6062

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/02/2025 xtgmf]k; ປະທານອົງການກວດກາ... ນາຍົກລັດຖະມົນຕີ... ປີທ່ອງທ່ຽວລາວ 2024... ສະຫລຸບການຈັດຕັ້ງ... ຮອງປະທານປະເທດ... ຖອດຖອນບົດຮຽນ... ໂອກາດນີ້, ທ່ານ ອາລຸນໄຊ ສູນ ນະລາດ ໄດ້ລາຍງານຜົນສຳເລັດ ການນຳພາຕົວຈິງໃນແຕ່ລະວຽກ ງານຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ 9I ຂອງພັກ ຕິດພັນ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງທ້າຍສະ ໄໝ, ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ສະໄໝທີ I9 ແລະ ມະຕິກອງປະຊຸມຄົບຄະນະ ບໍລິຫານງານພັກແຂວງສະໄໝທີ VIII ໂດຍສຸມໃສ່ຈັດຕັ້ງປະຕິບັດມະ ຕິຂອງສະພາແຫ່ງຊາດ ຕິດພັນກັບ ມະຕິກອງປະຊຸມສະໄໝສາມັນເທື່ອ ທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II. ນອກຈາກນັ້ນ, ຍັງໄດ້ ສຸມໃສ່ແຜນພັດທະນາເສດຖະກິດສັງຄົມຂອງແຂວງ ໂດຍສະເພາະ ແມ່ນບັນດາຄາດໝາຍທີ່ໄດ້ກຳນົດ ໃນກອງປະຊຸມອົງການປົກຄອງ ແຂວງ ເປີດກວ້າງຄັ້ງທີ I ປີ 2024; ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານ ເສດຖະກິດ, ເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສຸມໃສ່ຈັດຕັ້ງ ປະຕິບັດກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຕິດພັນກັບ 3 ວັນປະຫວັດ ສາດທີ່ສຳຄັນ ແລະ ການກະກຽມ ສ້າງຕາແສງຕາມທິດຊີ້ນຳຂອງ ສູນກາງ. ໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານທີ່ແຂວງຈໍາປາ ສັກ ຍາດມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການນໍາພາຂອງສະຫາຍ ເລຂາພັກແຂວງ ພ້ອມດ້ວຍຄະນະ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ມີຄໍາເຫັນຊີ້ນໍາຫລາຍບັນ ຫາສໍາຄັນ ເພື່ອຊຸກຍູ້ໃຫ້ກຳລັງໃຈ ຕໍ່ການນຳພາຂອງອົງຄະນະພັກ ແຂວງໃນການນຳພາ-ຊີ້ນຳ ແລະ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຢູ່ແຂວງຈຳປາສັກ ໃຫ້ ສືບຕໍ່ກ້າວຂຶ້ນ, ການເມືອງມີສະ ຖຽນລະພາບ, ສັງຄົມມີຄວາມສະ ຫງົບເປັນລະບຽບຮຽບຮ້ອຍ. ຈາກນັ້ນ, ທ່ານຮອງປະທານ ປະເທດ ກໍໄດ້ເຄື່ອນໄຫວຢ້ຽມຢາມ ພື້ນຖານການຜະລິດຂອງປະຊາຊົນ ເພື່ອຊຸກຍູ້ການປະຕິບັດສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຢູ່ພື້ນທີ່ການ ຜະລິດກະກິສຳສວນໝາກບູເບີຣີ ຂອງບໍລິສັດ ຄÏ ອດສະຕຣາເບີຣີ ບ້ານ ຫ້ວຍຊັນ ເມືອງປາກຊ່ອງ, ສວນ ປູກໝາກຖົ່ວລຽນ ແລະ ສິນຄ້າໜຶ່ງ ເມືອງ ໜື່ງຜະລິດຕະພັນແຫ່ງຊາດ, ຢາສະໝຸນໄພລາວທີ່ເມືອງບາຈຽງ ຈະເລີນສຸກ ຕື່ມອີກ. ທັນລະອຽດຄົບຖ້ວນ ແລະ ແທດຕົວ ຈິງ, ກົນໄກການປະສານສົມທົບບໍ່ ທັນໂລ່ງລ່ຽນວ່ອງໄວ, ການແກ້ໄຂ ບັນຫາທີ່ເກີດຂຶ້ນບໍ່ທັນການ, ການ ດຳເນີນກິດຈະກຳຍັງເຮັດບໍ່ທັນຮັກ ກຸມເທົ່າທີ່ຄວນ, ເກີດມີບັນຫາຢາ ເສບຕິດ, ປະກົດການຫຍໍ້ທໍ້ທາງ ສັງຄົມ, ບັນຫາອຸບັດເຫດຕາມທ້ອງ ຖະໜົນ, ບັນຫາໄພສັງຄົມ, ມີການ ສວຍໂອກາດຂອງເຈົ້າໜ້າທີ່ຂອງ ພາກລັດ ແລະ ຜູ້ປະກອບການຈຳ ນວນໜຶ່ງ ແລະ ບັນຫາອື່ນໆທີ່ກະທົບ ການຈັດຕັ້ງປະຕິບັດກິດຈະກຳປີ ທ່ອງທ່ຽວລາວ 2024 ສາມາດ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໄດ້ 8 ລ້ານກວ່າເທື່ອຄົນ ສະຫາຍ ພົນໂທ ວົງຄໍາ ພົມມະ ກອນ ໄດ້ມີຄຳເຫັນວ່າ: ກອງປະຊຸມ ຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນສັງ ເກດ-ຕີລາຄາຄືນການຈັດຕັ້ງປະຕິ ບັດວຽກງານພະລາທິການທົ່ວກອງ ທັບໃນປີຜ່ານມາ, ສາມາດຍົກໃຫ້ ເຫັນວຽກງານທີ່ພົ້ນເດັ່ນ, ຂໍ້ສະ ດວກ, ຂໍ້ຫຍຸ້ງຍາກ ແລະ ມີບາງ ຄໍາເຫັນສະເໜີແລກປ່ຽນຈໍານວນ ໜຶ່ງເພື່ອພ້ອມກັນປັບປຸງແກ້ໄຂ. ພ້ອມນັ້ນ, ໄດ້ຄົ້ນຄວ້າ ແລະ ເປັນ ເອກະພາບຕໍ່ທິດທາງແຜນການ ວຽກງານພະລາທິການປະຈຳປີ ຕໍ່ຊີວິດ ແລະ ຊັບສິນຂອງນັກທ່ອງ ທ່ຽວຫລາຍສົມຄວນ, ທັງໝົດນັ້ນ ໄດ້ຈຳກັດໝາກຜົນ ແລະ ກົດໜ່ວງ ການພັດທະນາຂະແໜງການທ່ອງ ທ່ຽວຢູ່ ສປປ ລາວ ເຊິ່ງຕ້ອງໄດ້ສຸມ ໃສ່ແກ້ໄຂຢ່າງທັນການ. ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນກ່າວເປີດ ກອງປະຊຸມໂດຍທ່ານໄດ້ຍົກໃຫ້ເຫັນ ຜົນສຳເລັດໃນການຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວ 2024 ເຊິ່ງມີຜົນ ສຳເລັດຢ່າງຈົບງາມ. ຜ່ານການ ຈັດຕັ້ງປະຕິບັດບັນດາກິດຈະກໍາໃນ ປີທ່ອງທ່ຽວ 2024 ໃນຂອບເຂດ ທົ່ວປະເທດເຫັນວ່າທຸກກິດຈະກຳທີ່ ກຳນົດໄວ້ໄດ້ດຳເນີນການໄປຕາມ ແຜນ ແລະ ພາຍໃຕ້ບັນຍາກາດເປັນ ຂະບວນການຟົດຟື້ນສາມາດກະຕຸ້ນ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດເຂົ້າມາ ທ່ຽວ ສປປ ລາວ ກໍຄື ເຂົ້າມາໃຊ້ ຈ່າຍຢູ່ພາຍໃນ ສປປ ລາວ ຫລາຍ ຂຶ້ນ, ສາມາດສ້າງລາຍຮັບທີ່ຕິດ ພັນການທ່ອງທ່ຽວຫລາຍຂຶ້ນ. ພ້ອມກັນນີ້, ການເປີດປີທ່ອງທ່ຽວ ຍັງໄດ້ຟື້ນຟູ, ສົ່ງເສີມ, ອະນຸລັກ ແລະ ປົກປັກຮັກສາມໍລະດົກທາງ ດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາໃຫ້ມີ ຄວາມຍືນຍົງຄົງຢູ່ກັບປະຊາຊົນລາວ ບັນດາເຜົ່າຕະຫລອດໄປ; ຂະແໜງ ການທ່ອງທ່ຽວໄດ້ຮັບການຍົກລະດັບ ການພັດທະນາສູງຂຶ້ນອີກບາດກ້າວ ໜຶ່ງ ເພື່ອໃຫ້ສາມາດແຂ່ງຂັນກັບ ພາກພື້ນ ແລະ ສາກົນເທື່ອລະກ້າວ, ເຮັດໃຫ້ຊື່ສຽງຂອງ ສປປ ລາວ ສູງ ຂຶ້ນໃນປະຊາຄົມໂລກ. ພ້ອມນີ້, ທ່ານກິແກ້ວ ໄຂຄຳພິທູນ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກະຊວງ ຖວທ ທີ່ເປັນຂະແໜງ ໃຈກາງໃນການຈັດຕັ້ງປະຕິບັດ ບັນດາກິດຈະກຳປີທ່ອງທ່ຽວລາວ 2024 ໃຫ້ດຳເນີນຢ່າງເປັນຂະ ບວນຟົດຟື້ນທົ່ວປະເທດສາມາດ ຍາດໄດ້ຜົນສຳເລັດຢ່າງຈົບງາມ, ພ້ອມທັງສະແດງຄວາມຊົມເຊີຍ ບັນດາກະຊວງ, ອົງການ, ອຳນາດ ການປົກຄອງທ້ອງຖິ່ນທຸກຂັ້ນຂອງ ບັນດາແຂວງ, ນະຄອນຫລວງທີ່ ໄດ້ຕັ້ງໜ້າປະຕິບັດໜ້າທີ່ຂອງຕົນ ເປັນຢ່າງດີ, ຊຸກຍູ້ປີທ່ອງທ່ຽວລາວ 2024 ຢ່າງແຂງແຮງ ແລະ ສະແດງ ຄວາມຂອບໃຈຕໍ່ທຸກພາກສ່ວນ ເສດຖະກິດ-ສັງຄົມທັງພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນຕະ ຫລອດຮອດປະຊາຊົນລາວບັນດາ ເຜົ່າໃນທົ່ວປະເທດທີ່ໄດ້ປະກອບສ່ວນ ດ້ານວັດຖຸ, ຈິດໃຈ, ກຳລັງວັງຊາທັງ ປະກອບສ່ວນເປັນເຈົ້າພາບທີ່ດີຕ້ອນ ຮັບແຂກບ້ານແຂກເມືອງທີ່ເຂົ້າມາ ທ່ອງທ່ຽວຢູ່ປະເທດເຮົາ, ເຂົ້າຮ່ວມ ການຈັດຕັ້ງປະຕິບັດບັນດາກິດຈະກຳ ປີທ່ອງທ່ຽວລາວ 2024 ທັງນີ້, ໄດ້ ປະກອບສ່ວນເຮັດໃຫ້ປີທ່ອງທ່ຽວ ລາວ 2024 ຈົບລົງດ້ວຍຜົນສຳເລັດ ອັນຈົບງາມທຸກປະການ. ຂ່າວ: ທະນູທອງ; ພາບ: ຂັນໄຊ (ເພີ່ມຂຶ້ນລື່ນຄາດໝາຍຖ້າທຽບໃສ່ ປີ 2023). ໃນນັ້ນ, ນັກທ່ອງທ່ຽວ ພາຍໃນ ມີຈໍານວນ 3.904.483 ເທື່ອຄົນ, ເພີ່ມຂຶ້ນເຖິງ 102% ສາມາດກະຈາຍລາຍຮັບຈາກການ ທ່ອງທ່ຽວໄດ້ເຖິງ 632 ລ້ານກວ່າ ໂດລາສະຫະລັດ; ນັກທ່ອງທ່ຽວ ສາກົນ 4.120.832 ເທື່ອຄົນ, ເພີ່ມຂຶ້ນ 21% ສາມາດກະຈາຍ ລາຍຮັບໄດ້ເຖິງ 1,1 ຕື້ກວ່າໂດລາ ສະຫະລັດ. ການເປີດປີທ່ອງທ່ຽວລາວ 2024 ເປັນໂອກາດທີ່ດີໃນການ ປັບປຸງຄຸນນະພາບການບໍລິການ ຂອງທຸລະກິດການທ່ອງທ່ຽວ ແລະ ຂະແໜງການບໍລິການທີ່ປິ່ນ ອ້ອມ, ຫລາຍຫົວໜ່ວຍທຸລະກິດ ໄດ້ຮັບການປະເມີນ ແລະ ຢັ້ງຢືນ ມາດຕະຖານການທ່ອງທ່ຽວອາ ຊຽນ. ພ້ອມນີ້, ການທ່ອງທ່ຽວ ໄດ້ປະກອບສ່ວນສໍາຄັນໃຫ້ແກ່ ການສ້າງວຽກເຮັດງານທຳໃຫ້ ສັງຄົມ, ສ້າງລາຍຮັບຊຸກຍູ້ໃຫ້ ບັນດາຜູ້ປະກອບການທຸລະກິດ ທ່ອງທ່ຽວ, ທຸລະກິດປິ່ນອ້ອມ ແລະ ການຜະລິດກະສິກຳ, ຫັດຖະກຳ ໃຫ້ກາຍເປັນສິນຄ້າສະໜອງໃຫ້ ແກ່ນັກທ່ອງທ່ຽວ, ເພີ່ມທະວີການ ຮ່ວມມື ແລະ ການມີສ່ວນຮ່ວມ ຂອງປະຊາຊົນລາວບັນດາເຜົ່າໃນ ການປົກປັກຮັກສາຊັບພະຍາກອນ ທ່ອງທ່ຽວໃຫ້ມີຄວາມຍືນຍົງ ໂດຍ ສະເພາະການສົ່ງເສີມການທ່ອງ ທ່ຽວທາງດ້ານວັດທະນະທຳ, ທຳ ມະຊາດ, ປະຫວັດສາດ ແລະ ກະ ສິກໍາເຮັດໃຫ້ວຽກງານທ່ອງທ່ຽວ ໄດ້ກາຍເປັນວຽກງານລວມຂອງ ທຸກຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດຢ່າງແທ້ຈິງ. ທ່ານ ນາງ ສວນສະຫວັນ ວິຍະ ເກດ ຍັງໃຫ້ຮູ້ອີກວ່າ: ປີທ່ອງທ່ຽວ ລາວ 2024 ຈັດຂຶ້ນພາຍໃຕ້ຄໍາ ຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ປະກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກ ເປັນ 2 ລະດັບ ຄື: ກິດຈະກໍາລະດັບ ຊາດ 14 ກິດຈະກໍາ ສາມາດຈັດຕັ້ງ ປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດ ຈະກໍາສາມາດຈັດຕັ້ງປະຕິບັດໄດ້ 98.5%. ຕະຫລອດປີ 2024 ໄດ້ ມີການຈັດກິດຈະກໍາສົ່ງເສີມການ ທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຄຶກ ຄື້ນໃນທົ່ວປະເທດ, ຢູ່ບັນດາແຂວງ ກໍໄດ້ສ້າງກິດຈະກຳທ່ອງທ່ຽວ ພາຍໃນແຂວງຕະຫລອດຮອດຂັ້ນ ເມືອງຕາມສະພາບທ່າແຮງດ້ານ ການທ່ອງທ່ຽວຂອງຕົນຢ່າງເປັນ ຂະບວນຟົດຟື້ນ. ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ລັດຖະບານໄດ້ໃຫ້ຄວາມ ສໍາຄັນເປັນພິເສດໂດຍໄດ້ສະໜອງ ດ້ານງົບປະມານຈຳນວນໜຶ່ງ ເພື່ອ ຈັດຕັ້ງປະຕິບັດບັນດາກິດຈະກຳ ທ່ອງທ່ຽວຕ່າງໆ ແລະ ກຳນົດນະ ໂຍບາຍວີຊາຈຳນວນໜຶ່ງ ເພື່ອ ດຶງດູດນັກທ່ອງທ່ຽວຈາກທົ່ວໂລກ ໂດຍສະເພາະຍົກເວັ້ນວີຊາໃຫ້ນັກ ທ່ອງທ່ຽວຈີນທີ່ມາເປັນກຸ່ມ ໂດຍ ຜ່ານການບໍລິການຂອງບໍລິສັດນໍາ ທ່ຽວຢູ່ ສປປ ລາວ. ນອກຈາກນີ້, ເພື່ອເປັນການ ຊຸກຍູ້, ໂຄສະນາ ແລະ ສົ່ງເສີມ ການທ່ອງທ່ຽວລາວ ໃຫ້ມີຄວາມ ຟົດຟື້ນ ແລະ ເປັນທີ່ຮູ້ຈັກຢ່າງ ກວ້າງຂວາງໄດ້ຈັດໃຫ້ມີກິດຈະ ກໍາອື່ນໆຕື່ມອີກຢູ່ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການຈັດງານ ວັນລາວທີ່ປະເທດຍີ່ປຸ່ນ, ການ ເຂົ້າຮ່ວມງານວາງສະແດງສາກົນພາກພື້ນ ແລະ ການຈັດສຳມະນາ ພົບປະລະຫວ່າງຫົວໜ່ວຍທຸລະກິດ ໃນຂະແໜງການທ່ອງທ່ຽວ ຢູ່ ສສ ຫວຽດນາມ, ກຳປູເຈຍ, ປະເທດ ໄທ ແລະ ກິດຈະກຳອື່ນໆ ທີ່ຕ່າງ ປະເທດແນໃສ່ການເຂົ້າເຖິງກຸ່ມ ເປົ້າໝາຍຕະຫລາດ ໂດຍໂຄສະນາ ຜ່ານສື່ສິ່ງພິມ ແລະ ສ້າງວິດິໂອ ໂຄສະນາຜ່ານຊ່ອງສື່ສັງຄົມອອນ ລາຍຕ່າງໆທັງພາຍໃນ ແລະ ຕ່າງ ປະເທດ. ສຳລັບທິດທາງແຜນການປີ 2025 ກະຊວງ ຖວທ ຈະສຸມໃສ່ ປັບປຸງເສັ້ນທາງເຂົ້າເຖິງສະຖານ ທີ່ທ່ອງທ່ຽວບຸລິມະສິດ ແລະ ສິ່ງ ອໍານວຍຄວາມສະດວກດ້ານການ ທ່ອງທ່ຽວ, ການຄົມມະນາຄົມ ຂົນສົ່ງນັກທ່ອງທ່ຽວ ໃຫ້ມີຄວາມ ສະດວກ, ປອດໄພ, ປະທັບໃຈ ແລະ ໄດ້ມາດຕະຖານ; ຊຸກຍູ້ຜູ້ພັດທະ ນາສະຖານທີ່ທ່ອງທ່ຽວ, ປັບປຸງ ກິດຈະກຳການທ່ອງທ່ຽວ ແລະ ການບໍລິການໃຫ້ມີຄວາມຫລາ ກຫລາຍໂດຍການມີສ່ວນຮ່ວມ ຂອງຊຸມຊົນທ້ອງຖິ່ນ ແລະ ພາກ ເອກະຊົນຜູ້ທີ່ມີບົດຮຽນ ແລະ ປະ ສົບການ; ສຸມໃສ່ປັບປຸງການບໍລິ ຫານ-ຄຸ້ມຄອງບັນດາເມືອງທ່ອງ ທ່ຽວທີ່ເປັນແມ່ເຫລັກດຶງດູດນັກ ທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃຫ້ໄດ້ມາດຕະຖານຂອງ ສປປ ລາວ ແລະ ມາດຕະຖານສາກົນ; ສືບຕໍ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການຂອງ ຫົວໜ່ວຍທຸລະກິດການທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ໂດຍ ສຸມໃສ່ການປະເມີນ ແລະ ຢັ້ງຢືນ ມາດຕະຖານການທ່ອງທ່ຽວອາ ຊຽນ ແລະ ມາດຕະຖານການທ່ອງ ທ່ຽວຂອງ ສປປ ລາວ ຮັບປະກັນ ສ້າງຄວາມປະທັບໃຈ ແລະ ມີຄວາມ ປອດໄພໃຫ້ແກ່ນັກທ່ອງທ່ຽວ; ສືບ ຕໍ່ໂຄສະນາການທ່ອງທ່ຽວຜ່ານສື່ ຕ່າງໆຮັບປະກັນຂໍ້ມູນຂ່າວສານ ການທ່ອງທ່ຽວທີ່ຖືກຕ້ອງ, ຊັັດ ເຈນ, ວ່ອງໄວ ແລະ ນຳໃຊ້ເຄື່ອງມື ທີ່ທັນສະໄໝ ເພື່ອໃຫ້ເຂົ້າເຖິງກຸ່ມ ຕະຫລາດເປົ້າໝາຍການທ່ອງທ່ຽວ ຢ່າງກວ້າງຂວາງ; ສືບຕໍ່ປະສານ ສົມທົບກັບພາກທຸລະກິດ ເພື່ອຈັດກິດ ຈະກໍາ ສ້າງຈິດສຳນຶກໃນວຽກງານ ການທ່ອງທ່ຽວ ແລະ ການສ້າງກິດ ຈະກຳສົ່ງເສີມການທ່ອງທ່ຽວໃຫ້ ເປັນຂະບວນຟົດຟື້ນ ໂດຍຕິດພັນກັບ ງານເທສະການ ແລະ ບຸນປະເພນີ ປະຈໍາຊາດ, ປະຈໍາທ້ອງຖິ່ນເພື່ອ ຈັດເຂົ້າໃນປະຕິທິນການທ່ອງທ່ຽວ ລາວ ປະຈໍາປີ 2025. ຂ່າວ: ທະນູທອງ; ພາບ: ຂັນໄຊ ລັດຖະທໍາມະນູນ, ບັນດາກົດໝາຍ, ດໍາລັດ, ຂໍ້ກໍານົດ ແລະ ລະບຽບ ການຕ່າງໆຂອງລັດ ລວມທັງຂອງ ຂະແໜງການ ແລະ ທ້ອງຖິ່ນວາງ ອອກ, ສຸມໃສ່ຕິດຕາມ-ກວດກາ ການຄຸ້ມຄອງ-ນໍາໃຊ້ຊັບສິນຂອງ ລັດ ແລະ ຊັບພະຍາກອນຂອງຊາດ ເຊັ່ນ: ທີ່ດິນ, ແຮ່ທາດ, ໄມ້-ປ່າໄມ້, ການຄຸ້ມຄອງງົບປະມານ ແລະ ຄັງ ເງິນ, ກອງທຶນຕ່າງໆຂອງລັດ, ການ ປະຕິບັດນະໂຍບາຍປະຢັດຂອງລັດ ແລະ ອື່ນໆ. ພ້ອມນັ້ນ, ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມກວດກາບັນດາໂຄງການ ລົງທຶນຂອງລັດ ເລີ່ມແຕ່ຫົວທີໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ ຂປລ. ໃນຕອນບ່າຍວັນທີ 5 ກຸມພາ 2025 ຢູ່ສຳນັກງານນາຍົກ ລັດຖະມົນຕີ, ທ່ານ ສອນໄຊ ສີພັນ ດອນ ນາຍົກລັດຖະມົນຕີ ໄດ້ໃຫ້ ກຽດຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງຄະນະຜູ້ແທນກອງປະຊຸມ ໂຕະມົນ ປະຈຳປີ 2024 ນຳພາ ຄະນະໂດຍທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເພື່ອລາຍງານ ໂດຍສັງເຂບຜົນສຳເລັດກອງປະຊຸມ ໂຕະມົນປະຈໍາປີ 2024 ໃຫ້ທ່ານ ນາຍົກລັດຖະມົນຕີ ໃນນາມເປັນ ປະທານຄະນະຊີ້ນໍາລະດັບຊາດເພື່ອ ຂະບວນການໂຕະມົນຊາບ ແລະ ມີທິດຊີ້ນໍາເພື່ອເປັນແນວທາງໃນ ການຈັດຕັ້ງປະຕິບັດວຽກງານ ຂະບວນການໂຕະມົນໃຫ້ບັນດາ ກະຊວງ, ຂະແໜງການ ແລະ ຄູ່ຮ່ວມ ພັດທະນານໍາໄປຈັດຕັ້ງປະຕິບັດ ຕາມພາລະບົດບາດຂອງຕົນ ກໍຄື ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໂອກາດນີ້, ທ່ານ ສອນໄຊ ສີພັນ ດອນ ກໍໄດ້ໃຫ້ທິດຊີ້ນຳວ່າ: ການ ຈັດກອງປະຊຸມໂຕະມົນແຕ່ລະຄັ້ງ ແມ່ນມີຄວາມໝາຍຄວາມສໍາຄັນ ຫລາຍຕໍ່ ສປປ ລາວ. ສໍາລັບກອງ ປະຊຸມໂຕະມົນປະຈຳປີ 2024 ໃນ ຄັ້ງນີ້ຖືເປັນໂອກາດດີໃຫ້ແກ່ພວກ ເຮົາໄດ້ປຶກສາຫາລືກ່ຽວກັບຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ສຳລັບ ປີ 2024, ທິດທາງແຜນການປີ 2025 ແລະ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030), ບົດ ລາຍງານຄວາມຄືບໜ້າກ່ຽວກັບ ການກະກຽມຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ແລະ ຜົນການເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍອະ ນາຄົດທີ່ສຳນັກງານຂ້າຫລວງໃຫຍ່ ອົງການສະຫະປະຊາຊາດ, ນະ ຄອນນີວຢອກ ປະເທດສະຫະລັດ ອາເມລິກາ, ຜົນສຳເລັດຂອງການ ປຶກສາຫາລືຂອງກຸ່ມສົນທະນາ 2 ຫົວຂໍ້ສຳຄັນໃນການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ, ການ ເງິນ ແລະ ການພັດທະນາດ້ານຊັບ ພະຍາກອນມະນຸດຂອງ ສປປ ລາວ ແລະ ລາຍງານການຮ່ວມມືເພື່ອ ການພັດທະນາ (ຜົນການສໍາຫລວດ ຮອບ 4 ຂອງການເປັນຄູ່ຮ່ວມເພື່ອ ການຮ່ວມມືເພື່ອການພັດທະນາທີ່ມີ ປະສິດທິຜົນ ແລະ ຜົນການທົບທວນ ແຜນດໍາເນີນງານຖະແຫລງການ ວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິ ຜົນ), ເຖິງວ່າ ສປປ ລາວ ຜະເຊີນ ກັບຄວາມຫຍຸ້ງຍາກປານໃດກໍຕາມ ແຕ່ບັນດາປະເທດເພື່ອນມິດ, ຄູ່ຮ່ວມ ພັດທະນາຍັງຮັກສາຄໍາໝັ້ນສັນຍາທີ່ ຈະສຶບຕໍ່ສະໜັບສະໜູນຊ່ວຍເຫລືອ ລັດຖະບານ ສປປ ລາວ ເພື່ອປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຕ່ລະໄລຍະໂດຍລວມ ແມ່ນມີທ່າອ່ຽງທີ່ດີຂຶ້ນ. ຂໍ້ມູນ-ພາບ: ກົມປະຊາສໍາພັນ ຫສນຍ ຍິ່ງຂຶ້ນກວ່າເກົ່າ ເພື່ອອັດຊ່ອງວ່າງ ທີ່ຈະນຳໄປເຖິງການລະເມີດ ແລະ ແກ້ໄຂຕໍ່ຜູ້ລະເມີດຕາມກົດໝາຍ; ໃຫ້ ຄະນະພັກທຸກຂັ້ນສືບຕໍ່ນໍາພາ-ຊີ້ນໍາ ເອົາໃຈໃສ່ຕິດຕາມ-ກວດກາການ ຈັດຕັ້ງປະຕິບັດບັນດາຄາດໝາຍ ສູ້ຊົນມະຕິກອງປະຊຸມໃຫຍ່ ຄັ້ງທີ 9I ຂອງພັກ, ມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ກໍຄື 2 ວາລະແຫ່ງຊາດ ແລະ ມະຕິ ກອງປະຊຸມໃຫຍ່ຂອງອົງຄະນະພັກ ຂັ້ນຕົນໃນທ້າຍສະໄໝຂອງກອງ ປະຊຸມໃຫຍ່ໃຫ້ຮັບປະກັນເນື້ອໃນ ຈິດໃຈທີ່ກໍານົດໄວ້ໃນມະຕິກອງ ປະຊຸມໃຫຍ່; ສືບຕໍ່ຈັດຕັ້ງປະຕິບັດ ເນື້ອໃນກອງປະຊຸມວຽກງານ ກວດກາທົ່ວປະເທດ ຄັ້ງທີ IV ໃຫ້ ສອດຄ່ອງກັບບັນດາມະຕິ, ຄຳສັ່ງ ຂອງສູນກາງພັກ, ນໍາເອົາເນື້ອໃນ ກອງປະຊຸມກວດກາທົ່ວປະເທດ ໃນຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນ ຂະບວນການວຽກງານຕົວຈິງຢ່າງ ແຂງແຮງ, ບັນດາຄະນະກວດກາ ກະຊວງ-ອົງການ ແລະ ແຂວງນະຄອນຫລວງວຽງຈັນ ຕ້ອງຮີບ ຮ້ອນປຶກສາຫາລື ແລະ ຫັນເປັນ ແຜນການເຄື່ອນໄຫວປະຕິບັດໃຫ້ ລະອຽດຈະແຈ້ງ ໂດຍຕິດພັນກັບ ການແກ້ໄຂບັນຫາຕົວຈິງທີ່ຍັງຄົງ ຄ້າງຜ່ານມ ກໍຄື ບັນຫາທີ່ເກີດຂຶ້ນໃນ ແຕ່ລະໄລຍະຂອງການເຄື່ອນໄຫວ ນຳພາ-ຊີ້ນຳ ໂດຍປະຕິບັດຕາມ ຈິດໃຈເຮັດຮອດໃສກວດກາຮອດ ຫັ້ນ, ເຫັນການລະເມີດຢູ່ບ່ອນໃດກໍ ແກ້ໄຂໃຫ້ເດັດຂາດທັນການ, ບໍ່ປະ ໃຫ້ຄຸມເຄືອແກ່ຍາວ. ນອກຈາກນັ້ນ, ໃຫ້ເອົາໃຈໃສ່ ປັບປຸງກົງຈັກການຈັດຕັ້ງຄະນະ ກວດກາແຕ່ລະຂັ້ນໃຫ້ໜັກແໜ້ນ, ເຂັ້ມແຂງ ໂດຍປັບປຸງພາລະບົດ ບາດ, ບູລະນະກົງຈັກການຈັດຕັ້ງ, ສັບຊ້ອນ ແລະ ຍົກລະດັບບຸກຄະ ລາກອນແຕ່ລະຕໍາແໜ່ງງານໃຫ້ຈະ ແຈ້ງຕາມຄໍາແນະນໍາຂອງຄະນະ ກວດກາສູນກາງພັກ ສະບັບເລກທີ 379 ແລະ ກົດໝາຍວ່າດ້ວຍການ ກວດກາລັດ ສົມທົບການກໍ່ສ້າງ-ຝຶກ ອົບຮົມຕາມຫລັກສູດ ແລະ ການຈັດ ຕັ້ງສໍາມະນາຖອດບົດຮຽນຈາກພຶດ ຕິກໍາຕົວຈິງ, ພ້ອມນັ້ນ ຕ້ອງເອົາໃຈ ໃສ່ສຶກສາອົບຮົມການເມືອງ, ນຳພາ ແນວຄິດຕິດພັນກັບການຄຸ້ມຄອງ ການເຄື່ອນໄຫວປະຕິບັດໜ້າທີ່ຂອງ ພະນັກງານ ເພື່ອຮັບປະກັນຄວາມ ໂປ່ງໃສໃນການເຄື່ອນໄຫວສະກັດ ກັ້ນແລະ ແກ້ໄຂປະກົດການຫຍໍ້ທໍ້ໃນ ຖັນແຖວພະນັກງານກວດກາ ເມື່ອມີ ບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນ ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນຕ້ອງເປັນເຈົ້າການກວດ ກາແກ້ໄຂຢ່າງທັນການ ແລະ ຂາດ ຕົວ ແລະ ບໍ່ລໍຖ້າ ຫລື ເອື່ອຍອີງຂັ້ນ ເທິງອີກ. ຂ່າວ: ກິດຕາ; ຂໍ້ມູນ: ວສລ 2025 ເຊິ່ງປີຜ່ານມາ, ຄະນະນໍາ ກະຊວງປ້ອງກັນປະເທດໄດ້ຊີ້ນໍາຕິດຕາມຢ່າງຈົດຈໍ່ຕໍ່ໝາກຜົນແຫ່ງ ການຈັດຕັ້ງປະຕິບັດ, ຄາດໝາຍສູ້ ຊົນຂອງບັນດາກົມກອງ-ທ້ອງຖິ່ນ ໃນທົ່ວປະເທດ, ເຖິງວ່າສະພາບ ແວດລ້ອມ, ເສດຖະກິດ-ການເງິນ ຂອງຊາດພົບຄວາມຫຍຸ້ງຍາກ, ສິ່ງທົດສອບທ້າທາຍກໍຕາມ, ແຕ່ ຍ້ອນແນວທາງນະໂຍບາຍອັນຖືກ ຕ້ອງຂອງພັກ-ລັດ, ຍ້ອນຄວາມ ຮັບຜິດຊອບອັນສູງສົ່ງໃນການຊີ້ ນໍາ-ນໍາພາຂອງຄະນະກົມໃຫຍ່ພະ ລາທິການ, ຄະນະພັກ-ຄະນະບັນຊາ ຂອງບັນດາກົມກອງກຳລັງຫລວງທ້ອງຖິ່ນ ໂດຍສະເພາະພະນັກງານນັກຮົບເຫລົ່າຮົບພະລາທິການທົ່ວ ກອງທັບຍາດໄດ້ຜົນງານຫລາຍ ດ້ານ. ສິ່ງສໍາຄັນແມ່ນພວກເຮົາຮັບ ປະກັນໃຫ້ປະເທດຊາດມີຄວາມສະ ຫງົບປອດໄພ, ສ້າງເງື່ອນໄຂໃນ ການດໍາເນີນກອງປະຊຸມອາຊຽນ ແລະ ການພັດທະນາປະເທດຊາດ. ພ້ອມນີ້, ສະຫາຍຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ຍັງ ໄດ້ເນັ້ນໜັກວຽກງານທີ່ຈະສຸມໃສ່ ຈັດຕັ້ງປະຕິບັດໃນປີ 2025 ເປັນ ຕົ້ນຕ້ອງຮັກສາຄວາມສາມັກຄີເປັນ ເອກະພາບ, ປະຕິບັດແບບແຜນວີທີ ເຮັດວຽກຕາມຫລັກການລວມສູນ ປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ຢ່າງຈະແຈ້ງ; ພ້ອມກັນຮໍ່າຮຽນ ນໍາວຽກຕົວຈິງ, ຮຽນນໍາໝູ່ຄະນະ, ຮຽນນໍາມະຫາຊົນ, ຈິງໃຈຕຳນິສົ່ງ ຂ່າວຊ່ວຍເຫລືອ, ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ, ຕ້ານທັດສະນະ ແນວຄິດໃນຕົວ, ໂຍນຄວາມຜິດໃຫ້ ຄົນອື່ນ; ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕ້ອງຕັ້ງໜ້າເປັນເຈົ້າການ ນໍາພາ-ຊີ້ນໍາການຄຸ້ມຄອງ, ປົກ ປັກຮັກສາ ແລະ ນໍາໃຊ້ພາຫະນະ, ວັດຖຸ, ເງິນຄໍາ, ເຄື່ອງນຸ່ງຫົ່ມຕາມ ລະບອບອັດຕາທີ່ຂັ້ນເທິງກຳນົດ, ຄຸ້ມຄອງ-ນໍາໃຊ້ຕົວເລກງົບປະມານ ທີ່ໄດ້ແບ່ງປັນໃຫ້ແໜ້ນໜາຮັດ ກຸມ, ນໍາໃຊ້ຖືກຮ່ວງ, ຖືກເປົ້າໝາຍ ແລະ ຖືເອົາການປະຢັດເປັນສໍາຄັນ, ເອົາໃຈໃສ່ ຊຸກຍູ້ຂະບວນການຜະລິດ ແກ້ໄຂຊີວິດການເປັນຢູ່ຂອງກົມ ກອງໃຫ້ເປັນຂະບວນຟົດຟື້ນ ແລະ ແຂງແຮງ. ໃນນັ້ນ, ສຸມໃສ່ການປູກການລ້ຽງຕາມລະດູການ, ຕາມຈຸດ ພິເສດພູມສັນຖານ, ສະພາບດີນຟ້າ ອາກາດຂອງທ້ອງຖິ່ນ, ຜະລິດໃຫ້ ກາຍເປັນສີນຄ້າ ເພື່ອສ້າງແຫລ່ງ ລາຍຮັບ, ເປັນທ່າແຮງສະໜອງພະ ລາທິການກັບທີ່ ເພື່ອແກ້ໄຂຊີວິດ ປະຈຳວັນ ແລະ ມີສ່ວນແຮ່ສໍາຮອງ ໄວ້ໃນກົມກອງ; ເອົາໃຈໃສ່ປັບປຸງ ກໍ່ສ້າງພະນັກງານວິຊາສະເພາະ ພະລາທິການ, ທາງດ້ານຈຳນວນ ແລະ ຄຸນນະພາບເປັນຕົ້ນການສຶກສາ ອົບຮົມທາງດ້ານທັດສະນະການ ເມືອງ, ທັດສະນະຮັບໃຊ້, ຄຸນສົມບັດ, ຄວາມຮູ້, ຄວາມສາມາດ, ຄວາມ ຊື່ສັດບໍລິສຸດ, ຄວາມໂປ່ງໃສ, ຄວາມ ຮັບຜິດຊອບ ແລະ ແບບແຜນວິທີເຮັດ ວຽກ; ສ້າງໃຫ້ໄດ້ພະນັກງານສາມ ຮຸ່ນ ເພື່ອສືບທອດປ່ຽນແທນຢ່າງ ຕໍ່ເນື່ອງ, ນໍາໃຊ້ພະນັກງານວິຊາການ ໃຫ້ຖືກຕ້ອງຕາມຄວາມຮູ້ຄວາມ ສາມາດ ແລະ ຖືກຕາມຂະແໜງ ວິຊາສະເພາະທີໄດ້ຮຽນມາເພື່ອຮັບ ປະກັນໃຫ້ແກ່ການປະຕິບັດໜ້າທີ່ຮັບ ປະກັນການລ້ຽງດູທັບ, ສ້າງປະຖົມ ປັດໄຈໃຫ້ແກ່ການປັບປຸງກໍ່ສ້າງ ເຫລົ່າຮົບພະລາທິການກ້າວຂຶ້ນສູ່ ແບບແຜນທັນສະໄໝ. ຂ່າວ-ພາບ: ຄຳອ້າຍ ທອງວັນ

RkJQdWJsaXNoZXIy MTc3MTYxMQ==