6062

xtgmf]k; 4 3]d c]t gsfdko 06/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ *** *** ຕໍ່ຈາກໜ້າ *** ]a f4t[kopuj x5j o -j ;pgs]n vd+ lh k'0q ; [h kookIa 'oh vp g,n v'vkfltrvo ຂປລ. ພິທີມອບ-ຮັບ ແລະ ເປີດ ການນຳໃຊ້ໂຄງການກໍ່ສ້າງຂົວເບ ຕົງເສີມເຫລັກອັດແຮງຂ້າມຫ້ວຍ ລະຮັງ ຢູ່ບ້ານນາຮັງນ້ອຍ ເມືອງ ອາດສະພອນ ແຂວງສະຫວັນນະ ເຂດ, ພາຍໃຕ້ທຶນຊ່ວຍເຫລືອລ້າຈາກ ລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 4 ກຸມພາ 2025 ໂດຍການໃຫ້ກຽດ ເຂົ້າຮ່ວມຕັດແຖບຜ້າ, ເປີດປ້າຍນຳ ໃຊ້ຂົວຢ່າງເປັນທາງການຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ແລະ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ແຫ່ງ ປະເທດຍີ່ປຸ່ນ ປະຈໍາລາວ, ມີການ ນໍາພັກ-ລັດຂັ້ນແຂວງ, ຂັ້ນເມືອງ, ພ້ອມດ້ວຍອຳນາດການປົກຄອງ ບ້ານແລະ ພໍ່ແມ່ປະຊາຊົນບ້ານນາຮັງ ນ້ອຍ ແລະ ບ້ານໃກ້ຄຽງ ເຂົ້າຮ່ວມ. ທ່ານ ສີວິໄລ ສີທຳມະວັນ ຮອງ ເຈົ້າເມືອງອາດສະພອນ ໄດ້ໃຫ້ຮູ້ ວ່າ: ໂຄງການກໍ່ສ້າງຂົວເບຕົງເສີມ ເຫລັກອັດແຮງບ້ານນາຮັງນ້ອຍ ມີ ຄວາມຍາວ 20 ແມັດ, ກວ້າງ 4 ແມັດ, ມີ 4 ຊ່ວງ, ມີເສົາກາງ 3 ຄູ່, ລວມມູນຄ່າການກໍ່ສ້າງທັງໝົດ 71.500 ໂດລາສະຫະລັດ ດ້ວຍ ທຶນຊ່ວຍເຫລືອລ້າຈາກລັດຖະບານ ຍີ່ປຸ່ນ ໂດຍແມ່ນບໍລິສັດໜູຄໍາກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາການ ກໍ່ສ້່າງ ເຊິ່ງມີກຳນົດເວລາກໍ່ສ້າງ 6 ເດືອນນັບແຕ່ມື້ເຊັນສັນຍາ (22 ຕຸລາ 2023) ແລະ ໄດ້ສຳເລັດການ ກໍ່ສ້າງ 100% ໃນວັນທີ 16 ມີນາ 2024. ໃນນີ້, ຍັງມີວຽກຊຸມຊົນ ປະກອບສ່ວນຕື່ມອີກຄື: ຖົມດິນຫົວ ຂົວ, ຖົມທາງເຂົ້າຫົວຂົວສອງສົ້ນ ຈຳນວນ 175 ລົດ ແລະ ເຮັດປ້າຍ ໂຄງການ, ພ້ອມຕິດຕັ້ງລວມມູນຄ່າ ທັງໝົດ 53 ລ້ານກວ່າກີບ, ໂຄງການ ຂປລ. ທ້າຍເດືອນມັງກອນ 2025 ຜ່ານມາ, ຢູ່ສໍານັກງານປະ ທານາທິບໍດີບັງກລາເທດ ທີ່ນະຄອນ ຫລວງດາກາ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ໂມຮໍາ ເມັດ ຊາຮາບຸດດິນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະ ຊາຊົນບັງກລາເທດ ເຊິ່ງມີສໍານັກ ງານຕັ້ງຢູ່ນະຄອນຫລວງນິວແດນລີ, ປະເທດອິນເດຍ. ໂອກາດດັ່ງກ່າວ, ທ່ານເອກ ອັກຄະລັດຖະທູດລາວໄດ້ສະແດງ ຄວາມຂອບໃຈ ແລະ ໄດ້ນຳເອົາ ຄວາມຢ້ຽມຢາມຖາມຂ່າວອັນອົບ ອຸ່ນ, ຄໍາອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ ແລະ ການພົວພັນຮ່ວມມືທີ່ດີຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງທ່ານ ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ປະຊາຊົນ ບັງກລາເທດ ໂດຍ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນບັງກລາເທດທຸກທົ່ວໜ້າ. ທ່ານ ໂມຮໍາເມັດ ຊາຮາບຸດດິນ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານ ເອກອັກຄະລັກຖະທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດ, ມິດຕະພາບ ແລະ ການພົວພັນທີ່ດີມາ ຍັງທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ, ລັດຖະ ບານ ແລະ ປະຊາຊາຊົນລາວທຸກທົ່ວ ໜ້າເຊັ່ນດຽວກັນ. ພ້ອມນີ້, ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ ພ້ອມກັນຕີລາຄາສູງເຖິງການພົວພັນ ອັນດີງາມລະຫວ່າງ ສປປ ລາວ ແລະ ບັງກລາເທດ, ເຫັນດີໃຫ້ສອງ ປະເທດລາວ ແລະ ບັງກລາເທດຊຸກຍູ້ ໃຫ້ມີການຮ່ວມມືກັນໃຫ້ຫລາຍໃນ ອະນາຄົດ ເຊິ່ງລວມທັງການແລກ ປ່ຽນການຢ້ຽມຢາມຂອງການນຳ ຂັ້ນຕ່າງໆ. ໃນຂະນະດຽວກັນ, ທ່ານ ເອກອັກຄະລັດຖະທູດໄດ້ອວຍພອນ ໄຊໃຫ້ທ່ານປະທານາທິບໍດີ ໂມ ຮໍາເມັດ ຊາຮາບຸດດິນ ພ້ອມດ້ວຍ ຄອບຄົວມີພະລານາໄມສົມບູນ, ມີ ຄວາມຜາສຸກ ແລະ ປະສົບຜົນສໍາ m6 f]k;pnj olko8k8A ' 8xtmkokmy [= fu [a 'd]kgmf + ເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງທ່ານ. ພ້ອມກັນນີ້, ທ່ານເອກອັກຄະ ລັດຖະທູດລາວໄດ້ຖືໂອກາດນີ້ໂອ້ລົມ ກັບທ່ານ ຈັດຊິມ ອູດດິນ ລັດຖະມົນຕີ ຕ່າງປະເທດຂອງບັງກລາເທດ ແລະ ເຂົ້າພົບຫົວໜ້າກົມອາຊີຕາເວັນອອກ ສ່ຽງໃຕ້, ກະຊວງການຕ່າງປະເທດ ບັງກລາເທດ ເຊິ່ງທັງສອງທ່ານ ຕ່າງກໍສະເໜີໃຫ້ສອງປະເທດລາວ ແລະ ບັງກລາເທດ ພ້ອມກັນຊອກ ທ່າແຮງບົ່ມຊ້ອນເພື່ອຮ່ວມມືກັນ ໃຫ້ເປັນຮູບປະທຳໃນອະນາຄົດທັງ ການຮ່ວມມືສອງຝ່າຍ ແລະ ຜ່ານ ກົນໄກຂອງອາຊຽນ. ພ້ອມດຽວ ກັນ, ທ່ານເອກອັກຄະລັດຖະທູດຍັງ ໄດ້ໄປຢ້ຽມຢາມຫ້ອງການກົງສຸນ ກິຕິມະສັກລາວທີ່ນະຄອນຫລວງ ດາກາ, ປຶກສາຫາລື ແລະ ແນະນຳ ໃຫ້ທ່ານກົງສຸນກິຕິມະສັກລາວຊ່ວຍ ໃນການໂຄສະນາປະຊາສຳພັນກ່ຽວ ກັບ ສປປ ລາວ ເພື່ອດຶງດູດນັກທ່ອງ ທ່ຽວ, ທັງເປັນການສົ່ງເສີມການ ພົວພັນສອງຝ່າຍ ແລະ ຊ່ວຍຊຸກຍູ້ ໃນການສ້າງກົນໄກທີ່ຈະສາມາດ ສົ່ງເສີມການຄ້າ-ການລົງທຶນສອງ ຝ່າຍຕື່ມອີກ. ຂ່າວ-ພາບ: ກຕທ ຂປລ. ໃນໄລຍະບຸນກຸດຈີນ, ຊາວຈີນທີ່ອາໄສຢູ່ ສປປ ລາວ ສ່ວນຫລາຍໄດ້ກັບເມືອບ້ານເພື່ອ ສະຫລອງປີໃໝ່, ແຕ່ພະນັກງານ ບໍລິສັດລົດໄຟຈີນເລກ 15 ໂຄງການ ຄວບຄຸມນ້ຳຖ້ວມ ແລະ ກູ້ໄພສຸກເສີນ ລ່ວງໜ້າຂົວນ້ຳຄານທາງລົດໄຟບ່ໍ ເຕ່ນ-ນະຄອນຫລວງວຽງຈັນ ຈໍາ ນວນໜຶ່ງຍັງສືບຕໍ່ປະກອບສ່ວນ ວຽກງານໃນຄວາມຮັບຜິດຊອບ ຂອງຕົນເຄື່ອນໄຫວປະຕິບັດໜ້າ ແຕ່ການດຳເນີນງານຂອງພວກເຮົາ ຍັງດຳເນີນໄປຢ່າງເປັນລະບຽບ ຮຽບຮ້ອຍ ແລະ ປອດໄພ ໂດຍ ມີພະນັກງານຂອງບໍລິສັດລົດໄຟ ຈີນ ເລກ 15 ຈໍານວນໜຶ່ງທີ່ບໍ່ໄດ້ ເດີນທາງກັບ ສປ ຈີນ ປະຕິບັດໜ້າ ທີ່ອໍານວຍຄວາມສະດວກ ໃນໄລຍະ ດັ່ງກ່າວ. ດັ່ງກ່າວສາມາດແກ້ໄຂການສັນຈອນ ໄປມາຂອງພໍ່ແມ່ປະຊາຊົນໄດ້ 18 ບ້ານ, ມີຈຳນວນພົນ 19.406 ຄົນ, ຍິງ 9.954 ຄົນ ໃຫ້ທຽວໄປ-ມາໄດ້ ສະດວກສະບາຍ. ໂອກາດນີ້, ທ່ານເຈົ້າແຂວງສະ ຫວັນນະເຂດ ໄດ້ຕາງໜ້າຄະນະນຳ ຂັ້ນແຂວງ ແລະ ເມືອງກ່າວຮັບເອົາ ໂຄງການດັ່ງກ່າວ, ເພື່ອມອບຕໍ່ໃຫ້ ອຳນາດການປົກຄອງເມືອງອາດ ສະພອນ ກໍຄື ບ້ານນາຮັງນ້ອຍເປັນຜູ້ ຄຸ້ມຄອງ-ນຳໃຊ້ຕໍ່ໄປ. ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່ທ່ານ ເອກອັກຄະຣາຊະທູດຍີ່ປຸ່ນ ທີ່ໄດ້ໃຫ້ ການສະໜັບສະໜູນຊ່ວຍເຫລືອທີ່ມີ ຄຸນຄ່າຕໍ່ປະຊາຊົນບັນດາເຜົ່າຂອງ ພວກເຮົາ ເຊິ່ງໂຄງການກໍ່ສ້າງຂົວ ແຫ່ງນີ້ ແມ່ນໂຄງການທີ່ມີຄວາມ ສຳຄັນຫລາຍ, ນອກຈາກຈະແມ່ນ ໂຄງການທີ່ນອນຢູ່ໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ທີ່ກອງ ປະຊຸມໃຫຍ່ ຄັ້ງທີ VI ຂອງເມືອງ ອາດສະພອນ ໄດ້ຮັບຮອງເອົາແລ້ວ, ຍັງແມ່ນໂຄງການທີ່ນອນຢູ່ໃນບຸລິມະ ສິດໃນການພັດທະນາພື້ນຖານໂຄງ ລ່າງດ້ານວຽກງານຄົມມະນາຄົມຂົນສົ່ງ ເພື່ອແກ້ໄຂການສັນຈອນໃຫ້ ທຽວໄດ້ 2 ລະດູຂອງພໍ່ແມ່ປະຊາຊົນ ໃນ 18 ບ້ານຂອງເມືອງອາດສະ ພອນ, ເຮັດໃຫ້ການຂົນສົ່ງສິນຄ້າມີ ຄວາມສະດວກສະບາຍ, ພັດທະນາ ເສດຖະກິດ-ສັງຄົມມີການຂະຫຍາຍ ຕົວ ແລະ ສ້າງປະຖົມປັດໄຈໃນການ ຫລຸດພົ້ນອອກຈາກເມືອງທຸກຍາກ ແລະ ກ້າວສູ່ການຫລຸດພົ້ນອອກຈາກ ປະເທດດ້ອຍພັດທະນາໃນຕໍ່ໜ້າ. ຄຽງຄູ່ກັນນີ້, ຍັງເປັນຂອງຂວັນອັນ ລ້ຳຄ່າໃນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີອີກດ້ວຍ. ພ້ອມກັນນີ້, ທ່ານເຈົ້າແຂວງ ສະຫວັນນະເຂດ ຍັງໄດ້ຮຽກຮ້ອງ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຈົ່ງໄດ້ເປັນເຈົ້າການ ໃນການປົກປັກຮັກສາຂົວແຫ່ງນີ້ ໃຫ້ໄດ້ນຳໃຊ້ໄດ້ຍາວນານ ແລະ ນຳ ໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍ ສະເພາະແມ່ນການຂົນສົ່ງສິນຄ້າ ທີ່ເປັນຜະລິດຕະພັນກະສິກຳຂອງ ປະຊາຊົນບັນດາເຜົ່າ. ມອບ-ຮັບອຸປະກອນ... ເສີມສ້າງຄວາມສາມາດ... ຂປລ. ຄະນະກຳມະການແຫ່ງ ຊາດດ້ານຄວາມປອດໄພທາງ ຫລວງ(ຄຊປທ) ຈັດພິທີມອບຮັບອຸປະກອນໂຄສະນາປູກຈິດສາ ນຶກກ່ຽວກັບຄວາມປອດໄພທາງ ຫລວງພາຍໃຕ້ທຶນກອງທຶນທາງ ບ້ວງຄວາມປອດໄພທາງຫລວງປີ 2024 ໃຫ້ 18 ແຂວງໃນຂອບເຂດ ການຈັດຝຶກອົບຮົມຄັ້ງນີ້, ເພື່ອເສີມ ສ້າງຄວາມສາມາດໃຫ້ແກ່ເຄືອ ຂ່າຍນັກກົດໝາຍຂອງອົງການມູນ ລະນິທິພິທັກສະຕີ ແລະ ພະນັກງານ ຂອງສະຫະພັນກໍາມະບານລາວ ທີ່ຮັບຜິດຊອບການໃຫ້ຄໍາປຶກສາ ດ້ານກົດໝາຍ ໂດຍສະເພາະແມ່ນ ຜູ້ຮັບຜິດຊອບວຽກງານໄກ່ເກ່ຍຂໍ້ ຂັດແຍ່ງດ້ານແຮງງານໄດ້ມີທັກສະ ແລະ ຄວາມຮູ້ເພີ່ມເຕີມດ້ານກົດໝາຍ ຢ່າງເລິກເຊິ່ງກ່ຽວກັບກົດໝາຍວ່າ ດ້ວຍການຕ້ານການຄ້າມະນຸດເພື່ອ ດໍາເນີນການຊ່ວຍເຫລືອແຮງງານ ເດັກ ແລະ ເພດຍິງ ທີ່ຖືກສະແຫວງ ປຸກລະດົມສະຕິ ແລະ ປູກຈິດສໍານຶກ ກ່ຽວກັບຄວາມປອດໄພໃນການໃຊ້ ລົດໃຊ້ທາງຫລວງທຸກເພດທຸກໄວ ທຸກຊັ້ນຄົນໃນສັງຄົມໃຫ້ເຫັນໄດ້ເຖິງ ໄພອັນຕະລາຍໃນການລະເມີດກົດ ຈະລາຈອນແນໃສ່ເຮັດໃຫ້ຜູ້ນໍາໃຊ້ ລົດນໍາໃຊ້ທາງຫລວງໄດ້ຮັບຮູ້ກົດ ລະບຽບຈະລາຈອນ, ເຕັກນິກການ ຂັບຂີ່ທີ່ປອດໄພ ແລະ ຄຸນສົມບັດ ມາລະຍາດໃນການຂັບຂີ່ແລະ ພ້ອມ ກັນຈັດຕັ້ງປະຕິບັດຢ່າງມີປະສິດທິ ຜົນ ເພື່ອເປັນການປະກອບສ່ວນ ໃນການປະຕິບັດນະໂຍບາຍຂອງ ລັດຖະບານ ກໍຄື ຍຸດທະສາດຄວາມ ປອດໄພທາງຫລວງໃນການຫລຸດ ຜ່ອນການເກີດອຸບັດເຫດລົງເທື່ອ ລະກ້າວ. ຂໍ້ມູນ-ພາບ: ກອງເລຂາ ຄຊປທ ຫາຜົນປະໂຫຍດທາງເພດ. ບົດຮຽນທີ່ນໍາມາຝຶກອົບຮົມຄັ້ງ ນີ້, ປະກອບມີ: ສຳຫລວດປະສົບ ການຜ່ານມາຂອງຜູ້ເຂົ້າຮ່ວມກ່ຽວ ກັບການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ, ນໍາສະເໜີກ່ຽວ ກັບອົງການຈັດຕັ້ງທາງສັງຄົມທີ່ໃຫ້ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ໃນ ສປປ ລາວ ແລະ ປະເທດໄທ, ພາລະບົດບາດສິດ ແລະ ໜ້າທີ່ ຂອງພາກສ່ວນທີ່ດຳເນີນຄະດີຄ້າ ມະນຸດ, ພ້ອມທັງສົນທະນາກ່ຽວກັບ ຈຸດທີ່ຄືກັນ ແລະ ແຕກຕ່າງກັນ ລະຫວ່າງ ສປປ ລາວ ແລະ ປະເທດ ໄທ, ບົດບາດຂອງທະນາຍຄວາມ ໃນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ, ສິ່ງທ້າທ້າຍ ໃນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ລະຫວ່າງ ໄທ-ລາວ, ທັກສະການ ເກັບກໍາຂໍ້ມູນຈາກຜູ້ຖືກເຄາະຮ້າຍ ເຊັ່ນ: ການສຳພາດ, ການຕັ້ງຄຳ ຖາມ, ການກຽມຄວາມພ້ອມຂອງ ລູກຄວາມ, ຂະບວນການຄ້າມະນຸດ, ຂັ້ນຕອນການຊ່ວຍເຫລືອຜູ້ຖືກເຄາະ ຮ້າຍ ແລະ ການດໍາເນີນຄະດີຄ້າ ມະນຸດໃນ ສປປ ລາວ, ຂະບວນ ການດໍາເນີນຄະດີຄ້າມະນຸດໃນປະ ເທດໄທ ແລະ ສົນທະນາກ່ຽວກັບ ຈຸດທີ່ຄືກັນ ແລະ ແຕກຕ່າງກັນ ລະຫວ່າງຂະບວນການດຳເນີນ ຄະດີຄ້າມະນຸດ ລາວ-ໄທ, ກະກຽມ ສະແດງບົດບາດສົມມຸດໃນການ ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກ ການຄ້າມະນຸດເລີ່ມຈາກການເກັບ ກຳຂໍ້ມູນ, ແຈ້ງຄວາມຕໍ່ເຈົ້າໜ້າທີ່ ຕຳຫລວດຈົນຮອດຂັ້ນສານ. ຊຸດອົບຮົມຄັ້ງນີ້, ໄດ້ແບ່ງກຸ່ມ ຄົ້ນຄວ້າ ແລະ ສົນທະນາແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ທັງ ສະແດງບົດບາດສົມມຸດເຫດການ ຕົວຈິງທີ່ເກີດຂຶ້ນ. ທັງນີ້, ກໍເພື່ອໃຫ້ ຜູ້ເຂົ້າຮ່ວມກຳໄດ້ເນື້ອໃນບົດຮຽນ ທີ່ໄດ້ຝຶກອົບຮົມ ແລະ ພ້ອມກັນ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນ ວຽກງານຕົວຈິງ ເພື່ອຮັບປະກັນ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ອອກແຮງງານເດັກ-ເພດ ຍິງ ກໍຄື ຊ່ວຍເຫລືອຜູ້ເຄາະຮ້າຍ ຈາກການຄ້າມະນຸດໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ. ຂໍ້ມູນ-ພາບ: ສື່ກໍາມະບານລາວ ທົ່ວປະເທດໃນວັນທີ4ກຸມພາ 2025 ຢູ່ກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ ປະກອບມີ: ຄອມພິວ ເຕີໂນດບຸກ 18 ໜ່ວຍ, ລຳໂພງ 18 ໜ່ວຍ ແລະ ເຄື່ອງສາຍໂປຣເຈັກ ເຕີ 18 ຊຸດ ໂດຍມອບໃຫ້ແຂວງ ລະ 1 ໜ່ວຍ ໂດຍມີທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຫົວໜ້າກອງເລຂາ ຄຊປທ, ມີຫົວໜ້າ ພະແນກ, ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ, ນະຄອນຫລວງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ສຸກສະຫວັນ ໄພ ປັນຍາ ຫົວໜ້າພະແນກຈະລາຈອນ, ກົມຂົນສົ່ງ ໄດ້ໃຫ້ຮູ້ວ່າ: ໃນປີ 2018 ພາຍໃຕ້ໂຄງການຂະແໜງຂົວທາງ ໄລຍະ 2 LRS12 ແລະ ໂຄງການ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ ການສະໜອງອຸປະກອນໂຄສະນາ ໃຫ້ຂະແໜງຂົນສົ່ງພະແນກໂຍທາ ທິການ ແລະ ຂົນສົ່ງ ຈໍານວນ 18 ແຂວງ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ 148 ເມືອງ, ປະກອບ ມີ: ຕູ້ລໍາໂພງ, ຄອມພິວເຕີໂນດບຸກ, ເຄື່ອງສາຍຈໍໂປຣເຈັກເຕີ ແລະ ຈໍ. ມາເຖິງປັດຈຸບັນ, ອຸປະກອນດັ່ງກ່າວ ກໍຊຸດໂຊມຫລາຍແຂວງໃຊ້ການບໍ່ ໄດ້ເຮັດໃຫ້ເວລາລົງເຮັດວຽກງານ ໂຄສະນາມີຄວາມຫຍຸ້ງຍາກ. ສະນັ້ນ, ໃນປີ 2024 ຈຶ່ງໄດ້ຄົ້ນ ຄວ້າຂຶ້ນແຜນຈັດຊື້ອຸປະກອນດັ່ງ ກ່າວ ແລະ ໄດ້ຈັດພິທີມອບ-ຮັບໃນ ມື້ນີ້, ຈຸດປະສົງເພື່ອໃຫ້ນໍາໃຊ້ເຂົ້າ ໃນການເຮັດກິດຈະກໍາໂຄສະນາ, w]pt[5 od5 f9u o rtoa d'ko[= ]y la f]q fw29u o g]d 1 5 pa 'ln [8xt8y [a f|h kmuj 16j ]k; ທີ່ຢູ່ທາງລົດໄຟ ລາວ-ຈີນ ຢ່າງ ປອດໄພ. ໂຄງການຄວບຄຸມນ້ຳຖ້ວມ ແລະ ກູ້ໄພສຸກເສີນລ່ວງໜ້າຂົວນ້ຳ ຄານທາງລົດໄຟບ່ໍເຕ່ນ-ນະຄອນ ຫລວງວຽງຈັນ ດຳເນີນງານໂດຍ ບໍລິສັດລົດໄຟຈີນ ເລກ 15 ຕາມ ຄວາມຕ້ອງການໃນການເຄື່ອນ ໄຫວຂອງທາງລົດໄຟ ລາວ-ຈີນ ໄດ້ດຳເນີນການກໍ່ສ້າງທັງໝົດ 22 ໂຄງການ. ໃນນັ້ນ, ມີໂຄງການ ກໍ່ສ້າງໃໝ່, ການບຳລຸງສ້າງ, ສ້ອມ ແປງທີ່ຈຳເປັນໃນການຜະລິດ ແລະ ການດຳເນີນງານ, ລວມທັງ ໂຄງການສຸກເສີນດ້ານຄວາມປອດ ໄພ, ການກູ້ໄພ, ໂຄງການຟື້ນຟູ ຄວາມເສຍຫາຍຈາກໄພນ້ຳຖ້ວມ ແລະ ອື່ນໆ. ໃນໄລຍະບຸນກຸດຈີນນີ້, ເຖິງວ່າ ປະລິມານຜູ້ໂດຍສານຂອງທາງ ລົດໄຟ ລາວ-ຈີນ ຈະເພີ່ມຂຶ້ນກໍຕາມ, +

RkJQdWJsaXNoZXIy MTc3MTYxMQ==