xtgmf]k; 3 06/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ 7e;j kG rN o[h ko c]t rN og,n v' .orklk]k; *** ຕໍ່ຈາກສະບັບກ່ອນ *** ra doerk rk]tdy fxj Pocx'.\j 1j k'Iv[fh ko (.ow]ptxu 1986 g4y 'xa f95 [a o) ;y ]t-q o.o-5 flu [q ; ltgs]u ,lts]v',6 og-N v c]t vtok7q f0v'dkoztf5 '7a o .o lxx ]k; * ພາຍໃຕ້ການຂະໜານນາມ ວ່າ “ວິລະຊົນໃນຊຸດສີບົວ”, ທ່ານ ນາງ ສຸກສະຫວັນ ປະເສີດສັກ ໄດ້ເຫັນດ້ວຍຕາຕົນເອງ ເຖິງວິ ວັດທະນາການຂອງຜະດຸງຄັນ ໃນ ການຊ່ວຍຊີວິດ ແລະ ສົ່ງເສີມສິດທິ ໃນ ສປປ ລາວ. ໃນຖານະເປັນຮອງ ຜູ້ອຳນວຍການ ວິທະຍາໄລ ວິທະ ຍາສາດ ສຸຂະພາບ ແຂວງຄຳມ່ວນ, ທ່ານ ນາງ ປະເສີດສັກ ມີຄວາມ ພາກພູມໃຈ ທີ່ໄດ້ເປັນສ່ວນໜຶ່ງ ຂອງວິວັດທະນາການດ້ານວິຊາຊີບ ຜະດຸງຄັນ ໃນໄລຍະເກືອບ 35 ປີ ໃນການປະຕິບັດໜ້າທີ່ຂອງລາວ. “ພວກເຮົາມີຄວາມຄືບໜ້າຫລາຍ ຢ່າງ ຕອນທີ່ຂ້ອຍເລີ່ມປະຕິບັດໜ້າ ທີ່ໃນເມື່ອກ່ອນ, ຄົນສ່ວນຫລາຍບໍ່ ຮູ້ວ່າຜະດຸງຄັນແມ່ນໃຜ ເຂົາເຈົ້າ ຄິດວ່າພວກເຮົາແມ່ນພະຍາບານ. ໃນປັດຈຸບັນ, ໃນເວລາທີ່ນັກສຶກສາ ຂອງພວກເຮົາໄປລົງຝຶກງານຢູ່ໃນ ຊຸມຊົນ, ປະຊາຊົນສາມາດຈໍາແນກ ອອກວ່າຜະດຸງຄັນ ແມ່ນໃສ່ເຄື່ອງ ແບບສີບົວ ແລະ ພວກເຂົາຮູ້ສຶກອັດ ສະຈັນຕໍ່ກັບວຽກງານ ອັນສໍາຄັນ ທີ່ຜະດຸງຄັນປະຕິບັດ,” ທ່ານ ນາງ ປະເສີດສັກ ກ່າວ. ການປະກອບສ່ວນຂອງ ທ່ານ ນາງ ປະເສີດສັກ ແມ່ນໜຶ່ງໃນມູນ ເຊື້ອອັນຍາວນານຂອງແມ່ຍິງລາວ ໃນການຫລໍ່ຫລອມເສັ້ນທາງ 100 ປີ ໃນການພັດທະນາວິຊາຊີບຜະ ດຸງຄັນໃນປະເທດ. ໃນບັນດາຜູ້ປະ ກອບສ່ວນ ໃນວຽກງານນີ້ ກໍລວມ ເຖິງ ທ່ານ ນາງ ສ້ອຍແກ້ວ ສີບຸນ ເຮືອງ, ເຊິ່ງຖືວ່າເປັນໜຶ່ງໃນຄະນະ ຜະດຸງຄັນອາວຸໂສ ໃນ ສປປ ລາວ. ເພີ່ນໄດ້ເປັນທີ່ຮູ້ຈັກໃນນາມ “ແມ່ ຄົນທີສອງຂອງການຜະດຸງຄັນ,” ທ່ານ ນາງ ສ້ອຍແກ້ວ ໄດ້ຮັບກຽດ ໃນການໃຫ້ກຳເນີດວິຊາຊີບຜະດຸງ ຄັນໃນປະເທດໃນໄລຍະດໍາເນີນໜ້າ ທີ່ຢູ່ໂຮງໝໍມະໂຫສົດ ພ້ອມທັງ ສອນ ນັກສຶກສາແພດຢູ່ມະຫາວິທະຍາໄລ ເປັນເວລາ 34 ປີ ຈົນຮອດໄລຍະ ອອກບຳນານໃນປີ 1999. ທ່ານ ນາງ ສ້ອຍແກ້ວ ເລີ່ມຕົ້ນ ໂດຍການເຂົ້າຮຽນການຜະດຸງຄັນ ໃນປີ 1960 ຢູ່ໂຮງຮຽນ ຕູ່ຢູ ເມືອງ ໄຊງ່ອນ ເຊິ່ງຢູ່ທາງພາກໃຕ້ຂອງ ປະເທດຫວຽດນາມ, ເພິ່ນໄດ້ເຄີຍ ໃຫ້ສໍາພາດໃນເມື່ອປີ 2014 ກ່ອນ ທີ່ ຈະເສຍຊີວິດໃນເວລາຕໍ່ມາ ໂດຍ ກ່າວວ່າ: “ຂ້ອຍຕັດສິນໃຈຮຽນຜະ ດຸງຄັນຍ້ອນຄວາມມັກຮັກຢ່າງເລິກ ເຊິ່ງ ໃນການຊ່ວຍເຫລືອແມ່ຍິງ ແລະ ໄດ້ຮັບແຮງຈູງໃຈມາຈາກ ທ່ານ ນາງ ມະນີໂສ ເຊິ່ງຖືວ່າເປັນ ຜະດຸງຄັນຄົນທຳອິດຂອງ ສປປ ລາວ. ເມື່ອພໍ່ຂອງຂ້ອຍຖາມວ່າ ຂ້ອຍຢາກຮຽນຫຍັງ ຂ້ອຍກໍບອກ ລາວວ່າ ຂ້ອຍຢາກເປັນຄື ທ່ານ ນາງ ມະນີໂສ.” ທ່ານ ນາງ ສ້ອຍ ແກ້ວ ໄດ້ສຶກສາຢູ່ປະເທດຫວຽດ ນາມ ແລະ ກຳປູເຈຍ ແລ້ວໄດ້ກັບ ຄືນມານຳພາວິຊາຊີບຜະດຸງຄັນຢູ່ ໂຮງໝໍມະໂຫສົດ. ເຊັ່ນດຽວກັນ ກັບ ທ່ານ ນາງ ສ້ອຍແກ້ວ, ທ່ານ ນາງ ປະເສີດສັກ ກໍລະນຶກໄດ້ເຖິງ ຊ່ວງໄລຍະທີ່ອັດຕາການຕາຍຂອງ ແມ່ມີອັດຕາທີ່ສູງຢ່າງໜ້າຕົກໃຈ. ໃນຕົ້ນຊຸມປີ 1990, ສປປ ລາວ ມີ ອັດຕາການຕາຍຂອງແມ່(MMR) ທີ່ສູງທີ່ສຸດໃນພາກພື້ນອາຊີຕາເວັນ ອອກສ່ຽງໃຕ້. ທ່ານ ນາງ ປະເສີດ ສັກ ໄດ້ເລີ່ມເຮັດວຽກຢູ່ໂຮງໝໍ ແຂວງຄຳມ່ວນໃນຊຸມປີ1990ເຊິ່ງ ໄດ້ກ່າວວ່າ “ມີວຽກງານຫລາຍ ຢ່າງທີ່ຕ້ອງປະຕິບັດເພື່ອຫລຸດອັດ ຕາການເສຍຊີວິດຂອງແມ່. ຮອດປີ 2005, ການຂາດຜະດຸງຄັນທີ່ໄດ້ ຮັບການຝຶກອົບຮົມສົ່ງຜົນຕໍ່ອັດຕາ ການເສຍຊີວິດຂອງແມ່ທີ່ສູງສຸດ ໃນພາກພື້ນ.” ໃນໄລຍະຕໍ່ມາ ກໍໄດ້ມີຄວາມ ກ້າວໜ້າຢ່າງຫລວງຫລາຍ ໃນ ດ້ານການປົກປ້ອງຊີວິດແມ່ໃນໄລ ຍະຖືພາ ແລະ ໄລຍະເກີດລູກ ໃນປະ ເທດລາວ. ໃນລະຫວ່າງປີ 2000 ຫາ 2020, ອັດຕາການຕາຍຂອງ ແມ່ໃນປະເທດ ຫລຸດລົງຈາກ 579 ຄົນ ມາເປັນ 126 ຄົນ ຕໍ່ການ ເກີດ ມີຊີວິດ 100.000 ຄົນ (ຂໍ້ມູນຈາກ ທະນາຄານໂລກ), ເຊິ່ງນີ້ໝາຍເຖິງ ວ່າອັດຕາການເສຍຊີວິດຂອງແມ່ ແມ່ນຫລຸດລົງເຖິງ 78,23% ແລະ ຖືວ່າເປັນໜຶ່ງໃນການຫລຸດອັດຕາ ການເສຍຊີວິດອັນໃຫຍ່ຫລວງໃນ ໂລກ. ພ້ອມກັນນັ້ນ, ອັດຕາການ ຕາຍຂອງເດັກເກີດໃໝ່ ແລະ ອັດຕາ ການຕາຍຂອງເດັກ ກໍມີທ່າອ່ຽງ ຫລຸດລົງ ເຊິ່ງເຫັນໄດ້ຈາກຕົວເລກ ການເສຍຊີວິດ ທີ່ຫລຸດລົງມາເປັນ 12 ແລະ 25 ຄົນ ຕໍ່ການເກີດມີຊີ ວິດ 1.000 ຄົນ ຕາມລໍາດັບ ໃນປີ 2023 (ຂໍ້ມູນຈາກການສຳຫລວດ ດັດຊະນີໝາຍສັງຄົມລາວ(LSIS) ຄັ້ງທີ III ປີ 2023), ເມື່ອສົມທຽບ ກັບປີ 2012 ອັດຕາການຕາຍ ຂອງ ເດັກເກີດ ໃໝ່ແມ່ນ 32 ແລະ ອັດຕາ ການຕາຍຂອງເດັກແມ່ນ 68 ຄົນຕໍ່ 1.000 ການເກີດມີຊີວິດ (ຂໍ້ມູນ ຈາກການສຳຫລວດດັດຊະນີໝາຍ ສັງຄົມລາວ (LSIS) ຄັ້ງທີ I ປີ 2012). ທ່ານ ນາງ ປະເສີດສັກ ສັງເກດ ເຫັນໄດ້ຢ່າງໄວວາເຖິງປັດໄຈຫລັກ ທີ່ຊຸກຍູ້ຕໍ່ການປ່ຽນແປງອັນພົ້ນເດັ່ນ ເປັນພິເສດນີ້ ເຊິ່ງນັ້ນກໍຄື: ການ ຟື້ນຄືນ ແລະ ສ້າງວິຊາຊີບຜະດຸງ ຄັນໃນ ສປປ ລາວ. ການເດີນທາງ ຂອງວຽກ ການຜະດຸງຄັນ ຂອງ ປະເທດມີປະຫວັດສາດອັນຍາວ ນານ, ເລີ່ມແຕ່ປີ 1924 ໄດ້ມີການ ລິເລີ່ມການສຶກສາຜະດຸງຄັນຊັ້ນຕົ້ນ ຄັ້ງທຳອິດ. ເຖິງຢ່າງໃດກໍຕາມ, ຄວາມຄືບໜ້າດັ່ງກ່າວ ໄດ້ຖືກຢຸດ ສະງັກໄປຫລາຍທົດສະວັດ. ການ ສຶກສາຜະດຸງຄັນໄດ້ຖືກຢຸດຕິເປັນ ເວລາ 23 ປີ ນັບແຕ່ປີ 1990 ຈົນ ເຖິງປີ 2010 ເນື່ອງຈາກການຂາດ ການສະໜອງທຶນ, ເຊິ່ງເຮັດໃຫ້ຜະ ດຸງຄັນໃນທົ່ວປະເທດມີພຽງແຕ່ 100 ຄົນໃນປີ 2008. ການຂາດ ເຂີນບຸກຄະລາກອນຢ່າງຮຸນແຮງນີ້ ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫລວງ ຕໍ່ອັດຕາການຕາຍຂອງແມ່ພາຍໃນ ປະເທດ ໃນໄລຍະນັ້ນ. *** ອ່ານຕໍ່ສະບັບໜ້າ *** * ຫລາຍບົດຜ່ານມາ ໄດ້ນໍາເອົາ ຄໍາສັບຈໍານວນໜ່ຶງ ທີ່ປະກອບມີ ພະຍັນຊະນະແກນຈັດຢູ່ໃນປະເພດ ອັກສອນສູງ ແລະ ຕໍ່າ ທີ່ມີສະຫລະ ຕົວດຽວກັນ, ລວມທັງມີຕົວສະກົດ ຕາຍ ມາທົບທວນນໍາກັນ. ສໍາລັບ ບົດນີ້ ປ່ຽນມານໍາເອົາຄໍາສັບທີ່ມີ ຄົນສົນໃຈ ສອງຄໍາ ທີ່ມີຄວາມ ເຂົ້າໃຈ ແລະ ນໍາໃຊ້ຕ່າງກັນໄປ ນັ້ນ ຄືຄໍາວ່າ ພື້ນບ້ານ ແລະ ພື້ນເມືອງ. ກ່ອນຈະໄປເຖິງຄໍາສັບສອງ ພະຍາງ ທີ່ຍົກຂຶ້ນ, ຂໍນໍາມາທົບ ທວນ ຄໍາວ່າ “ພື້ນ” ສາກ່ອນ. ພື້ນ ເປັນຄໍານາມ, ມີຫລາຍຄວາມໝາຍ ເຊັ່ນ ໝາຍເຖິງ ສິ່ງສໍາລັບຮອງຮັບ ເຊິ່ງມັກຮຽກວ່າ ພື້ນ, ຊັ້ນ, ບ່ອນ ຮາບ ໜ້າພຽງທາງລຸ່ມພື້ນດິນ, ໜ້າ ດິນ, ແຜ່ນດິນ ກໍ່ວ່າ; ນອກນັ້ນ ຍັງ ໝາຍເຖິງ ຕໍານານ, ນິທານ, ໜັງສື ເລື່ອງຕ່າງໆ, ປະຫວັດຄວາມເປັນ ມາຂອງຄົນ ແລະ ປະເທດ. ຄໍາວ່າ “ພື້ນ” ເມື່ອປະກອບກັບ ຄໍາອື່ນ ກາຍເປັນຄໍາສອງພະຍາງ, ສາມພະຍາງ ກໍ່ມີຄວາມໝາຍຕ່າງ ກັນໄປ ເຊັ່ນ ພື້ນຖານ ເປັນຄໍານາມ ໝາຍເຖິງ ຮາກຖານ, ພື້ນທີ່ ເປັນ ຄໍານາມ ໝາຍເຖິງ ຂະໜາດຂອງ ຜິວພື້ນ, ພື້ນຄວາມຮູ້ ເປັນຄໍານາມ ໝາຍເຖິງ ລະດັບຄວາມຮູ້... ບັດນີ້ ມາຮອດຄໍາວ່າ “ພື້ນ ບ້ານ”, ຄໍານີ້ເປັນຄໍາຄຸນນາມໝາຍ ເຖິງ ສະເພາະຖິ່ນ, ມັກໃຊ້ເຂົ້າຄູ່ກັບ ຄໍາ “ພື້ນເມືອງ” ເປັນກຸ່ມຄໍາ ຫລື ວະລີ ເຊັ່ນ ພື້ນບ້ານ ພື້ນເມືອງ. ສ່ວນຄໍາວ່າ“ພື້ນເມືອງ”ເປັນຄໍາ ຄຸນນາມ ໝາຍເຖິງ ສະເພາະເມືອງ, ສະເພາະທ້ອງທີ່ເຊັ່ນຂອງພື້ນເມືອງ, ຄົນພື້ນເມືອງ, ນິທານພື້ນເມືອງ. ປະເດັນທີ່ຕັ້ງຂຶ້ນ ມີການໃຊ້ ຄໍາ ວ່າ “ໄກ່ພື້ນບ້ານ” (ບາງບ່ອນຫຍໍ້ ຄໍາໃຫ້ສັ້ນ ເປັນ ໄກ່ບ້ານ ເຊັ່ນ ປີ້ງ ໄກ່ບ້ານ) ກັບພື້ນເມືອງ ເປັນການ ໂຄສະນາຂາຍ ອັນໃດເໝາະສົມ ຫລື ສອດຄ່ອງ? ປະເດັນຍົກຂຶ້ນ ກໍ່ໃຫ້ ເບິ່ງຄືນຄວາມໝາຍຂອງຄໍາສັບ ທີ່ ມີລັກສະນະສະເພາະ ແລະ ລວມ, ອີກດ້ານ ກໍ່ເບິ່ງຄືນຄໍາທີ່ມີຄວາມ ໝາຍດຽວກັນ ທີ່ເຮົາລຶ້ງໃຊ້ມາດົນ ພໍສົມຄວນແລ້ວນັ້ນ ເຊັ່ນ ໄກ່ປ່າ, ໄກ່ ລາດ, ໄກ່ຕີ, ໄກ່ໂອກ, ໄກ່ງວງ, ໄກ່ ແຈ້...ສ່ວນ ຄໍາ “ໄກ່ພື້ນບ້ານ ແລະ ພື້ນເມືອງ” ອາດໝາຍເຖິງ ພັນໄກ່ ສະເພາະບ້ານ ແລະ ເມືອງ ທີ່ເປັນ ເອກະລັກ? ເຊິ່ງອາດຈະບໍ່ຢາກໃສ່ ຊື່ໂດຍກົງ ດັ່ງ “...ໄກ່ນາປົ່ງ”, “...ໄກ່ເຊໂນ” ທີ່ໄດ້ມີການເອົາຊື່ ຂອງທ້ອງຖິ່ນມາໃສ່ໃຫ້ເຫັນລັກ ສະນະສະເພາະ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ວັນທີ 27-29 ມີນາ ປີ 1991 ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ພັກ ໄດ້ໄຂຂຶ້ນ ແລະ ໄດ້ຫັນແນວ ທາງປ່ຽນແປງໃໝ່ທີ່ກອງປະຊຸມ ໃຫຍ່ ຄັ້ງທີ IV ວາງອອກນັ້ນ ໃຫ້ ເປັນອັນລະອຽດ ແລະ ສົມບູນຕື່ມ. ກອງປະຊຸມໄດ້ເລືອກຕັ້ງຄະນະ ບໍລິຫານງານສູນກາງພັກ ສະໄໝ ທີ V ປະກອບມີ 59 ສະຫາຍ, ໃນ ນັ້ນມີກຳມະການສົມບູນ 55 ສະ ຫາຍ ແລະ ກຳມະການສຳຮອງ 4 ສະຫາຍ. ກອງປະຊຸມໄດ້ຕີລາຄາວ່າ: ຕະ ຫລອດໄລຍະບໍ່ພໍ 10 ປີ ທີ່ປະຕິບັດ ແນວທາງປ່ຽນແປງໃໝ່ຢ່າງຮອບ ດ້ານ, ມີຫລັກການ ແລະ ປະຕິບັດ ແຜນນະໂຍບາຍຕ່າງໆຂອງພັກ ນັ້ນ ປະເທດຊາດຂອງພວກເຮົາໄດ້ ຜ່ານພົ້ນອຸປະສັກ ອັນໃຫຍ່ຫລວງ ທີ່ແສນກັນດານຫລາຍຢ່າງ, ກ້າວ ຂຶ້ນຢ່າງໜັກແໜ້ນສູ່ຄວາມມີສະ ເຖຍລະພາບ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ວັດທະນະທຳ ກໍນັບມື້ ນັບມີຄວາມຈະເລີນກ້າວໜ້າ, ຊີວິດ ການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນບັນດາເຜົ່າ ນັບມື້ນັບດີຂຶ້ນ, ມີຄວາມເຊື່ອໝັ້ນ ແລະ ຕັດສິນໃຈໄປນຳພັກຢ່າງ ສຸດກົກສຸດປາຍ ເຖິງແມ່ນໄລຍະ ດັ່ງກ່າວ ແມ່ນໄລຍະຫົວລ້ຽວຫົວ ຕໍ່ທີ່ສຸດ ຍ້ອນບັນດາປະເທດຈັກ ກະພັດມີທ່າບຸກຢ່າງແຂງແຮງ, ບັນດາປະເທດສັງຄົມນິມຢູ່ເອີຣົບ ຕາເວັນອອກ ແລະ ສະຫະພາບ ໂຊວຽດລົ້ມລະລາຍ, ພາຍໃນປະ ເທດທີ່ເປັນສັດຕູ ກໍສວຍໂອກາດ ໂງຫົວຂຶ້ນ, ສົມທົບຄົນບໍ່ດີຕ່າງໆ ໃຊ້ເລ່ຫລ່ຽມກົນອຸບາຍທຸກຢ່າງໃນ ການຫັນປ່ຽນ ໂດຍສັນຕິ ເປັນຕົ້ນ ແມ່ນບັນຫາປະຊາທິປະໄຕ, ຫລາຍ ພັກຫລາຍເຄົ້າ ບັນຫາສິດທິມະນຸດ ແລະ ອື່ນໆ. ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ (ວັນທີ 18-20 ມີນາ 1996) ໄດ້ໄຈ້ແຍກສະພາບແວດ ລ້ອມສາກົນ ແລະ ສະພາວະຄວາມ ເປັນຈິງຂອງປະເທດຊາດຢ່າງ ເລິກເຊິ່ງ ແລະ ຊີ້ບອກວ່າ ພວກ ເຮົາມີຄວາມສາມາດພຽງພໍ ທີ່ຈະ ສ້າງສາປະເທດຊາດ ໃຫ້ຈະເລີນ ກ້າວໜ້າ ໂດຍຜ່ານແຕ່ລະບາດ ກ້າວອັນແນ່ນອນ. ບົນຈິດໃຈດັ່ງ ກ່າວນັ້ນ ກອງປະຊຸມໃຫຍ່ໄດ້ກຳ ນົດຈຸດໝາຍ ສຳລັບໄລຍະຮອດ ປີ 2020 ຄື: ສູ້ຊົນເຮັດໃຫ້ປະເທດ ຫລຸດພົ້ນຈາກສະພາວະດ້ອຍພັດ ທະນາ, ເສດຖະກິດ-ສັງຄົມ ມີການ ພັດທະນາ ແລະ ໄດ້ມີການຫັນປ່ຽນ ໃໝ່ ດ້ວຍລະດັບຕ່າງກັບສະພາບ ປັດຈຸບັນຄື: ການຜະລິດກະສິກຳ ແລະອຸດສາຫະກຳມີການຂະຫຍາຍ ຕົວ ແລະ ມີບາງດ້ານທັນສະໄໝ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທຳຂອງປະຊາຊົນ ເປັນປົກກະຕິ ແລະ ມີຄຸນນະພາບ ສູງຂຶ້ນ; ພົນລະເມືອງໄດ້ຮັບການ ສຶກສາ ແລະ ການບໍລິການດ້ານ ສາທາລະນະສຸກຢ່າງທົ່ວເຖິງ, ວັດທະນະທຳ ອັນດີງາມຂອງຊາດ ໄດ້ຮັບການປົກປັກຮັກສາ ແລະ ພັດ ທະນາໃຫ້ອຸດົມຮັ່ງມີສາມາດຕອບ ສະໜອງຄວາມຕ້ອງການພື້ນຖານ ຂອງການພັດທະນາປະເທດ; ສັງ ຄົມມີຄວາມສະຫງົບສຸກ, ລະບົບ ການເມືອງປະຊາທິປະໄຕປະຊາ ຊົນ ທີ່ມີພັກເປັນແກນນຳມີຄວາມ ໜັກແໜ້ນ, ເຂັ້ມແຂງ, ປະເທດເຮົາ ມີການພົວພັນຮ່ວມມືອັນກວ້າງ ຂວາງກັບສາກົນ ແລະ ສາມາດ ຂະຫຍາຍຕົວເຈືອຈານເຂົ້າກັບທ່າ ອ່ຽງລວມຂອງຍຸກສະໄໝ. *** ອ່ານຕໍ່ສະບັບໜ້າ ***
RkJQdWJsaXNoZXIy MTc3MTYxMQ==