6063

xtgmf]k; 4 3]d c]t gsfdko 07/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹ໜ້າ ຕໍ່າ‹ໜ້າ ພາບປະກອບ ]a f4t,q o8u dt-;'dko8j k'xtgmf 8h voIa [m6 f{v5 xtm6 f8j k'xtgmf xt9e]k; ຂປລ. ອາທິດຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສÑ (ANCassaEPr (raUa EnEaI 8erEaningUZas) ເອກອັກຄະລັດຖະທູດ ແຫ່ງ ສ ອິນໂດເນເຊຍ ປະຈໍາ ສປປ ລາວ ໂດຍທ່ານໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືມິດຕະພາບ ອັນເປັນມູນເຊື້ອລະຫວ່າງສອງປະ ເທດຕະຫລອດໄລຍະ 6 ທົດສະວັດ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນທາງການ ທູດນໍາກັນໃນວັນທີ 30 ສິງຫາ 1957. ການພົວພັນ ແລະ ການຮ່ວມມື ຂອງສອງປະເທດໄດ້ຮັບການຊຸກຍູ້ ສົ່ງເສີມ ແລະ ພັດທະນາຂຶ້ນເປັນ ກ້າວໆ ເຊິ່ງສະແດງອອກໃນການ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນ ສູງຂອງສອງປະເທດຢ່າງເປັນ ປົກກະຕິ. ໃນໂອກາດເດີນທາງ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນແບບວົງແຄບ (AMM 3eUreaU) ໃນວັນທີ 19 ມັງກອນ 2025 ຜ່ານມາທີ່ລັງກາ ວີ, ປະເທດມາເລເຊຍ ກໍໄດ້ພົບປະ ສອງຝ່າຍຮ່ວມກັບທ່ານ SVgiPnP ລັດຖະມົນຕີກະຊວງການຕ່າງ ປະເທດອິນໂດເນເຊຍ ເຊິ່ງສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການ ສືບຕໍ່ພັດທະນາການຮ່ວມມືດ້ານ ເສດຖະກິດຂອງສອງປະເທດທີ່ມີ ທ່າແຮງບົ່ມຊ້ອນ ກໍຄື ການຄ້າ ແລະ ການລົງທຶນ ໂດຍສະເພາະການ ທ່ອງທ່ຽວ, ກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ອື່ນໆ. ເພື່ອ ສືບຕໍ່ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງການຮ່ວມມືຢ່າງ ໃກ້ຊິດ ໂດຍສະເພາະການເປັນປະ ທານຮ່ວມກອງປະຊຸມຄະນະກຳ ມາທິການຮ່ວມວ່າດ້ວຍການຮ່ວມມື ສອງຝ່າຍ ລາວ-ອິນໂດເນເຊຍ ຄັ້ງທີ 6 (+C#C-6) ເຊິ່ງຝ່າຍລາວ ຈະ ເປັນເຈົ້າພາບພາຍໃນປີ 2025 ໃນ ເວລາທີ່ສອງຝ່າຍມີຄວາມສະດວກ, ກອງປະຊຸມດັ່ງກ່າວ ແມ່ນກົນໄກທີ່ ສຳຄັນໃນການຕິດຕາມ ແລະ ຊຸກ ຍູ້ການຮ່ວມມືຂອງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່. ນອກນັ້ນ, ສອງຝ່າຍໄດ້ເຫັນດີເປັນ ເອກະພາບຈະສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ໂດຍ ສະເພາະຂອບການຮ່ວມມືອາຊຽນ ແລະ ເວທີສະຫະປະຊາຊາດ. ໃນວັນດຽວກັນ, ທ່ານ ທອງ ສະຫວັນ ພົມວິຫານ ຍັງໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂທມັດສ ລາມມາຣÑ ອຸປະທູດ ແຫ່ງ ຣາຊະອານາຈັກລຸກຊໍາບວກ ປະ ຈໍາ ສປປ ລາວ. ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ ສະແດງຄວາມຍິນດີຕ້ອນຮັບຕໍ່ທ່ານ ອຸປະທູດ ພ້ອມຄະນະ ແລະ ຕີລາສູງ ຕໍ່ການພົວພັນຮ່ວມມືອັນດີລະຫວ່າງ ສອງປະເທດ ເຊິ່ງສະແດງອອກໃນ ການພົບປະແລກປ່ຽນຢ້ຽມຢາມ ຂອງການນໍາຂັ້ນສູງ, ພິເສດແມ່ນ ການຢ້ຽມຢາມທາງການ ສປປ ລາວ ຈໍານວນ 2 ຄັ້ງ ໃນປີ 2024 ຂອງທ່ານ ຊາວີເອ ເບັດແຕນລÑ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ, ລັດຖະມົນຕີ ຮ່ວມມື ເພື່ອການພັດທະນາ ແລະ ມະນຸດສະທໍາ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ, ພ້ອມທັງໄດ້ລົງນາມ ຮ່ວມສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງ ໃຕ້ (5AC) ໃນໂອກາດເດີນທາງ ເຂົ້າຮ່ວມກອງປະຊຸມສຸດຍອດອາ ຊຽນ ທີ່ນະຄອນຫລວງວຽງຈັນ. ພ້ອມກັນນີ້, ທ່ານລັດຖະມົນຕີ ຍັງໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ລຸກຊຳບວກ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນການພັດທະນາ ໃຫ້ແກ່ ສປປ ລາວ ໃນຫລາຍ ຂະແໜງການ ເຊັ່ນ: ສາທາລະນະ ສຸກ, ການສຶກສາ, ພັດທະນາຊັບ ພະຍາກອນມະນຸດ, ພັດທະນາຊົນ ນະບົດ, ດ້ານອຸດສາຫະກຳທ່ອງ ທ່ຽວ-ໂຮງແຮມ ແລະ ການບໍລິ ການ, ດ້ານການເງິນ-ທະນາຄານ ແລະ ດ້ານພັດທະນາພື້ນຖານໂຄງ ລ່າງຂອງພາກລັດ. ນອກນັ້ນ, ສອງ ຝ່າຍໄດ້ເຫັນດີເປັນເອກະພາບຈະ ສືບຕໍ່ແລກປ່ຽນການຢ້ຽມຢາມ, ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມື ທາງດ້ານການຄ້າ-ການລົງທຶນ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອເປັນການສົ່ງເສີມການ ພົວພັນຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນເປັນ ກ້າວໆ. ຂ່າວ-ພາບ: ກຕທ ຂປລ. ໃນວັນທີ 3 ກຸມພາ 2025 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ເເຮັດເຕີ ໂຣຊ ວາເຣຍອາວາ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ເເຫ່ງ ສ ອາເມລິກາ ປະຈໍາ ສປປ ລາວ ໃນໂອກາດທີ່ໄດ້ ຮັບການແຕ່ງຕັ້ງເປັນຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ. ໂອກາດດັ່ງກ່າວ, ທ່ານທູດໄດ້ ສະແດງຄວາມຊົມເຊີຍຕໍ່ທ່ານຮັກສາ ການຫົວໜ້າ ຄຕພ, ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າສະຖານທູດຈະສືບຕໍ່ ປະກອບສ່ວນຊຸກຍູ້ ແລະ ຮັດແໜ້ນ ການພົວພັນຮ່ວມມືລະຫວ່າງສອງ ປະເທດ ອາເມລິກາ-ລາວ ໃຫ້ໄດ້ຮັບ ການຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຈະນໍາເອົາເນື້ອໃນຈິດໃຈຂອງການ ພົບປະໃນຄັ້ງນີ້ ລາຍງານພາກສ່ວນ ທີ່ກ່ຽວຂ້ອງຂອງອາເມລິກາ ເພື່ອ ພິຈາລະນາການສືບຕໍ່ຮ່ວມມືກັນ ໃນຕໍ່ໜ້າ. ພ້ອມທັງສະແດງຄວາມ ຂອບໃຈຕໍ່ລັດຖະບານ ສປປ ລາວ ໃນການປະຕິບັດນະໂຍບາຍມະນຸດ ສະທໍາໃນໂຄງການຊອກຫາສິ່ງເສດ ເຫລືອຂອງທະຫານອາເມລິກາ ທີ່ ຫາຍສາບສູນໃນປາງສົງຄາມຢູ່ ລາວ (MIA) ແລະ ເຊື່ອໝັ້ນວ່າ Ia dlkdkosq ;|h k 78r 8h voIa [m6 fvkg,]y dk xt9e]k; ດ້ວຍປະສົບການອັນອຸດົມສົມບູນ ຂອງທ່ານຮັກສາການຫົວໜ້າ ຄຕພ ຈະສືບຕໍ່ຊຸກຍູ້ການປະສານສົມທົບ ລະຫວ່າງສະຖານທູດອາເມລິກາ ແລະ ຄຕພ ເພື່ອປະກອບສ່ວນເຂົ້າໃນ ການພົວພັນຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ເເໜ້ນເເຟ້ນຍິ່ງໆຂຶ້ນ. ທ່ານຮັກສາການຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ໄດ້ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືຂອງ ສອງປະເທດທີ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ໂດຍສະເພາະການ ຮ່ວມມືກັບ ສປປ ລາວ ໃນບັນດາ ໂຄງການເປັນຕົ້ນຂະແໜງການສຶກ ສາ, ສາທາລະນະສຸກ, ການຕ້ານ ຢາເສບຕິດ, ການຄ້າ, ການລົງທຶນ, ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ (UX0) ແລະ ອື່ນໆ. ພ້ອມນັ້ນ, ກໍ ໄດ້ສະແດງຄວາມຂອບໃຈຕໍ່ການ ສະໜັບສະໜູນ ສປປ ລາວ ເປັນ ປະທານໝູນວຽນອາຊຽນຢ່າງມີຜົນ ສໍາເລັດ, ເຊື່ອໝັ້ນວ່າການປະຕິບັດ ໜ້າທີ່ຂອງທ່ານທູດຈະເປັນຂົວຕໍ່ເຮັດ ໃຫ້ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອາ ເມລິກາ ໄດ້ຮັບການຂະຫຍາຍຕົວ ຍິ່ງໆຂຶ້ນບົນພື້ນຖານແຫ່ງສາຍພົວພັນ ການທູດ ລາວ-ອາເມລິກາ ຄົບຮອບ 70 ປີ ແລະ ຖະເເຫລງການຮ່ວມວ່າ ດ້ວຍການເປັນຄູ່ຮ່ວມມືແບບກວມ ລວມລະຫວ່າງສອງປະເທດ. ໃນຕອນທ້າຍ, ສອງຝ່າຍເຫັນດີ ຕໍ່ການຕີລາຄາການພົວພັນຮ່ວມມື ໃນໄລຍະຜ່ານມາ ໂດຍຈະສືບຕໍ່ຊຸກຍູ້ ການພົວພັນໃນຕໍ່ໜ້າໃຫ້ມີໝາກຜົນ ຍິ່ງໆຂຶ້ນ. ຂ່າວ-ພາບ: ຄຕພ ປີ 2024 ນວ... ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດກິດຈະກຳປີ ທ່ອງທ່ຽວລາວ ຢູ່ນະຄອນຫລວງ ວຽງຈັນ (ນວ) ໄດ້ມີຜົນສຳເລັດ ຕາມລະດັບຄາດໝາຍ, ສາມາດ ດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວຢູ່ນະຄອນຫລວງ ວຽງຈັນ ຈໍານວນ 1,7 ລ້ານກວ່າ ເທື່ອຄົນ, ສ້າງລາຍຮັບທົ່ວສັງຄົມ ຈາກການທ່ອງທ່ຽວ ໄດ້ 490 ລ້ານ ກອງກວດ-ກູ້ລະເບີດ... ແຂວງຫົວພັນ ໄດ້ໃຫ້ຮູ້ວ່າ: ປັດຈຸ ບັນ, ທີມງານຂອງພວກເຮົາໄດ້ ເຂົ້າສະໜາມກວດກູ້ສະໜາມທີ 5 ໂຮງຮຽນ ມສ ວຽງໄຊ ໂດຍໄດ້ລົງມື ຈັດຕັ້ງປະຕິບັດກວດກູ້ແຕ່ວັນທີ 23 ມັງກອນ 2025 ເປັນຕົ້ນມາ ເຊິ່ງມີ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫລາຍ ດ້ານເປັນຕົ້ນຂໍ້ສະດວກແມ່ນຂັ້ນເທິງ ໄດ້ລົງເລິກໃກ້ຊິດຕິດແທດແລະ ຕອບ ສະໜອງດ້ານອຸປະກອນການຮັບໃຊ້ ຕ່າງໆ, ຕະຫລອດຮອດອຳນາດການ ປົກຄອງ, ຄະນະອຳນວຍການ ແລະ ນັກຮຽນໃຫ້ການຮ່ວມມືເປັນຢ່າງ ດີ. ສ່ວນຂໍ້ຫຍຸ້ງຍາກແມ່ນສະຖານ ທີ່ດັ່ງກ່າວ ເປັນຂອບເຂດຖົມດິນ, ດິນແຂງຜ່ານການໂລມາກ່ອນເຮັດ ໃຫ້ພົບຄວາມຫຍຸ້ງຍາກໃນການ ຂຸດ. ໃນນັ້ນ, ຍັງພົບເສດສະເກັດ ແລະ ຊິ້ນສ່ວນລະເບີດເປັນຈຳນວນ ກວ່າໂດລາສະຫະລັດ. ທ່ານ ນາງ ວຽງພອນ ແກ້ວຄູນ ສີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນວ ໄດ້ໃຫ້ຮູ້ໃນກອງປະຊຸມສະຫລຸບ ວຽກງານການຈັດຕັ້ງປະຕິບັດກິດ ຈະກຳປີທ່ອງທ່ຽວລາວ 2024 ໃນ ວັນທີ 5 ກຸມພາ 2025 ນີ້ວ່າ: ໃນປີ 2024 ຜ່ານມາ, ນະຄອນຫລວງ ວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ກິດຈະກຳປີທ່ອງທ່ຽວລາວ 2024 ຢ່າງມີຜົນສຳເລັດ, ຜ່ານກິດຈະ ກຳຕ່າງໆ ເຊິ່ງສາມາດດຶງດູດນັກ ທ່ອງທ່ຽວຕ່າງປະເທດ ເຂົ້າມາ ທ່ອງທ່ຽວຢູ່ນະຄອນຫລວງວຽງ ຈັນ ໄດ້ທັງໝົດ 1,7 ລ້ານກວ່າເທື່ອ ຄົນ, ທຽບໃສ່ປີ 2023 ເພີ່ມຂຶ້ນ 30,45%, ສ້າງລາຍຮັບທົ່ວສັງຄົມ ຈາກການທ່ອງທ່ຽວ ໄດ້ 490 ລ້ານກວ່າໂດລາສະຫະລັດ, ທຽບ ໃສ່ປີ 2023 ເພີ່ມຂຶ້ນ 39,88%, ໄດ້ກຳນົດກິດຈະກຳສົ່ງເສີມການ ທ່ອງທ່ຽວ, ບຸນປະເພນີຕ່າງໆລະດັບ ຊາດ, ລະດັບນະຄອນຫລວງ ແລະ ເມືອງ ເພື່ອສ້າງເປັນປະຕິທິນປີ ທ່ອງທ່ຽວ ໃນປີທ່ອງທ່ຽວລາວ 2024 ໂດຍກຳນົດກິດຈະກຳບຸນ ປະເພນີລະດັບຊາດ 2 ກິດຈະກຳ, ປະຕິບັດໄດ້ 100%, ກິດຈະກຳບຸນ ປະເພນີລະດັບນະຄອນຫລວງ ແລະ ເມືອງມີ 8 ກິດຈະກຳ, ທຽບໃສ່ ແຜນການເພີ່ມຂຶ້ນ 4 ກິດຈະກຳ, ກິດ ຈະກຳງານນິທັດສະການ ແລະ ວາງ ສະແດງ ມີ 6 ກິດຈະກຳ, ເພີ່ມຂຶ້ນ 2 ກິດຈະກຳ (ເພີ່ມຂຶ້ນ 50%), ກິດຈະກຳສົ່ງເສີມການທ່ອງທ່ຽວ ທາງກົງ (ບໍລິການ ແລະ ສົ່ງເສີມ ການທ່ອງທ່ຽວ) ມີ 6 ກິດຈະກຳ, ເພີ່ມຂຶ້ນ 3 ກິດຈະກຳ, ກິດຈະກຳ ວາງສະແດງຜະລິດຕະພັນການ ທ່ອງທ່ຽວຮ່ວມກັບປະເທດເພື່ອນ ມິດຍຸດທະສາດ ໄດ້ 2 ຄັ້ງ, ປະສານ ສົມທົບ ແລະ ຊຸກຍູ້ພາກທຸລະກິດ ພາຍໃນລົງທຶນພັດທະນາ ແລະ ເປີດ ແຫລ່ງທ່ອງທ່ຽວໃໝ່ໄດ້ 2 ແຫ່ງ, ລວມມີ 3 ກິດຈະກຳ. ນອກນີ້, ຍັງໄດ້ຈັດງານ hວັນມົດສະກູi ຢູ່ ນະຄອນຫລວງວຽງຈັນ. ພ້ອມກັນ ນີ້, ຍັງໄດ້ປັບປຸງສິ່ງອໍານວຍຄວາມ ສະດວກຢູ່ສະຖານທີ່ທ່ອງທ່ຽວ, ຫ້ອງນໍ້າສາທາລະນະ, ການຈັດ ການສິ່ງເສດເຫລືອ-ຂີ້ເຫຍື້ອ, ຍົກ ລະດັບຄຸນນະພາບການບໍລິການ, ເອົາໃຈໃສ່ປະເມີນມາດຕະຖານ ການທ່ອງທ່ຽວອາຊຽນ, ປະດັບ ປະດາຮັກສາຄວາມສະອາດບັນດາ ສະຖານທີ່ພັກແຮມ-ຮ້ານອາຫານ, ຈັດຕັ້ງຝຶກອົບຮົມໃຫ້ພະນັກງານ ບໍລິການຢູ່ຮ້ານອາຫານ, ສະຖານທີ່ ພັກແຮມ, ສະຖານທີ່ທ່ອງທ່ຽວ ແລະ ພະນັກງານນໍາທ່ຽວໃຫ້ມີຄຸນ ນະພາບດີ, ພ້ອມທັງໄດ້ເອົາໃຈໃສ່ ໂຄສະນາຜ່ານສື່ຕ່າງໆຂອງນະ ຄອນຫລວງ, ສື່ຂັ້ນສູນກາງ ແລະ ສື່ສັງຄົມ ຜ່ານຊ່ອງທາງວິທະຍຸ, ໂທລະພາບ, ໜັງສືພິມ, ສື່ອອນ ລາຍ ແລະ ພາບວິດີໂອຜ່ານຈໍ LE% ເພື່ອໃຫ້ປະຊາຊົນນະຄອນຫລວງ ວຽງຈັນ, ນັກທ່ອງທ່ຽວໄດ້ຮັບຮູ້, ພ້ອມກັນເປັນເຈົ້າພາບທີ່ດີຕ້ອນຮັບ ນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງ ທ່ຽວຢູ່ນະຄອນຫລວງວຽງຈັນ ກໍຄື ເຂົ້າຮ່ວມບັນດາກອງປະຊຸມສໍາ ຄັນຂອງບັນດາປະເທດສະມາຊິກ ອາຊຽນ. ທ່ານນາງ ວຽງພອນ ແກ້ວຄູນ ສີ ຍັງໃຫ້ຮູ້ອີກວ່າ: ໃນປີ 2024 ການລົງທຶນເຂົ້າໃນພື້ນຖານໂຄງ ລ່າງສ້າງສິ່ງຮອງຮັບດ້ານການ ທ່ອງທ່ຽວຂອງນັກລົງທຶນ ພາຍ ໃນ ແລະ ຕ່າງປະເທດ ມີຈຳນວນ 137 ຫົວໜ່ວຍ, ມູນຄ່າການລົງທຶນ 1.497 ຕື້ກວ່າກີບ. ສຳລັບທິດທາງ ແຜນການ ໃນປີ 2025 ຈະສຸມໃສ່ ບຸນປະເພນີ ແລະ ກິດຈະກຳສົ່ງເສີມ ການທ່ອງທ່ຽວຕິດພັນກັບວັນສໍາ ຄັນຂອງຊາດ, ຂອງພັກ ທັງໝົດ 16 ກິດຈະກຳ. ໃນນີ້, ບຸນປະເພນີ ແລະ ກິດຈະກຳລະດັບຊາດ 5 ກິດ ຈະກຳ. ພ້ອມທັງຄົ້ນຄວ້າຜະລິດ ເຄື່ອງທີ່ລະນຶກທີ່ເປັນເອກະລັກຂອງ ນະຄອນຫລວງວຽງຈັນ ຕື່ມອີກ. ຂ່າວ: ທະນູທອງ ຫລວງຫລາຍ. ເຖິງຢ່າງໃດກໍຕາມ, ຄະນະຮັບຜິດຊອບດ້ານວິຊາການ ເກັບກູ້ລະເບີດຮ່ວມມື ລາວ-ຣັດເຊຍ ກໍໄດ້ຂຸ້ນຂ້ຽວກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກຢູ່ເມືອງວຽງໄຊ ແຂວງຫົວພັນ ໃຫ້ສຳເລັດກ່ອນວັນ ທີ 8 ກຸມພາ 2025 ນີ້. ໃນປັດຈຸບັນລະເບີດທີ່ຍັງບໍ່ທັນ ແຕກ (ລບຕ) ຍັງສືບຕໍ່ສົ່ງຜົນກະ ທົບຢູ່ບໍລິເວນກວ້າງຂວາງຂອງປະ ເທດເຮົາເຊັ່ນ: ໃນປ່າດົງ, ທົ່ງໄຮ່- ທົ່ງນາ, ບ້ານ, ໂຮງຮຽນ, ຖະໜົນ ຫົນທາງ ແລະ ເຂດທີ່ຢູ່ອາໄສຂອງ ປະຊາຊົນຢ່າງຫລວງຫລາຍ. ສະ ນັ້ນ ກອງກວດ-ກູ້ລະເບີດ ເພື່ອມະ ນຸດສະທຳ 58 ຜູ້ທີ່ປະຕິບັດໜ້າທີ່ ຕົວຈິງໄດ້ສູ້ຊົນປະຕິບັດໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງ ເພື່ອຮັບປະ ກັນເຮັດໃຫ້ປະຊາຊົນໄດ້ຮັບຄວາມ ປອດໄພສູງສຸດຈາກລູກລະເບີດບໍ່ ທັນແຕກທີ່ຕົກຄ້າງຈາກສົງຄາມ. ພາບ-ຂ່າວ: ອາໄຊ

RkJQdWJsaXNoZXIy MTc3MTYxMQ==