xtgmf]k; 3 03/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ລູກສາວຫລ້າູ ກ້ າ xu 2024 glf4tdy fc0;'7e,j ;o 0tspkp8q ;.o]tfa [ 6,05% * ໃນປີ 2024 ຜ່ານມາ, ເສດ ຖະກິດຂອງແຂວງຄຳມ່ວນ ສືບຕໍ່ ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 24.452 ຕື້ກີບ ເທົ່າກັບ 119,71% ລາຍຮັບສະ ເລ່ຍຕໍ່ຫົວຄົນ 53 ລ້ານກີບຕໍ່ຄົນ ຫລື ເທົ່າກັບ 2.469 ໂດລາສະຫະລັດ ໃນນີ້, ຂະແໜງກະສິກໍາຂະຫຍາຍ ຕົວ 5,38% ກວມເອົາ 18,85% ຂອງ GDP, ຂະແໜງອຸດສາຫະ ກໍາຂະຫຍາຍຕົວ 5,83% ກວມ 33,26% ຂອງ GDP, ຂະແໜງ ບໍລິການຂະຫຍາຍຕົວ 6,14% ກວມ 46,45% ຂອງ GDP ແລະ ຂະແໜງພາສີອາກອນຂະຫຍາຍ ຕົວ 1,30% ກວມ 1,44% ຂອງ GDP. ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ລາຍງານຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ເມື່ອບໍ່ດົນມານີ້ວ່າ: ສຳລັບ ການລົງທຶນ ໄດ້ລະດົມທຶນເພື່ອ ການພັດທະນາ 5.684,53 ຕື້ກີບ ເທົ່າກັບ 114,14% ໃນນີ້, ການ ລົງທຶນຂອງລັດບັນລຸໄດ້ 505,81 ຕື້ກີບ ເທົ່າກັບ 110,25% ຂອງ ແຜນການປີ; ການຊ່ວຍເຫລືອທາງ ການເພື່ອການພັດທະນາ ບັນລຸ 223,05 ຕື້ກີບ ເທົ່າກັບ 78,82% ຂອງແຜນການປີ; ການລົງທຶນເອ ກະຊົນພາຍໃນ ແລະ ຕ່າງປະເທດ ບັນລຸ 3.959,13 ຕື້ກີບ ເທົ່າກັບ 114,03% ຂອງແຜນການປີ, ລະ ບົບສິນເຊື່ອທະນາຄານ ປະຕິບັດ ໄດ້ 996,54 ຕື້ກີບ ເທົ່າກັບ 129,99%. ສ່ວນດ້ານການຈັດເກັບລາຍຮັບ ງົບປະມານ ໄດ້ຂຸດຄົ້ນທຸກແຫລ່ງ ລາຍຮັບທີ່ມີ, ການຈັດເກັບລາຍ ຮັບຈາກພາສີ, ສ່ວຍສາອາກອນ ແລະ ຄຸ້ມຄອງຊັບສິນຂອງລັດ ໄດ້ ນໍາໃຊ້ລະບົບທັນສະໄໝ; ການເກັບ ລາຍຮັບທາງດ້ານພາສີບໍ່ໄດ້ເກັບ ເປັນເງິນສົດ: ການເກັບລາຍຮັບ ດ້ານສ່ວຍສາອາກອນ ໄດ້ຫັນຫົວ ໜ່ວຍທຸລະກິດທີ່ມີເງື່ອນໄຂ, ມີມາດ ຕະຖານເຂົ້າສູ່ການຄຸ້ມຄອງໃນ ລະບົບ TaxRis ແລະ ໄດ້ຈັດຕັ້ງ ປະຕິບັດສຳເລັດໃນ 10 ເມືອງທົ່ວ ແຂວງ ເຮັດໃຫ້ຊ່ອງຫວ່າງການ ຮົ່ວໄຫລ ດ້ານລາຍຮັບງົບປະມານ ຫລຸດລົງຢ່າງຈະແຈ້ງ ເຮັດໃຫ້ ການຈັດເກັບລາຍຮັບເກີນແຜນ 4 ປີ ຕໍ່ເນື່ອງ ແລະ ມີການເພີ່ມຂຶ້ນ ໃນແຕ່ລະປີ. ທ່ານ ວັນໄຊ ພອງສະຫວັນ ໃຫ້ ຮູ້ຕື່ມວ່າ: ສະເພາະໃນປີ 2024 ໄດ້ ຮັບມອບໝາຍທັງລາຍຮັບສູນກາງ ແລະ ທ້ອງຖິ່ນ ທັງໝົດ 2.417 ຕື້ ກີບ, ສູນກາງໄດ້ດັດແກ້ຕົວເລກຫົກ ເດືອນທ້າຍປີຕື່ມ ມາເປັນ 2.434 ຕື້ກວ່າກີບ. ໝົດປີຈັດເກັບລາຍຮັບ ໄດ້ 4.145 ຕື້ກວ່າກີບ ເທົ່າກັບ 170,25% ຂອງແຜນການປີ ໃນ ນີ້, ລາຍຮັບສູນກາງ ແຜນການປີ 1.045 ຕື້ກີບ ປະຕິບັດໄດ້ 1.328 ຕື້ ກວ່າກີບ, ເທົ່າກັບ 127,14%ຂອງ ແຜນການປີເກີນແຜນ 283 ຕື້ກີບ; ລາຍຮັບທ້ອງຖິ່ນ ແຜນການປີ 1.372ຕື້ກີບ, ໄດ້ດັດແກ້ຕົວເລກຫົກ ເດືອນທ້າຍປີ ເພີ່ມຕື່ມເປັນ 1.389 ຕື້ກີບ ປະຕິບັດໄດ້ 2.816 ຕື້ກວ່າ ກີບ ເທົ່າກັບ202%ຂອງແຜນການ ປີ, ເກີນແຜນ 1.427 ຕື້ກີບ (ຕົວ ເລກຮອດວັນທີ 31 ທັນວາ 2024) ໄດ້ດຸນດ່ຽງໃຫ້ສູນກາງຕາມແຜນ ດຸນດ່ຽງປີ2024 ຈໍານວນ 708,05 ຕື້ກີບ ໄດ້ສຳເລັດ 100%. ດ້ານ ລາຍຈ່າຍ: ການຄຸ້ມຄອງລາຍຈ່າຍ ກໍໄດ້ຫັນເຂົ້າສູ່ລະບົບທັນສະໄໝ, ການອະນຸມັດ ຂອງສູນກາງ ແລະ ທ້ອງຖິ່ນ ສາມາດກວດກາຄວາມ ຖືກຕ້ອງຮ່ວມກັນໄດ້ໃນແຕ່ລະວັນ. ປີ 2024 ແຜນລາຍຈ່າຍທັງໝົດ 1.101ຕື້ກີບປະຕິບັດໄດ້1.089,01 ຕື້ກີບ ເທົ່າ ກັບ 98%. ການໃຊ້ຈ່າຍ ເງິນເກີນແຜນຕາມຊັດສ່ວນ 50% ຂອງເງິນເກີນແຜນປີຜ່ານມາ ທີ່ ລັດຖະບານມອບໝາຍໃຫ້ ກໍໄດ້ ຈ່າຍຕາມແຜນທີ່ສະພາປະຊາຊົນ ຂັ້ນແຂວງຮັບຮອງ ເຊິ່ງໄດ້ນໍາ ໃຊ້ເຂົ້າໃນການປັບປຸງກໍ່ສ້າງເສັ້ນ ທາງ, ກັນຕະຝັ່ງເຈື່ອນ, ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ, ສົ່ງເສີມວິຊາການ ແລະ ແກ້ໄຂໜີ້ ສິນທີ່ຍັງຄ້າງຜ່ານມາຈໍານວນໜຶ່ງ. ພ້ອມນີ້, ກໍໄດ້ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍຕາໜ່າງດ້ານການ ສຶກສາ, ຍົກລະດັບການບໍລິການ ດ້ານສາທາລະນະສຸກ ໃຫ້ມີການ ຫັນປ່ຽນຢ່າງຕັ້ງໜ້າ ມີປະສິດທິ ພາບ ແລະ ປະສິດທິຜົນສູງຂຶ້ນ; ຫັນ ພະນັກງານລົງກໍ່ສ້າງຮາກຖານ ການເມືອງຕາມ 4 ເນື້ອໃນ 4 ຄາດ ໝາຍ ຕິດພັນກັບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ແລະ ສິ່ງ ຫຍໍ້ທໍ້ຕ່າງໆ ໃນສັງຄົມ. ໂດຍ: ມະນີວັນີວັນ x6 d/a '{]h P'la f c[[.f.sh wfh 9a [g'y o 150 ]h kodu [8+ xu * ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ການປູກຝັງ-ລ້ຽງສັດ ແມ່ນອາຊີບ ຫລັກຂອງປະຊາຊົນລາວບັນດາ ເຜົ່າ ເນື່ອງຈາກວ່າ ຜົນຜະລິດ ເປັນ ທີ່ຕ້ອງການຂອງຕະຫລາດຢູ່ສະເໜີ ບໍ່ວ່າຈະຜະລິດລະດູໃດກໍໄດ້ຂາຍ ສະນັ້ນ, ຈຶ່ງເຮັດໃຫ້ປະຊາຊົນຍຶດອາ ຊີບການຜະລິດກະສິກໍາການປູກ- ຝັງລ້ຽງສັດ ຢ່າງຫລວງຫລາຍ, ແຕ່ກໍບໍ່ແມ່ນທຸກຄົນທີ່ຈະປະສົບ ຜົນສໍາເລັດ ໄດ້ຈັບເງິນກ້ອນໃຫຍ່ ຈາກອາຊີບນີ້ ແນວໃດກໍດີ ກໍຍັງ ມີອີກຫລາຍຄົນ ທີ່ປະສົບຜົນສໍາ ເລັດຈົນໄດ້ຈັບເງິນ 150 ລ້ານກີບ ຕໍ່ປີ ເໝືອນຄອບຄົວ ທ່ານ ພູວຽງ ຖາວິວອນ . ທ່ານ ພູວຽງ ຖາວິວອນ ໄດ້ ໃຫ້ຮູ້ວ່າ: ການສ້າງແນວຄິດດຸໝັ່ນ ໃນການອອກແຮງງານ ດ້ວຍການ ປູກຝັງ ແລະ ລ້ຽງສັດ ຫລັງຈາກ ເລີກວຽກລັດຖະການ, ຮູ້ຈັກປະ ຢັດມັດທະຍັດ, ບົນຈິດໃຈ ເພິ່ງ ຕົນເອງ ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ສູ້ ຊົນຕ້ານແນວຄິດຟຸມເຟືອຍ, ມີ ຄວາມຫ້າວຫັນ, ຕັ້ງໃຈອົດທົນ, ດຸ ໝັ່ນຮຽນຮູ້ ແລະ ຖອດຖອນບົດ ຮຽນຢູ່ເປັນປະຈໍາ, ຫລັງຈາກນັ້ນ ຈຶ່ງຖາມຕົນເອງວ່າ ຄອບຄົວມັກ ກິນຫຍັງ? ເມື່ອຮູ້ແລ້ວກໍໃຫ້ເລີ່ມ ການຜະລິດ ເພື່ອບໍລິໂພກພາຍໃນ ຄອບຄົວ ເຫລືອກິນກໍແຈກຢາຍ ຍາດຕິພີ່ນ້ອງ ແລະ ຄົນໃກ້ຄຽງ. ໝາຍຄວາມວ່າບໍ່ຄວນຄິດເຖິງລາຍ ໄດ້ມາກ່ອນ. ນອກຈາກນັ້ນ, ການ ປູກຝັງ ກໍຕ້ອງໄດ້ຄໍານຶງເຖິງການ ເລືອກພືດ ທີ່ຈະສ້າງເສດຖະກິດ ໃຫ້ຄອບຄົວໄປພ້ອມໆກັນ ໂດຍ ການແຍກພືດອອກເປັນ 3 ປະເພດ ຄື: ພືດລ້ຽງຊີບ, ພືດສ້າງລາຍ ໄດ້, ດ້ານການລ້ຽງສັດ: ເປັນທາງ ເລືອກໜຶ່ງ ທີ່ສາມາດສ້າງລາຍໄດ້ ໃຫ້ກັບຄອບຄົວຫລາຍພໍສົມຄວນ ຊຶ່ງການລ້ຽງສັດ ຈະເນັ້ນເປັນ 3 ໄລຍະ ຄື: ລ້ຽງເພື່ອສ້າງລາຍໄດ້ ແລະ ເປັນເງິນທ້ອນ-ເງິນເກັບ ເຊັ່ນ: ລ້ຽງປາ, ເປັດ, ໄກ່ ເພື່ອລ້ຽງຊີບ, ລ້ຽງກົບ, ໝູ ເພື່ອເປັນລາຍໄດ້ ເສີມ ແລະ ລ້ຽງງົວ ເປັນເງິນເກັບທ້ອນ ໄລຍະຍາວ. (ເນື້ອທີ່ເຮັດ ການຜະລິດ ມີ 2 ຈຸດ ຄື: ຢູ່ບ້ານ ຫ້ວຍນໍ້າເຢັນ 1,5 ໄລ່ ແລະ ຢູ່ ບ້ານແສນດິນ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ 2,5 ເຮັກ ຕາ, ມີໝູ 15 ໂຕ, ງົວ 5 ໂຕ, ສັດປີກ 200 ໂຕ. ຄຽງຄູ່ກັບການ ປູກຝັງ-ລ້ຽງສັດແລ້ວ ຍັງໄດ້ມີ ການເຜີຍແຜ່ຄວາມຮູ້ດ້ານການປູກ ຝັງ ແລະ ລ້ຽງສັດ ໃຫ້ກັບຜູ້ທີ່ມີ ຄວາມສົນໃຈ, ຊ່ວຍແນະນໍາ ແລະ ແກ້ໄຂບັນຫາຕ່າງໆ ໃຫ້ກັບຄົນທີ່ ພົບບັນຫາຫຍຸ້ງຍາກ ແລະ ບາງຄັ້ງ ກໍໄດ້ລົງໄປຕິດຕາມຕົວຈິງ ໃຫ້ກັບ ຜູ້ທີ່ພົບບັນຫາ ຫລື ຊ່ວຍອອກແບບ, ຈັດສວນ ແລະ ແນວທາງການ ຜະລິດ. ສິ່ງທີ່ໄດ້ຮັບຈາການສ້າງ ເສດຖະກິດແມ່ນໄດ້ຫລຸດຜ່ອນຄ່າ ຊົມໃຊ້ພາຍໃນເຮືອນ ປະມານ 70 ເປີເຊັນ ; ໄດ້ສຸຂະພາບຈິດທີ່ດີ, ໄດ້ ສ້າງສາຍພົວພັນທີ່ດີໃນຄອບຄົວ, ສັງຄົມ ແລະ ໄດ້ສ້າງລາຍຮັບເຂົ້າ ຄອບຄົວ ບໍ່ຕໍ່າກວ່າ 90-150 ລ້ານ ຕໍ່ປີ ຈາກການຂາຍແນວພັນພືດ ແລະ ສັດ. ທ່ານ ພູວຽງ ຖາວິວອນ ກ່າວ ຕື່ມວ່າ: ຕົນເອງເຮັດການຜະລິດ ດັ່ງກ່າວມາໄດ້ 5 ປີ, ມີຈໍານວນ ສະມາຊິກພາຍໃນຄອບຄົວ 5 ຄົນ, ແຮງງານຕົ້ນຕໍ 1 ແຮງງານ, ແຮງ ງານສໍາຮອງ 2 ແຮງງານ. ຈາກ ການສ້າງເສດຖະກິດຄອບຄົວ ເຫັນ ໄດ້ວ່າ ວຽກງານປູກຝັງ-ລ້ຽງສັດ ເປັນວຽກງານທີ່ມີຄວາມສໍາຄັນ ຫລາຍ ແລະ ຢາກໃຫ້ບັນດາທ່ານ ນໍາໄປເປັນແນວທາງ ເພື່ອຈັດຕັ້ງ ປະຕິບັດ ແລະ ຢາກໃຫ້ເລີ່ມແຕ່ ນ້ອຍໆ ແລະ ກ້າວຂຶ້ນເທື່ອລະຂັ້ນ ໂດຍການເບິ່ງຈາກທ່າແຮງຂອງ ຕົນເອງເປັນຫລັກ ແລະ ໃນອະນາ ຄົດ ຈະເພີ່ມຄວາມເອົາໃຈໃສ່ວຽກ ງານທີ່ມີຢູ່; ພ້ອມນັ້ນ ກໍຈະສືບຕໍ່ ໂຄງການ ເຊັ່ນ: ການເຮັດແກ໊ດ ຊີວະພາບ ຈາກຝຸ່ນຄອກ-ຂີ້ງົວ (Biomass Energy) ເພື່ອນໍາ ໃຊ້ໃນການຫຸງ, ຕົ້ມ ແລະ ນໍາໃຊ້ ລະບົບໂຊລາເຊວ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==