6060

xtgmf]k; 3 04/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ໂດຍ: ລູກສາວຫລ້າູ ກ້ າ gIa fs]kp1j k' ,u ]kpIa [ d;j k 720 ]h kodu [ ra doerk rk]tdy fxj Pocx'.\j 1j k'Iv[fh ko (.ow]ptxu 1986 g4y 'xa f95 [a o) d5 j ,zt]y fw7czj o [h ko[;,s;ko ,u ]kpIa [ 1,1 8N d;j kdu [ * ນັບແຕ່ປີ 1979 ເປັນຕົ້ນມາ ໂດຍເລີ່ມຈາກພຶດຕິກຳຕົວຈິງຂອງ ປະເທດເຮົາ ແລະ ມີການສະດຸ້ງໄວ້ ຕໍ່ທ່າອ່ຽງຂອງຍຸກສະໄໝ. ພັກເຮົາ ຈຶ່ງໄດ້ເລີ່ມການປ່ຽນແປງໃໝ່, ໃນ ວັນ 13 ພະຈິກ 1986 ກອງປະຊຸມ ໃຫຍ່ຄັ້ງທີ IVຂອງພັກໄດ້ວາງແນວ ທາງປ່ຽນແປງໃໝ່ອອກພ້ອມທັງ ໄດ້ຜັນຂະຫຍາຍການປະຕິວັດເຂົ້າ ໃນຫລາຍຂົງເຂດ ແລະ ຖອດຖອນ ໄດ້ບົດຮຽນຈາກພຶດຕິກຳນຳພາ ຢ່າງເປັນປົກກະຕິ, ບູລະນະແນວ ທາງໃຫ້ເປັນອັນລະອຽດ ແລະ ສົມ ບູນເລື້້ອຍໆ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ສະ ໄໝທີ IV ປະກອບມີ 60 ສະຫາຍ, ໃນນັ້ນ ກຳມະການສົມບູນ 51 ສະ ຫາຍ ແລະ ກຳມະການສຳຮອງ 9 ສະຫາຍ. ກອງປະຊຸມຄົບຄະນະຄັ້ງ ທີໜຶ່ງຂອງຄະນະບໍລິຫານງານສູນ ກາງພັກ (ສະໄໝທີ IV) ໄດ້ເລືອກ ຕັ້ງກຳມະການກົມການເມືອງສົມ ບູນ 11 ສະຫາຍ. ສະຫາຍ ໄກສອນ ພົມວິຫານ ເລຂາທິການໃຫຍ່ ຕາງໜ້າໃຫ້ຄະ ນະບໍລິຫານງານສູນກາງພັກ ໄດ້ ສະເໜີຮ່າງລາຍງານການເມືອງຕໍ່ ກອງປະຊຸມໃຫຍ່. ລາຍງານການ ເມືອງໄດ້ສະຫລຸບສັງລວມ ແລະ ຕີລາຄາສະພາບການຮອບດ້ານ, ລາຍງານການເມືອງໄດ້ຂະຫຍາຍ ເພີ່ມເຕີມແນວທາງການປະຕິວັດ ທີ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ພັກວາງອອກ ແລະ ເຮັດໃຫ້ເປັນ ອັນລະອຽດຕື່ມອີກກ້າວໜຶ່ງ, ເປັນ ຕົ້ນ ໄດ້ເນັ້ນເຖິງການປ່ຽນແປງ ໃໝ່ດ້ານຈິນຕະນາການ, ດັດແປງ ກົນໄກຄຸ້ມຄອງເສດຖະກິດ ແລະ ແບບແຜນວິທີເຮັດວຽກ. ກອງປະຊຸມຖອດຖອນ 5 ບົດ ຮຽນສຳຄັນຈາກພຶດຕິກຳ 10 ປີ ແຫ່ງການປົກປັກຮັກສາ ແລະ ສ້າງ ສາປະເທດຊາດດັ່ງນີ້: ໜຶ່ງ: ເພີ່ມທະ ວີການນຳພາຮອບດ້ານຂອງພັກ, ວາງແນວທາງອອກຢ່າງທັນການ ແລະ ບູລະນະ ຢ່າງບໍ່ຢຸດຢັ້ງ, ທັງ ຍຶດໝັ້ນການຈັດຕັ້ງປະຕິບັດແນວ ທາງນັ້ນໃຫ້ປາກົດຜົນເປັນຈິງ; ສອງ: ເພີ່ມທະວີຄວາມສາມັກຄີ ເປັນເອກະພາບໃນທົ່ວພັກ, ທົ່ວ ປວງຊົນ ເປັນສາເຫດອັນສຳຄັນຍິ່ງ ແຫ່ງໄຊຊະນະທຸກຢ່າງຂອງການ ປະຕິວັດປະເທດເຮົາ; ສາມ: ຕ້ອງ ຕິດແໜ້ນກັບຮາກຖານ, ສຸມໃສ່ກໍ່ ສ້າງຮາກຖານໃຫ້ໜັກແໜ້ນເຂັ້ມ ແຂງໃນທຸກດ້ານ ເພື່ອປະຕິບັດສອງ ໜ້າທີ່ຍຸດທະສາດເປັນຢ່າງດີ ແລະ ດຳເນີນການປະຕິວັດສາມປະການ ໄປພ້ອມໆກັນ; ສີ່: ໃນທຸກການເຄື່ອນ ໄຫວດ້ານເສດຖະກິດ ຕ້ອງຮູ້ໝູນ ໃຊ້ບັນດາເກນພາວະວິໄສ ແລະ ຄິດ ໄລ່ເຖິງປະສິດທິຜົນທາງເສດຖະ ກິດ-ສັງຄົມ ແລະ ຫ້າ: ການຮ່ວມມື ຮອບດ້ານກັບບັນດາປະເທດສັງຄົມ ນິຍົມ ເປັນປັດໄຈທີ່ຂາດບໍ່ໄດ້. ກ່ອນ ອື່ນໝົດແມ່ນສະຫະພາບໂຊວຽດ, ກໍ່ສ້າງກ້ອນກຳລັງຮ່ວມສຳພັນພິ ເສດລະຫວ່າງ ປະເທດເຮົາກັບ ຫວຽດນາມ ແລະ ກຳປູເຈຍ, ນຳໃຊ້ ບັນດາເງື່ອນໄຂອັນສະດວກ ຂອງ ຍຸກສະໄໝ ເປັນປັດໄຈທີ່ຂາດບໍ່ໄດ້ ໃນການກໍ່ສ້າງສັງຄົມນິຍົມຢູ່ປະ ເທດເຮົາ. ກອງປະຊຸມຄົບຄະນະຂອງຄະ ນະບໍລິຫານງານສູນກາງພັກ ເທື່ອ ທີ 5,6,7,8 (ສະໄໝທີ IV) ໄດ້ ວາງແຜນນະໂຍບາຍປ່ຽນແປງໃໝ່ ດ້ານຈິນຕະນາການ ເປັນຕົ້ນແມ່ນ ຈິນຕະນາການດ້ານເສດຖະກິດ, ຫັນເອົາເສດຖະກິດທຳມະຊາດ ໄປ ສູ່ເສດຖະກິດຜະລິດສິນຄ້າ, ກຳນົດ ລັກສະນະຂອງການປະຕິວັດລາວ ຄືນໃໝ່ ແລະ ກຳນົດ 6 ຫລັກການ ແຫ່ງການປ່ຽນແປງໃໝ່ ຄື: ຫລັກການທີ 1: ຍຶດໝັ້ນຈຸດ ໝາຍສັງຄົມນິຍົມ, ກຳແໜ້ນລັກສະ ນະຂອງການປະຕິວັດ ຢູ່ປະເທດ ເຮົາໃນໄລຍະໃໝ່. ຫລັກການທີ 2: ຍຶດໝັ້ນລັດທິ ມາກ-ເລນິນ ເປັນພື້ນຖານແນວ ຄິດຂອງພັກເຮົາ ແລະ ໝູນໃຊ້ຢ່າງ ປະດິດສ້າງ, ສອດຄ່ອງກັບຈຸດພິ ເສດຂອງປະເທດເຮົາ. ຫລັກການທີ 3: ຍຶດໝັ້ນໃນການ ນຳພາຂອງພັກ, ເພີ່ມທະວີຄວາມ ສາມັກຄີເປັນເອກະພາບພາຍໃນ ພັກບົນພື້ນຖານຫລັກການລວມ ສູນປະຊາທິປະໄຕ ແລະ ແນວທາງ ຂອງພັກ. ຫລັກການທີ 4: ເຊີດຊູ ແລະ ເສີມຂະຫຍາຍປະຊາທິປະໄຕ ບົນ ພື້ນຖານຫລັກການລວມສູນປະຊາ ທິປະໄຕ ເອົາປະຊາຊົນເປັນກົກພາຍ ໃຕ້ການນຳພາຂອງພັກ. ຫລັກການທີ 5:ເພີ່ມທະວີກຳລັງ ແຮງ ແລະ ຄວາມສັກສິດ ຂອງລະ ບົບອຳນາດປະຊາທິປະໄຕ ປະຊາ ຊົນ ອີງໃສ່ກຳລັງແຮງຂອງປະຊາ ຊົນ ແລະ ເພື່ອປະຊາຊົນ, ຕ້ານ ປາກົດການພະຍາດອາຍາສິດທຸກ ຮູບແບບ. ຫລັກການທີ 6: ເຊີດຊູຈິດໃຈ ເອກະລາດເປັນເຈົ້າຕົນເອງ, ສົມທົບ ກຳລັງແຮງຂອງຍຸກສະໄໝ. ແນວທາງແລະແຜນນະໂຍບາຍ ຕ່າງໆ ທີ່ພັກວາງອອກໃນແຕ່ ລະ ໄລຍະດັ່ງກ່າວ ໄດ້ຄ່ອຍໆຊຶມເຂົ້າ ສູ່ຊີວິດຕົວຈິງຂອງປະຊາຊົນບັນດາ ເຜົ່າ, ໄດ້ຮັບການສະໜັບສະໜູນ ແລະ ສະໜອງຕອບຢ່າງສຸດອົກສຸດ ໃຈ ຈາກປະຊາຊົນພາຍໃນ ແລະ ຕ່າງປະເທດ. * ບ້ານບວມຫວານ ເມືອງວຽງ ຄຳ ແຂວງຫລວງພະບາງ ກໍ່ແມ່ນ ອີກໜຶ່ງໃນຫລາຍບ້ານທີ່ມີຄວາມ ໂດດເດັ່ນດ້ານການຜະລິດໄຄແຜ່ນ ເປັນສິນຄ້າ ເຊິ່ງໃນແຕ່ລະປີສາມາດ ຜະລິດໄຄແຜ່ນ ສ້າງລາຍໄດ້ໃຫ້ ແກ່ປະຊາຊົນບ້ານນີ້ ຫລາຍຮ້ອຍ ລ້ານກີບ ເຊິ່ງລາຍຮັບດັ່ງກ່າວໄດ້ ເຮັດໃຫ້ປະຊາຊົນມີການພັດທະນາ ກ້າວສູ່ການຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ອີງຕາມ ທ່ານ ນາງ ສີ ຕ່າງໜ້າ ກຸ່ມຜະລິດໄຄແຜ່ນບ້ານບວມຫວານ ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ອົງຄະນະພັກເມືອງ ຄັ້ງທີ VIII ວ່າ: ສົກປີ 2020-2021 ການຜະລິດໄຄ ຂະນະໃນ ປີ 2023-2024 ສະ ມາຊິກພາຍໃນກຸ່ມ ສາມາດຜະລິດ ໄດ້ 5.539 ຖົງ ແລະ ສ້າງລາຍໄດ້ 320 ລ້ານກວ່າກີບ ແລະ ໃນໄລຍະ ເວລາ 2 ເດືອນ ຂອງສົກປີ 20242025 ຜະລິດໄດ້ 3.600 ຖົງ ມູນ ຄ່າ 216 ລ້ານກີບ. ແນວໃດກໍ່ຕາມ ເປັນເວລາ 5 ປີຜ່ານມານີ້, ກຸ່ມຜະລິດບ້ານບວມ ຫວານສາມາດສ້າງລາຍຮັບໃຫ້ກຸ່ມ ຜະລິດໄຄແຜ່ນໄດ້ຫລາຍກວ່າ1,1ຕື້ ກີບໂດຍລາຍຮັບດັ່ງກ່າວໄດ້ປະກອບ ສ່ວນເຂົ້າໃນການແກ້ໄຂຄວາມທຸກ ຍາກຂອງສະມາຊິກພາຍໃນກຸ່ມນັບ ມື້ຫລຸດລົງ ທັງເຮັດໃຫ້ຊີວິດການ ເປັນຢູ່ມີການພັດທະນາດີຂຶ້ນເປັນ ກ້າວໆ. ທ່ານ ສີ ກ່າວ. ແຜ່ນບ້ານບວມຫວານ ໄດ້ 1.700 ຖົງ. ໃນນັ້ນ ສ້າງລາຍຮັບໄດ້ໃຫ້ກຸ່ມ ໄດ້ 68 ລ້ານກີບ, ມາໃນປີ 20222023 ໄດ້ຜະລິດໄດ້ 2.120 ຖົງ ສ້າງລາຍໄດ້ 84 ລ້ານກວ່າກີບ. * ການປະກອບອາຊີບ ຖ້າເຮັດ ຫລາຍຢ່າງປະສົມປະສານກັນ ທັງ ເຮັດໃຫ້ຫລາຍຈົນກາຍເປັນສິນຄ້າ ກໍ່ຈະເຮັດໃຫ້ຄອບຄົວເຮົາມີລາຍ ໄດ້ເປັນກອບເປັນກຳຕໍ່ເນື່ອງ. ມື້ນີ້ “ຄໍລຳລຶບລ້າງຄວາມທຸກຍາກ” ໜັງສືພິມປະເທດລາວ ຂໍພາທ່ານຜູ້ ອ່ານໄປຮູ້ກັບຄອບຄົວໜຶ່ງ ເຊິ່ງໄດ້ ທຳການຜະລິດປູກ-ລ້ຽງສັດ ທັງ ເກັບຊື້ເຄື່ອງປ່າຂອງດົງ ສາມາດ ສ້າງລາຍໄດ້ ປີໜຶ່ງຫລາຍກວ່າ 720 ລ້ານກີບຕໍ່ປີ. ຄອບຄົວຕົວແບບທີ່ວ່ານີ້ ກໍ່ແມ່ນ ຄອບຄົວຂອງທ່ານ ພັນແກ້ວ ມິດ ລະແສນ ອາຍຸ 54 ປີ ຢູ່ບ້ານລ້ອງ ມູນຈອມແກ້ວ ເມືອງນາແລ ແຂວງ ຫລວງນໍ້າທາ ໂດຍທ່ານຊີ້ໃຫ້ເຫັນ ວ່າ: ຍ້ອນມີແນວທາງນະໂຍບາຍ ຂອງພັກ ກໍ່ຄືການເອົາໃຈໃສ່ຂອງ ຄະນະພັກ-ອໍານາດການປົກຄອງ ໄດ້ລົງໃກ້ສິດຕິດແທດຊີ້ນໍາ-ນໍາພາ ປະຊາຊົນ ສ້າງສາພັດທະນາຍົກລະ ດັບຊີວິດການເປັນຢູ່ໄປຕາມທິດ ທາງ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບວກໃສ່ປະສົບການທີ່ຂັ້ນເທິງ ນຳພາໄປຖອດຖອນ ແລະ ຂໍ້ມູນ ທີ່ໄດ້ມາຕຸລາ, ສື່ຕ່າງໆ ເພື່ອ ພັດທະນາຄອບຄົວກ້າວໄປສູ່ການ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ດ້ວຍທິດທາງດັ່ງກ່າວ ບວກ ໃສ່ຈຸດພິເສດຂອງທ້ອງຖິ່ນ ແລະ ເງື່ອນໄຂທີ່ເອື້ອອໍານວຍທີ່ເໝາະ ສົມໃຫ້ແກ່ການລ້ຽງສັດ ໄດ້ເລີ່ມ ຕົ້ນລ້ຽງງົວ-ຄວາຍແຕ່ປີ 2005 ໂດຍໃນເບື້ອງຕົ້ນ ມີງົວ 15 ໂຕ, ຄວາຍ 11 ໂຕ, ນຳໃຊ້ທຶນທັງໝົດ 22.400.000 ກີບ, ເຊິ່ງລ້ຽງ ແບບປະຖົມປະຖານ ໄປພ້ອມໆກັບ ການເກັບຊື້ເຄື່ອງປ່າຂອງດົງ. ໃນ 3 ປີຕໍ່ມາ (ປີ 2008) ຈໍານວນ ງົວ-ຄວາຍ ໄດ້ເພີ່ມຂຶ້ນເປັນ 46 ໂຕ ແລະ ເພື່ອສະດວກໃນການ ລ້ຽງ, ເບິ່ງແຍງ ແລະ ບໍ່ສິ້ນເປືອງ ເວລາ ໄດ້ຫັນມາລ້ຽງແບບເປັນ ຄອກ, ພ້ອມທັງໄດ້ປູກຫຍ້າເຂົ້າໃນ ການລ້ຽງ. ຈາກນັ້ນ, ໄດ້ເອົາເງິນ ທີ່ສະສົມໄວ້ໃນແຕ່ລະປີ ໄປຊື້ງົວຄວາຍຕື່ມ ອີກ ຈໍານວນໜຶ່ງ. ຂະນະ ທີ່ມາຮອດປີ 2015 ມີງົວ-ຄວາຍ ເພີ່ມຂຶ້ນເປັນ 85 ໂຕ ແລະ ແຍກ ງົວ-ຄວາຍລ້ຽງເປັນ 2 ຈຸດ, ເຮັດ ໃຫ້ງົວ-ຄວາຍ ເພີ່ມຂຶ້ນໃນແຕ່ລະປີ ແລະ ຂາຍອອກ ໂດຍສະເລ່ຍ 15 ໂຕຕໍ່ປີ. ນັບແຕ່ປີ 2015 ເປັນຕົ້ນ ມາ ຍອດຂາຍໄດ້ມີການເພີ່ມຂຶ້ນ ແລະ ສາມາດສ້າງລາຍຮັບຈາກ ການຂາຍງົວ-ຄວາຍປີໜຶ່ງປະມານ 127 ລ້ານກີບ. ນອກນີ້, ຍັງໄດ້ເກັບ ຊື່ເຄື່ອງປ່າຂອງດົງ ສ້າງລາຍໄດ້ ປະມານ 400 ລ້ານກີບຕໍ່ປີ, ເກັບ ຊື່ຢາງພາລາ 170 ລ້ານກີບຕໍ່ປີ ແລະ ຂີດຢາງພາລາຂອງຕົນຂາຍ ສ້າງໄດ້ 25 ລ້ານກີບຕໍ່ປີ, ເຊິ່ງເປັນ ການສ້າງລາຍຮັບໄດ້ດີພໍສົມຄວນ. ທ່ານ ພັນແກ້ວ ກ່າວ. ທ່ານກ່າວຕື່ມອີກວ່າ: ເຖິງວ່າ ການລ້ຽງສັດໄດ້ສ້າງລາຍຮັບດີ ແຕ່ຍັງມີຫລາຍດ້ານທີ່ເຮັດບໍ່ທັນ ໄດ້ດີເປັນຕົ້ນແມ່ນ ການສັກຢາ ປ້ອງກັນພະຍາດ, ການຮັກສາສຸຂະ ພາບຂອງສັດ, ວິທີການຮັກສາ, ຕິດຕາມອາການສັດ ແລະ ການຈັດ ວາງແຜນຜັງຂອງຄອກ ຍັງເຮັດບໍ່ ທັນຖືກຕ້ອງຕາມຫລັກວິຊາການ. ປັດຈຸບັນ ຕົນມີງົວ-ຄວາຍ ທັງໝົດ 165 ໂຕ. ແນວໃດກໍ່ດີຈາກການປະກອບ ອາຊີບມານັ້ນ, ໃນ 1 ປີ ຄອບຄົວ ທ່ານ ພັນແກ້ວ ມີລາຍຮັບ ຫລາຍ ກວ່າ 720 ລ້ານກີບ, ສະເລ່ຍລາຍ ຮັບຕໍ່ຫົວຄົນໄດ້ 120 ລ້ານກີບ/ປີ (6 ຄົນ) ເຮັດໃຫ້ພື້ນຖານຊີວິດ ການເປັນຢູ່ຂອງຄອບຄົວນັບມື້ນັບ ດີຂຶ້ນເລື້ອຍໆ. ຜ່ານການສະສົມ ລາຍໄດ້ໃນແຕ່ລະປີ ສາມາດສ້າງ ເຮືອນຢູ່ຖາວອນໄດ້ 5 ຫລັງ ມີລົດ ໃຫຍ່ 3 ຄັນ, ລົດຈັກ 3 ຄັນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==