xtgmf]k; 4 3]d c]t gsfdko 04/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 7v[7q ;7totoedv'ra o.spj c]t oa dm5 ]tdy f ,v[g7nj v'[= ]y 3rd.sh vh kpoh v'mtsko ບຸນນະມັດສະການ...ຸັ ເປີດງານວາງສະແດງ...ີ ປີ 2025 ຂະແໜງກະສິກຳ...ີິ ໄຟໄໝ້ລາມປ່າ...້່ ສະຫລຸບວຽກງານ...ຸ ຂປລ . ໃນແຜນພັດທະນາ ກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດປີ 2025 ນີ້, ຂະແໜງ ກະສິກຳ ແລະ ປ່າໄມ້ ຈະສຸມທຸກ ກຳລັງແຮງ ເພື່ອຊຸກຍູ້ການຜະລິດ ກະສິກຳໃຫ້ເປັນສິນຄ້າທີ່ຫລາກ ຫລາຍ, ມີຄຸນນະພາບແລະປະຊາຊົນ ມີລາຍຮັບຕົວຈິງ, ຮັບປະກັນຄວາມ ໝັ້ນຄົງທາງດ້ານສະບຽງອາຫານ ແລະ ມີໂພຊະນາການທີ່ດີ, ແກ້ໄຂ ຄວາມທຸກຍາກ ແລະ ຊີວິດການເປັນ ຢູ່ຂອງປະຊາຊົນໃນເຂດຊົນນະບົດ ໃຫ້ໄດ້ຮັບການປັບປຸງດີຂຶ້ນ, ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບ ການປົກປັກຮັກສາ ແລະ ພັດທະນາ, ສ້າງມູນຄ່າເພີ່ມ ແລະ ລາຍຮັບເຂົ້າ ໃນເສດຖະກິດແຫ່ງຊາດຢ່າງໜັກ ແໜ້ນ. ທ່ານ ກິແກ້ວ ສິງນາວົງ ຮອງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ໃນກອງປະຊຸມສະ ຫລຸບວຽກງານກະສິກຳ, ປ່າໄມ້ແລະ ພັດທະນາຊົນນະບົດ ປະຈຳປີ2024 ແລະ ທິດທາງແຜນການປີ 2025 ເມື່ອບໍ່ດົນນີ້ວ່າ: ແຜນພັດທະນາ ກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດ ຕ້ອງມີຈຸດສຸມ ໂດຍອີງໃສ່ ເງື່ອນໄຂດ້ານການເຊື່ອມໂຍງເຊື່ອມ ຈອດ, ທ່າແຮງບົ່ມຊ້ອນທາງດ້ານ ຊັບພະຍາກອນທຳມະຊາດໃນແຕ່ລະ ເຂດແຄວ້ນ, ເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ພູມປັນຍາທ້ອງຖິ່ນ ໃຫ້ເຕີບໂຕຢ່າງມີຄຸນນະພາບ, ສົມ ດຸນ ແລະ ຍືນຍົງ ເພື່ອຮັບປະກັນ ດ້ານສະບຽງອາຫານໃຫ້ພຽງພໍ, ມີ ວັດຖຸດິບປ້ອນໂຮງງານປຸງແຕ່ງ, ມີ ຜະລິດຕະພັນສົດ, ສະອາດ ແລະ ປອດໄພ ເພື່ອຊົມໃຊ້, ສົ່ງອອກ ກັບທີ່ (ຮັບໃຊ້ການທ່ອງທ່ຽວ) ແລະ ສົ່ງອອກນອກປະເທດ ໂດຍມີ ມາດຕະຖານ (SPS) ແລະ ມີໂກ ຕາເຈລະຈາຕົກລົງທາງການຄ້າ, ມີການຢັ້ງຢືນມາດຕະຖານກະສິກຳ ສະອາດ, ກະສິກຳອິນຊີ ຕາມທິດສີ ຂຽວ, ສະອາດ, ປອດໄພ ເປັນມິດກັບ ສິ່ງແວດລ້ອມ. ສໍາລັບຄາດໝາຍລວມໃນ ປີ 2025 ນີ້, ຈະຊຸກຍູ້ແຮງການ ຜະລິດສະບຽງອາຫານ ແລະ ການ ຜະລິດສິນຄ້າກະສິກຳທີ່ມີທ່າແຮງ ການຂະຫຍາຍຕົວ, ຫລາກຫລາຍ, ສະອາດ, ປອດໄພ, ປະຊາຊົນມີ ລາຍຮັບ, ທັງຮັບປະກັນລະບົບນິ ເວດກະສິກຳຂອງທ້ອງຖິ່ນມີຄວາມ ຂຽວງາມ ແລະ ຍືນຍົງໂດຍຮັກ ຂປລ. ໃນວັນທີ 2 ກຸມພາ 2025 ນີ້, ຄອບຄົວຄະນະນໍາ ກອງພັນ ໃຫຍ່201 + ນັກທຸລະກິດບ້ານສຸ ວັນນະພູນ, ອຳນາດການປົກຄອງ ບ້ານນາໂພ ໄດ້ມອບເຄື່ອງບໍລິໂພກ ໃຫ້ອ້າຍນ້ອງທະຫານກອງພັນນ້ອຍ 613 ກອງພັນໃຫຍ່ 201 ກອງ ພົນທີ 2 ທີ່ພວມປະຕິບັດໜ້າທີ່ຫັດ ແອບຊ້ອມຮົບຍິງລູກປືນແທ້ ຢູ່ພາກ ສະໜາມ ໂດຍຕາງໜ້າກ່າວມອບ ຂອງສະຫາຍ ພັກໂທ ອຳນວຍ ສຸກສະຫວັດ ຫົວໜ້າການເມືອງ ກອງພັນໃຫຍ່ 201 ແລະ ຕາງໜ້າ ກາວຮັບໂດຍສະຫາຍ ພັນໂທ ອໍາ ພອນ ແສງດາລາ ຫົວໜ້າພະແນກ ເສນາກອງພັນໃຫຍ່201 ພ້ອມດ້ວຍ ຄະນະ. ເຄື່ອງບໍລິໂພກທີ່ນໍາໄປມອບໃນ ຄັ້ງນີ້, ປະກອບມີປ໋ອງປາ, ແປ້ງ ນົວ, ໝີ່ໄວໄວ, ນ້ຳດື່ມ, ຢາສູບ, ໜາກເພັດ, ໝາກເຂືອ ແລະ ເຄື່ອງ ອື່ນໆ ອີກຈໍານວນໜຶ່ງ ລວມມູນຄ່າ 7.500.000 ກີບ. ການນໍາເອົາ ເຄື່ອງໄປມອບໃນຄັ້ງນີ້ ກໍເພື່ອເປັນ ການປະກອບສ່ວນຊຸກຍູ້ນໍ້າໃຈໃຫ້ ພະນັກງານ-ນັກຮົບທີ່ພວມປະຕິບັດ ໜ້າທີ່ຫັດແອບຊ້ອມຍີງລູກປືນແທ້ ຢູ່ພາກສະໜາມໃຫ້ມີກໍາລັງໃຈໃນ ການຝຶກຊ້ອມກຽມພ້ອມເຮັດສຳ ເລັດໜ້າທີ່ການຈັດມອບໝາຍໃຫ້. ໂອກາດນີ້, ສະຫາຍ ພັນໂທ ອໍາພອນ ແສງດາລາ ໄດ້ຕາງໜ້າ ໃຫ້ພະນັກງານ-ນັກຮົບ ສະແດງ ຄວາມຂອບອົກຂອບໃຈມາຍັງ. ທຸກ ພາກສ່ວນທີ່ເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງພະນັກງານນັກຮົບທີ່ພວມຫັດແອບໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນໍາ ເອົາເຄື່ອງຈໍານວນດັ່ງກ່າວ ໄປແຈກ ຢາຍໃຫ້ອ້າຍນ້ອງຢ່າງທົ່ວເຖິງ. ໂອກາດດຽວກັນນີ້, ທ່ານ ນໍ່ຮົ່ວ ທໍ່ ເຈົ້າຂອງສວນໝາກກ້ຽງຫວານ ກໍ່ໄດ້ນໍາເອົາໝາກກ້ຽງຫວານ ສົດໆຈາກສວນມາມອບໃຫ້ອ້າຍ ນ້ອງທະຫານຕື່ມອີກ ນີ້ກໍ່ແມ່ນນໍ້າ ໃຈອັນໜຶ່ງຂອງປະຊາຊົນບັນດາ ເຜົ່າ ກໍ່ຄື ຄອບຄົວຂອງທ່ານ ນໍ່ຮົ່ວ ທໍ່ ທີ່ມີຕໍ່ອ້າຍນ້ອງທະຫານທີ່ພວມ ປະຕິບັດໜ້າທີ່ຫັດແອບຊ້ອມຮົບຢູ່ ພາກສະໜາມໃນຕອນນີ້. ຄວາມອຸດົມສົມບູນຂອງທໍາມະຊາດ ແລະ ຄວາມສີວິໄລດ້ານວັດທະນະ ທໍາຂອງມວນມະນຸດໂລກ ຈໍານວນ ຫລວງຫລາຍມາວາງສະແດງຢູ່ໂຮງ ແຮມດາວດອກງິ້ວ ເຂດເສດຖະກິດ ພິເສດສາມຫລ່ຽມຄຳ ເມືອງຕົ້ນ ເຜິ້ງ ແຂວງບໍ່ແກ້ວ ໂດຍມີທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການ ຄວາມເປັນຈິງ, ສາມາດຖອດຖອນ ໃຫ້ໄດ້ບົດຮຽນ ກໍຄື ບັນຫາຕົວຈິງ ເພື່ອເປັນບ່ອນອີງໃຫ້ການປັບປຸງ ແກ້ໄຂໃນຕໍ່ໜ້າ. ນອກຈາກນີ້, ຜູ້ ເຂົ້າຮ່ວມຍັງໄດ້ລົງເລິກຄົ້ນຄວ້າ ປຶກ ສາຫາລື ແລະ ປະກອບຄຳ ຄິດ-ຄຳເຫັນຕໍ່ຮ່າງບົດສະຫລຸບ ຕີລາຄາການເຄື່ອນໄຫວວຽກງານ ຕິດຕາມກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫລວງ, ຄົ້ນຄວ້າພິຈາລະນາຄຳ ຮ້ອງ-ຄຳສະເໜີ, ການຕິດຕາມກວດກາການແກ້ໄຂຜົນຂອງການ ກວດກາ. ພ້ອມນີ້, ຍັງຈໄດ້ຕີລາຄາ ເຖິງການປັບປຸງພາຍໃນຂອງຄະນະ ກວດກາ ແລະ ອົງການກວດກາ ແຕ່ລະຂັ້ນ ໂດຍສະເພາະແມ່ນການ ປັບປຸງກົງຈັກການຈັດຕັ້ງ ປີ 2024 ລວມທັງການປຶກສາຫາລືກ່ຽວກັບ ທິດທາງແຜນການເຄື່ອນໄຫວວຽກ ຈຸດສຸມໃນປີ 2025 ຕື່ມອີກ. ທ່ານ ຄໍາພັນ ພົມມະທັດ ຍັງໃຫ້ຮູ້ ອີກວ່າ: ປີ 2025 ເປັນປີມ້ວນທ້າຍ ໃນການຜັນຂະຫຍາຍມະຕິກອງ ໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອ ດັອບ), ການແຂ່ງຂັນກິລາພື້ນເມືອງ ຫລາຍປະເພດ, ແຕ່ລະຄືນ ຍັງມີການ ສະແດງສິລະປະຂອງນ້ອງນັກຮຽນ ແລະ ຊົມການສະແດງໝໍລຳເລື່ອງທີ່ ເປັນເອກະລັກຂອງແຂວງຈໍາປາສັກ. ໃນໄລຍະດຽວກັນກໍຈະມີການ ຈັດບຸນກາເຟ ຢູ່ເມືອງປາກຊ່ອງ. ສໍາ ລັບມື້ເປີດງານຢ່າງເປັນທາງການ ຈະຈັດຂຶ້ນໃນຕອນບ່າຍວັນທີ 10 ກຸມພາ ໂດຍຈະມີຂະບວນແຫ່ຂອງ ກ້ອນກຳລັງຕ່າງໆ, ມີການສະແດງ ບົດຟ້ອນ, ການສະແດງສິລະປະ ລະຄອນຍ້ອນຍຸກ ແລະ ການນໍາ ແຂວງຈໍາປາສັກ ຈະກ່າວເປີດງານ ຢ່າງເປັນທາງການ. ພ້ອມນີ້, ຈະ ມີການຈຸດພຸໄຟ, ແສງ, ສີ, ສຽງ ຕື່ມ ອີກ. ສ່ວນວັນທີ 11 ກຸມພາ ກໍຈະ ມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກັອບ ຄົນຈົນ, ກິລາແລ່ນເປົ໋າ ແລະ ອື່ນໆ. ການຈັດງານໃນປີນີ້, ທາງແຂວງ ໄດ້ເຊື້ອເຊີນແຂກຈາກພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫລາຍ ເປັນຕົ້ນບັນດາແຂວງຈາກ ສສ ສ່ວນສາເຫດ ແລະ ຜົນເສຍຫາຍ ຂອງໄຟໄໝ້ລາມປ່າໃນຄັ້ງນີ້ ແມ່ນ ຍັງບໍ່ທັນຮູ້ລາຍລະອຽດເທື່ອ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ນັກຂ່າວຫລວງພະບາງ ກົມການເມືອງສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ຄໍາຜະຫຍາ ພົມປັນຍາ ຮອງ ເຈົ້າແຂວງບໍ່ແກ້ວ, ພ້ອມດ້ວຍ ຮອງປະທານສະພາບໍລິຫານເຂດ ເສດຖະກິດພິເສດສາມຫລ່ຽມຄໍາ, ປະທານສະມາຄົມວັດທະນະທໍາ ສັນຕິພາບໂລກ, ຫົວໜ້າຫ້ອງວາງ ສະແດງສິລະປະສັນຕິພາບໂລກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ງານວາງສະແດງຮູບພາບສາມ ຫລ່ຽມຄໍາສັນຕິພາບຄັ້ງນີ້ຈັດຂຶ້ນເປັນ ປີທີ 2 ຕໍ່ເນື່ອງຈາກປີຜ່ານມາ ເຊິ່ງ ໄດ້ສ້າງເວທີໃຫ້ນັກສິລະປະສະແດງ ຄວາມສາມາດ ແລະ ແລກປ່ຽນ ຄວາມຄິດເຫັນ, ພ້ອມທັງເປີດໂອກາດ ໃຫ້ຜູ້ຊົມໄດ້ຮັບຮູ້ເຖິງຄວາມໝາຍ ຂອງບັນດາຮູບພາບສິລະປະທີ່ ຫລວງຫລາຍ ເພື່ອກ້າວໄປທາງໜ້າ ແລະ ກ້າວສູ່ໂລກພະຍາຍາມປະຕິບັດ ພາລະກິດສັນຕິພາບ ເພື່ອເຜີຍແຜ່ ສັນຕິພາບຄໍາໝັ້ນສັນຍາ ແລະ ກໍາລັງ ແຮງຂອງເຂດເສດຖະກິດພິເສດສາມ ຫລ່ຽມຄໍາ. ສິລະປະເປັນພາກສ່ວນໜຶ່ງທີ່ສໍາ ຄັນຂອງວັດທະນະທໍາມະນຸດຊາດ ທີ່ສະເໝີຕົ້ນສະເໝີປາຍຖ່າຍທອດ ພາລະກິດ “ຄວາມຈິງ, ຄວາມດີ ແລະ ຄວາມງົດງາມ” ນໍາມາເຊິ່ງ ຄວາມຫວັງ ແລະ ກໍາລັງແຮງໃຫ້ ຜູ້ຄົນໃນຍາມວິກິດ; ສິລະປະຍັງ ແມ່ນຜູ້ຖ່າຍທອດຄວາມງົດງາມ ເຂດເສດຖະກິດພິເສດສາມຫລ່ຽມ ຄໍາ ສປປ ລາວ, ງານດັ່ງກ່າວຈະ ສາມາດສົ່ງເສີມຄຸນຄ່າ ແລະ ຄວາມ ສໍາຄັນຂອງ “ສັນຕິພາບ” ຜ່ານ ສິລະປະ ເນື່ອງຈາກສັນຕິພາບແມ່ນ ຊັບສົມບັດອັນລໍ້າຄ່າທີ່ສຸດຂອງສັງຄົມ ມະນຸດ ແລະ ເປັນພື້ນຖານຫລັກຂອງ ການຢູ່ຮ່ວມກັນຢ່າງກົມກຽວ, ສົງ ຄາມນໍາເອົາແຕ່ຄວາມເສຍຫາຍ ແລະ ຄວາມເຈັບປວດສັນຕິພາບ ເທົ່ານັ້ນຄືສິ່ງທີ່ມວນມະນຸດໄຝ່ຫາມາ ໂດຍຕະຫລອດ. ນອກນີ້, ສັນຕິພາບ ຍັງແມ່ນຄວາມອົບອຸ່ນ ແລະ ປຽບ ເໝືອນແສງຕາເວັນທີ່ມີເປັນແຫລ່ງ ຂອງການເຕີບໂຕຂອງທຸກຊີວິດ. ຂໍ້ມູນ-ພາບ: ຄວາມສະຫງົບ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ຈຶ່ງມີຄວາມຈໍາເປັນຕ້ອງປະຕິບັດ ວຽກງານດ້ວຍຈິດໃຈບຸກບືນສູງ ສຸດ; ຕ້ອງຮັບການປະຕິບັດຢ່າງ ແຂງແຮງໃນຂົງເຂດວຽກງານ. ນອກນັ້ນ, ກອງປະຊຸມຍັງຈະໄດ້ ຮັບຟັງການສະເໜີ ແລະ ແນະນຳ ບາງເນື້ອໃນເອກະສານທີ່ສຳຄັນ ຈຳນວນໜຶ່ງ ເພື່ອເປັນບ່ອນອີງໃຫ້ ຄະນະກວດກາກະຊວງ-ອົງການ ແລະ ບັນດາແຂວງໃນການຈັດຕັ້ງ ປະຕິບັດ. ສາລະດັບການເຕີບໂຕຂອງກະສິກຳ 4,3%. ໃນນັ້ນ, ປູກຝັງຂະຫຍາຍ ຕົວ 3,9%, ລ້ຽງສັດ ຂະຫຍາຍ ຕົວ 4,7%, ປ່າໄມ້ ຂະຫຍາຍຕົວ 5,7%, ປະມົງຂະຫຍາຍຕົວ 4,4% ແລະ ປະກອບສ່ວນໃນລວມຍອດ ຜະລິດຕະພັນພາຍໃນ (GDP) 22,4%. ເພື່ອໃຫ້ສາມາດຮັບປະກັນ ໄດ້ການບໍລິໂພກພາຍໃນ ແລະ ເປັນ ສິນຄ້າສົ່ງອອກຈໍານວນໜຶ່ງ, ຕ້ອງສູ້ ຊົນຜະລິດເຂົ້າເປືອກລວມໃຫ້ໄດ້3,9 ລ້ານໂຕນ. ໃນນັ້ນ, ສູ້ຊົນເກັບກ່ຽວ ເຂົ້ານາປີໃຫ້ໄດ້ 3.269.400 ໂຕນ ແລະ ເຂົ້ານາແຊງ 450.000 ໂຕນ ແລະ ເຂົ້າໄຮ່ 180.600 ໂດຍສຸມໃສ່ 10 ແຂວງເປົ້າໝາຍຂອງໂຄງການ ຄໍ້າປະກັນສະບຽງອາຫານຫລາຍ ແຫ່ງ ໂດຍສະເພາະແມ່ນແຂວງຄໍາ ມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ແມ່ນເລັ່ງໃສ່ ຜະລິດ ເພື່ອສະໜອງໃຫ້ແກ່ບັນດາ ແຂວງພາກກາງ ແລະ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ. ສໍາລັບ ແຂວງໄຊຍະບູລີ, ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ເລັ່ງໃສ່ຜະລິດເຂົ້າເພື່ອ ສະໜອງໃຫ້ແກ່ບັນດາແຂວງພາກ ເໜືອ. ສ່ວນນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳ ໄຊ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງ ໃຫ້ແກ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງພາກເໜືອຈຳນວນໜຶ່ງ ລວມທັງເປັນສິນຄ້າສົ່ງອອກ. ພ້ອມ ນີ້, ຍັງຈະສູ້ຊົນຜະລິດພືດສະບຽງ ອາຫານໃຫ້ໄດ້ 279.680 ເຮັກຕາ, ຜົນຜະລິດ 2,46 ລ້ານໂຕນ. ໃນນັ້ນ, ມີສາລີຫວານ, ເຜືອກ-ມັນ, ພືດຜັກ ແລະ ໝາກໄມ້ ໂດຍສຸມໃສ່ບັນດາ ແຂວງທີ່ມີທ່າແຮງທາງດ້ານການ ຜະລິດ ແລະ ການເຂົ້າເຖິງຕະຫລາດ ໃນການຈໍາໜ່າຍຜົນຜະລິດ. ພ້ອມນີ້, ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມການ ລ້ຽງສັດ ແລະ ການປະມົງແນໃສ່ ການສະໜອງຊີ້ນ, ໄຂ່ ແລະ ປາໃຫ້ ພຽງພໍຢ່າງໜັກແໜ້ນໃນຂອບເຂດ ທົ່ວປະເທດ. ໃນນັ້ນ, ຈະຕ້ອງສົ່ງເສີມ ເຮັດໃຫ້ລະດັບການຂະຫຍາຍພັນ ຂອງຝູງສັດຢູ່ໃນລະດັບ 3,5% ຕໍ່ ປີ (ຄວາຍ 1%, ງົວ 3%, ໝູ 4%, ແກະ/ແບ້ 5% ແລະ ສັດປິກ 5%) ແລະ ການປະມົງຂະຫຍາຍ ຕົວ 4,3%. ເພື່ອຮັບປະກັນການສະໜອງ ອາຫານ ແລະ ໂພຊະນາການໃຫ້ ພຽງພໍກັບຄວາມຕ້ອງການບໍລິໂພກ ພາຍໃນຢ່າງໜັກແໜ້ນຈະສູ້ຊົນຊຸກຍູ້ ການຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ ໄດ້ 577.000 ໂຕນ. ໃນນັ້ນ, ການ ຜະລິດຊີ້ນໃຫ້ໄດ້ໃນລະດັບ284.600 ໂຕນ, ໄຂ່ 55.400 ໂຕນ ແລະ ປາ 237.000 ໂຕນ ເພື່ອຄໍ້າປະກັນ ເຮັດໃຫ້ອັດຕາການບໍລິໂພກຊີ້ນ, ໄຂ່ ແລະ ປາ ໂດຍສະເລ່ຍ ໃຫ້ໄດ້ 73 ກິໂລກຣາມ/ຄົນ/ປີ. ຂ່າວ: ທະນູທອງ; ພາບ: ເພັດສະໝອນ ຫວຽດນາມ, ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ ແລະ ບັນດາທູດປະເທດເພື່ອມິດ ທີ່ປະຈຳ ຢູ່ສປປ ລາວ ເຂົ້າມາຮ່ວມງານ ເພື່ອ ເສີມຂະຫຍາຍມູນເຊື້ອປະຫວັດສາດ, ຮີດຄອງປະເພນີອັນດີງາມຂອງຊາດ ລາວ ໃຫ້ສາກົນໄດ້ຮັບຮູ້, ທັງເປັນ ການດຶງດູດນັກທ່ອງທ່ຽວຕື່ມອີກ. ທ່ານໂສມບຸດຕະກຸນຍັງໃຫ້ຮູ້ອີກ ວ່າ: ໃນວັນທີ 12 ກຸມພາ 2025 ກົງ ກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫລື ເດືອນສາມເພັງເປັນວັນບຸນມາຄະ ບູຊາ, ເປັນວັນທີ່ມີຄວາມສໍາຄັນທາງ ພຸດທະສາສະໜາ, ຕອນເຊົ້າຄະນະ ນໍາຂັ້ນແຂວງກໍຈະໄດ້ນໍາພາມວນ ຊົນທໍາບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ ແລະ ຕອນແລງກໍມີພິທີ ວຽນທຽນເນື່ອງໃນວັນມາຄະບູຊາ. ຜາສາດຫີນວັດພູຈໍາປາສັກ ເປັນ ສະຖານທີ່ທີ່ເກົ່າແກ່ ແລະ ໄດ້ຖືກ ຈົດທະບຽນຮັບຮອງເຂົ້າເປັນມໍ ລະດົກໂລກໃນວັນທີ 16 ທັນວາ 2001 ໂດຍອົງການ UNESCO, ເປັນສະຖານທີ່ມີຄຸນຄ່າທາງດ້ານ ປະຫວັດສາດ ແລະ ວັດທະນະທໍາ ຂອງຊາດລາວເຮົາມາແຕ່ສະໄໝບູນ ຮານນະການ. ຂ່າວ-ພາບ: ທູນທອງໃຈ
RkJQdWJsaXNoZXIy MTc3MTYxMQ==