glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ມາລີດາີດ xtgmf]k; 6 04/02/2025 glf4tdy f{la '7q , lts;a ootg0f dP,ltg|u rtmkf3zj o gxa o,= ]tfq dcsj '-kf]tfa [mh v'4y j o * ແຂວງສະຫວັນນະເຂດ ກຽມ ສະເໜີ ພະທາດໂຜ່ນ ເປັນມໍລະດົກ ປະຈໍາທ້ອງຖິ່ນ ໃນທ້າຍປີ 2025 ເພື່ອເປັນການສົ່ງເສີມສະຖານທີ່ ທ່ອງທ່ຽວປະຫວັດສາດຂອງແຂວງ ແລະ ເປັນການປົກປັກຮັກສາປູຊະ ນີຍະສະຖານທີ່ເກົ່າແກ່ແຫ່ງນີ້ ໃຫ້ ຢູ່ຄຽງຄູ່ກັບແຂວງສະຫວັນນະເຂດ ຕະຫລອດໄປ. ທ່ານ ລໍາຄູນ ວໍລະວົງ, ຫົວໜ້າ ພະແນກຖະແຫລງຂ່າວ, ວັດທະ ນະທຳ ແລະທ່ອງທ່ຽວ ແຂວງສະ ຫວັນນະເຂດ ໃຫ້ສໍາພາດຕໍ່ສື່ມວນ ຊົນ ລາວ-ໄທ ທີ່ໄປຮ່ວມກິດຈະກໍາ ຢູ່ແຂວງສະຫວັນນະເຂດ ເມື່ອບໍ່ດົນ ມານີ້ວ່າ: ແຂວງສະຫວັນນະເຂດ ກໍາລັງກະກຽມເອກະສານຕາມຂັ້ນ ຕອນຕ່າງໆ ເພື່ອສະເໜີຕໍ່ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮັບຮອງເອົາພະທາດ ໂຜ່ນ, ຕັ້ງຢູ່ບ້ານໂພນທາດ, ເມືອງ ໄຊພູທອງ ເປັນມໍລະດົກແຫ່ງຊາດ ໃນທ້າຍປີ 2025 ນີ້. ທັງນີ້, ເນື່ອງ ຈາກພະທາດແຫ່ງນີ້ ມີຄວາມສໍາ ຄັນ ແລະ ສ້າງຂຶ້ນພ້ອມໆກັບພະ * ໄລຍະຜ່ານມາພັກ-ລັດຖະ ບານ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ ປະຊາຊົນລາວບັນດາເຜົ່າປະກອບ ອາຊີບ, ສ້າງເສດຖະກິດ ດ້ວຍການ ຜະລິດກະສິກໍາທີ່ທັນສະໄໝ ເຊິ່ງ ໃນການຜະລິດກະສິກໍານັ້ນກໍກວມ ລວມຫລາຍຢ່າງ ໃນນັ້ນ, ແມ່ນການ ຜະລິດເຂົ້າເປັນສິນຄ້າ, ເມື່ອກ່ອນ ຈະອອກມາເປັນສິນຄ້າໄດ້ຕ້ອງມີ ການແປຮູບຜ່ານໂຮງສີເຂົ້າ. ສະ ນັ້ນ,ຈຸດນີ້ ຈຶ່ງເປັນທ່າແຮງ ແລະ lu g0Q kma oltw\ lh k']kpIa [ 500 ]h kod;j kdu [8+ xu ເງື່ອນໄຂທີ່ຜູ້ປະກອນການຫລາຍໆ ທ່ານ ຫັນມາຍຶດຖືອາຊີບສີເຂົ້າຂາຍ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ໄດ້ເປັນກອບເປັນກໍາ ເໝືອນດັ່ງ ຄອບຄົວ ທ່ານ ຊຽງປັນ ຍົດເຕັມ ເຈົ້າຂອງໂຮງສີເຂົ້າທັນສະໄໝຢູ່ ບ້ານນາຊີງ ເມືອງພຽງ ແຂວງໄຊ ຍະບູລີ. ທ່ານ ຊຽງປັນ ຍົດເຕັມ ໄດ້ໃຫ້ຮູ້ ວ່າ: ກ່ອນຈະມາເຮັດທຸລະກິດໂຮງ ສີເຂົ້ານີ້ ຍ້ອນເມ່ືອກ່ອນລູກເຂີຍ ໄດ້ໄປຮັບເໝົາ-ຮັບຈ້າງ ສີເຂົ້າ, ເກັບຊື້ເຂົ້າໄປປ່ອນໂຮງສີ ແລະ ສີ ເອົາເຂົ້າສານໄປຂາຍເຫັນວ່າມີຂໍ້ ສະດວກ ແລະ ລາຍຮັບດີ. ສະນັ້ນ ຕົນເອງເຫັນໂອກາດຊ່ອງທາງ ການດໍາເນີນທຸລະກິດ ຈຶ່ງໄດ້ປຶກສາ ກັບຄອບຄົວ ຊື້ໂຮງສີເຂົ້າມາຕັ້ງ ໃນປີ 2011 ໂດຍມີກໍາລັງການ ສີເຂົ້າ 600 ກິໂລເຂົ້າສານຕໍ່1 ຊົ່ວໂມງ, ສີໄດ້ 2 ປີກວ່າ ເຫັນວ່າ ໄດ້ຮັບຜົນດີ ແລະ ເປັນທີ່ນິຍົມໃນ ຫລາຍ ແລະ ຍັງບໍ່ພຽງພໍກັບຄວາມ ຕ້ອງການຂອງສັງຄົມ ຈຶ່ງໄດ້ຊື້ ໂຮງສີເຂົ້າມາຕັ້ງຕື່ມອີກ, ສີເຂົ້າ 1 ໂຕນເຂົ້າສານຕໍ່ 1 ຊົ່ວໂມງ ເມື່ອ ດຳເນີນທຸລະກິດໄດ້ປະມານ 3 ປີ ກໍ່ເຫັນວ່າຍັງບໍ່ພໍກັບຄວາມຕ້ອງ ຂອງຕະຫລາດ. ສະນັ້ນ,ຈຶ່ງໄດ້ຊື້ ມາຕັ້ງຕື່ມອີກເຄື່ອງໜຶ່ງ ສີເຂົ້າໄດ້ 1 ຊົ່ວໂມງຕໍ່ 2 ໂຕນເຂົ້າສານ. ຫລັງຈາກນັ້ນ, ກໍໄດ້ມອບໂຮງສີ ເຂົ້າໃຫ້ລູກເປັນຜູ້ຮັບຜິດຊອບຕໍ່ ເມື່ອດຳເນີນທຸລະກິດໄປໄດ້ໄລຍະ ໜຶ່ງເຫັນວ່າຄວາມຕ້ອງການຂອງ ຕະຫລາດກໍ່ຍັງສູງເມື່ອເປັນແນວ ນັ້ນກໍ່ໄປຊື້ໂຮງສີເຂົ້າທີ່ສີໄດ້ 2 ໂຕນຕໍ່ຊົ່ວໂມງອີກ 1 ເຄື່ອງ ແລະ ມາຮອດປັດຈຸບັນນີ້ສາມາດສີເຂົ້າ ສານໄດ້ 20 ກວ່າໂຕນຕໍ່ມື້. ພ້ອມ ກັນນີ້, ກໍ່ໄດ້ຂະຫຍາຍເຕົາອົບສາ ມາດອົບເຂົ້າ 9-10 ໂຕນຕໍ່ຄັ້ງ, ອົບໄດ້ມື້ລະສອງຄັ້ງ ເຫັນວ່າບາງ ມື້ກໍພຽງພໍ ບາງມື້ກໍຍັງບໍ່ພຽງພໍກັບ ລູກຄ້າຕາມທ້ອງຕະຫລາດ. ສຳລັບ ການສົ່ງອອກເຂົ້າສານ, ຮໍາ, ເຂົ້າ ປຽນ ມີແມ່ຄ້າຄົນກາງມາຮັບຊື້ ເອົາຢູ່ໂຮງສີໄປຂາຍ ຫລັງຈາກ ໄປສົ່ງຕາມທ້ອງຕະຫລາດຕື່ມອີກ. ສ່ວນບ່ອນຈຳໜ່າຍມີ 2 ຕະຫລາດ ຄື: ຕະຫລາດເຊັນສັນຍາ ແລະ ຕະ ຫລາດທົ່ວໄປຄື: ຕະຫລາດເມືອງ ໄຊຍະບູລີ, ຫລວງພະບາງ ແລະ ອຸດົມໄຊ; ສ່ວນການຮັບຊື້ເຂົ້າ ຢູ່ໂຮງສີ ສ່ວນໃຫຍ່ແມ່ນແມ່ຄ້າ ເອົາມາສົ່ງ ໂດຍເກັບຊື້ຈາກເມືອງ ພຽງ, ໄຊຍະບູລີ, ປາກລາຍ, ບໍ່ແຕນ ແລະ ຊະນະຄາມ ແຂວງວຽງຈັນ, ເຊິ່ງລາຄາເຂົ້າເປືອກທີ່ຮັບຊື້ຕໍ່າສຸດ ແມ່ນ 7.500 ກີບຕໍ່ກິໂລ, ສູງສຸດ 8.000 ກີບຕໍ່ກິໂລ, ການຂາຍເຂົ້າ ສານລາຄາຕໍ່າແມ່ນ 14.000 ກີບ ຕໍ່ກິໂລ, ສູງແມ່ນ 15.000 ກີບຕໍ່ ກິໂລ, ຮໍາແມ່ນ 2.000 ກີບຕໍ່ກິໂລ, ເຂົ້າປຽນ 10.000 ກີບຕໍ່ກິໂລ. ທ່ານ ຊຽງປັນ ຍົດເຕັມ ໃຫ້ຮູ້ຕື່ມ ວ່າ: ໃນປີໜຶ່ງ ລົງທຶນຊື້ເຂົ້າເປືອກ 3 ຕື້ກີບ, ຫັກຄ່າສິນເປືອງອື່ນໆ ອອກຈະເຫລືອກໍາໄລປະມານ 500 ລ້ານກີບ. ພ້ອມດຽວກັນນີ້, ຍັງໄດ້ ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການສີເຂົ້າ ຫລັກໆແມ່ນການ ແຍກຊະນິດຂອງເຂົ້າ, ເຂົ້າບໍ່ແຫ້ງ ເຮັດໃຫ້ການສີພົບຄວາມຫຍຸ້ງຍາກ ບໍ່ຄືເຂົ້າທີ່ຜ່ານເຕົາອົບມັນຈະສີງ່າຍ ແລະ ໄດ້ເຂົ້າງາມ. ສ່ວນແຜນການ ໃນຕໍ່ໜ້າ ເພື່ອຕອບສະໜອງຄວາມ ຕ້ອງການ ຂອງຕະຫລາດ ແມ່ນຈະ ໄດ້ຊອກຫາແຫລ່ງທຶນມາຂະຫຍາຍ ເຄື່ອງແຍກເກດຕື່ມເປັນ 2 ຫົວ ເພື່ອຈະເຮັດໂລໂກ ແລະ ບັນຈຸໃສ່ ເປົາ,ໃສ່ຖົງແຕ່ລະຂະໜາດຕາມ ຄວາມຕ້ອງການຂອງຜູ້ບໍລິໂພກ. ຂາຍແລ້ວຈຶ່ງເອົາທຶນມາສົ່ງທາງ ໂຮງສີ. ນອກຈາກມີແມ່ຄ້າຄົນ ກາງມາເອົາໄປຂາຍແລ້ວ ຍັງໄດ້ ສະນັ້ນ, ສະຖານທີ່ແຫ່ງນີ້ຈຶ່ງ ຖືວ່າເປັນມໍລະດົກຕົກທອດ, ເປັນ ຊັບສົມບັດມິ່ງເມືອງທີ່ມີຄ່າສູງ, ໂດດເດັ່ນທາງດ້ານວັດທະນະທຳ ອັນລ້ຳຄ່າ ແລະ ເປັນປະຫວັດສາດ ຊຶ່ງຕິດພັນກັບແບບແຜນດຳລົງຊີ ວິດຂອງປະຊາຊົນລາວບັນດາເຜົ່າ ມາແຕ່ດຶກດຳບັນ ແລະ ຍັງເປັນສະ ຖານທີ່ທ່ອງທ່ຽວທາງດ້ານວັດ ທະນະທຳທີ່ສຳຄັນ ແລະ ມີຊື່ສຽງ ອີກແຫ່ງໜຶ່ງຂອງ ແຂວງສະຫວັນ ນະເຂດ. ເຊື່ອກັນວ່າໃຜທີ່ມາຂໍ ພອນ ແລະ ບົນບະ ກໍມັກຈະໄດ້ດັ່ງ ຄວາມມຸ່ງມາດປາຖະໜາຢ່າງອັດ ສະຈັນ, ແຕ່ລະມື້ກໍຈະມີທັງຄົນລາວ ແລະ ຄົນໄທມາກາບໄຫວ້ຂໍພອນ ຖືວ່າເປັນພະທາດທີ່ສັກສິດ ແລະ ມີປະຫວັດຄວາມເປັນມາອັນຍາວ ນານ. ພະທາດໂຜ່ນ ຕັ້ງຢູ່ວັດເຈຕິ ຍາຣາມ ບ້ານໂພນທາດ, ເມືອງໄຊ ພູທອງ, ແຂວງສະຫວັນນະເຂດ, ຕັ້ງຢູ່ຫ່າງຈາກເທສະບານເມືອງໄຊ ພູທອງ ປະມານ 22 ກິໂລແມັດ ຕາມ ເສັ້ນທາງເລກທີ 13 ໃຕ້ ມຸ່ງໜ້າສູ່ ແຂວງຈໍາປາສັກ ແລະ ຫ່າງຈາກ ເທສະບານນະຄອນໄກສອນ ພົມວິ ຫານ ປະມານ 65 ກິໂລແມັດ. ທາດອີງຮັງ ເຊິ່ງນອກຈາກມີຕຳ ນານທີ່ເລົ່າຂານມາແຕ່ບູຮານນະ ການວ່າເປັນອົງພະທາດສັກສິດ, ຍັງເປັນແຫລ່ງທ່ອງທ່ຽວທີ່ສຳຄັນ ຂອງຊາວເມືອງໄຊພູທອງ ກໍຄື ຂອງຊາວແຂວງສະຫວັນນະເຂດ ສາມາດດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດໄດ້ເຂົ້າ ມາທ່ຽວເປັນຈໍານວນຫລາຍ ແລະ ສ້າງລາຍຮັບໄດ້ 200 ລ້ານກີບຕໍ່ ເດືອນ. ພະທາດອົງນີ້ສ້າງຂຶ້ນໃນຕອນ ຄ່ຳຂອງວັນພຸດເດືອນ 12 ພສ 236. ສ້າງດ້ວຍຫີນເຂົ້າຈີ່ ຫລື ເອີ້ນວ່າ (ຫີນໜາມໜໍ່) ກໍເປັນ ທາດອຸມົງ (ຮູບໂອຂວ້ຳ) ກວ້າງ ດ້ານລະ 12 ວາ ສ້າງມື້ໜຶ່ງກັບຄືນ ໜຶ່ງກໍສຳເລັດມາເຖິງປັດຈຸບັນນີ້ມີ ອາຍຸເຖິງ 2.500 ປີ, ໂດຍມີສົມ ເດັດພະພຸດທະວົງສາເປັນລາຊະ ອຸປະຖຳສືບຕໍ່ມາ ແລະ ເພີ່ນຈະຈັດ ງານບຸຸນສະເຫລີມສະຫລອງພະ ທາດນີ້ຂຶ້ນ 15 ຄໍ່າ ເດືອນສາມ (ເດືອນສາມເພັງ) ຂອງທຸກໆປີ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==