6062

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ສາວບ້ານໂນນ -u ;y f{;a fmtotme ໂດຍ: ບຸນເລີດ ໄຊຍະລາດ dkode9a fla f86 rn f c[['j kpMmuj gIa fgv'wfh xtgmf]k; 6 06/02/2025 glf4tdy f{la '7q , ໂດຍ: ລູກສາວຫລ້າ zq oxtd;fok'lk; fvd'Y ;[ko xt9exu 2025 g-u omj P;[5 oxA og0Q k9uj .spj .o]ts;j k' 8-12 d5 ,rkoU * ບຸນປັ້ນເຂົ້າຈີ່ແມ່ນບຸນປະເພນີ ດັ້ງເດີມ, ເປັນໜຶ່ງໃນບຸນ ຮີດ 12 ຂອງລາວ ນິຍົມເຮັດໃນເດືອນສາມ ລາວ, ສະໄໝກ່ອນຊາວບ້ານພາກັນ ເຮັດເຂົ້າຈີ່ ເພື່ອຖວາຍພະຍາແຖນ ເຊິ່ງໃນປັດຈຸບັນນິຍົມກັນເຮັດເຂົ້າຈີ່ ຖວາຍແກ່ພະສົງ ແລະ ສືບຕໍ່ກັນມາ ຈົນເຖິງເທົ່າທຸກວັນນີ້. ສຳລັບບຸນປັ້ນເຂົ້າຈີ່ໃຫຍ່ ຂອງ ຊາວເມືອງບໍ່ແຕນ ກໍເປັນບຸນປາງ ໃຫຍ່ງານໜຶ່ງທີ່ເປັນເອກະລັກສ່ອງ ແສງເຖິງສິລະປະວັດທະນະທໍາ ການດໍາລົງຊີວິດຂອງຊາວເມືອງ ບໍ່ແຕນ ແຂວງໄຊຍະບູລີ. ສະນັ້ນ, ຊາວເມືອງບໍ່ແຕນ ຈຶ່ງຈັດບຸນປາງ ໃຫຍ່ນີ້ຂຶ້ນ ໃນລະຫວ່າງ ວັນທີ 8-12 ກຸມພາ 2025 ນີ້ ເພື່ອເປັນ ການອານຸລັກຮັກສາວັດທະນະທຳ ຮີດຄອງປະເພນີອັນດີງາມຂອງ ຊາດ ກໍຄືຂອງທ້ອງຖິ່ນ ພ້ອມທັງ ເປັນປາງບຸນເຕົ້າໂຮມຄວາມສາ ມັກຄີຂອງປະຊາຊົນບັນດາເຜົ່າ, ພາຍໃນງານຈະມີຫລາຍກິດຈະກຳ ເຊັ່ນ: ຕະຫລາດນັດວາງສະແດງ ສິນຄ້າ, ປະກວດນາງທິດາປັ້ນເຂົ້າ ຈີ່, ຂະບວນກ້ອນກຳລັງແຫ່ປັ້ນ ເຂົ້າຈີ່ຈຳລອງຂອງແຕ່ລະບ້ານ ໂດຍກິດຈະກໍາໃນໄລຍະບຸນມີດັ່ງນີ້: ວັນທີ 8 ກຸມພາ 2025: ຕອນເຊົ້າ: ທ່ຽວຊົມຕະຫລາດນັດ ແລະ ງານ ວາງສະແດງສິນຄ້າ, ທ່ຽວຊົມທຳ ມະຊາດ ແລະ ວັດທະນະທຳ ເຊັ່ນ: ນ້ຳຕົກຕາດຮຳ, ແກ້ງທຽນ, ນ້ຳ ຕົກຕາດສະແນນ ແລະ ຫໍໄຕປິດົກ ວັດໂພແທ່ນໂບລານາຣາມ, ທ່ຽວ ວັດໂພພິສົມພານ, ອານຸສາວະລີນັກ ຮົບນິລະນາມ, ຕອນຄ່ຳ: ມີການ ສະແດງສິລະປະວັນນະຄະດີ, ດົນຕີ ພື້ນເມືອງ, ນັກຮ້ອງສຽງດີ ແລະ ງານລາຕີສະໂມສອນ. ວັນທີ 9 ກຸມພາ 2025: ຕອນເຊົ້າ: ພິທີເປີດ ງານຕະຫລາດນັດຢ່າງເປັນທາງ ການ, ທ່ຽວຊົມຕະຫລາດນັດ, ສິນ ຄ້າໂອດັອບ, ພິທີຊ້ອມໃຫຍ່, ຊົມຮູບ ປັ້ນເຂົ້າຈີ່ໃຫຍ່ຈໍາລອງ ແລະ ທ່ຽວຊົມແຫລ່ງທ່ອງທ່ຽວຕ່າງໆ. ຕອນຄ່ຳ: ມີການສະແດງສິລະປະ ວັນນະຄະດີຈາກພາກສ່ວນຕ່າງໆ, ຊົມການສະແດງກາຍຍະສິນຈາກ ສູນກາງ ແລະ ທ່ຽວງານລາຕີສະ ໂມສອນ. ວັນທີ 10 ກຸມພາ 2025: ຕອນເຊົ້າ: ພິທີຊ້ອມໃຫຍ່, ທ່ຽວຊົມ ຕະຫລາດນັດສິນຄ້າໂອດັອບ, ທ່ຽວ ຊົມທຳມະຊາດ ນ້ຳຕົກຕາດ ວັດທະ ນະທໍາ ແລະ ປະຫວັດສາດ, ການ ສະແດງຮູບພາບຜົນງານຕ່າງໆ. ຕອນແລງ: ມີການປະກວດນາງ ສາວທິດາປັ້ນເຂົ້າຈີ່ໃຫຍ່ ປະຈຳປີ 2 0 2 5 . ກ າ ນສ ະ ແ ດ ງ ສິລ ະ ປະວັນນະຄະດີຂອງແຂວງ, ຂອງ ເມືອງ, ຈູດບັ້ງໄຟດອກ. ວັນທີ 11 ກຸມພາ 2025: ຕອນເຊົ້າ: ພິທີເປີດງານເທສະການບຸນປັ້ນ ເຂົ້າຈີ່ໃຫຍ່ ປະຈຳປີ 2025 ຢ່າງເປັນທາງການ, ມີຂະບວນ ກ້ອນກຳລັງ, ການຟ້ອນທີ່ເປັນ ເອກະລັກຂອງຊາດຂອງທ້ອງຖິ່ນ, ການຈີ່ເຂົ້າຈີ່, ຊວນຊີມອາຫານ, ປະກວດອາຫານພື້ນບ້ານ, ການ ແຂ່ງຂັນກິລາພື້ນບ້ານ, ມວຍລາຍ ລາວ ແລະ ທ່ອງທ່ຽວຕາມແຫລ່ງ ທ່ອງທ່ຽວຕ່າງໆ. ຕອນແລງ: ສະແດງສິລະປະວັນນະຄະດີຂອງ ເມືອງ, ຈູດບັ້ງພຸ ແລະ ຄົບງັນ ຕາມອັດທະຍາໄສ. ວັນທີ 12 ກຸມພາ 2025: ຕອນເຊົ້າ: ມີພິທີ ຕັກບາດຖວາຍສັງຄະທານຢູ່ແຕ່ລະ ວັດ, ທ່ຽວຊົມທຳມະຊາດ ແລະ ວັດທະນະທຳ ຕາມແຫລ່ງທ່ອງ ທ່ຽວຕ່າງໆ. ສະຖານທີ່ຈັດງານ ເດີ່ນກິລາເມືອງບໍ່ແຕນ ແຂວງໄຊ ຍະບູລີ. * ກະສິກອນຫລາຍທ່ານທີ່ປູກ ໝາກໄມ້ກິນໝາກ ມັກມີບັນຫາ ກ່ຽວກັບສະຕູພືດມາລົບກວນຜົນ ຜະລິດ ໂດຍສະເພາະແມ່ນໃນລະດູ ທີ່ໝາກໄມ້ເລີ່ມສຸກ ຈະມີແມງໄມ້ ມາລົບກວນຫລາຍທີ່ສຸດ ເປັນຕົ້ນ ແມ່ນແມງວັນທອງ ດັ່ງນັ້ນຄໍລຳ ສຶກສາຫາຄວາມຮູ້ມື້ນີ້ ໄດ້ນຳເອົາ ວີທີກຳຈັດສັດຕູພືດ ໂດຍສະເພາະ ແມ່ນແມງວັນທອງແບບພື້ນບ້ານ ປາສະຈາກສານເຄມີ ມານຳສະ ເໜີ ເຊິ່ງເປັນວິທີງ່າຍໆທີ່ທຸກຄົນສາ ມາດເຮັດເອງໄດ້. ອຸປະກອນທີ່ນຳມາເຮັດປະກອບ ມີ: ແກ່ນຖົວພູ 1 ກໍາມື, ໝາກໄມ້ ສຸກ ເຊິ່ງເປັນໝາກໄມ້ຊະນິດອື່ນທີ່ ຕ່າງຈາກໝາກໄມ້ທີ່ປູກ ແຕ່ຕ້ອງ ມີກິ່ນຫອມເປັນພິເສດ 1 ໝ່ວຍ, ດອກໃບກະເພົາ 1 ກຳມື, ກະຕຸກນ້ຳ ດື່ມໃຊ້ແລ້ວ ລ້າງໃຫ້ສະອາດ. ສຳ ລັບຂັ້ນຕອນການເຮັດແມ່ນເຈາະ ຝາກະຕຸກນ້ຳດື່ມໃຫ້ເປັນຮູ ປະ ມານ 1 ດິ້ວມື້ຫລາຍຮູ ແລ້ວໃສ່ ນ້ຳ ປະມານ 1 3 ຂອງກະຕຸກ, ໃສ່ ແກ່ນໝາກຖົ່ວພູ ແລ້ວນຳໄປແຂວນ ໄມ້ຢູ່ຕາມງ່າໄມ້, ຫລັງຈາກນັ້ນ 3 ມື ກໍນຳເອົາດອກໃບກະເພົາ ແລະ ໝາກໄມ້ສຸກທີ່ກຽມໄວ້ໄປວາງຕາມ ງ່າໄມ້. ເມື່ອແມງໄມ້ ຫລື ແມງວັນທອງ ມາຕອມໝາກໄມ້ສຸກທີ່ເຮົາເອົາໄປ ປະໄວ້ແລ້ວມັນຈະລົງໄປກິນນ້ຳ ແກ່ນຖົ່ວພູທີ່ຢູ່ໃນກະຕຸກ ແລະ ກໍ ຈະຕາຍໃນເວລາຕໍ່ມາ; ວິທີນີ້ເປັນ ການຫລຸດຜ່ອນປະລິມານສັດຕູພືດ ໃຫ້ໜ້ອຍລົງ ແລະ ຍັງປອດໄພຈາກ ການໃສ່ສານເຄມີປາບສັດຕູພືດ. ›າບ˜ະກອບ *ງານປະກວດນາງສາວດອກງີ້ວ ບານປະຈຳປີ2025ຈັດຂຶ້ນໃນວັນທີ 2 ກຸມພາ 2025 ຢູ່ທີ່ເຂດເສດຖະກິດ ພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງພາຍໃນງານ ເຕັມໄປດ້ວຍບັນຍາກາດທີ່ຕື່ນເຕັ້ນ ແລະ ລະທຶກໃຈ, ເຮັດໃຫ້ຜູ້ມາຊົມ ຜູ້ເຊຍໄດ້ລຸ້ນນຳກັນວ່າໃຜຈະສາ ມາດຊະນະໃຈກຳມະການໄດ້. ເຊິ່ງ ແຕ່ລະນ້ອງນາງສາວລ້ວນແຕ່ມີ ຄວາມຮູ້ຄວາມສາມາດ, ກິລິຍາມາ ລະຍາດທີ່ຍ່ອນໂຍນ. ເຊິ່ງຜູ້ຊະນະເລີດອັນດັບທີ I ໄດ້ ແກ່ M, 20 ວິດອນ ແກ້ວພົງສິດ ຈາກເມືອງປາກທາ ໄດ້ຮັບລາງ ວັນມູນຄ່າ 100 ລ້ານກີບ ພ້ອມ ມຸງກຸດແກ້ວເພັດ ຈາກບໍ່ແກ້ວ, ຮອງ ຊະນະເລີດອັນດັບທີ I ໄດ້ແກ່ M,19 ວໍລະນິດ ທະລີຈັນ ຈາກ ເມືອງຫ້ວຍຊາຍ ໄດ້ຮັບລາງວັນ70 ລ້ານກີບ, ຮອງອັນດັບທີ I I : M,18 ລັດສະໝີ ພົມມະຈັກ ຈາກ ເມືອງຫ້ວຍຊາຍ ໄດ້ຮັບລາງວັນ 50 ລ້ານກີບ ແລະ ຮອງອັນດັບທີ IIIໄດ້ແກ່ M,3 ຝ້າຍ ແສງພະຈັນ ຈາກເມືອງຕົ້ນເຜິ້ງ ໄດ້ຮັບລາງວັນ 30 ລ້ານກີບ. ສຳລັບຮອບຊີງຊະນະເລີດນີ້ມີ ພຽງ 11 ນາງສາວງາມທີ່ສາມາດ ຜ່ານເຂົ້າມາຮອດສຸດທ້າຍ ເພື່ອ ຄັດເລືອກເອົາ 4 ນາງສາວງາມ ›າບ˜ະກອບ

RkJQdWJsaXNoZXIy MTc3MTYxMQ==