xtgmf]k; 3 11/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຈັນ, ພຸດ © §Ê້ າານນໍ້າ ກອງປະຊຸມໃຫຍ່ ຄັ້ງທີ 7II ຂອງ ພັກ (ວັນທີ 12-14 ມີນາ 2001) ນອກຈາກໄດ້ຢັ້ງຢືນສືບຕໍ່ຜັນຂະຫຍາຍ ແນວທາງ ແລະ ຈິນຕະນາການກ່ຽວ ກັບການປ່ຽນແປງໃໝ່ຢ່າງຮອບດ້ານ ເປັນຕົ້ນແມ່ນເຮັດໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນ່ືອງ ດ້ວຍ ການກຳນົດແນວທາງຫັນປະເທດເປັນ ອຸດສາຫະກຳ ແລະ ທັນສະໄໝເທື່ອລະ ກ້າວ; ສືບຕໍ່ສ້າງ ແລະ ບູລະນະພັກໃຫ້ ມີຄວາມເຂັ້ມແຂງຮູ້ນຳພາຮອບດ້ານ, ກໍ່ສ້າງພື້ນຖານວັດທະນະທຳໃໝ່ທີ່ ສີວິໄລ; ກອງປະຊຸມໄດ້ວາງຄາດໝາຍ ສູ້ຊົນການບູລະນະລະບອບປະຊາທິ ປະໄຕ ປະຊາຊົນ ສຳລັບໄລຍະຮອດ ປີ 2020 ດັ່ງນີ້: ເຮັດໃຫ້ປະເທດເຮົາ ຫລຸດພົ້ນຈາກດ້ອຍພັດທະນາ, ເປັນປະ ເທດທີ່ມີສະຖຽນລະພາບທາງດ້ານ ການເມືອງ ແລະ ຄວາມສະຫງົບ-ປອດ ໄພ ທາງສັງຄົມຢ່າງໜັກແໜ້ນ; ເສດ ຖະກິດຂະຫຍາຍຕົວຕໍ່ເນ່ືອງ ແລະ ໝັ້ນ ທ່ຽງດ້ວຍຈັງຫວະໄວພໍສົມຄວນ; ປະຊາຊົນມີຊີວິດການເປັນຢູ່ລື່ນລະດັບ ປັດຈຸບັນ 3 ເທ່ົາ, ເສດຖະກິດແຫ່ງຊາດ ມີພື້ນຖານອັນໝັ້ນຄົງ ດ້ວຍໂຄງປະ ກອບກະສິກຳ-ປ່າໄມ້ ຕິດແໜ້ນກັບ ອຸດສາຫະກຳ ແລະ ບໍລິການທີີ່ມີຄວາມ ສົມສ່ວນ ແລະ ຕັ້ງໜ້າ; ເສດຖະກິດຕະ ຫລາດ ທີ່ມີການຄຸ້ມຄອງຂອງລັດ ໄດ້ ເປັນລະບົບແລະມີປັດໄຈພື້ນຖານແຫ່ງ ການຫັນເປັນອຸດສາຫະກຳ ແລະ ທັນ ສະໄໝ. ບັນດາພາກສ່ວນເສດຖະກິດ ລ້ວນແຕ່ຂະຫຍາຍຕົວຢ່າງກົມກຽວ ແລະ ເປັນອົງປະກອບກຳລັງແຮງ ຂອງເສດຖະກິດຮ່ວມມືຂອງປະຊາຊົນ ກວມສ່ວນຫລາຍໃນເສດຖະກິດແຫ່ງ ຊາດ; ລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນປະຕິວັດ ລາວ ເປັນແກນນຳມີຄວາມໝັກ ແໜ້ນ, ລັກສະນະລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ສະແດງອອກຈະແຈ້ງ, ສິດທິ ຂອງ ພົນລະເມືອງ ມີການຮັບປະກັນດ້ວຍ ຕໍ່າ¤Å Å ນÁÇ 2 2 2 ra doerk rk]tdy fxj Pocx'.\j 1j k'Iv[fh ko (.ow]ptxu 1986 g4y 'xa f95 [a o) ການຄຸ້ມຄອງຕາມກົດໝາຍ ທີ່ສັກສິດ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີ ເປັນປຶກແຜ່ນ, ມີລະດັບການສຶກສາ ທົ່ວໄປຈົບມັດທະຍົມຕອນຕົ້ນ, ໄດ້ຮັບ ບໍລິການດ້ານສາທາລະນະສຸກ ຢ່າງ ທົ່ວເຖິງ ແລະ ມີເງື່ອນໄຂພັດທະນາ ຕົນເອງດີຂຶ້ນ; ວັດທະນະທຳອັນດີ ງາມຂອງຊາດໄດ້ຮັບການປົກປັກ ຮັກສາ ແລະ ພັດທະນາໃຫ້ອຸດົມຮັ່ງມີ ຕື່ມອີກ. ມີການພົວພັນຮ່ວມມືອດັນ ກວ້າງຂວາງກັບນາໆຊາດ ເພື່ອຜົນ ປະໂຫຍດ ອັນຊອບທຳຂອງຊາດ ແລະ ສາມາດເຂົ້າຮ່ວມໃນການເຄື່ອນໄຫວ ສາກົນ ໄດ້ຢ່າງເປັນເຈົ້າການ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ 7III ຂອງພັກ (ວັນທີ1821 ມີນາ 2006) ໄດ້ທົບທວນຄືນ ແນວທາງປ່ຽນແປງໃໝ່ ແລະ ໄດ້ສະ ຫລຸບຕີລາຄາຜົນໄດ້ຈາກການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ໃນ 20 ປີຜ່ານມາ ດັ່ງນີ້: ໜຶ່ງ: ແນວທາງ ການປ່ຽນແປງໃໝ່ ແມ່ນຖືກຕ້ອງ ສອດຄ່ອງກັບສະພາວະຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ ຂອງ ປະເທດເຮົາ, ຖືກກັບຄວາມມຸ່ງມາດ ປາຖະໜາຂອງປະຊາຊົນບັນດາເຜົ່າ, ບັນຊັ້ນຄົນ ແລະ ໄດ້ຮັບການສະໜັບ ສະໜູນຈາກພາຍໃນ ແລະ ຕ່າງປະເທດ ຢ່າງກວ້າງຂວາງ ເປັນປັດໄຈຮັບປະ ກັນສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງຂອງລະບອບ ປະຊາທິປະໄຕ ປະຊາຊົນ; ສອງ: ແນວ ທາງປ່ຽນແປງໃໝ່ໄດ້ສ້າງເງື່ອນໄຂ ແລະ ກາລະໂອກາດໃໝ່ໃຫ້ແກ່ການ ຂຸດຄົ້ນກຳລັງແຮງສັງລວມພາຍໃນ ຊາດ ສົມທົບກັບກຳລັງແຮງຂອງສາ ກົນເຂົ້າໃນການພັດທະນາ, ເຮັດໃຫ້ ເສດຖະກິດແຫ່ງຊາດມີຊີວິດຊີວາ ແລະ ຂະຫຍາຍຕົວຕໍ່ເນື່ອງຕະຫລອດໄລຍະ 20 ປີ ໃນລະດັບສະເລ່ຍ 6,2 ເຊິ່ງ ໄດ້ເຮັດໃຫ້ລວມຍອດຜະລິດຕະພັນ ພາຍໃນ ສະເລ່ຍຕາມຫົວຄົນເພີ່ມຂຶ້ນ 2 ເທົ່າ, ຊີວິດການເປັນຢູ່ທາງດ້ານ ວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ ຮັບການປັບປຸງ ແລະ ຍົກສູງຂຶ້ນລື່ນ ແຕ່ກ່ອນຢ່າງຈະແຈ້ງ; ສາມ:ແນວ ທາງປ່ຽນແປງໃໝ່ໄດ້ກຳນົດທິດຢ່າງ ຖືກຕ້ອງ ແລະ ຮັບປະກັນປັບປຸງລະ ບົບການເມືອງຂອງລະບອບປະຊາທິ ປະໄຕ ປະຊາຊົນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຍິ່ງຂຶ້ນ ເປັນຕົ້ນ ແມ່ນໄດ້ເຮັດ ໃຫ້ບົດບາດນຳພາຂອງພັກ ໄດ້ຮັບ ການເຊີດຊູສູງຂຶ້ນ ແລະ ເຮັດໃຫ້ຄວາມ ສາມັກຄີປອງດອງຂອງປວງຊົນລາວ ບັນດາເຜົ່າແໜ້ນແຟ້ນຍິ່ງຂຶ້ນ; ສີ່: ຕະຫລອດໄລຍະ 20 ປີຜ່ານມາ, ພັກ ໄດ້ເອົາໃຈໃສ່ຢຶດໝັ້ນຢ່າງສະເໝີຕົ້ນ ສະເໝີປາຍ ແນວທາງການຕ່ງງປະ ເທດ: ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມື ປະຕິບັດນະ ໂຍບາຍແບບຫລາຍທິດຫລາຍຝ່າຍ ແລະ ຫລາຍຮູບແບບເປີດກວ້າງ ເປັນ ແຕ່ລະບາດກ້າວ ຢ່າງເໝາະສົມ ຕາມ ເງື່ອນໄຂ ແລະ ຄວາມສາມາດຕົວ ຈິງ, ເຮັດໃຫ້ບົດບາດ, ອິດທິພົນຂອງ ພັກ ແລະ ປະເທດເຮົາສູງເດັ່ນຂຶ້ນ ເລື້ອຍໆ ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ກອງປະຊຸມໃຫຍ່ໄດ້ຊີ້ໃຫ້ ເຫັນຂໍ້ຄົງຄ້າງ ເພື່ອສືບຕໍ່ແກ້ໄຂ ແລະ ກອງປະຊຸມໄດ້ນຳນົດ 8 ຕາດໝາຍສູ້ ຊົນແຕ່ລະໄລຍະ ແລະ ວາງ 7 ທິດທາງ ໜ້າທີ່ ເພື່ອເປັນທິດໃນການຈັດຕັ້ງ ປະຕິບັດມະຕິກອງປະຊຸມຄັ້ງຕໍ່ໄປ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ IX ພັກປະຊາຊົນ ປະຕິວັດ ລາວ (ໃນວັນທີ17-21ມີນາ2011), ໄດ້ໄຈ້ແຍກຢ່າງເລິກເຊິ່ງ ບັນດາສາ ເຫດທີ່ພາໃຫ້ມີຂໍ້ຄົງຄ້າງ, ຈາກນັ້ນ ໄດ້ຮັບຮອງເອົາຂ້ໍສະຫລຸບທີ່ເປັນ ບົດຮຽນ ກ່ຽວກັບການນຳພາຈັດຕັ້ງ ປະຕິບັດແນວທາງຂອງພັກໃຫ້ມີຜົນ ສຳເລັດ; ກອງປະຊຸມໃຫຍ່ໄດ້ເປັນ ເອກະພາບຮັບຮອງເອົາຄາດໝາຍ ໃຫຍ່ ທີ່ສຳຄັນຈຳນວນໜຶ່ງ ເພື່ອສູ້ຊົນ ປະຕິບັດສຳລັບໄລຍະແຕ່ນີ້ເຖິງປີ 2015 ໃຫ້ເປັນຈິງດັ່ງນີ້: ໜຶ່ງ: ສະຖຽນ ລະພາບທາງດ້ານການເມືອງມີຄວາມ ໜັກແໜ້ນ ບົນພື້ນຖານການປັບປຸງ ບູລະນະລະບອບປະຊາທິປະໄຕ ປະ ຊາຊົນ ທີ່ພັກເຮົາເປັນແກນນຳໃຫ້ມີ ຄວາມເຂັ້ມແຂງ, ໝັ້ນຄົງ ແລະ ມີປະ ຊາທິປະໄຕ, ຄວາມເປັນປຶກແຜ່ນພາຍ ໃນຊາດ ແລະ ຄວາມສາມັກຄີປອງ ດອງລະຫວ່າງເຜົ່າ ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ; ສອງ: ເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນ່ືອງ ແລະ ໝັ້ນ ທ່ຽງ, ລວມຍອດມູນຄ່າຜະລິດຕະພັນ ພາຍໃນ ((%P) ເພ່ີມຂຶ້ນ 8 ໄປ ໃນແຕ່ລະປີ ແລະ ເມື່ອຮອດປີ 2015 ລວມຍອດມູນຄ່າຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 1.700 ໂດລາ ສະຫະລັດ; ຫັນການພັດທະນາໄປ ຕາມທິດທີ່ຍືນຍົງດ້ວຍການສົມທົບ ຢ່າງກົມກຽມການພັດທະນາທາງ ດ້ານສັງຄົມ, ວັດທະນະທຳ ໄປສົມຄູ່ ກັບການພັດທະນາເສດຖະກິດ ແລະ ການຮັກສາສິ່ງແວດລ້ອມ, ດຳເນີນ ຍຸດທະສາດຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ; ສາມ: ເມື່ອ ຮອດປີ 2015 ອັດຕາສ່ວນຄອບ ຄົວທຸກຍາກຍັງເຫລືອບໍ່ເກີນ 10 ຂອງຈຳນວນຄອບຄົວໃນທົ່ວປະ ເທດ, ປະຕິບັດລະບອບການສຶກສາ ຊັ້ນປະຖົມພາກບັງຄັບໃຫ້ເປັນຈິງ ແລະ ໃຫ້ພົນລະເມືອງສ່ວນໃຫຍ່ມີ ລະດັບການສຶກສາຈົບມັດທະຍົມຕອນ ຕົ້ນ ແລະ ມີອາຍຸຍືນສະເລ່ຍ 68,3 ປີ; ບັນລຸເປົ້າໝາຍສະຫັດສະຫວັດ ດ້ານການພັດທະນາ (.%(s). ວັດ ທະນະທຳແຫ່ງຊາດຍັງຄົງຄຸນຄ່າ ອັນດີງາມ ແລະ ໄດ້ຮັບການສືບທອດ, ເສີມຂະຫຍາຍໃຫ້ອຸດົມຮັ່ງມີ; ສີ່: ສປປ ລາວ ມີເພ່ືອນມິດສາກົນຢ່າງກວ້າງ ຂວາງ, ສາມາດເຂົ້າຮ່ວມໃນຂະບວນ ວິວັດແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນ ໄດ້ຢ່າງເປັນເຈົ້າການ, ທັງມີການປະກອບສ່ວນອັນຕັ້ງໜ້າ ໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນພາກ ພື້ນ ແລະ ສາກົນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ X ພັກປະຊາຊົນປະຕິວັດ ລາວ(ວັນທີ18-22 ມັງກອນ2016) ເຊິ່ງກອງປະຊຸມໃຫຍ່ຄັ້ງນີ້ ມີແນວ ຄິດຊີ້ນຳກວມລວມພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພ່ີມທະວີ ມະຫາສາມັກຄີທົ່ວປວງຊົນທັງຊາດ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບ ດ້ານ ແລະ ມີຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດ ຍືນຍົງ ສູ່ຈຸດໝາຍສັງຄົມນິຍົມຢ່າງ ໜັກແໜ້ນ.” ພ້ອມນັ້ນໄດ້ຮັບຮອງ ເອົາຂໍ້ສະຫລຸບ 7 ປະການ ເຊິ່ງເປັນ ບົດຮຽນອັນປະເສີດທີ່ຖອດຖອນໄດ້ ຈາກພຶດຕິກຳແຫ່ງການຈັດຕັ້ງນຳພາ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ແລະ 30 ປີແຫ່ງການປ່ຽນແປງ ໃໝ່ ພ້ອມກັນນັ້ນ ກໍໄດ້ກຳນົດ 7 ທິດ ທາງໜ້າທີ່ໃຫຍ່ສຳລັບໄລຍະຕໍ່ໜ້າ ແລະ ໄດ້ຟັງລາຍງານກ່ຽວກັບວິໄສ ທັດຮອດປີ 2030, ຍຸດທະສາດການ ພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ (2016-2025) ແລະ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ 7III (2016-2020) ເຊິ່ງຄຳຂວັນວິໄສທັດ ແລະ ຍຸດທະສາດ ຂອງການພັດທະນາແມ່ນ “ສູ້ຊົນພັດ ທະນາປະເທດເຮົາໃຫ້ຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາໃນ ປີ 2020, ກ້າວໄປສູ່ປະເທດກຳລັງ ພັດທະນາທີ່ມີລາຍຮັບປານກາງສູງ ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ ເມື່ອເຖິງປີ 2030”. ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ (ວັນທີ 13-15 ມັງກອນ 2021) ໄດ້ ຊີ້ໃຫ້ເຫັນບັນຫາຄົງຄ້າງຕົ້ນຕໍຈຳນວນ ໜຶ່ງຂອງພັກ, ຂອງປະເທດຊາດ;ໃນ ນັ້ນອັນສຳຄັນຕົ້ນຕໍແມ່ນ: 1. ຄວາມ ສາມາດໃນການຄົ້ນຄວ້າປະດິດສ້າງ ຈາກພຶດຕິກຳ ເພື່ອເປັນພື້ນຖານແກ່ ການຊີ້ນຳແກ້ບັນຫາຕົວຈິງຂອງພັກ ເຮົາຍັງຈຳກັດ; 2. ພື້ນຖານເສດຖະກິດ ແຫ່ງຊາດ ບໍ່ທັນເຂັ້ມແຂງ ແລະ ເປັນ ເຈົ້າຕົນເອງ; 3. ບັນຫາຫຍໍ້ທໍ້ຕ່າງໆ ພາຍໃນກົງຈັກການຈັດຕັ້ງພັກ-ລັດ ແລະ ໃນສັງຄົມ ຍັງບໍ່ທັນໄດ້ຮັບການ ແກ້ໄຂ ແລະ ບໍ່ທັນສ້າງການຫັນປ່ຽນ ໃໝ່ທີ່ຈະແຈ້ງ. ບົນພື້ນຖານການຕີລາຄາສະພາບ ຜ່ານມາດັ່ງກ່າວ, ພັກເຮົາໄດ້ສະຫລຸບ ສັງລວມ ແລະ ຖອດໄດ້ບົດຮຽນໃຫຍ່ 4 ປະການ ເພື່ອເປັນບ່ອນອີງສຳຄັນ ໃນການນຳພາ ແລະ ປັບປຸງ. ພ້ອມນັ້ນ ກໍໄດ້ວາງທິດທາງ, ຄາດໝາຍໃຫຍ່ ໃນຊຸມປີຕໍ່ໜ້ານີ້ ດ້ວຍການຍຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍ ແລະ ດ້ວຍ ຄວາມຈົງຮັກພັກດີຕໍ່ອຸດົມການ ແລະ ວັດຖຸປະສົງອັນສູງສົ່ງ ຂອງພາລະກິດ ປະຕິວັດໃນການນຳພາປະເທດຊາດ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ. ທິດທາງຕົ້ນຕໍທັງເປັນເປົ້າໝາຍໃຈ ກາງຂອງການບູລະນະລະບອບປະ ຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງ ຂຶ້ນໃນຊຸມປີຕໍ່ໜ້າ ແມ່ນຖືເອົາວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ເປັນໜ້າທີ່ພື້ນຖານ ແລະ ຕ້ອງປະຕິບັດຢ່າງເປັນປະຈຳ; ການ ພັດທະນາເສດຖະກິດ ລວມທັງການ ແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ ແລະ ບັນຫາໜີ້ສິນເປັນໜ້າທີ່ໃຈກາງ; ພັດທະນາຊັບພະຍາກອນມະນຸດ ແລະ ສະໜອງແຮງງານມີສີມື ໃຫ້ແກ່ບັນດາ ໂຄງການພັດທະນາໃນຂົງເຂດຕ່າງໆ ເປັນໜ້າທີ່ແຖວໜ້າ; ການປັບປຸງຄຸນ ນະພາບ ຂອງວຽກງານພັກ-ພະນັກ ງານ ເປັນອັນຕັດສິນຕໍ່ພາລະກິດປົກ ປັກຮັກສາ ແລະ ການປະຕິບັດຍຸດທະ ສາດພັດທະນາປະເທດຊາດ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ກອງ ປະຊຸມໄດ້ເປັນເອກະພາບກັນຮັບຮອງ ເອົາ 8 ແຜນນະໂຍບາຍໃຫຍ່ ຕໍ່ແຕ່ລະ ຂົງເຂດວຽກງານ. ຈາກນັ້ນ, ກໍໄດ້ຫັນ ເປັນອັນລະອຽດ ຢູ່ໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເຊິ່ງໄດ້ເລ່ັ່ງໃສ່ການພັດທະນາໄປສູ່ ຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ ໂດຍກຳນົດ 6 ເປົ້າໝາຍໃຫຍ່, 25 ແຜນວຽກຈຸດສຸມ ແລະ ໂຄງການ ບູລິມະສິດຈຳນວນໜຶ່ງ. ຕະຫລອດໄລຍະແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ, ທຸກບາດ ກ້າວເດີນທຸກໄຊຊະນະ ຂອງປະຊາຊົນ ລາວ ໃນການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ ລ້ວນແຕ່ຕິດພັນກັບການນຳພາຂອງ ພັກ. ກ້າວເຂົ້າສູ່ໄລຍະໃໝ່ຂອງການ ປະຕິວັດລາວ, ພັກໄດ້ນຳພາປວງຊົນ ທັງຊາດ ປະຕິບັດສອງໜ້າທີ່ຍຸດທະ ສາດຄື: ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ດ້ວຍການນຳພາອັນຖືກ ຕ້ອງຂອງພັກ, ປະຊາຊົນລາວໄດ້ທັບ ມ້າງທຸກກົນອຸບາຍເລ່ຫລ່ຽມດ້ວຍ ຫລາຍຮູບຫລາຍສີຂອງບັນດາອິດທິ ກຳລັງປໍລະປັກ ທີ່ຫວັງທຳລາຍມ້າງ ເພລະບອບໃໝ່ຂອງລາວ, ປົກປັກ ຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ ໃຫ້ໝັ້ນຄົງ, ຮັບປະກັນຄວາມສະຫງົບ ປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ຂອງສັງຄົມ. ພັກໄດ້ນຳ ພາປວງຊົນເສີມຂະຫຍາຍມູນເຊື້ອດຸ ໝັ້ນຂະຫຍັນພຽນ, ຄວາມປະດິດສ້າງ ແລະ ຈິດໃຈເອກະລາດ ເພິ່ນຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງປະຊາຊົນບັນດາເຜົ່າ ແລະ ປົວ ແປງຊີວິດການເປັນຢູ່ໃຫ້ເປັນປົກກະຕິ ແລະ ດີຂຶ້ນເປັນກ້າວໆ. ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ ຕິດພັນກັບວຽກ ງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງ ເລິກ ໂດຍເລັ່ງໃສ່ພັດທະນາເຂດຈຸດ ສຸມຂອງລັດຖະບານ ແລະ ທ້ອງຖິ່ນ ດ້ວຍການສະໜອງພື້ນຖານໂຄງ ລ່າງ, ວິຊາການເຕັກນິກທີ່ຈໍາເປັນ ເພື່ອຊຸກຍູ້ການຜະລິດຕິດພັນກັບ ການປຸງແຕ່ງ ແລະ ການຕະຫລາດ, ສູ້ຊົນສ້າງຄອບຄົວພົ້ນທຸກທົ່ວ va f8txn gvq k.9.lj lh k'g,n v' c]t lh k'[h korQ om5 d ນັບວ່າ ເປັນຜົນງານອັນພົ້ນ ເດັ່ນໜຶ່ງຂອງອໍານາດການປົກຄອງ ແຂວງອັດຕະປື ທີ່ໄດ້ເອົາໃຈໃສ່ສຸມ ທຸກເງື່ອນໄຂສ້າງສາພັດທະນາ ບ້ານເມືອງພາຍໃນ ໂດຍສະເພາະ ແມ່ນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຊິ່ງ ໃນໄລຍະໜຶ່ງປີມານີ້ ສາມາດສ້າງ ເມືອງພົ້ນທຸກໄດ້ 1 ເມືອງ (ເມືອງ ສະໜາມໄຊ), ສ້າງບ້ານພົ້ນທຸກໄດ້ 16 ບ້ານ, ຄອບຄົວພົ້ນທຸກໄດ້ກວ່າ 3.400 ຄອບຄົວ, ບ້ານພັດທະນາ ແຂວງ ໃຫ້ໄດ້ 1.700 ກວ່າຄອບ ຄົວ, ໃນນີ້ ເມືອງໄຊເສດຖາ ໃຫ້ໄດ້ 550 ກວ່າຄອບຄົວ, ເມືອງສາມັກ ຄີໄຊ 330 ກວ່າຄອບຄົວ, ເມືອງ ສະໜາມໄຊ 500 ຄອບຄົວ, ເມືອງ ຊານໄຊ 150 ຄອບຄົວ ແລະ ເມືອງ ພູວົງ ໃຫ້ໄດ້ 200 ຄອບຄົວ, ສ້າງ ເມືອງພົ້ນທຸກໃຫ້ໄດ້ 1 ເມືອງ, ບ້ານ ພົ້ນທຸກໃຫ້ໄດ້ 14 ບ້ານ, ບ້ານພັດ ທະນາໃຫ້ໄດ້ 21 ບ້ານ, ຄອບຄົວ ພັດທະນາ ໃຫ້ໄດ້ 2.960 ກວ່າ ຄອບຄົວ ແລະ ສ້າງບ້ານໃຫຍ່ເປັນ ຕົວເມືອງນ້ອຍໃນຊົນນະບົດ ໃຫ້ໄດ້ 3 ບ້ານ. ພ້ອມທັງສືບຕໍ່ຊຸກຍູ້ພາກ ເອກະຊົນ ແລະ ທຸກພາກສ່ວນຂອງ ສັງຄົມ ປະກອບສ່ວນເຂົ້າໃນການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ແຂງແຮງກວ່າເກົ່າ. ໄດ້ 24 ບ້ານ, ຄອບຄົວພັດທະນາ ໄດ້ 5.200 ກວ່າຄອບຄົວ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍ ໃນຊົນນະບົດໄດ້ 1 ບ້ານ (ບ້ານ ຊະແຄະ). ຕາມການລາຍງານຂອງ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າ ແຂວງອັດຕະປື ໃນກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຂອງສະພາ ປະຊາຊົນແຂວງ ຊຸດທີ II ມໍ່ໆນີ້ ວ່າ: ໃນປີ 2024 ຜ່ານມາ ແຂວງ ອັດຕະປື ໄດ້ສຸມໃສ່ການພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກ ຍາກ ໂດຍມີ 5 ຄາດໝາຍ. ໃນນີ້, ແຜນສ້າງເມືອງພົ້ນທຸກ 1 ເມືອງ, ປະຕິບັດໄດ້ 1 ເມືອງ, ບ້ານພົ້ນທຸກ ແຜນການ 17 ບ້ານ, ປະຕິບັດໄດ້ 16 ບ້ານ, ຄອບຄົວພົ້ນທຸກແຜນ ການ 3.760 ກວ່າຄອບຄົວ, ປະຕິ ບັດໄດ້ 3.400 ກວ່າຄອບຄົວ, ບ້ານ ພັດທະນາແຜນການ 25 ບ້ານ, ປະຕິບັດ ໄດ້ 24 ບ້ານ, ຄອບຄົວ ພັດທະນາແຜນການ 5.440 ກວ່າ ຄອບຄົວ, ປະຕິບັດໄດ້ 5.200 ກວ່າຄອບຄົວ ແລະ ສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ແຜນການ 3 ບ້ານ, ສ້າງໄດ້ 1 ບ້ານ (ບ້ານຊະແຄະ). ແນວໃດກໍ່ດີ ສຳ ລັບປີ 2025 ນີ້, ຄະນະພັກ, ອໍານາດ ການປົກຄອງແຂວງອັດຕະປື ຈະ
RkJQdWJsaXNoZXIy MTc3MTYxMQ==