6061

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ບົດ-ພາບ: ວຽງສະຫວັນ g8a doy ddko]h P'dq [ ຮຽບຮຽງໂດຍ: ແສງສະຫວັນ xtgmf]k; 6 05/02/2025 glf4tdy f{la '7q , xu 2 0 2 4 oa dmj v'mj P;g0Q k,kmj P;-q , c0;'7e,j ;o 8 5 2 . 0 0 0 d;j k7q o ກົບທີ່ບໍລິໂພກສ່ວນຫລາຍໄດ້ ມາຈາກທຳມະຊາດຕາມທົ່ງໄຮ່ ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ ເໜືອຮອດໃຕ້, ໃນໄລຍະລະດູຝົນ ຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ ຕາມທຳມະຊາດນັບມື້ຫລຸດໜ້ອຍ ຖອຍລົງ, ເນື່ອງຈາກວ່າສັງຄົມ ນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນ ສະໄໝກວ່າແຕ່ກ່ອນ. ສະນັ້ນ ຖ້າ ເຮົາບໍ່ມີການລ້ຽງ ໃນຕໍ່ໜ້າກົບກໍ ຈະຂາດຕະຫລາດຫາຊື້ກິນຍາກ. ການລ້ຽງກົບນອກຈາກຈະເປັນ ອາຫານໃຫ້ແກ່ຄອບຄົວແລ້ວ, ຍັງ ເປັນສິນຄ້າຂາຍສ້າງລາຍໄດ້ໃຫ້ ແກ່ຄອບຄົວ ຫລື ເປັນອາຊີບເສີມກໍ ໄດ້. ດ່ັງນັ້ນຄໍລຳສຶກສາຫາຄວາມຮູ້ ມື້ນີ້ຈະນຳສະເໜີເຕັກນິກການລ້ຽງ ກົບ ມາແລກປ່ຽນນຳທ່ານຜູ້ອ່ານ. ສະຖານທີ່ໆເໝາະສົມລ້ຽງກົບ: ໃກ້ແຫລ່ງນ້ຳທີ່ສະອາດສຳລັບ ການປ່ຽນຖ່າຍນ້ຳ; ໃກ້ເຮືອນເພື່ອ ສະດວກໃນການເບິ່ງແຍງຮັກສາ, ຫ່າງຈາກຊຸມຊົນທີ່ມີສຽງເນືອງນັນ ຫລື ສຽງລົດແລ່ນໄປມາເລື້້ອຍໆ, ກົບຈະລີ້ຢູ່ຕະຫລອດ ແລະ ບໍ່ກິນ ອາຫານດີ; ເປັນບ່ອນຮາບພຽງ ສາມາດສ້າງບ່ອນລ້ຽງໄດ້; ມີ ແຫລ່ງອາຫານພຽງພໍ ແລະ ອຸນ ຫະພູມທີ່ເໝາະສົມປະມານ 24-32 ອົງສາເຊ. ບ່ອນລ້ຽງ: ແມ່ນອີງຕາມສະ ພາບຂອງຜູ້ລ້ຽງ ແລະ ພື້ນທີ່ທີ່ ເໝາະສົມ ເຊັ່ນ: ລ້ຽງໃສ່ອ່າງຊີມັງ, ລ້ຽງໃສ່ກະຊັງ, ລ້ຽງໃສ່ໜອງ, ລ້ຽງໃສ່ກະໂປະໝາກພ້າວ, ລ້ຽງ ໃສ່ຕີນລົດ...ແຕ່ບໍ່ຄວນໃຫ້ມີສິ່ງ ກັ້ງບັງແສງແດດເຊັ່ນ: ຮົ່ມໄມ້ ໂດຍ ສະເພາະຕົ້ນໄມ້ທີ່ເປັນນ້ຳມັນ ຫລື ຕົ້ນຂາມ... ລ້ຽງໃສ່ອ່າງຊີມັງ: ອ່າງຂະ ໜາດ 2-8 ຕາແມັດ, ສູງ 1-1,2 ແມັດ, ພື້ນອ່າງຕ້ອງພຽງ, ລຽບດີ ແລະ ລາດອ່າງຫາບ່ອນລະບາຍ ນ້ຳພໍເລັກນ້ອຍ, ພື້ນ ແລະ ຝາທາງ ໃນຕ້ອງຂັດໃຫ້ລະອຽດດີ, ມີລະ ບົບນ້ຳເຂົ້າອອກ, ເທິງອ່າງເອົາ ຕາໜ່າງຫ່າງປົກ ເພື່ອປ້ອງກັນ ສັດຕູກົບ ໃນອ່າງຊີມັງສາມາດ ລ້ຽງໄດ້ອັດຕາສ່ວນ 50-100 ໂຕ/ ຕາແມັດ. ລ້ຽງໃສ່ອ່າງກະຊັງ: ກະຊັງ ຂະໜາດ 2Y2 ແມັດຂຶ້ນໄປ, ຄວນ ເລິກປະມານ 1-1,5 ແມັດ, ກາງ ກະຊັງໃສ່ໜອງໃຫ້ເຄັ່ງດີ ແລະ ບ່ອນແຈມູມກະຊັງຄວນຫຍິບລັດ ໄວ້ບໍ່ໃຫ້ກົບອອກ, ເອົາສະໂນສອດ ໃສ່ພື້ນກະຊັງ ຫລື ສານແຕະໃສ່ໃຫ້ ກົບຂຶ້ນງອຍ, ໜອງທີ່ກາງກະຊັງ ລ້ຽງກົບຄວນປ່ອຍປາປາກ, ປາ ໄນ, ປານິນ ເພື່ອກິນຂີ້ກົບທີ່ຄ້າງ ໃນພື້ນກະຊັງ. ການລ້ຽງກົບໃນກະ ຊັງສາມາດລ້ຽງໄດ້ 50-70 ໂຕ/ ຕາແມັດ. ລ້ຽງໃສ່ໜອງ: ເຮັດໜອງຂະ ໜາດ 4Y4 ແມັດ, ເລິກ 30 ຊັງ ຕີແມັດ, ລ້ອມຮອບໜອງດ້ວຍແພ ແຍ່ງ, ສັງກະສີເກົ່າ ຫລື ແຕະໄມ້ ທີ່ສານຖີ່, ໃນໜອງໃສ່ຜັກຕົບ, ຜັກ ບົ້ງ, ຖ້າໜອງຫາກບໍ່ສາມາດຮັກ ສານ້ຳໄດ້ ກໍ່ໃຊ້ຜ້າຢາງໜາປູພື້ນ. ການເບິ່ງແຍງຮັກສາກົບລ້ຽງ ໃນສະພາບອາກາດປົກກະຕິ: ນອກ ຈາກຈະເອົາໃຈໃສ່ໃນເລື່ອງອາ ຫານ, ການຮັກສາອະນາໄມອ່າງ ແລ້ວຕ້ອງຄຳນຶງເຖິງຄວາມສະ ອາດ ໂດຍສະເພາະໃນອ່າງຊີມັງ ຫລື ໃນແທ່ງສ້າງ ຕ້ອງມີການອະ ນາໄມປ່ຽນຖ່າຍນ້ຳບາງຄັ້ງ, ຖ້າ ບ່ອນອາໄສກົບສະອາດຈະເຮັດໃຫ້ ກົບຈະເລີນເຕີບໂຕໄວ ຊ່ວຍຫລຸດອັດ ຕາການເປັນພະຍາດ, ກົບເປັນສັດ ທີ່ຕື່ີນຕົກໃຈງ່າຍ ເມື່ອເກີດການຕົກ ໃຈກົບຈະຊÐ ອກ ແລະ ຕາຍໄດ້. ສະ ນັ້ນເວລາອະນາໄມອ່າງຄວນລະ ມັດລະວັງບໍ່ໃຫ້ກົບຕົກໃຈຫລາຍ. ການເບິ່ງແຍງກົບໃນອາກາດ ເຢັນ: ອາກາດເຢັນແມ່ນມີຜົນກະ ທົບຫລາຍຕໍ່ກົບລ້ຽງ ເນ່ຶອງຈາກ ກົບບໍ່ສາມາດປັບອຸນຫະພູມຮ່າງ ກາຍໃຫ້ປົກກະຕິໄດ້, ຖ້າຫາກກົບ ບໍ່ມີສຸຂະພາບແຂງແຮງ ແລະ ບໍ່ມີ ວັດຖຸຊ່ວຍປ້ອງກັນຮ່າງກາຍໃຫ້ ອົບອຸ່ນ ຈະບໍ່ສາມາດຜ່ານໄລຍະ ອາກາດໜາວເຢັນໄດ້, ສະນັ້ນ ໃນ ໄລຍະອາກາດໜາວຕ້ອງມີວັດຖຸ ຊ່ວຍໃຫ້ກົບໄດ້ລີ້ຊ້ອນໂຕ ແລະ ຮັກສາອຸນຫະພູມໃຫ້ອົບອຸ່ນ ເຊັ່ນ: ດອກໄຟ, ເຟືອງ, ດິນໂພນປວກ, ກະ ເບື້ອງ, ດິນບÐ ອກ ແລະ ອື່ນໆ ທີ່ສຳ ຄັນອ່າງທີ່ລ້ຽງຄວນປັບໃຫ້ເປັນ ເຄິ່ງບົກເຄິ່ງນ້ຳ ແລະ ບໍ່ຄວນໃຫ້ ນ້ຳໃນອ່າງແຫ້ງເດັດຂາດ ເນື່ອງ ຈາກເມື່ອຜົວໜັງກົບ ແຫ້ງຈະເຮັດ ໃຫ້ ກົບອ່ອນແອ ແລະ ຕາຍໄດ້. ສຳລັບການໃຫ້ອາຫານຄວນ ໃຫ້ໃນປະລິມານໜ້ອຍ ເນ່ຶອງຈາກ ອາກາດໜາວສ່ວນໃຫຍ່ກົບຈະບໍ່ ຄ່ອຍກິນອາຫານ ເພື່ອເປັນການ ຮັກສາອຸນຫະພູມຮ່າງກາຍຫລາຍ ກວ່າ ຫລື ເອີ້ນວ່າ: ກົບຈຳສິນ. ໃນປີທ່ອງທ່ຽວລາວ 2024 ຜ່ານມາ, ແຂວງຄໍາມ່ວນ ໄດ້ສຸມ ໃສ່ພັດທະນາ ແລະ ສົ່ງເສີມການ ທ່ອງທ່ຽວທາງດ້ານ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍ ໃນ ແລະ ຕ່າງປະເທດ ເຂົ້າມາທ່ອງ ຊົມສະຖານທີ່ທ່ອງທ່ຽວຕ່າງໆ ພາຍໃນແຂວງໃຫ້ນັບມື້ຫລາຍຂຶ້ນ ເຊິ່ງມີນັກທ່ອງທ່ຽວເຂົ້າມາເຖິງ 852.080 ຄົນ. ທ່ານ ສົມສັກດາ ແກ້ວມະນີ ຮອງຫົວໜ້າພະແນກຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ແຂວງຄຳມ່ວນ, ຜູ້ຊີ້ ນໍາວຽກງານທ່ອງທ່ຽວ ໄດ້ໃຫ້ສຳ ພາດຕໍ່ຄະນະສື່ມວນຊົນ ກ່ຽວກັບ ການພັດທະນາ ແລະ ສົ່ງເສີມການ ທ່ອງທ່ຽວ ແຂວງຄໍາມ່ວນ ເມື່ອບໍ່ ດົນມານີ້ວ່າ: ພາຍຫລັງທີ່ລັດຖະ ບານໄດ້ກຳນົດເອົາ ປີ 2024 ເປັນ ປີທ່ອງທ່ຽວລາວ, ແຂວງຄໍາມ່ວນ ວັດທະນະທໍາ 33ແຫ່ງແລະ ແຫລ່ງ ທ່ອງທ່ຽວ ປະຫວັດສາດ 32 ແຫ່ງ, ເປີດນໍາໃຊ້ແລ້ວ 87 ແຫ່ງ, ພັດທະ ນາ ແລະ ເປີດຢ່າງເປັນທາງການ ແລ້ວ 25 ແຫ່ງ; ທົ່ວແຂວງມີໂຮງ ແຮມ 24 ແຫ່ງ, ເຮືອນພັກ 105 ແຫ່ງ, ຣີສອດ 10 ແຫ່ງ, ຮ້ານ ອາຫານ-ກິນດື່ມ 189 ແຫ່ງ, ຮ້ານ ບັນເທີງ-ຄາຣາໂອເກະ 19 ແຫ່ງ, ບໍລິສັດທ່ອງທ່ຽວ 7 ແຫ່ງ. ສ່ວນ ແຫລ່ງທ່ອງທ່ຽວໄດ້ຮັບຄວາມ ນິຍົມຫລາຍກວ່າໝູ່ແມ່ນ ພະທາດ ສີໂຄດຕະບອງ, ຖໍ້າກອງລໍ, ພູຜາ ມ່ານ, ຂຸນກອງແລງ, ຖ້ຳນາງ ແອ່ນ, ທ່າຝຣັ່ງ, ກຳແພງຍັກ, ຖໍ້ານໍ້າ ລອດເຊບັ້ງໄຟ, ວົງຈອນເດີລຸບແລະ ກິດຈະກຳທີ່ໄດ້ຮັບຄວາມນິຍົມໄດ້ ແກ່ການຂີ່ສະລິງ, ປີນຜາ, ລ່ອງ ເຮືອ, ຕັ້ງແຄ້ມ, ໂຮມສະເຕ, ຍ່າງປ່າ ແລະ ວົງຈອນເດີລຸບ. ນອກຈາກ ນັ້ນ, ທາງແຂວງຍັງໄດ້ເປັນເຈົ້າ ການປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງຈັດກິດຈະກຳ ສົ່ງເສີມ ການທ່ອງທ່ຽວຢູ່ພາຍໃນແຂວງ ຫລາຍຄັ້ງ ເຊັ່ນ: ຈັດການແຂ່ງຂັນກິ ລາຕີມວຍ, ແຂ່ງຂັນກິລາເຕະບານ ມິດຕະພາບລາວ-ໄທ, ກິລາປັ່ນ ລົດຖີບມິດຕະພາບລາວ-ໄທ, ເທສະ ການອາຫານ, ວາງສະແດງ ແລະ ຈຳໜ່າຍສິນຄ້າທ້ອງຖິ່ນ, ຈັດງານ ກິລາ hໜຶ່ງຄົນລອຍ ຫລາຍຄົນ ໃຫ້i, ເປັນເຈົ້າພາບຈັດກອງປະຊຸມ 3 ແຂວງ 3 ປະເທດ ຮ່ວມມືທາງ ດ້ານການທ່ອງທ່ຽວ, ຮ່ວມມືກັບ ຢູທູບເບີ ຊື່ດັງຂອງ ປະເທດໄທ ສ້າງສາລະຄະດີທ່ອງທ່ຽວຂອງ ແຂວງໂຄສະນາ ທາງຊ່ອງເຟສບຸກ (FBDCPPL), ຢູທູບ(:PVUVCF) ແລະ ອື່ນໆ. ທ່ານ ສົມສັກດາ ແກ້ວມະນີ ຍັງໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ເຮັດໃຫ້ ການທ່ອງທ່ຽວ ແຂວງຄໍາມ່ວນ ມີການຂະຫຍາຍຕົວ ໃນປີ 2025 ນີ້, ພະແນກ ຖວທ ຈະຕ້ອງເອົາໃຈ ໃສ່ປັບປຸງບູລະນະແຫລ່ງທ່ອງ ທ່ຽວທີ່ມີການບໍລິການແລ້ວໃຫ້ດີ ຂຶ້ນ, ພັດທະນາແຫລ່ງທ່ອງທ່ຽວ ແຫ່ງໃໝ່ແລະ ເປີດບໍລິການຕື່ມອີກ; ສ້າງຜະລິດຕະພັນການທ່ອງທ່ຽວ ໃໝ່ທີ່ມີຄວາມຫລາກຫລາຍຮັບ ປະກັນຄຸນນະພາບ ແລະ ປັບປຸງ ການບໍລິການໃຫ້ດີຂຶ້ນ; ສືບຕໍ່ປະ ສານສົມທົບຮ່ວມມືກັບພາກລັດ ແລະ ພາກທຸລະກິດຈັດກິດຈະກຳ ສົ່ງເສີມການທ່ອງທ່ຽວໃຫ້ມີຄວາມ ຫລາກຫລາຍສີສັນ ທີ່ຕິດພັນກັບ ການອະນຸລັກຮີດຄອງປະເພນີຂອງ ທ້ອງຖິ່ນ; ປັບປຸງບັນດາໂຄງລ່າງ ພື້ນຖານພາຍໃນແຫລ່ງທ່ອງທ່ຽວ ໃຫ້ມີຄວາມສະດວກສະບາຍ ແລະ ສວຍງາມ, ສ້າງຄວາມປະທັບໃຈ, ມີຄວາມປອດໄພ ແລະ ສາມາດ ດຶງດູດນັກທ່ອງທ່ຽວໃຫ້ໄດ້ຫລາຍ ຂຶ້ນ; ຫັນລະບົບການເກັບລາຍຮັບ ຈາກການທ່ອງທ່ຽວ ໄປສູ່ທັນສະ ໄໝ, ຮັບປະກັນຄວາມໂປ່ງໃສ, ແກ້ ໄຂປະກົດການຫຍໍ້ທໍ້ທີ່ສົ່ງຜົນກະ ທົບຕໍ່ການທ່ອງທ່ຽວ ໃຫ້ຫລຸດໜ້ອຍ ຖອຍລົງເທື່ອລະກ້າວ. ກໍໄດ້ກຳນົດເອົາ 27 ກິດຈະກຳສົ່ງ ເສີມການທ່ອງທ່ຽວຂອງແຂວງ. ໃນນັ້ນ, ມີ 1 ກິດຈະກຳລະດັບຊາດ, ມີ 2 ກິດຈະກຳລະດັບແຂວງ ແລະ 24 ກິດຈະກຳລະດັບເມືອງ ໃຫ້ຕິດ ພັນກັບ 3 ຍອດຍິ່ງທາງທຳມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ເຊິ່ງຈັດຕັ້ງປະຕິບັດສໍາເລັດໄປແລ້ວ 25 ກິດຈະກຳ, ກວມເອົາ 93%. ຜ່ານການຈັດຕັ້ງປະຕິບັດ ໃນປີ 2024 ສາມາດໂຄສະນາດຶງດູດ ນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ແຂວງຄໍາມ່ວນ ເຖິງ 852.080 ຄົນ, ທຽບໃສ່ແຜນການ 500.000 ຄົນ ລື່ນແຜນ 170%. ປັດຈຸບັນ, ທົ່ວແຂວງຄຳມ່ວນ ມີແຫລ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີ ແລ້ວ 210 ແຫ່ງ. ໃນນັ້ນ, ແຫລ່ງ ທ່ອງທ່ຽວທໍາມະຊາດ 145 ແຫ່ງ,

RkJQdWJsaXNoZXIy MTc3MTYxMQ==