6065

xtgmf]k; 4 3]d c]t gsfdko 11/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ dv'[a o-kdkomtsko-kpcfo xk4tdt4k;a olh k'8A 'dv'ma [xt-k-q o]k; 7q [Iv[ 76 xu dy , g9y ' vy o z6h oe0v'xt-k-q o lxx gdq ks]u ສະຫາຍກິມເຈິງອິນ(19422011), ປະທານຄະນະກຳມາທິ ການປ້ອງກັນປະເທດ ທີ່ຍືນຍົງຕະ ຫລອດການຂອງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ເປັນຜູ້ນຳຂອງປະຊາຊົນທີ່ແທ້ຈິງຜູ້ ທີ່ເຊື່ອໝັ້ນປະຊາຊົນຂອງຕົນຢ່າງ ໜັກແໜ້ນ ແລະ ນຳພາປະເທດ ໂດຍ ອາໄສປະຊາຊົນ. ເພິ່ນຮັກປະຊາຊົນ ເປັນຢ່າງຍິ່ງ, ຄວາມຮັກຂອງເພິ່ນ ທີ່ມີຕໍ່ປະຊາຊົນສະແດງອອກໃນ ການອຸທິດທີ່ບໍ່ສິ້ນສຸດຂອງເພິ່ນເພື່ອ ຄວາມເປັນຢູ່ທີ່ດີຂອງປະຊາຊົນ . ຂະນະດຽວກັນ, ກໍ່ຖືປະຊາຊົນ ເປັນສິ່ງທີ່ລ້ຳຄ່າທີ່ສຸດ ແລະ ເປັນ ຄູສອນທີ່ມີຄວາມສາມາດຮອບຕົວ ເຊິ່ງຜົນປະໂຫຍດຂອງປະຊາຊົນ ຍາມໃດກໍເປັນຈຸດເລີ່ມຕົ້ນຂອງ ຄວາມຄິດ ແລະ ວຽກງານຂອງ ຕົນ. ເມື່ອໃດກໍ່ຕາມທີ່ມີການສ້າງ ໂຄງສ້າງອັນໃໝ່ ຫລື ວຽກອັນໃດ ອັນໜຶ່ງແລ້ວ, ທຳອິດ ເພິ່ນກໍ່ຈະ ຖາມວ່າປະຊາຊົນມັກບໍ່ ແລະ ເມື່ອ ປະຊາຊົນພົບບັນຫາເພິ່ນກໍ່ຈະຮູ້ສຶກ ເຈັບປວດໃຈເຖິງຄວາມບໍ່ສະດວກ ສະບາຍຂອງເຂົາເຈົ້າ, ເວລາ ເດີນທາງໄປຕ່າງປະເທດເພິ່ນກໍ່ ຈະເປັນຫວ່ງກ່ຽວກັບຄວາມຢູ່ດີ ມີສຸກຂອງປະຊາຊົນຕົນ. ຜູ້ແທນ ຂອງປະທານາທິບໍດີຣັດເຊຍທ່ານ ໜຶ່ງທີ່ໄດ້ຕິດຕາມເພິ່ນເວລາເພິ່ນ ຢ້ຽມຢາມສະຫະພັນຣັດເຊຍ ໄດ້ ຂຽນໃນປຶ້ມຕົນເອງວ່າ: ປະທານ ກິມ ເຈິງ ອິນ ແມ່ນຜູ້ນໍາທີ່ອຸທິດ ຄວາມຮັກ ແລະ ຄວາມຄິດທັງໝົດ ເຂົ້າໃສ່ຄວາມສຸກຂອງປະຊາຊົນ ຂອງເພີ່ນ, ຍາມໃດສະຫາຍ ກິມເຈິງ ອິນ ກໍໄດ້ເຮັດໃຫ້ວຽກງານປ້ອງກັນ ປະເທດ ມີຄວາມເຂັ້ມແຂງຢ່າງພົ້ນ ເດັ່ນ, ກົງໄປກົງມາ, ຖ່ອມໂຕຕໍ່ໜ້າ ປະຊາຊົນ ແລະ ຍາມໃດກໍ່ຖືຕົນເອງ ເປັນລູກຂອງຊາວຜູ້ອອກແຮງງານ, ຮ່ວມສຸກຮ່ວມທຸກກັບເຂົາເຈົ້າ; ເວລາໄປຢ້ຽມຢາມປະຊາຊົນຈະ ນຸ່ງເຄື່ອງທຳມະດາ ແລະ ກິນເຂົ້າ ປັ້ນ; ເພີ່ນລອດເຂົ້າອຸມົງຂຸດຄົ້ນບໍ່ ແຮ່ໃຕ້ດິນ ແລະ ຍ່າງຕາມທາງ ທົ່ງໄຮ່ທົ່ງນາ; ເມື່ອພົບປະຊາຊົນ ຈະໃຫ້ຄວາມສົນໃຈຟັງເລື່ອງລາວ ຂອງເຂົາເຈົ້າ ແລະ ບ່ອນໃດກໍຕາມ ທີ່ເພິ່ນໄປກໍຈະຖ່າຍຮູບຮ່ວມກັບປະ ຊາຊົນໂດຍຢືນຢູ່ຂ້າງໆເຂົາເຈົ້າ ແລະ ມີຄັ້ງໜຶ່ງເພິ່ນໄດ້ຕອບຮັບຄຳ ຂໍຂອງແມ່ຍິງຊົນນະບົດຄົນໜຶ່ງໃຫ້ ຕັ້ງຊື່ລູກຂອງນາງທີ່ໃກ້ຈະເກີດ. ດ້ວຍຄວາມສາມາດໃນການນຳ ພາອັນໂດດເດັ່ນສະຫາຍ ກິມ ເຈິງ ອິນ ໄດ້ຜ່ານຜ່າການທົດສອບຂອງ ປະຫວັດສາດ ແລະ ປ່ຽນ ສປປ ເກົາຫລີ ກາຍເປັນປະເທດສັງຄົມ ນິຍົມທີ່ປະຊາຊົນເປັນໃຈກາງຢ່າງ ແທ້ຈິງ. ສະຫາຍ ກິມ ເຈິງ ອິນ ກ່າວວ່າ: ຂະນະທີ່ນາຍທຶນມີຄວາມສັດທາ ໃນເງິນຄຳ, ຂ້າພະເຈົ້າສັດທາໃນ ຄວາມເຂັ້ມແຂງຂອງມະຫາຊົນ; ເງິນບໍ່ສາມາດປ່ຽນຄວາມຄິດຂອງ ປະຊາຊົນໄດ້, ແຕ່ຄວາມເຊື່ອໝັ້ນ ສາມາດລະດົມມະຫາຊົນ ແລະ ກະຕຸກຊຸກຍູ້ໃຫ້ເຂົາເຈົ້າສະແດງ ຄວາມເຂັ້ມແຂງຂອງຕົນອອກມາ ໄດ້ດີທີ່ສຸດ; ນີ້ແມ່ນປັດສະຍາແຫ່ງ ຄວາມເຂັ້ມແຂງຂອງຂ້າພະເຈົ້າ. ຄຳເວົ້າເຫລົ່ານີ້ ໄດ້ຊີ້ໃຫ້ເຫັນວ່າ ຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວອັນພິເສດຂອງ ສປປ ເກົາຫລີ ສາມາດຍາດມາໄດ້ແນວໃດ. ເມື່ອ ກ້າວເຂົ້າສູ່ຊຸມປີ 1990, ສປປ ເກົາຫລີ ໄດ້ຜະເຊີນກັບຄວາມຫຍຸ້ງ ຍາກຊົ່ວຄາວເນື່ອງຈາກການພັງ ທະລາຍຂອງລະບົບສັງຄົມນິຍົມ ໂລກ, ການເຄື່ອນໄຫວສະກັດກັ້ນ ແລະ ບີບຮັດຂອງຝ່າຍປໍລະປັກ ແລະ ໄພພິບັດທາງທຳມະຊາດ ທີ່ເກີດຂຶ້ນໃນຫລາຍປີຕິດຕໍ່ກັນ. ໃນເວລານັ້ນ, ເພິ່ນສາມາດແກ້ໄຂ ທຸກຄວາມຫຍຸ້ງຍາກຍ້ອນມີຄວາມ ເຂັ້ມແຂງມີຄວາມສາມັກຄີເປັນ ໜຶ່ງດຽວ; ຂະນະທີ່ແຜນການຕ້ານ ສັງຄົມນິຍົມຂອງຝ່າຍປໍລະປັກໄດ້ ກາຍເປັນທີ່ໂຈ່ງແຈ້ງກວ່າເກົ່າ, ເພິ່ນ ໄດ້ນຳພາທົ່ວປວງຊົນເຊີດຊູຄວາມ ສັດທາທີ່ໜັກແໜ້ນໃນໄຊຊະນະ ຂອງລັດທິສັງຄົມນິຍົມ ແລະ ກະຕຸກ ຊຸກຍູ້ໃຫ້ເຂົາເຈົ້າສູ້ຊົນປົກປ້ອງ ສັງຄົມນິຍົມ, ກ້າທ້າທາຍອຸປະສັກ ດ້ວຍນ້ຳໃຈ ປະຕິວັດແຫ່ງການເພິ່ງ ຕົນເອງ ແລະ ຄວາມກ້າຫານ; ເພິ່ນ ເອງໄດ້ຢ້ຽມຢາມໂຮງງານ, ໝູ່ບ້ານ ຊົນນະບົດ ແລະ ສະໜາມກໍ່ສ້າງ, ໃຫ້ຄຳແນະນຳກ່ຽວກັບວິທີຜ່ານ ຜ່າຄວາມຫຍຸ້ງຍາກດັ່ງກ່າວ. ເພິ່ນ ໄດ້ເປີດເຜີຍແຜນແມ່ບົດການສ້າງ ປະເທດສັງຄົມນິຍົມທີ່ເຂັ້ມແຂງ ແລະ ກະຕຸກຊຸກຍູ້ໃຫ້ປະຊາຊົນສູ້ ຊົນດ້ວຍການເບິ່ງກວ້າງເຫັນໄກໃນ ເວລາທີ່ປະເທດໄດ້ຕົກຢູ່ໃນສະພາບ ຫຍຸ້ງຍາກທີ່ສຸດ, ເພິ່ນໄດ້ໃຫ້ບູລິມະ ສິດການນຳໃຊ້ເຕັກໂນໂລຊີ C/C ໃນອຸດສາຫະກຳຜະລິດເຄື່ອງຈັກ. ເພິ່ນໄດ້ສ້າງສະພາບແວດລ້ອມທີ່ ( ເນ ືອງໃນໂອກາດວັນເກ ດສະຫາຍ ກິມ ເຈິງ ອິນ, ຜູ້ນຳທີ່ຍີິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ຄົບຮອບ 83 ປີ 16 2 1942-16 2 2025 ) ເອື້ອອຳນວຍໃຫ້ແກ່ວິທະຍາສາດ ແລະ ເຕັກໂນໂລຊີ ທົ່ວປະເທດ ແລະ ໄດ້ຈູດສະນວນແຫ່ງການປະຕິວັດ ອຸດສາຫະກຳໃນສັດຕະວັດໃໝ່ເພື່ອ ເຮັດໃຫ້ເສດຖະກິດໂດຍລວມຂອງ ປະເທດເປັນໄປຕາມແນວຄິດຈຸດ ເຊ ແລະ ທັນສະໄໝ. ເພິ່ນໄດ້ນຳພາ ໂຄງການທີ່ມີການລົງທຶນຂະໜາດ ໃຫຍ່ ແລະ ໃຊ້ຄົນຫລາຍເຊັ່ນ ການ ຈັດສັນທີ່ດິນຄືນໃໝ່, ການສ້າງທາງ ນ້ຳລິນ ແລະ ການສ້າງສະຖານີ ໄຟຟ້າຂະໜາດນ້ອຍ ແລະ ກາງ ດ້ວຍການລະດົມຄວາມກະຕືລືລົ້ນ ທີ່ສ້າງສັນອັນແຮງກ້າ ແລະ ຄວາມ ເຂັ້ມແຂງຂອງປະຊາຊົນ. ພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ຂອງເພິ່ນ, ປະຊາຊົນ ສປປ ເກົາຫລີ ສາມາດທ້າທາຍທຸກຮູບແບບຂອງ ການທົດສອບ, ຄວາມທຸກຍາກ ແລະ ເປີດກວ້າງເສັ້ນທາງສ້າງ ປະເທດສັງຄົມນິຍົມທີ່ເຂັ້ມແຂງ. ພາບພົດອັນສູງສົ່ງຂອງສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ແທ້ຈິງຂອງ ປະຊາຊົນຈະຍືນຍົງຢູ່ໃນດວງໃຈ ຂອງປະຊາຊົນ ສປປ ເກົາຫລີ ຕະ ຫລອດການ ແລະ ປະຊາຊົນຜູ້ກ້າວ ໜ້າທົ່ວໂລກ. ຂປລ. ກອງບັນຊາການທະຫານ ຊາຍເເດນ ຈັດປາຖະກະຖາວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໃນວັນທີ 7 ກຸມພາ 2025 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ດາວໄກ ເລີດລີ ວັນ ຮອງຫົວໜ້າການເມືອງ ກອງ ບັນຊາການທະຫານຊາຍເເດນກົມ ໃຫຍ່ເສນາທິການກອງທັບ, ມີບັນດາ ຄະນະພັກ-ຄະນະບັນຊາ, ພະເເນກ ການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໂອກາດນີ້, ສະຫາຍພັນເອກດາວ ໄກ ເລີດລີວັນ ໄດ້ຫວນຄືນມູນເຊື້ອ ປະຫວັດຄວາມເປັນມາຂອງວັນສໍາ ຄັນດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນເຫດ ການສໍາຄັນປະຫວັດສາດຂອງຊາດ ລາວຍຸກໃໝ່, ທັງເປັນບາດລ້ຽວທີ່ມີ ຄວາມໝາຍສໍາຄັນສໍາລັບການເຕີບ ໃຫຍ່ເຂັ້ມແຂງ ແລະ ຕັດສິນໄຊຊະນະ ຂອງຂະບວນການປະຕິວັດຢູ່ປະເທດ ເຮົາພາຍໃຕ້ການຊີ້ນໍາ-ນໍາພາຮອບ ດ້ານ, ເດັດຂາດ ໂດຍກົງຂອງພັກ, ຈົນໄດ້ຮັບການກໍ່ຕັ້ງກອງທັບເຮົາ ໃນວັນທີ 20 ມັງກອນ 1949 ຊຶ່ງ ກາຍເປັນປະຫວັດສາດແຫ່ງການ ສ້າງຕັ້ງກອງທັບປະຊາຊົນລາວ, ກອງທັບປະຊາຊົນລາວນັບແຕ່ມື້ ສ້າງຂຶ້ນມາໄດ້ກາຍເປັນກໍາລັງຫລັກ ແຫລ່ງໃນຂະບວນການຕໍ່ສູ້ປະຕິວັດ ຂອງປະຊາຊົນບັນດາເຜົ່າ, ຕ້ານ ຈັກກະພັດຜູ້ຮຸກຮານ ແລະ ໂຄ່ນລົ້ມ ລະບອບສັກດີນາປະຕິການສ້າງຕັ້ງ ລະບອບໃໝ່ຂຶ້ນແທນ ແລະ ສືບຕໍ່ ປົກປັກຮັກສາ, ສ້າງສາພັດທະນາ ປະເທດຊາດໄວ້ໃຫ້ໝັ້ນຄົງ. ກອງທັບ ປະຊາຊົນລາວ ແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ຈັດຕັ້ງ, ນໍາພາ ບັນຊາ ແລະ ສຶກສາອົບຮົມ, ແມ່ນ ກອງທັບທີ່ຍຶດໝັ້ນລັດທິມາກ-ເລນິນ, ເປັນກອງທັບຂອງປະຊາຊົນທີ່ມີ ຄວາມຈົງຮັກພັກດີ, ມີຄວາມຊື່ສັດ ບໍລິສຸດ, ມີລະບຽບວິໄນທີ່ເຂັ້ມງວດ ແລະ ເປັນເຄື່ອງມືອັນແຫລມຄົມ ຂອງພັກ ຍ້ອນກອງທັບປະຊາຊົນ ລາວກໍາເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ຕໍ່ສູ້ເພື່ອສິດຜົນ ປະໂຫຍດຄວາມສົມບູນພູນສຸກຂອງ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ. ພ້ອມກັນນີ້, ສະຫາຍຍັງໄດ້ ເນັ້ນໜັກຫລາຍບັນຫາເພື່ອເປັນ ການສຶກສາອົບຮົມການເມືອງແນວ ຄິດໃຫ້ພະນັກງານ, ສະມາຊິກພັກນັກຮົບໃນກົມກອງໄດ້ຮັບຮູ້ເຊື່ອມ ຊຶມກໍາແໜ້ນຢ່າງເລິກເຊິ່ງກ່ຽວກັບ ຄຸນສົມບັດສິນທໍາປະຕິວັດ, ຄຸນ ງາມຄວາມດີ ແລະ ມູນເຊື້ອທີ່ດີເດັ່ນ ຂອງທ່ານຜູ້ນຳ ເເລະ ພະນັກງານນັກຮົບໃນຮຸ່ນກ່ອນ, ພ້ອມກັນຝຶກ ຝົນຫລໍ່ຫລອມຕົນເອງໃຫ້ມີຄວາມ ກ້າວໜ້າ ແລະ ສ້າງກົມກອງໃຫ້ມີ ທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າ ປັບປຸງ, ຮັດແໜ້ນຄວາມສາມັກຄີ ປອງດອງທົ່ວປວງຊົນພາຍໃຕ້ຮົ່ມ ທຸງຂອງພັກ, ຍົກສູງສະຕິລະວັງ ຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ ຕ່າງໆໃນສັງຄົມ, ເອົາໃຈໃສ່ເພີ່ມ ທະວີວຽກງານວິຊາສະເພາະຂອງ ຕົນ, ພ້ອມກັນສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນກ້າວໜ້າ ຂຶ້ນຢາງບໍ່ຢຸດຢັ້ງ. ຂ່າວ: ສຸກສາຄອນ ທຫລ... ສໍາເລັດຝຶກອົບຮົມ... ປີທ່ອງທ່ຽວລາວ 2024... ຂປລ. ໃນປີ 2024 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດກິດຈະກຳ ໃຫ້ກະຊວງການເງິນ; ການຈັດຕັ້ງ ປະຕິບັດການດັດສົມສິນຄ້ານໍາເຂົ້າ ແລະ ຫົວໜ່ວຍນໍາເຂົ້າ ແລະ ບັນ ຫາອື່ນໆ. ນອກຈາກນີ້, ທັງສອງຝ່າຍຍັງ ໄດ້ສຸມໃສ່ການຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາຄິດເຫັນຕໍ່ກັບບັນ ຫາຕ່າງໆເຮັດໃຫ້ກອງປະຊຸມໄດ້ຮັບ ຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ຈະພ້ອມກັນສືບຕໍ່ນໍາໄປຈັດຕັ້ງ ຜັນຂະຫຍາຍເຂົ້າສູ່ພາກປະຕິບັດ ຕົວຈິງໃນຕໍ່ໜ້າໃຫ້ເກີດໝາກຜົນໃນ ແຕ່ລະດ້ານ ແລະ ມີປະສິດທິຜົນສູງ. ຂໍ້ມູນຈາກ: ທຫລ ໃຫ້ແກ່ກະສິກອນກຸ່ມຜູ້ປູກມັນຕົ້ນ ໂດຍສະເພາະການໃຫ້ຄວາມຮູ້ໃນ ດ້ານກອບແນວຄວາມຄິດ ແລະ ບັນດາເຕັກນິກການນໍາໃຊ້ເຄື່ອງ ປີທ່ອງທ່ຽວລາວ ຢູ່ແຂວງຫົວພັນ ແມ່ນມີຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້, ສາມາດດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຢູ່ແຂວງຫົວພັນ ໄດ້ ທັງໝົດ 53 ພັນກວ່າຄົນ, ສ້າງລາຍ ຮັບໃຫ້ແກ່ສັງຄົມໄດ້ທັງໝົດ 58 ຕື້ ກວ່າກີບ. ທ່ານ ແສງສຸວັນ ວົງຄຳ ຫົວໜ້າ ພະແນກຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫົວພັນ ໄດ້ໃຫ້ສໍາພາດໃນ ທ້າຍອາທິດຜ່ານມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ແຂວງຫົວພັນ ກໍຄື ພະແນກ ຖວທ ໄດ້ເອົາໃຈໃສ່ຊຸກຍູ້ ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບ ການທຸລະກິດບໍລິການທ່ອງທ່ຽວ ຢ່າງເປັນປົກກະຕິຕໍ່ເນື່ອງ, ລົງ ກວດກາແນະນໍາບັນດາຫົວໜ່ວຍ ຜູ້ປະກອບການໄດ້ 8 ຫົວໜ່ວຍ, ລົງສໍາຫລວດ ແລະ ຂຽນແຜນ ພັດທະນາແຫລ່ງທ່ອງທ່ຽວໄດ້ 2 ແຫ່ງ, ທຽບໃສ່ແຜນການປະຕິບັດ ໄດ້ 100 , ອອກໃບອະນຸຍາດສືບຕໍ່ ດໍາເນີນທຸລະກິດບໍລິການທ່ອງທ່ຽວ ໄດ້ 16 ຫົວໜ່ວຍ, ໃບອະນຸຍາດດໍາ ເນີນທຸລະກິດ 9 ຫົວໜ່ວຍ, ເກັບກໍາ ສະຖິຕິໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໄດ້ 80 ຫົວໜ່ວຍ, ໂຄສະນາແຫລ່ງທ່ອງທ່ຽວ, ເທສະ ການງານບຸນປະເພນີຕ່າງໆລົງສື່ ອອນລາຍໄດ້ 20 ຄັ້ງ, ມີຜູ້ເຂົ້າເຖິງ 9 ແສນກວ່າຄົນ. ພ້ອມນີ້, ຍັງໄດ້ ສໍາເລັດການສ້າງຖານຂໍ້ມູນຂ່າວ ສານການທ່ອງທ່ຽວໃຫ້ເປັນລະ ບົບເຊື່ອມຕໍ່ 8 ແຂວງພາກເໜືອ ແລະ ເຊື່ອມຕໍ່ລະບົບຂອງກະຊວງ ຖວທ, ສ້າງປະຕິທິນທ່ອງທ່ຽວບຸນ ປະເພນີຊົນເຜົ່າຂອງແຂວງ, ອັບ ເດດຂໍ້ມູນຂ່າວສານການທ່ອງທ່ຽວ, ຕາຕະລາງລົດເມ, ຖ້ຽວບິນ ແລະ ອື່ນໆໄດ້ 5 ຄັ້ງ ແລະ ອອກແບບສື່ ສິ່ງພິມໂຄສະນາເປັນພາສາລາວອັງກິດໄດ້ 5 ແບບ ແລະ ສໍາເລັດ ການອອກແບບປະຕິທິນທ່ອງທ່ຽວ 2024 ຂອງແຂວງໂດຍພື້ນຖານ. ຜ່ານການຈັດຕັ້ງປະຕິບັດວຽກ ງານ ຖວທ ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດກິດຈະກຳປີ ທ່ອງທ່ຽວລາວ 2024 ສາມາດ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 53.162 ຄົນ (ປະຕິບັດໄດ້ເກີນ ແຜນ). ໃນນັ້ນ, ນັກທ່ອງທ່ຽວພາຍ ໃນ 16.811 ຄົນ (ທຽບໃສ່ແຜນ ການປະຕິບັດໄດ້ 102 ), ນັກ ທ່ອງທ່ຽວຕ່າງປະເທດ 36.351 ຄົນ (ທຽບໃສ່ແຜນການປະຕິບັດ ໄດ້ 118 ). ໃນນັ້ນ, ສາມາດສ້າງ ລາຍຮັບສະເລ່ຍໃຫ້ແກ່ສັງຄົມຈາກ ກົນຈັກເຂົ້າໃນການປູກມັນຕົ້ນ ໂດຍ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຫລາຍເນື້ອໃນ ເຊັ່ນ: ການເຊື່ອມໂຍງແຊມາອຶນດົງ ກັບນະໂຍບາຍສາມສ້າງ, ການສ້າງ ຕັ້ງກຸ່ມ ແລະ ສະຫະກອນ, ການ ຄວບຄຸມແມງໄມ້-ສັດຕູພືດ ແລະ ພະຍາດຂອງມັນຕົ້ນ, ການວາງ ແຜນພັດທະນາແບບມີສ່ວນຮ່ວມ, ການຕະຫລາດ, ເຕັກນິກການນໍາ ໃຊ້ເຄື່ອງປະສົມ ແລະ ການນໍາໃຊ້ ຝຸ່ນ, ເຕັກນິກການນໍາໃຊ້ເຄື່ອງຈັກ ປັ່ນ-ເຄື່ອງຈັກຊອຍ ແລະ ບັນດາຂໍ້ ຄວນລະວັງໃນການນໍາໃຊ້. ນອກ ນີ້, ສໍາມະນາກອນຍັງໄດ້ຮ່ວມກັນ ຈັດກິດຈະກໍາແບ່ງກຸ່ມເພື່ອຄົ້ນຄວ້າ ແລະ ແລກປ່ຽນຄວາມຄິດໃນ 3 ຫົວຂໍ້ຄື: ການວາງແຜນກິດຈະກໍາ ໃນການກະກຽມດິນ, ການຄວບຄຸມ ຫຍ້າ ແລະ ພະຍາດແມງໄມ້ໃນ ສວນມັນຕົ້ນ, ການສ້າງແຜນການ ຄຸ້ມຄອງ ແລະ ການຈັດການຫລັງ ການເກັບກ່ຽວ ແລະ ການວາງ ແຜນໃນຂັ້ນຕອນການສ້າງຕັ້ງກຸ່ມ ດໍາເນີນທຸລະກິດຂອງກະສິກອນ ຜະລິດມັນຕົ້ນ. ໂອກາດນີ້, ທ່ານ ນາງ ແວວ ມະນີ ເທບພະວົງ ຮອງຫົວໜ້າກົມ ພັດທະນາຊົນນະບົດ ແລະ ທ່ານ ວົງສະຫວັນ ວົງໄກສອນ ຫົວໜ້າ ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫລີ ໄດ້ຮຽກຮ້ອງມາຍັງສໍາມະນາກອນ ຈົ່ງນໍາເອົາຄວາມຮູ້ທີ່ໄດ້ຮັບຈາກ ການຝຶກອົບຮົມໃນຄັ້ງນີ້ ໄປສືບຕໍ່ ຈັດຕັ້ງປະຕິບັດໃນກິດຈະກໍາການ ຜະລິດໃນທ້ອງຖິ່ນຕົນ ເພື່ອໃຫ້ ກາຍເປັນກຸ່ມບ້ານຕົວແບບສ້າງໃຫ້ ກຸ່ມມີຄວາມເຂັ້ມແຂງ ແລະ ສ້າງ ລາຍຮັບຈາກການປູກມັນຕົ້ນໃຫ້ນັບ ມື້ນັບຫລາຍຂຶ້ນເປັນກ້າວໆ. ຂໍ້ມູນ-ພາບ: ຂ່າວສານກະສິກໍາ-ປ່າໄມ້ ວຽກງານທ່ອງທ່ຽວໄດ້ທັງໝົດ 58 ຕື້ກວ່າກີບ (ທຽບໃສ່ແຜນປີປະຕິບັດ ໄດ້ 115 ). ທ່ານ ແສງສຸວັນ ສົງຄຳ ໃຫ້ຮູ້ ອີກວ່າ: ໃນປີ 2025 ຄາດວ່າຈະ ໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວ ແຂວງຫົວພັນ ທັງໝົດ 56.426 ຄົນ. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 22.570 ຄົນ, ນັກທ່ອງທ່ຽວຕ່າງ ປະເທດ 33.856 ຄົນ, ສ້າງລາຍ ຮັບເຂົ້າສູ່ແຂວງໄດ້ປະມານ 78 ຕື້ ກວ່າກີບ. ຂ່າວ: ທະນູທອງ; ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==