6069

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 17.02.2025 ປີທີ 24 ສະບັບທີ 6.125 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 0tc|'lnj ,;o-q oleg]a fpq d]tfa [ my fltfu dkog,n v'{dkoxq d7v'ltgrktfh ko  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ra dxt-k-q o xt8y ;a f]k; z6 h 9a f8A ' c]t oerkm5 dw--tot0v'dkoxt8y ;a f]k; \A opn oK lkoxt-k-q ol6 'l5 f ,v[]q f86h .sh lkomtsko0A ol6 '  ອ່ານຕໍ່ໜ້າ 2 zq odv'xt-5 ,Ij ;,]ts;j k' 7tot]a f4t[ko da [ 7totxt9eltrkcsj '-kf 7A 'mu II gxu fdv'xt-5 ,.spj z6h cmo -k;|5j ,dt-;' 4;m 7A 'mu IX ຂປລ. ພິທີປະກາດການແຕ່ງ ຕັ້ງ, ຍົກຍ້າຍພະນັກງານຂັ້ນກົມ ແລະ ຂັ້ນພະແນກອົງການໄອຍະ ການປະຊາຊົນສູງສຸດ (ອອປສ) ແລະ ອົງການໄອຍະການປະຊາຊົນ ພາກກາງ (ອຍກ) ຈັດຂຶ້ນໃນວັນທີ 13 ກຸມພາ 2025 ໂດຍການເປັນ ປະທານຂອງທ່ານ ບຸນທັນ ບຸນທະວິ ໄລ ຮອງເລຂາຄະນະບໍລິຫານງານ ພັກ, ຮອງຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ພ້ອມດ້ວຍ  ອ່ານຕໍ່ໜ້າ 2 ຂປລ. ກອງປະຊຸມຮ່ວມລະ ຫວ່າງຄະນະລັດຖະບານກັບຄະນະ ປະຈຳສະພາແຫ່ງຊາດ ຄັ້ງທີ II ປະ ຈໍາປີ 2024 ຈັດຂຶ້ນໃນວັນທີ 14 ກຸມພາ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈຳ ສະພາແຫ່ງຊາດ, ມີບັນດາປະທານຮອງປະທານກຳມາທິການສະພາ ແຫ່ງຊາດ, ຜູ້ຕາງໜ້າບັນດາກະ ຊວງ-ອົງການ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ເພືີ່ອພ້ອມກັນ ທົບທວນຄືນການປະຕິບັດຜົນກອງ ປະຊຸມຮ່ວມລະຫວ່າງຄະນະລັດຖະ ບານກັບຄະນະປະຈຳສະພາແຫ່ງ ຊາດ ຄັັ້ງທີ I ປີ 2024 ທີ່ຜ່ານມາ, ທັງປຶກສາ ແລະ ແລກປ່ຽນຄຳເຫັນ ເພື່ອສ້າງຄວາມເປັນເອກະພາບຕໍ່ ບັນດານະໂຍບາຍຈໍານວນໜຶ່ງ ເພື່ອ ຈັດຕັ້ງປະຕິບັດບັນດາວຽກງານຈຸດ ສຸມ, ແຜນພັດທະນາເສດຖະກິດສັງຄົມ ປະຈໍາປີ 2025 ໃຫ້ສໍາ ເລັດຕາມຄາດໝາຍທີ່ກໍານົດໄວ້ ກໍຄື ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ. ພ້ອມນີ້, ເພືີ່ອກວດ ກາຊຸກຍູ້ການກະກຽມຄວາມພ້ອມ ບັນດາຮ່າງກົດໝາຍກ່ອນທີີ່ຈະນໍາ ເຂົ້າພິຈາລະນາໃນກອງປະຊຸມສະ ພາແຫ່ງຊາດ ໃນປີ 2025. ສໍາລັບເນື້ອໃນທີ່ນຳມາປຶກສາ ຂປລ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະຈັດງານສັບປະ ດາດິຈີຕອນ ປະຈຳປີ 2025 (Lao Digital Week 2025) ຂຶ້ນໃນ ລະຫວ່າງວັນທີ 2-6 ເມສາ 2025 ຂປລ. ພິທີປິດຝຶກອົບຮົມການ ຍົກລະດັບຄວາມຮູ້ທິດສະດີການ ຂປລ. ກອງປະຊຸມປຶກສາຫາລື ທາງດ້ານການເມືອງ ຄັ້ງທີ 4 ລະ ຫວ່າງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງ ການຕ່າງປະເທດ ແຫ່ງ ສະມາພັນ ທະລັດ ສະວິດ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ທີ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຮ່ວມຂອງທ່ານ ໄມທອງ ທໍາມະວົງ ສາ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ເຮັນຣີສ ສະເລັນເບີກ (Heinrich Schel lenberg) ຜູ້ຊ່ວຍຮອງ ລັດຖະມົນຕີ ຮັບຜິດຊອບຂົງເຂດ ອາຊີ ແລະ ປາຊີຟິກ ກະຊວງການ ຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມຍິນ ດີຕ້ອນຮັບຢ່າງອົບອຸ່ນມາຍັງທ່ານ ເຮັນຣີສ ສະເລັນເບີກ ພ້ອມດ້ວຍ ຄະນະໃນໂອກາດເດີນທາງມາເຮັດ ວຽກ ແລະ ເປັນປະທານຮ່ວມໃນ ກອງປະຊຸມປຶກສາຫາລືດ້ານການ ເມືອງ ຄັ້ງທີ 4 ທີ່ນະຄອນຫລວງ ວຽງຈັນ ໃນຄັ້ງນີ້, ກອງປະຊຸມດັ່ງ ກ່າວ ແມ່ນກົນໄກປົກກະຕິທີ່ຈັດຂຶ້ນ ໃນທຸກໆສອງປີ ເພື່ອປຶກສາຫາຫລື c9h 'dko0v'dt-;'dko8j k'xtgmf ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ ນາງ ແພ ທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງ ຈະເດີນທາງຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນ ທາງການໃນວັນທີ 20 ກຸມພາ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ]k; c]t lt;y f sk]n fh kodkog,n v' 7A 'mu 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 xtdkfdkoc8j '8A 'F pq dph kp rtoa d'kooerk75h ,7v' vvxl c]t vpd  ອ່ານຕໍ່ໜ້າ 2 dP,9a f'kola [xtfkfy 9u 8vo xt9exu 2025 .ogfn vog,lk  ອ່ານຕໍ່ໜ້າ 4 ຂປລ. ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງ ທຶນ ຮ່ວມກັບກະຊວງສາທາລະນະ gzu pczj zq odkoles];f fa fltou \kpla '7q ,]k; 7A 'mu III ສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມເຜີຍແຜ່ ທີ່ຫໍປະຊຸມແຫ່ງຊາດນະຄອນ ຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ພັດທະນາພື້ນຖານໂຄງລ່າງດິຈີ ຕອນຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ. ທ່ານ ບໍ່ວຽງຄຳ ວົງດາລາ ລັດ ຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວໃນງານຖະ ແຫລ່ງຂ່າວໃນວັນທີ 14 ກຸມພາ 2025 ວ່າ: ຈຸດປະສົງໃນການຈັດ ງານໃນດັ່ງກ່າວ ເພື່ອເປັນການຂໍ່າ ນັບຮັບຕ້ອນ 3 ວັນປະຫວັດສາດ ຂອງພັກ-ລັດ (ວັນສ້າງຕັ້ງພັກ ປະ ເມືອງ ແລະ ການປົກຄອງສະເພາະ ດ້ານ ຊຸດທີ II ໃຫ້ຂະແໜງສື່ມວນ ຊົນ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ສຳນັກສື່ມວນຊົນ ອ້ອມຂ້າງສູນກາງ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ໂດຍການເປັນ ປະທານຂອງທ່ານ ພູວົງ ອຸ່ນຄໍາ ແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມ ດ້ວຍຄະນະພັກ, ຄະນະນໍາກະຊວງ ຖວທ ແລະ ສໍາມະນາກອນ 40 ກວ່າ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 17/02/2025 xtgmf]k; ]a f4t,q o8u dt-;'dko8j k'xtgmf g0Q k1h P,0+ koa [dkooe0A ol6 's;Pfok, ຜົນກອງປະຊຸມຮ່ວມ... ກຽມຈັດງານສັບປະດາ... ລາວ ແລະ ສະວິດ... ຂປລ. ໃນໂອກາດການເດີນທາງ ໄປຢ້ຽມຢາມສາທາລະນະລັດ ສັງ ຄົມນິຍົມຫວຽດນາມ ຢ່າງເປັນ ທາງການໃນວັນທີ 13 ກຸມພາ 2025 ທີ່ນະຄອນຫລວງຮ່າໂນ້ຍ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເລື່ອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕາມລຳດັບ. ໃນໂອກາດນີ້, ສະຫາຍ ທອງ ສະຫວັນ ພົມວິຫານ ໄດ້ສະແດງ ຄວາມປິຕິຍິນດີທີ່ໄດ້ມີໂອກາດນຳ ພາຄະນະເຂົ້າຢ້ຽມຂໍ່ານັບບັນດາ ສະຫາຍການນຳຂັ້ນສູງ ພັກ-ລັດ ຖະບານ ແຫ່ງ ສສ ຫວຽດນາມ ໃນ ຄັ້ງນີ້, ເຊິ່ງຖືເປັນການຢ້ຽມຢາມ ຄັ້ງທຳອິດພາຍຫລັງທີ່ໄດ້ຮັບການ ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ຖືໂອ ກາດນີ້ ນຳເອົາຄຳຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ສະໜິດສະໜົມ ທີ່ສຸດຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແລະ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຍັງສະຫາຍ ຄູ່ຮ່ວມຕຳແໜ່ງ ຝ່າຍ ຫວຽດນາມ. ພ້ອມທັງໄດ້ ຕີລາຄາສູງຕໍ່ບັນດາຜົນສຳເລັດ ອັນໃຫຍ່ຫລວງທີ່ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງຍາດມາໄດ້ພາຍໃຕ້ການນຳ ພາ-ຊີ້ນຳອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ແລະ ການບໍລິຫານອັນເດັດດ່ຽວ ຂອງລັດຖະບານເຮັດໃຫ້ປະເທດ ຫວຽດນາມ ສືບຕໍ່ມີສະຖຽນລະ ພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ເສດຖະກິດຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໃນລະດັບ ສູງ, ຊີວິດການເປັນຢູ່ຂອງປະຊາ ຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ ຢ່າງບໍ່ຢຸດຢັ້ງ, ບົດບາດ ແລະ ອິດ ທິພົນຂອງ ສສ ຫວຽດນາມ ນັບ ມື້ນັບສູງເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ. ສະຫາຍລັດຖະມົນຕີ ກະຊວງການຕ່າງປະເທດລາວ ຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງ ຂອງການຢ້ຽມຢາມຄັ້ງນີ້, ເຊິ່ງ ຈະໄດ້ພົບປະປຶກສາຫາລືສອງຝ່າຍ ກັບສະຫາຍ ບຸຍ ແທັງ ເຊີນ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນການຊຸກຍູ້ ເສີມຂະຫຍາຍການພົວພັນຮ່ວມມື ສອງປະເທດໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ ໂດຍສະເພາະການຊອກ ຫາມາດຕະການຕ່າງໆໃນການຊຸກ ຍູ້ບັນດາກະຊວງ, ຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ສອງປະເທດໃນການຈັດຕັ້ງຜັນ ຂະຫຍາຍຂໍ້ຕົກລົງຂອງສອງກົມ ການເມືອງກໍຄືຜົນຂອງກອງປະຊຸມ ຂອງຄະນະກຳມະການຮ່ວມມືທະວິ ພາຄີລະຫວ່າງສອງລັດຖະບານ ຄັ້ງທີ 47 ໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງສຸດ, ປຶກສາຫາລື ກ່ຽວກັບການພົວພັນຮ່ວມມືລະ ຫວ່າງສອງກະຊວງການຕ່າງປະ ເທດ ລາວ ແລະ ຫວຽດນາມ ໃນ ການເປັນເສນາທິການໃຫ້ແກ່ສອງ ພັກ, ສອງລັດ ແລະ ແລກປ່ຽນ ທັດສະນະຢ່າງກົງໄປກົງມາຖານ ສະຫາຍອ້າຍນ້ອງກ່ຽວກັບບາງ ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ. ພິເສດ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະ ຕິບັດບັນດາໂຄງການຮ່ວມມືລະ ຫວ່າງສອງປະເທດທີ່ມີລັກສະນະ ຍຸດທະສາດໃຫ້ມີຄວາມຄືບໜ້າ, ໄດ້ຮັບຜົນສຳເລັດ ແລະ ເປັນຮູບ ປະທຳເຊິ່ງພັກ-ລັດຖະບານ ແລະ ປະຊາຊົນລາວໄດ້ຕີລາຄາສູງຕໍ່ ການຮ່ວມມື ແລະ ສະໜັບສະໜູນ ຊ່ວຍເຫລືອຈາກພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທີ່ໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ເປັນແຕ່ລະ ໄລຍະ. ໃນຂະນະດຽວກັນ, ບັນດາສະ ຫາຍການນຳຂັ້ນສູງ ພັກ-ລັດຖະ ບານ ຫວຽດນາມ ຕ່າງກໍໄດ້ສະແດງ ຄວາມຍິນດີຕ້ອນຮັບສະຫາຍ ທອງ ສະຫວັນ ພົມວິຫານ ທີ່ນຳພາຄະນະ ມາຢ້ຽມຢາມໃນຄັ້ງນີ້, ເຊິ່ງເປັນ ການປະກອບສ່ວນສຳຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກສອງລັດຖະບານ ແລະ ປະຊາຊົນ ສອງຊາດຫວຽດນາມ-ລາວອ້າຍ ນ້ອງ ໃຫ້ນັບມື້ຈະເລີນງອກງາມ ຍິ່ງໆຂຶ້ນ ພ້ອມທັງສະແດງຄວາມ ຂອບໃຈຕໍ່ການນຳເອົາຄວາມຢື້ຢາມ ຖາມຂ່າວອັນປະເສີດຈາກສະຫາຍ ການນຳຂັ້ນສູງພັກ-ລັດຖະບານ ລາວ. ພ້ອມນັ້ນ, ກໍໄດ້ສະເໜີໃຫ້ ສອງກະຊວງການຕ່າງປະເທດ ຫວຽດນາມ-ລາວ ຈົ່ງສືບຕໍ່ຮັດ ແໜ້ນການຮ່ວມມືກັນຢ່າງໃກ້ຊິດ ໂດຍສະເພາະການເປັນເສນາທິການ ໃຫ້ການນຳຂັ້ນສູງຂອງສອງປະ ເທດ ຫວຽດນາມ-ລາວ ໃຫ້ດີຂຶ້ນ ກວ່າເກົ່າ, ສືບຕໍ່ເອົາໃຈໃສ່ຊຸກຍູ້ ບັນດາກະຊວງ, ຂະແໜງການທີ່ ກ່ຽວຂ້ອງໃນການຈັດຕັ້ງຜັນຂະ ຫຍາຍບັນດາຂໍ້ຕົກລົງ ແລະ ເອກະ ສານຕ່າງໆທີ່ໄດ້ລົງນາມຮ່ວມກັນ ແລ້ວນັ້ນ ໃຫ້ເປັນຮູບປະທຳ ແລະ ມີ ຜົນສຳເລັດສູງກວ່າເກົ່າ, ສືບຕໍ່ຊຸກຍູ້ ສົ່ງເສີມການຮ່ວມມືໃນຂະແໜງ ການອື່ນໆທີ່ມີທ່າແຮງຮ່ວມກັນໃຫ້ ຫລາຍຍິ່ງໆຂຶ້ນ, ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງນີ້ກໍເພື່ອນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ທັງສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ, ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດ ກາລະນານ. ຂ່າວ-ພາບ: ກຕທ ທາງດ້ານການເມືອງຂອງສອງກະ ຊວງການຕ່າງປະເທດ ໂດຍຜັດ ປ່ຽນກັນເປັນເຈົ້າພາບ. ຈຸດປະສົງ ເພື່ອສຸມໃສ່ການທົບທວນຄືນການ ຮ່ວມມືສອງຝ່າຍໃນໄລຍະຜ່ານ ມາ ແລະ ປືກສາຫາລືກ່ຽວກັບທິດ ທາງການພົວພັນຮ່ວມມືໃນຕໍ່ໜ້າ, ຊຶ່ງເປັນໂອກາດດີໃນການສືບຕໍ່ຮັດ ແໜ້ນການພົວພັນ ແລະ ການຮ່ວມ ມືລະຫວ່າງສອງກະຊວງການຕ່າງ ປະເທດລາວ ແລະ ສະວິດ. ກອງປະຊຸມຄັ້ງນີ້, ທັງສອງ ຝ່າຍໄດ້ຕີລາຄາຄືນການຈັດຕັ້ງ ຜັນຂະຫຍາຍຜົນຂອງກອງປະຊຸມ ປຶກສາຫາລືດ້ານການເມືອງ ຄັ້ງທີ 3 ຜ່ານມາ ທີ່ໄດ້ຈັດຂຶ້ນໃນເດືອນ ພຶດສະພາ 2022 ທີ່ນະຄອນຫລວງ ເບີນ, ປະເທດສະວິດ ໂດຍສະເພາະ ໄດ້ທວນຄືນຄວາມຄືບໜ້າຂອງ ການຮ່ວມມືສອງຝ່າຍ, ການແລກ ປ່ຽນທັດສະນະກ່ຽວກັບການຮ່ວມ ມືໃນຫລາຍດ້ານເປັນຕົ້ນດ້ານການ ເມືອງ, ເສດຖະກິດ, ການຄ້າ, ການ ລົງທຶນ, ການສຶກສາ, ວັດທະນະ ທຳ-ສັງຄົມ, ການຮ່ວມມືເພື່ອການ ພັດທະນາ ແລະ ຂະແໜງການ ອື່ນໆທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນພ້ອມທັງ ການວາງແນວທາງຍຸດທະສາດ ການຮ່ວມ ມືໃນຕໍ່ໜ້າ. ພ້ອມນີ້, ສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະວິດ ຕະຫລອດໄລຍະ 60 ກວ່າປີຜ່ານ ມາລວມທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ນັບຕັ້ງແຕ່ສອງປະເທດໄດ້ສ້າງ ຕັ້ງສາຍພົວພັນການທູດນຳກັນໃນ ວັນທີ 4 ກັນຍາ 1963 ເປັນຕົ້ນມາ, ສປປ ລາວ ແລະ ສະວິດ ມີການ ພົວພັນຮ່ວມມືທີ່ດີນຳກັນ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ຊຶ່ງ ສະແດງອອກສອງຝ່າຍໄດ້ມີການ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິລະ ຫວ່າງການນໍາຂັ້ນສູງ. ສຳລັບກອງປະຊຸມປຶກສາຫາລື ຄັ້ງນີ້ບໍ່ພຽງແຕ່ເປັນກົນໄກການ ປຶກສາຫາລືຢ່າງເປັນປະຈຳແຕ່ຍັງ ແມ່ນການສ້າງເງື່ອນໄຂຄວາມ ສະດວກແກ່ການຮ່ວມມືພັດທະນາ ໃນຂະແໜງການຕ່າງໆກ້າວໄປ ເຖິງການພົວພັນແລກປ່ຽນຂັ້ນສູງ ໃນອະນາຄົດ, ພ້ອມທັງສະແດງໃຫ້ ເຫັນເຖິງຄວາມມຸ່ງໝັ້ນທາງດ້ານ ການເມືອງອັນໜັກແໜ້ນຂອງສອງ ລັດຖະບານ ເພື່ອສືບຕໍ່ຮັດແໜ້ນ ສາຍພົວພັນມິດຕະພາບທີ່ມີມາ ຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ) ພ້ອມທັງເປັນການໂຄສະນາ ເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວ ສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຫັນເປັນອຸດສາຫະກໍາ ທັນສະໄໝ ແລະ ພັດທະນາເສດຖະ ກິດ-ສັງຄົມດິຈີຕອນຂອງ ສປປ ລາວ. ນອກຈາກນັ້ນ, ຍັງເປັນການ ຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລ ຊີນະວັດຕະກຳທາງດ້ານເຕັກໂນ ໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ດິຈີຕອນ ທີ່ທັນສະໄໝເຂົ້າໃນທຸກຂະແໜງ ການພັດທະນາເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ, ເພື່ອ ຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການໃຫ້ກາຍເປັນຜະລິດ ຕະພັນທີ່ມີຄວາມຫລາກຫລາຍ ສ້າງມູນຄ່າເພີ່ມສາມາດແຂ່ງຂັນ ໃນຕະຫລາດພາຍໃນ ແລະ ຕ່າງ ປະເທດ, ເພື່ອປະກອບສ່ວນເຂົ້າ ໃນການຈັດຕັ້ງຜັນຂະຫຍາຍແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດດິຈີຕອນ ກໍຄື ຍຸດທະສາດການພັດທະນາ ເສດຖະກິດດິຈີຕອນ ໃຫ້ປະກົດຜົນ ເປັນຈິງ. ພາຍໃນງານໃນດັ່ງກ່າວ ຈະ ປະກອບມີຫລາຍກິດຈະກໍາເປັນ ຕົ້ນກອງປະຊຸມລະດັບສູງ, ກອງ ປະຊຸມສຳມະນາກ່ຽວກັບການຫັນ ເປັນລັດຖະບານດິຈີຕອນ, ການນໍາ ໃຊ້ເຕັກໂນໂລຊີ ເຂົ້າໃນການສ້າງ ເສດຖະກິດດິຈີຕອນ, ສໍາມະນາອຸ ສາຫະກໍາ 4.0 ແລະ ເຕັກໂນໂລຊີ ທັນສະໄໝ, ເຕັກໂນໂລຊີກຸ່ມຂໍ້ມູນ ຜູກພັນ (Blockchain), ຖານຂໍ້ມູນ ຂະໜາດໃຫຍ່, ການປະມວນຜົນ ຜ່ານລະບົບຄລາວ (Cloud Computing), ປັນຍາປະດິດ (AI), ການພັດທະນາຊັບພະຍາກອນ ມະນຸດ ເພື່ອຮອງຮັບຕະຫລາດ ແຮງງານໃນຍຸກດິຈີຕອນ ແລະ ຍັງ ມີການງານວາງສະແດງ ແລະ ການ ສາທິດຜົນສໍາເລັດເຕັກໂນໂລຊີຂໍ້ມູນ ຂ່າວສານ, ໂທລະຄົມມະນາຄົມ, ການສື່ສານ ແລະ ນະວັດຕະກຳ ທີ່ ເປັນຜົນງານການຄົ້ນຄວ້າ ແລະ ປະດິດສ້າງຂອງທຸລະກິດລິເລີ່ມໃໝ່ (startup) ຈາກພາຍໃນ ແລະ ຕ່າງປະເທດ ຫລາຍກວ່າ 100 ຮ້ານ ແລະ ເວທີການພົບປະ (Networking) ແລະ ກິດຈະກໍາການແຂ່ງຂັນ Lao ICT Awards 2025, ການ ແຂ່ງຂັນຄວາມປອດໄພທາງໄຊເບີ, ການແຂ່ງຂັນຮຸ່ນຍົນ (ROBOT competition), ການນໍາສະເໜີ ແນວຄວາມຄິດຂອງຜູ້ປະກອບ ການ Start-up, ແລະ ນະວັດຕະ ກໍາຕ່າງໆ. ງານສັບປະດາດິຈີຕອນຄັ້ງນີ້ ຈະເກີດຂຶ້ນໄດ້ເນື່ອງມາຈາກການ ໄດ້ຮັບການອຸປະຖໍາຈາກບັນດາຜູ້ ປະກອບການ ແລະ ບໍລິສັດຫ້າງ ຮ້ານຕ່າງໆ ເຊິ່ງໄດ້ຈັດລະດັບການ ຫາລືໃນກອງປະຊຸມຄັ້ງນີ້ ບັນດາ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນສຸມໃສ່ ປຶກສາຫາລື, ຄົ້ນຄວ້າ ແລະ ເປັນ ເອກະພາບຕໍ່ບັນຫາທີ່ສໍາຄັນເປັນ ຕົ້ນຕີລາຄາການປະຕິບັດຜົນຂອງ ກອງປະຊຸມຮ່ວມລະຫວ່າງຄະນະ ປະຈໍາສະພາແຫ່ງຊາດ ກັບ ຄະນະ ລັດຖະບານຄັັ້ງຜ່ານມາລວມທັງກົນ ໄກປະສານງານໃນໄລຍະຜ່ານມາ; ບັນດາຫົວຂໍໍ້ກົດໝາຍທີີ່ຈະນໍາເຂົ້າ ພິຈາລະນາໃນກອງປະຊຸມສະໄໝ ວິສາມັນ ແລະ ສະໄໝສາມັນເທືີ່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ການສ້າງ, ປັບປຸງແລະການໂຄສະນາເຜີຍແຜ່ກົດໝາຍ ແຕ່ປີ 20212024 ແລະ ທິດທາງໃນຕໍ່ໜ້າ; ການປຶກສາຫາລືດ້ານຫລັກການ ກ່ຽວກັບພາລະບົດບາດຂອງສະພາແຫ່ງຊາດ ແລະ ຄະນະປະຈໍາ ສະພາແຫ່ງຊາດໃນການພິຈາລະນາການຍົກເວັັ້ນການປະຕິບັດບາງ ມາດຕາຂອງກົດໝາຍ, ການປ່ຽນແປງບາງມາດຕາຂອງກົດໝາຍ; ການປຶກສາຫາລືດ້ານຫລັກການ ກ່ຽວກັບນະໂຍບາຍ ແລະ ເງືີ່ອນ ໄຂສໍາລັບການກໍ່ສ້າງເສັັ້ນທາງ, ນິ- ຄົມອຸດສາຫະກໍາ, ການພັດທະນາ ແຮ່ທາດ ແລະ ການພັດທະນາໂຄງການພະລັງງານໄຟຟ້າ. ຜ່ານການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ, ກອງປະ ຊຸມເຫັນດີດ້ານຫລັກການຕໍ່ການ ຕີລາຄາບັນດາວຽກງານເປັນຕົ້ນ ການພັດທະນາ ແລະ ຄຸ້ມຄອງແຮ່ ທາດ ແລະ ໂຄງການແຮ່ຫາຍາກ; ແຜນການລົງທຶນຂອງລັດ ໃນປີ 2025; ການແກ້ໄຂຜົນການກວດ ສອບຜ່ານມາ, ທິດທາງ ແລະ ມາດ ຕະການແກ້ໄຂຜົນຂອງການກວດ ສອບໃນຕໍ່ໜ້າ; ການກະກຽມຮ່າງ ແຜນງົບປະມານ ປີ 2025; ກ່ຽວ ກັບມາດຕະການໃນການນໍາເຂົ້າ ນໍ້າມັນເຊື້ອໄຟ ແລະ ການສົ່ງເສີມ ການຜະລິດ-ປຸງແຕ່ງພາຍໃນ ແລະ ດັດສົມລາຄານໍ້າມັນເຊື້ອໄຟຕາມ ມະຕິ ເລກທີ 103/ຄປຈ, ລົງວັນທີ 9 ພຶດສະພາ 2022 ແລະ ມະຕິ 168/ຄປຈ, ລົງວັນທີ 6 ມິຖຸນາ 2022; ກ່ຽວກັບມາດຕະການໃນ ການສົ່ງເສີມການຜະລິດພາຍໃນ, ການຄຸ້ມຄອງລາຄາສິນຄ້າ, ການ ນໍາເຂົ້າ, ການຈໍາກັດສິນຄ້າຟຸມ ເຟືອຍ, ສິນຄ້າທີ່ພາຍໃນຜະລິດໄດ້ ແລະ ຄຸຸ້ມຄອງການສົ່ງອອກສິນຄ້າ; ການຈັດຕັັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ, ການໂຄ ສະນາເຜີຍແຜ່ກົດໝາຍ; ຕີລາຄາ ກົນໄກປະສານງານລະຫວ່າງສະ ພາແຫ່ງຊາດ ແລະ ລັດຖະບານ. ພ້ອມກັນນີ້, ກອງປະຊຸມໄດ້ຊີ້ນໍາ ໃຫ້ກະຊວງຍຸຕິທຳ ເປັນໃຈກາງ ສົມທົບກັບບັນດາກະຊວງ ແລະ ກຳມາທິການກ່ຽວຂ້ອງສືບຕໍ່ກະ ກຽມຄວາມພ້ອມບັນດາຮ່າງກົດ ໝາຍສ້າງໃໝ່ ແລະ ປັບປຸງທີ່ຈະ ນຳເຂົ້າພິຈາລະນາໃນກອງປະຊຸມ ສະໄໝວິສາມັນເທື່ອທີ 2 ແລະ ສະ ໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ໃຫ້ດີ, ຮັບປະກັນ ທາງດ້ານເນື້ອໃນ ແລະ ໃຫ້ທັນຕາມ ກໍານົດເວລາ; ໃຫ້ບັນດາກະຊວງສືບ ຕໍ່ສົມທົບກັບກະຊວງຍຸຕິທຳ ແລະ ກຳມາທິການກ່ຽວຂ້ອງຂອງສະພາ ແຫ່ງຊາດຄົ້ນຄວ້າ, ທົບທວນຄືນ ກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນ ເພື່ອສະເໜີປັບປຸງມາດຕາ ທີ່ບໍ່ສອດຄ່ອງກັບສະພາບຕົວຈິງ. ພ້ອມນີ້, ໃຫ້ກະຊວງຍຸຕິທຳ ສືບ ຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ເພີ່ມທະວີການໂຄສະນາເຜີຍແຜ່ ກົດໝາຍໃຫ້ແຂງແຮງກວ່າເກົ່າ ໂດຍນຳໃຊ້ຫລາຍຮູບແບບ, ຫລາຍ ຊ່ອງທາງ ແລະ ຕໍ່ເນື່ອງ, ດ້ານເນື້ອ ໃນການໂຄສະນາປັບປຸງໃຫ້ກະທັດ ຮັດ, ຈະແຈ້ງ ແລະ ເຂົ້າໃຈງ່າຍ; ໃຫ້ກະຊວງແຜນການ ແລະ ການ ລົງທຶນ, ກະຊວງການເງິນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງ ພະລັງງານ ແລະ ບໍ່ແຮ່, ກະຊວງອຸດ ສາຫະກໍາ ແລະ ການຄ້າ ສົົມທົບກັບ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຄົ້ນຄວ້າ ກຳນົດ, ປັບປຸງນະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ສອດຄ່ອງ ແລະ ແທດຕົວຈິງ ເພື່ອແກ້ໄຂບັນດາ ຂໍ້ຄົງຄ້າງ ແລະ ບໍ່ທັນໂລ່ງລ່ຽນທີ່ ຕິດພັນກັບຂະແໜງການຂອງຕົນ ພ້ອມທັງສ້າງ ແລະ ປັບປຸງກົນໄກ ການຕິດຕາມຊຸກຍູ້, ການຄຸ້ມຄອງ, ການເກັບລາຍຮັບ, ການອຳນວຍ ຄວາມສະດວກດ້ານຕ່າງໆ ເຮັດໃຫ້ ການພັດທະນາດ້ານຄົມມະນາຄົມ ຂົນສົ່ງ, ນິຄົມອຸດສາຫະກຳ, ການ ພັດທະນາແຮ່ທາດ ແລະ ໂຄງການ ພະລັງງານໄຟຟ້າສອດຄ່ອງກັບ ນະໂຍບາຍການພັດທະນາສີຂຽວ, ຍືນຍົງ ແລະ ນໍາເອົາຜົນປະໂຫຍດ ສູງສຸດມາສູ່ປະເທດຊາດ ແລະ ປະ ຊາຊົນ. ພ້ອມກັນນີ້, ກອງປະຊຸມໄດ້ ມອບໃຫ້ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ແລະ ຄະນະເລ ຂາທິການສະພາແຫ່ງຊາດ ສັງລວມ ເອົາຄຳຄິດຄຳເຫັນ ແລະ ຜົນກອງ ປະຊຸມໃນຄັ້ງນີ້ ເຂົ້າໃນບົດບັນທຶກ ກອງປະຊຸມ ເພື່ອເປັນບ່ອນອີງໃຫ້ ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ ແລະ ສະຫລຸບລາຍງານຜົນການ ແກ້ໄຂຕໍ່ກອງປະຊຸມຮ່ວມລະຫວ່າງ ລັດຖະບານ ແລະ ຄະນະປະຈຳສະ ພາແຫ່ງຊາດ ຄັ້ງຕໍ່ໄປ, ເຊິ່ງຜົນຂອງ ກອງປະຊຸມໃນຄັ້ງນີ້ຈະເປັນບ່ອນອີງ ທີ່ສໍາຄັນໃຫ້ລັດຖະບານນໍາໄປຈັດຕັ້ງ ຜັນຂະຫຍາຍຕົວຈິງເປັນອັນລະອຽດ ເພື່ອຈັດຕັ້ງປະຕິບັດແຜນວຽກຈຸດ ສຸມ ກໍຄື ແຜນພັດທະນາເສດຖະກິດສັງຄົມ ປະຈຳປີ 2025 ໃຫ້ມີຜົນສໍາ ເລັດ ແລະ ມີປະສິດທິຜົນເປັນຢ່າງດີ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນ ດ້ວຍບັນຍາກາດເອົາການເອົາງານ ແລະ ຮັບຜິດຊອບສູງ, ເຊິ່ງບັນດາ ສະມາຊິກລັດຖະບານ, ຄະນະປະ ຈຳສະພາແຫ່ງຊາດ ແລະ ຜູ້ເຂົ້າ ຮ່ວມໄດ້ພ້ອມກັນປຶກສາຫາລື, ແລກ ປ່ຽນຄຳເຫັນດ້ວຍຄວາມຈິງໃຈ, ກົງໄປກົງມາ ແລະ ໄດ້ສ້າງຄວາມ ເປັນເອກະພາບສູງ ຕໍ່ບັນດາເນື້ອໃນ ທີ່ໄດ້ນຳເຂົ້າມາພິຈາລະນາໃນກອງ ປະຊຸມໂດຍສະເພາະການປຶກສາ ຫາລື ແລະ ເປັນເອກະພາບວິທີການ ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ, ເຊິ່ງ ສ່ອງແສງເຖິງຄວາມຮັບຜິດຊອບ ສູງຂອງລັດຖະບານ ແລະ ສະພາ ແຫ່ງຊາດ ກໍຄື ຄວາມເປັນຫ່ວງເປັນ ໄຍຕໍ່ປະເທດຊາດ ແລະ ປະຊາຊົນ, ແນໃສ່ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ມີປະ ສິດທິຜົນ, ປະເທດຊາດມີສະຖຽນ ລະພາບທາງດ້ານການເມືອງທີ່ໜັກ ແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າໄດ້ຮັບການ ປັບປຸງໃຫ້ນັບມື້ດີຂຶ້ນ. ຂ່າວ-ພາບ: ກົມປະຊາສໍາພັນ, ຫສນຍ ອຸປະຖໍາ ເປັນ 4 ລະດັບ ຄື: Diamond, Platinum, Gold ແລະ Silver ແຕ່ລະປະເພດຈະໄດ້ຮັບ ຮ້ານວາງສະແດງ, ສິ່ງອໍານວຍ ຄວາມສະດວກ, ສື່ໂຄສະນາ ພ້ອມ ທັງມີໂລໂກ ໃນແຜນປ້າຍຂອງງານ ແລະ ສິດທິພິເສດອີກຫລາກຫລາຍ. ນອກນັ້ນ, ບັນດາບໍລິສັດ ແລະ ຫ້າງ ຮ້ານຕ່າງໆຍັງສາມາດເຊົ່າຮ້ານ ວາງສະແດງ (Booth) ເພື່ອສະ ແດງສິນຄ້າ ຫລື ຜະລິດຕະພັນຂອງ ຕົນໃນງານໄດ້. ສຳລັບພາກລັດ, ສະຖາບັນການສຶກສາແມ່ນຈະໄດ້ ສິດໃນການໃຊ້ຮ້ານວາງສະແດງ ໂດຍບໍ່ໄດ້ເສຍຄ່າ. ຍາວນານ ແລະ ການຮ່ວມມືຢ່າງ ສ້າງສັນ, ຮັບປະກັນຜົນປະໂຫຍດ ຮ່ວມກັນ ແລະ ຄວາມຜາສຸກຂອງ ສອງປະເທດໃຫ້ນັບມື້ນັບເຂັ້ມແຂງ. ໂອກາດນີ້, ທ່ານ ໄມທອງ ທໍາມະ ວົງສາ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນສະວິດ ທີ່ໃຫ້ການສະໜັບ ສະໜູນຊ່ວຍເຫລືອແກ່ ສປປ ລາວ ທັງດ້ານທຶນຮອນ ແລະ ດ້ານວິຊາ ການ, ຊຶ່ງເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການຈັດຕັ້ງປະຕິ ບັດແຜນການສ້າງສາພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຕະ ຫລອດໄລຍະຜ່ານມາລວມທັງການ ສະໜັບສະໜູນ ສປປ ລາວ ໃຫ້ຫລຸດ ພົ້ນອອກຈາກສະຖານະການເປັນປະ ເທດດ້ອຍພັດທະນາໃນອະນາຄົດ. ພາບ: ຂັນໄຊ

xtgmf]k; 3 17/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຂ່າວ-ພາບ: ສັນຍາ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ 5 xu zj ko,k glf4tdy fg,n v'fkd9b ' ,u dko0tspkp8q ;1j k'8+ gonj v' ໂດຍ: ທູນທອງໃຈ x6 d,a ofh k'0kp ]kpwfh fu ໃນ5 ປີຜ່ານມາ, ເມືອງດາກ ຈຶງ ແຂວງເຊກອງ ສາມາດຮັກ ສາໄດ້ຄວາມສະຫງົບ, ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ, ເສດ ຖະກິດຂະຫຍາຍຕົວດີຂຶ້ນຢ່າງຕໍ່ ເນື່ອງ ຕາມທິດໝັ້ນທ່ຽງ ແລະ ຍືນ ຍົງ, ການຜະລິດກະສິກໍາ, ອຸດສາ ຫະກໍາ, ການບໍລິການ ແລະ ການ ພັດທະນາຊົນນະບົດ ຕາມທິດ 3 ສ້າງ, ຊີວິດການເປັນຢູ່ຂອງປະຊາ ຊົນ ໄດ້ຮັບການພັດທະນາ ຫັນໄປ ສູ່ຄຸນນະພາບໃໝ່, ບັນດາກົງຈັກ ການຈັດຕັ້ງສໍານັກງານ-ອົງການ ແລະ ຮາກຖານບ້ານໄດ້ຮັບການ ປັບປຸງດີຂຶ້ນ. ສະຫາຍ ສົມພອນ ສາຍສຸວັນ ຄະນະປະຈໍາພັກເມືອງ ຮອງເຈົ້າ ເມືອງໆດາກຈຶງ ລາຍງາຍໃນກອງ ປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງດາກຈຶງ ຄັ້ງທີ X7I ເມື່ອ ມັນດ້າງ ແມ່ນມັນ ທີ່ສາມາດ ນໍາມາປຸງແຕ່ງອາຫານ ໄດ້ຫລາຍ ເຍື່ອງ ໂດຍສະເພາະ ນໍາມາເຮັດ ເປັນອາຫານຫວານ. ສະນັ້ນ, ຈຶ່ງ ເຮັດໃຫ້ ຊາວກະສິກອນ ຫັນມາປູກ ມັນດ້າງ ຂາຍເປັນສິນຄ້າສາມາດ ສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ ເດືອນ. ເໝືອນດັ່ງ ທ່ານ ນາລອນ ໂພທິສານ ອາຍຸ 46 ປີ ຢູ່ບ້ານແກ້ງ ເກ່ຍ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເປັນຄອບຄົວຕົວ ແບບ ໃນການປູກມັນດ້າງເປັນສິນ ຄ້າ ໂດຍຄອບຄົວຜູ້ກ່ຽວໄດ້ປະກອບ ອາຊີບນີ້ມາເປັນເວລາ 10 ກວ່າ ປີ ສາມາດສ້າງລາຍຮັບໃຫ້ຄອບ ຄົວໄດ້ຫລາຍລ້ານກີບຕໍ່ເດືອນ. ທ່ານ ນາລອນ ໂພທິສານ ເວົ້າສູ່ຟັງວ່າ: ແຕ່ກ່ອນມີອາຊີບ ບໍ່ດົນມານີ້ວ່າ: ນັບແຕ່ປີ 2020 ເສດຖະກິດເມືອງດາກຈຶງ ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນ ນະພາບ, ໝັ້ນທ່ຽງ ແລະ ຍືນຍົງ, ສາມາດສ້າງມູນຄ່າເພີ່ມລວມຍອດ ຜົນຜະລິດພາຍໃນ (GO) ບັນລຸ ໄດ້ 452 ຕື້ກີບ, ອັດຕາການຂະ ຫຍາຍຕົວສະເລ່ຍ 5,2 ຕໍ່ປີ, ມູນ ຄ່າ GO ສະເລ່ຍຕໍ່ຫົວຄົນໄດ້ 16 ລ້ານກີບ ໃນນີ້, ຂະແໜງກະສິກໍາປ່າໄມ້ເພີ່ມຂຶ້ນ 8,16 ກວມເອົາ 40,50 ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 3,86 ກວມເອົາ 21 ແລະ ຂະແໜງບໍລິການເພີ່ມຂຶ້ນ 4,15 ກວມເອົາ 38,50 ຂອງ GO. ພ້ອມນີ້, ການຈັດເກັບລາຍ ຮັບເຂົ້າງົບປະມານ (ປີ 2024) ໄດ້ 52,5 ຕື້ກີບ ລື່ນແຜນ 2 ເທົ່າ ຕົວ, ປະຕິບັດລາຍຈ່າຍ 43,43 ຕື້ ກີບ; ກນຜະລິດເປັນສິນຄ້າປະຕິບັດ ໄດ້ 93.758 ໂຕນ ເຮັດໃຫ້ມູນຄ່າ ການສົ່ງອອກສິນຄ້າບັນລຸໄດ້ 123 ຕື້ກີບ ທຽບໃສ່ແຜນລື່ນແຜນການ 2 ເທົ່າຕົວ; ສາມາດລະດົມແຫລ່ງທຶນ ເຂົ້າໃນການປະຕິບັດໂຄງການຕ່າງໆ ໄດ້ 347,58 ຕື້ກີບ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 123,93 ໃນ ນີ້, ການລົງທຶນຂອງລັດ ກວມເອົາ 22 , ທຶນຊ່ວຍເຫລືອເພື່ອການ ພັດທະນາ ກວມເອົາ 37 , ທຶນ ສິນເຊື່ອທະນາຄານ ກວມເອົາ 7 , ທຶນປະກອບສ່ວນຂອງປະຊາຊົນ ກວມເອົາ 1 ແລະ ການລົງທຶນ ພາກເອກະຊົນ ກວມເອົາ 23 . ສະຫາຍ ສົມພອນ ສາຍສຸວັນ ໃຫ້ຮູ້ຕື່ມວ່າ: ໃນ 5 ປີຕໍ່ໜ້າ 20252029 ເມືອງຈະສຸມໃສ່ປັບປຸງ ກົງຈັກການຈັດຕັ້ງ ແລະ ພັດທະນາ ການຄຸ້ມຄອງບໍລິຫານລັດໃຫ້ເຂັ້ມ ແຂງ ຕິດພັນກັບການພັດທະນາ ພື້ນຖານໂຄງລ່າງ, ຍູ້ແຮງການພັດ ທະນາເສດຖະກິດ-ສັງຄົມ ຕາມທິດ ສ້າງເສດຖະກິດ ເອກະລາດ ເປັນ ເຈົ້າຕົນເອງ ໃນໄລຍະໃໝ່, ຮອດ ປີ 2029 ສູ້ຊົນເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 5 ຂຶ້ນໄປ, ມູນ ຄ່າ GO ບັນລຸໄດ້ 746,1 ຕື້ກີບ, ສະເລ່ຍໃສ່ພົນລະເມືອງເທົ່າກັບ 26 ລ້ານກີບຕໍ່ຄົນຕໍ່ປີ; ສູ້ຊົນເກັບ ລາຍຮັບເຂົ້າງົບປະມານໃຫ້ໄດ້ 178,34 ຕື້ກີບ (ສະເລ່ຍ 35,66 ຕື້ກີບຕໍ່ປີ); ມູນຄ່າການສົ່ງອອກ ສິນຄ້າໃຫ້ໄດ້ 145 ຕື້ກີບ (ສະເລ່ຍ 29 ຕື້ກີບຕໍ່ປີ); ເອົາໃຈໃສ່ຄຸ້ມຄອງ ການນໍາເຂົ້າສິນຄ້າ ແລະ ຍາດ ແຍ່ງດຶງດູດການລົງທຶນ ຈາກທຸກ ພາກສ່ວນໃນທົ່ວສັງຄົມ ໃຫ້ໄດ້ 342 ຕື້ກີບ (ສະເລ່ຍ 68 ຕື້ກີບ ຕໍ່ປີ). ຄ້າຂາຍ ແລະ ຮັບຈ້າງແກ່ກ້ວຍໄປ ສົ່ງ, ລາຍຈ່າຍໃນຊີວິດປະຈໍາວັນ ມີຫລາຍ ແຕ່ລາຍຮັບພັດມີໜ້ອຍ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ມີ ຄວາມຫຍຸ້ງຍາກຂາດເຂີນ, ບໍ່ມີ ເງິນສະສົມໄວ້. ຍ້ອນແນວນັ້ນ, ຂ້າພະເຈົ້າພ້ອມດ້ວຍຄອບຄົວ ຈຶ່ງ ຊອກຫາອາຊີບອື່ນ ທີ່ສາມາດເຮັດ ໄດ້, ຕໍ່ມາ ກໍໄດ້ຕັດສີນໃຈລອງປູກ ມັນດ້າງ ເພາະວ່າໃນຄອບຄົວ ມີ ເນື້ອທີ່ 20 ເຮັກຕາ, ທັງເປັນການ ປະຕິບັດຕາມແນວທາງນະໂຍບາຍ ຂອງພັກ-ລັດ ທີ່ປຸກລະດົມໃຫ້ປະ ຊາຊົນທໍາການຜະລິດ, ປູກຝັງ- ລ້ຽງສັດ ເປັນສິນຄ້າ ເພື່ອພັດທະນາ ຊີວິດການເປັນຢູ່ຂອງຄອບຄົວ ໂດຍ ເລີ່ມປູກມັນດ້າງໃນປີ 2010 ປູກປີ ທໍາອິດເຫັນວ່າມີຄວາມຫຍຸ້ງຍາກ ຫລາຍ ເພາະໄດ້ລົງທຶນຫລາຍ ໂດຍສະເພາະແມ່ນຈ້າງລົດມາໄຖ ດິນສວນ ເພື່ອປູກມັນດ້າງບວກ ກັບຄວາມຮູ້ເຕັກນິກການປູກກໍ່ບໍ່ມີ ເພາະບໍ່ໄດ້ສຶກສາຮໍ່າຮຽນ ພຽງແຕ່ ຮຽນຮູ້ຈາກຜູ້ທີ່ເຄີຍປູກມາກ່ອນ, ປູກໄປນໍາຖອດຖອນບົດຮຽນພ້ອມ. ແຕ່ກໍໄດ້ບຸກບືນສູ້ຊົນປູກມັນດ້າງ ມາເລື້ອຍໆເພາະເຫັນວ່າ ມັນດ້າງ ເປັນລາຄາ, ມີຕະຫລາດຮອງຮັບ ທັງຕະຫລາດພາຍໃນ ແລະ ຕ່າງປະ ເທດ. ປີຕໍ່ມາ ລາຍຮັບກໍຄ່ອຍໆເພີ່ມ ຂຶ້ນ, ສາມາດຊື້ພາຫະນະ ແລະ ລົດ ໄຖໃຫຍ່ ເພື່ອມາຮັບໃຊ້ແກ່ການຜະ ລິດ. ໄລຍະການປູກມັນຕົ້ນແຕ່ລະປີ ບໍ່ແນ່ນອນ ໂດຍອີງຕາມສະພາບຟ້າ ຝົນໃນແຕ່ລະປີ, ບາງປີຝົນຕົກໄວ ກໍປູກໄວ, ໄລຍະການປູກ 4 ເດືອນ ແມ່ນເກັບກູ້ ເພາະຫົວມັນຈະໃຫຍ່, ຖ້າກາຍ 4 ເດືອນ ຫົວມັນຈະເປັນ ແມງ, ບໍ່ມີໃຜຊື້, ສ່ວນການປູກ ແລະ ເກັບກູ້ແມ່ນໄດ້ຈ້າງກໍາມະກອນ. ຮອດປີ 2022 ມີລາຍຮັບຈາກການ ຂາຍຜົນຜະລິດທັງໝົດ 1 ຕື້ກີບ ສະເລ່ຍ 200 ລ້ານກີບຕໍ່ປີ. ທ່ານ ນາລອນ ກ່າວຕື່ມວ່າ: ປັດຈຸບັນນີ້ ຄອບຄົວຂ້າພະເຈົ້າ ນັບມື້ດີຂຶ້ນເປັນກ້າວໆ, ມີເຮືອນ ຢູ່ແໜ້ນໜາຖາວອນ, ມີລົດໄຖ ຂະໜາດໃຫຍ່ 3 ຄັນ, ລົດອີຊູຊູ 1 ຄັນ, ລົດຮຸນໃດ 1 ຄັນ ແລະ ລົດ ຟໍຈຸນເນີ 1 ຄັນ. ສັງລວມແລ້ວ ຄວາມອຸດົມສົມບູນຂອງຄອບຄົວ ຂ້າພະເຈົ້າ ແມ່ນໄດ້ມາຈາກການ ປູກມັນດ້າງ ແລະ ຍ້ອນມີການນໍາ ພາ-ຊີ້ນໍາ ຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະແມ່ນຄະນະພັກ-ອົງ ການປົກຄອງເມືອງບາຈຽງຈະ ເລີນສຸກ ແລະ ພະນັກງານວິຊາການ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ທີ່ໄດ້ຊີ້ນໍາໃຫ້ເຫັນຊ່ອງທາງ ອຸດົມການທີ່ຖືກຕ້ອງ, ສາມາດເຮັດ ໃຫ້ຄອບຄົວຂ້າພະເຈົ້າຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້. ໃນ ຕໍ່ໜ້ານີ້ ຄອບຄົວຂອງຂ້າພະເຈົ້າ ຍັງຈະສືບຕໍ່ປູກມັນດ້າງ ເປັນສິນຄ້າ ເພື່ອສ້າງເສດຖະກິດຄອບຄົວໃຫ້ດີ ຂຶ້ນເລື້້ອຍໆ. ສ່ວນວ່າຈະປູກຫລາຍ ຫລື ປູກໜ້ອຍ ແມ່ນອີງໃສ່ສະພາບ ຄວາມຕ້ອງການຂອງຕະຫລາດໃນ ແຕ່ລະໄລຍະ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==