6059.1

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 03/02/2025 glf4tdy f{la '7q , dko]q '3mf ມາດຕາ 48 ກຳນົດວ່າໂທດເນ ລະເທດແມ່ນໂທດທີ່ສານວາງໃສ່ ຜູ້ກະທຳຜິດທີ່ເປັນຄົນຕ່າງປະເທດ ໃຫ້ອອກຈາກດິນແດນ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ເປັນເວລາ ສິບປີຂຶ້ນໄປ. ສານ ອາດນຳໃຊ້ໂທດເນລະເທດເປັນ ໂທດຕົ້ນຕໍ ຫລື ໂທດເພີ່ມຕາມແຕ່ລະ ກໍລະນີ. ໂທດເນລະເທດນີ້ຈະວາງ ໃສ່ການກະທຳຜິດຖານ ໂທສານຸ ໂທດ ທີ່ສ້າງຄວາມເສຍຫາຍຢ່າງ ຫລວງຫລາຍ ແລະ ການກະທຳຜິດ ຖານຄະຣຸໂທດ. ມາດຕາ 49 ໂທດຕັດອິດສະລະ ພາບທີ່ມີກຳນົດແມ່ນໂທດຕັດອິດ ສະລະພາບທີ່ມີກຳນົດເວລາແຕ່ ສາມເດືອນ ຫາ ຊາວປີ ຊຶ່ງຜູ້ຖືກຕັດ ສີນຕ້ອງປະຕິບັດໃນຄ້າຍຄຸມຂັງ. ມາດຕາ 50 ໂທດຕັດອິດສະລະ ພາບຕະຫລອດຊີວິດ ແມ່ນໂທດ ຕັດອິດສະລະພາບໂດຍບໍ່ມີກຳນົດ ເວລາ, ນຳໃຊ້ຕໍ່ບຸກຄົນທີ່ກະທຳຜິດ ຮ້າຍແຮງເປັນພິເສດ ແຕ່ບໍ່ເຖິງຂັ້ນ ລົງໂທດປະຫານຊີວິດ.ຫ້າມລົງໂທດ ຕັດອິດສະລະພາບຕະຫລອດຊີວິດ ໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳກວ່າ ສິບແປດປີ ແລະ ຜູ້ຍິງທີ່ຖືພາໃນເວ ລາກະທຳຜິດໂດຍໃຫ້ລົງໂທດຕັດ ອິດສະລະພາບທີ່ມີກຳນົດຊາວປີ. ມາດຕາ 51 ໂທດປະຫານຊີວິດ ແມ່ນມາດຕະການພິເສດຂອງການ ລົງໂທດ ທີ່ລົງໃສ່ຜູ້ກະທຳຜິດໃນສະ ຖານ ໜັກເປັນພິເສດ ຊຶ່ງໄດ້ກຳນົດ ໄວ້ໃນປະມວນກົດໝາຍອາຍາສະ ບັບນີ້ ແລະ ກົດໝາຍສະບັບອື່ນທີ່ ກຳນົດການກະທຳຜິດທາງອາຍາ ແລະ ໂທດ. ການປະຫານຊີວິດໃຫ້ ປະຕິບັດດ້ວຍການຍິງເປົ້າ. ຫ້າມ ລົງໂທດປະຫານຊີວິດໃສ່ຜູ້ກະທຳ ຜິດທີ່ມີອາຍຸຕ່ຳກວ່າສິບແປດປີ, ຜູ້ຍິງທີ່ຖືພາ, ແມ່ທີ່ລ້ຽງລູກນ້ອຍ ອາຍຸ ແຕ່ ສາມປີລົງມາ, ຜູ້ທີ່ມີອາຍຸ ແຕ່ຫົກສິບປີຂຶ້ນໄປ ແລະ ຜູ້ພິການ ທາງສະໝອງໃນເວລາກະທຳຜິດ ຫລື ໃນເວລາຕັດສີນ ຫລື ໃນເວລາ ປະຕິບັດໂທດໂດຍໃຫ້ລົງໂທດຕັດ ອິດສະລະພາບຕະຫລອດຊີວິດ. ມາດຕາ 52 ໂທດຮິບຊັບ ແມ່ນ ການເອົາຊັບທັງໝົດ ຫລື ສ່ວນໃດ ໜຶ່ງທີ່ເປັນກຳມະສິດຂອງຜູ້ກະທຳ ຜິດທີ່ບໍ່ໄດ້ນຳໃຊ້ເຂົ້າໃນການກະ ທຳຜິດ ຫລື ບໍ່ໄດ້ມາຈາກການກະ ທຳຜິດມາເປັນຂອງລັດ ໂດຍບໍ່ມີ ການໃຊ້ແທນ ຊຶ່ງຈະລົງໃສ່ໄດ້ແຕ່ ການກະທຳຜິດທີ່ເປັນອັນຕະລາຍ ຮ້າຍແຮງຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍອາຍາ. ໃນກໍລະນີການຮິບ ຊັບ ທັງໝົດກໍຕ້ອງຍົກເວັ້ນຊັບທີ່ຈຳ ເປັນສຳລັບການດຳລົງຊີວິດຂອງ ຜູ້ກະທຳຜິດ ແລະ ຄອບຄົວຂອງຜູ້ ກ່ຽວເຊັ່ນ ເຮືອນຢູ່ປະຈຳຂອງຜູ້ຖືກ ຕັດສີນ ແລະ ຄອບຄົວ, ສັດລ້ຽງສຳ ລັບບຸກຄົນ ທີ່ຖືເອົາການປູກຝັງ ຫລື ການລ້ຽງສັດເປັນອາຊີບ, ວັດຖຸສິ່ງ ຂອງທີ່ໃຊ້ເປັນປະຈຳຂອງຜູ້ຖືກຕັດ ສີນ ແລະ ຂອງບຸກຄົນຊຶ່ງຢູ່ພາຍໃຕ້ ການດູແລລ້ຽງດູຂອງຜູ້ຖືກຕັດສີນ. ໃນກໍລະນີທີ່ໄດ້ຕົກລົງຮິບຊັບສ່ວນ ໃດໜຶ່ງ ສານຕ້ອງກຳນົດຊັບທີ່ຈະ ຖືກຮິບນັ້ນໃຫ້ຈະແຈ້ງ. ຊັບທີ່ເປັນ ກຳມະສິດຂອງລັດ ຈະບໍ່ຖືກຮິບ ຊຶ່ງ ຕ້ອງສົ່ງຄືນໃຫ້ແກ່ອົງການຈັດຕັ້ງ ທີ່ກ່ຽວຂ້ອງ. ມາດຕາ 53 ໂທດຮິບວັດຖຸສິ່ງ ຂອງ ແມ່ນການເອົາວັດຖຸສິ່ງຂອງ ທີ່ໃຊ້ໃນການກະທຳຜິດ ຫລື ສຳລັບ ໃຊ້ໃນການກະທຳຜິດ ຫລື ໄດ້ມາ ຈາກການກະທຳຜິດ ໂດຍເຈດຕະ ນາມາເປັນຂອງລັດ. ການຮິບວັດຖຸ ສິ່ງຂອງທີ່ພົວພັນກັບການກະທຳ ຜິດ ນັ້ນສາມາດປະຕິບັດໄດ້ຕໍ່ການ ກະທຳຜິດສະຖານໂທສານຸໂທດ ແລະ ຄະຣຸໂທດ. ວັດຖຸສິ່ງຂອງຂອງ ບຸກຄົນອື່ນ ທີ່ຮັບໃຊ້ການກະທຳຜິດ ນັ້ນ ຈະຖືກຮິບເປັນຂອງລັດໄດ້ ກໍ ຕໍ່ເມື່ອເຈົ້າຂອງຜູ້ທີ່ໃຫ້ຢືມຫາກບໍ່ມີ ຄວາມບໍລິສຸດໃຈ ຫລື ເມື່ອເຫັນວ່າ ການຮິບວັດຖຸສິ່ງຂອງນັ້ນ ມີຄວາມ ຈຳເປັນ ເພື່ອປົກປັກຮັກສາສັງຄົມ. ວັດຖຸສິ່ງຂອງທີ່ເປັນກຳມະສິດຂອງ ລັດນັ້ນຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງຄືນ ໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ. ມາດຕາ 54 ໂທດປົດສິດເລືອກ ຕັ້ງ ແລະ ສະໝັກຮັບເລືອກຕັ້ງແມ່ນ ການຕັດສິດເລືອກຕັ້ງ ແລະ ສະໝັກ ຮັບເລືອກຕັ້ງຂອງຜູ້ກະທຳຜິດໃນ ຖານຄະຣຸໂທດ. ໂທດປົດສິດເລືອກ ຕັ້ງ ແລະ ສະໝັກຮັບເລືອກຕັ້ງ ທີ່ຈະ ລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ເກີນຫ້າ ປີນັບແຕ່ວັນໄດ້ປະຕິບັດໂທດສິ້ນສຸດ ຫລື ວັນໝົດອາຍຸຄວາມໃນການ *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ ;y mu ]h P'xkoy o.o|v' .sh .spj w; ຮຽງຮຽງໂດຍ:ແສງສະຫວັນັນ * ປາແມ່ນມີຄວາມສໍາຄັນຫລາຍ ຕໍ່ການບໍລິໂພກໃນສັງຄົມ, ມີໄຂມັນ ໜ້ອຍ, ຍ່ອຍໄວ. ນອກຈາກນັ້ນຍັງ ມີລົດຊາດແຊບ, ກິນງ່າຍ...ແລະ ທີ່ ສຳຄັນສາມາດລ້ຽງງ່າຍ,ໃຫຍ່ໄວ ບໍ່ຫຍຸ້ງຍາກ ເຊິ່ງຫລາຍຄອບຄົວກໍ ລ້ຽງໄວ້ກິນເອງ ລ້ຽງຫລາຍຂາຍ ເປັນສິນຄ້າສ້າງລາຍຮັບໃຫ້ແກ່ ຄອບຄົວໄດ້ເປັນກອບເປັນກຳຕືີ່ມ ອີກ, ປັດຈຸບັນປາທຳມະຊາດແມ່ນ ຫລຸດໜ້ອຍຖອຍລົງໄປເລື້ອຍໆ ຫລືປາບາງຊະນິດກໍສູນພັນໄປຕາມ 300 ກິໂລກຣາມ/ໄລ່ ໃສ່ເດືອນ ໜຶ່ງຫາສອງເດືອນ. ການລ້ຽງປາໃສ່ໜອງເກົ່າ: ເມື່ອ ລະບາຍນ້ຳອອກແລ້ວ ກໍກຳຈັດ ພັນໄມ້ນຳ້ຕ່າງໆອອກໃຫ້ໝົດ ຈາກ ນັ້ນກໍຄວ້ານຕົມໃຫ້ຫລາຍທ່ີ່ສຸດ ອັດຕາປ່ອຍພໍ່-ແມ່ພັນ 30-50 ຄູ່ ຕໍ່ຕາແມັດ. ອາຫານ ແລະ ການໃຫ້ອາຫານ ປາ: ການສ້າງອາຫານທຳມະຊາດ ໄວ້ໃນນຳ້ໃນໄລຍະເລີີ່ມຕົ້ນຄືການ ໃສ່ປຸຍ ແລະ ຝຸ່ນອາໂຈມສັດເຊັ່ນ: ຂີ້ໄກ່, ຂີ້ໝູ ສ້າງພວກໄຮນ້ຳພືດສັດ ແລະ ໃຫ້ອາຫານສົມທົບ ເຊັ່ນ: ແໜເປັດ, ໄຄນ້ຳ ຫລື ຜຳ ໂຮຍໃຫ້ ກິນສົດໆ ຫລື ເສດຜັກຕ່າງໆ ໂດຍ ວິທີຕົ້ມໃຫ້ເປື່ອຍປະສົມກັບຮຳ ຫລື ເຂົ້າປຽນທີ່ຕົ້ມສຸກ ຫລື ກາກຖົ່ວ ເຫລືອງ, ກາກຖົ່ວດິນແລະ ຍັງລວມ ອາຫານຈາກແຫລ່ງທຳມະຊາດ ອື່ນໆເຊັ່ນ: ແມງໄມ້, ມົດ, ປວກ, ຂີ້ກະເດືອນ, ໜອນ ແລະ ອາຫານ ສຳເລັດຮູບຍິ່ງດີ ແຕ່ນຳໃຊ້ຕົ້ນທຶນ ສູງ. ການໃຫ້ອາຫານປາ ສາມາດ ໃຫ້ໃນອັດຕາ 4-10% ຂອງນຳ້ ໜັກປາທີ່ລ້ຽງ ເຊັ່ນ: ປາ 10 ກຣາມ ກໍຈະໃຫ້ອາຫານ 0,4-1 ກຣາມ, ໂດຍປົກກະຕິແລ້ວສາມາດໃຫ້ກິນ 2 ຄາບ ຕໍ່ມື້ ຊ່ວງ 8 ໂມງເຊົົ້າ- 14 ໂມງ ເພື່ອໃຫ້ລຶ້ງເຄີຍກັບເວລາ, ການໃຫ້ອາຫານເມັດແມ່ນໃຫ້ຕາມ ຂະໜາດຕົວປາ. ການເຕີບໃຫຍ່ ແລະ ໄລຍະການ ລ້ຽງ: ປານິນໃຊ້ເວລາລ້ຽງປະ ມານ 4-5 ເດືອນເຄິ່ງ ມີນ້ຳໜັກປະ ມານ 3-4ໂຕ/ກິໂລກຣາມ ຂຶ້ນຢູ່ ກັບການໃຫ້ອາຫານ ແລະ ການເບິ່ງ ແຍງເອົາໃຈໃສ່ໃນການລ້ຽງ,ເມື່ອ ໄລຍະການລ້ຽງໄດ້ 7-8 ເດືອນ ຫລື ເຫັນວ່າປາໄດ້ຂະໜາດຕາມ ທີ່ຕະຫລາດຕ້ອງການແລ້ວ ກໍຈັບ ປາທ່ີ່ມີຂະໜາດໃຫຍ່ຈຳໜ່າຍໄດ້. ໄລຍະເວລາ, ດັ່ງນັ້ນຈຶ່ງເຮັດໃຫ້ ການລ້ຽງປາມີຄວາມສຳຄັນຕໍ່ຜູ້ ຄົນຫລາຍ ສຳລັບຄວາມຕ້ອງການ ອາຫານ ແລະ ການຄ້ຳປະກັນສະ ບຽງອາຫານ. ດັ່ງນັ້ນ ຄໍລຳສຶກສາ ຫາຄວາມຮູ້ຈຶ່ງຂໍສະເໜີວິທີການ ລ້ຽງປານິນໃນໜອງມາແລກປ່ຽນ ນຳທ່ານຜູ້ອ່ານດັ່ງນີ້: ການເລືອກສະຖານທີ່ໃນການ ລ້ຽງປານິນ: ການລ້ຽງປານິນໃນ ໜອງດິນ ແມ່ນບໍ່ຈຳກັດ ຫລື ຫຍຸ້ງ ຍາກຫລາຍປານໃດ, ດິນທີ່ເລືອກ ຕ້ອງເປັນດິນໜຽວ ຫລື ລ້ວນປົນ ຊາຍ ທີ່ສາມາດເກັບກັກນ້ຳໄດ້ດີ ແລະ ຕ້ອງໃຊ້ພື້ນທີ່ກວ້າງຂວາງ ຈຶ່ງເໝາະສົມໃນການລ້ຽງປານິນ, ພື້ນທີ່ສ້າງໜອງຄວນຢູ່ກາງແຈ້ງ ແລະ ມີຕົ້ນໄມ້ປົກຫຸ້ມໜ້ອຍໜຶ່ງ, ບໍ່ ຄວນຫົ່ມຫລາຍເກີນໄປ ເພາະໜອງ ປາບໍ່ຖືກແດດ ຈະເຮັດໃຫ້ປາເປັນ ພະຍາດໄດ້ງ່າຍ. ການຂຸດໜອງປາໃໝ່: ຕ້ອງຄຳ ນຶງເຖິງສິ່ງກີດຂວາງໃນບໍລິເວນ ດັ່ງກ່າວ ແລະ ບໍ່ມີອຸປະສັກໃນການ ກໍ່ສ້າງ, ຕ້ອງໃຫ້ຢູ່ບ່ອນທີ່ກວ້າງ ຂວາງ ແລະ ສະດວກໃນການປ່ອຍ ນ້ຳໃສ່ໜອງລ້ຽງໄດ້ຕະຫລອດ ເວລາ. ສ່ວນຂະໜາດຂອງໜອງ ແມ່ນຂຶ້ນກັບຜູ້ລ້ຽງທີ່ຕ້ອງການ ຂຸດ, ຕາມປົກກະຕິແລ້ວ 1 ໄລ່ ເລິກ 1-1,2 ແມັດ, ຖ້າເປັນໜອງໃສ ຕ້ອງໃສ່ຝຸ່ນຄອກ ຫລື ປຸຍ 250ຕົບແຕ່ງມຸມຄັນດິນໃຫ້ແໜ້ນ ຕາກ ໜອງປະມານ 70-10 ມື້ ພ້ອມກັບ ຫວ່ານປູນຂາວ 50-100 ກິໂລ ກຣາມ/ໄລ່ ແລະ ລວມກັບໃສ່ຝຸ່ນ ຄອກຄືກັບໜອງທີ່ຂຸດໃໝ່. ແນວພັນປາ ແລະ ອັດຕາການ ປ່ອຍປານິນ: ປານິນມັກຈະຢູ່ຮ່ວມ ກັນເປັນໝູ່ (ຍົກເວັ້ນໄລຍະລະດູ ການປະສົມພັນ), ກິນອາຫານຕາມ ທຳມະຊາດ ໂດຍສະເພາະແມ່ນຈຳ ພວກພືດນ້ຳ, ໄຮນ້ຳຊະນິດຕ່າງໆ, ໂຕອ່ອນຂອງແມງໄມ້ ແລະ ເສດ ອາຫານຈາກຄົວເຮືອນ. ປານິນ ເປັນປາທີ່ທົນທານ ແລະ ປັບຕົວ ກັບສະພາບແວດລ້ອມໄດ້ດີ, ລ້ຽງ ງ່າຍ, ໃຫຍ່ໄວ ແລະ ເປັນປາທີ່ກິນ ອາຫານບໍ່ເລືອກ, ປານິນມີຫລາຍ ຊະນິດເຊັ່ນ: ປານິນແດງ, ປານິນ ທົ່ວໆໄປ ແລະ ປານິນເພດຜູ້ ຫລື ເອີ້ນວ່າປານິນໝັນ. ສ່ວນອັດຕາ ການປ່ອຍ: ຖ້າລ້ຽງເປັນເສດຖະ ກິດຄວນປ່ອຍໃນ 1-3 ໂຕ/ຕາແມັດ ຫລື ປະມານ 2.000-5.000 ໂຕ/ ໄລ່, ຂະໜາດໂຕປາ 3-5 ຊັງຕີ ແມັດ ຫລື ໃຫຍ່ກວ່ານັ້ນຍິ່ງເປັນ ການດີ. ຖ້າປ່ອຍເພື່ອລ້ຽງໃນໄລຍະ ຍາວນານເປັນປີ ຄວນລ້ຽງໃຫ້ເປັນ ພໍ່-ແມ່ພັນ ເພື່ອປະສົມພັນເອົາລູກ ປາໄວ້ຂາຍໄປພ້ອມໆກັນເລີຍ ໂດຍ ມີຕາໜ່າງຫ່າງກັ້ນໄວ້ສ່ວນໃດໜຶ່ງ ເພື່ອໃຫ້ລູກປາລອດເຂົ້າມາໄດ້ແລ້ວ ກໍ່ກວດເອົາລູກປານິນຂຶ້ນມາຂາຍ, ປະຕິບັດຄຳຕັດສີນ ເປັນຕົ້ນໄປ. ມາດຕາ 55 ໂທດຈຳກັດທີ່ຢູ່ ແມ່ນການຫ້າມຜູ້ຖືກຕັດສີນອອກ ຈາກສະຖານທີ່ໃດໜຶ່ງ ຫລື ຫ້າມ ເຂົ້າໄປສະຖານທີ່ໃດໜຶ່ງ ຕາມທີ່ໄດ້ ກຳນົດໄວ້ໃນຄຳຕັດສີນຂອງສານ. ໂທດຈຳກັດທີ່ຢູ່ທີ່ຈະລົງໃສ່ຜູ້ກະ ທຳຜິດ ນັ້ນບໍ່ໃຫ້ເກີນຫ້າປີ ນັບແຕ່ ວັນປະຕິ ບັດໂທດສິ້ນສຸດ ແລ້ວເປັນ ຕົ້ນໄປ. ຫ້າມລົງໂທດຈຳກັດທີ່ຢູ່ໃສ່ ຜູ້ກະ ທຳຜິດທີ່ມີອາຍຸຕ່ຳກວ່າ ສິບ ແປດປີ ແລະ ຜູ້ຍິງທີ່ຖືພາ ຫລື ຜູ້ຍິງ ທີ່ມີລູກ ຊຶ່ງອາຍຸບໍ່ທັນເຖິງແປດປີ ໃນເວລາກະທຳຜິດ. ໂທດຈຳກັດ ທີ່ຢູ່ໄດ້ກຳນົດໄວ້ໃນພາກສະເພາະ ຂອງປະມວນກົດໝາຍສະບັບນີ້. ມາດຕາ 56 ໂທດຟື້ນຟູຄືນແມ່ນ ໂທດທີ່ລົງໃສ່ຜູ້ກະທຳຜິດໃຫ້ຟື້ນຟູ ຫລື ປັບປຸງສິ່ງແວດລ້ອມ ຫລື ສິ່ງທີ່ ຖືກທຳລາຍຄືນສູ່ສະພາບເດີມ ຫລື ປົກກະຕິເຊັ່ນ: ການຟື້ນຟູປ່າ, ນ້ຳ, ດິນ, ກິ່ນ, ອາກາດ. ມາດຕາ 57 ໂທດຖອນໃບອະນຸ ຍາດແມ່ນການຖອນໃບອະນຸຍາດ ຂອງຜູ້ກະທຳຜິດເຊັ່ນ ໃບຂັບຂີ່, ໃບ ອະນຸຍາດລົງທຶນ, ໃບອະນຸຍາດດຳ ເນີນທຸລະກິດ, ໃບອະນຸຍາດຂຸດຄົ້ນ ຊັບພະຍາກອນທຳມະຊາດ ຫລື ໃບ ອະນຸຍາດອື່ນ. ສຳລັບການຖອນໃບ ອະນຸຍາດຂັບຂີ່ຍານພາຫະນະສານ ຈະຕັດສິນຖອນໃບອະນຸຍາດຂັບຂີ່ ຖ້າຜູ້ກະທຳຜິດຫາກໄດ້ລະເມີດກົດ ຈະລາຈອນທີ່ພາໃຫ້ເກີດອຸບປະຕິ ເຫດແຕ່ສາມຄັ້ງຂຶ້ນໄປ ຫລື ເປັນ ການກະທຳຜິດທີ່ສ້າງຄວາມເສຍ ຫາຍຢ່າງຮ້າຍແຮງ. ມາດຕາ 58 ໂທດຫ້າມດຳລົງ ຕຳແໜ່ງຫລືປະກອບອາຊີບໃດໜຶ່ງ ຫລືປົດຫລຽນຫລືນາມມະຍົດ ໂທດ ຫ້າມດຳລົງຕຳແໜ່ງ ຫລື ປະກອບ ອາຊີບໃດໜຶ່ງ ຫລື ປົດຫລຽນ ຫລື ນາມມະຍົດແມ່ນການຫ້າມຜູ້ກະ ທຳຜິດດຳລົງຕຳແໜ່ງຫລືປະກອບ ອາຊີບໃດໜຶ່ງ ຫລື ການປົດຫລຽນ ຫລື ນາມມະຍົດຂອງຜູ້ກະທຳຜິດ. ມາດຕາ59 ໂທດອອກແຮງງານ ເພື່ອສາທາລະນະ ແມ່ນວຽກອອກ ແຮງງານໃດໜຶ່ງເພື່ອຜົນປະໂຫຍດ ສາທາລະນະ ຊຶ່ງສານວາງໃສ່ຜູ້ ກະທຳຜິດໃນຖານໂທສານຸໂທດ ຊຶ່ງ ກົດໝາຍກຳນົດໂທດຕັດອິດສະລະ ພາບບໍ່ເກີນສາມປີ. ວຽກອອກແຮງ ງານເພື່ອຜົນປະໂຫຍດສາທາລະນະ ນີ້ຕ້ອງແມ່ນວຽກທີ່ບໍ່ລະເມີດ ຫລື ຢຽບຢ່ຳກຽດສັກສີຂອງມະນຸດ ໂດຍບໍ່ມີຄ່າຕອບແທນ. ໂທດອອກ ແຮງງານເພື່ອສາທາລະນະທີ່ຈະ ລົງໃສ່ຜູ້ກະທຳຜິດນັ້ນບໍ່ໃຫ້ຫລຸດ ຫົກສິບຊົ່ວໂມງ ແລະ ບໍ່ໃຫ້ເກີນ ເຈັດຮ້ອຍຫ້າສິບຊົ່ວໂມງ. ໃນການ ວາງໂທດອອກແຮງງານ ເພື່ອສາ ທາລະນະ ນັ້ນສານຕ້ອງອີງໃສ່ຈຸດ ປະສົງຂອງການລົງໂທດ, ລັກສະ ນະຂອງການກະທຳຜິດ, ບຸກຄະລິກ ກະພາບ ແລະ ການເຫັນດີຂອງຜູ້ ກະທຳຜິດ. ສານ ອາດນຳໃຊ້ໂທດ ອອກແຮງງານ ເພື່ອສາທາລະນະ ແທນໂທດປັບໃໝ ຫລື ໂທດຕັດ ອິດສະລະພາບບໍ່ເກີນສາມປີ ຫລື ນຳໃຊ້ແທນທັງສອງໂທດນັ້ນ ກໍ ໄດ້. ໃນກໍລະນີທີ່ຜູ້ກະທຳຜິດຫາກ ບໍ່ປະຕິບັດໂທດອອກແຮງງານ ເພື່ອ ສາທາລະນະ ຕາມຄຳຕັດສີນຂອງ ສານນັ້ນ ສານຈະຕັດສີນປ່ຽນໂທດ ນີ້ມາເປັນໂທດຕັດອິດສະລະພາບ ທີ່ມີກຳນົດໂດຍຄິດໄລ່ທຸກແປດຊົ່ວ ໂມງໃດ ເທົ່າກັບໂທດຕັດອິດສະລະ ພາບໜຶ່ງວັນ. ມາດຕາ 60 ໂທດຈຳກັດບໍລິ ເວນ ແມ່ນການຫ້າມຜູ້ຖືກສານ ຕັດສີນ ອອກຈາກສະຖານທີ່ໃດໜຶ່ງ ຫລື ບໍລິເວນໃດໜຶ່ງ ຕາມທີ່ກຳນົດ ໄວ້ໃນຄຳຕັດສີນຂອງສານ. ໃນ ກໍລະນີມີຄວາມ ຈຳເປັນຕ້ອງໄດ້ຮັບ ການເຫັນດີຈາກສານ. ໂທດຈຳກັດ ບໍລິເວນຈະລົງໃສ່ ຜູ້ກະທຳຜິດນັ້ນ ສູງສຸດບໍ່ເກີນຫົກເດືອນ. ໂທດຈຳ ກັດບໍລິເວນແມ່ນ ໂທດທາງເລືອກ ໜຶ່ງ ຊຶ່ງສານອາດ ນຳໃຊ້ແທນໂທດ ປັບໃໝ ຫລື ໂທດຕັດອິດສະລະພາບ ຊຶ່ງກົດໝາຍກຳນົດໂທດຕັດອິດສະ ລະພາບບໍ່ເກີນ ສາມປີຍົກເວັ້ນການ ກະທຳຜິດທີ່ບໍ່ ເຂັດຫລາບ ຫລື ເປັນ ອາຈິນໂດຍ ອີງຕາມລັກສະນະຂອງ ການກະທຳຜິດ ແລະ ບຸກຄະລິກກະ ພາບຂອງຜູ້ກະທຳຜິດ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==