lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/02/2025 xtgmf]k; ນາຍົກລັດຖະມົນຕີ... ຄະນະທີ່ປຶກສາ... ສໍາເລັດການຍົກລະດັບ... ປີ 2024... ພະແນກການຕ່າງປະເທດ... ສະມາຊິກສະພາ... ແທນ; ປະສານສົມທົບກັບກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ອົງການ ປົກຄອງທ້ອງຖິ່ນແກ້ໄຂບັນຫາມົນ ລະພິດໝອກຄວັນ ແລະ ໄຟໄໝ້ປ່າ ຢ່າງຈິງຈັງ ແລະ ມີຮູບປະທໍາ, ເພີ່ມ ທະວີການໂຄສະນາ ແລະ ສ້າງຈິດ ສໍານຶກໃຫ້ແກ່ປະຊາຊົນດ້ວຍຫລາຍ ຮູບແບບ ເພື່ອສ້າງໃຫ້ສັງຄົມມີ ສ່ວນຮ່ວມໃນການຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ປົກປັກ ຮັກສາສິ່ງແວດລ້ອມ. ສຳລັບວຽກທີ່ດິນແມ່ນໃຫ້ສືບ ຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງ ຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ ວ່າ ດ້ວຍການເພີ່ມທະວີວຽກງານ ຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່ໃຫ້ມີຜົນສໍາເລັດ; ສູ້ ຊົນຈັດຕັ້ງປະຕິບັດວຽກງານຂຶ້ນ ທະບຽນອອກໃບຕາດິນໃຫ້ບັນລຸ ຕົວເລກຄາດໝາຍ 300.000 ຕອນໃນປີ 2025; ຮີບຮ້ອນຈັດຕັ້ງ ປະຕິບັດມະຕິສະບັບເລກທີ 57/ ຄປຈ ວ່າດ້ວຍການພິຈາລະນາ ຮັບຮອງ ການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ໃຫ້ມີປະສິດທິ ຜົນ; ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ໂດຍຈັດສັນທີ່ດິນ ໃຫ້ໄດ້ຕາມເປົ້າໝາຍ (ເນື້ອທີ່ດິນ ທີ່ຈະສະຫງວນ ແລະ ອະນຸລັກໃຫ້ ໄດ້ 70% ແລະ ເນື້ອທີ່ດິນທີ່ຈະ ນໍາໃຊ້ ແລະ ພັດທະນາ 30%), ເພີ່ມທະວີການປະສານສົມທົບກັບ ບັນດາຂະແໜງການ ແລະ ອົງການ ປົກຄອງທ້ອງຖິ່ນສ້າງແຜນຈັດສັນ ທີ່ດິນຂັ້ນເມືອງ ແລະ ບ້ານໃຫ້ສໍາ ເລັດໃນຂອບເຂດທົ່ວປະເທດ ເພື່ອ ໃຫ້ມີຂໍ້ມູນທີ່ດິນແຕ່ລະປະເພດຢ່າງ ລະອຽດ ແລະ ເປັນບ່ອນອີງໃນ ການຂຶ້ນທະບຽນອອກໃບຕາດິນ, ເກັບອາກອນທີ່ດິນປະຈໍາປີ; ຊຸກຍູ້ ບັນດາຂະແໜງການຂຶ້ນບັນຊີທີ່ດິນ ລັດ, ສ້າງຍຸດທະສາດ ແລະ ແຜນ ການນໍາໃຊ້ທີ່ດິນທີ່ຕົນເອງຄຸ້ມຄອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ; ໃຫ້ກວດຄືນ ແລະ ດັດປັບເຂດປະເມີນລາຄາ ທີ່ດິນ ແລະ ແຜນທີ່ປະເມີນລາຄາ ໃຫ້ແທດເໝາະຕົວຈິງ, ສຸມໃສ່ການ ຫັນເປັນທັນສະໄໝໃນວຽກງານ ການຄຸ້ມຄອງທີ່ດິນ ແລະ ພັດທະນາ ລະບົບຖານຂໍ້ມູນທີ່ດິນໃຫ້ສໍາເລັດ ໂດຍໄວ ເພື່ອເຊື່ອມຕໍ່ລະບົບຖານ ຂໍ້ມູນທີ່ດິນໃນການຈັດເກັບລາຍ ຮັບກ່ຽວກັບທີ່ດິນ; ເລັ່ງຫັນເອົາ ທຸລະກິດການຊື້-ຂາຍທີ່ດິນ (ການ ໂອນກໍາມະສິດທີ່ດິນ), ການປ່ຽນ ປະເພດທີ່ດິນໃຫ້ເຂົ້າສູ່ລະບຽບ ການ ແລະ ເຂົ້າໃນລະບົບຄຸ້ມຄອງ ທີ່ທັນສະໄໝ ແລະ ກໍານົດການຊໍາ ລະຜ່ານລະບົບທະນາຄານ; ໃຫ້ ກວດກາ ແລະ ປະເມີນຄືນບັນດາ ໂຄງການໃຫ້ເຊົ່າ-ສໍາປະທານທີ່ດິນ ຂອງລັດ ໂດຍໃຫ້ກວດກາເນື້ອທີ່ ດິນຄືນ, ໂຄງການໃດບໍ່ປະຕິບັດພັນ ທະທາງດ້ານພາສີອາກອນທີ່ດິນ ຫລື ບໍ່ພັດທະນາກໍໃຫ້ມີມາດຕະ ການດ້ານວິໄນຕ່າງໆ ລວມທັງການ ກ້າວໄປເຖິງການຖອດຖອນສິດນໍາ ໃຊ້ທີ່ດິນຂອງໂຄງການ ແລະ ໃຫ້ ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ ແລະ ຫາງສຽງປະຊາຊົນກ່ຽວກັບ ວຽກງານທີ່ດິນ. ພ້ອມນີ້, ກໍຕ້ອງເອົາໃຈໃສ່ປະຕິ ບັດບັນດາພັນທະຂອງສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການ ປ່ຽນແປງດິນຟ້າອາກາດ (UNF CCC), ສົນທິສັນຍາ ແລະ ສັນ ຍາທີ່ກ່ຽວຂ້ອງທີ່ ສປປ ລາວ ເຂົ້າເປັນພາຄີລວມທັງປະຕິບັດ ຄາດໝາຍໝັ້ນທີ່ລັດຖະບານໄດ້ ສະເໜີຕໍ່ບັນດາກອງປະຊຸມຂອງ ປ່າໄມ້ ໄດ້ໃຫ້ຮູ້ໃນກອງປະຊຸມສະ ຫລຸບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ເມື່ອບໍ່ດົນນີ້ວ່າ: ຜ່ານ ການຈັດຕັ້ງປະຕິບັດແຜນພັດທະນາ ກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດໃນປີ 2024 ມີຫລາຍ ໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ປະສົບ ຜົນສຳເລັດຕາມລະດັບຄາດໝາຍ ທີ່ວາງໄວ້ເປັນຕົ້ນການຜະລິດເຂົ້າ ເປືອກສາມາດປັກດໍາໄດ້ທັງໝົດ 916.616 ເຮັກຕາ, ເນື້ອທີ່ເກັບ ກ່ຽວ 912.998 ເຮັກຕາ, ຜົນຜະ ລິດປະມານ 3.750.740 ໂຕນ, ເທົ່າກັບ 97% ຂອງແຜນການປີ (3,86 ລ້ານໂຕນ); ການຜະລິດ ພືດສະບຽງອາຫານສາມາດປູກ ພືດໄດ້ທັງໝົດມາຮອດປັດຈຸບັນ 265.559 ເຮັກຕາ, ຜົນຜະລິດ 2.384.280 ໂຕນ. ໃນນັ້ນ, ພືດທີ່ ພົ້ນເດັ່ນແມ່ນສາລີຫວານ 17.478 ເຮັກຕາ, ຜົນຜະລິດ 100.690 ໂຕນ, ເຜືອກມັນຕ່າງໆ 111.638 ເຮັກຕາ, ຜົນຜະລິດ 987.000 ໂຕນ, ພືດຜັກ 91.771 ເຮັກຕາ, ຜົນຜະລິດ 847.290 ໂຕນ, ໝາກ ໄມ້ 44.672 ເຮັກຕາ, ຜົນຜະລິດ 449.300 ໂຕນ. ພ້ອມນີ້, ຍັງໄດ້ ເອົາໃຈໃສ່ສົ່ງເສີມການລ້ຽງສັດ ແລະ ການປະມົງເຮັດໃຫ້ຝູງສັດ ມີການຂະຫຍາຍຕົວສະເລ່ຍໃນ ລະດັບ 3,5%. ໃນນັ້ນ, ຄວາຍ 1.263.342 ໂຕ ເພີ່ມຂຶ້ນ 1,1%, ງົວ 2.691.456 ໂຕ ເພີ່ມຂຶ້ນ 5,1%, ໝູ 4.766.775 ໂຕ ເພີ່ມ ຂຶ້ນ 5%, ແກະ-ແບ້ 834.129 ໂຕ ເພີ່ມຂຶ້ນ 5,2% ແລະ ສັດປີກ 54.773.212 ໂຕ ເພີ່ມຂຶ້ນ 2024 ເພື່ອເປັນການສະຫລຸບລາຍ ງານການເຄື່ອນໄຫວວຽກງານປະ ຈໍາປີ 2024 ແລະ ວາງທິດທາງ ແຜນການ ປີ 2025 ໂດຍການ ເປັນປະທານຂອງທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາ ປະຊາຊົນ ນວ, ມີບັນດາຄະນະປະ ຈໍາ ສະພາປະຊາຊົນ ນວ, ສະມາຊິກ ສະພາປະຊາຊົນ ນວ ປະຈໍາເຂດ ເລືອກຕັ້ງເມືອງຫາດຊາຍຟອງ ເຂົ້າຮ່ວມ. ທ່ານ ບຸນເພັງ ສີນະວົງພອນ ເຈົ້າ ເມືອງຫາດຊາຍຟອງ ໄດ້ລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຜນງົບປະມານ ທ່ານ ນາງ ສົມສະຫວັນ ຫລວງ ພະໄຊ ຫົວໜ້າພະແນກຄຸ້ມຄອງຊັບ ສິນແຫ່ງລັດ ກົມຄຸ້ມຄອງຊັບສິນ ແຫ່ງລັດໄດ້ລາຍງານຜົນສໍາເລັດ ຊຸດຝຶກອົບຮົມຄັ້ງນີ້, ໄດ້ດຳເນີນ ມາເປັນເວລາ 5 ໂດຍສໍາມະນາ ກອນໄດ້ຮຽນຮູ້ກ່ຽວກັບວຽກງານ ນໍາໃຊ້ບັດກວດກາຂອງເຈົ້າໜ້າທີ່ ຂະແໜງຄຸ້ມຄອງຊັບສິນແຫ່ງລັດ, ວຽກງານກວດກາພັກ, ວຽກງານ ກວດກາລັດ ແລະ ວຽກງານຕ້ານ ການສໍ້ລາດບັງຫລວງ, ວຽກງານ ການສ້າງໂຮງຮຽນ ແລະ ມອບ ເຄື່ອງໃຊ້ໃຫ້ແກ່ເຂດຫ່າງໄກສອກ ຫລີກເປັນຕົ້ນໄດ້ມອບໂຮງຮຽນ ປະຖົມໃຫ້ບ້ານນໍ້າຈ້າວເໜືອ ເມືອງ ໝອກ ແຂວງຊຽງຂວາງ, ໂຮງຮຽນ ມັດທະຍົມເມືອງຈອມທອງ ແລະ ເມືອງທ່າແຂກ ແຂວງຄໍາມ່ວນ, ໄດ້ປະກອບທຶນ 55 ລ້ານກີບ ເພື່ອ ສ້າງໂຮງຮຽນນາສະຫວ່າງ ເມືອງ ນາໝໍ້ ແຂວງອຸດົມໄຊ, ມອບເງິນ 65 ລ້ານກີບ ໃຫ້ເມືອງຊຽງຮອນ ເພື່ອສ້າງຂັ້ນໄດຂຶ້ນສູ່ພະເຈົ້າໃຫຍ່ ພຸດທະປາລະມີສະຣີ ທີ່ແຂວງໄຊ ຍະບູລີ, ມອບຜ້າຫົ່ມໃຫ້ໂຮງຮຽນ ມັດທະຍົມສົມບູນປາກເປັດມົກສະຕຸ ແລະ ໂຮງຮຽນມັດທະຍົມສົມບູນ ຊຽງຮອນ ແຂວງໄຊຍະບູລີ ຈໍາ ນວນ 17 ລ້ານກີບ. ໃນນີ້, ຜົນງານ ທີ່ເປັນຂີດໝາຍປະຫວັດສາດແມ່ນ ຄະນະກໍາມະການສູນກາງແນວ ລາວສ້າງຊາດຢູ່ຕ່າງປະເທດ ໄດ້ ເປັນຄັນທຸງປຸກລະດົມຂົນຂວາຍ ແລະ ເຕົ້າໂຮມຄວາມສາມັກຄີພີ່ ນ້ອງເຊື້ອຊາດລາວ ທີ່ດໍາລົງຊີວິດ ຢູ່ຕ່າງປະເທດ ໄດ້ມາຢ້ຽມຢາມ ລາຍງານການເມືອງທັງສອງ ພາກໂດຍຍົກໃຫ້ເຫັນຜົນງານການ ເຄື່ອນໄຫວດ້ານດີ, ດ້ານອ່ອນ, ຂໍ້ ຄົກຄ້າງ ແລະ ບົດຮອດຖອນຖອນ ໄດ້ໃນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ II (20192024) ເຊິ່ງໃນ 5 ປີຜ່ານມາໜ່ວຍ ພັກ ໄດ້ເອົາໃຈໃສ່ເຮັດວຽກງານ ແນວຄິດ-ການເມືອງ ໃຫ້ສະມາຊິກ ພັກ ແລະ ພະນັກງານພາຍໃນພະ ແນກປັບປຸງການຈັດຕັ້ງ, ຍົກລະ ດັບຄວາມຮູ້ໃຫ້ພະນັກງານ, ເປັນ ເຈົ້າການຈັດຕັ້ງປະຕິບັດວຽກງານ ພິທີການຂອງ ນວ ໃນການຮັບໃຊ້ ຕິດຕາມຄະນະຜູ້ແທນຂັ້ນສູງ ນວ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ນວ, ບັນດາສະຖານທູດ ອົງການຜູ້ຕາງໜ້າ ແລະ ແຂກ ຕ່າງປະເທດ ທີ່ສະເໜີຂໍເຂົ້າຢ້ຽມ ຄຳນັບການນໍາ ນວ. ນອກນັ້ນ, ຍັງ ໄດ້ຊ່ວຍດ້ານພິທີການໃນງານສຳ ຄັນຕ່າງໆຢ່າງເປັນປົກກະຕິ, ທັງ ເປັນໃຈກາງປະສານງານພົວພັນ ແລະ ຮ່ວມມືກັບຕ່າງປະເທດໃຫ້ ຄະນະພັກ, ອົງການປົກຄອງ ນວ ແລະ ເມືອງ. ມາຮອດປັດຈຸບັນ ນວ ໄດ້ພົວພັນຮ່ວມມືກັບ 19 ປະເທດ, 74 ນະຄອນ-ແຂວງ ແລະ 7 ເມືອງ. ໃນນັ້ນ, ໄດ້ມີການລົງນາມສ້າງ ເປັນນະຄອນມິດຕະພາບນຳກັນ ແລ້ວ 15 ນະຄອນ-ແຂວງ (8 ນະ ຄອນຫລວງ, 3 ນະຄອນ ແລະ 4 ແຂວງ). ພ້ອມນີ້, ສະຫາຍ ວຽງສະໄໝ ສະເຫລີມສຸກ ຮອງເລຂາໜ່ວຍພັກ ຮາກຖານ, ຮອງຫົວໜ້າພະແນກ ການຕ່າງປະເທດ ນວ ໄດ້ຍົກໃຫ້ເຫັນ ຜົນສຳເລັດໃນການຈັດຕັ້ງປະຕິບັດ ວຽກງານການຕ່າງປະເທດ ໂດຍຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ນວ ມາເປັນແຜນງານ ແລະ ໂຄງການສາມາດຍາດໄດ້ຜົນງານ ພົ້ນເດັ່ນຫລາຍດ້ານ, ໄດ້ປະສານ ງານພິທີການຕ້ອນຮັບຄະນະຜູ້ແທນ ຕ່າງປະເທດມາຢ້ຽມຢາມ ນວ, ເປັນ ໃຈກາງປະສານງານກັບຕ່າງປະ ເທດໃຫ້ການນໍາ ນວ ແລະ ເມືອງ, ຍາດແຍ່ງເອົາການຊ່ວຍເຫລືອຈາກ ຕ່າງປະເທດໄດ້ຫລາຍໂຄງການ ເປັນຕົ້ນບັນດານະຄອນເພື່ອນມິດ ຍຸດທະສາດ ແລະ ໃນ 5 ປີຕໍ່ໜ້າ (2025-2029) ນວ ຈະສືບຕໍ່ຍົກ ສູງປະສານງານກັບຕ່າງປະເທດໃນ ການເປັນເສນາທິການໃຫ້ການນໍາ ນວ, ແລກປ່ຽນບົດຮຽນວຽກງານ ຕ່າງປະເທດ ກັບພະແນກຕ່າງປະ ເທດບັນດານະຄອນ ແລະ ແຂວງ ບັນດາປະເທດເພື່ອນມິດ, ເກັບກຳ ຂໍ້ມູນຊາຍແດນ ເພື່ອລາຍງານໃຫ້ ກະຊວງການຕ່າງປະເທດແລະການ ນໍາ ນວ, ເພີ່ມທະວີການຄຸ້ມຄອງ ໂຄງການຮ່ວມມືກັບຕ່າງປະເທດທີ່ ເປັນອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນ ກັບລັດຖະບານທີ່ເຄື່ອນໄຫວຢູ່ ນວ. ໃນກອງປະຊຸມໄດ້ປ່ອນບັດເລືອກ ຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ມີຜູ້ ລົງສະໝັກທັງໝົດ 5ສະຫາຍ, ເລືອກ ເອົາ 3 ສະຫາຍ ແລະ ກອງປະຊຸມ ຄັ້ງປະຖົມມະລືກໄດ້ເປັນເອກະສັນ ເລືອກເອົາສະຫາຍ ວົງໄຊ ພົມມີໄຊ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ດາລາວັນ ແກ້ວນະຄອນ ເປັນຮອງ ເລຂາໜ່ວຍພັກ ແລະ ສະຫາຍ ຈັນ ປະເທດສະມາຊິກ ໂດຍສະເພາະ COP29 ໂດຍຫັນເປັນແຜນງານ, ແຜນການ, ໂຄງການ ແລະ ນິຕິກໍາ ລະອຽດ, ເພີ່ມທະວີການປະສານ ສົມທົບກັບບັນດາກະຊວງຂະແໜງ ການ, ອົງການປົກຄອງທ້ອງຖິ່ນ ແລະ ພາກເອກະຊົນເພື່ອຮ່ວມກັນ ປະຕິບັດຍຸດທະສາດ ແລະ ແຜນງານ ທີ່ມີແລ້ວໃຫ້ປະກົດຜົນເປັນຈິງ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງ ໃນການສ້າງຄວາມທົນທານ ແລະ ປັບຕົວເຂົ້າກັບການປ່ຽນແປງດິນ ຟ້າອາກາດໂດຍໃຫ້ມີການສຶກສາ ຄວາມສ່ຽງ, ວາງແຜນປ້ອງກັນ, ແກ້ໄຂ ແລະ ຟື້ນຟູໄພພິບັດໃຫ້ ທັນກັບສະພາບການ; ສິ່ງສໍາຄັນ ຕ້ອງໄດ້ຍົກລະດັບຄວາມເຂົ້າໃຈ ແລະ ສ້າງຈິດສໍານຶກວຽກງານດັ່ງ ກ່າວໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຫລາຍຂຶ້ນກວ່າເກົ່າທັງຢູ່ຂັ້ນ ສູນກາງ ແລະ ທ້ອງຖິ່ນ; ວຽກງານ ການປ່ຽນແປງດິນຟ້າອາກາດເປັນ ວຽກງານທີ່ສາກົນໃຫ້ຄວາມສໍາ ຄັນ ແລະ ມີທຶນສະໜັບສະໜູນ ຢ່າງຫລວງຫລາຍ. ສະນັ້ນ, ຕ້ອງ ໄດ້ສ້າງຄວາມເຂັ້ມແຂງ ເພື່ອເຂົ້າ ຫາແຫລ່ງທຶນພ້ອມທັງຮັບປະກັນ ການນໍາໃຊ້ທຶນໃຫ້ມີປະສິດທິຜົນ ສູງ; ໃຫ້ສືບຕໍ່ສົ່ງເສີມການຊື້-ຂາຍ ສິນເຊື່ອກາກບອນ ໂດຍສະເພາະ ຈາກປ່າໄມ້, ພະລັງງານສະອາດ ແລະ ອື່ນໆ ດ້ວຍການຈັດຕັ້ງຜັນ ຂະຫຍາຍດໍາລັດວ່າດ້ວຍສິນເຊື່ອ ກາກບອນໃຫ້ເປັນຮູບປະທໍາ ເພື່ອ ຮັບປະກັນການສ້າງຜົນປະໂຫຍດ ໃຫ້ແກ່ປະເທດຊາດຢ່າງແທ້ຈິງ. ສ່ວນວຽກຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດແມ່ນ ເນັ້ນໃຫ້ຄົ້ນຄວ້າກົນໄກການຄຸ້ມ ຄອງນໍ້າໃຫ້ຊັດເຈນລະຫວ່າງຂະ ແໜງການທີ່ນໍາໃຊ້ນໍ້າ ເພື່ອຄວາມ ເອກະພາບ ແລະ ມີການຈັດສັນ ນໍ້າຢ່າງເໝາະສົມເຊັ່ນ: ນໍາໃຊ້ນໍ້າ ເຂົ້າໃນການອຸປະໂພກ ແລະ ບໍລິ ໂພກ, ການຜະລິດກະສິກໍາປູກຝັງ, ລ້ຽງສັດ, ຊົນລະປະທານ, ການ ປະມົງ, ອຸດສາຫະກໍາ, ຜະລິດໄຟ ຟ້າ, ການທ່ອງທ່ຽວ ແລະ ອື່ນໆ; ສົມທົບກະຊວງກະສິກໍາ ແລະ ປ່າ ໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປົກປັກຮັກສາແຫລ່ງນໍ້າ ໂດຍ ສະເພາະປ່າຍອດນໍ້າ, ພ້ອມທັງຄົ້ນ ຄວ້ານໍາໃຊ້ທ່າແຮງຈາກນໍ້າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຢ່າງມີປະສິດທິຜົນ ແລະ ຍືນຍົງ; ສຸມໃສ່ການຈັດຕັ້ງປະຕິບັດບັນດາ ແຜນຄຸ້ມຄອງອ່າງຮັບນໍ້າຂະໜາດ ໃຫຍ່ທີ່ໄດ້ຮັບຮອງແລ້ວໃຫ້ມີປະສິດ ຜົນ, ພ້ອມທັງສືບຕໍ່ສ້າງແຜນຄຸ້ມ ຄອງອ່າງນໍ້າຂະໜາດກາງໃຫ້ສໍາ ເລັດຕາມຄາດໝາຍ; ຄຸ້ມຄອງ ໂຄງການ ແລະ ກິດຈະການຕ່າງໆ ບໍ່ໃຫ້ມີການປ່ອຍນໍ້າເປື້ອນລົງສູ່ ແຫລ່ງນໍ້າສາທາລະນະ, ປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ສ້າງລະບົບບໍາບັດນໍ້າເປື້ອນຈາກ ຄົວເຮືອນ. ສໍາລັບວຽກງານອຸຕຸນິຍົມ, ອຸ ທົກກະສາດ ແລະ ກອງເລຂາຄະນະ ກໍາມະການແມ່ນໍ້າຂອງແຫ່ງຊາດ ກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມ ພາລະບົດບາດ ໂດຍສະເພາະການ ຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ 1995, ການປະຕິບັດຂະບວນການ ປຶກສາຫາລືກ່ຽວກັບການແຈ້ງ ໃຫ້ຮູ້ລ່ວງໜ້າ ເພື່ອຮັບປະກັນໃຫ້ ການພັດທະນາໂຄງການພະລັງນໍ້າ ຕາມລໍາແມ່ນໍ້າຂອງໄດ້ຖືກຈັດຕັ້ງ ປະຕິບັດຕາມແຜນການ, ສືບຕໍ່ຂະ ຫຍາຍ ແລະ ສ້າງຕາໜ່າງອຸຕຸນິຍົມ ແລະ ອຸທົກກະສາດໃຫ້ກວມເອົາທຸກ ເຂດໃນທົ່ວປະເທດ ແລະ ຮັບປະກັນ ການບໍາລຸງຮັກສາໃຫ້ມີຄວາມຍືນ ຍົງ ແລະ ຫັນເປັນທັນສະໄໝ ເພື່ອ ຕອບສະໜອງໃນການລາຍງານ ສະພາບພະຍາກອນ ແລະ ແຈ້ງ ເຕືອນສະພາບອາກາດ, ລະດັບນໍ້າ ແລະ ແຜ່ນດິນໄຫວໃຫ້ສັງຄົມຮັບ ຊາບຢ່າງເປັນປົກກະຕິ, ມີຄວາມ ຊັດເຈນ ແລະ ທັນເຫດການຍິ່ງຂຶ້ນ ພ້ອມທັງຈັດຕັ້ງຜັນຂະຫຍາຍແຜນ ແມ່ບົດໃຫ້ມີປະສິດທິຜົນ. ຂ່າວ: ກິດຕາ; ຂໍ້ມູນ: ກຊສ ສຸກ ພົມເມືອງ ເປັນຄະນະໜ່ວຍພັກ, ທັງເປັນປະທານກວດກາໜ່ວຍພັກ. ພ້ອມນີ້, ກອງປະຊຸມຍັງໄດ້ບ່ອນ ບັດເລືອກຕັ້ງເອົາຜູ້ແທນສົມບູນ 2 ສະຫາຍ ແລະ ສຳຮອງ 1 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ອົງຄະ ນະພັກ ນວ. ໂອກາດນີ້, ສະຫາຍ ອາດສະ ພັງທອງ ສີພັນດອນ ໄດ້ມີຄຳເຫັນ ໂອລົມໂດຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ພະແນກການ ຕ່າງປະເທດ ນວ ຍາດມາໄດ້ໃນໄລ ຍະຜ່ານມາ ເຊິ່ງເຮັດໃຫ້ວຽກງານ ການຕ່າງປະເທດມີບາດກ້າວໃໝ່, ມີການພົວພັນຮ່ວມມືກັບສາກົນຢ່າງ ຕັ້ງໜ້າ ແລະ ເຕີບໃຫຍ່ຂະຫຍາຍ ຕົວເຂົ້າສູ່ລວງເລິກ, ສ້າງໄດ້ເພື່ອນ ມິດຫລາຍປະເທດທີ່ເຮັດໃຫ້ການ ປະສານງານຮ່ວມມືທຸກວຽກງານ ທີ່ສອດຫ້ອຍໃນທົ່ວຂົງເຂດຂອງ ນວ ບັນລຸຜົນຢ່າງມີປະສິດທິພາບ. ພ້ອມທັງເນັ້ນໃຫ້ຄະນະໜ່ວຍພັກຊຸດ ໃໝ່ ສືບຕໍ່ເອົາໃຈໃສ່ໃນການນຳພາຊີ້ນຳວຽກງານການຕ່າງປະເທດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ, ມີຄວາມເຂັ້ມແຂງດ້ານການເມືອງແນວຄິດ, ເຮັດໃຫ້ສະມາຊິກມີຄວາມ ເຊື່ອໝັ້ນຕໍ່ແນວທາງ-ນະໂຍບາຍ ຂອງພັກຢ່າງໜັກແໜ້ນ, ສ້າງ ແບບແຜນນຳພາໃນການດຳເນີນ ວຽກງານໃຫ້ມີຄວາມສາມັກຄີກົມ ກຽວ, ຮ່ວມກັນເຮັດວຽກໃຫ້ມີຜົນ ສຳເລັດເປັນກ້າວໆ, ເພີ່ມທະວີການ ຮ່ວມມືກັບບັນດາປະເທດເພື່ອນມິດ ໃຫ້ນັບມື້ນັບຫລາຍ, ຍາດແຍ່ງເອົາ ການຮ່ວມມື, ການຊ່ວຍເຫລືອເຂົ້າ ມາ ເພື່ອພັດທະນາເສດຖະກິດ-ສັງ ຄົມ, ຕີຖ້ອຍບັນຫາຫຍໍ້ທໍ້ທີ່ມີໃນ ສັງຄົມໃຫ້ໝົດໄປເພື່ອເຮັດໃຫ້ ນວ ມີ ຄວາມຮຸ່ງເຮືອງສີວິໄລ ແລະ ຫລຸດ ພົ້ນອອກຈາກຄວາມດ້ອຍພັດທະນາ. ຂໍ້ມູນ-ພາບ: ວຽງຈັນໃໝ່ 5,4%. ສຳລັບການຜະລິດຊີ້ນ, ໄຂ່ ແລະ ປາ ສາມາດຜະລິດໄດ້ ທັງໝົດ 554.000 ໂຕນ, ເທົ່າກັບ 100%ຂອງແຜນການ (ແຜນການ 554.000 ໂຕນ). ໃນນັ້ນ, ຜະລິດ ຊີ້ນໄດ້ທັງໝົດ 271.500 ໂຕນ, ໄຂ່ 52.500 ໂຕນ ແລະ ປາ 230.000 ໂຕນ, ສາມາດຄໍ້າປະກັນການບໍລິ ໂພກພາຍໃນໄດ້ຢ່າງພຽງພໍ. ນອກຈາກນີ້, ຂະແໜງກະສິກຳ ແລະ ປ່າໄມ້ ຍັງໄດ້ສຸມໃສ່ຜະລິດ ບັນດາພືດທີ່ໄດ້ຮັບການເຈລະຈາ ເຕັກນິກເປີດຕະຫລາດແລ້ວ ເຊິ່ງ ສາມາດປະຕິບັດໄດ້ 719.273 ເຮັກຕາ, ລື່ນແຜນການ 3,9% ຂອງແຜນການປີ (ແຜນການ 692.260 ເຮັກຕາ), ຜົນຜະລິດ 11.092.150 ໂຕນ, ທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ ຜົນຜະລິດເພີ່ມຂຶ້ນ 13,8%. ໃນ ນັ້ນ, ພືດພົ້ນເດັ່ນແມ່ນສາລີແຂງ 103.603 ເຮັກຕາ, ຜົນຜະລິດ 515.300 ໂຕນ; ກາເຟ 96.100 ເຮັກຕາ, ຜົນຜະລິດ 174.900 ໂຕນ; ມັນຕົ້ນ 295.000 ເຮັກຕາ, ຜົນຜະລິດ 7,40 ລ້ານໂຕນ, ໝາກ ກ້ວຍ 38.892 ເຮັກຕາ, ຜົນຜະລິດ 901.500 ໂຕນ, ໝາກໂມ 5.106 ເຮັກຕາ, ຜົນຜະລິດ 93.600 ໂຕນ, ອ້ອຍ 33.300 ເຮັກຕາ, ຜົນ ຜະລິດ 1,6 ລ້ານໂຕນ, ປະເພດ ຖົ່ວ 61.114 ເຮັກຕາ, ຜົນຜະລິດ 130.700 ໂຕນ ແລະ ພືດສິນຄ້າ ອື່ນໆ. ພ້ອມນີ້, ຍັງໄດ້ສໍາເລັດການ ເຈລະຈາເຕັກນິກເປີດຕະຫລາດກັບ ບັນດາປະເທດຄູ່ຄ້າໄດ້ທັງໝົດ 67 ລາຍການພືດ ຄື: ສປ ຈີນ ພືດ 31 ລາຍການ ແລະ ສັດ 3 ລາຍການ (ງົວ-ຄວາຍ, ລີງຫາງຍາວ ແລະ ລີງວອກ), ສສ ຫວຽດນາມ ມີ 17 ລາຍການພືດ, ປະເທດໄທ ມີ 16 ພືດ. ສໍາລັບການສົ່ງອອກໄປ ສະຫະພາບເອີຣົບ (EU) ແມ່ນ ເປີດຮັບທຸກປະເພດສິນຄ້າແຕ່ຕ້ອງ ປະຕິບັດຕາມເງື່ອນໄຂການນໍາເຂົ້າ ຂອງສະຫະພາບເອີຣົບ. ມາຮອດປັດຈຸບັນ, ການລ້ຽງສັດ ແລະ ສັດນໍ້າ ເປັນສິນຄ້າແບບເປັນ ກຸ່ມ, ເປັນຟາມໄດ້ມີການຂະຫຍາຍ ຕົວ ເຊິ່ງມີຟາມທັງໝົດ 2.242 ຟາມ, ມີສັດລ້ຽງ 6.591.561 ໂຕ. ໃນນັ້ນ, ຟາມລ້ຽງຄວາຍ 41 ຟາມ, ມີຄວາຍ 2.475 ໂຕ; ຟາມ ລ້ຽງງົວ 709 ຟາມ, ມີງົວ 78.890 ໂຕ; ຟາມລ້ຽງໝູ 737 ຟາມ ມີ ໝູ 503.695 ໂຕ, ຟາມລ້ຽງແບ້/ ແກະ 89 ຟາມ, ມີແບ້ 11.426 ໂຕ; ຟາມລ້ຽງໄກ່ພັນໄຂ່ 365 ຟາມ, ມີ ໄກ່ແມ່ໄຂ່ 2.503.602 ໂຕ, ຟາມ ລ້ຽງໄກ່ພັນຊີ້ນ 208 ຟາມ, ມີໄກ່ 3.008.043 ໂຕ; ຟາມເປັດພັນ ໄຂ່ 68 ຟາມ, ມີເປັດແມ່ພັນໄຂ່ 162.400 ໂຕ, ຟາມເປັດຊີ້ນ 18 ຟາມ, ມີເປັດ 56.730 ໂຕ ແລະ ນົກກະທາ ມີ 7 ຟາມ, ມີນົກກະທາ 264.300 ໂຕ, ຟາມລ້ຽງປາກະຊັງ 146 ກະຊັງ ມີປາ 19.500.000 ໂຕຕໍ່ຮອບ. ຂ່າວ: ທະນູທອງ ພາບ: ເພັດສະໜອນ ສປປ ລາວ ແລະ ເຂົ້າຮ່ວມກອງ ປະຊຸມພົບປະພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດຄັ້ງປະຖົມມະລືກທີ່ ນະຄອນຫລວງວຽງຈັນ. ພ້ອມນີ້, ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົົງ ຂອງຄະນະປະຈຳ ສນຊ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຄະນະທີ່ ປຶກສາວຽກງານຄົນເຊື້ອຊາດລາວ ຢູ່ຕ່າງປະເທດຂອງ ສນຊ. ນອກຈາກນີ້, ກອງປະຊຸມຍັງໄດ້ ປຶກສາຫາລືແຜນວຽກຈຸດສຸມໃນປີ 2025 ໂດຍສະເພາະແມ່ນສືບຕໍ່ຜັນ ຂະຫຍາຍນິຕິກໍາ ແລະ ຄໍາແນະນໍາ ທີ່ກ່ຽວຂ້ອງກັບພີ່ນ້ອງຊາດລາວຢູ່ ຕ່າງປະເທດ ມາດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ມາດໍາລົງຊີວິດ ຢູ່ ສປປ ລາວແບບຖາວອນຕາມ ມາດຖານ ແລະ ເງື່ອນໄຂຕົວຈິງ ຂອງບຸກຄົນ ເຊິ່ງພັກ-ລັດຖະບານ ໄດ້ສ້າງນິຕິກໍາດັ່ງກ່າວສໍາເລັດ ແລ້ວ ເພື່ອສືບຕໍ່ຜັນຂະຫຍາຍໃຫ້ ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ແລະ ເຂົ້າໃຈພ້ອມກັນຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ພີ່ນ້ອງເຊື້ອ ຊາດລາວຢູ່ຕ່າງປະເທດ. ຂ່າວ-ພາບ: ສນຊ ແກ້ໄຂຜົນການກວດສອບ-ກວດ ກາ, ວຽກງານກວດກາຊັບສິນຂອງ ລັດ ທີ່ຕິດພັນກັບວຽກງານບັນດາ ພະແນກອ້ອມຂ້າງກົມ. ພາຍຫລັງສໍາເລັດການຝຶກອົບ ຮົມຄັ້ງນີ້, ເຫັນໄດ້ວ່າສຳມະນາ ກອນມີຄວາມຮັບຮູ້, ຄວາມເຂົ້າໃຈ ຕໍ່ວຽກງານກວດກາຊັບສິນຂອງ ລັດຫລາຍຂຶ້ນ, ສາມາດນໍາໃຊ້ ບົດຮຽນໄປໝູນໃຊ້ເຂົ້າໃນການ ປະຕິບັດວຽກງານຕົວຈິງ, ເຮັດ ໃຫ້ການຈັດຕັ້ງປະຕິບັດກວດກາ ຊັບສິນຂອງລັດ ມີປະສິດທິພາບ ແລະ ປະສິດທິຜົນ. ແນໃສ່ເພື່ອ ຕອບສະໜອງໃຫ້ການປ່ຽນແປງ ຂອງຟື້ນຖານເສດຖະກິດ ແລະ ການຄຸ້ມຄອງງົບປະມານໃນແຕ່ລະ ໄລຍະ. ຂໍ້ມູນ: ກະຊວງການເງິນ ປະຈໍາປີ 2024 ຂອງເມືອງໂດຍ ຫຍໍ້, ການລາຍງານ ແລະ ຊີ້ແຈງ ຕໍ່ບັນຫາທີ່ພົ້ນເດັ່ນຈາກພາກສ່ວນທີ່ ກ່ຽວຂ້ອງຄື: ໂຄງການອອກໃບຕາ ດິນຂອງຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ຄວາມຄືບໜ້າການຈ່າຍ ຄ່າຊົດເຊີຍໃຫ້ແກ່ຜູ້ຖືກຜົນກະທົບ ຈາກໂຄງການຄື: ໂຄງການລົດໄຟ ລາວ-ຈີນ, ໂຄງການທ່າບົກ-ທ່າ ນາແລ້ງ ແລະ ເຂດໂລຈິສຕິກ ນວ, ບັນຫາລົດບັນທຸກນໍ້າໜັກເກີນບໍ່ປົກ ຜ້າ, ການຄຸ້ມຄອງກ່ຽວກັບການ ແກ່ຫີນແຮ່-ຊາຍ ດິນດໍາ-ດິນແດງ ແລະ ການຖົມດິນ, ການອະນຸມັດ ແລະ ການຄຸ້ມຄອງການຂຸດຄົ້ນດິນ ດໍາ-ດິນແດງ, ການລະເມີດຂອງຜູ້ ປະກອບການຫົວໜ່ວຍທຸລະກິດບໍ່ ປະຕິບັດຕາມການອະນຸຍາດ, ການ ນໍາໃຊ້ເສັ້ນທາງຮ່ອມ-ທາງຊອຍ ພາໃຫ້ເສັ້ນທາງເປ່ເພ, ແຜນການ ຊຸກຍູ້ ແລະ ສົ່ງເສີມການຜະລິດເປັນ ສິນຄ້າ, ແຜນການລົງເຄື່ອນໄຫວ ຊຸກຍູ້ການຜະລິດຂອງວິຊາການ ແລະ ອື່ນໆ. ໂອກາດນີ້, ທ່ານ ບຸນທາມ ພຸດ ທະວົງສາ ຍັງໄດ້ມີຄໍາເຫັນຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານຂອງ ຄະນະສະມາຊິກສະພາປະຊາຊົນ ປະຈໍາເຂດເລືອກຕັ້ງເມືອງ ແລະ ອົງການປົກຄອງເມືອງຫາດຊາຍ ຟອງ ເພື່ອເປັນທິດທາງໃນການ ເຄື່ອນໄຫວວຽກງານໃນຕໍ່ໜ້າໃຫ້ ມີປະສິດທິພາບສູງຂຶ້ນ. ຂ່າວ: ວຽງຈັນໃໝ່
RkJQdWJsaXNoZXIy MTc3MTYxMQ==