lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 04/02/2025 xtgmf]k; ລັດຖະບານ...ັ ສະຫລອງວັນສ້າງຕັ້ງ...ັ້ັ້ ສານອວຍພອນວັນສ້າງຕັ້ງ...ັ້ັ້ ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງ ກອນ 2025 ໄດ້ໄຂຂຶ້ນໃນວັນທີ 3 ກຸມພາ 2025 ທີ່ສໍານັກງານ ນາຍົກລັດຖະມົນຕີ, ພາຍໃຕ້ການ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ບັນດາທ່ານຮອງນາຍົກລັດຖະມົນ ຕີ, ສະມາຊິກລັດຖະບານ, ຜູ້ຕາງ ໜ້າກະຊວງ-ອົງການ, ກໍາມາທິການ ກົດໝາຍຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງ ບັນດາແຂວງ ແລະ ນະຄອນຫລວງ ວຽງຈັນ ເຂົ້າຮ່ວມຜ່ານລະບົບກອງ ປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານ ສະພາບພົ້ນເດັ່ນປະຈຳເດືອນມັງ ກອນ ແລະ ທິດທາງແຜນວຽກຈຸດ ສຸມປະຈຳເດືອນກຸມພາ 2025. ກອງປະຊຸມຄັ້ງນີ້, ຈະດໍາເນີນ ເປັນເວລາ 2 ວັນ ໂດຍຜູ້ເຂົ້າຮ່ວມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາ ຫາລືປະກອບຄຳເຫັນ ແລະ ພິຈາ ລະນາຕໍ່ບັນດາຫົວຂໍ້ທີ່ສໍາຄັນຄື: ລາຍງານກ່ຽວກັບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ວຽກງານພົ້ນເດັ່ນປະຈໍາເດືອນ ມັງກອນ ແລະ ທິດທາງແຜນການ ປະຈຳເດືອນກຸມພາ 2025 ຂອງ ລັດຖະບານ, ການກະກຽມກອງ ປະຊຸມຮ່ວມລະຫວ່າງຄະນະລັດຖະ ບານ ແລະ ຄະນະປະຈຳສະພາ ແຫ່ງຊາດຄັ້ງທີ I ປະຈໍາປີ 2025, ຄວາມພ້ອມໃນການປັບປຸງກົດໝາຍ 3 ສະບັບທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝວິສາມັນເທື່ອ ທີ 2 ຂອງສະພາແຫ່ງຊາດ ຊຸດ ທີ IX ຄື: ກົດໝາຍວ່າດ້ວຍການ ປົກຄອງທ້ອງຖິ່ນ, ກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນແລະ ກົດໝາຍວ່າດ້ວຍງົບປະມານແຫ່ງ ລັດ ແລະ ການກະກຽມເຂົ້າຮ່ວມ ງານວາງສະແດງໂລກ (World EXPO) 2025, ທີ່ Osaka, ປະເທດຍີ່ປຸ່ນ, ຜົນສໍາເລັດການກໍາ ນົດເຂດແດນເຊື່ອມຕໍ່ລະຫວ່າງ ນະຄອນຫລວງ, ແຂວງກັບແຂວງ ທົ່ວປະເທດ ແລະ ລາຍງານຂໍທິດຊີ້ ນໍາວຽກງານສ້າງຕັ້ງຕາແສງໃນຕໍ່ ໜ້າ; ຄົ້ນຄວ້າ, ປຶກສາຫາລືປະກອບ ຄຳເຫັນ ແລະ ພິຈາລະນາຮ່າງຍຸດ ທະສາດການບໍລິຫານລັດແບບດິຈີ ຕອນ, ຮ່າງດຳລັດວ່າດ້ວຍກະສິກຳ ສະອາດ, ຮ່າງດຳລັດວ່າດ້ວຍສິນ ເຊື່ອກາກບອນ, ຮ່າງດຳລັດວ່າດ້ວຍ ເຂດສະຫງວນທາງລົດໄຟແຫ່ງຊາດ, ຮ່າງດຳລັດວ່າດ້ວຍການເອົາເດັກ ໄປເປັນລູກລ້ຽງ, ຮ່າງດໍາລັດວ່າດ້ວຍ ນັກຄົ້ນຄວ້າວິທະຍາສາດ. ໃນໂອກາດກ່າວເປີດກອງປະ ປະດິດສ້າງ, ເດັດດ່ຽວໜຽວແໜ້ນ ນໍາພາປະຊາຊົນຫວຽດນາມອ້າຍ ນ້ອງສ້າງວິລະກໍາອັນລໍ້າເລີດໃນ ພາລະກິດແຫ່ງການຕໍ່ສູ້ກູ້ຊາດຕ້ານ ກັບລັດທິລ່າເມືອງຂຶ້ນ ແລະ ຈັກ ກະພັດຜູ້ຮຸກຮານ ເພື່ອອິດສະລະ ພາບ ແລະ ຄວາມເປັນເອກະລາດ ແຫ່ງຊາດ, ສືບຕໍ່ຍາດໄດ້ໄຊຊະນະ ທີ່ຍິ່ງໃຫຍ່, ຮອບດ້ານ, ກ້າວໄປ ເຖິງການປົດປ່ອຍ ແລະ ທ້ອນໂຮມ ປະເທດຊາດ ໄດ້ຢ່າງສົມບູນໃນ ປີ 1975. ພິເສດ, ພາຍຫລັງດໍາ ເນີນພາລະກິດປ່ຽນແປງໃໝ່ ໃນ ໄລຍະເກືອບ 40 ປີ ໂດຍແມ່ນພັກ ກອມມູນິດຫວຽດນາມ ເປັນຜູ້ລິເລີ່ມ ໃນພິທີ ສະຫາຍ ພັນໂທ ວັນ ເຮືອງ ສີວິໄລ ຫົວໜ້າບັນນາທິການ ຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນຍັງ ສືບຕໍ່ຜັນແປຢ່າງສະຫລັບຊັບຊ້ອນ ໂດຍສະເພາະບັນຫາຂໍ້ຂັດແຍ້ງ ຕ່າງໆຢູ່ໃນພາກພື້ນ ແລະ ສາກົນ, ການແຂ່ງຂັນທາງດ້ານເຕັກໂນໂລ ຊີ, ການປັບປ່ຽນນະໂຍບາຍໃໝ່ ຂອງປະເທດມະຫາອຳນາດ, ບັນຫາ ໄພທຳມະຊາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການ ຟື້ນຕົວ ແລະ ຂະຫຍາຍຕົວຂອງ ເສດຖະກິດໂລກ ໂດຍສະເພາະຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ; ຍົກໃຫ້ເຫັນບາງ ວຽກງານພາຍໃນປະເທດ ທີ່ຈະ ຕ້ອງໄດ້ພ້ອມກັນສຸມທຸກກຳລັງທົ່ວ ສັງຄົມແກ້ໄຂໃຫ້ມີການຫັນປ່ຽນດີ ຂຶ້ນກວ່າເກົ່າ ໂດຍສະເພາະບັນຫາ ລາຄາສິນຄ້າ, ຄ່າຄອງຊີບສູງ, ການ ແກ້ໄຂບັນຫາໜີ້ສິນ, ບັນຫາມົນລະ ພິດທາງອາກາດ, ລວມທັງການ ປ້ອງກັນພະຍາດຕາມລະດູການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດ ຖະກອນ ແລະ ການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດ ເຊິ່ງ ບັນຫານີ້ ຕ້ອງໄດ້ສືບຕໍ່ປະຕິບັດ ມາດຕະການແກ້ໄຂໃນໄລຍະກາງ ແລະ ໄລຍະຍາວທີ່ໄດ້ວາງອອກໃນ ໄລຍະຜ່ານມາ. ໂອກາດດຽວກັນ, ທ່ານປະທານ ກອງປະຊຸມໄດ້ຮຽກຮ້ອງບັນດາ ທ່ານທີ່ເຂົ້າຮ່ວມຈົ່ງພ້ອມກັນເອົາໃຈ ໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ທີ່ນຳມາ ພິຈາລະນາດ້ວຍການສະເໜີທັດສະ ນະຢ່າງກົງໄປກົງມາ, ກະທັດຮັດ, ມີ ຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ, ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ແນໃສ່ ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນ ຮູບປະທໍາ ແລະ ມີປະສິດທິຜົນສູງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ແລະ ນໍາພາ, ປະຊາຊົນຫວຽດ ນາມອ້າຍນ້ອງສາມາດຍາດໄດ້ ຜົນສໍາເລັດອັນໃຫຍ່ຫລວງ, ຮອບ ດ້ານ, ເປັນປະຫວັດສາດ ເຊິ່ງໄດ້ ເຮັດໃຫ້ ສສ ຫວຽດນາມ ມີສະຖຽນ ລະພາບທາງດ້ານການເມືອງໜັກ ແໜ້ນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ມີຄວາມ ເຂັ້ມແຂງ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ, ເສດຖະກິດມີ ການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງໃຫ້ດີ ຂຶ້ນເລື້ອຍໆ, ບົດບາດ ແລະ ອິດທິພົນ ຂອງພັກກອມມູນິດຫວຽດນາມແລະ ສສຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມ ປິຕິຊົມຊື່ນເປັນຢ່າງຍິ່ງ, ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຢ່າງ ສຸດອົກສຸດໃຈຕໍ່ບັນດາໄຊຊະນະ ແລະ ຜົນງານອັນໃຫຍ່ຫລວງ, ຮອບ ດ້ານທີ່ພັກກອມມູນິດຫວຽດນາມ ຍາດມາໄດ້ຕະຫລອດໄລຍະທີ່ ຜ່ານມາ. ບັນດາຜົນງານຂອງພັກ ກອມມູນິດຫວຽດນາມ ບໍ່ພຽງແຕ່ ມີຄວາມໝາຍສໍາຄັນ, ເລິກເຊິ່ງ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຫວຽດນາມເທົ່ານັ້ນ, ແຕ່ຫາກຍັງ ເປັນບົດຮຽນອັນລໍ້າຄ່າ, ເປັນສິ່ງ ປຸກລະດົມກໍາລັງໃຈອັນແຮງກ້າໃຫ້ ແກ່ພັກ, ລັດ ແລະ ປະຊາຊົນລາວ ໃນການດໍາເນີນພາລະກິດປ່ຽນແປງ ໃໝ່, ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງຕົນໃນໄລຍະໃໝ່. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງ ໜັກແໜ້ນວ່າດ້ວຍການເສີມຂະ ຫຍາຍມູນເຊື້ອການປະຕິວັດອັນພິ ລະອາດຫານ ແລະ ບັນດາຜົນງານ ອັນໃຫຍ່ຫລວງ, ຮອບດ້ານທີ່ຍາດ ມາໄດ້ນັ້ນ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດ ໄດ້ໄຊຊະນະ ແລະ ຜົນສຳເລັດໃໝ່, ໃຫຍ່ຫລວງກວ່າເກົ່າໃນພາລະກິດ ແຫ່ງການສ້າງສາ ແລະ ພັດທະນາ ປະເທດຊາດຫວຽດນາມ, ຈັດຕັ້ງ ປະຕິບັດສໍາເລັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຢ່າງມີໄຊ ແລະ ກະ ກຽມຈັດກອງປະຊຸມໃຫຍ່ແຕ່ລະ ຂັ້ນ ເພື່ອກ້າວເຖິງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກໃຫ້ສໍາເລັດຜົນ ເພື່ອສືບຕໍ່ ສ້າງປະເທດຊາດຫວຽດນາມ ໃຫ້ ກາຍເປັນປະເທດອຸດສາຫະກຳ ຕາມທິດທັນສະໄໝ, ບັນລຸເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ ແລະ ກ້າວຂຶ້ນຕາມທິດສັງ ຄົມນິຍົມຢ່າງໜັກແໜ້ນ. ພວກຂ້າພະເຈົ້າມີຄວາມເອກ ອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນ ວ່າຄຽງຄູ່ກັບບັນດາຜົນສໍາເລັດອັນ ສໍາຄັນທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ ຕະຫລອດໄລຍະຜ່ານມາ, ສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ທີ່ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະ ທານ ໄກສອນ ພົມວິຫານ ແລະ ປະ ທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມ ແລະ ໄດ້ຜ່ານການທົດ ສອບໃນແປວໄຟປະຕິວັດມາເປັນ ເວລາຫລາຍທົດສະວັດນັ້ນ ໄດ້ກາຍ ເປັນສາຍພົວພັນທີ່ບໍລິສຸດຜຸດຜ່ອງ, ເປັນມູນມໍລະດົກລວມອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ, ເປັນ ໜຶ່ງໃນປັດໄຈຕັດສິນໄຊຊະນະຂອງ ການປະຕິວັດຢູ່ແຕ່ລະປະເທດ ແລະ ມາເຖິງປັດຈຸບັນຍິ່ງໄດ້ຮັບການເອົາ ໃຈໃສ່, ຖະນຸຖະໜອມ, ເພີ່ມພູນຄູນ ສ້າງ ແລະ ເສີມຂະຫຍາຍເຂົ້າສູ່ລວງ ເລິກໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດຢ່າງແທ້ຈິງ. ເນື່ອງໃນໂອກາດອັນສະຫງ່າ ລາສີ ແລະ ມີຄວາມໝາຍຄວາມ ສໍາຄັນນີ້, ພວກຂ້າພະເຈົ້າຂໍສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ທີ່ໄດ້ໃຫ້ການສະ ໜັບສະໜູນຊ່ວຍເຫລືອອັນລໍ້າຄ່າ, ໃຫຍ່ຫລວງ, ມີປະສິດທິຜົນ ແລະ ທັນການແກ່ພາລະກິດການປະຕິວັດ ລາວ ຕະຫລອດໄລຍະຜ່ານມາ. ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ ຮ່ວມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ເຮັດສຸດ ຄວາມສາມາດຂອງຕົນ ເພື່ອສືບຕໍ່ ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນທີ່ຫາຍາກນີ້ໃຫ້ໝັ້ນຄົງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງສອງ ຊາດ ກໍຄື ເພື່ອປະກອບສ່ວນເຂົ້າ ໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ຂໍອວຍພອນໃຫ້ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດ ງົດງາມ ແລະ ໝັ້ນຄົງຂະນົງແກ່ນ ຕະຫລອດໄປ. ໜັງສືພິມກອງທັບປະຊາຊົນລາວ ໄດ້ຫວນຄືນມູນເຊື້ອປະຫວັດແຫ່ງ ການກຳເນີດ, ເຕີບໃຫຍ່ຂະຫຍາຍ ຕົວ ແລະ ຜົນງານການເຄື່ອນໄຫວ ຂອງໜັງສືພິມກອງທັບປະຊາຊົນ ລາວ ສ້າງໄດ້ຕະຫລອດ 60 ປີ. ໃນ ວັນທີ 20 ມັງກອນ 1965 ໜັງສືພິມ ກອງທັບປົດປ່ອຍປະຊາຊົນລາວ ສະບັບທຳອິດ ກໍໄດ້ຮັບການຜະລິດ ແລະ ພິມຈໍາໜ່າຍອອກສູ່ສາຍຕາ ຂອງມະຫາຊົນຢູ່ທີ່ເຂດທີ່ໝັ້ນເມືອງ ວຽງໄຊ ແຂວງຫົວພັນ ດ້ວຍລະບົບ ການພິມແບບຕີໂປ. ການກໍາເນີດ ຂຶ້ນຂອງໜັງສືພິມກອງທັບປົດປ່ອຍ ປະຊາຊົນລາວ ແມ່ນເຫດການ ປະຫວັດສາດທີ່ມີຄວາມໝາຍອັນ ເລິກເຊິ່ງ ແລະ ເປັນຂີດໝາຍຂອງ ການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປົດປ່ອຍປະຊາຊົນລາວ ສະທ້ອນໃຫ້ເຫັນຄວາມເອົາໃຈ ໃສ່ຂອງຄະນະພັກການທະຫານ ສູນກາງທີ່ມີຕໍ່ວຽກງານການເມືອງ ແນວຄິດ. ຕະຫລອດໄລຍະ 60 ປີ ຜ່ານມາໜັງສືພິມກອງທັບປະຊາຊົນ ລາວ ໄດ້ຮັບການພັດທະນາທັງດ້ານ ປະລິມານ ແລະ ຄຸນນະພາບເປັນ ຕົ້ນດ້ານຄວາມໄວໄດ້ກ້າວຈາກ ລາຍເດືອນເປັນລາຍອາທິດ, ສອງ ຄັ້ງຕໍ່ອາທິດ ແລະ ກ້າວມາເປັນ ລາຍວັນ, ດ້ານເນື້ອໃນໄດ້ຮັບການ ພັດທະນາຈາກຄວາມຍາວ 4 ໜ້າ ເພີ່ມຂຶ້ນເປັນ 8 ໜ້າ, ປະກອບມີ ຫລາຍກວ່າ 40 ຄໍລໍາ, ດ້ານຮູບຮ່າງ ສີສັນກໍໄດ້ພັດທະນາຈາກຂາວດໍາ ມາເປັນສອດສີ, ດ້ານປະລິມານກໍໄດ້ ເພີ່ມຂຶ້ນຕາມຄວາມຮຽກຮ້ອງຕ້ອງ ການຂອງຜູ້ອ່ານທັງພາຍໃນ ແລະ ນອກກອງທັບ. ພິເສດຍັງໄດ້ອອກ ໜັງສືພິມເອເລັກໂຕຣນິກ ຫລື ເວັບ ໄຊ ເຊິ່ງມີທັງພາສາລາວ, ພາສາ ອັງກິດ ແລະ ມີເຟດບຸກ ທີ່ມີຊື່ວ່າ: Lao People’s Army News. ໂອກາດນີ້, ສະຫາຍ ພົນໂທ ຄໍາ ລຽງ ອຸທະໄກສອນ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ກອງບັນນາທິການໜັງສືພິມກອງທັບ ປະຊາຊົນລາວຍາດມາໄດ້ຕະຫລອດ ໄລຍະ 60 ປີຜ່ານມາ, ພ້ອມທັງ ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນ ນາທິການ, ພະນັກງານ-ນັກຮົບ ທົ່ວກອງບັນນາທິການໜັງສືພິມ ກອງທັບ ປະຊາຊົນລາວ ຫລາຍບັນ ຫາສໍາຄັນເປັນຕົ້ນຄະນະພັກ-ຄະນະ ບັນຊາທຸກຂັ້ນຕ້ອງເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນປົກະຕິ ເຮັດໃຫ້ເຂົາເຈົ້າຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ມູນ ເຊື້ອການຕໍ່ສູ້ພິລະອາດຫານຂອງ ກອງທັບ ກໍຄື ມູນເຊື້ອຂອງໜັງສືພິມ ກອງທັບປະຊາຊົນລາວ ໄປຄຽງ ຄູ່ກັບການສ້າງແບບແຜນວິທີເຮັດ ວຽກທີ່ມີວິທະຍາສາດ ເພື່ອສືບຕໍ່ ປັບປຸງໜັງສືພິມກອງທັບປະຊາຊົນ ລາວ ໃຫ້ມີສີສັນຈົບງາມ, ມີເນື້ອໃນ ອຸດົມສົມບູນເລິກເຊິ່ງ ໂດຍນໍາສະເໜີ ບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ເພີ່ມຂຶ້ນ, ຮັບປະກັນຄວາມຖືກຕ້ອງ ຊັດເຈນ, ບໍ່ຜິດພາດທາງດ້ານການ ເມືອງ, ສະເໜີຂ່າວໃຫ້ວ່ອງໄວທັນ ເວລາ, ປັບປຸງວິທີການນໍາສະເໜີ ຂ່າວ, ຮູບແບບໂຄງສ້າງຂ່າວທີ່ ກະທັດຮັດກົງກັບປະເດັນ, ຫລາກ ຫລາຍ, ປະດິດສ້າງ ແລະ ຊວນ ອ່ານ. ພ້ອມນີ້, ກໍໃຫ້ແລກປ່ຽນບົດ ຮຽນນໍານັກຂ່າວຮຸ່ນອາວຸໂສ, ສື່ ຂອງກອງທັບກັບສື່ມວນຊົນອ້ອມ ຂ້າງສູນກາງໃນການຂຽນຂ່າວ, ຂຽນບົດ, ຖ່າຍຮູບ ແລະ ເຕັກນິກ ການຈັດໜ້າອອກແບບໃຫ້ເຂົ້າສູ່ ຫລັກການ ແລະ ມີຈຸດພິເສດເດັ່ນ ສະເພາະຂອງໜັງສືພິມກອງທັບ ປະຊາຊົນລາວ, ປັບປຸງເນື້ອໃນໜ້າ ເວັບໄຊຂອງໜັງສືພິມກອງທັບໃຫ້ ທັນສະໄໝ ມີເນື້ອໃນດີ, ບັນຈຸຫລາຍ ຄໍລຳ ແລະ ເພີ່ມບັນດາກົດໝາຍທີ່ ກ່ຽວຂ້ອງກັບກອງທັບ ແລະ ກົດ ໝາຍອື່ນໆທີ່ສຳຄັນເຂົ້າໃນເວັບໄຊ ໜັງສືພິມກອງທັບປະຊາຊົນລາວ, ການອັບເດດໃຫ້ວ່ອງໄວທັນເວລາ ແລະ ຖືກຕ້ອງຊັດເຈນ.ພ້ອມກັນນີ້, ຕ້ອງເອົາໃຈໃສ່ນໍາພາກົມກອງໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນ, ກົມກອງ ຄວາມສະຫງົບ, ສ້າງ ແລະ ຮັກສາ ໃຫ້ໄດ້ກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດ ໃສປອດໄພປອດຄະດີ, ຄຽງຄູ່ກັນ ນີ້ກໍ່ຕ້ອງເຊີດຊູຈິດໃນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ນໍ້າໃຈປະຢັດ ມັດທະຍັດ, ຂຸດຂົ້ນທ່າແຮງບົ່ມຊ້ອນ ການຫາລາຍໄດ້ຈາກການໂຄສະນາ ຜະລິດຕະພັນໃຫ້ບັນດາລັດວິຫາຫະ ກິດ, ບໍລິສັດຫ້າງຮ້ານ ແລະ ການ ຂາຍໜັງສືພິມສູ່ທາງນອກ ເພື່ອສ້າງ ແຫລ່ງທຶນມາພັດທະນາກົມກອງ ເຮັດໃຫ້ຊີວິດການເປັນຢູ່ທາງດ້ານ ວັດຖຸ ແລະ ຈິດໃຈຂອງພະນັກງານນັກຮົບນັບມື້ດີຂຶ້ນ, ເຊື່ອມຊຶມກໍາ ແໜ້ນແນວທາງການຕ່າງປະເທດ ຂອງພັກ ແລະ ອື່ນໆ. ໂອກາດດຽວກັນ, ຍັງໄດ້ມອບ ຫລຽນໄຊພິລະອາດຫານ ຊັ້ນ I ໃຫ້ ກອງບັນນາທິການໜັງສືພິມກອງທັບ ປະຊາຊົນລາວ ແລະ ມອບຫລຽນໄຊ ພິລະອາດຫານ ຊັ້ນ III ໃຫ້ພະແນກ ການທີ່ຂຶ້ນກັບກອງບັນນາທິການ ໜັງສືພິມກອງທັບປະຊາຊົນລາວ ຈຳນວນ 7 ພະແນກຄື: ພະແນກ ຂ່າວພາຍໃນກອງທັບ, ພະແນກ ຂ່າວເສດຖະກິດ, ວັດທະນະທຳສັງຄົມ, ພະແນກຂ່າວຕ່າງປະເທດ, ພະແນກຕາໜ່າງຂ່າວ ແລະ ເພື່ອນ ຮ່ວມງານ, ພະແນກໜັງສືພີມເອເລັກ ໂຕຣນິກ, ພະແນກເຕັກນິກ-ຈັດໜ້າ ແລະ ພະແນກບໍລິຫານ-ການເງິນ. ຂໍ້ມູນ-ພາບ: ໜັງສືສິມກອງທັບ
RkJQdWJsaXNoZXIy MTc3MTYxMQ==