lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/02/2025 xtgmf]k; ສະຫລຸບການຈັດຕັ້ງ... ມອບ-ຮັບລາງວັນ... ອອປສ... ກະຊວງ ຖວທ... ໄດ້ມີຄວາມຮັບຜິດຊອບສູງປະ ກອບສ່ວນເຂົ້າໃນການນໍາພາ-ຊີ້ ນຳວຽກງານ ຖວທ ຢ່າງໃກ້ຊິດ ຕິດແທດ ເຊິ່ງສະແດງອອກໃນການ ເອົາໃຈໃສ່ກຳນົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມ ຂອງວຽກງານ ຖວທ ເຂົ້າໃນແຜນ ພັດທະນາທັງຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງຖືກຕ້ອງສອດຄ່ອງ; ພະນັກງານ-ລັດຖະກອນທົ່ວຂະ ແໜງ ຖວທ ໄດ້ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ການເມືອງ ໜ້າທີ່ວິຊາສະເພາະຂອງຕົນ. ໃນ ນີ້, ບັນດາກົມ, ກອງອ້ອມຂ້າງກະ ຊວງ ແລະ ບັນດາພະແນກ ຖວທ ແຂວງ ແລະ ນະຄອນຫລວງ ໄດ້ເປັນ ເຈົ້າການປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງຕົນເອງດ້ວຍ ຄວາມຮັບຜິດຊອບສູງສາມາດ ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ ຄະນະພັກ-ຄະນະນຳກະຊວງ ກໍຄື ຄະນະພັກ ແລະ ອຳນາດການປົກ ຄອງທ້ອງຖິ່ນເຮັດໃຫ້ວຽກງານຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຜົນສຳເລັດຫລາຍດ້ານ ທັງປະລິມານ ແລະ ຄຸນນະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃຫ້ມີຄວາມເຂັ້ມແຂງ ຂຶ້ນຢ່າງຕໍ່ເນື່ອງ, ປະກອບສ່ວນເຮັດ ໃຫ້ປະເທດຊາດມີຄວາມສະຫງົບ, ມີ ສະຖຽນລະພາບ ແລະ ຄວາມໝັ້ນ ຄົງທາງດ້ານການເມືອງ, ປະຊາຊົນ ບັນດາເຜົ່າມີຄວາມສາມັກຄີປອງ ດອງ ແລະ ມີຊີວິດການເປັນຢູ່ທາງ ດ້ານວັດຖຸ ກໍຄື ຈິດໃຈນັບມື້ນັບດີຂຶ້ນ ໄປເລື້ອຍໆ. ຄຽງຄູ່ກັບຜົນງານດ້ານຕັ້ງໜ້າ ດັ່ງກ່າວນັ້ນ, ວຽກງານ ຖວທ ກໍຍັງ ມີບາງຂໍ້ຄົງຄ້າງຕໍ່ການພັດທະນາ ວຽກງານ ຖວທ ໃນທາງກົງ ແລະ ທາງອ້ອມບວກກັບສະພາບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາໄພເງິນເຟີ້, ຄ່າຄອງຊີບສູງ, ນໍ້າມັນແພງ ແລະ ບາງປະກົດການ ຫຍໍ້ທໍ້ຕໍ່ກັບການດຳລົງຊີວິດຍິ່ງເຮັດ ໃຫ້ສະພາບລວມໃນການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ຢູ່ທັງສູນກາງ ແລະ ທ້ອງຖິ່ນ ພົບ ຄວາມຫຍຸ້ງຍາກຂຶ້ນຕື່ມ. ເຖິງ ຢ່າງໃດກໍຕາມການຈັດຕັ້ງປະຕິບັດ ວຽກງານ ຖວທ ໃນ 1 ປີຜ່ານ ມາແມ່ນຍັງສືບຕໍ່ເຮັດໜ້າທີ່ການ ໂດຍຫຍໍ້ກ່ຽວກັບຜົນສຳເລັດການ ຈັດຕັ້ງປະຕິບັດມາດຕະຖານການ ທ່ອງທ່ຽວອາຊຽນຢູ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງຜົນສໍາເລັດ ຂອງການຈັດຕັ້ງປະຕິບັດບັນດາ ມາດຕະຖານການທ່ອງທ່ຽວອາ ຊຽນຢູ່ ສປປ ລາວ ໃນໄລຍະຜ່ານ ມາ ແລະ ໃນປີ 2025 ແມ່ນໄດ້ຮັບ ການນໍາພາ-ຊີ້ນໍາຈາກການນໍາຂັ້ນ ສູນກາງ, ຂັ້ນແຂວງ ແລະ ການ ມີສ່ວນຮ່ວມຈາກພາກລັດ, ພາກ ທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນ ດ້ານງົບປະມານຈາກລັດຖະບານ ແຫ່ງ ສປປ ລາວ ແລະ ໂຄງການ ພັດທະນາໂຄງລ່າງພື້ນຖານເພື່ອ ສົ່ງເສີມການທ່ອງທ່ຽວໄລຍະ 2. ການມອບ-ຮັບລາງວັນໃນຄັ້ງ ນີ້, ຈັດຂຶ້ນເປັນຄັ້ງທີ 2, ມີທັງໝົດ 28 ລາງວັນທີ່ ສປປ ລາວ ໄດ້ຮັບ ຈາກອາຊຽນໃນ 4 ມາດຕະຖານ ຄື: ມາດຕະຖານເຮືອນພັກແຮມອາ ຊຽນ, ມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາ ຊຽນ, ມາດຕະຖານການບໍລິການ ສະປາອາຊຽນ ແລະ ມາດຕະຖານ ຫ້ອງນໍ້າສາທາລະນະອາຊຽນ. ໃນ ນັ້ນ, ມາດຕະຖານເຮືອນພັກປະ ຊາຊົນອາຊຽນ ໄດ້ຮັບລາງວັນ ປະກອບມີ: ບ້ານນາດ້ວງ ເມືອງວັງ ວຽງ ແຂວງວຽງຈັນ, ບ້ານດອນ ໂຄ ເມືອງຊະນະສົມບູນ ແຂວງຈໍາ ປາສັກ, ບ້ານດອນແດງ ເມືອງ ປະທຸມພອນ ແຂວງຈໍາປາສັກ, ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ບ້ານນາ ຍາງ ເມືອງນໍ້າບາກ ແຂວງຫລວງ ພະບາງ. ສຳລັບມາດຕະຖານ ການທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມອາຊຽນ ມີ: ການລ່ອງ ຊົມສັດປ່າຢູ່ອຸທິຍານແຫ່ງຊາດນໍ້າ ແອດ-ພູເລີຍ ເມືອງຫົວເມືອງ ແຂວງ ຫົວພັນ, ບ້ານທ່າແປ້ນ ນະ ຄອນ ຫລວງພະບາງ ແຂວງຫລວງພະ ບາງ, ບ້ານຊາງໄຫ ເມືອງປາກອູ ແຂວງຫລວງພະບາງ, ບ້ານກອງ ລໍ ເມືອງຄູນຄໍາ ແຂວງຄໍາມ່ວນ, ບ້ານນາລັນເໜືອ ເມືອງຫລວງ ນໍ້າທາ ແຂວງຫລວງນໍ້າທາ ແລະ ບ້ານ ໜອງຢາເທິງ ເມືອງປາກ ຊ່ອງ ແຂວງຈໍາປາສັກ. ສ່ວນມາດຕະຖານການບໍລິການ ສະປາອາຊຽນມີ: ຮ້ານ Senses ສະປາ ຢູ່ໂຮງແຮມຄລາວ ພລາຊາ ນະຄອນຫລວງວຽງຈັນ, ຮ້ານ ບ້ານລາວສະປາ ຢູ່ໂຮງແຮມມາຍ ສຳຄັນຂອງສະຫາຍເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດແຫ່ງ ສປປ ລາວ ໂດຍເນັ້ນໃຫ້ຮີບຮ້ອນປັບປຸງ ເນື້ອໃນກົດໝາຍວ່າດ້ວຍອົງການ ໄອຍະການປະຊາຊົນ (ສະບັບປັບ ປຸງ) ທີ່ໄດ້ຮັບຮອງເອົາໃນກອງ ປະຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນກາງ ເດືອນທັນວາຜ່ານມາ ໃຫ້ສົມບູນ ຍິ່ງຂຶ້ນ ແລະ ສາມາດປະກາດໃຊ້ ໂດຍໄວ ເພື່ອໃຫ້ສາມາດເປັນບ່ອນ ອີງ, ເປັນເຄື່ອງມືໃນການຈັດຕັ້ງ ປະຕິບັດເຂົ້າສູ່ຕົວຈິງ; ອົງການໄອ ຍະການປະຊາຊົນສືບຕໍ່ຮ່ວມກັບ ບັນດາອົງການລັດ ເພື່ອສ້າງກົນໄກ ການປະສານງານ ແລະ ຮ່ວມມື ກັນໃຫ້ໃກ້ຊິດກວ່າເກົ່າໃນການ ຕິດຕາມ, ກວດກາການເຄົາລົບ ແລະ ປະຕິບັດກົດໝາຍຕາມພາລະ ບົດບາດຂອງແຕ່ລະພາກສ່ວນ; ອົງການໄອຍະການປະຊາຊົນຕ້ອງ ສືບຕໍ່ປັບປຸງຕົນເອງຢ່າງຮອບດ້ານ ເປັນຕົ້ນທາງດ້ານຄຸນທາດການ ເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ປັບປຸງນໍ້າໃຈຮັບ ໃຊ້ປະຊາຊົນໃຫ້ນັບມື້ນັບສູງຂຶ້ນ ຢ່າງບໍ່ຢຸດຢັ້ງ; ຕ້ອງບໍາລຸງສ້າງ ພະນັກງານຂອງຕົນໃຫ້ເຂັ້ມແຂງ ດ້ານວິຊາສະເພາະ, ວິຊາການ ໃຫ້ທັນຍຸກທັນສະໄໝ, ຫັນເຂົ້າສູ່ ຂປລ. ກອງປະຊຸມຄະນະຊີ້ນໍາ ໂຄງການ ຄັ້ງທີ 4 ຂອງໂຄງການ ຮ່ວມມືດ້ານສະຖິຕິລາວ-ລຸກຊໍາ ບວກໄລຍະ I I ຈັດຂຶ້ນວັນທິ 5 ກຸມພາ 2025 ເພື່ອສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິບັດໂຄງການ ໃນປີ 2024, ພ້ອມທັງປະເມີນ ຕີລາຄາໂຄງການກາງສະໄໝ ແລະ ແຜນການຈັດຕັ້ງປະຕິບັດໂຄງການ ປີ 2025. ໂອກາດນີ້, ທ່ານ ນາງ ເພັດ ສະໝອນ ສອນ ຮອງຫົວໜ້າສູນ ສະຖິຕິແຫ່ງຊາດ ໄດ້ໃຫ້ຮູ້ກ່ຽວກັບ ການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການດັ່ງກ່າວ ເຊິ່ງປີ 2024 ສາມາດຈັດຕັ້ງປະຕິບັດ 63 ກິດຈະກໍາ, ຈັດຕັ້ງປະຕິບັດ ສໍາເລັດ 32 ແລະ ກຳລັງດຳເນີນ 6 ກິດຈະກຳ ເທົ່າກັບ 60%, ໄດ້ ຍົກເລີກ 6 ກິດຈະກຳເທົ່າກັບ 9,5%, ເລື່ອນໄປຈັດຕັ້ງປະຕິບັດໃນ ປີ 2025 ມີ 21 ກິດຈະກຳເທົ່າກັບ 33,33%, ເນື່ອງຈາກວ່າມີການ ກະກຽມ ແລະ ຈັດຕັ້ງປະຕິບັດບາງ ການສຳຫລວດຂອງສູນສະຖິຕິ ແຫ່ງຊາດ, ຄຸນລັກສະນະຂອງກິດ ຈະກຳສ້າງຄວາມອາດສາມາດ ຕິດພັນກັບການນຳໃຊ້ຂໍ້ມູນຕົວຈິງ ຈາກການສຳຫລວດເປັນຕົ້ນແມ່ນ LECS7, ແຕ່ການສໍາຫລວດດັ່ງ ກ່າວ ຫາກໍລິເລີ່ມພາກສະໜາມ ໃນປີ 2024. ເຖິງຢ່າງໃດກໍຕາມ, ບັນດາກິດຈະກຳທັງໝົດປີ 2024 ທີ່ບໍ່ໄດ້ປະຕິບັດແມ່ນໄດ້ຍົກມາສືບຕໍ່ ຈັດຕັ້ງປະຕິບັດໃນປີ 2025. ສຳລັບແຜນການຈັດຕັ້ງປະຕິ ບັດໂຄງການປີ 2025 ແມ່ນສຸມ ໃສ່ປະສານສົມທົບ ແລະ ການ ປະທານສະພາສູງ... ນາຍົກລັດຖະມົນຕີ... ຂປລ. ໃນວັນທີ 6 ກຸມພາ 2025 ນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານ ສະພາສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ຄະນະໄດ້ເດີນທາງ ມາເຖິງສະໜາມບິນສາກົນວັດ ໄຕ, ນະຄອນຫລວງວຽງຈັນ ເພື່ອ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການໃນລະຫວ່າງວັນທີ 6-7 ກຸມພາ 2025, ຕາມຄຳເຊື້ອເຊີນ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຄຳໃບ ດຳລັດ ກຳມະການສູນ ກາງພັກ, ຮອງປະທານສະພາແຫ່ງ ຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດທີ່ສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ. ການຢ້ຽມຢາມ ສປປ ລາວ ຂອງສົມເດັດ ອັກຄະມະຫາເສນາບໍ ດີ ເຕໂຈ ຮຸນແຊນ ໃນຄັ້ງນີ້, ເປັນ ການນໍາເອົາໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງຖານ ບ້ານໃກ້ເຮືອນຄຽງ, ບ້ານແກ່ວ ເມືອງດອງທີ່ດີງາມມາສູ່ປະຊາຊົນ ລາວ, ທັງເປັນການປະກອບສ່ວນ ສຳຄັນເຂົ້າໃນການຮັດແໜ້ນ ແລະ ຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການໃນ ຄັ້ງນີ້, ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ເຊິ່ງເປັນ ການປະກອບສ່ວນເສີມສ້າງສາຍ ພົວພັນມິດຕະພາບສອງຝ່າຍ ລາວກຳປູເຈຍ ໃນຖານະເປັນເພື່ອນມິດ ສະໜິດສະໜົມ, ເປັນບ້ານໃກ້ເຮືອນ ຄຽງທີ່ດີ, ເປັນບ້ານແກ່ວເມືອງດອງ ທີ່ມີມາແຕ່ດົນນານ ແລະ ສືບຕໍ່ໄດ້ ຮັບການຖະນຸຖະໜອມ ແລະ ເສີມ ຂະຫຍາຍໃຫ້ມີໝາກຜົນຕະຫລອດ ມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ໄດ້ມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ, ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງປະເທດ ລາວກຳປູເຈຍ. ພ້ອມນັ້ນ, ສອງຝ່າຍຍັງ ໄດ້ແລກປ່ຽນການຢ້ຽມຢາມເຊິ່ງ ກັນ ແລະ ກັນ ຢ່າງເປັນປົກກະຕິເປັນ ຕົ້ນການຢ້ຽມຢາມ ແລະ ຜົນການ ພົບປະລະຫວ່າງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນຄັ້ງວັນທີ 4 ທັນວາ 2024 ຜ່ານມາ ເຊິ່ງສອງຝ່າຍ ໄດ້ຕົກລົງເປັນເອກະພາບກັນໃນ ຫລາຍບັນຫາທີ່ສຳຄັນເປັນຕົ້ນ ແມ່ນພະລັງງານໄຟຟ້າຄວາມຮ້ອນ ຖ່ານຫີນ, ໂຄງການກໍ່ສ້າງເສັ້ນທາງ ເຊື່ອມຕໍ່ລະຫວ່າງສອງປະເທດ, ການ ຊຸກຍູ້ການຄ້າ-ການລົງທຶນ, ການ ເຂົ້າ-ອອກຜ່ານແດນ, ການແກ້ໄຂ ບັນຫາຊາຍແດນລະຫວ່າງສອງ ປະເທດ ແລະ ອື່ນໆ, ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືອັນແໜ້ນແຟ້ນ ຂອງສອງສະພາແຫ່ງຊາດລາວ ແລະ ກຳປູເຈຍ, ໂອກາດດຽວກັນ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເຊນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງຖືໂອກາດນີ້, ແຈ້ງໃຫ້ ຊາບກ່ຽວກັບຈຸດປະສົງຂອງການ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກໃນຄັ້ງນີ້, ໃຫ້ທ່ານນາຍົກລັດ ຖະມົນຕີຮັບຊາບ ຂ່າວ: ກິດຕາ; ພາບ: ອ່າຍຄຳ ເສີມຂະຫຍາຍສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ, ການພົວພັນ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ລາວ-ກຳປູເຈຍ ໃຫ້ໄດ້ຮັບການເສີມ ຂະຫຍາຍຍິ່ງໆຂຶ້ນ. ໂອກາດນີ້, ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນເຊນ ໄດ້ ໄປວາງພວງມາລາຢູ່ອະນຸສາວະລີ ນັກຮົບນິລະນາມນຳພາໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາ ແຫ່ງຊາດລາວ ແລະ ເຈົ້າຄອງ ນະຄອນຫລວງວຽງຈັນ ພ້ອມດ້ວຍ ຄະນະ. ຈາກນັ້ນ, ກໍໄດ້ເຂົ້າຮ່ວມພິທີ ຕ້ອນຮັບຢ່າງເປັນທາງການ ໂດຍ ທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດລາວ ພ້ອມ ດ້ວຍຄະນະຢູ່ຫໍສະພາແຫ່ງຊາດ. ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ແລະ ທ່ານ ໄຊສົມ ພອນ ພົມວິຫານ ພ້ອມດ້ວຍຄະນະໄດ້ ດຳເນີນການພົບປະເປັນທາງການ ທີ່ ຫໍສະພາແຫ່ງຊາດ ເພື່ອພ້ອມກັນທົບ ທວນຄືນການພົວພັນຮ່ວມມືສອງ ຝ່າຍ, ພ້ອມທັງກໍານົດທິດທາງການ ຮ່ວມມືໃນຕໍ່ໜ້າ ແລະ ແລກປ່ຽນ ບັນດາບາງທັດສະນະທັງພາກພື້ນ ແລະ ສາກົນ. ໃນການພົບປະຄັ້ງ ນີ້, ປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເປັນຄັ້ງທຳອິດຂອງສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນເຊນ ໃນນາມທີ່ເປັນປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ, ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດ ອັນໃຫຍ່ຫລວງໃນຫລາຍດ້ານ ທີ່ ປະຊາຊົນກໍາປູເຈຍ ຍາດມາໄດ້ ໃນໄລຍະຜ່ານມາອັນໄດ້ເຮັດໃຫ້ ຣາຊະອານາຈັກກໍາປູເຈຍ ມີສະຖຽນ ລະພາບດ້ານການເມືອງ, ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຂອງກໍາປູເຈຍ ນັບ ມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີ ພາກພື້ນ ແລະ ສາກົນ. ໂອກາດນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ໄດ້ສະ ແດງຄວາມພາກພູມໃຈທີ່ໄດ້ມາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການຄັ້ງທໍາອິດພາຍຫລັງໄດ້ຮັບ ການເລືອກຕັ້ງເປັນປະທານສະພາ ສູງ ແຫ່ງ ຣາຊະອາະອານາຈັກ ກຳປູເຈຍ ໃນປີ 2024, ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງສອງ ປະເທດ ກໍຄື ລະຫວ່າງສອງອົງການ ນິຕິບັນຍັດ ກຳປູເຈຍ-ລາວ ທີ່ໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງ ສະແດງອອກໃນການແລກປ່ຽນ ຄະນະຜູ້ແທນຂັ້ນສູງສຸດ ແລະ ຂັ້ນ ຕ່າງໆນຳກັນຢ່າງເປັນປົກກະຕິ; ບັນດາຂະແໜງການຕ່າງໆຂອງ ສອງປະເທດ ກໍມີການພົວພັນຮ່ວມ ມື ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍລົງນາມສັນຍາ, ບົດ ບັນທຶກ ແລະ ນິຕິກໍາຕ່າງໆຮ່ວມກັນ ທາງດ້ານການເມືອງ, ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ເສດ ຖະກິດ, ການຄ້າ-ການລົງທຶນ, ພະ ລັງງານ, ການສຶກສາ-ກິລາ, ການ ທ່ອງທ່ຽວ ແລະ ອື່ນໆ. ສອງຝ່າຍໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມືທີ່ດີງາມ, ສະໜິດ ສະໜົມລະຫວ່າງສອງປະເທດ ກໍຄື ລະຫວ່າງສອງອົງການນິຕິບັນຍັດ ຂອງສອງປະເທດ ໂດຍໄດ້ພ້ອມກັນ ຈັດຕັ້ງຜັນຂະຫຍາຍເນືື້ອໃນຈິດໃຈ ຂອງບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືທີ່ສອງອົງການ ນິຕິບັນຍັດ ລາວ-ກຳປູເຈຍ ໄດ້ ລົງນາມຮ່ວມກັນເປັນຕົ້ນແມ່ນການ ແລກປ່ຽນຢ້ຽມຢາມຂອງການ ນຳຂັ້ນຕ່າງໆ ທີ່ຕິດພັນກັບການ ແລກປ່ຽນບົດຮຽນປະສົບການທີ່ ດີໃນການປະຕິບັດພາລະບົດບາດ ດ້ານນິຕິບັນຍັດ; ສອງຝ່າຍໄດ້ສົ່ງ ສານອວຍພອນ, ສານຊົມເຊີຍ ແລະ ສານຂອບໃຈເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດສຳຄັນຕ່າງໆຢ່າງ ເປັນປົກກະຕິ; ພ້ອມທັງໄດ້ໃຫ້ການ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນເວທີກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະ ຫວ່າງຊາດອາຊຽນ (AIPA), ສະຫະພັນລັດຖະສະພາສາກົນ (IPU), ສະມັດຊາລັດຖະສະພາທີ່ ໃຊ້ພາສາຝຣັ່ງ (APF) ແລະ ອື່ນໆ. ໃນການຢ້ຽມ ສປປ ລາວ ຢ່າງ ເປັນທາງການຄັ້ງນີ້, ສົມເດັດ ອັກຄະ ມະຫາ ເສນາບໍດີ ເຕໂຈ ຮຸນເຊນ ຍັງພົບປະກັບທ່ານ ສອນໄຊ ສີພັນ ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຮ່ວມກັບທ່ານ ໄຊສົມພອນ ພົມວິຫານ ປູກຕົ້ນໄມ້ຢູ່ທີ່ຂ້າງອາ ຄານຫໍສະພາແຫ່ງຊາດລາວ, ເຂົ້າ ຮ່ວມພິທີບາສີສູ່ຂວັນ ແລະ ງານລ້ຽງ ຕ້ອນຮັບຈັດໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ. ພາບ: ອ່າຍຄຳ ເມືອງຂອງຕົນໄດ້ເປັນຢ່າງດີ, ມີ ຜົນສຳເລັດຫລາຍດ້ານ ແລະ ມີ ອັນພົ້ນເດັ່ນ, ແຕ່ກໍປາສະຈາກບໍ່ໄດ້ ບາງວຽກງານທີ່ຍັງບໍ່ທັນສາມາດ ຈັດຕັ້ງປະຕິບັດໄດ້ຕາມແຜນການທີ່ ໄດ້ກຳນົດໄວ້ໃນປີ 2024. ກອງປະຊຸມໄດ້ປະກອບຄໍາຄິດ ຄໍາເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງພາວະວິໄສ, ກົງໄປ ກົງມາ ເພື່ອພ້ອມກັນເສີມຂະຫຍາຍ ດ້ານຕັ້ງໜ້າໄປຄຽງຄູ່ກັບການຕີ ຖອຍດ້ານອ່ອນ, ຂໍ້ຄົງຄ້າງ, ຊອກ ຫາສາເຫດທີ່ພາໃຫ້ມີດ້ານດີ-ດ້ານ ອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃຫ້ມີຄວາມສອດຄ່ອງ, ເໝາະສົມ ກັບສະພາບການຈັດຕັ້ງປະຕິບັດ ວຽກງານຕົວຈິງໃນ 1 ປີຜ່ານມາ ແລະ ມາດຕະການຈະຈັດຕັ້ງປະຕິ ບັດໃນຕໍ່ໜ້າແນໃສ່ໃຫ້ການພັດທະ ນາວຽກງານ ຖວທ ມີບາດກ້າວ ຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ, ໜັກ ແໜ້ນ ແລະ ຍາດໄດ້ຜົນງານອັນ ໃຫຍ່ຫລວງກວ່າເກົ່າໃນຕໍ່ໜ້າ. ໂອກາດນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ໃຫ້ຮູ້ວ່າ: ໃນປີ 2024 ສື່ເອເລັກ ໂຕຣນິກໄດ້ຜະລິດ ແລະ ອອກຂ່າວ 25.884 ເທື່ອ, ຂ່າວພາສາຊົນເຜົ່າ 7.416 ຂ່າວ, ສື່ສິ່ງພິມພາສາຕ່າງ ປະເທດ 3.924 ຂ່າວ ແລະ ຂ່າວ ອອນລາຍ 5.712 ຄັ້ງ, ພາສາລາວ 4.624 ຂ່າວ, ຖ່າຍຮູບ 51.240 ຮູບ, ພາສາອັງກິດ 3.364 ຂ່າວ, ເຜີຍແຜ່ຜ່ານເຟສບຸກ 3.664.249 ຄລິບ ແລະ ສົ່ງຜ່ານມືຖື 1.026 ຂ່າວ; ສໍາເລັດຄາດໝາຍຕົ້ນຕໍຂອງ ວຽກງານຖະແຫລງຂ່າວ-ສື່ມວນ ຊົນຄື: ໂທລະໂຄ່ງໄລຍະ II ຈໍາ ນວນ 1.000 ຊຸດ, ໄດ້ຮັບການ ຊ່ວຍເຫລືອ 130 ຊຸດ, ປະຕິບັດ ແລ້ວ 1.097 ຊຸດ; ສໍາຫລວດຂໍ້ມູນ ເພື່ອສ້າງ ແລະ ຕິດຕັ້ງສະຖານນີ FM ສຳເລັດ 11 ເມືອງ; ມອບ-ຮັບ ແລະ ຕິດຕາມການປັບປຸງສະຖານີ ວິທະຍຸ-ໂທລະພາບ ແຂວງໄຊສົມ ບູນ ແລະ ຫົວພັນ. ປັດຈຸບັນມີສື່ ສິ່ງພິມ 116 ສະບັບ, ວິທະຍຸ 168 ສະຖານີ, ໂທລະພາບ 49 ສະຖານີ, ໜ້າຂ່າວອອນລາຍ 86 ໜ້າ ແລະ ໂທລະໂຄ່ງ 7.725 ຊຸດ. ຂ່າວ: ຢ່າຕົ້ງ; ພາບ: ຂັນໄຊ ລະບົບທີ່ກ້າວໜ້າທັນສະໄໝ, ຮັບ ເອົາວິທະຍາສາດເຕັກໂນໂລຊີໃໝ່ ເຂົ້າມາຮັບໃຊ້ວຽກງານຢ່າງທັນ ສະພາບການ; ອົງການໄອຍະການ ປະຊາຊົນໃນຖານະທີ່ເປັນຕົວແທນ ໃຫ້ລັດ, ປະຕິບັດໜ້າທີ່ບົນພື້ນຖານ ການຍຶດໝັ້ນພາລະໜ້າທີ່, ຍຶດໝັ້ນ ລັດຖະທໍາມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ; ຂໍໃຫ້ບັນດາສະ ຫາຍຖືເອົາການສະເຫລີມສະຫລອງ 35 ປີ ຂອງອົງການໄອຍະການໄປ ພ້ອມກັນການສະເຫລີມສະຫລອງ ວັນສໍາຄັນປະຫວັດສາດຂອງພັກ, ຂອງຊາດ ປີ 2025, ການກະກຽມ ໃຫ້ດີ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກ ອົງການໄອຍະ ການໃຫ້ເປັນຂະບວນຟົດຟື້ນ, ສ້າງ ໄດ້ຂະບວນການກ້າວໄປສູ່ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ ທີ XII ຂອງພັກເຮົາທີ່ຈະມາເຖິງ. ໃນຕອນທ້າຍ, ສະຫາຍ ໄຊຊະ ນະ ໂຄດພູທອນ ຍັງເນັ້ນໃຫ້ບັນດາ ຄະນະໜ່ວຍພັກ ນຳເນື້ອໃນຄຳເຫັນ ທີ່ສຳຄັນຂອງສະຫາຍເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດແຫ່ງ ສປປ ລາວ ໄປຜັນຂະຫຍາຍສຸມໃສ່ນໍາ ພາ-ຊີ້ນໍາວຽກງານການເມືອງແນວ ຄິດເປັນປົກກະຕິໃນແຕ່ລະໄລຍະ ໂດຍຖືເອົາວຽກງານດັ່ງກ່າວ, ເປັນ ບັນຫາສໍາຄັນຕິດພັນກັບການສຶກສາ ອົບຮົມພະນັກງານ-ລັດຖະກອນໃນ ຂັ້ນຂອງຕົນດ້ວຍຮູບການຈັດຕັ້ງ ເຜີຍແຜ່ ແລະ ເຊື່ອມຊຶມບັນດາ ເອກະສານທີ່ສໍາຄັນຂອງພັກ ເພື່ອ ໃຫ້ບັນດາພະນັກງານໄດ້ຮັບຮູ້ເຂົ້າ ໃຈໄດ້ຢ່າງເລິກເຊິ່ງ ແນໃສ່ດ້ານ ຄຸນນະພາບ, ປະສິດທິຜົນຂອງວຽກ ງານໃຫ້ມີບາດກ້າວທີ່ດີຂຶ້ນເປັນ ລຳດັບມາໂດຍໄດ້ຍົກສູງຄວາມຮັບ ຜິດຊອບ ແລະ ຄວາມເປັນເຈົ້າການ ໃນການປົກປ້ອງກົດໝາຍ, ປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ. ເຮັດວຽກເປັນທີມລະຫວ່າງພາກ ສ່ວນຕ່າງໆທີ່ກ່ຽວຂ້ອງພາຍໃນສູນ ສະຖິຕິແຫ່ງຊາດ ແລະ ກັບບັນດາ ກະຊວງ, ຂະແໜງການ, ການເພີ່ມ ປະສິດທິຜົນໃນການປະສານງານ, ຄຸ້ມຄອງບໍລິຫານ ແລະ ຈັດສັນ ບຸກຄະລະກອນ, ການເພີ່ມຄວາມ ເຂົ້າໃຈຂະບວນການຂອງການເຮັດ ວຽກໃນແຕ່ລະອົງປະກອບ ແລະ ກິດຈະກຳຕົ້ນຕໍຂອງໂຄງການເປັນ ຕົ້ນການສ້າງສະຖິຕິສິ່ງແວດລ້ອມ, ສະຖິຕິສັງຄົມ ແລະ ຄວາມທຸກຍາກ, ການສ້າງຄວາມເຂັ້ມແຂງໃຫ້ແກ່ ການຈັດຕັ້ງສະຖິຕິ, ສ້າງສະຖິຕິ ທະບຽນວິສາຫະກິດ ແລະ ການ ພະຍາກອນເສດຖະກິດ, ການຮຽນ ຮູ້ ແລະ ການແລກປ່ຽນກັບບັນດາ ອົງການສະຖິຕິ ແລະ ການຄຸ້ມ ຄອງບໍລິຫານໂຄງການ. ບ້ານລາວ ແຂວງຫລວງພະບາງ, ຮ້ານແມ່ຂອງສະປາ ຢູ່ໂຮງແຮມພູ ວາວ ແຂວງຫລວງພະບາງ, ຮ້ານ ດາຫລາສະປາ ນະຄອນຫລວງ ວຽງຈັນ, ຮ້ານ Nice ນວດ ແລະ ສະປາ ນະຄອນຫລວງວຽງຈັນ ແລະ ຮ້ານ Frangipani ສະປາ ຢູ່ສະຫວັນຣີສອດ ແຂວງສະຫວັນ ນະເຂດ ແລະ ມາດຕະຖານຫ້ອງ ນໍ້າສາທາລະນະອາຊຽນ ປະກອບ ມີ: ຫ້ອງນໍ້າສາທາລະນະໜອງສະ ພັງແລນ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະ ວັດຊຽງທອງ ແຂວງຫລວງພະບາງ, ຫ້ອງນໍ້າ ສາທາລະນະສະຖານທີ່ທ່ອງທ່ຽວ ຮ້ານອາຫານເມົາເທິນວິວ ແຂວງ ຫລວງນໍ້າທາ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວນໍ້າຕົກຕາດ ເຍືອງ ເມືອງປາກຊ່ອງ ແຂວງ ຈໍາປາສັກ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຖໍ້ານອນ-ຖໍ້າ ນາງຟ້າ ເມືອງວັງວຽງ ແຂວງ ວຽງຈັນ, ຫ້ອງນໍ້າສາທາລະນະ ສະ ຖານທີ່ທ່ອງທ່ຽວພະທາດຫລວງ ວຽງຈັນ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະວັດສີເມືອງ ນະຄອນຫລວງວຽງຈັນ, ຫ້ອງນໍ້າ ສາທາລະນະຫໍພິພິທະພັນແຫ່ງຊາດ ແຂວງຫລວງພະບາງ, ຫ້ອງນໍ້າ ສາທາລະນະພິພິທະພັນສີສະເກດ ນະຄອນຫລວງວຽງຈັນ, ຫ້ອງນໍ້າ ສາທາລະນະວັດໃໝ່ ແຂວງຫລວງ ພະບາງ ແລະ ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຫໍໄຕປີດົກວັດ ສີມຸງຄຸນວັດບ້ານກາງ ແຂວງສາ ລະວັນ. ລາງວັນມາດຕະຖານການ ທ່ອງທ່ຽວອາຊຽນ ແມ່ນລາງວັນ ອັນຊົງກຽດທີ່ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງໃນການສົ່ງ ເສີມອຸດສາຫະກຳການທ່ອງທ່ຽວ ອາຊຽນໃຫ້ມີຄຸນນະພາບທີ່ດີ ໂດຍ ສະເພາະການພັດທະນາອຸດສາຫະ ກຳການທ່ອງທ່ຽວຂອງ ສປປ ລາວ ເຊິ່ງເປັນຄວາມພະຍາຍາມ ແລະ ການປະກອບສ່ວນພັນທະຢ່າງຕັ້ງ ໜ້າຂອງພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກເອກະຊົນທີ່ ຈຳເປັນຕ້ອງໄດ້ປະຕິບັດເພື່ອຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃຫ້ມີ ຄຸນນະພາບ, ມີຄວາມຮັບຜິດຊອບ, ມີຄວາມຍືນຍົງ ແລະ ສາມາດ ແຂ່ງຂັນກັນໄດ້. ທັງນີ້, ກໍເພື່ອເປັນ ການປົກປັກຮັກສາ ແລະ ສົ່ງເສີມ ມໍລະດົກທາງດ້ານທຳມະຊາດທີ່ ອຸດົມສົມບູນ ແລະ ມໍລະດົກທາງ ດ້ານວັດທະນະທຳທີ່ໂດດເດັ່ນຂອງ ສປປ ລາວ ໃຫ້ຍືນຍົງຕະຫລອດໄປ. ຂ່າວ: ທະນູທອງ; ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==