6069

xtgmf]k; 4 3]d c]t gsfdko 17/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ xtma [.9.o[5 od5 f9u o 2025 ຕໍ່າ‹¤—Å —‹່ອນ ສຳລັບຢູ່ຕ່າງປະເທດ, ເວົ້າໄດ້ ວ່າເກືອບທຸກປະເທດ, ບໍ່ວ່າຈະຮັ່ງມີ, ທຸກຍາກ, ນ້ອຍຫລືໃຫຍ່ລ້ວນແຕ່ໄດ້ ມີການຈັດງານສະເຫລີມສະຫລອງ ບຸນປີໃໝ່ຈີນ2025ດ້ວຍບັນຍາກາດ ທີ່ເປັນມິດ, ເບີກບານມ່ວນຊື່ນ, ພ້ອມ ມີການປະດັບປະດາຖະໜົນຫົນທາງ, ຮ້ານຄ້າ, ເຮືອນຂອງຕົນເອງ ແລະ ສະຖານທີ່ສຳຄັນຕ່າງໆຕາມສີສັນ ບຸນປີໃໝ່ຈີນຢ່າງສວຍງາມ. ໃນ ຄວາມເປັນຈິງແຕ່ລະປີກໍມີການສະ ເຫລີມສະຫລອງບຸນປີໃໝ່ຈີນຕາມ ທຳນຽມປະເພນີທີ່ສືບທອດກັນມາ ແຕ່ບູຮານນະການ, ແຕ່ອັນພິເສດໃນ ປີ 2025 ມີການສະຫລອງຢ່າງຍິ່ງ ໃຫຍ່ຈັດຂຶ້ນຢູ່ທົ່ວໂລກຢ່າງຄຶກຄື້ນ ກວ່າປີຜ່ານມາ, ກໍເພາະວ່າບຸນກຸດຈີນ ນອກຈາກໄດ້ຖືກຈັດເຂົ້າເປັນວັນບຸນ ຂອງອົງການສະຫະປະຊາຊາດຄັ້ງ ທໍາອິດເມື່ອປີ2023ແລະກຳນົດເປັນ ວັນພັກທາງລັດຖະການຂອງຫລາຍ ປະເທດແລ້ວ, ໃນທ້າຍປີ 2024 ບຸນກຸດຈີນ ກໍຍັງໄດ້ຖືກຈັດເຂົ້າ ໃນລາຍຊື່ມໍລະດົກວັດທະນະທໍາທີ່ ບໍ່ເປັນວັດຖຸຂອງມວນມະນຸດຂອງ ອົງການອຸຍແນັສໂກຕື່ມອີກ. ຖືວ່າ ປະເທດຈີນ ເປັນປະເທດທຳອິດ ຂອງໂລກທີ່ອົງການອຸຍແນັສໂກໄດ້ ຈັດ 44 ລາຍການຂອງຈີນ ທີ່ເປັນ ລາຍການຫລາຍກວ່າໝູ່ໃນໂລກ ເຂົ້າໃນລາຍຊື່ມໍລະດົກວັດທະນະທໍາ ທີ່ບໍ່ເປັນວັດຖຸຂອງມະນຸດ. ນີ້ໝາຍ ຄວາມວ່າບຸນກຸດຈີນ ແລະ ວັດທະ ນະທໍາຈີນ ໄດ້ເປັນທີ່ຍອມຮັບຢ່າງ ກວ້າງຂວາງໃນຂອບເຂດທົ່ວໂລກ ແລະ ບຸນກຸດຈີນກໍໄດ້ກາຍເປັນບຸນ ປະເພນີຂອງທົ່ວໂລກເຊັ່ນດຽວກັນ. ຜູ້ຂຽນເອງເຖິງວ່າບໍ່ໄດ້ເຂົ້າຮ່ວມ ງານສະຫລອງກຸດຈີນ 2025 ທີ່ ສປ ຈີນ, ເແຕ່ກໍໄດ້ຊົມການຖ່າຍ ທອດສົດຜ່ານໂທລະພາບສູນກາງ ຈີນກໍຮູ້ສຶກປະທັບໃຈມ່ວນຊື່ນກັບ ງານປານໄດ້ເຂົ້າຮ່ວມໃນງານດັ່ງ ກ່າວ, ໂດຍສະເພາະແມ່ນການຖ່າຍ ທອດງານສະແດງທີ່ສໍາຜັດກັບມໍລະ ດົກວັດທະນະທໍາອັນງົດງາມຂອງ ຈີນ,ເຊິ່ງລວມມີການເຊີດສິງໂຕ,ເຊີດ ມັງກອນ, ການຈູດໝາກກະໂພກ, ກິນເຂົ້າສາມັກຄີ, ງານມະໂຫລະສົບ ແລະ ອື່ນໆ. ໜຶ່ງໃນກິດຈະກຳບຸນປະເພນີກຸດ ຈີນທີ່ປະທັບໃຈແມ່ນມື້ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຂອງບຸນກຸດຈີນແມ່ນ ການຮ່ວມຕົວກັນຂອງສະມາຊິກ ຄອບຄົວທັງຢູ່ໃກ້ ແລະ ໄກ ໃຫ້ໄດ້ ມາເຂົ້າຮ່ວມພາເຂົ້າສາມັກຄີໃນ ມື້ນັ້ນພ້ອມກັນ ແລະ ປະເພນີນີ້ໄດ້ ກາຍເປັນໜຶ່ງໃນປະເພນີທີ່ເປັນມູນ ເຊື້ອອັນດີງາມຂອງຄົນຈີນ, ສ່ວນ ງານລາຕີສະຫລອງບຸນກຸດຈີນ ທີ່ ຈັດໂດຍໂທລະພາບສູນກາງຈີນ ຫລື C.G ກໍເປັນເພື່ອນມິດຄູ່ໃຈ ໃນເວລາຮັບປະທານອາຫານຄໍ່າດັ່ງ ກ່າວ ແລະ ກາຍເປັນປະເພນີຍຸກໃໝ່ ໃນການສະຫລອງບຸນກຸດຈີນຂອງ ຄົນຮຸ່ນໃໝ່.ພ້ອມນັ້ນ, ປີ 2025 ຍັງ ເປັນປີມະເສັງ, ເຄື່ອງໝາຍຕົ້ນຕໍຂອງ ງານລາຕີສະຫລອງບຸນກຸດຈີນຂອງ C.G ຈຶ່ງປະກອບດ້ວຍຮູບງູສີຄໍາ 2 ໂຕທີ່ມີລີລາຟ້ອນທີ່ມີຄວາມໝາຍ ອັນເປັນສິລິມຸງຄຸນ ແລະ ສ່ອງແສງ ໃຫ້ເຫັນເຖິງພະລັງແຮງຂອງຍຸກ ສະໄໝທີ່ເຕັມໄປດ້ວຍຄວາມມີຊີວິດ ຊີວາເຕັມໄປດ້ວຍຄວາມສາມັກຄີ, ຄວາມເບີກບານມ່ວນຊື່ນ, ມອບ ຄໍາອວຍພອນໄຊອັນປະເສີດຈາກ ປະເທດຈີນ ສູ່ທຸກຄອບຄົວຈົ່ງມີຊີ ວິດທີ່ຜາສຸກ, ທຸກເພດໄວມີຄວາມ ເບີກບານມ່ວນຊື່ນ. ໂດຍຜ່ານບຸນ ກຸດຈີນ ໂລກໄດ້ເຫັນຈີນທີ່ເປີດກວ້າງ ແລະ ກວມລວມພ້ອມທັງເປັນສັກ ຂີພິຍານໃຫ້ແກ່ຄວາມມີຊີວິດຊີວາ ຂອງການພັດທະນາຂອງຄວາມ ທັນສະໄໝແບບຈີນ. ງານລາຕີບຸນ ກຸດຈີນຂອງ C.G 2025 ຍັງໄດ້ ສ່ອງແສງໃຫ້ເຫັນເຖິງຈຸດໝາຍປາຍ ທາງຂອງຄວາມຈະເລີນຮຸ່ງເຮືອງ ຂອງປະເທດຈີນໃນປັດຈຸບັນ ແລະ ອະນາຄົດທີ່ສົດໃສຕື່ມອີກ, ທັງສ່ອງ ແສງໃຫ້ເຫັນເຖິງຄວາມກະຕືລືລົ້ນ ຂອງຊາວຈີນ, ຄວາມຫວັງໃໝ່ໃນ ການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຂອງຊາວຈີນ ແລະ ຈິດໃຈຂອງ ຊາວຈີນ ທີ່ວ່າທົ່ວໂລກເປັນຄອບຄົວ ດຽວກັນໄດ້ຖືກເຜີຍແຜ່ໄປສູ່ທົ່ວທຸກ ມຸມໂລກໂດຍຜ່ານບຸນກຸດຈີນ. ບຸນກຸດຈີນ ບໍ່ພຽງແຕ່ເປັນຂອງ ຈີນເທົ່ານັ້ນ, ແຕ່ຍັງເປັນບຸນປະເພນີ ອັນດີງາມຂອງປະຊາຊາດທີ່ຮັກ ຫອມສັນຕິພາບຂອງທົ່ວໂລກຕື່ມອີກ. ໃນນາມສ່ວນຕົວ, ເນື່ອງໃນໂອກາດ ບຸນກຸດຈີນ 2025 ຂໍອວຍພອນໄຊ ອັນປະເສີດມາຍັງບັນດາເພື່ອນມິດ ສະຫາຍທີ່ຮັກຫອມສັນຕິພາບທົ່ວ ໂລກຈົ່ງມີສຸຂະພາບແຂງແຮງ, ມີພະ ລານາໄມສົມບູນ, ປະສົບຜົນສໍາເລັດ ໃນໜ້າທີ່ການງານແລະ ກ້າວໜ້າຂຶ້ນ ໄປເລື່ອຍໆ, ອວຍພອນປະຊາຊົນຈີນ ສືບຕໍ່ມີຜົນສຳເລັດໃໝ່ຍິ່ງໃຫຍ່ກວ່າ ເກົ່າ ແລະ ຈົ່ງໂຊກດີໃນວັນບຸນກຸດ ຈີນປີມະເສັງ 2025 ຕະຫລອດໄປ. ໂດຍ: ດວງຈິດ ສະຫວັດບຸນມີ ປະກາດການແຕ່ງຕັ້ງ... ເປີດກອງປະຊຸມໃຫຍ່... ຂະແໜງສື່ມວນຊົນ... ຂປລ. ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຄັ້ງທີ IX ໄດ້ຈັດຂຶ້ນໃນ ວັນທີ 14 ກຸມພາ 2025 ໂດຍ ມີສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ວັນສີ ກົວມົວ ກໍາມະການ ສຳຮອງສູນກາງພັກ, ຮອງເລຂາ ຄະນະພັກກະຊວງ, ຮອງລັດຖະ ມົນຕີກະຊວງ ຖວທ, ມີບັນດາເລ ຂາໜ່ວຍຊາວໜຸ່ມຮາກຖານ, ເລຂາ ຊາວໜຸ່ມຮາກຖານ ແລະ ຜູ້ແທນ ຊາວໜຸ່ມທົ່ວກະຊວງ ຖວທ ພ້ອມ ດ້ວຍຜູ້ຕາງໜ້າອົງການຈັດຕັ້ງແມ່ ຍິງ, ກຳມະບານກະຊວງ ຖວທ ເຂົ້າຮ່ວມ. ໃນກອງປະຊຸມໃຫຍ່ຄັ້ງນີ້, ໄດ້ ຮັບຮອງເອົາບົດລາຍງານການ ເມືອງ, ບົດສໍາຫລວດການນໍາພາ ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ (ຊປປລ) ກະຊວງ ຖວທ ທີ່ໄດ້ມີການຕີລາຄາ ການຈັດຕັ້ງປະຕິບັດວຽກງານການ ນຳພາ-ຊີ້ນຳ ຂອງຄະນະບໍລິຫານ ງານໃນໄລຍະຜ່ານມາ ເຊິ່ງຍາມ ໃດກໍຖືເອົາວຽກງານພັດທະນາ ຊາວໜຸ່ມຕາມຂໍ້ແຂ່ງຂັນ 4 ບຸກຂອງ ຄະນະ ຊປປລ ແລະ ຕິດພັນກັບການ ພັດທະນາວຽກງານ ຖວທ ໄດ້ຍົກ ໃຫ້ເຫັນບັນດາຜົນງານ, ຈຸດດີ, ຈຸດ ອ່ອນ ແລະ ຂໍ້ຄົງຄ້າງຂອງການ ເຄື່ອນໄຫວວຽກງານຊາວໜຸ່ມໃນ ໄລຍະຜ່ານມາ, ສາເຫດຂອງຈຸດດີ ແລະ ຈຸດອ່ອນ ພ້ອມທັງໄດ້ມີການ ຖອດຖອນບົດຮຽນການຈັດຕັ້ງປະ ຕິບັດວຽກງານດັ່ງກ່າວ ຢ່າງກົງ ໄປກົງມາ. ພ້ອມນີ້, ຍັງໄດ້ຮັບຮອງ ເອົາທິດທາງແຜນການ, ວິທີ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ ໜ້າແນໃສ່ປັບປຸງວຽກງານການ ເຄື່ອນໄຫວຊາວໜຸ່ມກະຊວງ ຖວທ ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ ການເມືອງໃນການຄົ້ນຄວ້ານະໂຍ ບາຍ, ວາງແຜນ, ອະນຸລັກ, ປົກປັກ ຮັກສາ, ເສີມຂະຫຍາຍ ໃຫ້ມີຄວາມ ໝັ້ນຄົງ ແລະ ພັດທະນາໃຫ້ມີຄວາມ ຫລາກຫລາຍ, ມີຄວາມຖືກຕ້ອງ ແລະ ທັນເວລາ. ໂອກາດດັ່ງກ່າວ, ສະຫາຍ ວັນສີ ກົວມົວ ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດອັນພົ້ນເດັ່ນຂອງຄະນະ ບໍລິຫານງານຊາວໜຸ່ມກະຊວງ ຖວທ ຊຸດປັດຈຸບັນທີ່ໄດ້ອຸທິດເຫື່ອ ແຮງ ແລະ ສະຕິປັນຍາເຂົ້າໃນ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ຫວານໃຈ ພະສີວໍ ລະວົງ ຮອງຫົວໜ້າກົມຈັດຕັ້ງພະນັກງານອົງການໄອຍະການ ປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ສະບັບເລກທີ 81/ອອປສ, ລົງວັນທີ 06 ກຸມພາ 2025 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ຈັນທະບູນ ເພັງຄໍາ ໃສ ຫົວໜ້າກົມຕິດຕາມກວດກວດ ການດໍາເນີນຄະດີແພ່ງ ໄປເປັນ ຮອງຫົວໜ້າອົງການໄອຍະການ ປະຊາຊົນພາກກາງ; ຂໍ້ຕົກລົງສະ ບັບເລກທີ 79/ອອປສ, ລົງວັນທີ 6 ກຸມພາ 2025 ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ຄໍາໄພ ກຸມຄົນພັກດີ ຮອງຫົວໜ້າອົງການໄອຍະການ ປະຊາຊົນພາກໃຕ້ ເປັນຮອງຫົວ ໜ້າອົງການໄອຍະການປະຊາຊົນ ພາກກາງ; ຂໍ້ຕົກລົງສະບັບເລກທີ 100/ອອປສ, ລົງວັນທີ 06 ກຸມພາ 2025 ແຕ່ງຕັ້ງທ່ານ ຄຳມ່ວນ ສີວິໄລ ຮອງຫົວໜ້າກົມຕິດຕາມ ກວດກາການດໍາເນີນຄະດີແພ່ງ ອົງການໄອຍະການປະຊາຊົນສູງ ສຸດ ເປັນຮັກສາການຫົວໜ້າກົມ ຕິດຕາມກວດກາການດໍາເນີນຄະດີ ແພ່ງ ອົງການໄອຍະການປະຊາຊົນ ສູງສຸດ ແລະ ຂໍ້ຕົກລົງແຕ່ງຕັ້ງ, ສັບຊ້ອນຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຈໍານວນໜຶ່ງ. ໃນໂອກາດດຽວກັນ, ທ່ານ ບຸນທັນ ບຸນທະວິໄລ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ໃຫ້ ເອົາໃຈໃສ່ເພີ່ມທະວີວຽກງານ ທ່ານເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້, ບັນດານັກ ສຳມະນາກອນໄດ້ຮຽນຮູ້ກ່ຽວກັບ ຫລັກມູນພື້ນຖານຂອງລັດທິມາກເລນິນ, ສະພາບສາກົນ ແລະ ທ່າ ອ່ຽງເສດຖະກິດສາກົນ, ບັນຫາ ພື້ນຖານຂອງແນວທາງກ້າວຂຶ້ນ ສັງຄົມນິຍົມ ແລະ ການພັດທະນາ ເສດຖະກິດຕາມທິດສັງຄົມນິຍົມ ຂອງປະເທດລາວ; ຄຸນສົມບັດສິນ ທຳປະຕິວັດ ແລະ ຈັນຍາບັນຂອງ ພະນັກງານນຳພາ-ຄຸ້ມຄອງໃນໄລ ຍະໃໝ່; ການກໍ່ສ້າງພັກປອດໃສ ເຂັ້ມແຂງໜັກແໜ້ນ; ການຄຸ້ມຄອງ ລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ; ການຄຸ້ມຄອງຊັບພະຍາກອນມະນຸດ ໃນກົງຈັກລັດ; ຍົກສູງຂີດຄວາມ ສາມາດໃນການຫັນມາກຸ້ມຕົນເອງ ທາງດ້ານງົບປະມານວິຊາການ. ຜ່ານການຝຶກອົບຮົມບັນດານັັກ ສໍາມະນາກອນຈະໄດ້ຮັບຄວາມຮູ້ ໃໝ່ ທາງດ້ານທິດສະດີການເມືອງ ແລະ ການປົກຄອງຕາມຫລັກສູດ ສະເພາະດ້ານທີ່ມີມາດຕະຖານດີ; ໄດ້ເຂົ້າໃຈແຈ້ງເຊື່ອມຊຶມທັດສະນະ ຂອງພັກ ຕໍ່ວຽກງານສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ. ໃນໂອກາດນີ້, ທ່ານ ອຳຄາ ວົງ ໝື່ນກ້າ ຫົວໜ້າສະຖາບັນສື່ມວນ ຊົນກະຊວງຖະແຫລງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ກ່າວ ວ່າ: ເພື່ອຍົກລະດັບຄວາມຮູ້, ຄວາມ ສາມາດດ້ານທິດສະດີການເມືອງສຶກສາອົບຮົມການເມືອງນໍາພາ ແນວຄິດ, ການປັບປຸງແບບແຜນວິທີ ເຮັດວຽກໃຫ້ສອດຄ່ອງກັບສະພາບ ຕົວຈິງຕາມຫລັກການລວມສູນປະ ຊາທິປະໄຕ, ນໍາພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ເພີ່ມທະວີ ຄວາມສາມັກຄີພາຍໃນໃຫ້ເປັນປຶກ ແຜນຝຶກຝົນຫລໍ່ຫລອມຕົນເອງໃຫ້ ມີຄວາມຮູ້ຄວາມສາມາດສູງຂຶ້ນ ແລະ ປະຕິບັດໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍໃຫ້ສໍາເລັດຕາມ ຄາດໝາຍທີ່ວາງໄວ້. ພາບ: ຂັນໄຊ ເຜີຍແຜ່ຜົນການສຳຫລວດ... ສານປະຊາຊົນສູງສຸດ... ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ 1 ຄັນ ໃຫ້ສານທະຫານ ຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະ ທານສານທະຫານຂັ້ນສູງ ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການທັງສອງພາກ ສ່ວນເຂົ້າຮ່ວມ. ໂອກາດນີ້, ທ່ານ ພັນເອກ ສິງ ທອງ ຄຳປະເສີດ ໄດ້ກ່າວສະແດງ ຄວາມຂອບໃຈມາຍັງປະທານ ແລະ ຮອງປະທານສານປະຊາຊົນສູງ ກໍຄື ຄະນະນໍາສານປະຊາຊົນສູງສຸດ ທີ່ ຍາມໃດກໍໄດ້ເອົາໃຈໃສ່ໃກ້ຊິດຕິດ ແທດ ແລະ ໃຫ້ຄວາມສໍາຄັນຕໍ່ກັບ ກອງທັບ ກໍຄື ສານທະຫານຂັ້ນສູງ ຕະຫລອດມາ ໂດຍສະເພາະການ ບຳລຸງກໍ່ສ້າງພະນັກງານດ້ານວິຊາ ສະເພາະ, ທິດສະດີ ແລະ ອຸປະກອນ ຮັບໃຊ້ດ້ານວຽກງານຕ່າງໆຕະ ຫລອດມາ ພ້ອມທັງໃຫ້ຄຳໝັ້ນສັນ ຍາວ່າຈະນໍາໃຊ້ລົດຄັນດັ່ງກ່າວ ຜົນການສຳຫລວດດັດສະນີໝາຍ ສັງຄົມລາວ ຄັ້ງທີ III (LSIS III) ໃນວັນທີ 14 ກຸມພາ 2025 ທີ່ນະ ຄອນຫລວງວຽງຈັນ. ການສຳຫລວດດັດສະນີໝາຍ ສັງຄົມລາວ ຄັ້ງທີ III ໄດ້ຢືນຢັນ ໃຫ້ເຫັນເຖິງຜົນປະໂຫຍດທີ່ສຳຄັນ ຂອງການຢູ່ລອດຂອງເດັກນ້ອຍ, ສຸຂະພາບຈະເລີນພັນ, ສຸຂະພາບ ຂອງແມ່ ແລະ ການເຂົ້າເຖິງນໍ້າດື່ມ ທີ່ສະອາດ ພ້ອມທັງສະແດງເຖິງ ຄວາມຕັ້ງໃຈຂອງລັດຖະບານໃນ ການລົງທຶນໃນການຜະລິດຂໍ້ມູນທີ່ ມີຄຸນນະພາບ. ທ່ານ ນາງ ພອນສະຫລີ ສຸກສະ ຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ກ່າວວ່າ: ການສຳຫລວດຄັ້ງນີ້, ໄດ້ເຮັດໃຫ້ເຫັນເຖິງຄວາມພະຍາ ຍາມຂອງລັດຖະບານໃນການເລັ່ງ ລັດໃຫ້ມີຄວາມຄືບໜ້າໃນການປັບ ປຸງຄຸນນະພາບຂອງການດຳລົງຊີວິດ ຂອງບັນດາຄົວເຮືອນແລະ ເດັກນ້ອຍ ທີ່ມີຄວາມສ່ຽງ. ເຖິງຢ່າງໃດກໍຕາມ, ອັດຕາການເພີ່ມຂຶ້ນຂອງພາວະຂາດ ສານອາຫານ ແລະ ພາວະຈ່ອຍຜອມ ໃນເດັກນ້ອຍ, ຄວາມບໍ່ສະເໝີພາບ ທາງດ້ານການສຶກສາ ແລະ ອັດຕາ ການແຕ່ງງານຂອງເດັກທີ່ສູງຍັງຄົງ ເປັນອຸປະສັກອັນໃຫຍ່ຫລວງ. ທ່ານ ບິລາລ ອູແຣັບ ເຊັບ ດູ ຣານິ ຜູ້ຕາງໜ້າຈາກອົງການອຸຍນິ ເຊັບ ປະຈຳ ສປປ ລາວ ໄດ້ເນັ້ນ ວ່າຜົນຕອບຮັບດັ່ງກ່າວ ໄດ້ເຕືອນ ໃຫ້ພວກເຮົາຮັບຮູ້ໄດ້ວ່າເດັກນ້ອຍ ທຸກຄົນ, ບໍ່ວ່າຈະຢູ່ບ່ອນໃດກໍຕາມ ສົມຄວນໄດ້ຮັບການດູແລສຸຂະພາບ ທີ່ມີຄຸນນະພາບ, ໂພຊະນາການ ທີ່ພຽງພໍ, ການປົກປ້ອງ ແລະ ໂອ ກາດທີ່ຈະຮຽນຮູ້ ແລະ ຈະເລີນເຕີບ ໃຫຍ່. ການສຳຫລວດດັດສະນີໝາຍ ສັງຄົມລາວ ຄັ້ງທີ III ຈະນໍາພາຄວາມ ພະຍາຍາມຮ່ວມກັນຂອງອຸຍນີເຊັບ ກັບລັດຖະບານ ແລະ ຄູ່ຮ່ວມງານ ເພື່ອຮັບປະກັນບໍ່ໃຫ້ເດັກຖືກປະຖິ້ມ ໄວ້ຂ້າງຫລັງ. ໃນຂະນະທີ່ ສປປ ລາວ ກຳລັງກະກຽມແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (NS&DP) ໃນປີ 2025 ໃຫ້ສຳເລັດ, ຫລັກຖານຈາກການ ສໍາຫລວດດັດສະນີໝາຍສັງຄົມລາວ ຄັ້ງທີ III ຈະມີຄວາມສໍາຄັນຕໍ່ການ ສ້າງນະໂຍບາຍສົ່ງເສີມສິດທິເດັກ, ການເພີ່ມທະວີການເຂົ້າເຖິງການ ສຶກສາທີ່ມີຄຸນນະພາບ ແລະ ການ ດູແລສຸຂະພາບ, ການຫລຸດຜ່ອນ ຄວາມບໍ່ເທົ່າທຽມກັນໃນທົ່ວພາກພື້ນ, ກຸ່ມຊົນເຜົ່າທີ່ມີຫລາກຫລາຍພາສາ ແລະ ລະດັບລາຍໄດ້, ຜົນຂອງການ ສຳຫລວດໄດ້ສະໜອງຂໍ້ມູນສຳລັບ ການສ້າງແຜນຈັດຕັ້ງປະຕິບັດເພື່ອ ເຮັດໃຫ້ເດັກເປັນຈຸດສູນກາງຂອງ ການພັດທະນາຂອງປະເທດຊາດ. ການສໍາຫລວດດັ່ງກ່າວນີ້ ໄດ້ ຮັບການສະໜັບສະໜູນທາງດ້ານ ເຕັກນິກ ແລະ ງົບປະມານຈາກອົງ ການສະຫະປະຊາຊາດສຳລັບເດັກ, ສະຫະພາບເອີຣົບ, ລັດຖະບານອົດ ສະຕຣາລີ, ສະຫະລັດອາເມລິກາ, ລັດຖະບານລຸກຊຳບວກ, ອົງການ ສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ ແລະ ບັນດາຄູ່ຮ່ວມພັດ ທະນາ. ການປົກຄອງ, ແນວທາງນະໂຍບາຍ ຂອງພັກ, ການຄຸ້ມຄອງຂອງລັດຄຸ້ມຄອງສັງຄົມ ເຮັດໃຫ້ເປົ້າໝາຍ ຜູ້ເຂົ້າຮຽນມີແນວຄິດທັດສະນະ ຫລັກໝັ້ນຊົນຊັ້ນກໍາມະກອນ, ມີ ແນວຄິດເຊື່ອໝັ້ນຕໍ່ການນຳພາຂອງ ພັກ, ຕໍ່ອຸດົມການ ກໍຄື ພາລະກິດ ປ່ຽນແປງໃໝ່ຢ່າງມີຫລັກການຂອງ ພັກ, ມີຄຸນສົມບັດສິນທຳປະຕິວັດ, ມີ ຄວາມຈົ່ງຮັກພັກດີຕໍ່ປະເທດຊາດຕໍ່ ປະຊາຊົນພ້ອມທັງມີຄວາມຫ້າວຫັນ ເປັນແບບຢ່າງທີ່ດີ ນອກຈາກນີ້, ຍັງ ເປັນການສ້າງບຸກຄະລາກອນໃນ ຂະແໜງສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ມີຄຸນທາດການ ເມືອງຢ່າງໜັກແໜ້ນ ແລະ ສາມາດ ໂຄສະນາເຜີຍແຜ່ແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃຫ້ກວ້າງຂວາງຖືກຕ້ອງ ຊັດເຈນດີທັງເປັນການໄດ້ເພີ່ມທັກ ສະຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວ ກັບທັດສະນະຂອງພັກຕໍ່ວຽກງານສື່ ມວນຊົນ. ຂ່າວ-ພາບ: ກິດຕາ ເຂົ້າໃນວຽກງານລວມຂອງກົມ ກອງໃຫ້ເກີດປະໂຫຍດສູງສຸດ ແລະ ຄຸ້ມຄອງປົກປັກຮັກສາໃຫ້ສາມາດ ນຳໃຊ້ໄດ້ຍາວນານ. ຂ່າວ: ບິກໄຊ ສົມພູ ການພັດທະນາວຽກງານຊາວໜຸ່ມ ຕະຫລອດໄລຍະທີ່ຜ່ານມາ ເຊິ່ງໄດ້ ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາຂອງຂະແໜງການ ຖວທ ພ້ອມທັງສະແດງຄວາມຊົມເຊີຍຕໍ່ ຄະນະຊາວໜຸ່ມກະຊວງ, ອົງການ ຕ່າງໆ ແລະ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທີ່ໄດ້ໃຫ້ ການຮ່ວມມື, ນໍາພາ-ຊີ້ນໍາຕໍ່ຜົນງານ ແລະ ຜົນສຳເລັດການເຄື່ອນໄຫວ ວຽກງານຂອງຊາວໜຸ່ມກະຊວງ ຖວທ. ພ້ອມນີ້, ສະຫາຍຍັງໄດ້ ເນັ້ນໜັກບາງບັນຫາສໍາຄັນເປັນ ຕົ້ນການຄັດເລືອກຄະນະບໍລິຫານ ງານຊາວໜຸ່ມຊຸດໃໝ່ ຕ້ອງເອົາໃຈ ໃສ່ເລືອກເຟັ້ນເອົາຜູ້ທີ່ມີຄວາມ ຮູ້, ຄວາມສາມາດ, ມີຄຸນສົມບັດ ການເມືອງໜັກແໜ້ນ, ມີຄວາມ ຈົງຮັກພັກດີຕໍ່ແນວທາງ, ມີວິໄສທັດ ກວ້າງໄກ ແລະ ມີຄວາມກ້າຫານ ໃນການຕັດສິນໃຈທີ່ຖືກຕ້ອງຕາມ ແນວທາງຂອງພັກ, ກົດໝາຍຂອງ ລັດ ແລະ ລະບຽບການຕ່າງໆຂອງ ຊາວໜຸ່ມລວມທັງການນຳພາ-ຊີ້ນຳ ຂອງຄະນະພັກ, ຄະນະຊາວໜຸ່ມຂັ້ນ ເທິງ ແລະ ມະຕິຂອງຄະນະຊາວໜຸ່ມ ເວົ້າລວມຕ້ອງເປັນຜູ້ທີ່ມີວຸດທິພາວະ ການເປັນຜູ້ນຳທີ່ສູງ, ມີແບບແຜນ ນຳພາ, ແບບແຜນວິທີເຮັດວຽກ ທີ່ຖືກຕ້ອງຕາມຫລັກການ. ພ້ອມ ນີ້, ຊາວໜຸ່ມຕ້ອງເປັນຜູ້ນໍາໜ້າໃນ ການນໍາໃຊ້ເຕັກໂນໂລຊີດີຈິຕອນ, ສ້າງສັນນະວັດຕະກຳໃໝ່ໆ ເພື່ອ ພັດທະນາຂະແໜງການ ຖວທ ໃຫ້ ທັນກັບການປ່ຽນແປງຂອງໂລກ, ພັດທະນາເນື້ອໃນສື່ທີ່ສ້າງສັນ ແລະ ມີຄຸນນະພາບ. ອັນສໍາຄັນແມ່ນ ການນໍາໃຊ້ເຕັກໂນໂລຊີເຂົ້າໃນ ການເຜີຍແຜ່ ແລະ ສົ່ງເສີມວັດ ທະນະທໍາລາວໃຫ້ເປັນທີ່ຮູ້ຈັກໃນ ເວທີສາກົນ ໂດຍຮັກສາເອກະລັກ ແລະ ຄວາມດັ່ງເດີມຂອງວັດທະ ນະທໍາລາວໄວ້ພ້ອມທັງໃຫ້ເອົາໃຈ ໃສ່ພັດທະນາຕົນເອງ, ກໍ່ສ້າງຍົກ ລະດັບຄວາມຮູ້-ຄວາມສາມາດ, ຮຽນຮູ້ປະສົບການຈາກພາຍໃນ-ສາ ກົນ ແລະ ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການພັດທະນາຂະແໜງ ການ ຖວທ ໃຫ້ທັນສະໄໝ, ສີວິໄລ ແລະ ຍືນຍົງ; ສືບຕໍ່ເປັນແຂນຂວາ ອັນແຂງແກ່ນຂອງພັກ, ເປັນກໍາ ລັງແຮງພື້ນຖານໃນການຈັດຕັ້ງ ປະຕິບັດແນວທາງນະໂຍບາຍຂອງ ພັກ-ລັດ ກ່ຽວກັບວຽກງານຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ປະສົບຜົນສໍາເລັດ, ເພີ່ມທະວີການເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ ເຂົ້າໃນການ ເຄື່ອນໄຫວວຽກງານຊາວໜຸ່ມຢ່າງ ເລິກເຊິ່ງ, ກວ້າງຂວາງ ແລະ ໃຫ້ ເອົາໃຈໃສ່ສ້າງຄວາມສາມັກຄີເປັນ ປຶກແຜ່ນພາຍໃນອົງການຈັດຕັ້ງ ຊາວໜຸ່ມ, ຊຸກຍູ້-ສົ່ງເສີມການແລກ ປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ, ສ້າງ ບັນຍາກາດ ການເຮັດວຽກທີ່ດີ ແລະ ມີປະສິດທິພາບ. ພ້ອມດຽວກັນນີ້, ສະຫາຍຮອງລັດຖະມົນຕີ ຍັງໄດ້ ສະແດງຄວາມເຊື່ອໝັ້ນວ່າ ຄະນະ ບໍລິຫານງານຊຸດໃໝ່ຈະສາມາດສືບ ຕໍ່ພາລະກິດອັນສໍາຄັນດ້ວຍຄວາມ ຮັບຜິດຊອບສູງ, ມີຄວາມສາມັກຄີ ເປັນປຶກແຜ່ນ ແລະ ມີຄວາມມຸ່ງ ໝັ້ນ ເພື່ອປະກອບສ່ວນເຂົ້າໃນການ ພັດທະນາຂະແໜງການ ຖວທ ໃຫ້ມີ ຄວາມກ້າວໜ້າ ແລະ ຍືນຍົງ. ໂອກາດດຽວກັນ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍໄດ້ສະແດງ ຄວາມຊົມເຊີຍແລະ ຕີລາຄາສູງຕໍ່ຜົນ ງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີ ຜ່ານມາຂອງຄະນະ ບໍລິຫານງານຊາວ ໜຸ່ມກະຊວງ ຖວທຊຸດເກົ່າ ກໍຄືສະມາຊິກຊາວໜຸ່ມ ທົ່ວຂົງເຂດ ຖວທ ເຊິ່ງມີຫລາຍໜ້າ ວຽກໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ປະສົບ ຜົນສຳເລັດເປັນກ້າວໆມາໂດຍສະ ເພາະໄດ້ເອົານິຕິກຳ, ລະບຽບ, ກົດ ໝາຍຕ່າງໆຂອງພັກ, ລັດ ກໍຄືຄະນະ ບໍລິຫານງານຊາວໜຸ່ມວາງອອກ ໄປເຜີຍແຜ່ໃຫ້ບັນດາຊາວໜຸ່ມໄດ້ ຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງເຮັດ ໃຫ້ຖັນແຖວຊາວໜຸ່ມມີຄວາມເຕີບ ໃຫຍ່ເຂັ້ມແຂງ, ມີຄວາມໜັກແໜ້ນ ທາງດ້ານຄຸນທາດການເມືອງ, ຄຸນ ສົມບັດສິນທຳປະຕິວັດ. ພ້ອມນີ້, ວຽກງານກົງຈັກການຈັດຕັ້ງກໍໄດ້ຮັບ ການປັບປຸງມີຜົນສຳເລັດໃນຫລາຍ ດ້ານ, ວຽກງານຂະບວນການກໍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີ ຜົນສຳເລັດ ໂດຍສະເພາະວຽກງານ ຂະບວນການ 4 ບຸກ ເຊິ່ງໄດ້ຮັບທຸງ ໄຊນໍາໜ້າ ແລະ ໄດ້ຮັບນາມມະຍົດ ບັນລຸຂະບວນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວເປັນເວລາ 3 ປີຊ້ອນ ຕິດຕໍ່ກັນ ແລະ ດ້ານວຽກງານວິຊາ ສະເພາະກໍໄດ້ຮັບການພັດທະນາຂຶ້ນ ໄປເລື້ອຍໆ. ຄຽງຄູ່ກັບຜົນສຳເລັດ ດັ່ງກ່າວ, ສະຫາຍ ມອນໄຊ ລາວ ມົວຊົ່ງ ຍັງໄດ້ເນັ້ນໃຫ້ຄະນະບໍລິຫານ ງານຊາວໜຸ່ມກະຊວງ ຖວທ ຊຸດ ໃໝ່ສືບຕໍ່ຖືສໍາຄັນວຽກງານການ ສຶກສາອົບຮົມການເມືອງແນວຄິດ ໃຫ້ຊາວໜຸ່ມເປັນກົກໃນຖັນແຖວ ຊາວໜຸ່ມລັດຖະກອນທີ່ສັງກັດຢູ່ກະ ຊວງໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງ ພ້ອມທັງເນັ້ນໃຫ້ຊາວໜຸ່ມທົ່ວ ກະຊວງ ຖວທ ເຊື້ອໝັ້ນຕໍ່ການນຳພາ ຂອງພັກ, ລັດ ກໍຄື ການນຳພາ ຂອງຄະນະບໍລິຫານງານຊາວໜຸ່ມ ຊຸດໃໝ່ແນໃສ່ເຮັດໃຫ້ວຽກງານ ຊາວໜຸ່ມມີຜົນສຳເລັດເປັນກ້າວໆ ແລະ ກຳແໜ້ນແນວທາງນະໂຍບາຍ ຂອງພັກ, ລັດ ວາງອອກ, ກຳແໜ້ນ ວຽກງານວິຊາສະເພາະຫັນເປັນມື ອາຊີບ; ຕ້ອງມີນຳໃຈເສຍສະຫລະ ເພື່ອໝູ່, ເພື່ອສ່ວນລວມ, ເພື່ອອົງການ ຈັດຕັ້ງ, ອັນສຳຄັນຕ້ອງມີຄວາມ ສາມັກຄີ, ປອງດອງ, ເອື້ອເຟື້ອເຜື່ອ ແຜ່, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມບໍລິສຸດໃຈ, ສຸມທຸກສະຕິ ປັນຍາເຂົ້າໃນການຈັດຕັ້ງປະຕິບັດ ວຽກງານທີ່ໄດ້ຮັບມອບໝາຍໃຫ້ ປະສົບຜົນສຳເລັດ; ພະຍາຍາມຝຶກ ຝົນຫລໍ່ຫລອມຕົນເອງໃຫ້ມີຄວາມ ເຂັ້ມງວດຕໍ່ລະບຽບກົດໝາຍ, ມີ ແບບແຜນວິທີນຳພາ-ຊີ້ນຳທີ່ໜັກ ແໜ້ນ, ຖືກຕ້ອງ, ຊັດເຈນ, ນຳພາ ແບບເປັນໝູ່ຄະນະ, ແບ່ງຄວາມ ຮັບຜິດຊອບໃຫ້ເໝາະສົມ-ຖືກຕາມ ຄວາມສາມາດຂອງແຕ່ລະບຸກຄົນ; ເຂັ້ມງວດຕິດຕາມກວດກາ ເພື່ອ ຊອກໃຫ້ໄດ້ຜູ້ທີ່ມີຜົນງານດີເດັ່ນ ແທ້ໆໃຫ້ໄດ້ຮັບການຍ້ອງຍໍ ພ້ອມ ທັງສະເໜີໃຫ້ຄະນະບໍລິຫານງານ ຊາວໜຸ່ມກະຊວງ ຖວທ ຊຸດໃໝ່ຮີບ ຮ້ອນກະກຽມເປີດກອງປະຊຸມຄົບ ຄະນະບໍລິຫານງານຊາວໜຸ່ມ ເພື່ອ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະ ສະຫາຍຄະນະປະຈຳ ແລະ ຄະນະ ບໍລິຫານງານຊາວໜຸ່ມ ໃຫ້ເປັນອັນ ລະອຽດແນໃສ່ເຮັດໃຫ້ວຽກງານ ຊາວໜຸ່ມໃນແຕ່ລະຂົງເຂດໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນຮູບ ປະທຳ ແລະ ປະສົບຜົນສຳເລັດຕາມ ເປົ້າໝາຍທີ່ວາງໄວ້. ກອງປະຊຸມໃນຄັ້ງນີ້, ໄດ້ປ່ອນ ບັດເລືອກຕັ້ງເອົາຄະນະບໍລິຫານ ງານຊາວໜ່ມກະຊວງ ຖວທ ຊຸດ ໃໝ່ ໂດຍມີຜູ້ລົງສະໝັກເລືອກຕັ້ງ ທັງໝົດ 21 ສະຫາຍ, ເລືອກເອົາ 17 ສະຫາຍ, ກອງປະຊຸມຄັ້ງປະ ຖົມມະລຶກໄດ້ເຫັນດີເປັນເອກະພາບ ເລືອກເອົາຄະນະປະຈຳ-ຄະນະ ບໍລິຫານງານຊາວໜຸ່ມກະຊວງ 7 ສະຫາຍ, ຄະນະເລຂາ 4 ສະຫາຍ, ຄະນະກວດກາ 3 ສະຫາຍ, ຜູ້ແທນ ສົມບູນໄປຮ່ວມກອງປະຊຸມ 4 ສະ ຫາຍ, ສຳຮອງ 2 ສະຫາຍ ໃນນັ້ນ, ໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ລິດທິສັກ ວໍລະລາດ ເປັນ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ, ສະຫາຍ ນາງ ສີວັນໄຊ ສີພັນຄຳ ເປັນຮອງເລຂາ, ທັງເປັນ ປະທານກວດກາ, ເລືອກເອົາສະ ຫາຍ ນາງ ອາລຸນນີ ປັນຍາສິດ ແລະ ສະຫາຍ ເດດນະຄອນ ຫລວງໂມວິ ຫານ ເປັນຮອງເລຂາ. ຂ່າວ-ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==