glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ເຂົ້າຈານນ້ຳົ້ າ້ ຳ ໂດຍ: ທະນູທອງູ ທ xtgmf]k; 6 13/02/2025 glf4tdy f{la '7q , ]h P'oq ddt9vdgm[ lk,kflh k']kpIa [.sh cdj z6 h ]h P' gxa o9eo;os]kp lb dlkvq [Iq ,-k;|5 j , .sh I6 h vto5 ]a dIa dlkIu f7v'xtgrou va ofu 'k,0v'-kf * ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ການ ສຶກສາອົບຮົມໄວໜຸ່ມໃນການອະ ນຸລັກຮັກສາ ແລະ ສົ່ງເສີມສິລະປະ ວັດທະນະທໍາ ອັນດີງາມຂອງຊາດ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນດ້ວຍ ຫລາຍຮູບແບບ ໂດຍສະເພາະຖືສໍາ ຄັນວຽກງານວັດທະນະທໍາສັງຄົມ, ສິລະປະ-ວັນນະຄະດີເຂົ້າໃນແຜນ ພັດທະນາຊາວໜຸ່ມ-ເຍົາວະຊົນ ແລະ ຍຸດທະສາດພັດທະນາຊາວ ໜຸ່ມ, ໂຄສະນາຜ່ານສື່ຂອງສູນກາງ ຊາວໜຸ່ມ ເພື່ອເຮັດໃຫ້ຊາວໜຸ່ມເຍົາວະຊົນຮູ້ອະນຸລັກຮັກສາວັດ ທະນະທຳອັນດີງາມຂອງຊາດຕະ ຫລອດໄປ. ທ່ານ ບົວໂຮມ ສົມວິຈິດ ຫົວໜ້າ ກົມສື່ມວນຊົນໜຸ່ມລາວ ກ່າວຕໍ່ ກອງປະຊຸມສະຫລຸບວຽກງານຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດ ປີ 2024 ແລະ ທິດທາງປີ 2025 ມໍ່ໆນີ້ວ່າ: ເພື່ອເປັນການອະນຸລັກຮັກສາວັດ ທະນະທໍາ ແລະ ຮີດຄອງປະເພນີ ອັນດີງາມຂອງລາວໄວ້ກັບຄົນຮຸ່ນ ໜຸ່ມນັ້ນ, ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ໄດ້ຖືສໍາຄັນຕໍ່ ວຽກງານສຶກສາອົບຮົມການເມືອງ ແນວຄິດໜຶ່ງໃນນັ້ນ ໄດ້ຖືສໍາຄັນ ເປັນບູລິມະສິດແມ່ນນໍາເອົາວຽກ ງານວັດທະນະທໍາສັງຄົມ, ສິລະ ປະ-ວັນນະຄະດີເຂົ້າໃນແຜນພັດທະ ນາຊາວໜຸ່ມ-ເຍົາວະຊົນ ແລະ ຍຸດ ທະສາດພັດທະນາຊາວໜຸ່ມ ພ້ອມ ສ້າງຄູ່ມືເອກະສານມູນເຊື້ອຂອງຄະ ນະຊາວໜຸ່ມທີ່ຮັບໃຊ້ໃຫ້ແກ່ວຽກ ງານໂຄສະນາສຶກສາອົບຮົມ ນອກ ຈາກດ້ານນິຕິກໍາແລ້ວ ຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວ ຍັງມີ ກົມສື່ມວນຊົນໜຸ່ມລາວ, ສະໂມ ສອນທີ່ເຄື່ອນໄຫວວຽກງານຊາວ ໜຸ່ມທີ່ເຮັດໜ້າທີ່ໃນການໂຄສະນາ, ສຶກສາອົບຮົມຜ່ານສື່ທາງເອເລັກ ໂຕຣນິກ, ສື່ສິ່ງພິມ, ສື່ອອນລາຍ, ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ມີສະຖານີວິທະຍຸ, ວັງເຍົາ ວະຊົນ ທີ່ສູນກິດຈະກໍາຄົບວົງຈອນ ທີ່ມີຫ້ອງມູນເຊື້ອ ຍັງໄດ້ໃຊ້ຫລາຍ ຮູບແບບ ແລະ ວິທີການເພື່ອໃຫ້ເຍົາ ວະຊົນ-ຊາວໜຸ່ມໄດ້ຮຽນຮູ້ວັດທະ ນະທໍາຮີດຄອງປະເພນີ ວິຖີຊີວິດ ເປັນການສືບທອດມູນເຊື້ອແຕ່ດຶກ ດໍາບັນ ທີ່ປູ່ຍ່າຕາຍາຍໄດ້ບັນທຶກໄວ້ ໃນປະຫວັດສາດຂອງຊາດລາວ. ສຳລັບທາງດ້ານສິລະປະ-ວັນນະ ຄະດີ ມີໜ່ວຍສິລະປະຢູ່ສູນກາງ ແລະ ແຕ່ລະໜ່ວຍຊາວໜຸ່ມກະ ຊວງ, ອົງການ, ສູນກາງ, ແຂວງ ຍັງໄດ້ຈັດງານພົບປະແລກປ່ຽນ ສໍາລັບຊາວໜຸ່ມ-ເຍົາວະຊົນທົ່ວ ປະເທດ ພ້ອມທັງໄປສະແດງຢູ່ ຕ່າງປະເທດເຊັ່ນ: ຄ້າຍຊາວໜຸ່ມຣັດເຊຍ, ໂຄງການເດີນທະເລ, ຄ້າຍຕະລຸມບອນຊາວໜຸ່ມ. ເຖິງແມ່ນວ່າ ໄດ້ມີຫລາຍຮູບ ແບບໃນການສຶກສາອົບຮົມ ແຕ່ແນ ໃສ່ຄວາມຮຽກຮ້ອງຕ້ອງການໃນ ໄລຍະໃໝ່ ຄະນະຊາວໜຸ່ມ ຍັງຈະ ຕ້ອງໄດ້ສຸມໃສ່ການສ້າງບຸກຄະ ລາກອນ ໃຫ້ມີຄວາມຮູ້ທາງດ້ານ ວິທະຍາສາດ, ເຕັກໂນໂລຊີ ເພື່ອ ເຮັດໜ້າທີ່ໂຄສະນາໄລຍະໃໝ່; ສືບຕໍ່ບູລະນະຍົກລະດັບທາງດ້ານ ວັດຖຸເຕັກນິກພື້ນຖານໂຄງລ່າງໃຫ້ ທັນສະໄໝ ເພື່ອໃຫ້ເຍົາວະຊົນໄດ້ ເຂົ້າເຖິງຂໍ້ມູນຂ່າວສານໄດ້ງ່າຍໃນ ເງື່ອນໄຂປັດຈຸບັນ ຍຸກວິທະຍາສາດ ເຕັກໂນໂລຊີສູງ ເພາະເຍົາວະຊົນຊາວໜຸ່ມ ໃນປັດຈຸບັນເຂົ້າເຖິງການ ຮັບເອົາຂໍ້ມູນຂ່າວສານໄດ້ໄວ ພ້ອມ ທັງມີຜົນບວກ ແລະ ຜົນລົບ; ສືບຕໍ່ ປູກຈິດສໍານຶກດ້ານສິນລະປະວັດ ທະນະທໍາຮີດຄອງປະເພນີໃຫ້ແກ່ ຊາວໜຸ່ມໃຫ້ກວ້າງຂວາງ ສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຖືສໍາຄັນໃນການຄົ້ນຄວ້າ ສ້າງ ທຸກເງື່ອນໄຂໃນສະພາບຄວາມເປັນ ຈິງ ເພື່ອສຸມໃສ່ໃຫ້ຊາວໜຸ່ມສີວິ ໄລທາງດ້ານຄວາມຮູ້ຄວາມສາ ມາດ, ສຸຂະພາບແຂງແຮງ, ຮຽນຮູ້ ປະຫວັດສາດຂອງຊາດ, ຮຽນຮູ້ຄຸນ ສົມບັດທັດສະນະຂອງບັນພະບູລຸດ ອະນຸລັກຮັກສາຮີດຄອງປະເພນີ ວັດທະນະທໍາອັນດີງາມຂອງຊາດ ໄວ້ຄູ່ຄົນຮຸ່ນໜຸ່ມຕະຫລອດໄປ. ທ່ານ ບົວໂຮມ ສົມວິຈິດ ກ່າວ. * ປັດຈຸບັນ, ທຸລະກິດການລ້ຽງ ນົກກະຈອກເທບຢູ່ສປປລາວແມ່ນ ເລີ່ມແຜ່ຫລາຍຂຶ້ນ ເພາະເປັນສັດ ເສດຖະກິດໃໝ່, ມີອາຍຸຍືນ, ລ້ຽງ ງ່າຍ, ໃຫຍ່ໄວ, ໃຫ້ຜົນຜະລິດສູງ, ສາມາດສ້າງລາຍຮັບ ໃຫ້ກັບຜູ້ ລ້ຽງເປັນຈຳນວນຫລາຍ. ໃນນັ້ນ, ທ່ານ ແກ້ວສັນຕິສຸກ ໄຊຄຳວົງ ເຈົ້າຂອງຟາມນົກກະຈອກເທບ ບ້ານຖ້ຳ ເມືອງນາຊາຍທອງ ນະ ຄອນຫລວງວຽງຈັນ ກໍໄດ້ເລີ່ມ ລ້ຽງມາແຕ່ ປີ 2016 ມາຮອດ ປັດຈຸບັນ, ສາມາດສ້າງລາຍຮັບ ໃຫ້ກັບຄອບຄົວ ໄດ້ເຖິງ 1.500 ລ້ານກີບຕໍ່ປີ. ທ່ານ ແກ້ວສັນຕິສຸກ ໄຊຄຳ ວົງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ຈຸດເລີ່ມຕົ້ນ ໃນ ການຕັດສິນໃຈລົງມືລ້ຽງນົກກະ ຈອກເທບ ກໍຍ້ອນມັກຮັກໃນການ ຜະລິດກະສິກຳ, ອີງໃສ່ພື້ນຖານ ຄວາມຮູ້, ຄວາມຊຳນິຊຳນານ ແລະ ມີຄວາມຊ່ຽວຊານທາງດ້ານ ສັດປີກ ຈຶ່ງເກີດມີແນວຄວາມຄິດ ຢາກທົດລອງຟັກໄຂ່ນົກກະຈອກ ເທບ ເປັນເສດຖະກິດຈຳໜ່າຍພາຍ ໃນ ແລະ ສົ່ງອອກຕ່າງປະເທດ ໂດຍ ໃຊ້ທຶນຮອນຂອງຕົນເອງ ຊື້ແນວ ພັນມາຟັກເອງ ແລະ ທ້ອນໂຮມ ແນວພັນຈຳນວນໜຶ່ງມາລ້ຽງ, ມາ ຮອດປັດຈຸບັນ ຟາມນົກກະຈອກ ເທບ ບ້ານຖ້ຳ ມີເນື້ອທີ່ທັງໝົດ 8 ເຮັກຕາ, ມີນົກທັງໝົດ 180 ກວ່າ ໂຕ. ໃນນັ້ນ, ມີແມ່ພັນ 40 ໂຕ, ພໍ່ ພັນ 20 ໂຕ, ນົກນ້ອຍ ພ້ອມຈຳ ໜ່າຍ ມີ 120 ໂຕ, ມີນົກທັງໝົດ 2 ສາຍພັນ ຄື: ສາຍພັນຄໍແດງ ແລະ ສາຍພັນຄໍນ້ຳເງິນ ເຊິ່ງນົກກະຈອກ ເທບ ເປັນສັດເສດຖະກິດໃໝ່, ລ້ຽງ ງ່າຍ, ໃຫຍ່ໄວ, ມີອາຍຸຍືນ ເຖິງ 65 ປີ ແລະ ໃຫ້ຜົນຜະລິດ ໄດ້ 44 ປີ, ສະເລ່ຍ ແມ່ໜຶ່ງສາມາດອອກໄຂ່ 40-60 ໜ່ວຍ/ປີ. ຟາມນົກກະຈອກເທບ ບ້ານຖ້ຳ ສ່ວນໃຫຍ່ ແມ່ນເນັ້ນສະໜອງແນວ ພັນນົກກະຈອກເທບນ້ອຍ ແລະ ສະໜອງຊີ້ນ ໃຫ້ບັນດາຮ້ານອາ ຫານ ຢູ່ນະຄອນຫລວງວຽງຈັນ ເຊິ່ງປີໜຶ່ງສາມາດສະໜອງແນວ ພັນໄດ້ 400-600 ໂຕຕໍ່ປີ. ໃນ ອະນາຄົດ, ຈະຂະຫຍາຍຕະຫລາດ ໄປຍັງບັນດາຮ້ານອາຫານ ຢູ່ໂຮງ ແຮມຕ່າງໆ ໃນຂອບເຂດທົ່ວປະ ເທດ ທີ່ມີຄວາມຕ້ອງການ. ຄຽງ ຄູ່ກັບການລ້ຽງນົກກະຈອກເທບ ແລ້ວ, ຍັງໄດ້ປູກຫຍ້າເນເປຍ, ຫຍ້າ ອິດສະລາເອວ ເພື່ອເປັນອາຫານ ເສີມໃຫ້ກັບນົກ ຕື່ມອີກ.
RkJQdWJsaXNoZXIy MTc3MTYxMQ==