6067

xtgmf]k; 3 13/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສ. ສີວັນໄຊີ ວັນ ຮິບໂຮມໂດຍ: ພະກາິ ບ mq [m;o7ela [ muj ,u 7e ]t c]t s]a d 16j |h k gruj ,mt;u dkooerk0v'ra d 8+ ;Pd'ko4tcs]'0j k;{lnj ,;o-q o g,n v'cdj omh k; lq j 'glu ,xt-k-q ozt]y fgxa oly o7h klq j 'vvd * ເພີ່ມທະວີການນໍາພາຂອງພັກ ແມ່ນການເພີ່ມທະວີບົດບາດ ແລະ ຄວາມສາມາດນໍາພາຂອງພັກ ຕໍ່ ທຸກຂອດການເຄື່ອນໄຫວນໍາພາຊີ້ນໍາ ຂອງພັກ. ສໍາລັບວຽກງານ ສື່ມວນຊົນ, ປະທານ ໄກສອນ ພົມວິຫານ ຮຽກຮ້ອງໃຫ້ພັກເຮົາ ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານນີ້ ໃຫ້ກາຍເປັນເຄື່ອງມືອັນແຂງແຮງ ໃນການຮັບໃຊ້ວຽກງານໂຄສະນາ ແນວທາງຂອງພັກ, ໂດຍເພິ່ນໄດ້ອະ ທິບາຍວ່າ: “ພັກເຮົາ ຕ້ອງຖືວິທະຍຸ ກະຈາຍສຽງ, ໜັງສືພິມ ເປັນເຄື່ອງ ມືອັນແຂງແຮງໃນການຮັບໃຊ້ວຽກ ງານໂຄສະນາແນວທາງຂອງພັກ, ຕໍ່ສູ້ຕ້ານສັດຕູ, ສຶກສາອົບຮົມ ແລະ ຈັດຕັ້ງປະຊາຊົນ”(ເອກະສານກອງ ປະຊຸມສໍາມະນາວິທະຍາສາດ ຫົວ ຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫລງຂ່າວ, ສະບັບຫຍໍ້, ນະຄອນຫລວງວຽງ ຈັນ, ປີ 2023, ໜ້າ 28). ພັກເຮົາບໍ່ວ່າເວລາໃດຂອງການ ປະຕິວັດ ກໍເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານຖະແຫລງຂ່າວ-ສື່ມວນ ຊົນ ໂດຍຖືເອົາວຽກງານດັ່ງກ່າວ ເປັນເວທີໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີຍຸດທະສາດອັນໜຶ່ງ ແລະ ຖືເປັນສະໜາມຮົບແນວຄິດ-ວັດ ທະນະທໍາ ໃນຍຸກສັງຄົມຂໍ້ມູນຂ່າວ ສານ. ໃນມະຕິສະບັບເລກທີ 36/ ກມສພ, ກໍໄດ້ເວົ້າແຈ້ງ ກ່ຽວກັບທັດ ສະນະ ຂອງພັກວ່າ: “ສື່ມວນຊົນ ຂອງພວກເຮົາໃນຖານະເປັນໜັງ ສືພິມປະຕິວັດ ທີ່ໄດ້ກໍາເນີດໃນຂະ ບວນການຕໍ່ສູ້ ຂອງປະຊາຊົນ ແລະ ເຕີບໃຫຍ່ຕາມການເຕີບໂຕ ແລະ ໄຊຊະນະ ຂອງການປະຕິວັດນັ້ນ ໄດ້ກາຍເປັນສື່ອັນສໍາຄັນທີ່ສຸດ ລະ ຫວ່າງ ພັກກັບປະຊາຊົນ ທີ່ທັງເປັນ ຜູ້ນໍາເອົາແນວຄິດ, ທິດສະດີປະຕິ ວັດ, ແນວທາງນະໂຍບາຍຂອງພັກ ໄປສູ່ປະຊາຊົນ, ທັງເປັນຜູ້ນໍາພາ ເອົາຄວາມຄິດ ຄວາມເຫັນ, ຄວາມ ມຸ່ງມາດປາຖະໜາ ຂອງປະຊາຊົນ ມາສ່ອງແສງໃຫ້ພັກໄດ້ຮັບຊາບ”. ຍ້ອນເຫັນຄວາມສໍາຄັນຕໍ່ວຽກ ງານສື່ມວນຊົນ ດັ່ງນັ້ນ, ໃນມະຕິ ກອງປະຊຸມໃຫຍ່ຂອງພັກ ແຕ່ລະ ສະໄໝ ຈຶ່ງໄດ້ຕີລາຄາຄືນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວພ້ອມ ທັງກໍານົດທິດທາງແຜນການເພື່ອ ພັດທະນາວຽກງານຖະແຫລງ ຂ່າວ- ສື່ມວນຊົນ ໃຫ້ຖືກຕ້ອງສອດ ຄ່ອງກັບຈຸດພິເສດຂອງແຕ່ລະຍຸກ ແຕ່ລະສະໄໝ ເປັນຕົ້ນມະຕິກອງປະ ຊຸມໃຫຍ່ ຄັ້ງທີVII ຂອງພັກ ໄດ້ລະບຸ ວ່າ: “ສົ່ງເສີມບົດບາດວຽກງານຖະ ແຫລງຂ່າວໂຄສະນາ ແລະ ສື່ມວນ ຊົນ ໃນການເຮັດໃຫ້ທົ່ວສັງຄົມມີ ມານະຈິດ ແລະ ອຸດົມຄະຕິລວມອັນ ດຽວກັນ ໃນການສ້າງສາພັດທະນາ ປະເທດຊາດ. ຂະແໜງຖະແຫລງ ຂ່າວ ແລະ ສື່ມວນຊົນ ຕ້ອງຍຶດໝັ້ນ ໃນທັດສະນະຂອງພັກ, ຍຶດໝັ້ນໃນ ຄວາມເປັນຈິງແລະ ເປັນເຄື່ອງມືອັນ ຄົມແຫລມທາງດ້ານການເມືອງ- ແນວຄິດ; ເປັນທັງນັກໂຄສະນາ, ນັກຂົນຂວາຍມະຫາຊົນ, ເປັນນັກ ຈັດຕັ້ງລວມໝູ່ ແລະ ເປັນເວທີແຫ່ງ ການເສີມຂະຫຍາຍປະຊາທິປະໄຕ ຂອງມະຫາຊົນ”. ມະຕິກອງປະຊຸມໃຫຍ່ ຄັ້ງທີVIII ຂອງພັກ ໄດ້ກໍານົດໜ້າທີ່ສະເພາະ ໜ້າ ຂອງວຽກງານຂ່າວສານວ່າ: “ຕອບສະໜອງຂ່າວສານ, ເພີ່ມສິ່ງ ພິມ ແລະ ການໂຄສະນາທີ່ມີເນື້ອຫາ ສາລະທີ່ດີ, ມີຄຸນປະໂຫຍດ ເພື່ອ ສ້າງຄ່ານິຍົມທີ່ຖືກຕ້ອງກ້າວໜ້າ ໃຫ້ແກ່ຄົນໃນສັງຄົມ, ຕ້ອງປັບປຸງຍົກ ລະດັບຄຸນນະພາບ ຂອງວຽກງານ ໂຄສະນາຖະແຫລງຂ່າວ, ອະນຸລັກ ຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ວັດທະນະທໍາອັນດີງາມ ທີ່ເປັນເອ ກະລັກຂອງຊາດ ໄປຄຽງຄູ່ກັບ ການຮັບເອົາວັດທະນະທໍາທີ່ກ້າວ ໜ້າ ແລະ ດີງາມ ຂອງນາໆຊາດ”. ກອງປະຊຸມໃຫຍ່ ຄັ້ງທີ IX ຂອງ ພັກ ໄດ້ຕີລາຄາສູງຕໍ່ວຽກງານສື່ ມວນຊົນວ່າ: “ຊີວິດວັດທະນະທໍາ ຂອງປະຊາຊົນເຮົາ ໄດ້ຮັບການ ຍົກສູງຂຶ້ນຕື່ມ ຈາກການຂະຫຍາຍ ຕາໜ່າງໂທລະພາບ ແລະ ພາຫະນະ ສື່ມວນຊົນປະເພດຕ່າງໆ, ເຮັດໃຫ້ ປະຊາຊົນເຮົາ ນັບທັງເຂດຫ່າງໄກ ສອກຫລີກ ໄດ້ຮັບຂ່າວສານສາລະ ຄວາມຮູ້ ແລະ ຄວາມບັນເທີງເບີກ ບານ ທີ່ມີຫລາຍຮູບຫລາຍສີ”. ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ວາງທິດທາງໃນຕໍ່ໜ້າ ສໍາລັບສື່ວ່າ: “ພັດທະນາວຽກງານ ຖະແຫລງຂ່າວ ແລະ ວັດທະນະທໍາ ຕາມທິດຫັນໄປສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ, ເປັນກະ ບອກສຽງອັນແຫລມຄົມ ຂອງພັກ- ລັດ, ເປັນເວທີສະແດງຄວາມຮຽກ ຮ້ອງຕ້ອງການ ຂອງປະຊາຊົນ”. ບົດລາຍງານການເມືອງ ຕໍ່ກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ ລະບຸວ່າ: “ສ້າງລະບົບສື່ທີ່ຢູ່ພາຍ ໃຕ້ການຄຸ້ມຄອງຂອງລັດໃຫ້ເຂັ້ມ ແຂງ ແລະ ສາມາດປະຕິບັດບົດ ບາດອັນຕັ້ງໜ້າໃນການເປັນສື່ກາງ ເພື່ອສະໜງບັນດາຂໍ້ມູນອັນຈໍາເປັນ ໃນການເຄື່ອນໄຫວຂອງລັດ ແລະ ເປັນສື່ກາງໃຫ້ສັງຄົມ ສະແດງ ຄວາມຄິດເຫັນອັນສ້າງສັນຈາກ ສັງຄົມ ຕໍ່ການເຄື່ອນໄຫວວຽກ ງານຂອງອໍານາດລັດ ຢ່າງເປັນລະ ບົບວ່ອງໄວ ຊັດເຈນ...”. ໃນໄລຍະຜ່ານມາ, ການເພີ່ມທະ ວີການນໍາພາ ຂອງພັກຕໍ່ວຽກງານ ຖະແຫລງຂ່າວ ຢູ່ ສປປ ລາວ ໄດ້ ມີຜົນສໍາເລັດຫລາຍດ້ານ ແຕ່ເມື່ອ ອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງສະພາບການໃນປັດຈຸບັນ ກໍ ຍັງເຫັນວ່າ ມີຂໍ້ຈໍາກັດຈໍານວນໜຶ່ງ ເປັນຕົ້ນ ການນໍາໃຊ້ບຸກຄະລາກອນ ຍັງບໍ່ທັນຖືກຕາມຄວາມຮູ້ຄວາມ ສາມາດທີ່ແທ້ຈິງ, ການເຜີຍແຜ່ ຂໍ້ມູນຂ່າວສານ ຍັງມີລັກສະນະ ຈໍາກັດ ບໍ່ທັນວ່ອງໄວ ແລະ ການ ຕອບໂຕ້ຫາງສຽງທີ່ບໍ່ດີ ຍັງບໍ່ທັນ ການ, ການແລກປ່ຽນບົດຮຽນ ກັບ ບັນດາປະເທດເພື່ອນມິດ ແລະ ສາ ກົນ ຍັງຈໍາກັດ, ການຕອບສະໜອງ ງົບປະມານ, ອຸປະກອນ, ພາຫະນະ ຮັບໃຊ້ ແລະ ລະບອບນະໂຍບາຍ ຕໍ່ ພະນັກງານສື່ ຍັງບໍ່ທັນໄດ້ດີ. ເພື່ອ ແກ້ໄຂຂໍ້ຈໍາກັດດັ່ງກ່າວ, ມີຄວາມ ຈໍາເປັນຕ້ອງໄດ້ເພີ່ມທະວີການ ນໍາພາຂອງພັກ ຕໍ່ວຽກງານຖະ ແຫລງຂ່າວ ໃຫ້ໄປຕາມລະບົບ, ມີ ຫລັກການ, ເນື້ອໃນ, ວິທີການ, ກົນ ໄກແລະ ຄົ້ນຄວ້າໂຄງປະກອບການ ຈັດຕັ້ງໃຫ້ກະທັດຮັດ, ມີປະສິດທິຜົນ ສູງ, ບໍາລຸງກໍ່ສ້າງພະນັກງານນັກ ຂ່າວໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຈັດວາງສັບຊ້ອນ ໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການ; ເພີ່ມ ທະວີພັດທະນາຕົນເອງ ໃຫ້ຫຍັບມໍ່ ເຂົ້າກັບພາກພື້ນ ແລະ ສາກົນ ທັງ ໃນດ້ານຄວາມຮູ້ຄວາມສາມາດ ແລະ ການພັດທະນາເຕັກໂນໂລຊີ ໃຫ້ທັນສະໄໝຂຶ້ນເລື້ອຍໆ. ສັງລວມ ແລ້ວ ການເພີ່ມທະວີການນໍາພາ ຂອງພັກ ຕໍ່ວຽກງານນີ້ ມີຄວາມ ຈໍາເປັນສໍາຄັນໃນການຕັດສິນການ ປະຕິບັດໜ້າທີ່ການເມືອງຂອງ ເຫລົ່ານັກຮົບສື່ມວນຊົນ ໃຫ້ມີຜົນ ສໍາເລັດ ປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃຫ້ຈະເລີນ ຮຸ່ງເຮືອງ. * ມີຄໍາສັບຈໍານວນຫລວງຫລາຍ ທີ່ມີຄໍາ ລະ, ຫລັກ ແລະ ລັດ ຢູ່ໜ້າ ຄໍາ ເຊິ່ງມີຄວາມໝາຍແຕກຕ່າງ ກັນໄປ. ບົດນີ້ ນໍາເອົາຈໍານວນໜຶ່ງ ມາທົບທວນນໍາກັນຕື່ມອີກ. ຄໍາວ່າ “ລະກາ” ເປັນຄໍານາມ ໝາຍເຖິງຊື່ປີທີ 10 ມີເຄື່ອງໝາຍ ຮູບໄກ່; ລະກໍາ ເປັນຄໍານາມ ໝາຍ ເຖິງຊື່ຕົ້ນໄມ້ຊະນິດໜຶ່ງ ມີໜາມ ຍາວ, ໜາມມີລົດສົ້ມ. ນອກນັ້ນ ຍັງ ມີຄວາມໝາຍເຖິງ ຄວາມທຸກຍາກ, ຄວາມລໍາບາກ, ຄວາມອຸກອັ່ງທໍລະ ມານໃຈ.ຄໍາ“ລະຄັງ”ເປັນຄໍານາມ ໝາຍເຖິງເຄື່ອງຕີສັນຍານ ຫລື ເວລາ, ຫລໍ່ດ້ວຍທອງເຫລືອງ ຮູບຄື ໝາກກະດິງ ແຕ່ຂະໜາດໃຫຍ່ກວ່າ ກະດິງຫລາຍເທົ່າ. ຄໍາ “ລະແຄະ ລະໄຄ” ເປັນຄໍານາມ ໝາຍເຖິງ ຄວາມຜິດພາດ, ຄວາມປະພຶດທີ່ພາ ໃຫ້ສົງໄສໃນທາງທີ່ບໍ່ດີ. ຄໍາ “ລະ ຄອນ” ເປັນຄໍານາມໝາຍເຖິງການ ສະແດງ ຫລື ຫລິ້ນແນວໜຶ່ງ ເຊິ່ງ ຫລິ້ນເປັນເລື່ອງຕ່າງໆ ມີຫລາຍ ເຊັ່ນ ລະຄອນລໍາ, ລະຄອນເວົ້າ, ລະ ຄອນຕະຫລົກ, ລະຄອນສັດ... ຄໍາ ວ່າ “ລະໂງກ” ເປັນຄໍານາມ ໝາຍ ເຖິງຊື່ເຫັດຊະນິດໜຶ່ງ ດອກໃຫຍ່ ມີ ແນວສີຂາວ, ແນວສີເຫລືອງ ນໍາ ມາປຸງແຕ່ງໃຫ້ສຸກເປັນອາຫານ. ຄໍາ “ລະງັບ” ເປັນຄໍາກໍາມະ ໝາຍ ເຖິງ ເຮັດໃຫ້ສະຫລົບ, ເຮັດໃຫ້ເຊົາ, ເຊົາເຈັບຫົວ...; ຄໍາ “ລະງົມ” ເປັນ ຄໍາຄຸນນາມ ໝາຍເຖິງ ດັງສະໜັ່ນ, ດັງກ້ອງທົ່ວໄປ... ຄໍາ “ຫລັກການ” ເປັນຄໍານາມ ໝາຍເຖິງ ຄວາມໝັ້ນຄົງ ອັນເປັນ ເຄື່ອງອ້າງ ຫລື ອ້າງອີງບ່ອນຢູ່ອັນ ແນ່ນອນ ຫລື ແນວຕັ້ງໄວ້ເພື່ອດໍາ ເນີນການ. ຄໍາ “ຫລັກເກນ” ເປັນ ຄໍານາມ ໝາຍເຖິງ ຫລັກວິນິດໄສ; ຫລັກສູດ ເປັນຄໍານາມ ໝາຍເຖິງ ຂໍ້ກໍານົດວິຊາ ທີ່ຕັ້ງໄວ້ໃຫ້ຮໍ່າ ຮຽນ. “ຫລັກແຫລ່ງ” ເປັນຄໍານາມ ໝາຍເຖິງ ທີ່ປະຈໍາຢູ່. ຄໍາ “ຫລັກ ແຫລມ” ເປັນຄໍາຄຸນນາມ ໝາຍ ເຖິງ ສະຫລາດຫລາຍ, ສ້ຽມ ແຫລມ, ມີປັນຍາໄຫວພິບດີ. ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. * ໃນໄລຍະ5ປີຜ່ານມາ, ຄະນ​ ະ​ ພັກເ​ມືອງແ​ ກ່ນທ້າວ ແຂວງໄຊຍະບູ ລີ ໄດ້ນ​ ຳ​ພາ-ຊີ້​ນຳ ​ການ​ພັດ​ທະນ​ າ​ ເສດ​ຖະ​ກິດ-ສັງ​ຄົມ​ ພາຍ​ໃຕ້​ວິໄສ ທັດ “ສືບຕໍ່ສ້າງເມືອງແກ່ນທ້າວ ໃຫ້ເປັນເມືອງບໍລິການດ້ານການ ຄ້າຊາຍແດນ, ສົ່ງເສີມການປູກ ໝາກຂາມຫວານ, ປູກຢາງພາລາ, ປູກພືດເປັນສິນຄ້າ ຕິດພັນກັບການ ປຸງແຕ່ງຂັ້ນຕົ້ນເພື່ອສົ່ງອອກ ແລະ ລ້ຽງສັດແບບເປັນກຸ່ມເປັນຟາມ ຕາມທິດສີຂຽວ ແລະ ຍືນຍົງ’’. ອີງຕາມການລາຍງານຂອງ ສະຫາຍຄໍາປຸ່ນນວນສະບັບວ່າການ ເລຂາພັກເມືອງ, ວ່າການເຈົ້າເມືອງ ແກ່ນທ້າວ ຕໍ່ກອງປະຊຸມໃຫຍ່ ຜູ້ ແທນອົງຄະນະພັກເມືອງ ຄັ້ງທີ VIII ເມື່ອບໍ່ດົນນີ້ວ່າ: ຕະຫລອດ 5 ປີ ຜ່ານມາ, ຄະນ​ ະພັ​ ກ​ເມືອງ​ໄດ້ເ​ອົາ​ ໃຈ​ໃສ່​ນຳ​ພາ-ຊີ້​ນຳ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ​ພາຍ​ໃຕ້​ວິໄສ ທັດ “ສືບຕໍ່ສ້າງເມືອງແກ່ນທ້າວ ໃຫ້ເປັນເມືອງບໍລິການດ້ານການ ຄ້າຊາຍແດນ, ສົ່ງເສີມການປູກ ໝາກຂາມຫວານ, ປູກຢາງພາລາ, ປູກພືດເປັນສິນຄ້າ ຕິດພັນກັບການ ປຸງແຕ່ງຂັ້ນຕົ້ນເພື່ອສົ່ງອອກ ແລະ ລ້ຽງສັດແບບເປັນກຸ່ມເປັນຟາມ ຕາມທິດສີຂຽວ ແລະ ຍືນຍົງ” ໂດຍໄດ້ຫັນເອົາພະນັກງານຫລັກ​ ແຫລ່ງ, ພະນັກງານວິຊາການລົງ​ ນໍາພ​ າປະຊາຊົນຫັນປ່ຽນ ແລະ ນໍາ ໃຊ້ເຕັກນິກ-ວິທະຍາສາດເຂົ້າໃນ ການຜະລິດ ເປັນຕົ້ນການປູກເຂົ້າ, ປູກພື​ ດກະສິກໍາ ແລະ ພື​ ດອຸ​ ດສ​ າຫ​ ະ​ ກຳເປັນສິນຄ້າ ແລະ ລ້ຽງສັດໃ​ ຫຍ່ ໄດ້ມີການຂະຫຍາຍຕົວຢ່າງກ​ ວ້າງ ຂວາງ, ຍາດແຍ່ງເອົາການຊ່ວຍ ເຫລືອຈາກພາຍໃນ ແລະ ຕ່າງປະ ເທດເຂົ້າໃນການປັບປຸງລະບົບຊົນ ລະປະທານ ເພື່ອ​ສະໜອງ​ນ້ຳ​ຫົດ​ ເນື້ອ​ທີ່​ທຳ​ການ​ຜະ​ລິດໃຫ້ເພີ່ມຂຶ້ນ ໂດຍສະເພາະ ໂຄງການ​ຊົນ​ລະ​ປະ​ ທານ​ນ້ຳ​ຊາງ ບ້ານ​ຫ້ວຍ​ເລິກ, ຂະ ບວນການສົ່ງເສີມການປູກ-ການ ລ້ຽງ ໄດ້ຫັນໄປສູ່ແບບເປັນກຸ່ມ ເປັນຟາມ, ສາມາດກຸ້ມຕົນເອງທາງ ດ້ານສະບຽງອາຫານ ປະເພດເຂົ້າ ແລະ ທາດຊີ້ນ ຢູ່ພາຍໃນ ແລະ ສົ່ງ ອອກເປັນສິນຄ້າ, ເອົາໃຈໃສ່ປົກປັກ ຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ໃຫ້ຍືນຍົງ. ສຳລັບດ້ານອຸດສາຫະກຳ ແລະ ການຄ້າ ກໍໄດ້ມີການຂະຫຍາຍຕົວ ຕາມທິດທັນສະໄໝເປັນກ້າວໆ ເຊັ່ນ: ໂຮງອົ​ ບ​ສາ​ລີ, ​ລານ​ຕາກມັນ ຕົ້ນ, ສາງເກັບຜົນຜະລິດໄດ້ຫັນໄປ ສູ່ລະບົບຄົບຊຸດ ສາມາດປຸງແຕ່ງ ຜົນຜະລິດກະສິກໍາຂັ້ນຕົ້ນສົ່ງອອກ ໄດ້ຫລາຍຂຶ້ນ, ພື້ນຖານໂຄງລ່າງ, ລະບົບເສັ້ນທາງພາຍໃນເມືອງ ໄດ້ ຮັບການປັບປຸງຍົກລະດັບໂດຍການ ນໍາພາປະຊາຊົນ ປະຕິບັດນະໂຍ ບາຍລັດ ແລະ ປະຊາຊົນພ້ອມກັນ ເຮັດ ໃນການກໍ່ສ້າງທາງເບຕົງເສີມ ເຫລັກ, ເສີມໄມ້ໄຜ່ ແລະ ປູຫີນທາງ ຮ່ອມ ພາຍໃນບ້ານຢ່າງກວ້າງ ຂວາງ ໄດ້ 17 ບ້ານ, ນໍາພາກໍ່ສ້າງ ປະຕູໂຂງ ເຂົ້າເມືອງໂດຍທຶນສົມ ທົບຂອງ ພະນັກງານ, ທະຫານ, ຕໍາ ຫລວດ, ນັກທຸລະກິດ ແລະ ປະຊາ ຊົນ. ພ້ອມນີ້, ໄດ້ນໍາພາປັບປຸງ ແລະ ກໍ່ສ້າງຕະຫລາດຢູ່ພາຍໃນເມືອງ ໃຫ້ສາມາດເປັນບ່ອນແລກປ່ຽນ ຊື້-ຂາຍ ໄດ້ 2 ແຫ່ງ, ຂະຫຍາຍລະ ບົບນໍ້າປະປາ ໄປສູ່ບ້ານທີ່ຍັງບໍ່ທັນ ມີ ໄດ້ 4 ບ້ານ, ນໍາພາກວດກາ, ເກັບ ກຳຂໍ້ມູນການນຳໃຊ້ທີ່ດິນຂອງ ພໍ່ແມ່ປະຊາຊົນໃຫ້ຖືກຕ້ອງຕາມ ລະບຽບກົດໝາຍ, ຈັດສັ​ ນທີ່​ ດິ​ ນ, ຂະ​ ຫຍາຍ​ຜັງ​ເມືອງ​, ເອົາໃຈໃສ່ຄຸ້ມ ຄອງການເຊົ່າ ແລະ ສຳປະທານທີ່ ດິນຂອງລັດຖືກຕ້ອງຕາມລະບຽບ ກົດໝາຍ,​ ພ້ອມ​ທັງຄຸ້ມຄອງສິ່ງ ແວດລ້ອມຢ່​ າງເ​ປັນລ​ ະບົ​ ບຕໍ່​ ເ​ນື່ອງ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ນໍາ ພາປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຊິ່ງສາມາດຈັດເກັບລາຍຮັບໄດ້ ລື່ນແຜນການໃນແຕ່ລະປີ ເຮັດໃຫ້ ເສດຖະກິດຂອງເມືອງ ຂະຫຍາຍ ຕົວໃນລະດັບ 6,5%, ລວມຍອດ ຜົນຜະລິດພາຍໃນບັນລຸໄດ້ 1.000 ກວ່າຕື້ກີບ, ລາຍໄດ້ສະເລ່ຍໃສ່ ຫົວຄົນ ປະຕິບັດໄດ້ 24,22 ລ້ານ ກີບ, ທຽບໃສ່ຄາດໝາຍປະຕິບັດ ໄດ້ 71%. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==