6063

xtgmf]k; 3 07/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ g,n v']t,ko gda []kpIa [wfh ]nj oczogdn v[ 60% ©“’ Å ນ’າ ©“’ ž່າຕÊ່ Ž ອີງຕາມການລາຍງານ ຂອງ ທ່ານ ຄໍາປານ ພິມມະເສນ ຫົວໜ້າ ຫ້ອງການ-ການເງິນເມືອງລະມາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະ ແໜງການເງິນ ເມືອງລະມາມ ໄດ້ ເອົາໃຈໃສ່ປັບປຸງກົງຈັກການຈັດ ຕັ້ງ, ແບບແຜນນໍາພາ-ວິທີເຮັດ ວຽກ, ເປັນໃຈກາງໃນການປະ ສານສົມທົບກັບຂະແໜງການກ່ຽວ ຂ້ອງ, ພັດທະນາວຽກງານຫັນການ ເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໄປ ສູ່ທັນສະໄໝ, ພ້ອມທັງເຄື່ອນໄຫວ ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆ ກ່ຽວກັບວຽກງານ ການເກັບລາຍຮັບ ແລະ ຄຸ້ມຄອງ ລາຍຈ່າຍງົບປະມານ ເປັນຕົ້ນ ລັດ ຖະບັນຍັດຂອງປະທານປະເທດ ວ່າ ດ້ວຍຄ່າທໍານຽມ ແລະ ຄ່າບໍລິການ, ກົດໝາຍ ວ່າດ້ວຍອາກອນທີ່ດິນ, ຄໍາສັ່ງ 18 ນຍ ວ່າດ້ວຍການເພີ່ມ ທະວີການຄຸ້ມຄອງ ແລະ ຕ້ານການ ຮົ່ວໄຫລຂອງງົບປະມານ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານ ການຟຸມເຟືອຍ ເຮັດໃຫ້ການປະຕິ ບັດແຜນງົບປະມານ ຂອງເມືອງ ມີ ປະສິດທິພາບ ແລະ ປະສິດສິດທິຜົນ. ອັນພົ້ນເດັ່ນ ແມ່ນວຽກງານຫັນເປັນ ທັນສະໄໝ ທີ່ຕິດພັນກັບການເກັບ ລາຍຮັບຈາກອາກອນທີ່ດິນ ໂດຍ ໄດ້ດຶງເອົາຂໍ້ມູນຕອນດິນເຂົ້າໃນ ລະບົບແທັກລິດ (5aY3IS), ຊຸກ ຍູ້ ແລະ ລະດົມຫົວໜ່ວຍທຸລະກິດ ທົ່ວເມືອງ ເຂົ້າຢູ່ໃນລະບົບອາກອນ ມູນຄ່າເພີ່ມ ເຊື່ອມຕໍ່ກັບລະບົບ 5aY3IS ເຮັດໃຫ້ຫົວໜ່ວຍທຸລະ ກິດມີຄວາມຕື່ນຕົວຕໍ່ການແຈ້ງ ມອບອາກອນດ້ວຍຕົນເອງເພີ່ມຂຶ້ນ. ໃນປີ 2024 ຜ່ານມາ, ເມືອງ ລະມາມ ແຂວງເຊກອງ ສາມາດ ຈັດເກັບລາຍຮັບເຂົ້າງົບປະມານໄດ້ 10,24 ຕື້ກີບ ທຽບໃສ່ແຜນການ ປີລື່ນແຜນ 59% ໃນນີ້, ລາຍຮັບ ຈາກສ່ວຍສາອາກອນ 9,66 ຕື້ກີບ ລື່ນແຜນ 63% ແລະ ລາຍຮັບຈາກ ຊັບສິນ 580 ລ້ານກີບ ລື່ນແຜນ 13%. ສ່ວນລາຍຈ່າຍປະຕິບັດໄດ້ 39 ຕື້ກວ່າກີບ ທຽບໃສ່ແຜນເທົ່າ ກັບ 101% ໂດຍມີລາຍຈ່າຍເງິນ ເດືອນ, ເງິນນະໂຍບາຍ, ເງິນບໍລິ ຫານ, ເງິນລົງທຶນ ແລະ ອື່ນໆ. ໂດຍອີງໃສ່ຖານລາຍຮັບທີ່ມີ ແລະ ທ່າແຮງບົ່ມຊ້ອນຕົວຈິງ ຂອງ ເມືອງ ແລະ ເພື່ອສະໜັບສະໜູນ ການກ້າວຂຶ້ນກຸ້ມຕົນເອງ ແລະ ເກີນ ດຸນທາງດ້ານລາຍຮັບ-ລາຍຈ່າຍ ງົບປະມານ ຂອງແຂວງເຊກອງ ໃນປີ 2025 ເມືອງລະມານ ຈະສູ້ ;y ]t-q o.o-5 flu [q ; ltgs]u ,lts]v',6 og-N v c]t vtok7q f0v'dkoztf5 '7a o .o lxx ]k; ຊົນເກັບລາຍຮັບໃຫ້ໄດ້ 8,19 ຕື້ກີບ ທຽບໃສ່ປີ 2024 ເພີ່ມຂຶ້ນ 27% ໃນນີ້, ລາຍຮັບສ່ວຍສາອາກອນ 7,57 ຕື້ກີບ ເພີ່ມຂຶ້ນ 29% ແລະ ລາຍຮັບຊັບສິນ 620 ລ້ານກີບ ເພີ່ມ ຂຶ້ນ 22%. ທ່ານ ຄໍາປານ ພິມມະເສນ ຍັງ ໃຫ້ຮູ້ອີກວ່າ: ສໍາລັບການຈັດຕັ້ງ ປະຕິບັດແຜນງົບປະມານໄລຍະ 5ປີ (2020-2024) ຜ່ານມາ, ເມືອງ ລະມາມ ສາມາດຈັດເກັບລາຍຮັບ ໄດ້ 32,50 ຕື້ກີບ ທຽບໃສ່ແຜນ ການ 5 ປີ ເທົ່າກັບ 125%ແລະ ປະ ຕິບັດລາຍຈ່າຍໄດ້ 170,16 ຕື້ກີບ ທຽບໃສ່ແຜນ 5 ປີ ເທົ່າກັບ 98%. 3.000 ຄົນ ແລະ ນັກສຶກສາຜະດຸງ ຄັນ 91 ຄົນ, ໃນນັ້ນ ມີ 21 ຄົນ ແມ່ນ ມາຈາກຊຸມຊົນຊົນເຜົ່າ ທີ່ໄດ້ຮັບທຶນ ການສຶກສາຈາກອົງການUNFPA ເພື່ອສົ່ງເສີມໃຫ້ພວກເຂົາສຳເລັດ ການສຶກສາຜະດຸງຄັນຂອງເຂົາ ເຈົ້າ. ຫລັງຈາກຮຽນຈົບ, ຜະດຸງຄັນ ເຫລົ່ານີ້ ໄດ້ກັບຄືນບ້ານຂອງເຂົາ ເຈົ້າ ເພື່ອສະໜອງການບໍລິການ ສຸຂະພາບທີ່ຈຳເປັນສໍາລັບແມ່, ປະ ກອບສ່ວນເຂົ້າໃນການສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບສາທາລະ ນະສຸກໃນລະດັບຊຸມຊົນແລະແກ້ໄຂ ຊ່ອງຫວ່າງໃນການເຂົ້າເຖິງການ ດູແລທີ່ມີຄຸນນະພາບ. ທ່ານ ນາງ ປະເສີດສັກ ຍັງໄດ້ ກ່າວອີກວ່າ: hພວກເຮົາຍັງໄດ້ຊ່ວຍ ສ້າງຄວາມເຂັ້ມແຂງໃຫ້ແກ່ນັກ ສຶກສາ ຂອງພວກເຮົາ ເພື່ອປະຕິບັດ ໜ້າທີ່ຢູ່ໃນໂຮງໝໍແຂວງ ແລະ ໂຮງ ໝໍສູນກາງ. ຜະດຸງຄັນຂອງພວກ ເຮົາ ຍັງສາມາດສະໜອງການຝຶກ ອົບຮົມ ໃຫ້ແກ່ນັກສຶກສາໃນສາຂາ ວິຊາຊີບຕ່າງໆ ຢູ່ໂຮງໝໍຊຸມຊົນ ແລະ ຄລີນິກປະຈໍາບ້ານ, ພ້ອມທັງ ການບໍລິການຕ່າງໆເຊັ່ນ: ການໃຫ້ ຄຳປຶກສາ ແລະ ການຝຶກອົບຮົມ ກ່ຽວກັບການວາງແຜນຄອບຄົວ ແລະ ການນຳໃຊ້ວິທີຄຸມກຳເນີດi. ເພື່ອສົ່ງເສີມວິຊາຊີບການຜະ ດຸງຄັນໃນທົ່ວປະເທດ, ສະມາຄົມ ຜະດຸງຄັນລາວ ໄດ້ເປີດຕົວຢ່າງເປັນ ທາງການໃນປີ 2022 ເພື່ອເປັນອົງ ການຈັດຕັ້ງທີ່ນໍາພາໃນວຽກງານ ການສົ່ງເສີມ ແລະ ກວດກາ, ເຊິ່ງ ປັດຈຸບັນແມ່ນເປັນ ຄູ່ຮ່ວມຈັດຕັ້ງ ປະຕິບັດຂອງອົງການ UNFPA. ເພື່ອເປັນສັນຍາລັກຂອງການຟື້ນ ຄືນວິຊາຊີບຜະດຸງຄັນ ໃນ ສປປ ລາວ, ໃນປີ 2023 ສາມວິທະຍາໄລ ທີ່ສາມາດສ້າງນັກສຶກສາຜະດຸງ ຄັນປະມານ 200 ຄົນໃນແຕ່ລະປີ, ໄດ້ກາຍເປັນແຫລ່ງທຳອິດໃນພາກ ພື້ນອາຊີ-ປາຊີຟິກ ທີ່ໄດ້ຮັບການ ຮັບຮອງຈາກສະຫະພັນຜະດຸງຄັນ ສາກົນ ໂດຍໄດ້ຮັບການສະໜັບສະ ໜູນຈາກອົງການUNFPA. hຂ້ອຍ ຄອງຄອຍມື້ທີ່ຂ້ອຍຈະຮຽນຈົບ ແລະ ກາຍເປັນຜະດຸງຄັນ. ຂ້ອຍມີ ຄວາມກະຕືລືລົ້ນຫລາຍໃນວຽກ ການຊ່ວຍເກີດລູກ ແລະ ຂ້ອຍກໍມີ ຈິດໃຈມັກຮັກເດັກນ້ອຍ,i ກ່າວ ໂດຍ ນາງ ແອສປາຍ ຄໍາສິງ, ນັກ ສຶກສາຜະດຸງຄັນ, ອາຍຸ 22 ປີ, ປັດຈຸບັນສຶກສາຢູ່ວິທະຍາໄລວິທະ ຍາສາດສຸຂະພາບ ແຂວງຊຽງ ຂວາງ ເຊິ່ງເປັນໜຶ່ງໃນສາມວິທະ ຍາໄລ ໃນ ສປປ ລາວ ທີ່ໄດ້ຮັການ ຮັບຮອງລະດັບສາກົນ. ພາບປະກອບ ຕໍ່າ‹¤—Å —‹່ອນ ໂດຍຮັບຮູ້ເຖິງຄວາມຮີບດ່ວນ ຂອງສະຖານະການ, ອົງການ UNFPA ແລະ ລັດຖະບານລາວ ໄດ້ຮ່ວມມື ກັບລັດຖະບານລຸກຊໍາ ບວກ ແລະ ອົງການຮ່ວມມືສາກົນ ປະເທດໄທ (5ICA) ເພື່ອຟື້ນຄືນ ຫລັກສູດຜະດຸງຄັນໃນ ປີ 2009. ການເປີດຕົວຂອງແຜນພັດທະນາ ຜູ້ທີ່ມີທັກສະໃນການຊ່ວຍເກີດລູກ ໃນປີ 2008 ກໍໄດ້ສະໜັບສະໜູນ ຕໍ່ຄວາມພະຍາຍາມດັ່ງກ່າວ. ແຜນ ພັດທະນາ ແມ່ນແນໃສ່ການເສີມ ສ້າງຂີດຄວາມສາມາດຂອງຂະ ແໜງສາທາລະນະສຸກ ໃນການສະ ໜອງການບໍລິການທີ່ແທດເໝາະ ທາງດ້ານວັດທະນະທຳ ແລະ ເພື່ອ ຊຸກຍູ້ການເຂົ້າເຖິງການດູແລໃນ ໄລຍະການຖືພາ, ການເກີດລູກ ແລະ ການດູແລຫລັງເກີດໃນທົ່ວປະ ເທດ. ການຊ່ວຍເຫລືອທີ່ພົ້ນເດັ່ນ ມີ ຄື ການສ້າງຫລັກສູດການສຶກສາ ຜະດຸງຄັນຄືນໃໝ່, ການເສີມສ້າງ ຂີດຄວາມສາມາດໃຫ້ແກ່ຜູ້ໃຫ້ບໍລິ ການສຸຂະພາບ, ການສະໜອງທຶນ ການສຶກສາໃຫ້ແກ່ຜະດຸງຄັນຊົນ ເຜົ່າ, ແລະ ການລົງທຶນໃສ່ການລິ ເລີ່ມການບໍລິການເຄື່ອນທີ່. ຄວາມ ພະຍາຍາມຢ່າງຮອບດ້ານນີ້ ໄດ້ປູ ພື້ນຖານໃຫ້ແກ່ຄຳໝັ້ນສັນຍາລະ ດັບຊາດໃນການກໍ່ສ້າງການຜະດຸງ ຄັນຄືນໃໝ່ ແລະ ປັບປຸງຜົນໄດ້ຮັບ ດ້ານສຸຂະພາບແມ່ ແລະ ເດັກເກີດ ໃໝ່ໃນທົ່ວປະເທດ. ນັບແຕ່ປີ2010 ເປັນຕົ້ນມາ, ຜະ ດຸງຄັນຕົວແບບຄືທ່ານນາງປະເສີດ ສັກ ໄດ້ມີສ່ວນຮ່ວມໃນການຝຶກອົບ ຮົມໃຫ້ແກ່ຜະດຸງຄັນມາຫລາຍກວ່າ .-h w22h k /n ow21j k',u lt8y ໄລຍະນີ້ ເຫັນວ່າສະພາບອາ ກາດຢູ່ບາງທ້ອງຖິ່ນຍັງສືບຕໍ່ໜາວ ເຢັນ. ຂະນະທີ່ບາງທ້ອງຖິ່ນອາ ກາດກໍ່ເລີ່ມຮ້ອນແລ້ວ, ເຊິ່ງສະພາບ ອາກາດມີການປ່ຽນແປງດັ່ງກ່າວ ພວກເຮົາຕ້ອງມີສະຕິໃນການໃຊ້ ໄຟຟ້າ, ຝືນໄຟຕໍ່ການດຳລົງຊີວິດ ປະຈຳວັນ ເພື່ອຫລີກເວັ້ນບັນຫາ ອັກຄີໄພເກີດຂຶ້ນເຊັ່ນວ່າ:ໄຟຟ້າລັດ ວົງຈອນ,ໄໝ້ ເຮືອນ ໄໝ້ຊານ, ໄຟ ໄໝ້ລາມປ່າທີ່ເປັນຊັບສົມບັດຂອງ ຕົນກໍ່ຄືຂອງຊາດ. ດັ່ງທີ່ ພວກເຮົາຮູ້ ແລະ ເຫັນ ໃນໂລກອອນໄລ ໃນໄລຍະທ້າຍປີ 2024 ຫາ ຕົ້ນປີ 2025 ນີ້, ໄດ້ເກີດ ໄຟໄໝ້ເຮືອນຊານ, ຕະຫລາດຢູ່ປະ ເທດເຮົາເປັນໄລຍະໆ. ອັນພົ້ນເດັ່ນ ບັນຫາໄຟໄໝ້ໃໝ່ໆມໍ່ໆນີ້, ກໍ່ແມ່ນ ໄຟໄໝ້ຕະຫລາດເຊົ້າ ວັງວິວ ຫລັງ ເກົ່າ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ ແກ້ວ ອັນໄດ້ສົ່ງຜົນກະທົບຕໍ່ສິນຄ້າ ຢູ່ພາຍໃນຕະຫລາດຈຳນວນໜຶ່ງ ແລະ ໂຊກດີມີຜູ້ເຫັນເຫດການໄຟ ໄໝ້ ຈຶ່ງຊ່ວຍກັນດັບມອດໄຟໄດ້ ເພື່ອບໍ່ໃຫ້ລຸກລາມຂະຫຍາຍເປັນ ວົງກວ້າງ ເຊິ່ງສາເຫດໄຟໄໝ້ຕະ ຫລາດດັ່ງກ່າວຄັ້ງນີ້ ພາກສ່ວນ ກ່ຽວຂ້ອງກຳສືບສວນສາເຫດ. ນອກຈາກບັນຫາອັກຄີໄພດັ່ງກ່າວ ແລ້ວ, ກໍ່ໄດ້ເກີດໄຟໄໝ້ລາມປ່າ ຢູ່ ເຂດບ້ານຊຽງແມນ ເມືອງຈອມ ເພັດ ແຂວງຫລວງພະບາງ (ໃກ້ ວັດໜອງສະແກ້ວ ແລະ ວັດຫາດ ສ້ຽວ) ໃນທ້າຍເດືອນມັງກອນ 2025 ຜ່ານມາ. ໄຟໄໝ້ລາມປ່າ ຄັ້ງນີ້ ພະສົງຢູ່ວັດດັ່ງກ່າວ ໄດ້ຮ່ວມ ກັບອາສາສະໝັກທະຫານ ແລະ ນັກ ສຶກສາ ມສ ສຸພານຸວົງ ໄດ້ຊ່ວຍກັນ ເຂົ້າໄປມອດໄຟ ຢູ່ເຂດໃກ້ບໍລິເວນ ວັດ ແຕ່ກໍ່ບໍ່ສາມາດມອດໄດ້ໝົດ ເນື່ອງຈາກການຂົນນໍ້າຂຶ້ນໄປມອດ ໄຟພົບຄວາມຫຍຸ້ງຍາກ ເນື່ອງ ຈາກພື້ນທີ່ດັ່ງກ່າວ ເປັນພູສູງຊັນ. ການແກ້ໄຂໄຟໄໝ້ໃນເບື້ອງຕົ້ນ, ມີພະສົງ, ອາສາສະໝັກທະຫານ ແລະ ນັກສຶກສາ ມສ ສຸພານຸວົງ ໄດ້ ຕັດແລວກັນໄຟ ເພື່ອ ບໍ່ໃຫ້ໄຟລາມ ໄປເປັນວົງກວ້າງ. ຂະນະທີ່ສາເຫດ ແລະ ຜົນເສຍຫາຍ ຂອງເນື້ອທີ່ໄຟ ໄໝ້ລາມປ່າໃນຄັ້ງນີ້ ຍັງບໍ່ທັນຮູ້ ລາຍລະອຽດເທື່ອ. ແນວໃດກໍ່ຕາມ ເພື່ອປ້ອງກັນບັນ ຫາອັກຄີໄພ ແລະ ໄຟໄໝ້ລາມປ່າທີ່ ອາດຈະເກີດຂຶ້ນ ໃນໄລຍະອາກາດ ເລີ່ມຮ້ອນອົບເອົ້າ ທີ່ຈະມາເຖິງນີ້, ໜ່ວຍງານທີ່ກ່ຽວຂ້ອງຕ້ອງໄດ້ເອົາ ໃຈໃສ່ ລົງໂຄສະນາເຜີຍແຜ່ກ່ຽວ ກັບວຽກງານປ້ອງກັນບັນຫາອັກຄີ ໄພຢູ່ບັນດາສຳນັກງານ-ອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງ ໝໍ ແລະ ເຂດຊຸມຊົນຕ່າງໆ ທີ່ມີ ຄວາມສ່ຽງຢ່າງຕໍ່ເນື່ອງ. ນອກຈາກ ນີ້, ຕ້ອງໄດ້ກະກຽມພ້ອມທາງດ້ານ ພາຫະນະລວມທັງອຸປະກອນ ແລະ ກຳລັງຄົນ ເພື່ອປະຈຳການຕະຫລອດ 24 ຊົ່ວໂມງ ລວມເຖິງການປະ ສານງານກັບຈຸມອດໄຟໃນແຕ່ລະ ເມືອງ ແລະ ໜ່ວຍກູ້ໄພທີ່ມີລົດມອດ ໄຟ ເພື່ອພ້ອມກັນກຽມຄວາມພ້ອມ ຮັບມື ແລະ ມອດໄຟໃຫ້ທັນການ. ປັດຈຸບັນນີ້ ອາກາດນັບມື້ຮ້ອນ ອົບເອົ້າ. ສະນັ້ນ ຮຽກຮ້ອງໃຫ້ທຸກ ພາກສ່ວນໃນສັງຄົມ ຈົ່ງເພີ່ມສະຕິ ໃນການຊົມໃຊ້ໄຟຟ້າ, ດັງໄຟ ແລະ ທານໃຕ້ທູບອື່ນໆ ໃຫ້ມີສະຕິສູງຂຶ້ນ ກວ່າເກົ່າ ໂດຍສະເພາໄຟຟ້າ ເມື່ອ ຢຸດໃຊ້ງານແລ້ວ ຕ້ອງຖອດປັກສຽບ ທຸກຄັ້ງ ຫລື ມີການກວດກາອຸປະ ກອນໄຟຟ້າເປັນປະຈຳ ເພື່ອຄວາມ ປອດໄພຂອງຄອບຄົວເຮົາເອງ ແລະ ຫລຸດຜ່ອນການສ້າງຄວາມເສຍ ຫາຍແກ່ຊັບສິນຕ່າງໆ. ນອກຈາກ ນີ້, ໄລຍະນີ້ ກໍ່ແມ່ນໄລຍະທີ່ປະຊາ ຊົນທຳການຜະລິດ ໂດຍສະເພາະ ແມ່ນການຖາງສວນ, ຖາງໄຮ່ກ່ອນ ຈູດ ກໍ່ຕ້ອງໄດ້ການຕັດແລວໄຟໃຫ້ ມີຄວາມປອດໄພແລ້ວ ຈຶ່ງທຳການ ຈູດ ແລະ ຈູດເວລາທີ່ບໍ່ມີລົມພັດ ແຮງ ຫລື ເວລາອາກາດເຢັນ ເພື່ອ ຫລີກເວັ້ນບັນຫາໄຟໄໝ້ລາມປ່າທີ່ ກະທົບຕໍ່ສະພາບແວດລ້ອມ, ຊີວະ ນາໆພັນຄືແຕ່ລະປີທີ່ເປັນບົດຮຽນ ໃຫ້ພວກເຮົາມາແລ້ວ. ອ່ານຕໍ່¤—Å —ໜ້າ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==