6065

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ຢ່າຕົ່ງ xtgmf]k; 6 11/02/2025 glf4tdy f{la '7q , 0B og|n v ]q '.8h g-u oc;j Ih kovksko8k,laj ' mh k; c0d ຮ້ານອາຫານຕາມສັ່ງ ທ້າວ ແຂກ ຕັ້ງຢູ່ບ້ານແສນອຸດົມ ເມືອງ ປາກຊັນ ແຂວງບໍລິຄຳ (ແຄມທາງ ເລກທີ 13 ໃຕ້) ເຊິ່ງເປັນອາຫານ ແຫ່ງໜຶ່ງ ທີ່ບໍລິການອາຫານຫລາກ ຫລາຍເຍື່ອງ ບໍ່ວ່າຈະເປັນອາຫານ ປະເພດເສັ້ນ, ລາບ, ແກງ, ອາຫານ ພື້ນບ້ານອື່ນໆ ປຸງແຕ່ງດ້ວຍສີມື ພໍ່ຄົວ-ແມ່ຄົວທີ່ມີປະສົບການ. ນອກຈາກນີ້, ສະຖານທີ່ຈອດລົດ ລານພາຫະນະ ກໍ່ກວ້າງຂວາງສະ ດວກສະບາຍ. ທ້າວ ແຂກ ເຈົ້າຂອງຮ້ານເຝີ ແຊບຊຽງຂວາງ ເລົ່າສູ່ຟັງວ່າ: ທຸກມື້ນີ້, ຮ້ານອາຫານປະເພດ ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນ ມີຂາຍທົ່ວໄປ ບໍ່ວ່າຈະຢູ່ເຂດໃດ ຕ້ອງມີ ເພາະເປັນອາຫານທີ່ຄົນ ນິຍົມກິນຫລາຍ ແຕ່ບໍ່ໝາຍຄວາມ ວ່າ ຮ້ານເຝີທຸກຮ້ານຈະຂາຍດີຄື ກັນໝົດ. ສິ່ງທີ່ສາມາດດຶງດູດລູກ ຄ້າ ໃຫ້ນິຍົມຮັບປະທານແມ່ນຂຶ້ນ ກັບລົດຊາດ ແລະ ມີເອກະລັກສະ ເພາະ. ການທີ່ຕັດສິນໃຈມາດຳເນີນ ທຸລະກິດຮ້ານອາຫານນີ້ ແມ່ນເກີດ ຈາກແຮງບັນດານໃຈ ທີ່ຕົນເອງມັກ ຮັບປະທານອາຫານ ປະເພດເສັ້ນ ເປັນພື້ນຖານຢູ່ແລ້ວ ຈຶ່ງໄດ້ເປີດ ອາຫານຮ້ານເຝີ ແລະ ອາຫານພື້ນ ບ້ານ ເພື່ອບໍລິການສັງຄົມທີ່ທຽວ ທາງຂຶ້ນເໜືອລົງໃຕ້. ພາຍຫລັງ ເປີດແລ້ວ ກໍ່ໄດ້ຮັບຄວາມນິຍົມ ຈາກລູກຄ້າພໍສົມຄວນ ເຊິ່ງໃນ ຮ້ານມີທັງອາຫານປະເພດເສັ້ນ ເຊັ່ນ: ເຝີ, ເຂົ້າປຽກ, ລອມ. ນອກ ນີ້, ຍັງມີບໍລິການອາຫານພື້ນບ້ານ ຄື: ລາບ, ແກງເຄື່ອງໃນ ແລະ ອາ ຫານຕາມສັ່ງອື່ນໆ. ສຳລັບການ ດຳເນີນທຸລະກິດ ຮ້ານອາຫານໃຫ້ ປະສົບຜົນສຳເລັດນັ້ນ ສິ່ງສຳຄັນ ທີ່ສຸດ ຄືການເອົາໃຈໃສ່ໃນວັດຖຸດິບ ທີ່ນຳມາປຸງແຕ່ງ ຕ້ອງສົດໃໝ່ໃນ ແຕ່ລະມື້ ເພື່ອຮັບປະກັນໃຫ້ລູກຄ້າ ໄດ້ຮັບປະທານອາຫານທີ່ແຊບ, ຄຸນນະພາບດີທຸກມື້, ສະອາດ, ວ່ອງໄວທັນໃຈ ທີ່ເຮັດໃຫ້ຮ້ານຄອງ ໃຈລູກຄ້າມາຍາວນານ ແລະ ອີກ ຢ່າງໜຶ່ງທີ່ສຳຄັນຂາດບໍ່ໄດ້ສຳລັບ ຮ້ານເຝີຂອງພວກເຮົາແມ່ນສູດ ຕົ້ມນ້ຳເຝີ ເຊິ່ງທາງຮ້ານຈະມີສູດ ສະເພາະທີ່ເປັນເອກະລັກທີ່ເຮັດໃຫ້ ນ້ຳຕົ້ມເຝີຫອມ, ນົວນ້ຳຕົ້ມກະດູກ ເພາະທາງຮ້ານຈະໃຊ້ເວລາໃນ ການຕົ້ມນ້ຳເຝີດົນພໍສົມຄວນເພື່ອ ໃຫ້ໄດ້ລົດຊາບທີ່ແຊບຊ້ອນ ແລະ ຖືກໃຈລູກຄ້າ. ຢ່າງໃດກໍ່ດີພາຍຫລັງພະຍາດ ໂຄວິດ-19 ໄດ້ແພ່ລະບາດເຂົ້າມາ ໃນປະເທດລາວເຮົາ ເຮັດໃຫ້ການ ດຳເນີນທຸລະກິດຮ້ານອາຫານໄດ້ ມີຄວາມຫງຽບເຫງົາ, ລູກຄ້າຫລຸດ ໜ້ອຍເທື່ອລະກ້າວ ເຊິ່ງໃນແຕ່ລະ ມື້ຂາຍເຝີ, ເຂົ້າປຽກ, ລ້ອນ, ໝີ່ບໍ່ ຮອດ 50 ຖ້ວຍ, ຂາຍບໍ່ໝົດ 5 ກິໂລ. ພ້ອມນີ້, ພະນັກງານເສີບກໍ່ໄດ້ ຫລຸດລົງ, ເນື່ອງຈາກລູກຄ້າຫລຸດ ຫລາຍເກີນ. ຄອບຄົວຕົນແມ່ນໄດ້ ຖືເອົາການດຳເນີນທຸລະກິດຮ້ານ ອາຫານມາເປັນເວລາຫລາຍປີ ເຊິ່ງໃນໄລຍະຜ່ານມາ ໂດຍສະ ເພາະແມ່ນໄລຍະທີ່ບໍ່ທັນມີການແພ່ ລະບາດຂອງພະຍາດໂຄວິດ-19 ການເຂົ້າ-ອອກຂອງລູກຄ້າ ທີ່ມາ ໃຊ້ບໍລິການຮ້ານອາຫານຕົນແມ່ນ ຄຶກຄື້ນ ແລະ ບໍ່ຂາດສາຍ, ຍິ່ງໄປ ກວ່າເວລາມີບຸນປະເພນີຕ່າງໆ ຂອງຊາດລາວເຮົາ ໂດຍສະເພາະ ແມ່ນບຸນປີໃໝ່ລາວ, ບຸນບ້ານນີ້ ບ້ານນັ້ນ ກໍ່ມີລູກເຂົ້າມາໃຊ້ບໍລິການ ຢ່າງໜາແໜ້ນ. ຂະນະດຽວກັນ, ໃນວັນປົກກະຕິກໍ່ມີລູກຄ້າເຂົ້າມາ ບໍ່ຂາດ ໂດຍສ່ວນຫລາຍກໍ່ແມ່ນ ລູກຄ້າລົດໂດຍສານ, ລົດບັນທຸກ, ທີ່ ຂຶ້ນເໜືອລົງໃຕ້ ກໍ່ມາແວ່ໃຊ້ບໍລິການ ຈົນເຮັດໃຫ້ພະນັກງານເສີບຂອງ ເຮົາເສີບບໍລິການແກ່ລູກຄ້າບໍ່ຢາກ ທັນພຸ້ນລະ, ໂດຍສະເລ່ຍແລ້ວມື້ ໜຶ່ງໄດ້ຂາຍເຝີ, ເຂົ້າປຽກ, ລ້ອນ, ໝີ່ ຫລາຍສຸດຢູ່ ປະມານ 400500 ຖ້ວຍ ແລະ ໜ້ອຍສຸດປະມານ 100-200 ຖ້ວຍຕໍ່ມື້. ສໍາລັບເຝີ, ເຂົ້າປຽກຂາຍໝົດ 50-60 ກິໂລ ພາຍໃນມື້ດຽວ. ນອກຈາກນີ້, ຍັງ ມີອາຫານປະເພດຕາມສັ່ງເຊັ່ນວ່າ: ລາບ-ແກງທີ່ເປັນອາຫານພື້ນບ້ານ ແລະ ອື່ນໆຕື່ມອີກ. ທ້າວ ແຂກ ເຈົ້າຂອງຮ້ານເຝີ ແຊບຊຽງຂວາງ ກ່າວດ້ວຍຄວາມ ຍີ້ມແຍ້ມແຈ່ມໃສຕື່ມວ່າ: ມາຮອດ ປັດຈຸບັນນີ້, ການດຳເນີນທຸລະກິດ ຮ້ານອາຫານແມ່ນກັບຄືນມາຟົດ ຟື້ນ, ໜາແໜ້ນສູ່ສະພາບປົກກະຕິ ແລ້ວ ເຊິ່ງໄດ້ເຮັດໃຫ້ການຄ້າຂາຍມີບັນຍາກາດຄຶກຄື້ນ ໂດຍ ສະເລ່ຍໃນແຕ່ລະມື້ມີລູກຄ້າເຂົ້າ ໃຊ້ບໍລິການຫລາຍປະມານ 200 ກວ່າຄົນ ຫລື ຂາຍເຝີ, ເຂົ້າປຽກ, ລອມ ລວມຫລາຍກວ່າ 200 ຖ້ວຍ. ນອກຈາກນີ້, ຍັງບໍລິການອາຫານ ປະເພດຕາມສັ່ງເຊັ່ນວ່າ: ລາບ, ແກງ ແລະ ອາຫານພື້ນບ້ານຂອງ ລາວເຮົາຕື່ມອີກ. ສຳລັບປະເພດ ນ້ຳດື່ມທາງຮ້ານເຮົາກໍມີບໍລິການ ໃຫ້ລູກຄ້າເຊັ່ນກັນໂດຍສະເພາະແມ່ ນ້ຳດື່ມຫົວເສືອ, ຕຸກນ້ອຍ, ກາງ, ໃຫຍ່, ນ້ຳແປບຊີແກ້ວ, ນົມ, ນ້ຳ ຫວານ ແລະ ອື່ນໆ. ແນວໃດກໍ່ຕາມ ການບໍລິການຂອງຮ້ານອາຫານ ຕົນແມ່ນບໍລິການແຕ່ 6 ໂມງເຊົ້າ ຫາ 10 ໂມງແລງໃນທຸກໆມື້. ທ່ານ ໃດກາຍໄປມາທາງນີ້ ເຊີນແວ່ມາ ຊິມອາຫານພາຍໃນຮ້ານຂອງພວກ ເຮົາໄດ້ ແລະ ທາງຮ້ານຂອງພວກ ເຮົາຍິນດີຕ້ອນຮັບລູກຄ້າທຸກໆ ທ່ານ.

RkJQdWJsaXNoZXIy MTc3MTYxMQ==