xtgmf]k; 3 05/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຕໍ່າ¤Å ່ອນ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ glf4tdy f g,n v',5 o]txk3,d 0tspkp8q ; 6,3% 8+ xu ¨ Ã່່າາ ¨¦າÅ ໃນໄລຍະ 5 ປີຜ່ານມາ ພາຍ ໃຕ້ການນຳພາຂອງອົງຄະນະພັກ ເມືອງມຸນລະປາໂມກ ສະໄໝທີ 7III ເຮັດໃຫ້ເສດຖະກິດຂອງເມືອງ ສືບ ຕໍ່ຂະຫຍາຍຕົວ ສະເລ່ຍ 6,3% ຕໍ່ປີ (ແຜນ 7,7% ຕໍ່ປີ), ລວມຍອດຜະ ລິດຕະພັນພາຍໃນ ບັນລຸໄດ້ 4.751 ຕື້ກີບ ທຽບໃສ່ແຜນລື່ນແຜນ 60% (ແຜນ2.969ຕື້ກີບ), ທຽບໃສ່ໄລ ຍະດຽວເພີ່ມຂຶ້ນ1,4 ເທົ່າ ສະເລ່ຍ ໄດ້ 21.461,637 ກີບຕໍ່ຄົນ ເທົ່າກັບ 1.073 ໂດລາສະຫະລັດ (ແຜນ15.753.878 ກີບ ຫລື ເທົາ ກັບ 1.943 ໂດລາສະຫະລັດ. ທ່ານ ວັນນະສັກ ຊາດຕະກູນ ກຳມະການພັກແຂວງ ເລຂາພັກ ເມືອງ ເຈົ້າເມືອງໆມຸນລະປາໂມກ ລາຍງານໃນກອງປະຊຸມໃຫຍ່ ຄັ້ງ ທີ I9 ຜູ້ແທນອົງຄະນະພັກເມືອງ ມຸນລະປາໂມກ ເມື່ອມໍ່ໆນີ້ວ່າ: ສຳ ລັບການພັດທະນາ ຂົງເຂດເສດຖະ ກິດມີການຂະຫຍາຍຕົວ, ດ້ານກະ ສິກຳ-ປ່າໄມ້, ການຜະລິດເຂົ້າປະ ຕິບັດໄດ້ 228.820 ໂຕນ ທຽບ ໃສ່ແຜນປະຕິບັດໄດ້ 99% (ແຜນ 230.614 ໂຕນ) ສະເລ່ຍເຂົ້າ ເປືອກໃສ່ປະຊາກອນໄດ້ຮັບ1.096 ກິໂລກຣາມຕໍ່ຄົນຕໍ່ປີ, ມີເຂົ້າເຫລືອ ກິນ 132.550 ໂຕນ, ປູກພືດລະດູ ແລ້ງ ແລະ ລະດູຝົນ ປະຕິບັດໄດ້ 142.600,44 ໂຕນ, ທຽບໃສ່ ແຜນລື່ນ 1,93%; ປູກພືດສະບຽງ ອາຫານ ປະຕິບັດໄດ້ 42.484,70 ໂຕນ, ທຽບໃສ່ແຜນລື່ນ 1,57% (ແຜນ 41.826,54 ໂຕນ); ປູກພືດເປັນສິນຄ້າ ປະຕິບັດໄດ້ 100.115,74 ໂຕນ, ທຽບໃສ່ແຜນ ລື່ນ 2,08% (ແຜນ 98.071,95 ໂຕນ); ການບໍລິໂພກຊີ້ນ-ປາອາ ຫານສະເລ່ຍໃສ່ພົນລະເມືອງ ໄດ້ 64,8 ກິໂລຕໍ່ຄົນຕໍ່ປີ. ພ້ອມນີ້, ການລ້ຽງສັດ ກໍໄດ້ຮັບການຊຸກຍູ້ ສົ່ງເສີມຂະຫຍາຍຕົວເພີ່ມຂຶ້ນ, ກຸ່ມລ້ຽງງົວມີ 1 ກຸ່ມ, ສ້າງລາຍ ຮັບສະເລ່ຍໄດ້ 53 ລ້ານກີບຕໍ່ ຄອບຄົວຕໍ່ປີ, ການລ້ຽງງົວແບບ ຄອບຄົວ ມີ 9 ຄອບຄົວ, ສ້າງລາຍ ຮັບສະເລ່ຍ 77 ລ້ານກີບຕໍ່ຄອບຄົວ ຕໍ່ປີ. ປັດຈຸບັນມີຄວາຍ 4.431 ໂຕ, ງົວ 16.113 ໂຕ, ໝູ 13.113 ໂຕ, ແບ້ 4.070ໂຕ, ສັດປີກ 261.302 ໂຕ; ການປະມົງ: ຜົນຜະລິດປາໄດ້ ທັງໝົດ 24.070 ໂຕນ ທຽບໃສ່ ແຜນປະຕິບັດໄດ້ 84,42% (ແຜນ 28.511 ໂຕນ); ຊົນລະປະທານ ນໍາໃຊ້ໄດ້ 6 ແຫ່ງ ສະໜອງນໍ້າ ໄດ້ 1.028,80 ເຮັກຕາ ທຽບໃສ່ ແຜນປະຕິບັດໄດ້ 56,30% (ແຜນ 1.305 ເຮັກຕາ). ສໍາລັບການຈັດເກັບລາຍຮັບ ເຂົ້າງົບປະມານໄດ້ 65,99 ຕື້ກີບ ທຽບໃສ່ແຜນລື່ນ 17,44% (ແຜນ 56,19 ຕື້ກີບ) ໃນນັ້ນ, ແຂວງດຸນ ດ່ຽງ 36,42 ຕື້ກີບ; ເມືອງຫາເອງ 29,57ຕື້ກີບ(ແຜນ19,77ຕື້ກີບ) ທຽບໃສ່ແຜນລື່ນ49,57%ໃນນັ້ນ, ຮັບຈາກສ່ວຍສາອາກອນ 19,98 ຕື້ກີບ ຮັບຈາກຊັບສິນ 9,59 ຕື້ກີບ ເກີນແຜນ 9,8 ຕື້ກີບ ດຸນດ່ຽງໃຫ້ ແຂວງ, ປະຕິບັດລາຍຈ່າຍ ໄດ້ 57,43 ຕື້ກີບ, ທຽບໃສ່ແຜນລື່ນ 3%; ວຽກງານອຸດສາຫະກຳ ແລະ ການຄ້າ ລວມຍອດຜະລິດຕະພັນ ອຸດສາຫະກຳ-ຫັດຖະກຳປະຕິບັດ ໄດ້ 193,81 ຕື້ກີບ, ທຽບໃສ່ແຜນ ລື່ນ 15%. ທົ່ວເມືອງມີໂຮງງານ ອຸດສາຫະກຳ-ຫັດຖະກຳ 105 ຫົວ ໜ່ວຍ, ທຽບໃສແຜນປະຕິບັດໄດ້ 46% ໃນນັ້ນ, ອຸດສາຫະກຳ 40 ຫົວໜ່ວຍ, ອຸດສາຫະກຳປຸງແຕ່ງ ແບບຄອບຄົວ 19 ຫົວໜ່ວຍ, ອຸດ ສາຫະກຳບໍລິການ 46 ຫົວໜ່ວຍ, ຂຶ້ນທະບຽນຫົວໜ່ວຍວິສາຫະກິດ ຂະໜາດນ້ອຍ ໄດ້ 724 ຫົວໜ່ວຍ ທຽບໃສ່ແຜນປະຕິບັດ ໄດ້ 91%; ຈໍລະຈອນສິນຄ້າສົ່ງອອກ 93,81 ຕື້ກີບ, ທຽບໃສ່ແຜນລື່ນ 2 ເທົ່າ; ຈໍລະຈອນສິນຄ້ານໍາເຂົ້າ107ຕື້ກີບ, ທຽບໃສ່ແຜນລື່ນ 3 ເທົ່າ; ກຸ່ມຜະ ລິດອຸດສາຫະກຳປຸງແຕ່ງ ມີ 2 ກຸ່ມ ຄື: ຜະລິດເສັ້ນເຝີ-ແຜ່ນແໜມ ບ້ານ ສະພັງ ແລະ ກຸ່ມຜະລິດເຫລົ້າຂາວ ປອດສານເຄມີບ້ານປາໂມກ-ບ້ານ ເວີນແຄນ ໄດ້ຮັບຮອງເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ; ກຸ່ມຜະ ລິດຫັດຖະກຳຈັກສານມີ 4 ກຸ່ມສ້າງ ຕັ້ງໃໝ່ໄດ້ 2 ກຸ່ມຄື: ກຸ່ມຫັດຖະກຳ ໄມ້ປ່ອງ ບ້ານທ່າແຮ່ ພ້ອມນີ້ຍັງໄດ້ ຮັບຮອງເອົາກຸ່ມຫັດຖະກຳສາດຜື ບ້ານເດື່ອເຕ້ຍ ເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ. |h kmuj dko9a f8A 'xt8y [a f ,t8y ;j kfh ;pdko lv9 0v'c8j ]tdt-;'vq 'dko ຈັດສັນແຫລ່ງງົບປະມານ ເພື່ອ ຊຳລະໜີ້ສິນພາຍໃນ ແລະ ຕ່າງປະ ເທດ, ເພີ່ມເຂົ້າໃສ່ຄັງສຳຮອງເງິນ ຕາຕ່າງປະເທດ ແລະ ຄັງແຮ່ສະສົມ ແຫ່ງຊາດໃຫ້ຫລາຍຂຶ້ນ. ເພີ່ມທະວີ ການກວດກາແລະຕິດຕາມການນໍາ ໃຊ້ທຶນກູ້ຢືມ ເພື່ອມາປ່ອຍໃຫ້ກູ້ຢືມ ຕໍ່, ຈໍາກັດທີ່ສຸດການຄໍ້າປະກັນຂອງ ລັດຖະບານ ສໍາລັບເງິນກູ້ຢືມໃໝ່ ພ້ອມທັງກວດກາ ແລະ ແກ້ໄຂຄືນ ອັດຕາດອກເບ້ຍທີ່ມີການປ່ຽນ ແປງ ເຊິ່ງລັດແບກຫາບກັບເຈົ້າໜີ້ ຜູ້ດຽວ; ກະຊວງການເງິນ ເປັນເຈົ້າ ການຄົ້ນຄວ້າກົນໄກການຊໍາລະໜີ້ ສິນ ໂຄງການລົງທຶນຂອງລັດ. ມອບໃຫ້ຄະນະພັກກະຊວງແຜນ ການ ແລະ ການລົງທຶນ, ກະຊວງ ການເງິນ, ກະຊວງອຸດສາຫະກໍາ- ການຄ້າ, ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເປັນໃຈກາງປະສານສົມທົບກັບ ພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ, ເອົາໃຈໃສ່ຍູ້ແຮງ ການປະຕິບັດບັນດາໂຄງການທີ່ຊຸກ ຍູ້ການຈະເລີນເຕີບໂຕດ້ານເສດຖະ ກິດ ໂດຍຫັນຫຸ້ນຈໍານວນໜຶ່ງຂອງ ລັດ ເພື່ອຮ່ວມທຶນ ແລະ ບໍລິຫານ ທຶນຮ່ວມກັບນັກລົງທຶນຕ່າງປະ ເທດ ຫລື ວິສາຫະກິດຕ່າງປະເທດ ເພື່ອເພີ່ມມູນຄ່າທຶນໃຫ້ສູງຂຶ້ນ ແລະ ຮັບປະກັນປະສິດທິຜົນ. ປັບປຸງການພັດທະນາ, ປະຕິຮູບ ເສດຖະກິດ ໂດຍຫັນເປັນຫລາຍຮູບ ຫລາຍແບບ ບັນດາຂະແໜງ ການ ຜະລິດ ແລະ ປຸງແຕ່ງ; ຊຸກຍູ້ ສົ່ງເສີມ ແລະ ເສີມຂະຫຍາຍກໍາລັງແຮງ ຂອງບັນດາ ພາກສ່ວນເສດຖະກິດ, ປະຕິຮູບລັດວິສາຫະກິດໃຫ້ເຂັ້ມ ແຂງ, ເປັນກົນໄກ-ເຄື່ອງມືສໍາຄັນ ໃຫ້ແກ່ການດໍາເນີນການຜະລິດທຸລະກິດ ແລະ ສາມາດກາຍເປັນ ເຈົ້າພາທາງໃນລະບົບເສດຖະກິດ ແຫ່ງຊາດ; ທົບທວນຄືນ ແລະ ວາງ ແຜນນະໂຍບາຍ, ຍຸດທະສາດ ເພື່ອ ຂຸດຄົ້ນ, ຄຸ້ມຄອງ ແລະ ນໍາໃຊ້ຊັບພະ ຍາກອນທໍາມະຊາດ ໃຫ້ມີປະສິດທິ ຜົນສູງສຸດ ແລະ ຍືນຍົງ, ເດັດດ່ຽວ ລຶບລ້າງບັນດາໂຄງການທີ່ບໍ່ມີປະ ສິດທິຜົນທາງເສດຖະກິດ ແລະ ເປັນ ຜົນຮ້າຍຕໍ່ສະພາບແວດລ້ອມ, ແຕ່ ລະຂະແໜງການຕ້ອງເປັນເຈົ້າ ການ ໃນການໃຊ້ເງິນກູ້ຢືມ OD" ຢ່າງມີປະສິດທິຜົນ. ມອບໃຫ້ຄະນະພັກ ກະຊວງອຸດ ສາຫະກໍາ-ການຄ້າ, ກະຊວງກະສິ ກຳ ແລະ ປ່າໄມ້, ກະຊວງ ໂຍທາທິ ການ ແລະ ຂົນສົ່ງ, ຄະນະປະຕິຮູບ ລັດວິສາຫະກິດ ແລະ ພາກສ່ວນ ກ່ຽວຂ້ອງຂອງສູນກາງ ແລະ ທ້ອງ ຖິ່ນ ເປັນເຈົ້າການຈັດຕັ້ງປະຕິບັດ ມາດຕະການ ເພື່ອສ້າງຄວາມເຂັ້ມ ແຂງ, ຍົກສູງຍົກສູງຄວາມສາມາດ ຂອງການຜະລິດພາຍໃນ, ພັດທະ ນາຄວາມເຂັ້ມແຂງຂອງວິສາຫະ ກິດພາຍໃນ; ແກ້ໄຂບັນຫາຢ່າງ ເປັນລະບົບມາດຕະຖານ, ນະໂຍ ບາຍກ່ຽວກັບເສັ້ນທາງ, ການຄົມ ມະນາຄົມ ເພື່ອຮັບປະກັນໃຫ້ແກ່ ການຈໍລະຈອນ, ຂົນສົ່ງສິນຄ້າໃນ ຂອບເຂດທົ່ວປະເທດ. ຄຸ້ມຄອງ ແລະ ສ້າງເງື່ອນໄຂ ໃຫ້ແກ່ການຫລຸດຜ່ອນຕົ້ນທຶນ, ຍົກສູງສະມັດຕະພາບການຜະລິດ ແລະ ສິນຄ້າໃຫ້ໄດ້ມາດຕະຖານ; ສ້າງຍີ່ຫໍ້ສິນຄ້າໃຫ້ຫລາກຫລາຍ ໂດຍເສີມຂະຫຍາຍທ່າແຮງຂອງ ຊາດ,ຂອງທ້ອງຖິ່ນ; ໂຄສະນາ, ສ້າງຄ່ານິຍົມ, ຊຸກຍູ້ສົ່ງເສີມການ ຊົມໃຊ້ສິນຄ້າພາຍໃນໃຫ້ແຂງ ແຮງ; ຄຸ້ມຄອງລາຄາສິນຄ້າທີ່ກະ ທົບໄວ (ນໍ້າມັນເຊື້ອໄຟ, ສະບຽງ ອາຫານ) ໂດຍດຸ່ນດ່ຽງຈາກເຂດ ເຫລືອໄປສູ່ເຂດທີ່ມີຄວາມຫຍຸ້ງ ຍາກ, ຂາດເຂີນ-ບໍ່ພຽງພໍ, ພ້ອມນັ້ນ ກໍ່ຮີບຮ້ອນສ້າງຍຸດທະສາດກວມ ລວມ ແລະ ກໍານົດມາດຕະການສະ ເພາະຕໍ່ສິນຄ້າຍຸດທະສາດເຊັ່ນ: ເຂົ້າ ກິນ,ນໍ້າມັນເຊື້ອໄຟ, ໄຟຟ້າ, ເງິນຕາ, ວັດຖຸມີຄ່າ ເພື່ອຄໍ້າປະກັນຄວາມ ໝັ້ນຄົງຂອງຊາດ, ໃນນີ້ຮີບຮ້ອນ ປະຕິຮູບລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດນໍ້າມັນເຊື້ອໄຟ ລາວໃຫ້ສໍາເລັດໄວ ເພື່ອກ້າວໄປສູ່ ການປະຕິຮູບລັດວິສາຫະກິດອື່ນໆ ໄປຕາມໆກັນຢ່າງຕໍ່ເນື່ອງ. ດັດສົມ, ຄຸ້ມຄອງ ແລະ ມີຄວາມ ເຂັ້ມງວດ ຕໍ່ວິສາຫະກິດນໍາເຂົ້າສົ່ງອອກ, ອັດຊ່ອງຫວ່າງການຫລົບ ຫລີກພັນທະດ້ານພາສີ-ອາກອນ, ການຊຳລະສະສາງໃນລະບົບທະ ນາຄານ, ແກ້ໄຂຂາເຂົ້າຜະ ລິດຕະ ພັນທີ່ພາຍໃນສາມາດຜະລິດໄດ້, ວັດຖຸອັນຕະລາຍຕໍ່ຊີວິດ-ສຸຂະພາບ ແລະ ມີຜົນກະທົບຕໍ່ສິ່ງ ແວດລ້ອມ; ສືບຕໍ່ປັບປຸງຄວາມເຂັ້ມແຂງດ້ານ ການພົວພັນເສດຖະກິດ-ການຄ້າ ກັບ ຕ່າງປະເທດ, ຫລຸດຜ່ອນຈໍານວນ ບໍລິສັດ ເຮັດແຕ່ການນໍາເຂົ້າຫັນມາ ລົງທຶນ ຫລື ເກັບຊື້ຜະລິດຕະພັນ ພາຍໃນ ເພື່ອສົ່ງອອກໄປບັນດາປະ ເທດທີ່ມີສັນຍາ ແລະ ໃຫ້ສິດທິພິເສດ ດ້ານພາສີແກ່ສປປລາວ; ຄົ້ນຄວ້າ, ກໍານົດອອກນະໂຍບາຍພິເສດຕໍ່ ພືດ-ສັດແລະການສົ່ງເສີມການຜະ ລິດຕໍ່ສິນຄ້າດັ່ງກ່າວ ຢູ່ເຂດເສດຖະ ກິດ, ເຂດຊົນນະບົດ-ຫ່າງໄກສອກ ຫລີກ ເພື່ອດຶງດູດການລົງທຶນ ແລະ ສ້າງໃຫ້ມີສິນຄ້າປາຍແຫລມ. ເພີ່ມທະວີການສະໜອງ ຊ່ວຍ ເຫລືອດ້ານເຕັກນິກ-ວິຊາການໃຫ້ ປະຊາຊົນແລະ ຜູ້ປະກອບການ ເພື່ອ ຍົກສະມັດຕະພາບແລະ ຄຸນນະພາບ ຜົນຜະລິດກະສິກໍາ-ປ່າໄມ້ ຕອບສະ ໜອງຄວາມຕ້ອງການ ຂອງຕະ ຫລາດແລະສາມາດແຂ່ງຂັນໄດ້;ກໍາ ນົດຄືນໃໝ່ນະໂຍບາຍຊຸກຍູ້ສົ່ງ ເສີມ ດ້ານກະສິກໍາ, ແກ້ໄຂຊ່ອງຫວ່າງ, ການສວຍໂອກາດ, ການກົດໜີບ ກ່ຽວກັບການສະໜອງນ້ຳ, ໄຟຟ້າ ກໍ່ຄືປັດໄຈການຜະລິດອື່ນໆ... ຮັບ ໃຊ້ການຜະລິດກະສິກໍາຢ່າງສົມ ເຫດສົມຜົນ. ມອບໃຫ້ອົງຄະນະພັກ ກະຊວງ ການຕ່າງປະເທດ, ກະຊວງແຜນ ການ ແລະ ການລົງທຶນ, ກະຊວງ ການເງິນ, ກະຊວງພະລັງງານແລະ ບໍ່ແຮ່, ກະຊວງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ, ກະ ຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບຂະແໜງການແລະ ທ້ອງ ຖິ່ນດໍາເນີນການສົ່ງເສີມ ແລະ ເພີ່ມ ທະວີການຮ່ວມມືດ້ານເສດຖະກິດ ກັບຕ່າງປະເທດ; ຊຸກຍູ້ ແລະ ເລັ່ງ ລັດການລົງທຶນກໍ່ສ້າງເສັ້ນທາງ ດ່ວນວັງວຽງ-ບໍ່ເຕັນ, ວຽງຈັນ-ຮ່າ ໂນ້ຍ, ວຽງຈັນ-ປາກເຊ, ປາກເຊ- ດ່ານໜອງນົກຂຽນ (ຊາຍແດນ ລາວ-ກໍາປູເຈຍ) ແລະ ປາກເຊດ່ານພູເກື້ອ (ຊາຍແດນລາວຫວຽດນາມ); ແກ້ໄຂຂໍ້ຄົງຄ້າງ ດ້ານກົນໄກແລະ ນະໂຍບຊຸກຍູ້ການ ນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ ຮ່ວມມືຂຸດຄົ້ນນໍາໃຊ້ທ່າເຮືອຫວຸ້ງ ອາງຢ່າງມີປະສິດທິຜົນ; ໂຄງການ ຮ່ວມມືຂຸດຄົ້ນຖ່ານຫີນ ເພື່ອນໍາໃຊ້ ພາຍໃນ ແລະ ສົ່ງອອກ, ໂຄງການ ຮ່ວມມືກໍ່ສ້າງໂຮງງານໄຟຟ້າຖ່ານ ຫີນ ເພື່ອຂາຍໄຟຟ້າໃຫ້ກໍາປູເຈຍ, ຫວຽດນາມ ນັບທັງສົມທົບປະເທດ ກ່ຽວຂ້ອງ ຄົ້ນຄວ້າສ້າງສາຍສົ່ງ ເພື່ອສົ່ງໄຟຟ້າຂາຍໃຫ້ມາເລເຊຍ ແລະ ສິງກະໂປ. ສ້າງສະພາບແວດລ້ອມການ ລົງທຶນ, ການດໍາເນີນທຸລະກິດ ຢ່າງ ສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸ ຕິທໍາ, ສົ່ງເສີມການແຂ່ງຂັນ, ການ ລົງທຶນ FDI ດ້ວຍມາດຕະການບູ ລິມະສິດທີ່ແຂງແຮງ. ສືບຕໍ່ດຶງດູດ ເອົາການລົງທຶນຢ່າງມີຈຸດສຸມ ເພື່ອ ສ້າງໃຫ້ເກີດມີຖານການຜະລິດ, ການປຸງແຕ່ງ ໂດຍສະເພາະແມ່ນ ໂຄງການຜະລິດ ເພື່ອການສົ່ງອອກ ໃນຂະແໜງການທີ່ມີທ່າແຮງ. ມອບໃຫ້ຄະນະພັກ ກະຊວງສຶກ ສາທິການແລະ ກິລາ, ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ, ກະຊວງຖະແຫລງຂ່າວ ວັດທະນະ ທໍາແລະທ່ອງທ່ຽວ,ແນວລາວສ້າງ ຊາດ. ສະຫະພັນນັກຮົບເກົ່າແຫ່ງ ຊາດລາວ, ອົງການຈັດຕັ້ງມະຫາ ຊົນແຕ່ລະຂັ້ນ ດໍາເນີນມາດຕະການ ແກ້ໄຂບັນຫາ ແລະ ຍົກລະດັບການ ພັດທະນາຊັບພະຍາກອນມະນຸດ ແລະ ແກ້ໄຂບັນຫາຫຍໍ້ທໍ້ດ້ານວັດ ທະນະທໍາ-ສັງຄົມ ເປັນຕົ້ນການ ປະ ລະການຮຽນ-ການສອນ, ບັນຫາ ຂາດແຄນແຮງງານ ແລະ ຍົກລະ ດັບສີມືແຮງງານ, ການຄ້າມະນຸດ, ໄພສັງຄົມອື່ນໆ. ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ ອົງການຈັດຕັ້ງມະຫາຊົນ, ຄະນະໂຄສະນາອົບຮົມສູນກາງ ພັກ,ກະຊວງຖະແຫລງຂ່າວ,ວັດທະ ນະທໍາ ແລະ ທ່ອງທ່ຽວ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ສະຖາ ບັນການເມືອງ ແລະ ການປົກຄອງ ແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ເພີ່ມທະວີການໂຄສະນາ, ສຶກສາອົບຮົມ, ການນໍາເຂົ້າໃນ ຫລັກສູດການຮຽນ-ການສອນ, ປຸກລະດົມຂະບວນການປູກຈິດສໍາ ນຶກກ່ຽວກັບການສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມການຈັດຕັ້ງ ປະຕິບັດແນວທາງສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງສູ່ລວງ ເລິກ. ພ້ອມກັນນັ້ນ ກໍ່ໂຄສະນາ ຜະລິດຕະພັນພາຍໃນຊາດ ໃນທຸກ ພາຫະນະສື່ມວນຊົນໃຫ້ແຂງແຮງ ແລະ ກວ້າງຂວາງ. ມອບໃຫ້ຄະນະພັກ ສະພາແຫ່ງ ຊາດຕິດຕາມ, ກວດກາ ແລະ ຊຸກຍູ້ ລັດຖະບານ ໃນການຜັນຂະຫຍາຍ ມະຕິສະບັບນີ້ ໃຫ້ເປັນນິຕິກໍາອັນລະ ອຽດ ເພື່ອຈັດຕັ້ງປະຕິບັດໃຫ້ເຂົ້າສູ່ ຕົວຈິງຢ່າງມີປະສິດທິຜົນສູງ. ມອບໃຫ້ຫ້ອງວ່າການສູນກາງ ພັກສົມທົບກັບບັນດາອົງການເສນາ ທິການ ໃຫ້ແກ່ສູນກາງພັກ ຕິດ ຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ມະຕິສະບັບນີ້ ເພື່ອລາຍງານຕໍ່ກົມ ການເມືອງສູນກາງພັກໃຫ້ທິດຊີ້ນໍາ ເປັນປົກກະຕິໃນແຕ່ລະໄລຍະ.
RkJQdWJsaXNoZXIy MTc3MTYxMQ==