xtgmf]k; 3 10/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ 5 xu zj ko,k c0;'g-dv' gda []kpIa [ g0Q k'q [xt,kowfh 1.269,13 8N du [ © Ë Á¤ອນ ໂດຍ: ຢ່າຕົ່ງ .-h g;]ks;j k'gxa oxt3spf lh k']kpwfh d;j k 350 ]h kodu [ ;y ]t-q o.o-5 flu [q ; ltgs]u ,lts]v',6 og-N v c]t vtok7q f0v'dkoztf5 '7a o .o lxx ]k; ຖ້ວນແກ່ຄົນເຈັບຂອງເຂົາເຈົ້າ. ພວກເຂົາພ້ອມໃຫ້ການຊ່ວຍເຫລືອ ໃນທຸກໄລຍະ, ສະໜອງການດູແລ ກ່ອນເກີດ, ຮັບປະກັນການເກີດ ລູກທີ່ປອດໄພ, ສະໜອງການດູແລ ຫລັງເກີດ, ຊ່ວຍໃນການຕັດສິນໃຈ ດ້ານການວາງແຜນຄອບຄົວ, ພ້ອມ ທັງສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກຍິງ ໃຫ້ນໍາໃຊ້ສິດທິຂອງ ພວກເຂົາ ແລະ ໃນການຕັດສິນ ໃຈໂດຍອີງໃສ່ຂໍ້ມູນ. ການໃຫ້ຄໍາ ແນະນໍາທີ່ຊ່ວຍປ່ຽນແປງຊີວິດ ນີ້ ສາມາດຊ່ວຍຫລຸດຜ່ອນຄວາມ ສ່ຽງຕໍ່ການເສຍຊີວິດຂອງແມ່ທີ່ ສາມາດປ້ອງກັນໄດ້, ເຮັດໃຫ້ແມ່ ຍິງ ດໍາລົງຊີວິດຢ່າງມີສຸຂະພາບທີ່ ດີ ແລະ ຈະເລີນຮຸ່ງເຮືອງກັບຄອບ ຄົວ ແລະ ຄົນທີ່ພວກເຂົາຮັກ. ສິ່ງທ້າທາຍນີ້ ບໍ່ແມ່ນພຽງແຕ່ ເປັນເອກະລັກສະເພາະຂອງ ສປປ ລາວ ແຕ່ຍັງສະທ້ອນໃຫ້ເຫັນເຖິງ ທ່າອ່ຽງໃນລະດັບສາກົນ. ໃນທົ່ວ ໂລກ, ຄວາມຕ້ອງການໃນບຸກຄະ ລາກອນຜະດຸງຄັນ ແມ່ນຫລາຍ ກວ່າຄວາມສາມາດ ໃນການສະ ໜອງ. ການຄາດຄະເນຂອງອົງ ການ 6/F1" ສະແດງໃຫ້ເຫັນວ່າ ໃນທົ່ວໂລກ ຍັງມີການຂາດແຄນ ຜະດຸງຄັນເກືອບໜຶ່ງລ້ານຄົນ, ເຊິ່ງ ສະແດງໃຫ້ເຫັນເຖິງຄວາມຕ້ອງ ການອັນຮີບດ່ວນ ໃນການສືບຕໍ່ ລົງທຶນໃສ່ວິຊາຊີບດັ່ງກ່າວ. ເພື່ອແກ້ໄຂບັນຫາດັ່ງກ່າວ, ອົງການ 6/F1" ຍັງຄົງຍຶດໝັ້ນ ຕໍ່າ¤Å ່ອນ ເຖິງວ່າ ຄວາມຄືບໜ້າມີຄວາມ ພົ້ນເດັ່ນ, ແຕ່ກໍຍັງມີວຽກງານຄົງ ຄ້າງອີກຫລາຍຢ່າງ ທີ່ຍັງຕ້ອງສືບ ຕໍ່ປະຕິບັດ. ການຂາດຜູ້ໃຫ້ບໍລິການ ສຸຂະພາບໃນເຂດຫ່າງໄກສອກ ຫລີກ ແລະ ເຂດຊົນນະບົດຫລາຍ ບ່ອນ ຍັງສືບຕໍ່ເປັນປັດໃຈສ່ຽງ ທີ່ ເປັນອັນຕະລາຍຕໍ່ຊີວິດຂອງແມ່ຍິງ ແລະ ເດັກຍິງ ເນື່ອງຈາກການເກີດ ພາວະແຊກຊ້ອນຈາກການຖືພາ ແລະ ການເກີດລູກ. ຜະດຸງຄັນມີບົດ ບາດສໍາຄັນໃນການຊ່ວຍຊີວິດ ບໍ່ ພຽງແຕ່ການຊ່ວຍເຫລືອດ້ານສຸຂະ ພາບທາງເພດ ແລະ ສຸຂະພາບຈະ ເລີນພັນທີ່ຈໍາເປັນເທົ່ານັ້ນ, ແຕ່ຍັງ ສາມາດໃຫ້ການຊ່ວຍເຫລືອທີ່ຄົບ ອີງຕາມການລາຍງານຂອງ ທ່ານ ສີໄຄ ລຽງສະຫວັດ ເລຂາ ໜ່ວຍພັກພະແນກການເງິນແຂວງ ເຊກອງ ລາຍງານໃນກອງປະຊຸມ ໃຫຍ່ ຄັ້ງທີ 7III ຂອງໜ່ວຍພັກ ພະແນກການເງິນແຂວງ ໃຫ້ຮູ້ວ່າ: ຕະຫລອດໄລຍະ 5 ປີ ຜ່ານມາ ຄະນະໜ່ວຍພັກພະແນກການເງິນ ແຂວງ ໄດ້ເອົາໃຈໃສ່ວຽກຄຸ້ມຄອງ ພັກ-ພະນັກງານ, ບໍາລຸງກໍ່ສ້າງຍົກ ລະດັບວິຊາສະເພາະຢ່າງເຂັ້ມແຂງ. ນອກຈາກນັ້ນ, ຄະນະໜ່ວຍພັກ ໄດ້ປະສານສົມທົບພາກສ່ວນກ່ຽວ ຂ້ອງ ແລະ ອໍານາດການປົກຄອງ ທ້ອງຖິ່ນ, ຊ່ວຍຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ ຊຶ່ງສາມາດສູ້ ຊົນເກັບລາຍຮັບເຂົ້າງົບປະມານໄດ້ ທັງໝົດ 1.269,13 ຕື້ກີບ ທຽບໃສ່ ແຜນໄລຍະ 5 ປີ (76 ,26 ຕື້ກີບ) ປະຕິບັດໄດ້ 165,19 , ທຽບໃສ່ ມະຕິ ຄັ້ງທີ 7II (4 2,16 ຕື້ກີບ) ປະຕິບັດໄດ້ 263,22 ; ດ້ານລາຍ ຈ່າຍງົບປະມານປະຕິບັດໄດ້ທັງໝົດ 1. 62,75 ຕື້ກີບ ທຽບໃສແຜນ ໄລຍະ 5ປີ(1. 91, 2 ຕື້ກີບ)ປະ ຕິບັດໄດ້ 9 ,46 , ທຽບໃສ່ມະຕິ ຄັ້ງທີ 7II ປະຕິບັດໄດ້ 1.625,66 ຕື້ກີບ (ບໍ່ລວມເງິນພາກລົງທຶນ), ເທົ່າກັບ 90,79 ຂອງແຜນ 5 ປີ ; ການຂາດດຸນງົບປະມານ ໄລຍະ 5 ປີ(2020-2024) ເທົ່າກັບ 372,36 ຕື້ກີບ (ລວມລາຍຈ່າຍ ພາກລົງທຶນ) ຊຶ່ງໄລຍະຜ່ານມາ ແຂວງເຊກອງເປັນແຂວງທີ່ຂາດ ດຸນງົບປະມານສູງກວມເອົາ 0 ຂອງຍອດລາຍຈ່າຍ, ມາຮອດ ປັດຈຸບັນແຂວງເຊກອງກ້າວໄປສູ່ ແຂວງກຸ່ມຕົນເອງເທື່ອລະກ້າວ. ທ່ານ ສີໄຄ ລຽງສະຫັວດ ໃຫ້ ຮູ້ຕື່ມວ່າ: ສໍາລັບແຜນການ 5 ປີຕໍ່ ໜ້າຈະຍົກສູງຄວາມສາມາດການ ນຳພາຂອງຄະນະໜ່ວຍພັກ, ພະ ນັກງານນໍາພາ-ຄຸ້ມຄອງ, ຍົກສູງ ບົດບາດເປັນແກ່ນນໍາ ຂົງເຂດວຽກ ງານຄວາມຮັບຜິດຊອບ ໃຫ້ເຂັ້ມ ຕິບັດຕາມຂໍ້ກໍານົດການຝຶກອົບຮົມ ຢ່າງເຂັ້ມງວດຕໍ່ເນື່ອງ. “ພວກເຮົາ ຕ້ອງສືບຕໍ່ປະຕິບັດໜ້າທີ່ຜະດຸງຄັນ ທຸກຄົນຕ້ອງມີທັກສະ ແລະ ຄວາມ ຮູ້ ເພື່ອສະໜັບສະໜູນຊຸມຊົນ ແລະ ຊ່ວຍຊີວິດ. ພວກເຮົາຕ້ອງຮ່ວມກັນ ເພື່ອເຮັດໃຫ້ອັດຕາການຕາຍຂອງ ແມ່ຫລຸດລົງເປັນສູນ,” ທ່ານ ນາງ ສຸກສະຫວັນ ປະເສີດສັກ ໄດ້ຮຽກ ຮ້ອງ ໂດຍເນັ້ນໜັກໃຫ້ເຫັນເຖິງ ຄວາມຮີບດ່ວນ ແລະ ຄວາມຫວັງ ທີ່ຈະຊຸກຍູ້ວຽກງານອັນສໍາຄັນນີ້. ຕໍ່ຄໍາໝັ້ນສັນຍາ ໃນການສົ່ງເສີມ ຄວາມກ້າວໜ້າໃນວຽກການຜະດຸງ ຄັນໃນ ສປປ ລາວ, ກໍຄືດັ່ງທີ່ໄດ້ ຈັດຕັ້ງປະຕິບັດຢູ່ໃນຫລາຍກວ່າ 125 ປະເທດທົ່ວໂລກ. ໂດຍຕັ້ງໜ້າ ສຸມໃສ່ການເພີ່ມທະວີຄຸນນະພາບ ການສຶກສາ, ສ້າງຫລັກການ ແລະ ນະໂຍບາຍດ້ານບຸກຄະລາກອນທີ່ ເຂັ້ມແຂງ, ພ້ອມທັງຊຸກຍູ້ໃຫ້ສະ ມາຄົມຜະດຸງຄັນແຫ່ງຊາດມີຄວາມ ເຂັ້ມແຂງ ເພື່ອຊ່ວຍສົ່ງເສີມ ແລະ ສະໜັບສະໜູນວິຊາຊີບດັ່ງກ່າວ. ເພື່ອສືບຕໍ່ວຽກງານອີງໃສ່ພື້ນ ຖານທີ່ໄດ້ສ້າງສາມາກ່ອນໜ້ານີ້, ຍຸດທະສາດການຜະດຸງຄັນສະບັບ ໃໝ່ ຂອງປະເທດລາວ ທີ່ພວມຖືກ ພັດທະນາແມ່ນມີຄວາມສອດຄ່ອງ ກັບຍຸດທະສາດການຜະດຸງຄັນ ທົ່ວໂລກປີ 201 -2030 ຂອງ ອົງການ 6/F1", ເຊິ່ງປະກອບ ມີ 6 ເສົາຄໍ້າຫລັກ. ເສົາຄໍ້າເຫລົ່າ ນີ້ ລວມເຖິງການຍອມຮັບໃນວຽກ ການຜະດຸງຄັນ ແມ່ນອົງປະກອບທີ່ ຈໍາເປັນຕໍ່ການບັນລຸເຂົ້າເຖິງດູແລ ສຸຂະພາບທາງເພດ ແລະ ສຸຂະພາບ ຈະເລີນພັນທົ່ວປວງຊົນ. ທຸກພາກສ່ວນກ່ຽວຂ້ອງຕ້ອງ ໃຫ້ຄຳໝັ້ນສັນຍາຢ່າງເລິກເຊິ່ງ ເພື່ອຮັກສາ ແລະ ສືບຕໍ່ສົ່ງເສີມໃຫ້ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ. ອັນນີ້ ໝາຍເຖິງຮັບປະກັນການສະໜອງ ທຶນທີ່ພຽງພໍ, ເພີ່ມຕໍາແໜ່ງຜະດຸງ ຄັນ ແລະ ຮັບປະກັນໃຫ້ມີການປະ ແຂງ, ລະດົມທຸກກໍາລັງແຮງສັງ ລວມທົ່ວປວງຊົນປະຕິບັດພັນທະ ພາສີ-ອາກອນຖືກຕ້ອງຕາມກົດ ໝາຍ, ເສີມຂະຫຍາຍກໍາລັງແຮງ ສັງລວມອົງການຈັດຕັ້ງພັກ-ລັດ, ທົ່ວສັງຄົມນໍາໃຊ້ທຸກຄວາມອາດ ສາມາດ, ຂຸດຄົ້ນທຸກແຫລ່ງລາຍ ຮັບງົບປະມານ ທີ່ບົ່ມຊ້ອນຢູ່ໃນ ທ້ອງຖິ່ນ, ເປັນເຈົ້າການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ, ສ້າງທຸກເງື່ອນໄຂ ຫັນເປັນແຂວງ ກຸ້ມດຸນເທື່ອລະກ້າວ; ເອົາໃຈໃສ່ຜັນ ຂະຫຍາຍເສດຖະກິດເອກະລາດ, ເປັນເຈົ້າຕົນເອງ (ສອຈ) ແລະ ໃຫ້ ບັນລຸຕາມມະຕິສະພາຮັບຮອງໃນ ແຕ່ລະໄລຍະ ປະສານສົມທົບກັບ ບັນດາພະແນກການຕິດພັນກັບ ຖານລາຍຮັບ ເພື່ອຈັດເກັບລາຍຮັບ ໃຫ້ຖືກຕ້ອງ,ຄົບຖ້ວນ,ວ່ອງໄວ,ທັນ ສະໄໝ. ຄຸ້ມຄອງລາຍຈ່າຍງົບປະ ມານໃຫ້ສອດຄ່ອງຕາມນິຕິກຳລະ ບຽບການກຳນົດໄວ້ໃຫ້ຮັດກຸມ, ຮັບ ປະກັນຢ່າງມີປະສິດທິຜົນ. ປັດຈຸບັນພະນັກງານ-ລັດຖະ ກອນ ບາງຄົນນອກຈາກການປະຕິ ບັດໜ້າທີ່ທີ່ໄດ້ຮັບການມອບໝາຍ ຢ່າງສຳເລັດໜ້າທີ່ໃນໂມງລັດຖະ ການແລ້ວ, ຍັງໃຊ້ເວລາຫວ່າງ ຈາກການເຮັດວຽກປະຈຳ ມາເຮັດ ວຽກອື່ນໆ ເພື່ອສ້າງລາຍຮັບເພີ່ມ ເຂົ້າຄອບຄົວຕື່ມ. ດັ່ງຄອບຄົວຂອງ ທ່ານ ນາງ ສັ້ນນ້ອຍ ແກ້ວພິລາ ຢູ່ ບ້ານນາບອນເຊິ່ງມີອາຊີບຫລັກ ເປັນພະນັກງານລັດ ໂດຍລາວໃຊ້ ເວລາຫວ່າງປະກອບອາຊີບເສີມ ທີ່ ຕິດພັນກັບອາຊີບຫລັກ (ກະສິກຳປ່າໄມ້) ສາມາດສ້າງລາຍຮັບເພີ່ມ ເຂົ້າຄອບຄົວໄດ້ຫລາຍກວ່າ 350 ລ້ານຕໍ່ປີ. ທ່ານ ນາງ ສັ້ນນ້ອຍ ແກ້ວພິລາ ໄດ້ເລົ່າສູ່ຟັງວ່າ: ຕົນມີອາຊີບຫລັກ ເປັນພະນັກງານສັງກັດຢູ່ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງແກ່ນ ທ້າວ ແຂວງໄຊຍະບູລີ. ກ່ອນປີ 2011 ແມ່ນເຮັດວຽກປະຈຳພຽງ ຢ່າງດຽວ ແລະ ລາຍໄດ້ກໍ່ອາໄສ ແຕ່ເງິນເດືອນເທົ່ານັ້ນ ອັນເຮັດໃຫ້ ຊີວິດການເປັນຢູ່ ພໍພຽງແຕ່ກຸ້ມຢູ່ ກຸ້ມກິນ, ມີບາງໄລຍະການດຳລົງຊີ ວິດກໍ່ຂາດໆເຂີນໆທາງດ້ານການ ເງິນ. ຂະນະທີ່ພັກ-ລັດ ໄດ້ເປີດ ກວ້າງໃຫ້ພະນັກງານປະກອບອາ ຊີບເສີມ ແຕ່ຕ້ອງປະຕິບັດໜ້າທີ່ທີ່ ໄດ້ຮັບຜິດຊອບໃຫ້ສຳເລັດ. ດ້ວຍ ນະໂຍບາຍ ດັ່ງກ່າວ ຈຶ່ງໄດ້ປຶກສາ ກັບຄອບຄົວ ເພື່ອຊອກຫາອາຊີບ ເສີມ ແລະ ໃນທີ່ສຸດກໍ່ໄດ້ເລືອກເອົາ ການຜະລິດລູກໝູແລະ ລ້ຽງໝູຂາຍ ເປັນສິນຄ້າ ເຊິ່ງເປັນອາຊີບເສີມທີ່ ຕິດພັນກັບອາຊີບຫລັກ (ກະສິກຳປ່າໄມ້). ນັບແຕ່ປີ 2011 ເປັນຕົ້ນ ມາ ໄດ້ຕັ້ງໜ້າສຸມໃສ່ການລ້ຽງໝູ ພໍ່-ແມ່ພັນ ເພື່ອຜະລິດລູກໝູ ແລະ ການລ້ຽງໝູຂຸນ ເປັນສິນຄ້າ.ໃນ ເບື້ອງຕົ້ນມີໝູພໍ່-ແມ່ພັນ 5 ໂຕ. ໃນ ນັ້ນ, ຜະລິດລູກໝູໄດ້ຫລາຍກວ່າ 90 ໂຕຕໍ່ປີ, ສ້າງລາຍຮັບໃຫ້ຄອບ ຄົວກວ່າ 30 ລ້ານກີບຕໍ່ປີ. ເມື່ອຫັກ ຄ່າໃຊ້ຈ່າຍຕົ້ນທຶນແລ້ວ ເຫັນວ່າຍັງ ມີກຳໄລທີ່ໜ້າພໍໃຈ. ເມື່ອເຫັນຜົນ ໄດ້ຮັບດີດັ່ງກ່າວ ຈຶ່ງບໍ່ລໍຊ້າ ແລະ ໄດ້ຂະຫຍາຍການລ້ຽງເພີ່ມຂຶ້ນໃນ ແຕ່ລະປີ ໂດຍມາຮອດປັດຈຸບັນມີ ໝູພໍ່-ແມ່ພັນ 31 ໂຕ (ພໍ່ພັນ 2 ໂຕ, ແມ່ພັນ 29 ໂຕ) ເຊິ່ງສາມາດຜະລິດ ລູກໝູໄດ້ຫລາຍກວ່າ 720 ໂຕຕໍ່ປີ (ໝູແມ່ພັນ 1 ໂຕ ໃຫ້ລູກ 2 ຄັ້ງຕໍ່ ປີ). ລູກໝູທີ່ຜະລິດໃນແຕ່ລະຮອບ ນັ້ນໄດ້ແບ່ງຂາຍ2ສ່ວນແລະລ້ຽງ ຂຸນຂາຍ 1 ສ່ວນ. ສະເລ່ຍແລ້ວ ລູກ ໝູທີ່ຜະລິດໄດ້ຕໍ່ປີ ຂາຍລູກໝູນ້ອຍ ປະມານ 4 0 ໂຕຕໍ່ປີ ແລະ ລ້ຽງໃຫ້ ໃຫຍ່ຈຶ່ງຂາຍປະມານ 245 ໂຕຕໍ່ປີ. ການຜະລິດລູກໝູຂາຍ ແລະ ລ້ຽງ ໃຫ້ໃຫຍ່ຈຶ່ງຂາຍ ສ້າງລາຍຮັບໃຫ້ ຄອບຄົວໄດ້ປີໜຶ່ງຫລາຍກວ່າ 350 ລ້ານກີບ. ລາຍຮັບດັ່ງກ່າວ ໄດ້ເຮັດ ໃຫ້ຄອບຄົວມີການພັດທະນາດີຂຶ້ນ ແລະ ກ້າວສູ່ການຫລຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ. ທ່ານ ນາງ ສັ້ນນ້ອຍ ແກ້ວພິລາ ໃຫ້ຮູ້ເຕັກນິກໃນການຜະລິດລູກໝູ ແລະ ການລ້ຽງໝູວ່າ: ສະຖານທີ່ ຕ້ອງຫ່າງໄກຈາກຊຸມຊົນ ປະມານ 3 ກິໂລແມັດຂຶ້ນໄປ, ຢູ່ບ່ອນເນີນ ສູງ ອາກາດປອດໂປ່ງ, ບໍ່ເຄີຍເກີດ ພະຍາດມາກ່ອນ, ການສ້າງຄອກພໍ່ ພັນຕ້ອງກວ້າງ 2 ແມັດ, ຍາວ 2,2 ແມັດ ແລະ 1,2 ແມັດ, ຄອກແມ່ ພັນ ກວ້າງ 0,6 ແມັດ, ຍາວ 2,2 ແມັດ, ສູງ1ແມັດ, ຄອກແມ່ພັນຖືພາ ກວ້າງ 1,2, ຍາວ 2,2, ສູງ 1 ແມັດ, ຄອກເກີດລູກກວ້າງ 2 ແມັດ, ຍາວ 2,2, ແມັດ, ສູງ 1 ແມັດ, ຊ່ອງແມ່ເກີດລູກ ກວ້າງ 0,6 ແມັດ ແລະ ຍາວ 2,2 ແມັດ ແລະ ຄອກ ໝູຂຸນຂາຍ ຂະໜາດ 1,2 ຕາແມັດ ຕໍ່ໂຕ. ສຳລັບການຄັດເລືອກແມ່ພັນ ຕ້ອງເລືອກເອົາແມ່ພັນ ສອງສາຍ ເລືອດ (ແມ່ແລນເລດ ກັບພໍ່ພັນລາດ ສະວາ) ທີ່ມີຮູບຮ່າງໃຫຍ່ຍາວ ມີ ອະໄວຍະວະເພດໃຫຍ່ ແລະ ມີເຕົ້າ ນົມ 12 ເຕົ້າຂຶ້ນໄປ ແລະ ພໍ່ພັນ ຕ້ອງ ເລືອກໂຕທີ່ລຳໂຕຍາວ ກົກຂາໃຫຍ່ ອະໄວຍະວະເພດສົມບູນ ເພື່ອໄດ້ລູກ ໝູມີຄວາມຈະເລີນເຕີບໂຕໄວ ແລະ ທົນທານຕໍ່ສະພາບແວດລ້ອມຂອງ ບ້ານເຮົາ. ສ່ວນການດູແລ ແລະ ຮັກ ສາສຸຂະພາບສັດ ແມ່ນເນັ້ນຄວາມ ສະອາດ, ລ້າງຄອກທຸກມື້, ຂ້າເຊື້ອ ຄອກທຸກໆຄັ້ງ (ຄອກຂຸນຂາຍ ແລະ ຄອກເກີດ), ໃຫ້ວິຕາມິນອາທິດລະ ຄັ້ງ, ສັກຢາວັກຊີນປ້ອງກັນພະຍາດ ອະທິວາໝູທຸກໆ6 ເດືອນແລະກ່ອນ ປະສົມພັນທຸກໆຄັ້ງ. ສ່ວນການໃຫ້ ອາຫານ ແມ່ນໃຊ້ຫົວອາຫານສົດ ໂດຍໃຫ້ກິນວັນລະ2ຄັ້ງ ເຊົ້າ-ແລງ, ພໍ່ແມ່ພັນແມ່ນໃຫ້ອາຫານທີ່ມີໂປຣ ຕິນ 14 ສ່ວນຮ້ອຍ ໃຫ້ວັນລະ 2,5 ຫາ 3 ກິໂລ ແລະ ໝູຂຸນ ແມ່ນໃຫ້ ກິນອາຫານທີ່ມີໂປຣຕິນ 20 ສ່ວນ ຮ້ອຍ, 1 ສ່ວນຮ້ອຍແລະ16ສ່ວນ ຮ້ອຍ ໃຫ້ຕາມແຕ່ລະໄລຍະຂອງ ການຈະເລີນເຕີບໂຕຂອງໝູ ແລະ ການໃຫ້ນໍ້າ ແມ່ນໃຊ້ຫົວກÐ ອກດູດ ໃຫ້ກິນຕາມຕ້ອງການຂອງໝູ.
RkJQdWJsaXNoZXIy MTc3MTYxMQ==