lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/02/2025 xtgmf]k; xk4tdt4k;a ogdu f xtmko dy , g9y ' vy o 7q [Iv[ 83 xu ສານອວຍພອນວັນຊາດ... ກະຊວງກະສິກຳ-ປ່າໄມ້... ຮອງປະທານ ສນຊ... ຮອງນາຍົກລັດຖະມົນຕີ... ທໍາລາຍໝາກກະໂພກ... ຂ້າພະເຈົ້າຂໍຖືໂອກາດອັນສະ ຫງ່າລາສີນີ້, ອວຍພອນມາຍັງ ທ່ານຈົ່ງມີພະລານາໄມທີ່ສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນ ສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງທ່ານ ແລະ ຂໍອວຍພອນໃຫ້ ປະ ຊາຊົນສີລັງກາ ຈົ່ງສືບຕໍ່ມີຄວາມ ກ້າວໜ້າ ແລະ ວັດທະນະຖາວອນ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍ ພອນວັນຊາດເຖິງທ່ານ ນາງ ຮາ ຣີນີ ອາມາຊາສຸຣິຍານາຍົກ ລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ສັງຄົມນິຍົມສີລັງກາ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງ ສານອວຍພອນວັນຊາດເຖິງທ່ານ ວິຈິດຖາ ເຮຣາດ ລັດຖະມົນຕີກະ ຊວງການຕ່າງປະເທດ, ການຈ້າງ ງານການຕ່າງປະເທດ ແລະ ການ ທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມສີລັງກາ ໃນໂອກາດວັນຊາດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ຄົບຮອບ 77 ປີ ເຊັ່ນ ດຽວກັນ. ຂປລ. ບຸນກາເຟ-ຊາ ແລະ ຜົນ ຜະລິດກະສິກຳພູພຽງບໍລະເວນ ປະຈຳປີ 2025 ໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 8-10 ກຸມພາ 2025 ນີ້, ຢູ່ອະນຸສາວະລີສີທົນກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍມີທ່ານ ພົນເອກ ວິໄລ ຫລ້າ ຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ, ທ່ານ ອາລຸນໄຊ ສູນນະ ລາດ ເຈົ້າແຂວງຈຳປາສັກ, ມີ ຮອງເຈົ້າແຂວງ, ຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ, ພ້ອມ ດ້ວຍຫົວໜ່ວຍທຸລະກິດການຜະລິດ, ສະຫະກອນ ແລະ ຊາວສວນຜູ້ຜະ ລິດກາເຟ-ຊາ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງປາກ ຊ່ອງ ໄດ້ໃຫ້ຮູ້ວ່າ: ບຸນກາເຟ-ຊາພູ ພຽງບໍລະເວນ ປະຈຳປີ 2025 ມີ ຮ້ານວາງສະແດງສິນຄ້າທັງພາຍ ໃນແຂວງ ແລະ ຕ່າງແຂວງທັງ ໝົດ 70 ກວ່າຫົວໜ່ວຍ, ລວມມູນ ຄ່າຜະລິດຕະພັນປະມານ 10 ຕື້ ກີບ, ຄາດວ່າຈະມີເງິນໝູນວຽນໃນ ແຕ່ລະວັນ 1 ຕື້ກວ່າກີບ, ຈັດຂຶ້ນເພື່ອ ສົ່ງເສີມການຜະລິດຂອງຊາວສວນ ກາເຟ-ຊາ ແລະ ຜົນຜະລິດກະສິກຳ ຂອງແຂວງຈໍາປາສັກ ແລະ ບັນດາ ແຂວງ, ລວມເຖິງຜູ້ປະກອບການ ທຸລະກິດກາເຟ-ຊາ ຈາກທົ່ວປະເທດ ໄດ້ຮັບຮູ້ເຂົ້າໃຈເຖິງປະຫວັດຄວາມ ເປັນມາຂອງກາເຟ-ຊາ ພູພຽງບໍ ລະເວນ, ຄວາມຫລາກຫລາຍດ້ານ ຂປລ. ທ້າຍອາທິດຜ່ານມາ, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ແລະ ກອງພົນທີ 1 ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາວັນວັນເກີດຂອງ ປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ (16 ກຸມພາ 1942-16 ກຸມພາ 2025) ຢູ່ສະໂມສອນກອງພົນທີ 1 ໂດຍມີສະຫາຍ ອາດສະພັງທອງ ສີ ພັນດອນ ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ, ປະທານ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ, ສະຫາຍ ພົນ ຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງກອງພົນທີ 1, ມີ ບັນດາການນໍາ, ຄະນະກົມ, ນາຍ ແລະ ພົນທະຫານ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ເກົາຫລີ ປະຈຳລາວ ໄດ້ຍົກໃຫ້ເຫັນເຖິງ ບົດບາດການນໍາພາ ແລະ ຜົນງານ ຂອງປະທານ ກິມ ເຈິງ ອິນ ຜູ້ນໍາ ທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ ໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດອັນພົ້ນເດັ່ນແມ່ນການ ນໍາພາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການ ພັດທະນາໃນໄລຍະວິກິດທາງດ້ານ ເສດຖະກິດ ເພື່ອເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນໄດ້ຮັບການ ປັບປຸງໃຫ້ດີຂຶ້ນ. ພ້ອມກັນນີ້, ຍັງ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອລະຫວ່າງສອງ ປະເທດ ສປປ ລາວ ແລະ ສປປ ເກົາຫລີທີ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງປະເທດ, ທັງເປັນ ການປະກອບສ່ວນເຂົ້າໃນພະລາກິດ ເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນຂົງເຂດພາກ ພື້ນ ແລະ ໃນໂລກ. ໃນພິທີດັ່ງກ່າວ, ຍັງມີການວາງ ສະແດງຮູບພາບ, ປຶ້ມ ແລະ ສາຍວິດີ ໂອກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ, ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ສປປ ເກົາຫລີ ໃນໄລ ຍະຜ່ານມາ ແລະ ປັດຈຸບັນ, ພ້ອມ ທັງໄດ້ຮັບຊົມການສະແດງສິລະປະ ຂອງກອງພົນທີ 1 ແລະ ສປປ ເກົາຫລີ ຕື່ມອີກ. ໂອກາດນີ້, ສະຫາຍປະທານ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ກໍໄດ້ມອບຄອມພິວເຕີ 1 ຊຸດ, ເງິນສົດຈໍານວນ 30 ລ້ານ ກີບ ແລະ ອົງການປົກຄອງນະຄອນ ຫລວງວຽງຈັນ ມອບຄອມພິມເຕີ 1 ຊຸດ ໃຫ້ກອງພົນທີ I ເພື່ອນໍາໃຊ້ເຂົ້າ ໃນໜ້າທີ່ວຽກງານ ແລະ ປັບປຸງ ກໍ່ສ້າງກົມກອງ. ຂ່າວ: ໂກຮັງ ຈົນເຖິງປັດຈຸບັນຢູ່ສໍານັກງານໃຫຍ່ IRRI ປະເທດຟິລິບປິນ. ພ້ອມນີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ມອບໃບຍ້ອງຍໍ ຂັ້ນກະຊວງໃຫ້ແກ່ຫົວໜ້າ ແລະ ຊ່ຽວຊານດ້ານການຄົ້ນຄວ້າຂອງ IRRI ຈຳນວນໜຶ່ງ. ການເຄື່ອນໄຫວວຽກງານຢູ່ຟິ ລິບປິນໃນຄັ້ງນີ້, ທ່ານລັດຖະມົນຕີ ຍັງໄດ້ພົບປະກັບທ່ານ ນາງ ອີວອນ ເນ ປິນໂຕ (Yvonne Pinto) ຫົວໜ້າສະຖາບັນຄົ້ນຄວ້າເຂົ້າ ສາກົນ ແລະ ໄດ້ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກ ງານຂອງສອງພາກສ່ວນໃນໄລຍະ ຜ່ານມາ ແລະ ແຜນການຮ່ວມມືໃນ ຕໍ່ໜ້າ ໂດຍສະເພາະວຽກງານການ ສຶກສາຄົ້ນຄວ້າແນວພັນເຂົ້າຕິດພັນ ກັບການທົນທານຕໍ່ສະພາບການ ຂປລ. ໃນໂອກາດສ້າງຂະບວນ ການຂໍ່ານັບຮັບຕ້ອນ 3 ວັນປະ ຫວັດສາດ ຄື: ວັນສ້າງຕັ້ງພັກປະ ຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນເກີດທ່ານປະທານ ໄກສອນ ພົນວິຫານ ຄົບຮອບ 105 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ທັງເປັນການ ສ້າງຂະບວນການຕ້ອນຮັບວັນສ້າງ ຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 13 ສິງຫາ 2025) ທ່ານ ນາງ ອິນລາ ວັນ ແກ້ວບຸນພັນ ກຳມະການສູນ ກາງພັກ, ຮອງປະທານສູນກາງ ແນວລາວສ້າງຊາດ ໄດ້ນໍາພາກົມ ໂຄສະນາສູນກາງແນວລາວສ້າງ ຊາດ ໄປທັດສະນະສຶກສາຢູ່ທີ່ສາລາ ກະວີບ້ານນາ ງົວ ແລະ ກວຽນ ຢູ່ ບ້ານໝາກນາວໃຕ້ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍໄດ້ຮັບ ການຕ້ອນຮັບຈາກທ່ານ ທອງໃບ ໂພທິສານ ກຳມະການສູນກາງແນວ ລາວສ້າງຊາດ, ຄະນະທີ່ປຶກສາ ວຽກງານຂົນຂວາຍປະຊາຊົນສູນ ກາງແນວລາວສ້າງຊາດ, ປະທານ ສະມາຄົມນັກປະພັນລາວ ແລະ ເປັນເຈົ້າຂອງສາລາກະວີບ້ານນາ ງົວ ແລະ ກວຽນ ແລະ ໄດ້ເລາະຊົມ ການວາງສະແດງຮູບພາບ, ປຶ້ມປະ ເພດຕ່າງໆຂອງສາລາກະວີບ້ານນາ ງົວ ແລະ ກວຽນ. ທ່ານ ທອງໃບ ໂພທິສານ ໄດ້ ໃຫ້ຮູ້ວ່າ “ສາລາກະວີບ້ານນາ ງົວ ແລະ ກວຽນ” ແມ່ນໄດ້ໃສ່ຕາມບົດ ປະພັນວັນນະຄະດີບົດກະວີທີ່ທ່ານ ໄດ້ຮັບລັງວັນວັນນະກຳສ້າງສັນ ດີເດັ່ນ “ງົວ ແລະ ກວຽນ” ຫລື ຊີໄຣ(SEA.Write) ເຊິ່ງບົດ ກະວີດັ່ງກ່າວ ໄດ້ສ່ອງແສງເຖິງວິຖີ ສິນຄ້າເກືອດຫ້າມນໍາເຂົ້າ ແລະ ຈໍາ ໜ່າຍລວມນ້ຳໜັກທັງໝົດປະມານ 576,6 ກິໂລກຣາມ ມູນຄ່າເກືອບ 300 ລ້ານກີບ. ສະນັ້ນ, ເຈົ້າໜ້າທີ່ ການຄ້າ ຈຶ່ງໄດ້ເຮັດບົດບັນທຶກກວດ ກາ ແລະ ຢຶດສິນຄ້າດັ່ງກ່າວ ມາທໍາ ລາຍຖີ້ມຕາມລະບຽບການ. ໄລຍະຜ່ານມາ, ພະແນກອຸດສາ ຫະກຳ ແລະ ການຄ້າ ນວ ໄດ້ສຸມໃສ່ ຈັດຕັ້ງປະຕິບັດຄໍາສັ່ງວ່າດ້ວຍການ ຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້- ຂາຍ, ມີໄວ້ໃນຄອບຄອງ, ຈູດໝາກ ກະໂພກ, ບັ້ງໄຟດອກ ແລະ ໂຄມ ໄຟລອຍຟ້າຂອງທ່ານເຈົ້າຄອງນະ ຄອນຫລວງວຽງຈັນ ແລະ ຄໍາສັ່ງ ວ່າດ້ວຍການເພີ່ມທະວີຕິດຕາມ ກວດກາ ແລະ ສະກັດກັ້ນການຄ້າ ແນວພັນຊະນິດກາເຟ, ວິຖີຊີວິດ ຊາວສວນເມືອງປາກຊ່ອງ ທີ່ຕິດ ພັນກັບການສ້າງຄຸນຄ່າໃນການຜະ ລິດກາເຟ-ຊາ ຄຸນນະພາບ ແລະ ສ້າງຄ່ານິຍົມໃນໝູ່ຄົນຮຸ່ນໃໝ່ ໃຫ້ມີ ວັດທະນະທຳການດື່ມກາເຟ-ຊາພູ ພຽງບໍລະເວນ; ທັງເປັນການສ້າງ ຕ່ອງໂສ້ມູນຄ່າການຜະລິດ, ການ ສົ່ງເສີມການຕະຫລາດແລກປ່ຽນ ການຊື້-ຂາຍ, ຈັບຄູ່ທຸລະກິດ ແລະ ການສົ່ງອອກນັບແຕ່ຊາວສວນຜູ້ ຜະລິດຜ່ານຂະບວນເຕັກນິກການ ຄັດເລືອກຄຸນນະພາບເມັດກາເຟຊາ, ການຂົ້ວ, ການປຸງແຕ່ງໃນ ຫລາຍຂັ້ນຕອນ, ຈົນຮອດສິລະປະ ການຊົງກາເຟທີ່ເປັນເອກະລັກຮັກ ສາລົດຊາດສະເພາະກາເຟ-ຊາພູ ພຽງບໍລະເວນ ໂດຍສະເພາະຢູ່ເມືອງ ປາກຊ່ອງ ຜືນແຜ່ນດິນຄໍາ ແລະ ດິນ ພູໄຟ ສົມຄໍາຊ່າລືຈາກສວນ-ສູ່ຈອກ ຂອງຜູ້ຊົມໃຊ້. ງານໃນຄັ້ງນີ້, ມີງານວາງສະ ແດງ ແລະ ຂາຍສິນຄ້າຜົນຜະລິດ, ຜະລິດຕະພັນກາເຟ-ຊາ, ພືດຜັກ ເມືອງໜາວ ແລະ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈາກບັນດາເມືອງ ອ້ອມຂ້າງແຂວງຈຳປາສັກ, ຊີມ ລົດຊາດການປຸງແຕ່ງກາເຟ-ຊາ ຂອງຮ້ານກາເຟ-ຊາ ຈາກບັນດາ ແຂວງໃນທົ່ວປະເທດ. ນອກນີ້, ຍັງ ໄດ້ຈັດສໍາມະນາວິທະຍາສາດໃນ ຫົວຂໍ້: ບົດຮຽນໃນການສົ່ງເສີມ ການຜະລິດ ເພື່ອຍົກສູງປະລິມານ ແລະ ຄຸນນະພາບກາເຟລາວ, ສະ ພາບການປຸງແຕ່ງ ແລະ ການສົ່ງ ອອກກາເຟ, ນະໂຍບາຍ ແລະ ການ ເຂົ້າສູ່ຕະຫລາດຕ່າງປະເທດຂອງ ກາເຟລາວ, ລະບຽບການ SPS ໃນການເຈລະຈາສິນຄ້າກາເຟກັບ ຄູ່ຄ້າຕ່າງປະເທດ, ພ້ອມທັງມີການ ປະກວດ ແລະ ແຂ່ງຂັນການຊົງ ແລະ ຊິມຄຸນນະພາບກາເຟ Bari sta; ການທ່ຽວຊົມສວນກາເຟ ແລະ ແຫລ່ງທ່ອງທ່ຽວທຳມະຊາດ ທີ່ເມືອງປາກຊ່ອງ ຕື່ມອີກ. ບຸນກາເຟ-ຊາ ຂອງຊາວເມືອງ ປາກຊ່ອງ ແມ່ນໜຶ່ງໃນ 12 ກິດຈະ ກຳທີ່ກຳນົດເຂົ້າໃນກິດຈະກຳການ ທ່ອງທ່ຽວຂອງແຂວງຈຳປາສັກ ເຮັດໃຫ້ບັນຍາກາດການທ່ອງທ່ຽວ ພາຍໃນເມືອງມີຄວາມຄຶກຄື້ນ. ຂ່າວ: ປະພິດ ສີສົມບູນ ການດຳລົງຊີວິດແບບຊົນນະບົດ, ແບບຊາວໄຮ່-ນາ, ການປູກ-ການ ລ້ຽງ ແລະ ການຕໍ່າຫູກ-ທໍໄໝ ໃນ ເມື່ອກ່ອນ; ການສ້າງ “ສາລາ ກະວີບ້ານນາງົວ ແລະ ກວຽນ” ແມ່ນເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງແນວລາວ ສ້າງຊາດ ເປັນຕົ້ນແມ່ນ 4 ການເສີມ ສ້າງຂອງວຽກງານແນວລາວສ້າງ ຊາດ. ດັ່ງນັ້ນ, ປີ 2021 ຈຶ່ງໄດ້ເລີ່ມ ສ້າງສາລາກະວີບ້ານນາ ງົວ ແລະ ກວຽນ ຮອດເດືອນພະຈິກ ປີ 2024 ຈຶ່ງສຳເລັດ ແລະ ເປີດໃຊ້ເປັນ ທາງການ ໂດຍໄດ້ເກັບກຳ, ທ້ອນ ໂຮມເອົາບັນດາຜົນ ງານບົດປະເພດ ຕ່າງ, ຮູບພາບ ແລະ ປະຫວັດການ ເຄື່ອນໄຫວຂອງນັກປະພັນ-ນັກ ກະວີທີ່ມີຊື່ສຽງຂອງ ສປປ ລາວ ມາຮວມກັນຢູ່ສາລາແຫ່ງນີ້ ໄວ້ ເປັນທີ່ລະນຶກ. ນອກຈາກນັ້ນ, ຍັງ ມີການວາງສະແດງຮູບພາບວິຖີ ການດຳລົງວິຖີຊີວິດຂອງປະຊາຊົນ ລາວບັນດາເຜົ່າໃນເມື່ອກ່ອນທີ່ຫາ ເບິ່ງໄດ້ຍາກໃນປັດຈຸບັນເນື່ອງຈາກ ວິຖີຊິດວີໃນປັດຈຸບັນຂອງປະເທດ ເຮົາໄດ້ມີການພັດທະນາ ແລະ ໄດ້ ປ່ຽນໄປຕາມການເວລາ. ພ້ອມ ນີ້, ຍັງເປັນບ່ອນສຶກສາຮໍ່າຮຽນ ຂອງນັກຂີດ-ຂຽນ, ນັກສຶກສາ, ນັກຮຽນ ແລະ ພໍ່ແມ່ປະຊາຊົນຜູ້ທີ່ ມີຄວາມສົນໃຈຢາກມາສຶກສາຄົ້ນ ຄວ້າ; ເປັນບ່ອນເຕົ້າໂຮມບັນດາ ທ່ານນັກປະພັນ-ນັກກະວີມາພົບ ປະສ້າງສັນແລກປ່ຽນບົດຮຽນປະ ສົບການເຊິ່ງກັນ ແລະ ກັນ. ທ່ານ ທອງໃບ ໂພທິສານ ຍັງ ໃຫ້ຮູ້ອີກວ່າ: ສຳລັບທິດທາງແຜນ ການໃນຕໍ່ໜ້າຈະສືບຕໍ່ເປີດເປັນ ປົກກະຕິ, ໂຄສະນາໃຫ້ສັງຄົມຮັບ ຮູ້ກວ້າງຂວາງກວ່າເກົ່າ, ສືບຕໍ່ ຈັດຝຶກອົບຮົມຍົກລະດັບການຂີດ ຂຽນບົດປະເພດຕ່າງໆ, ພ້ອມທັງ ມີການແຂ່ງຂັນຂຽນໃຫ້ຊາວໜຸ່ມ ເຍົາວະຊົນ ແລະ ສືບຕໍ່ປັບປຸງຫ້ອງ ວາງສະແດງປຶ້ມປະເພດຕ່າງໆໃຫ້ ມີຄວາມທັນສະໄໝ, ເປັນລະບຽບ ແລະ ງົດງາມກວ່າເກົ່າ. ໃນປີ 2025 ນີ້, ເປັນວັນສະ ເຫລີມສະຫລອງ 3 ວັນປະຫວັດ ສາດ ແລະ ວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 75 ປີ, ໃນນາມ ເປັນກຳມະການສູນກາງແນວລາວ ສ້າງຊາດ ແລະ ປະທານສະມາຄົມ ນັກປະພັນລາວ ຈະສືບຕໍ່ປະກອບ ສ່ວນສ້າງຂະບວນການເປັນຕົ້ນ ສ້າງຂະບວນການແຂ່ງຂັນຂຽນ ບົດ, ຂຽນກະວີປະເພດຕ່າງໆຕາມ ທີ່ຕົນເອງໄດ້ຮັບການມອບໝາຍໃຫ້ ມີຂະບວນການຟົດຟື້ນ. ຂ່າວ: ເຢ; ພາບ: ໄຊວ່າງ ປ່ຽນແປງຂອງດິນຟ້າອາກາດ, ການເພີ່ມສະມັດຖະພາບການຜະ ລິດ, ການຫລຸດຜ່ອນການນຳໃຊ້ ເຄມີ ແລະ ຮັກສາສິ່ງແວດລ້ອມ, ການພັດທະນາຄວາມອາດສາມາດ ຂອງນັກຄົ້ນຄວ້າລາວ, ການສະ ໜັບສະໜູນການສ້າງຄັງແຮແນວ ພັນເຂົ້າຢູ່ ສປປ ລາວ, ການສ້າງ ໂຄງການສຶກສາຄົ້ນຄວ້າດ້ານການ ປັບປຸງການຜະລິດເຂົ້າຕິດພັນກັບ ຕະຫລາດນັບແຕ່ການພັດທະນາ ແນວພັນເຂົ້າທີ່ຕະຫລາດຕ້ອງການ, ຕິດພັນກັບການນຳໃຊ້ເຕັກນິກ-ເຕັກ ໂນໂລຊີທີ່ທັນສະໄໝ, ການຫລຸດ ຜ່ອນການນຳໃຊ້ແຮງງານ, ຫລຸດ ຜ່ອນຕົ້ນທຶນການຜະລິດ ແລະ ການ ຫລຸດຜ່ອນການປ່ອຍທາດມີເທນ ແລະ ສິນເຊື່ອກາກບອນໃນນາເຂົ້າ ໂດຍການມີສ່ວນຮ່ວມຂອງຜູ້ຜະ ລິດ, ຜູ້ໃຫ້ທຶນ ແລະ ຜູ້ປະກອບການ ຂອງ ສປປ ລາວ. ນອກຈາກນີ້, ທ່ານລັດຖະມົນຕີ ພ້ອມຄະນະ ຍັງໄດ້ ຮັບຟັງການລາຍ ງານຈາກບັນດາຊ່ຽວຊານ ແລະ ນັກຄົ້ນຄວ້າຂອງ IRRI ແລະ ໄດ້ ປຶກສາຫາລືການພັດທະນາການ ຮ່ວມມືກ່ຽວກັບໂຄງການປັບປຸງ ການຜະລິດແນວພັນເຂົ້າ ແລະ ການ ຜະລິດເຂົ້າເພື່ອຄໍ້າປະກັນສະບຽງ ອາຫານ ຊຶ່ງເນັ້ນໃສ່ການສຶກສາ ຄົ້ນຄວ້າ, ການປັບປຸງຄຸນນະພາບ ແລະ ໂພຊະນາການຂອງແນວ ພັນເຂົ້າໂດຍສະເພາະແນວພັນເຂົ້າ ທີ່ມີທາດນໍ້າຕານຕໍ່າ ແລະ ມີທາດ ວິຕາມິນທີ່ມີປະໂຫຍດຕ່າງໆ. ຈາກ ນັ້ນ, ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ພື້ນທີ່ການທົດລອງແນວພັນເຂົ້າ, ການສາທິດການນຳໃຊ້ໂດຣນ ໃນ ການໃສ່ຢາໃນພື້ນທີ່ປູກເຂົ້າ, ຢ້ຽມ ຢາມຫ້ອງວິໄຈ-ທົດລອງທາງດ້ານ ພັນທຸກຳເຂົ້າ ແລະ ທະນາຄານເກັບ ແນວພັນເຂົ້າທີ່ເກັບແນວພັນເຂົ້າ ໃນທົ່ວໂລກ ຊຶ່ງມີຫລາຍກວ່າ 130.000 ແນວພັນຈາກທົ່ວໂລກ. ໃນນັ້ນ, ແນວພັນເຂົ້າຂອງ ສປປ ລາວ ມີຫລາຍກວ່າ 15.000 ແນວ ພັນ ຊຶ່ງເປັນອັນດັບ 2 ຂອງໂລກ ຮອງຈາກປະເທດອິນເດຍ. ຂ່າວ: ຂ່າວສານກະສິກຳ-ປ່າໄມ້ ສິນຄ້ານອກລະບົບ ແລະ ນໍາໃຊ້ມາດ ຕະການຕໍ່ຜູ້ລະເມີດຂອງກະຊວງ ອຸດສາຫະກຳ ແລະ ການຄ້າ. ທັງນີ້, ກໍເພື່ອແກ້ໄຂບັນຫາລັກລອບນຳເຂົ້າ ແລະ ຈຳໜ່າຍສິນຄ້າເກືອດຫ້າມ. ຂ່າວ: ວຽງຈັນໃໝ່
RkJQdWJsaXNoZXIy MTc3MTYxMQ==