xtgmf]k; 4 3]d c]t gsfdko 13/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ra dxt-k-q oxt8y ;a f]k; oerk rk]tdy fxq fxj vp-kf1j k'lq ,[6 o ທົບທວນໂຄງການ...ົ ລັດຖະມົນຕີຕ່າງປະເທດ...ັົີ່ ການນໍາພັກ-ລັດ...ໍັັ ຮອງນາຍົກລັດຖະມົນຕີ...ົັົີ ຂປລ. ໃນວັນທີ 12 ກຸມພາ 2025 ກົງກັບວັນພຸດ, ເພັງ 15 ຄໍ່າ ເດືອນສາມ (ວັນບຸນມາຄະບູຊາ) ພສ 2566, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ພ້ອມ ດ້ວຍການນໍາພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮ່ວມກັບຊາວພຸດ ພາຍໃນແຂວງຈໍາປາສັກ, ຕ່າງ ແຂວງ ແລະ ຕ່າງປະເທດຮ່ວມກັນ ຮ່ວມມືລະຫວ່າງສອງປະເທດ. ໂອກາດນີ້, ສອງລັດຖະມົນຕີ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອ ກາດສົນທະນາ ເພື່ອຮັດແໜ້ນການ ຮ່ວມມືສອງຝ່າຍ ລາວ-ອົດສະຕຣາ ລີ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍາວນານ ແລະ ການ ຮ່ວມມືທີ່ດີລະຫວ່າງສອງປະເທດ ຕະຫລອດໄລຍະ 73 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລາວອົດສະຕຣາລີ ເຊິ່ງໄດ້ຮັບການເສີມ ຂະຫຍາຍ ແລະ ມີຜົນສໍາເລັດເປັນ ກ້າວໆມາ ໂດຍສະເພາະແມ່ນຜົນສໍາ ເລັດຂອງການຢ້ຽມຢາມອົດສະຕຣາ ລີ ຢ່າງເປັນທາງການ ແລະ ການ ເປັນປະທານຮ່ວມໃນກອງປະຊຸມ ສຸດຍອດສະໄໝພິເສດອາຊຽນອົດສະຕຣາລີ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອສະເຫລີມສະຫລອງ ການພົວພັນຮ່ວມມືອາຊຽນ-ອົດສະ ຕຣາລີ ຄົບຮອບ 50 ປີ, ພ້ອມທັງ ໄດ້ຮ່ວມກັນຍົກລະດັບການພົວພັນ ຮ່ວມມືສອງຝ່າຍ ລາວ-ອົດສະຕຣາ ລີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2024 ທີ່ຜ່ານມາ. ຂະນະດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງ ປະເທດລາວ ຍັງໄດ້ອວຍພອນວັນ ຊາດອົດສະຕຣາລີຄົບຮອບ 237 ປີ. ນອກຈາກນີ້, ສອງຝ່າຍໄດ້ເຫັນ ດີຮ່ວມກັນຈະສືບຕໍ່ເພີ່ມທະວີການ ຮ່ວມມືໃນບັນດາຂະແໜງການ ຕ່າງໆທີ່ກຳນົດຢູ່ໃນແຜນປະຕິບັດ ງານຂອງການເປັນຄູ່ຮ່ວມມືຮອບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄຳໃສ ເດດລືຊາ ໄດ້ໃຫ້ຮູ້ ວ່າ: ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບວຽກງານສຸຂະພາບ ຕາໃນ ສປປ ລາວ 2021-2025 ເປັນໂຄງການທີ່ມີຄວາມສຳຄັນ ໃນການປັບປຸງຄຸນນະພາບ ແລະ ຊຸກຍູ້ສົ່ງເສີມວຽກງານດ້ານການ ບໍລິການຮັກສາສຸຂະພາບໃຫ້ແກ່ປະ ຊາຊົນບັນດາເຜົ່າຢູ່ໃນລາວ ເຊິ່ງ ໂຄງການດັ່ງກ່າວ, ໄດ້ເລີ່ມຈັດຕັ້ງ ປະຕິບັດແຕ່ປີ 2021-2025 ໂດຍ ໄດ້ສຸມໃສ່ວຽກງານການພັດທະນາ ບຸກຄະລາກອນພະຍາບານຕາ, ແພດຊ່ຽວຊານຮັກສາສຸຂະພາບ ໂດຍມີທ່ານ ສະເຫລີມໄຊ ກົມມະ ສິດ ຮອງນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກ ລັດຖະມົນຕີ, ທ່ານ ວັນໄຊ ພອງສະ ຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍ ການນໍາຂັ້ນແຂວງ, ເມືອງ, ພະແນກ ການ ແລະ ມວນຊົນແຂວງຄໍາມ່ວນ ເຂົ້າຮ່ວມຢ່າງເປັນຂະບວນ. ພິທີແຫ່ຜາສາດເຜິ້ງ ແມ່ນພິທີ ກໍາອັນສໍາຄັນທາງພຸດທະສາສະໜາ ແລະ ແມ່ນໜຶ່ງໃນກິດຈະກຳສໍາ ຄັນໃນບຸນນະມັດສະການພະ ທຳບຸນຕັກບາດຖວາຍເຄື່ອງໄຊຍະ ທານຕ່າງໆທີ່ສະຖານບູຮານວັດພູ ຈຳປາສັກ ມໍລະດົກໂລກ ແຫ່ງທີ 2 ຂອງລາວ. ໃນພິທີ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ໄຕ້ທຽນໄຊໄຫວ້ ພະລັດຕະນະໄຕ ແລະ ທ່ານ ອາລຸນ ໄຊ ສູນນະລາດ ເຈົ້າແຂວງຈໍາປາ ສັກ ກໍໄດ້ລັ່ນຄ້ອງ 9 ບາດ, ພະອາ ຈານໄດ້ນຳພາຄະນະສົງຈຳນວນ 390 ກວ່າອົງ ແລະ ອອກຕົນຍາດ ໂຍມທັງຫລາຍດຳເນີນພິທີທາງ ສາສະໜາໄຫວ້ພະຣັດຕະນະໄຕ, ກ່າວຄຳຖວາຍປັດໄຈ, ລາດທະນາ ສິນ, ຢາດນໍ້າໃຫ້ພອນແກ່ອອກຕົນ ຍາດຍົມ. ຈາກນັ້ນ, ອອກຕົນຍາດ ໂຍມກໍໄດ້ໃສ່ບາດຖວາຍປັດໄຈທານ ແດ່ພະສົງ, ຂຶ້ນກາບໄຫວ້ຂໍພອນທີ່ ສະຖານບູຮານວັດພູ ແລະ ບາສີສູ່ ຂວັນຕາມຄວາມເຊື່ອຕາມຈິດໃຈໃສ ສັດທາຂອງຕົນ. ການໃສ່ບາດຢູ່ສະຖານບູຮານ ວັດພູຈຳປາສັກ ນອກຈາກເປັນ ການສືບທອດຮີດຄອງປະເພນີວັດ ທະນະທຳອັນດີງາມຂອງຊາດ ທີ່ ຊາວເມືອງ ກໍຄື ແຂວງຈຳປາສັກ ສືບທອດມາແຕ່ບູຮານນະການໃຫ້ ຄຽງຄູຢູ່ກັບຄົນລາວຕະຫລອດ ໄປແລ້ວ, ຍັງເປັນການສະເຫລີມ ສະຫລອງເປີດປີທ່ອງທ່ຽວລາວ ແລະ ເປັນການອຸທິດສ່ວນບຸນ ສ່ວນກຸສົນ ແລະ ເປັນສີລິມົງຄຸນ ໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ ຢູ່ດີມີສຸກ, ທັງເປັນການເຜີຍແຜ່ ວັດທະນະທຳ ແລະ ດຶງດູດນັກທ່ອງ ທ່ຽວເຂົ້າມາທ່ອງທ່ຽວຊົມວັດພູຈຳ ປາສັກ ມໍລະດົກໂລກແຫ່ງທີ 2 ຂອງ ລາວໃຫ້ນັບມື້ຫລາຍຂຶ້ນ. ຂປລ. ພາລະກິດປົດປ່ອຍຊາດ ແມ່ນຜົນງານ ແລະ ມູນເຊື້ອອັນ ສະຫງ່າງາມຂອງພັກປະຊາຊົນປະ ຕິວັດລາວທີ່ນຳພາປະຊາຊົນລາວ ບັນດາເຜົ່າສ້າງໜ້າປະຫວັດສາດ ໃໝ່ທີ່ສະຫວ່າງສະໄຫວທີ່ສຸດໃຫ້ແກ່ ຊາດລາວ ເຊິ່ງສາມາດຢັ້ງຢືນໄດ້ວ່າ: “ພັກເປັນປັດໄຈພື້ນຖານທີ່ຕັດສິນ ຊີ້ຂາດກ່ອນໝູ່ ແລະ ຮັບປະກັນທຸກ ໄຊຊະນະຂອງພາລະກິດປະຕິວັດ ຂອງປະຊາຊົນເຮົາ. ທ່ານ ກຸຢ່າງ ສີສົມພົງ ຮອງ ຫົວໜ້າຄະນະກໍ່ສ້າງພັກ ສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດ ໄດ້ກ່າວໃນການສຳມະ ນາວິທະຍາສາດສະຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 70 ປີ ພາຍໃຕ້ຫົວຂໍ້” 70 ປີ ພາຍໃຕ້ການນຳພາຂອງພັກ ທີ່ມີກຽດສະຫງ່າ” ໃນວັນທີ 12 ກຸມພາ 2025 ນີ້ວ່າ: ໜ້າທີ່ພື້ນຖານ ຂອງການປະຕິວັດໃນພາລະກິດ ປົດປ່ອຍຊາດແມ່ນຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າໂຄ່ນລົ້ມ ຈັກກະພັດຜູ້ຮຸກຮານ, ກຸ່ມນາຍທຶນ ອາດຍາສິດຂຸນເສິກ ແລະ ຊົນຊັ້ນ ສັກດີນາ, ສຳເລັດການປະຕິວັດ ຊາດປະຊາທິປະໄຕໃນທົ່ວປະເທດ, ກຽມເງື່ອນໄຂທຸກຢ່າງທີ່ຈຳເປັນ ເພື່ອກ້າວຂຶ້ນສັງຄົມນິຍົມໂດຍກົງ ໂດຍບໍ່ຜ່ານເສັ້ນທາງຂະຫຍາຍຕົວ ແບບທຶນນິຍົມ, ເຮັດໃຫ້ປະເທດ ລາວກາຍເປັນປະເທດສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະ ພາບ ແລະ ວັດທະນະຖາວອນ; ຕັ້ງ ໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ ເພື່ອສັນຕິພາບ, ເອກະລາດແຫ່ງ ຊາດ, ປະຊາທິປະໄຕ ແລະ ສັງຄົມ ນິຍົມໃນອິນດູຈີນ ໃນອາຊີອາຄະເນ ແລະ ໃນໂລກ. ທ່ານ ກຸຢ່າງ ສີສົມພົງ ຍັງຍົກ ໃຫ້ເຫັນບົດຮຽນຕົ້ນຕໍຂອງພັກ ປະຊາຊົນປະຕິວັດລາວໃນພາລະກິດ ປົດປ່ອຍຊາດຢ່າງສົມບູນ ເຊິ່ງ ຈາກພາກປະຕິບັດຕົວຈິງອັນອຸດົມ ຮັ່ງມີແຫ່ງການຕໍ່ສູ້ມີໄຊຂອງການ ປະຕິວັດຊາດ, ພັກສາມາດຖອດ ຖອນບາງບົດຮຽນເຊັ່ນ: ເຊີດຊູຄັນ ທຸງຊາດ-ປະຊາທິປະໄຕ, ແກ້ໄຂ ເນື້ອໃນ ແລະ ສາຍພົວພັນລະຫວ່າງ ສອງໜ້າທີ່ປະຕິວັດຊາດ ກັບປະຊາ ທິປະໄຕ; ກໍ່ສ້າງກ້ອນກຳລັງພັນ ທະພາບກຳມະກອນ-ຊາວນາ ອັນ ແໜ້ນແກ່ນພາຍໃຕ້ການນຳພາຂອງ ພັກ; ສ້າງແນວໂຮມເອກະພາບ ແຫ່ງຊາດບົນພື້ນຖານພັນທະພາບ ກຳມະກອນ-ຊາວນາ ພາຍໃຕ້ການ ນໍາພາຂອງພັກ; ກຳແໜ້ນທັດສະນະ ກຳລັງຮຸນແຮງປະຕິວັດ, ສົມທົບ ສອງກຳລັງ ແລະ ສອງຮູບການ ຕໍ່ສູ້ຄື: ຕໍ່ສູ້ດ້ວຍອາວຸດກັບຕໍ່ສູ້ການ ເມືອງຢ່າງແໜ້ນແຟ້ນ ເພື່ອຕີເອົາ ຊະນະສັດຕູ; ໝູນໃຊ້ຍຸດໂທບາຍ “ປະນິປະນອມ”ທີ່ມີຫລັກການ ກັບຝ່າຍກົງກັນຂ້າມ; ສ້າງກາລະ ໂອກາດ, ກຳແໜ້ນກາລະໂອກາດ, ເສີມຂະຫຍາຍກຳລັງແຮງສັງລວມ ຂອງການປະຕິວັດ, ທັບມ້າງຢ່າງ ສິ້ນເຊີງກົງຈັກປົກຄອງປະຕິການ ຍາດເອົາໄຊຊະນະສົມບູນ; ສົມທົບ ນໍ້າໃຈຮັກຊາດອັນດູດດື່ມກັບນ້ຳໃຈ ສາກົນກຳມະຊີບອັນແທ້ຈິງຢ່າງ ຖືກຕ້ອງ. ພ້ອມກັນນີ້, ທ່ານ ກຸຢ່າງ ສີສົມ ພົງ ກໍໄດ້ຍົກໃຫ້ເຫັນບາງວິທີການ ເສີມຂະຫຍາຍບົດຮຽນການນຳພາ ຂອງພັກ ໃນພາລະກິດປົດປ່ອຍຊາດ ຢ່າງສົມບູນຕ້ອງສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມບົດຮຽນ ອັນລໍ້າຄ່າຂອງພັກ ໃນພາລະກິດ ປົດປ່ອຍຊາດໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ເປັນປະຈໍາ; ຍົກສູງຄວາມ ສາມາດໃນການຫັນເອົາບົດຮຽນ ການນໍາພາຂອງພັກ ໃນພາລະກິດ ປົດປ່ອຍຊາດເຂົ້າໃນການກໍານົດ ແນວທາງ, ແຜນນະໂຍບາຍຂອງ ພັກ ທີ່ສອດຄ່ອງກັບສະພາບຄວາມ ເປັນຈິງໃນປັດຈຸບັນບົນພື້ນຖານ ຄວາມຖືກຕ້ອງ, ຄົບຖ້ວນ ແລະ ຍຸ ຕິທຳ; ພະນັກງານ, ສະມາຊິກພັກ ທຸກສະຫາຍຄວນເປັນແບບຢ່າງຕັ້ງ ໜ້າຄົ້ນຄວ້າ, ຮ່ຳຮຽນ ແລະ ນຳ ເອົາບົດຮຽນການນໍາພາຂອງພັກ ໃນພາລະກິດປົດປ່ອຍຊາດ ເຂົ້າ ໃນການຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງຕົນຢ່າງປະດິດສ້າງແນ ໃສ່ຍົກສູງຄວາມຮູ້-ຄວາມສາມາດ ຮອບດ້ານຂອງຕົນໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານ ໂດຍສະເພາະການນຳ ເອົາຄວາມເປັນແບບຢ່າງນຳໜ້າ ຂອງພະນັກງານ, ສະມາຊິກພັກ ໃນໄລຍະນໍາພາຕໍ່ສູ້ປົດປ່ອຍຊາດ; ປຸກລະດົມປະຊາຊົນລາວບັນດາ ເຜົ່າໃຫ້ເຊີດຊູນໍ້າໃຈຮັກຊາດ, ຮັກ ຄວາມສາມັກຄີປອງດອງຊາດ; ສ້າງທຸກເງື່ອນໄຂໃຫ້ປະຊາຊົນ ລາວບັນດາເຜົ່າມີສ່ວນຮ່ວມໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ແນໃສ່ສ້າງ ປະເທດລາວ, ສັງຄົມລາວກ້າວສູ່ ສັງຄົມນິຍົມ; ເອົາໃຈໃສ່ຕິດຕາມ, ກວດກາ, ສະຫລຸບຖອດຖອນບົດ ຮຽນໃນການໝູນໃຊ້ບົດຮຽນການ ນຳພາຂອງພັກ ໃນພາລະກິດປົດ ປ່ອຍຊາດໃນແຕ່ລະໄລຍະໃຫ້ເປັນ ປົກກະຕິ. ພ້ອມນັ້ນ, ກໍເພີ່ມຄວາມ ສາມາດໃນການຕ້ານ ແລະ ສະກັດ ກັ້ນການໝູນໃຊ້ບົດຮຽນທີ່ຜິດເຂວ ຈາກມູນເຊື້ອອັນດີງາມຂອງພັກ ທີ່ ນໍາໄປສູ່ການເກີດປາກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ-ສະມາຊິກ ພັກຢ່າງທັນການ. ສັງຮວມແລ້ວ, ໃນສະໄໝດຳ ເນີນການປະຕິວັດປົດປ່ອຍຊາດ ໂດຍພາຍໃຕ້ການນຳພາຂອງພັກ, ປະຊາຊົນລາວບັນດາເຜົ່າໄດ້ສາມັກ ຄີກັນເປັນຈິດໜຶ່ງໃຈດຽວເຂົ້າຮ່ວມ ໃນແນວໂຮມກູ້ຊາດອັນກວ້າງ ຂວາງດຳເນີນການຕໍ່ສູ້ອັນລະອິດ ລະອ້ຽວ, ຍືດເຍື້ອຍາວນານພາຍໃຕ້ ຄັນທຸງຊາດ-ປະຊາທິປະໄຕ ໄດ້ຜາບ ແພ້ພວກຮຸກຮານ ແລະ ລູກແຫລ່ງ ຕີນມື, ປະຕິບັດຄວາມຖືກຕ້ອງ ປອງດອງຊາດ, ກໍ່ສ້າງປະເທດ ລາວສັນຕິພາບເປັນກາງເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດ ທະນະຖາວອນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ທາດສີໂຄດຕະບອງ ເຊິ່ງເປັນຮີດ ຄອງປະເພນີອັນດີງາມທາງດ້ານ ວັດທະນະທຳຂອງຊາວພຸດທີ່ໄດ້ ສືບທອດກັນມາແຕ່ບູຮານນະການ ເພື່ອເປັນການບູຊາພະຣັດຕະນະໄຕ ແລະ ເປັນການບູຊາພະທາດສີໂຄດ ຕະບອງ ເຊິ່ງຂະບວນແຫ່ຜາສາດ ເຜິ້ງແມ່ນໄດ້ເລີ່ມເຕົ້້າໂຮມຢູ່ເດີ່ນ ຫ້ອງວ່າການເມືອງທ່າແຂກແລ້ວ ເຄື່ອນຂະບວນເຂົ້າສູ່ພະທາດສີໂຄດ ຕະບອງ ເພື່ອທຳພິທີແຫ່ອ້ອມຮອບ ພະທາດຈໍານວນ 3 ຮອບ. ຈາກ ນັ້ນ, ກໍນໍາເອົາຜາສາດເຜິ້ງ ພ້ອມ ທັງຕົ້ນກະລະພຶກ ແລະ ວັດຖຸທານ ອື່ນໆຕາມສັດທາຂອງຜູ້ເຂົ້າຮ່ວມ ຖວາຍແດ່ພະສົງຕາມພິທີກໍາທາງ ສາສະໜາ. ທັງນີ້, ກໍເພື່ອເປັນການ ອະນຸລັກຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງ ຊາດລາວເຮົາ ກໍຄື ປະຊາຊົນແຂວງ ຄຳມ່ວນ ໄວ້ຄົງຢູ່ຕະຫລອດໄປ. ໂອກາດດຽວກັນ, ບັນດາທ່ານ ການນໍາ, ບໍລິສັດ, ຫົວໜ່ວຍທຸລະກິດ ຕ່າງໆຍັງໄດ້ປະກອບສ່ວນຖວາຍ ວັດຖຸ ແລະ ປັດໄຈ ເພື່ອເຮັດໃຫ້ງານ ດັ່ງກ່າວສຳເລັດໄປດ້ວຍດີ ແລະ ເປັນການຕໍ່ຍອດໃນການບູລະນະ ປະຕິສັງຂອນ ແລະ ພັດທະນາພະ ທາດສີໂຄດຕະບອງ ໃຫ້ມີຄວາມຮຸ່ງ ເຮືອງເຫລືອງເຫລື້ອມຄົງຢູ່ຄູ່ບ້ານຄູ່ ເມືອງ, ເປັນສັນຍະລັກ, ເປັນສູນລວມ ທາງດ້ານຈິດໃຈ ແລະ ເປັນມິ່ງຂວັນ ຂອງຊາວພຸດທະສາສະນິກະຊົນ, ປະຊາຊົນລາວບັນດາເຜົ່າພາຍໃນ ແຂວງຄໍາມ່ວນຕະຫລອດໄປ. ພ້ອມກັນນີ້, ທ່ານຮອງນາຍົກ ລັດຖະມົນຕີ ພ້ອມຄະນະຍັງໄດ້ ຕິດຕາມກິດຈະກຳຕ່າງໆພາຍໃນ ງານໂດຍສະເພາະການແຂ່ງຂັນ ກອງແຕ້-ກອງຈິງ ເຊິ່ງເປັນກິລາທີ່ ເປັນເອກະລັກຂອງແຂວງຄໍາມ່ວນ ແລະ ຊົມຮ້ານວາງສະແດງ ແລະ ຈໍາໜ່າຍສິນຄ້າພາຍໃນງານຕື່ມອີກ. ຂ່າວ-ພາບ: ແຂວງຄໍາມ່ວນ ດ້ານເປັນຕົ້ນການພັດທະນາດ້ານ ຊັບພະຍາກອນມະນຸດ, ການຄ້າການລົງທຶນ, ການແກ້ໄຂບັນຫາ ສະພາບການປ່ຽນແປງຂອງດິນ ຟ້າອາກາດ, ພະລັງງານແບບຍືນ ຍົງ, ວຽກງານຄວາມໝັ້ນຄົງ ແລະ ການບັງຄັບໃຊ້ກົດໝາຍ. ພ້ອມກັນ ນີ້, ສອງຝ່າຍໄດ້ຖືໂອກາດແລກ ປ່ຽນຄໍາຄິດເຫັນກ່ຽວກັບຄວາມ ຄືບໜ້າການສືບສວນ-ສອບສວນຕໍ່ ເຫດການນັກທ່ອງທ່ຽວອົດສະຕຣາ ລີ 2 ຄົນ ທີ່ເຈັບປ່ວຍກະທັນຫັນ ແລະ ໄດ້ຮັບຂ່າວເສຍຊີວິດໃນໄລຍະຕໍ່ມາ ໃນເດືອນພະຈິກ ປີ 2024; ສອງ ຝ່າຍໄດ້ສະແດງຄວາມເສຍໃຈຕໍ່ ເຫດການທີ່ບໍ່ເພິ່ງປາຖະໜາດັ່ງກ່າວ ແລະ ກໍຫວັງວ່າຈະບໍ່ກະທົບຕໍ່ສາຍ ພົວພັນຂອງສອງປະເທດ. ຂ່າວ-ພາບ: ກຕທ ຕາ, ພັດທະນາຄວາມຮູ້ທາງດ້ານ ວິຊາການ, ຄວາມຊຳນານທາງ ດ້ານການຜ່າຕັດຕາຂຸ້ນ, ສະໜອງ ຢາ, ເຄື່ອງອຸປະໂພກ, ອຸປະກອນເຄື່ອງມືສຳລັບການຜ່າຕັດຕາຂຸ້ນ ແລະ ຊ່ວຍເຫລືອງົບປະມານໃນ ການຜ່າຕັດແກ່ນຕາຂຸ້ນຢູ່ໂຮງໝໍ, ການບໍລິການດູແລຮັກສາສຸຂະພາບ ຕາ ແລະ ການຜ່າຕັດຕາຂຸ້ນເຄື່ອນທີ່ ຢູ່ໃນແຂວງ, ເມືອງເປົ້າໝາຍ ແລະ ໃນຊຸມຊົນ 5 ແຂວງເປົ້າໝາຍ. ໃນກອງປະຊຸມດັ່ງກ່າວ, ໄດ້ທົບ ທວນການຈັດຕັ້ງປະຕິບັດວຽກງານ ໂຄງການ 2024 ແລະ ວາງແຜນ ການ 2025, ປຶກສາຫາລືທົບທວນ ແລະ ລາຍງານຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດໂຄງການໃນ ໄລຍະ 1 ປີຜ່ານມາ, ນຳສະເໜີແຜນ ຈັດຕັ້ງປະຕິບັດກິດຈະກຳແຜນງົບ ປະມານສຳລັບ 1 ປີ 2025 ແລະ ກຳນົດແຜນບຸລິມະສິດໄຕມາດທີ 1 ເດືອນຕົ້ນປີ 2025, ທົບທວນ ປັບປຸງໂຄງຮ່າງການຈັດຕັ້ງ ແລະ ຂອດການປະສານງານຂອງຄະນະ ກຳມະການຄຸ້ມຄອງໂຄງການໃນ ລະດັບສູນກາງ ແລະ ແຂວງ, ຮັບ ຟັງການນຳສະເໜີຜົນສຳເລັດ, ສິ່ງ ທີ່ທ້າທາຍ, ບົດຮຽນທີ່ຖອດຖອນ ໄດ້ ແລະ ບາງຂົງເຂດວຽກງານ ໃນການຈັດຕັ້ງປະຕິບັດວຽກງານ ໂຄງການໄລຍະ 1 ປີຜ່ານມາ ພ້ອມ ກັນວາງແຜນຈັດຕັ້ງປະຕິບັດວຽກ ງານໂຄງການການບໍລິການ ແລະ ຮັກສາສຸຂະພາບຕາໃນປີ 2025 ໃຫ້ ມີຜົນສຳເລັດຕາມຄາດໝາຍ ແລະ ແຜນການທີ່ໄດ້ວາງໄວ້. ຂ່າວ: ວຽງຈັນໃໝ່
RkJQdWJsaXNoZXIy MTc3MTYxMQ==