັນລຸເປົ້າ ໝາຍມູນຄ່າ 5 ຕື້ໂດລາສະຫະລັດ ໃນ ຕໍ່ໜ້າໃຫ້ແທດເໝາະກັບການຕົກລົງ ເຫັນດີຂອງສອງກົມການເມືອງ ກໍຄື ຜົນກອງປະຊຸມ ຄັ້ງທີ 47 ຂອງ ຄະນະກຳມະການຮ່ວມມື ລາວຫວຽດນາມ ທີ່ຜ່ານມາ. ສຳລັບການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ການພົວ ພັນຮ່ວມມື ແລະ ການປະສານ ສົມທົບກັນຢ່າງສະໜິດແໜ້ນຂອງ ສອງກະຊວງຕະຫລອດໄລຍະຜ່ານ ມາໃນຖານະເປັນເສນາທິການໃຫ້ ແກ່ຂັ້ນເທິງໃນການຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືໃນຂອບສອງ ຝ່າຍ ແລະ ຫລາຍຝ່າຍ. ນອກຈາກ ກົນໄກການພົບປະປະຈໍາປີຂອງ ກອງປະຊຸມປຶກສາຫາລືດ້ານການ ເມືອງຂັ້ນລັດຖະມົນຕີ ແລະ ຂັ້ນ ຮອງລັດຖະມົນຕີ ແລ້ວ, ສອງຝ່າຍ ຈະສືບຕໍ່ການແລກປ່ຽນຂໍ້ມູນຂ່າວ ສານນໍາກັນຂອງບັນດາກົມຢ່າງ ເປັນປົກກະຕິ, ລວມທັງບັນດາສະ ຖານທູດ ແລະ ຫ້ອງການຜູ້ຕາງໜ້າ ຂອງສອງປະເທດຢູ່ປະເທດທີ 3 ກໍໃຫ້ສືບຕໍ່ມູນເຊື້ອຮັກແພງ ແລະ ສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນ ແລະ ກັນ. ປັດຈຸບັນ, ສອງ ກະຊວງການຕ່າງປະເທດ ກຳລັງ ສືບຕໍ່ຈັດຕັ້ງປະຕິບັດຕາມຂໍ້ຕົກລົງ ການຮ່ວມມືໄລຍະ 2021-2025 ແລະ ແຜນປະຕິບັດງານການ ທຸດເສດຖະກິດໄລຍະ 20202025(ຈະສິ້ນສຸດອາຍຸການໃນ ທ້າຍປີນີ້) ແລະ ຈະພິຈາລະນາສືບ ຕໍ່ລົງນາມກັນໃໝ່ໃນໂອກາດກອງ ປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັັດຖະມົນຕີ ຄັ້ງທີ 12 ໃນທ້າຍປີ 2025 ນີ້. ພ້ອມນັ້ນ, ສອງຝ່າຍຈະ ຊຸກຍູ້ການພົບປະລະຫວ່າງຄະນະ ວິຊາການນຳກັນ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນເປັນຕົ້ນ ທ່ານ ຈັນທະລາ ສຸກສາຄອນ ຍັງໄດ້ເນັ້ນອີກວ່າ: ການບໍລິຈາກ ເລືອດບໍ່ສະເພາະແຕ່ໃນຍາມທີ່ມີ ກິດຈະກຳເທົ່ານັ້ນ, ແຕ່ບັນດາທ່ານ ຍັງສາມາດປະກອບສ່ວນບໍລິຈາກ ເລືອດໄດ້ທຸກວັນບໍ່ເວັ້ນວັນພັກທາງ ລັດຖະການ, ພຽງແຕ່ທ່ານມີອາຍຸ 18 ປີຂຶ້ນໄປ, ມີນ້ຳໝັກ 45 ກິໂລຂຶ້ນ ໄປ, ມີສຸຂະພາບຮ່າງກາຍແຂງແຮງ ກໍສາມາດມາຮ່ວມບໍລິຈາກເລືອດ ໄດ້ທີ່ສະຖາບັນເລືອດແຫ່ງຊາດ ຫລື ສູນເລືອດແຂວງທີ່ໃກ້ບ້ານ ທ່ານໃນຂອບເຂດທົ່ວປະເທດເພາະ ການໃຫ້ເລືອດແມ່ນການໃຫ້ຊີວິດ, ຊ່ວຍເຫລືອເພື່ອນມະນຸດດ້ວຍກັນ ເຊິ່ງໜຶ່ງໃນນັ້ນ, ອາດເປັນຍາດພີ່ນ້ອງ ຫລື ຄົນທີ່ທ່ານຮັກ ແລະ ນອກຈາກ ເປັນການຮ່ວມສ້າງບຸນກຸສົນແລ້ວຍັງ ເປັນການປະຕິບັດໜ້າທີ່ພັນທະຂອງ ພົນລະເມືອງລາວ ແລະ ໜ້າທີ່ທາງ ດ້ານມະນຸດສະທຳຕື່ມອີກ. ຂໍ້ມູນ-ພາບ: ວຽງຈັນໃໝ່
xtgmf]k; 3 18/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເກດສະໜາ ຈັນ, ພຸດ ໂດຍ: ເຂົ້າຈານນໍ້າ dkooerkg0A ,c0' ;Pd3pmkmy dko g,n v'xkd-j v' wfh Ia [dkora fmtokfu 0B o ໂດຍ: ສ. ສີວັນໄຊ g,n v'xtm5 ,rvo xt8y [a fczora fmtok glf4tdy f{la '7q , ,u zq oleg]a fs]kpfh ko IvppY ,mu j clorkdr6 ,.9 * ໃນໄລຍະ 5 ປີຜ່ານມາ ການ ນໍາພາຈັດຕັ້ງປະຕິບັດແຜນພັດທະ ນາ ເສດຖະກິດ-ສັງຄົມ ຂອງເມືອງ ປະທຸມພອນ ແຂວງຈຳປາສັກ ມີ ຜົນສຳເລັດຫລາຍດ້ານ ເຮັດໃຫ້ ທົ່ວເມືອງ ມີສະຖຽນລະພາບທາງ ດ້ານການເມືອງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ, ເສດຖະກິດ-ສັງຄົມ ໄດ້ຮັບ ການພັດທະນາຢ່າງຕໍ່ເນື່ອງ ຕາມ ທິດທີ່ໄດ້ກຳນົດໄວ້ ໂດຍສະເພາະ ການນໍາພາຈັດຕັ້ງຜັນຂະຫຍາຍ ວາລະຂອງແຂວງ ຕາມເນື້ອໃນວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກ ທາງດ້ານເສດຖະ ກິດ-ການເງິນ ຕາມເນື້ອໃນ 5 ຈຸດ ສຸມ ທີ່ໄດ້ກໍານົດໄວ້ຢ່າງແຂງແຮງ ໂດຍສະເພາະໄດ້ນໍາພາຈັດຕັ້ງປະ ຕິບັດການປະຢັດ, ຕ້ານການຟຸມ ເຟືອຍໃນການໃຊ້ຈ່າຍງົບ ປະມານ ແລະ ສ້າງຄວາມເຂັ້ມແຂງ ໃນການ ຈັດເກັບລາຍຮັບ, ສາມາດເກັບ ລາຍຮັບເຂົ້າງົບປະມານບັນລຸໄດ້ 67,73 ຕື້ກີບ ທຽບໃສ່ແຜນລື່ນ ແຜນ 10% ອັນພົ້ນເດັ່ນ ແມ່ນສາ ມາດເກັບລາຍຮັບຈາກສິນຄ້າເຄື່ອງ ປ່າຂອງດົງ ປະເພດໝາກຈອງ ບານ ໄດ້ 1.385 ໂຕນ, ເພີ່ມຂຶ້ນ * ການນໍາພາຂອງພັກ ແມ່ນ ປັດໄຈພື້ນຖານທີ່ຮັບປະກັນໃຫ້ ປະເທດຊາດ ກ້າວຂຶ້ນສູ່ຄວາມວັດ ທະນະຖາວອນ. ພັກນໍາພາໂດຍ ຜ່ານແນວທາງການເມືອງ, ການ ໂຄສະນາສຶກສາອົບຮົມ, ການປຸກ ລະດົມຂົນຂວາຍ ແລະ ການຈັດຕັ້ງ ຊີ້ນໍາ, ຜ່ານຄວາມເປັນແບບຢ່າງ ນໍາໜ້າ ຂອງສະມາຊິກພັກ, ຜ່ານ ການກໍາແໜ້ນພະນັກງານ ແລະ ການກວດກາ. ເມື່ອມີແນວທາງຖືກ ຕ້ອງແລ້ວ ຄະນະພັກທຸກຂັ້ນຕ້ອງ ຄົ້ນຄວ້າ, ເຊື່ອມຊຶມຢ່າງເລິກເຊິ່ງ, ປຶກສາຫາລືເປັນໝູ່ຄະນະ ເພື່ອຫັນ ເປັນມະຕິ, ເປັນແຜນການ ແລະໂຄງ ການວຽກງານ ຂອງຄະນະພັກຕົນ. ຕະຫລອດໄລຍະໜຶ່ງສະໄໝ ຜ່ານມາ, ພັກ-ລັດ ເຮົາແຕ່ລະຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະ ເທດຊາດ ແລະ ປະຊາຊົນ, ນໍາເອົາ ເນື້ອໃນຈິດໃຈໃຫຍ່ໆ ຂອງມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມຢ່າງ ກວ້າງຂວາງ ແລະ ປຸກລະດົມທົ່ວ ປວງຊົນເຂົ້າຮ່ວມຈັດຕັ້ງປະຕິບັດ ຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ ຜົນສໍາເລັດຫລາຍດ້ານ ເຊິ່ງໜຶ່ງໃນ ນັ້ນ ກໍແມ່ນຂະແໜງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ຮັບການປັບປຸງ ພັດທະນາ ທັງໃນຕົວເມືອງ ແລະ ຮາກຖານທ້ອງຖິ່ນຕ່າງໆ ດັ່ງເມືອງ ປາກຊ່ອງ ແຂວງຈໍາປາສັກ ເຊິ່ງຕະ ຫລອດໄລຍະ 5 ປີມານີ້ ແມ່ນໄດ້ຮັບ ການພັດທະນາດີຂຶ້ນເປັນກ້າວໆ. ຂໍ້ມູນຈາກແຫລ່ງຂ່າວແຂວງ ຈໍາປາສັກ ໄດ້ເຜີຍແຜ່ຂໍ້ມູນຂ່າວ ສານກ່ຽວກັບການໃຫ້ສໍາພາດຂອງ ທ່ານ ເພັດສະໝອນ ຫານຊະນະ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງປາກຊ່ອງແຂວງ ຈຳປາສັກ ມີເນື້ອໃນວ່າ: ຕະຫລອດ ໄລຍະ 5 ປີຜ່ານມາ, ພາຍໃຕ້ການ ນໍາພາ-ຊີ້ນໍາ ຂອງພັກ-ລັດ ແຕ່ລະ ຂັ້ນ ແລະ ຄວາມບຸກບືນຜ່ານຜ່າ ຄວາມຫຍຸ້ງຍາກຂອງສະມາຊິກ ພັກ-ພະນັກງານ ເຮັດໃຫ້ວຽກງານ ໂຍທາທິການ ແລະ ຂົນສົ່ງເມືອງ ປາກຊ່ອງ ຍາດໄດ້ຜົນສໍາເລັດເປັນ ທີ່ເພິ່ງພໍໃຈ ສະແດງອອກຄື: ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດສຸມໃສ່ວຽກ ສ້ອມແປງແລະກໍ່ສ້າງເສັ້ນທາງ,ຂົວ ຕາມທາງຫລວງແຫ່ງຊາດ, ເສັ້ນ ທາງລະຫວ່າງບ້ານໃຫ້ມີຄວາມ ສະດວກສະບາຍ, ຊຸກຍູ້ວຽກງານ ຕັດຕາຜ້າທາງຜັງບ້ານ ແລະ ຂະ ຫຍາຍຕາຜ້າທາງເທສະບານເມືອງ, ປະສານສົມທົບ ກັບອົງການປົກ ຄອງບ້ານໃນການເກັບກໍາຂໍ້ມູນພາ ຫະນະພາຍໃນທົ່ວເມືອງ, ຄຸ້ມຄອງ ແລະ ຕິດຕາມກວດກາອອກອະນຸ ຍາດປຸກສ້າງ ແລະ ອອກອະນຸຍາດ ດໍາເນີນທຸລະກິດຂອງພາຫະນະ, ລົງໂຄສະນາເຜີຍແຜ່ປູກຈິດສໍານຶກ ໃນການຂັບຂີ່ປອດໄພຕາມທ້ອງ ຖະໜົນຢູ່ທີ່ໂຮງຮຽນ ມສ ໃນທົ່ວ ເມືອງປາກຊ່ອງ. ໂດຍສະເພາະ ເກັບກໍາສະຖິຕິເສັ້ນທາງທົ່ວເມືອງ ມີທັງໝົດ 75 ເສັ້ນ, ມີຄວາມຍາວ 606,55 ກິໂລແມັດ. ໃນນັ້ນ: ທາງຫລວງແຫ່ງຊາດມີ 2 ເສັ້ນ ຍາວ 103,9 ກິໂລແມັດ ກວມ ເອົາ 17,13%, ທາງຫລວງຂອງ ແຂວງ ມີ 1 ເສັ້ນຍາວ 23,81 ກມ ກວມເອົາ 3,92%, ທາງຫລວງ ເມືອງ 2 ເສັ້ນຍາວ 62,952 ກມ ກວມເອົາ 10,38%, ທາງຕົວ ເມືອງ 27 ເສັ້ນ ຍາວ 25,51 ກມ ກວມເອົາ 4,21%, ທາງຊົນນະບົດ 26 ເສັ້ນ, ຍາວ 246,44 ກມ ກວມ ເອົາ 40,63% ແລະ ທາງສະເພາະ 17 ເສັ້ນ ຍາວ 143,94 ກມ ກວມ ເອົາ 23,73%. ວຽກງານຂົວທາງ ແມ່ນໄດ້ເອົາ ໃຈໃສ່ບູລະນະຮັກສາທາງຫລວງ ແຫ່ງຊາດດ້ວຍແຮງງານຄົນ ທາງ ເລກທີ 20, ປະຈໍາປີ 2020 ມີ 1 ສັນຍາ ມູນຄ່າ 6.062 ລ້ານ ກີບ ປະຕິບັດໄດ້ 100 %, ສົກປີ 2021-2024 ມີ 1 ສັນຍາ ມູນ ຄ່າ 11.703 ລ້ານກີບ. ປະຕິບັດ ໄດ້ 9.892 ລ້ານກີບ ທຽບໃສ່ ແຜນ 82,81 %, ຍັງຄ້າງປະຕິບັດ 2.011 ລ້ານກີບ ທຽບໃສ່ແຜນ 11,19%. ວຽກບູລະນະສ້ອມແປງ ແລະ ກໍ່ສ້າງເສັ້ນທາງພາຍໃນທົ່ວ ເມືອງ ໂດຍການປຸກລະດົມການ ມີສ່ວນຮ່ວມ ໃນທົ່ວສັງຄົມ ເຊິ່ງ ໄລຍະຜ່ານມາແມ່ນໄດ້ກໍ່ສ້າງເສັ້ນ ທາງປູເບຕົງ ຈໍານວນ 6 ເສັ້ນ, ລວງຍາວ 3.220 ແມັດ, ມູນຄ່າ 5,8 ຕື້ກວ່າກີບ, ທຶນລັດ 4 ຕື້ກວ່າ ກີບ, ທຶນຜູ້ປະກອບການ 1,8 ຕື້ ກວ່າກີບ, ສາມາດ ປະຕິບັດສໍາເລັດ 100%. ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ຈໍານວນ 8 ເສັ້ນ ມີລວງຍາວ 32,59 ກມ, ຄວາມກວ້າງ 8-9 ແມັດ. ມູນຄ່າ 104,5 ຕື້ກີບ, ງົບປະ ມານລັດ 79,4 ຕື້ກີບ, ງົບປະມານ ການປະກອບສ່ວນຂອງບໍລິສັດ, ຜູ້ ປະກອບການພາຍໃນສັງຄົມ 25,1 ຕື້ກີບ, ສາມາດປະຕິບັດສໍາເລັດ 37,13%. ວຽກສ້ອມແປງແກ້ໄຂ ເສັ້ນທາງປູຢາງ ແລະ ທາງດິນ ແດງ ຈໍານວນ 14 ເສັ້ນ, ມູນຄ່າ 7 ຕື້ກວ່າກີບ. ທຶນລັດ 3,6 ຕື້ກວ່າ ກີບ, ທຶນປະຊາຊົນ ແລະ ຜູ້ປະກອບ ການ, ນັກທຸລະກິດ 3,4 ຕື້ກວ່າກີບ, ສາມາດປະຕິບັດສໍາເລັດ 100%. ສ້ອມແປງຂົວ 3 ແຫ່ງ ມູນຄ່າ 280 ລ້ານກີບ ສໍາເລັດ 100%. ສາມາດຍົກລະດັບພື້ນຖານໂຄງ ລ່າງຄົມມະນາຄົມຂົນສົ່ງພາຍໃນ ເມືອງເປັນຕົ້ນ ກໍ່ສ້າງເສັ້ນທາງ ປູຢາງຕາຜ້າເທສະບານເມືອງ ມີ ຄວາມຍາວ 10.190 ກມ, ທຽບໃສ່ ແຜນການທີ່ກໍານົດ 67,93%. ກໍ່ ສ້າງເສັ້ນທາງປູດິນ-ຫີນ ລະຫວ່າງ ບ້ານຕໍ່ບ້ານໃຫ້ສາມາດທຽວສະ ດວກສະບາຍໄດ້ 138,1 ກມ, ທຽບ ໃສ່ແຜນການທີ່ກໍານົດ 89,09%. ສ້າງເສັ້ນທາງເຂົ້າສູ່ພື້ນທີ່ການຜະ ລິດ 61 ກມ, ທຽບໃສ່ແຜນການ ທີ່ກໍານົດສໍາເລັດ 100%. ລວມ ມູນຄ່າສ້ອມແປງເສັ້ນທາງທັງໝົດ 5 ເສັ້ນ 1.631 ລ້ານກີບ, ທຶນ ລັດ 540 ລ້ານກີບ, ທຶນປະຊາຊົນ 1.091 ລ້ານກີບ, ໂຄງການກໍ່ສ້າງ ທາງຕັດຕາຜ້າຜັງບ້ານໃນ 5 ບ້ານ ຂອງໂຄງການ ກອຍກາ ພັດທະນາ ຊຸມຊົນ ສ. ເກົາຫລີ ປະກອບສ່ວນ 70% ແລະ ປະຊາຊົນ 30% ມີ ຄວາມຍາວທັງໝົດ 35,5 ກມ, ມູນ ຄ່າລວມທັງໝົດ 7 ຕື້ກວ່າກີບ. ນອກນັ້ນ, ຍັງສາມາດຍົກລະດັບ ພື້ນຖານໂຄງລ່າງຄົມມະນາຄົມພາຍ ໃນເມືອງເປັນຕົ້ນ: ການກໍ່ສ້າງເສັ້ນ ທາງປູຢ່າງຕາຜ້າເທສະບານເມືອງ ມີຄວາມຍາວ 10 ກວ່າກິໂລແມັດ, ກໍ່ສ້າງເສັ້ນທາງປູຫີນບ້ານຕໍ່ບ້ານມີ ຄວາມຍາວ 130 ກວ່າກິໂລແມັດ ແລະ ສ້າງເສັ້ນທາງເຂົ້າສູ່ເຂດການ ຜະລິດໄດ້ຫລາຍກວ່າ 60ກວ່າກິໂລ ແມັດ ແລະໂຄງການຟື້ນຟູທາງດິນ ແດງ, ປູຢາງສອງຊັ້ນ ບ້ານຈັນສະ ຫວ່າງຫາບ້ານທົ່ງກາຫລົງແລະສໍາ ເລັດໂຄງການກໍ່ສ້າງເສັ້ນທາງບ້ານ ຕໍ່ບ້ານພາຍໃນເມືອງ ເຮັດໃຫ້ການ ຄົມມະນາຄົມຂົນສົ່ງຜົນຜະລິດກະ ສິກຳຂອງປະຊາຊົນມີຄວາມສະ ດວກສະບາຍກວ່າໄລຍະຜ່ານມາ. * ບໍ່ວ່າຈະເຮັດອາຊີບຫຍັງຖ້າບໍ່ ມັກ ບໍ່ຮັກອາຊີບທີ່ພວມເຮັດ ຍ່ອມ ຫລົ້ມເຫລວແລະ ເມື່ອໃດຕັ້ງໃຈເຮັດ ອາຊີບທີ່ເປັນນ້ຳເຫື່ອ ນ້ຳແຮງຂອງ ຕົນແລ້ວ ຄວາມສຳເລັດກໍ່ມາຫາ ເມື່ອນັ້ນ. ເໝືອນດັ່ງການສ້າງ ເສດຖະກິດຄອບຄົວ ໂດຍການປູກ ພືດຜັກເປັນສິນຄ້າຂອງຄອບຄົວ ນາງ ປ້ອມ ຈັນທະລາ ປະຊາຊົນ ບ້ານນ້ຳໂມ້ ເມືອງອະນຸວົງ ແຂວງ ໄຊສົມບູນ ເຊິ່ງເດືອນໜຶ່ງໆ ສ້າງ ລາຍຮັບເຂົ້າຄອບຄົວບໍ່ໜ້ອຍກວ່າ 6-7 ລ້ານກີບ. ນັບວ່າເປັນໂອກາດທີ່ດີ ໂດຍ ທິມງານນັກຂ່າວທຸກສຳນັກສືສິ່ງ ພິມ, ວິທະຍຸ, ໂທລະພາບຈາກສູນ ກາງພວກເຮົາໄດ້ຮັບການຮ່ວມມື ເປັນຢ່າງດີຈາກບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ນຳທາງພາໄປຫາ ຄອບຄົວທ່ານນາງປ້ອມຈັນທະລາ ທີ່ປະສົບຜົນສຳເລັດໃນການປູກຜັກ ໃນເຮືອນຮົ່ມທີ່ທາງບໍລິສັດພູເບ້ຍ ມາຍນິງ ຈຳກັດ ໃຫ້ການສະໜັບສະ ໜູນ. ພາຍຫລັງເວົ້າຈາພາທີກັນ ແລ້ວ, ນາງ ປ້ອມ ໄດ້ພາພວກເຮົາ ໄປເບິ່ງສວນຜັກ ເຊິ່ງກໍ່ເຕັມໄປດ້ວຍ ຜັກຫລາຍຊະນິດທີ່ກຳລັງງອກ ງາມເຕັມສວນເຕັມໜາມແລະທີ່ໜ້າ ສົນໃຈກໍ່ຄືການໄດ້ຮູ້ເຖິງຈິດໃຈ ທີ່ ມຸ່ງຫວັງອັນແຮງກ້າຂອງຄອບຄົວ ນີ້ ແລະ ກໍ່ຮູ້ວ່າ ລາວເລີ່ມເຂົ້າຮ່ວມ ໂຄງການຂອງບໍລິສັດພູເບ້ຍ ແຕ່ປີ 2017 ເປັນຕົ້ນມາ. ຄວາມຈິງແລ້ວ ຜັກຈະມີລາຄາ ຫລື ບໍ່ມີລາຄາກໍ່ບໍ່ ແມ່ນບັນຫາທີ່ໜັກໃຈຂອງຄອບຄົວ ນີ້, ແຕ່ເມື່ອມັນມີໂອກາດດີທີ່ທາງ ບໍລິສັດໄດ້ສົ່ງເສີມດ້ານອຸປະກອນ ເປັນຕົ້ນແມ່ນເສົາເຮືອນຮົ່ມ, ຜ້າ ຢາງ, ເຕັກນິກວິຊາການ ກໍ່ບໍ່ລໍຊ້າ ໂດຍໄດ້ສ້າງເຮືອນຮົ່ມປູກຜັກໜຶ່ງ ຫລັງ ມີເນື້ອທີ່ປະມານເກືອບ 1 ໄລ່. “ການທີ່ຂ້ອຍຫັນມາເອົາດີໃນ ການປູກຜັກເປັນສິນຄ້ານີ້ ຫລັກໆ ແລ້ວ ຄືຕອບສະໜອງຕໍ່ແນວທາງ ນະໂຍບາຍຂອງພັກ-ລັດກໍ່ຄືຄວາມ ເອົາໃຈ ໃສ່ໃກ້ຊິດຕິດແທດຂອງ ພະນັກງານກະສິກຳເມືອງອະນຸວົງ ແລະ ໜ່ວຍງານກ່ຽວຂ້ອງຂອງບໍລິ ສັດພູເບ້ຍ ທີ່ຊຸກຍູ້ສົ່ງເສີມປະຊາຊົນ ປູກຝັງເປັນສິນຄ້າ ທັງເປັນການ ຕອບສະໜອງຜົນຜະລິດໃຫ້ແກ່ບໍລິ ສັດກໍ່ຄືຕະຫລາດພາຍໃນເມືອງ”. ນາງ ປ້ອມ ບອກ. ແນວໃດກໍ່ດີທັງ ຫລາຍນີ້ ຄືເຫດຜົນ ແລະ ໂອກາດ ທີ່ຄອບຄົວ ນາງ ປ້ອມ ກຳໄດ້ແໜ້ນ ບວກໃສ່ປະສົບການຂອງລາວ. ອີກ ຈຸດໜຶ່ງຄືສິ່ງໃດທີ່ສາມາດຜະລິດ ເອງໄດ້ ໂດຍສະເພາະແມ່ນອຸປະ ກອນຮັບໃຊ້ໃນການປູກຜັກຈຳ ນວນໜຶ່ງ ກໍ່ໄດ້ຜະລິດເອງ, ແຕ່ກໍ່ມີ ບາງອຸປະກອນທີ່ຈຳເປັນ ແລະ ຜະ ລິດເອງບໍ່ໄດ້ກໍ່ໄດ້ຊື້ເຂົ້າມາເສີມຕື່ມ. ເມື່ອທີມງານນັກຂ່າວພວກ ເຮົາ ຖາມເຖິງລາຍຮັບຈາກການ ຂາຍຜົນຜະລິດຜັກ, ນາງ ປ້ອມ ກໍ່ຍິ້ມນ້ອຍ ຍິ້ມໃຫຍ່ດ້ວຍຄວາມ ພາກພູມໃຈ ໂດຍສະເລ່ຍແລ້ວ ຂ້ອຍ ມີລາຍຮັບຕໍ່າສຸດປະມານ 7-8 ແສນກີບ/ອາທິດ, ສູງສຸດປະມານ 77,33%, ສ້າງລາຍຮັບເຂົ້າງົບ ປະມານໄດ້ 10,99 ຕື້ກີບ ສາມາດ ເປັນເມືອງກຸ້ມຕົນເອງ ທາງດ້ານ ລາຍຮັບງົບປະມານ. ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງໆປະທຸມພອນ ໄດ້ໃຫ້ສໍາ ພາດ ເມື່ອບໍ່ດົນມານີ້ວ່າ: ສຳລັບ ການພັດທະນາເສດຖະກິດ ຂອງ ເມືອງຍັງສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ແລະ ໝັ້ນທ່ຽງ ສະເລ່ຍ 7,26% ຕໍ່ປີ, ລວມຍອດຜະລິດຕະ ພັນພາຍໃນ 5 ປີ ບັນລຸໄດ້ 6.690 ຕື້ກີບ ທຽບໃສ່ແຜນການປະຕິບັດ ໄດ້ລື່ນແຜນ 15,73%, ລາຍຮັບ ສະເລ່ຍຂອງພົນລະເມືອງ ບັນລຸ ໄດ້ 18,74 ລ້ານກີບ ຫລື ເທົ່າກັບ 1.150 ໂດລາສະຫະລັດຕໍ່ຄົນຕໍ່ປີ ເຮັດໃຫ້ໂຄງປະກອບເສດຖະກິດ ມີການຂະຫຍາຍຕົວຕາມທ່າແຮງ ບົ່ມຊ້ອນຂອງເມືອງ. ພ້ອມນີ້, ໄດ້ ປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າໃນວຽກງານກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ, ປະ ເມີນມາດຕະຖານພົ້ນທຸກ ແລະ ມາດ ຕະຖານພັດທະນາຕາມດຳລັດ348 ປະຈໍາປີ 2024, ຄອບຄົວທຸກ ຍາກຍັງເຫລືອ 194 ຄອບຄົວ ກວມ 1,60%, ຄອບຄົວພົ້ນທຸກມີ 11.895ຄອບຄົວກວມ98,40%, ຄອບຄົວພັດທະນາເພີ່ມຂຶ້ນເປັນ 10.684 ຄອບຄົວ ກວມ 88,38% ແລະ ບ້ານທຸກຍາກຫລຸດລົງຍັງ ເຫລືອ 2 ບ້ານ ກວມ 2,94%, ບ້ານ ພົ້ນທຸກມີ 66 ບ້ານ ກວມ 97% ແລະ ບ້ານທີ່ບັນລຸມາດຕະຖານ ພັດທະນາ ເພີ່ມຂຶ້ນເປັນ 23 ບ້ານ ກວມ 33,82% ຂອງບ້ານທົ່ວ ເມືອງ ອັນພົ້ນເດັ່ນແມ່ນໄດ້ຮັບຮອງ ບ້ານຫົວດອນແດງ ເປັນບ້ານພັດ ທະນາປະຊາຊົນຢູ່ດີກິນດີ ແລະ ໄດ້ ຮັບຮອງເມືອງປະທຸມພອນ ເປັນ ຫົວໜ່ວຍເຂັ້ມແຂງຮອບດ້ານ. ຕໍ່ ກັບການຫ້າງຫາກະກຽມດຳເນີນ ກອງປະຊຸມໃຫຍ່ ຂອງອົງຄະນະ ພັກເມືອງ, ເຊິ່ງທາງເມືອງໄດ້ສ້າງ ຜົນງານ ແລະ ຂະບວນການຢ່າງ ຟົດຟື້ນ ເພື່ອຕ້ອນຮັບ ລວມເຖິງ ການປະດັບປະດາ, ຮັກສາຄວາມ ສະອາດຈົບງາມ, ຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ການສ້າງ ສາພັດທະນາຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ. ປັດຈຸບັນ, ສາ ມາດຢືນຢັນໄດ້ວ່າ ເມືອງປະທຸມ ພອນ ມີຄວາມພ້ອມ 100% ໃນ ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງ ທີ IX. ເກືອບ 2 ລ້ານກີບ, ສະເລ່ຍ 6-7 ລ້ານກີບ/ເດືອນ ເຊິ່ງລາຍຮັບດັ່ງ ກ່າວ ເຮັດໃຫ້ຄອບຄົວມີລາຍຮັບທີ່ ໝັ້ນຄົງຕໍ່ເນື່ອງ ເພາະສາມາດປູກ ໄດ້ຕະຫລອດປີ. ກ່ອນອຳລາຄາຈາກ, ນາງ ປ້ອມ ເລົ່າສູ່ຟັງຕື່ມວ່າ: ຈາກນີ້ໃນ ຕໍ່ໜ້າ ຈະຂະຫຍາຍເຮືອນຮົ່ມ ເພີ່ມ ຕື່ມອີກ. ສ່ວນໄລຍະຍາວນອກຈາກ ຈະປູກຜັກ ເພື່ອຕອບສະໜອງຜັກ ໃຫ້ແກ່ຕະຫລາດກໍ່ຄືບໍລິສັດພູເບ້ຍ ມາຍນິງ ໃຫ້ພຽງພໍແລ້ວ, ຕົນກໍຈະ ຖ່າຍຖອດບົດຮຽນກໍ່ຄືປະສົບການ ທີ່ມີໃຫ້ຜູ້ທີ່ສົນໃຈຢາກປູກຜັກເປັນ ສິນຄ້າ.
RkJQdWJsaXNoZXIy MTc3MTYxMQ==