6061

vq '7totra dg,n v'rt]kowgxu fdv'xt-5 ,.spj 7A 'mu V I 1j k'gxa omk'dko xtgmf]k; 4 3]d c]t gsfdko 05/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹ໜ້າ ຜົນກອງປະຊຸມ... ຂປລ. ກອງປະຊຸມໃຫຍ່ ຄັ້ງ ທີ 7I ອົງຄະນະພັກເມືອງພະລານ ໄຊ ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 30-31 ມັງກອນ 2025 ໂດຍການເຂົ້າຮ່ວມເປັນປະທານ ກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າແຂວງ ສະຫວັນນະເຂດ, ມີສະຫາຍ ລຳ ທອງ ຂອບສີລາວົງ ຄະນະປະຈຳ ພັກແຂວງ, ປະທານກວດກາພັກລັດແຂວງ, ມີບັນດາສະຫາຍໃນ ຄະນະພັກເມືອງ, ອົງການຈັດຕັ້ງ ມະຫາຊົນພາຍໃນເມືອງ, ແຂກຖືກ ເຊີນ, ຫ້ອງການຕ່າງໆອ້ອມຂ້າງ ເມືອງ, ຕົວແທນຈາກບັນດາເມືອງ ທີ່ມີຊາຍແດນຮ່ວມກັນ ແລະ ບັນ ດາຜູ້ແທນສົມບູນເຂົ້າຮ່ວມທັງໝົດ ເຂົ້າຮ່ວມ. ໃນວາລະປະຊຸມ, ສະຫາຍ ດວງ ຈັນ ແສນບຸດຕະລາດ ວ່າການ ເລຂາ ພັກເມືອງ, ວ່າການເຈົ້າເມືອງພະ ລານໄຊ ແຂວງສະຫວັນນະເຂດ ໄດ້ກ່າວເປີດກອງປະຊຸມຢ່າງເປັນ ທາງການ, ຈາກນັ້ນສະຫາຍ ຄໍາເພັດ ແກ້ວພິທູນ ຮອງເລຂາພັກເມືອງ ໄດ້ ຜ່ານຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດສັງຄົມ. ຈາກນັ້ນ, ຕາງໜ້າຈາກ ພາກສ່ວນຕ່າງໆ, ຕາງໜ້າຂົງເຂດ ປກຊ-ປກສ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການປະ ກອບຄໍາເຫັນຂອງຄອບຄົວຕົວແບບ ໃນການລ້ຽງໝູເປັນສິນຄ້າ. ໃນບົດລາຍງານການເມືອງໄດ້ ຍົກໃຫ້ເຫັນຜົນງານການນຳພາຊີ້ນຳຂອງອົງຄະນະພັກເມືອງພະ ລານໄຊ ໃນໄລຍະ 5 ປີຜ່ານມາເປັນ ຕົ້ນການຜັນຂະຫຍາຍມະຕິຂອງ ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງ ອົງຄະນະພັກເມືອງ ເຊິ່ງໄດ້ຫັນມະຕິ ຂອງກອງປະຊຸມໃຫຍ່ອົງຄະນະພັກ ເມືອງ, ມະຕິກອງປະຊຸມໃຫຍ່ ຄັ້ງ ທີ I9 ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ 9I ຂອງສູນກາງພັກປະຊາຊົນ ປະຕິວັດລາວຢ່າງທົ່ວເຖິງ ແລະ ເລິກເຊິ່ງສອດຄ່ອງກັບສະພາບຈຸດ ພິເສດ ແລະ ທ່າແຮງຂອງເມືອງ, ໄດ້ຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ມາເປັນແຜນງານອັນລະອຽດ ໂດຍໄດ້ກຳນົດ 5 ແຜນງານບູລິມະ ສິດ ແລະ 51 ໂຄງການ. ພ້ອມກັນ ນັ້ນ, ໄດ້ມອບຄວາມຮັບຜິດຊອບແກ່ ບັນດາສະຫາຍໃນຄະນະບໍລິຫານ ງານພັກເມືອງນຳພາ-ຊີ້ນຳແຕ່ລະ ຂົງເຂດຕາມແຜນດຳເນີນງານ. ດ້ານວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ເອົາໃຈ ໃສ່ນຳພາ-ຊີ້ນຳ ທົ່ວປວງຊົນຮອບ ດ້ານຂອງພັກ, ເຮັດໃຫ້ຖັນແຖວ ກຳລັງປະກອບອາວຸດ, ປະຊາຊົນ ບັນດາເຜົ່າຮັບຮູ້ ແລະ ເຊື່ອມຊຶມ ຢ່າງທົ່ວເຖິງ, ລະບົບການຈັດຕັ້ງ ຖັນແຖວ ປກຊ-ປກສ ໄດ້ຮັບການ ປັບປຸງໃຫ້ມີຄວາມເຂັ້ມແຂງຕິດພັນ ກັບການສ້າງບ້ານປ້ອງກັນຊາດ ເຂັ້ມແຂງກວມ 100% ເພີ່ມຂຶ້ນ 20 ບ້ານ, ບ້ານປ້ອງກັນຄວາມ ສະຫງົບດີ 98,14% ຂອງບ້ານ ທັງໝົດ ເພີ່ມຂຶ້ນ 8 ບ້ານ, ສ້າງ ບ້ານປອດຢາເສບຕິດໄດ້ 88,88% ຂອງບ້ານທັງໝົດເພີ່ມຂຶ້ນ 25 ບ້ານ ເທົ່າກັບ 92,59% ຂອງແຜນການ; ການພັດທະນາດ້ານເສດຖະກິດ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງ ເມືອງໃນການຜະລິດເປັນສິນຄ້າ ຂອງປະຊາຊົນຢ່າງເປັນຂະບວນ ກວ້າງຂວາງ, ເສດຖະກິດຂອງ ເມືອງຂະຫຍານຕົວສະເລ່ຍ 5,52% ຕໍ່ປີ, ລວມຍອດຜະລິດຕະພັນພາຍ ໃນ (GDP) ໄດ້ 400 ກວ່າ ຕື້ກີບເທົ່າກັບ 102,84% ຂອງ ແຜນການ, ສະເລ່ຍໃສ່ຫົວຄົນໄດ້ 10,72 ລ້ານກີບຕໍ່ຄົນຕໍ່ປີ, ສະເລ່ຍ ເຂົ້າເປືອກໃສ່ຫົວຄົນໄດ້ 853,63 ກິໂລ/ຄົນ/ປີ, ຊອກຄົ້ນເກັບລາຍ ຮັບເຂົ້າງົບປະມານປະຕິບັດໄດ້ລື່ນ ແຜນການ21,75%, ດ້ານລາຍ ຈ່າຍປະຕິບັດໄດ້ 98,42% ຂອງ ແຜນການ. ດ້ານການພັດທະນາພື້ນຖານ ໂຄງລ່າງໄດ້ຮັບການພັດທະນາ ເປັນກ້າວໆເສັ້ນທາງແຕ່ເມືອງຫາ ບ້ານ, ບ້ານຫາບ້ານສາມາດທຽວ ໄດ້ສອງລະດູກວມ 87,10%, ບ້ານທີ່ຊົມໃຊ້ໄຟຟ້າກວມ 98,15% ເພີ່ມຂຶ້້ນ 2 ບ້ານເທົ່າກັບ 66,66% ຂອງແຜນການ; ການລຶບລ້າງ ຄວາມທຸກຍາກ ແລະ ພັດທະນາ ຊົນນະບົດ, ທົ່ວເມືອງສາມາດ ລົບລ້າງບ້ານທຸກຍາກໄດ້ 40 ບ້ານ ກວມເອົາ 74,07% ຂອງບ້ານ ທັງໝົດເທົ່າກັບ 200% ຂອງ ແຜນການ(ແຜນການໃຫ້ໄດ້ 20 ບ້ານ) ແລະ ປະເມີນຄອບຄົວພົ້ນ ທຸກໄດ້ 4.126 ຄອບຄົວ, ເທົ່າກັບ 54,02% ຂອງຄອບຄົວທັງໝົດ (ມີ 7.637 ຄອບຄົວ) ເທົ່າກັບ 173.65% (ແຜນການ 2.376 ຄອບຄົວ), ສ້າງບ້ານພັດທະນາໄດ້5 ບ້ານເທົ່າກັບ 18,52% (ແຜນການ ໃຫ້ໄດ້27ບ້ານ) ແລະ ສ້າງຄອບຄົວ ພັດທະນາໄດ້ 2.910 ຄອບຄົວ, ເທົ່າກັບ 118%(ແຜນການ 2.466 ຄອບຄົວ). ກອງປະຊຸມຄັ້ງນີ້, ບັນດາຜູ້ແທນ ສົມບູນຈະໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກເມືອງພະ ລານໄຊຊຸດໃໝ່ ຕື່ມອີກ. ປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານ ສະພາບພົ້ນເດັ່ນປະຈຳເດືອນມັງ ກອນ ແລະ ທິດທາງແຜນວຽກຈຸດ ສຸມປະຈຳເດືອນກຸມພາ 2025. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາ ເຫັນ ແລະ ພິຈາລະນາເຫັນດີດ້ານ ຫລັກການຮັບຮອງເອົາບັນດາຫົວຂໍ້ ສໍາຄັນ ຄື: ວາລະທີ 1 ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບ ສະພາບພົ້ນເດັ່ນ ແລະ ວຽກງານ ຈຸດສຸມຮີບດ່ວນ ຄື: ວຽກງານພົ້ນ ເດັ່ນປະຈໍາເດືອນມັງກອນ ແລະ ທິດທາງແຜນການປະຈຳເດືອນ ກຸມພາ 2025 ຂອງລັດຖະບານ; ການກະກຽມກອງປະຊຸມຮ່ວມ ລະຫວ່າງຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປະຈໍາປີ 2025; ຄວາມພ້ອມໃນ ການປັບປຸງກົດໝາຍ 3 ສະບັບທີ່ຈະ ນໍາເຂົ້າພິຈາລະນາໃນກອງປະຊຸມ ສະໄໝວິສາມັນເທື່ອທີ2 ຂອງສະພາ ແຫ່ງຊາດ ຊຸດທີ I9 ຄື: ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກົດ ໝາຍວ່າດ້ວຍພະນັກງານ-ລັດຖະ ກອນ ແລະ ກົດໝາຍວ່າດ້ວຍງົບ ປະມານແຫ່ງລັດ; ການກະກຽມ ເຂົ້າຮ່ວມງານວາງສະແດງໂລກ (8PSME E9PO) 2025, ທີ່ OTBLB, ປະເທດຍີ່ປຸ່ນ; ຜົນສໍາ ເລັດການກໍານົດເຂດແດນເຊື່ອມຕໍ່ ລະຫວ່າງນະຄອນຫລວງ, ແຂວງ ກັບແຂວງທົ່ວປະເທດ ແລະ ລາຍ ງານຂໍທິດຊີ້ນໍາວຽກງານສ້າງຕັ້ງຕາ ແສງໃນຕໍ່ໜ້າ, ໃນນັ້ນ: ຕໍ່ວຽກງານ ພົ້ນເດັ່ນປະຈໍາເດືອນມັງກອນ ແລະ ທິດທາງແຜນການປະຈຳເດືອນ ກຸມພາ 2025 ຂອງລັດຖະບານ: ກອງປະຊຸມໄດ້ຊີ້ນໍາໃຫ້ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ນໍາ ໄປປັບປຸງຕາມຄຳເຫັນຂອງສະມາ ຊິກລັດຖະບານ ໂດຍສະເພາະການ ສະຫລຸບຕົວເລກສະຖິຕິ ແລະ ເນື້ອ ໃນຕ່າງໆ ໃຫ້ສອດຄ່ອງກັບຕົວຈິງ; ສໍາລັບແຜນວຽກຈຸດສຸມປະຈຳເດືອນ ກຸມພາ 2025 ສືບຕໍ່ຕິດຕາມ ແລະ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ-ການເງິນ, ລາຄາສິນຄ້າ, ການແກ້ໄຂໜີ້ສິນ, ການທວງໜີ້ຕ້ອງ ຮັບໃຫ້ມີມາດຕະການທີ່ຊັດເຈນ, ເຂັ້ມງວດ ແລະ ເດັດຂາດ; ເອົາໃຈ ໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ, ລວມທັງການແກ້ໄຂ ບັນຫາແຮງງານ, ການປະລະການ ຮຽນ, ບັນຫາໝອກຄວັນ, ບັນຫາ ລົດເຖື່ອນ, ການຂາດແຄນໄຟຟ້າ, ການແກ້ໄຂຜົນຂອງການກວດກາກວດສອບ ແລະ ອື່ນໆ. ພ້ອມກັນນີ້, ໃຫ້ກະຊວງການຕ່າງປະເທດເປັນ ໃຈກາງປະສານສົມທົບກັບຂະແໜງ ການ ແລະ ພາກສ່ວນກ່ຽວຂ້ອງ ກະກຽມດ້ານຄວາມພ້ອມຕ່າງໆ ເພື່ອຕ້ອນຮັບການມາຢ້ຽມຢາມຂອງ ການນຳຂັ້ນສູງຈາກຕ່າງປະເທດ, ການ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຕ່າງໆ ຂອງການນໍາຂັ້ນສູງສປປລາວ ເຮົາ. ຕໍ່ການກະກຽມກອງປະຊຸມຮ່ວມ ລະຫວ່າງຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປະຈໍາປີ 2025: ກອງປະຊຸມໄດ້ ຊີ້ນໍາໃຫ້ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ເປັນໃຈກາງ ປະສານສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງກະກຽມ ບັນດາເນື້ອໃນ ກໍຄື ຫົວຂໍ້ທີ່ຈະນຳ ສະເໜີຕໍ່ກອງປະຊຸມດັ່ງກ່າວ ໃຫ້ມີ ຄວາມພ້ອມຮອບດ້ານ, ມີຄວາມ ເປັນເອກະພາບ ແລະ ທັນຕາມກໍານົດ ເວລາ. ຕໍ່ຄວາມພ້ອມໃນການປັບປຸງ ກົດໝາຍ 3 ສະບັບ ຄື: ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານ-ລັດຖະ ກອນ ແລະ ກົດໝາຍວ່າດ້ວຍງົບ ປະມານແຫ່ງລັດ: ກອງປະຊຸມໄດ້ ຊີ້ນໍາກະຊວງພາຍໃນສົມທົບກັບ ຂະແໜງການ ແລະ ພາກສ່ວນ ກ່ຽວຂ້ອງປັບປຸງກົດໝາຍວ່າ ດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະ ກອນຕາມຄຳເຫັນຂອງສະມາຊິກ ລັດຖະບານບົນພື້ນຖານສອດຄ່ອງ ກັບຮ່າງລັດຖະທຳມະນູນທີ່ໄດ້ປັບປຸງ ເພື່ອໃຫ້ທັນນຳເຂົ້າພິຈາລະນາໃນ ກອງປະຊຸມສະໄໝວິສາມັນເທື່ອ ທີ 2 ຂອງສະພາແຫ່ງຊາດ ຊຸດ ທີ I9; ຕໍ່ກັບກົດໝາຍວ່າດ້ວຍງົບ ປະມານແຫ່ງລັດ ເຫັນວ່າຍັງບໍ່ທັນ ມີຄວາມພ້ອມຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝວິສາມັນເທື່ອ ທີ2 ຂອງສະພາແຫ່ງຊາດ ຊຸດທີ I9, ມອບໃຫ້ກະຊວງການເງິນ ສົມທົບ ກັບຂະແໜງການ ແລະ ພາກສ່ວນ ກ່ຽວຂ້ອງສືບຕໍ່ປັບປຸງກົດໝາຍດັ່ງ ກ່າວ ໃຫ້ມີເນື້ອໃນຮັດກຸມ ແລະ ຄົບ ຖ້ວນສົມບູນຂຶ້ນຕື່ມ. ຕໍ່ການກະກຽມເຂົ້າຮ່ວມງານ ວາງສະແດງໂລກ (8PSME E9 PO) 2025, ທີ່ OTBLB, ປະເທດ ຍີ່ປຸ່ນ: ກອງປະຊຸມຊີ້ນໍາກະຊວງ ອຸດສາຫະກໍາ ແລະ ການຄ້າ ເປັນ ໃຈກາງປະສານສົມທົບກັບຂະແໜງ ການ ແລະ ພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນການປະກອບຄະນະທີ່ເຂົ້າ ຮ່ວມທັງພາກລັດ ແລະ ພາກທຸລະ ກິດໃຫ້ສົມເຫດສົມຜົນບົນພື້ນຖານ ປະຢັດມັດທະຍັດ ແລະ ນຳໃຊ້ທ່າ ແຮງທີ່ມີເປັນຫລັກ. ພ້ອມກັນນັ້ນ, ການກໍານົດດ້ານເນື້ອໃນ, ກິດຈະ ກໍາເຄື່ອນໄຫວ ແລະ ຜະລິດຕະພັນ ສິນຄ້າ ທີ່ຈະນຳໄປວາງສະແດງໃຫ້ ສ່ອງແສງເຖິງຄວາມເປັນເອກະລັກ ຂອງຊາດລາວເຮົາທັງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ສະເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025 ນີ້. ສຳລັບຜົນສໍາເລັດການກໍານົດ ເຂດແດນເຊື່ອມຕໍ່ລະຫວ່າງນະ ຄອນຫລວງ, ແຂວງກັບແຂວງ ທົ່ວປະເທດ ແລະ ການລາຍງານ ກ່ຽວກັບວຽກງານສ້າງຕັ້ງຕາແສງ ໃນຕໍ່ໜ້າ: ກອງປະຊຸມຊີ້ນໍາກະຊວງ ພາຍໃນສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ກວດ ກາ ແລະ ແກ້ໄຂເຂດຊາຍແດນຢູ່ ເຂດທີ່ບໍ່ທັນເປັນເອກະພາບກັນໃຫ້ມີ ຊັດເຈນ, ຈະແຈ້ງ ແລະ ສຳເລັດໂດຍ ໄວ; ສຳລັບການສ້າງຕັ້ງຕາແສງ ແມ່ນໃຫ້ສອດຄ່ອງຕາມຈຸດປະສົງ ເປົ້າໝາຍຂອງການສ້າງຕາແສງ ຢ່າງແທ້ຈິງ ໂດຍອີງໃສ່ເງື່ອນໄຂ ທາງດ້ານທີ່ຕັ້ງ ແລະ ຈຸດພິເສດ ຂອງແຕ່ລະທ້ອງຖິ່ນເປັນຫລັກ, ດໍາ ເນີນໄປເທື່ອລະກ້າວຕາມເງື່ອນໄຂ ແລະ ທ່າແຮງຕົວຈິງ, ອັນສຳຄັນ ຕ້ອງຮັບປະກັນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ກໍາລັງແຮງໃນການພັດທະນາ. ພ້ອມກັນນັ້ນ, ກໍໃຫ້ຄົ້ນຄວ້າກົງຈັກ ການຈັດຕັ້ງຂອງຕາແສງໃຫ້ປະກອບ ດ້ວຍຂົງເຂດວຽກງານພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ບົນ ພື້ນຖານກົງຈັກກະທັດຮັດ, ສົມເຫດ ສົມຜົນ ແລະ ພາຍຫລັງສ້າງຕັ້ງ ຕາແສງແລ້ວໃຫ້ສາມາດຈັດຕັ້ງ ເຄື່ອນໄຫວຢ່າງມີປະສິດທິຜົນ. ວາລະທີ 2 ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ນິຕິກໍາ ຈໍານວນ 6 ສະບັບຄື: ຮ່າງ ຍຸດທະສາດການບໍລິຫານລັດແບບ ດີຈິຕອນ; ຮ່າງດໍາລັດວ່າດ້ວຍກະ ສິກໍາສະອາດ; ຮ່າງດໍາລັດວ່າດ້ວຍ ສິນເຊື່ອກາກບອນ; ຮ່າງດໍາລັດວ່າ ດ້ວຍເຂດສະຫງວນທາງລົດໄຟ ແຫ່ງຊາດ; ຮ່າງດໍາລັດວ່າດ້ວຍ ການເອົາເດັກໄປເປັນລູກລ້ຽງ; ຮ່າງດໍາລັດວ່າດ້ວຍນັກຄົ້ນຄວ້າ ວິທະຍາສາດ. ກອງປະຊຸມໄດ້ຊີ້ ນໍາໃຫ້ພາກສ່ວນກ່ຽວຂ້ອງນໍາເອົາ ບັນດາຮ່າງນິຕິກຳດັ່ງກ່າວ ໄປ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານເປັນຕົ້ນ ການກຳນົດຈຸດປະສົງ, ການອະທິ ບາຍຄໍາສັບ, ການນຳໃຊ້ຄຳສັບ ແລະ ກຳນົດໂຄງປະກອບຮ່າງດຳລັດ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຈະ ແຈ້ງ, ຊັດເຈນ, ຮັດກຸມ ສອດຄ່ອງ ກັບບັນດາກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍທີ່ໄດ້ປະກາດນຳໃຊ້ ແລ້ວ, ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ພັນທະສັນຍາຜູກພັນຕ່າງໆ, ສິ່ງສໍາ ຄັນພາຍຫລັງປະກາດໃຊ້ແລ້ວແມ່ນ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະ ສິດທິຜົນ ແລະ ເປັນຮູບປະທໍາ. ສຳລັບແຜນວຽກຈຸດສຸມຂອງ ລັດຖະບານໃນເດືອນກຸມພາ 2025 ລັດຖະບານຈະໄດ້ສືບຕໍ່ບຸກບືນ ຜ່ານຜ່າອຸປະສັກຕ່າງໆ ເພື່ອສຸມໃສ່ ປະຕິບັດບັນດາໜ້າວຽກທີ່ໄດ້ກຳນົດ ໄວ້ໃນດຳລັດສະບັບເລກທີ702/ນຍ, ລົງວັນທີ25 ທັນວາ 2024 ວ່າດ້ວຍ ການກໍານົດໜ້າວຽກ ແລະ ແບ່ງ ຄວາມຮັບຜິດຊອບໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນ ການກວດກາ-ກວດສອບ ກໍຄື ແຜນ ວຽກຈຸດສຸມລວມໝົດປີ 2024 ທີ່ ໄດ້ກໍານົດໃນມະຕິກອງປະຊຸມລັດຖະ ບານເປີດກວ້າງ ຄັ້ງທີ II ປີ 2024 ຕົ້ນຕໍແມ່ນສຸມໃສ່ແກ້ໄຂບັນຫາເຄັ່ງ ຮ້ອນທາງດ້ານເສດຖະກິດ. ໃນນັ້ນ, ຈະໄດ້ສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດ ວຽກງານຈຸດສຸມຕົວຈິງຈຳນວນ ໜຶ່ງດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານໂດຍສຸມ ໃສ່ ຮັກສາຄວາມສະຫງົບຕາມແລວ ຊາຍແດນ, ແກ້ໄຂບັນຫາປະກົດການ ຫຍໍ້ທໍ້ທາງສັງຄົມຕ່າງໆເປັນຕົ້ນ ບັນຫາຢາເສບຕິດ, ການຄ້າ-ຂາຍ ເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ ໃຫ້ຫລຸດໜ້ອຍຖອຍ ລົງ; ກະກຽມເນື້ອໃນ ແລະ ຄວາມ ພ້ອມຮອບດ້ານໃຫ້ແກ່ກອງປະຊຸມ ຮ່ວມລະຫວ່າງຄະນະປະຈຳສະພາ ແຫ່ງຊາດ ແລະ ຄະນະລັດຖະບານ, ປັບປຸງກົດໝາຍ 2 ສະບັບ ທີ່ໄດ້ ເອົາມາຜ່ານກອງປະຊຸມລັດຖະບານ ຄັ້ງນີ້ ເພື່ອນໍາເຂົ້າພິຈາລະນາໃນ ກອງປະຊຸມສະໄໝວິສາມັນເທື່ອ ທີ 2 ຂອງສະພາແຫ່ງຊາດ ຊຸດທີ I9;ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດມາ ດຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ ເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນ ຕ່າງປະເທດຕາມແຜນວຽກຈຸດ ສຸມ ຂອງຄະນະສະເພາະກິດ 19/ ກມສພ ໂດຍສະເພາະມາດຕະການ ຊຸກຍູ້, ສົ່ງເສີມການຜະລິດສິນຄ້າທົດ ແທນການນຳເຂົ້າ ແລະ ການຜະລິດ ເພື່ອສົ່ງອອກ, ການຜະລິດລະດູແລ້ງ ໂດຍກະກຽມລະບົບສະໜອງນໍ້າໃຫ້ ພື້ນທີ່ການຜະລິດ, ຝຸ່ນປຸຍ, ແນວພັນ ພືດຕ່າງໆໃຫ້ພຽງພໍ, ກຳນົດບັນຊີ ສິນຄ້າທີ່ຜະລິດໄດ້ພາຍໃນຈຳກັດ ການນຳເຂົ້າ, ສະກັດກັ້ນການຄ້າ ນອກລະບົບ, ສົ່ງເສີມທຶນຮອນເຂົ້າ ໃນການຜະລິດທີ່ມີໜໍ່ແໜງແລ້ວໃຫ້ ເຕີບໃຫຍ່ຂະຫຍາຍຕົວ ໂດຍການ ຄົ້ນຄວ້າຫລາຍແຫລ່ງທຶນສຳລັບ ທຶນຊຸກຍູ້ສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ; ສືບຕໍ່ສຸມໃສ່ເກັບ ລາຍຮັບຈາກຖານລາຍຮັບທີ່ມີແລ້ວ ໃຫ້ໄດ້ຄົບຖ້ວນ, ຄົ້ນຄວ້າສ້າງຖານ ລາຍຮັບໃໝ່ທີ່ໝັ້ນຄົງ, ສຸມໃສ່ເກັບກູ້ ໜີ້ສິນດ້ວຍຫລາຍວິທີໃຫ້ມີຄວາມຄືບ ໜ້າ ແລະ ມີມາດຕະການລະອຽດ, ຮີບຮ້ອນຄົ້ນຄວ້າ ແລະ ແນະນໍາ ກ່ຽວກັບການນຳໃຊ້ເງິນເກີນແຜນ ປີ 2024 ເພື່ອເປັນບ່ອນອີງໃຫ້ພາກ ສ່ວນຕ່າງໆປະຕິບັດ; ສືບຕໍ່ແກ້ໄຂ ບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ, ນຳໃຊ້ບໍ່ຖືກເປົ້າໝາຍຢູ່ບັນດາແຂວງ ທົ່ວປະເທດຢ່າງເດັດຂາດ, ເຂັ້ມງວດ ແລະ ໃຫ້ສຳເລັດໄວ, ພ້ອມທັງກວດ ເບິ່ງສາເຫດ ແລະ ຄວາມຮັບຜິດຊອບ ຂອງພາກສ່ວນຕ່າງໆໃຫ້ລະອຽດ. ພ້ອມທັງສືບຕໍ່ເລັ່ງຊຸກຍູ້, ຕິດຕາມ ແລະກວດກາການປະຕິບັດໂຄງການ ກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃຫ້ສຳເລັດໄວກ່ອນລະດູຝົນເປັນ ຕົ້ນທາງຫລວງແຫ່ງຊາດ ເລກທີ 12, ທາງເຂົ້າເຂດແຫລ່ງທ່ອງທ່ຽວ ຕ່າງໆ; ສຸມໃສ່ປັບປຸງໂຄງລ່າງພື້ນ ຖານຂອງບັນດາແຫລ່ງທ່ອງທ່ຽວ, ຂອດການບໍລິການທ່ອງທ່ຽວ, ຄວາມ ສະຫງົບປອດໄພ, ຄວາມເປັນລະບົບ ລະບຽບຮຽບຮ້ອຍ, ໃຫ້ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮີບຮ້ອນສົມທົບ ກັບກະຊວງການຕ່າງປະເທດ, ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ແກ້ໄຂ ແລະ ອະທິບາຍໃຫ້ພາກສ່ວນ ກ່ຽວຂ້ອງເຂົ້າໃຈຕໍ່ກໍລະນີການ ເກີດອຸບັດເຫດຂອງນັກທ່ອງທ່ຽວ ຢູ່ແຂວງສາລະວັນ ແລະ ຄຳມ່ວນ; ສືບຕໍ່ຕິດຕາມ, ກວດກາ ແລະ ແກ້ໄຂ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ຈາກບັນດາໂຄງການພັດທະນາແຮ່ ທາດ ແລະ ໂຮງງານອຸດສາຫະກຳ ຕ່າງໆ, ສຸມໃສ່ປະຕິບັດມາດຕະການ ປ້ອງກັນ ແລະ ສະກັດກັ້ນບັນຫາ ມົນລະຜິດທາງອາກາດແຕ່ຫົວທີ ໂດຍສະເພາະປ້ອງກັນບັນຫາການ ຈູດປ່າທຳການຜະລິດທີ່ຈະເກີດມີ ໄຟໄໝ້ລາມປ່າ ເພື່ອບໍ່ໃຫ້ກະທົບຕໍ່ ສຸຂະພາບຂອງປະຊາຊົນ ກໍຄື ກະທົບ ຕໍ່ເສດຖະກິດ ແລະ ທຸລະກິດການ ທ່ອງທ່ຽວ; ສືບຕໍ່ສຸມໃສ່ປະຕິບັດມະຕິ 09/ລບ. ໃນນີ້, ສືບຕໍ່ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍຕໍ່ຄູແລະ ຄູອາສາ ສະໝັກຢູ່ເຂດຊົນນະບົດ, ເຂດຫ່າງໄກ ທຸລະກັນດານ; ສືບຕໍ່ປຸກລະດົມ ຂົນຂວາຍນັກຮຽນທີ່ປະລະການ ຮຽນໃຫ້ກັບມາເຂົ້າຮຽນດ້ວຍຫລາຍ ຮູບການລວມທັງການສຶກສາອົບຮົມ ແນວຄິດພໍ່ແມ່ນັກຮຽນໃນຂົງເຂດ ຊົນນະບົດໃຫ້ຮັບຮູ້ເຂົ້າໃຈເຖິງຄວາມ ສຳຄັນຂອງການສຶກສາຕໍ່ອະນາຄົດ ຂອງລູກຫລານ, ຮີບຮ້ອນຄົ້ນຄວ້າ ການເພີ່ມເງິນເບ້ຍລ້ຽງໃຫ້ນັກສຶກສາ ທີ່ຮຽນສາຍຄູໃຫ້ສູງຂຶ້ນ; ສືບຕໍ່ສຸມໃສ່ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນກອງປະຊຸມສຸດຍອດອາຊຽນ ຄັ້ງ ທີ44-45, ຜົນກອງປະຊຸມ ຄັ້ງທີ47 ຂອງຄະນະກໍາມະການຮ່ວມມືທະ ວິພາຄີລະຫວ່າງສອງລັດຖະບານ ລາວ-ຫວຽດນາມ, ກະກຽມໃຫ້ ແກ່ການນຳພັກ-ລັດ ເດີນທາງໄປ ຢ້ຽມຢາມບັນດາປະເທດເພື່ອນມິດ, ເຂົົ້າຮ່ວມບັນດາກອງປະຊຸມສາກົນ, ກະກຽມຕ້ອນຮັບການມາຢ້ຽມຢາມ ທາງການຢູ່ ສປປ ລາວ ຂອງຜູ້ນໍາ ປະເທດເພື່ອນມິດໃຫ້ມີຄວາມພ້ອມ ຮອບດ້ານ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RkJQdWJsaXNoZXIy MTc3MTYxMQ==