ຂປລ. ສະຫະພັນກຳມະບານ ຄະນະພົວພັນຕ່າງປະເທດສູນກາງ ພັັກ (ຄຕພ) ເປີດກອງປະຊຸມໃຫຍ່ ສະມາຊິກກຳມະບານ ຄຕພ ຄັ້ງທີ II ໃນວັນທີ 31 ມັງກອນ 2025 ພາຍໃຕ້ການເປັນປະທານຂອງສະ ຫາຍ ເກີລໍ ຢ່າງກໍ່ກຳມະການຄະນະ ບໍລິຫານງານສູນກາງສະຫະພັນ ກຳມະບານລາວ, ປະທານສະຫະ ພັນກຳມະບານ ຄຕພ ໂດຍມີສະ ຫາຍ ບຸນເຫລືອ ພັນດານຸວົງ ຮັກສາ ການເລຂາຄະນະພັກ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ແລະ ສະຫາຍ ວິໄລ ວົງ ຂະເສີມ ຮອງປະທານສູນກາງສະ ຫະພັນກຳມະບານລາວ. ພ້ອມນັ້ນ, ຍັງມີຄະນະພັກ, ເລຂາໜ່ວຍພັກ, ບັນດາສະຫາຍຕາງໜ້າອົງການ ຈັດຕັ້ງແມ່ຍິງ ແລະ ຊາວໜຸ່ມ ຄຕພ, ມີຜູ້ຕາງໜ້າຈາກອົງການກຳມະ ບານອ້ອມຂ້າງ ຫລັກ 6, ກະຊວງ ການຕ່າງປະເທດ ແລະ ສະມາຊິກ ກຳມະບານພາຍໃນ ຄຕພ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການ ຜ່ານບົດລາຍງານການເມືອງ ໂດຍ de,t[ko 78r fegou odv'xt-5 ,.spj 7A 'mu II ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 03.02.2025 ປີທີ 24 ສະບັບທີ 6.115ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j dt-;' 4;m xtdkfdko9a f8A '0A odq , c]t rtoa d'kora ddko{Ia [v5 f|6 o[eoko gzu pczj zq odko7Q o7;h k xt9exu 2024 ,v[{Ia [37'dkod+ lh k' 3I'\= -5 ,-q og,n v'xkd]kp ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 3່ າໍ່ ໜ້າ Iv'xtmkoltrkcsj '-kf g7nj vows;;Pd'ko16j c0;'sq ;ra o 0tc|'dtly de{xj kw,h 8h v'l5 ,.lj -5 dp6h dkozt]y f dtly degxa oly o7h klt|v'rkp.o c]t lqj 'vvd ອ່ານຕໍ່ໜ້າ 2່ າໍ່ ໜ້າ ພາບປະກອບ ຂປລ. ໃນລະຫວ່າງວັນທີ 2430 ມັງກອນ 2025 ຜ່ານມາ, ທ່ານ ຈະເລີນ ເຍຍປາວເຮີ ກຳມະການ ສູນກາງພັກ, ຮອງປະທານສະພາ ແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ ລົງເຄື່ອນໄຫວວຽກງານຢູ່ແຂວງ ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີມອບຮັບໂຄງການກໍ່ສ້າງໂຮງໝໍຊຸມຊົນ ເມືອງປາກລາຍ ຫລັງໃໝ່ຈັດຂຶ້ນໃນ ວັນທີ 30 ມັງກອນ 2025 ທີ່ໂຮງໝໍ ຊຸມຊົນເມືອງປາກລາຍ ແຂວງໄຊ ຍະບູລີ ໂດຍມີທ່ານ ບຸນແຝງ ພູມ ມະໄລສິດ ລັດຖະມົນຕີກະຊວງສາ ທາລະນະສຸກ, ທ່ານ ອາເມ ຊົງເຍ້ຍ ເລັ່ງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ພ້ອມດ້ວຍພະນັກງານ-ລັດ ຖະກອນຫ້ອງການສາທາລະນະສຸກ ແລະ ໂຮງໝໍຊຸມຊົນເຂົ້າຮ່ວມ. ທ່ານ ບູນທະໜອມ ພິມມະສານ ຕາງໜ້າບໍລິສັດຫົງໄຊຍະພອນກໍ່ ສ້າງຈຳກັດຜູ້ດຽວ ໃນນາມຜູ້ຮັບ ເໝົາໂຄງການກໍ່ສ້າງໂຮງໝໍຊຸມຊົນ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ລາຍງານຜົນສໍາເລັດຂອງການ ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ໂຮງໝໍຊຸມຊົນ ເມືອງປາກລາຍ ແຂວງໄຊຍະບູລີ, ເຊິ່ງໂຄງການ ດັ່ງກ່າວປະກອບມີ 14 ວຽກຫລັກ ຕາມສັນຍາ, ວຽກທີ່ຕັດອອກຈາກ ໃບປະເມີນ 3 ໜ້າວຽກ, ວຽກທີ່ ດັດແກ້ຈາກໃບປະເມີນມີ 2 ໜ້າ ວຽກ ແລະ ວຽກເພີ່ມຈາກສັນຍາມີ 5 ໜ້າວຽກ ລວມມູນຄ່າໂຄງການ ຕາມສັນຍາ 13,5 ຕື້ກວ່າກີບ ຂປລ. ກອງປະຊຸມເຜີຍແຜ່ຜົນ ການຄົ້ນຄວ້າ ປະຈໍາປີ 2024 ຈັດຂຶ້ນລະຫວ່າງວັນທີ 30-31 ມັງກອນ 2025 ພາຍໃຕ້ຫົວຂໍ້: ກາລະໂອກາດ ແລະ ສິ່ງທ້າທາຍ ຂອງການພັດທະນາແບບຍືນຍົງ ແລະ ການແກ້ໄຂສະພາບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ພາຍໃຕ້ເງື່ອນໄຂແຫ່ງ ການຄຸ້ມຄອງລັດ ແລະ ສັງຄົມດ້ວຍ ກົດໝາຍຢູ່ສປປ ລາວ. ທັງນີ້, ກໍເພື່ອ ປຶກສາຫາລື ແລະ ແລກປ່ຽນຂໍ້ມູນ, ຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ລະຫວ່າງນັກຄົ້ນຄວ້າ, ສະຖາບັນ ຄົ້ນຄວ້າ ແລະ ຜູ້ວາງນະໂຍບາຍ. ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ ຂປລ. ພິທີປະກາດການອອກ ພັກການ-ຮັບອຸດໜູນບໍານານ, ການສັບປ່ຽນຍົກຍ້າຍໜ້າທີ່ ແລະ ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມສະຫລຸບວຽກງານກະສິ ກຳ, ປ່າໄມ້ ແລະ ພັດທະນາຊົນນະ ບົດ ປະຈຳປີ 2024 ແລະ ທິດທາງ ແຜນການ ປີ 2025 ໃນວັນທີ 31 ມັງກອນ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຂະ ແໜງກະສິກຳ ແລະ ປ່າໄມ້ ຕ້ອງສຸມ ໃສ່ຊຸກຍູ້ການຜະລິດກະສິກຳເປັນ ສິນຄ້າ ເພື່ອສະໜອງພາຍໃນໃຫ້ ພຽງພໍ ແລະ ສົ່ງອອກ ໂດຍເລັ່ງຊຸກຍູ້ ສົ່ງເສີມສິນຄ້າກະສິກຳ-ລ້ຽງສັດ ທີ່ໄດ້ມີສັນຍາກັບປະເທດຄູ່ການ ຄ້າແລ້ວ, ພ້ອມທັງສຸມໃສ່ປັບປຸງ ຫົວພັນ. ໃນການເຄື່ອນໄຫວຄັ້ງນີ້, ທ່ານ ໄດ້ເຮັດວຽກຮ່ວມກັບສະພາປະຊາ ຊົນແຂວງ, ອົງການໄອຍະການ ປະຊາຊົນແຂວງ, ສານປະຊາຊົນ ແຂວງ, ກອງບັນຊາການປ້ອງກັນ ຄວາມສະຫງົບແຂວງ ແລະ ເຂົ້າ ຮ່ວມພິທີເປີດຂົວອູ່ບ້ານໂພນໄຊ, ບ້ານນາກາ, ຮ່ວມງານບຸນປະເພນີ ບ້ານໂພນໄຊ, ບ້ານສົບຮາວ ພ້ອມ ທັງເຮັດວຽກຮ່ວມກັບທ່ານເຈົ້າ ເມືອງ, ກອງບັນຊາການປ້ອງກັນ ຄວາມສະຫງົບ ເມືືອງສົບເບົາ. ນອກນັ້ນທ່ານຍັງໄດ້ໄປຢ້ຽມ ໄດ້ສະຫລຸບສັງລວມຜົນຂອງກອງ ປະຊຸມສຳມະນາວິທະຍາສາດ ໂດຍຫຍໍ້ຄື: ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍແມ່ນ ນະໂຍບາຍ, ຍຸດທະສາດ ແລະ ເປົ້າໝາຍໜຶ່ງຂອງພັກ ແລະ ລັດ ຖະບານໄດ້ສຸມໃສ່ສ້າງລັດແຫ່ງ + x6 d/a '{]h P'la f c[[.f.sh wfh 9a [g'o 150 ]h kodu [8xu y gmltdkofvd';[ko 7A 'mu 22 w00B ogxa omk'dko Y ra dxt-k-q o xt8y ;a f]k; mu j ,u dPflts'k\A opn oK j
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 03/02/2025 xtgmf]k; ເທສະການດອກງິ້ວບານ...ິ້ ກະຊວງ ຖວທ... ຂະແໜງກະສິກຳ...ິ ຂປລ. ເທສະການດອກງິ້ວບານ ຄັ້ງທີ 22 ປະຈໍາປີ 2025 ໄຂຂຶ້ນ ຢ່າງເປັນທາງການໃນວັນທີ 1 ກຸມພາ 2025 ຢູ່ດອນຊາວເຂດ ເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍ ມີທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນຄວາມສະ ຫງົບ, ທ່ານ ທອງຈັນ ມະນີໄຊ ເຈົ້າ ແຂວງບໍ່ແກ້ວ ພ້ອມດ້ວຍອະດີດ ການນໍາ, ເຈົ້າແຂວງ-ຮອງເຈົ້າ ແຂວງໃກ້ຄຽງ, ແຂກຖືກເຊີນຈາກ ມາດຕະຖານ ແລະ ຄຸນນະພາບ ສິນຄ້າກະສິກໍາ, ລວມທັງແນວພັນ ພືດ, ແນວພັນສັດໃຫ້ມີຄຸນນະພາບ, ມີປະລິມານພຽງພໍ ແລະ ໃຫ້ສຸມ ໃສ່ຂະຫຍາຍໂຮງງານຫົວອາຫານ ສັດ, ໂຮງງານຜະລິດຝຸ່ນປຸ໋ຍ, ປັບປຸງ ເຕັກນິກ ແລະ ເຄື່ອງມື-ກົນຈັກການ ຜະລິດໃຫ້ພຽງພໍ ແລະ ມີຄຸນນະພາບ ເຊິ່ງໃນຕໍ່ໜ້າພະນັກງານກະສິກຳ ເມືອງຕ້ອງໄດ້ແນະນໍາປະຊາຊົນ ຜະລິດຕົວຈິງ ແລະ ໃຫ້ຮີບຮ້ອນ ກຳນົດບັນຊີລາຍການສິນຄ້າກະສິ ກໍາທີ່ຈະຜະລິດ ເພື່ອທົດແທນການ ນໍາເຂົ້າ, ຫລຸດຜ່ອນການໄຫລອອກ ຂອງເງິນຕາ. ພ້ອມນີ້, ທ່ານ ສອນໄຊ ສີພັນ ດອນ ຍັງໄດ້ສະເໜີໃຫ້ຂະແໜງກະ ສິກຳ ແລະ ປ່າໄມ້ ເອົາໃຈໃສ່ຕື່ມ ບາງດ້ານເປັນຕົ້ນຍົກສູງຄວາມຮັບ ຜິດຊອບໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2025 ເຊິ່ງຖືວ່າເປັນແຜນບຸກບືນ ສູ້ຊົນສູງສຸດ, ສູ້ຊົນປະຕິບັດບັນດາ ຄາດໝາຍໃຫຍ່ຂອງຂະແໜງການ ກະສິກໍາ ແລະ ປ່າໄມ້ ໃຫ້ບັນລຸ ຕາມແຜນກຳນົດໄວ້; ສຸມໃສ່ປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານ ການຜະລິດ ແລະ ເຕັກນິກເປັນຕົ້ນ ໂຮງອົບ, ໂຮງຄັດເມັດ, ລານຕາກ, ຫ້ອງວິໄຈ ໂດຍຊຸກຍູ້ສົ່ງເສີມໃຫ້ຜູ້ ປະກອບການເອກະຊົນມີສ່ວນຮ່ວມ ໃຫ້ແຂງແຮງກວ່າເກົ່າ; ສຸມໃສ່ ຈັດສັນເນື້ອທີ່ການຜະລິດກະສິກໍາ ໃຫ້ລະອຽດ ແລະ ຊັດເຈນ ໂດຍ ອີງໃສ່ເງື່ອນໄຂດ້ານທຳມະຊາດ ແລະ ທ່າແຮງຂອງແຕ່ລະເຂດ, ທັງ ໃຫ້ມີມາດຕະການຄຸ້ມຄອງເນື້ອທີ່ ການຜະລິດກະສິກຳ ແລະ ລະບົບ ຊົນລະປະທານໃຫ້ມີຄວາມຍືນຍົງ; ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກ ຮັກສາເນື້ອທີ່ປ່າໄມ້ເຂດ 3 ປະເພດ ປ່າ ໂດຍໃຫ້ເລັ່ງສໍາຫລວດ ແລະ ກໍາ ນົດຂອບເຂດປ່າຄືນໃໝ່ໃຫ້ຊັດເຈນ ແລະ ແທດກັບຕົວຈິງ; ໃຫ້ຊຸກຍູ້ ສົ່ງເສີມພາກເອກະຊົນລົງທຶນປູກ ແລະ ຟື້ນຟູປ່າໄມ້ດ້ວຍຮູບແບບ ຫັນເປັນໂຄງການສິນເຊື່ອກາກ ບອນ, ຮູບແບບຕິດພັນກັບການ ທ່ອງທ່ຽວທຳມະຊາດ ໂດຍໃຫ້ ຄົ້ນຄວ້າຄືນນະໂຍບາຍການເກັບ ຄ່າສໍາປະທານໃນກິດຈະກຳທີ່ລັດ ສົ່ງເສີມ; ຊຸກຍູ້ສົ່ງເສີມທຸກພາກສ່ວນ ໃນສັງຄົມປະກອບສ່ວນເຂົ້າໃນ ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກໂດຍສະເພາະ ການລົງທຶນຂອງພາກເອກະຊົນ ເພື່ອສ້າງວຽກເຮັດງານທຳ ແລະ ລາຍໄດ້ໃຫ້ປະຊາຊົນກັບທີ່; ສືບ ຕໍ່ຈັດຕັ້ງປະຕິບັດກິດຈະກຳຂອງ ກອງທຶນຫລຸດຜ່ອນຄວາມທຸກຍາກ ແລະ ໂຄງການທຶນຊ່ວຍເຫລືອ ທາງການ ເພື່ອພັດທະນາສຳເລັດ ຕາມແຜນກຳນົດໄວ້; ສືບຕໍ່ຈັດຕັ້ງ ປະຕິບັດວຽກງານກໍ່ສ້າງຮາກຖານ ການເມືອງຕິດພັນກັບວຽກງານ 3 ສ້າງໃຫ້ເຂົ້າສູ່ລວງເລິກ ແລະ ເປັນ ການແຕ່ງຕັ້ງຂຶ້ນຮັບໜ້າທີ່ໃໝ່ຂອງ ພະນັກງານຫລັກແຫລ່ງພາຍໃນ ກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ ຈັດຂຶ້ນໃນ ວັນທີ 31 ມັງກອນ 2025 ພາຍໃຕ້ ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກ, ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີກໍາມະການຄະນະພັກ ກະຊວງ, ບັນດາສະຫາຍສະມາຊິກ ພັກ-ພະນັກງານຫລັກແຫລ່ງພາຍໃນ ກະຊວງຖະແຫລງຂ່າວ, ວັດທະນະ ຮູບປະທໍາຫລາຍຂຶ້ນ; ສືບຕໍ່ຈັດຕັ້ງ ປະຕິບັດບັນດານະໂຍບາຍ ແລະ ນິ ຕິກຳໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງ ແຂງແຮງ, ມີປະສິດທິພາບ ແລະ ປະສິດທິຜົນຢ່າງແທ້ຈິງ. ໂອກາດນີ້, ທ່ານ ສອນໄຊ ສີພັນ ດອນ ຍັງໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນ ສຳເລັດ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນທົ່ວ ຂະແໜງກະສິກຳ, ປ່າໄມ້ ແລະ ພັດ ທະນາຊົນນະບົດທີ່ສາມາດປະຕິບັດ ໄດ້ໃນປີຜ່ານມາ, ພ້ອມທັງຍົກໃຫ້ ເຫັນຄວາມພະຍາຍາມ ແລະ ຄວາມ ເອົາໃຈໃສ່ຂອງສູນກາງພັກ, ລັດຖະ ບານ ແລະ ອົງການປົກຄອງທຸກ ຂັ້ນໃນການແກ້ໄຂບັນຫາຄວາມ ຫຍຸ້ງຍາກໃນຊຸມປີຜ່ານມາເປັນຕົ້ນ ບັນຫາເສດຖະກິດ-ການເງິນ, ບັນຫາ ແຮງງານ ແລະ ປະກົດການຫຍໍ້ທໍ້ ຕ່າງໆໃນສັງຄົມ; ຍົກໃຫ້ເຫັນສະພາບ ການພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ, ບັນດາວຽກງານ ແລະ ເຫດການ ສໍາຄັນໃນປີ 2025 ເປັນຕົ້ນການ ກະກຽມ ແລະ ສະເຫລີມສະຫລອງ 3 ວັນປະຫວັດສາດຂອງຊາດ, ການ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ແລະ ອື່ນໆ. ໃນກອງປະຊຸມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ຍັງໄດ້ໃຫ້ຮູ້ ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ຮັບ ຟັງການລາຍງານ, ປະກອບຄໍາ ເຫັນ ແລະ ເປັນເອກະພາບຕໍ່ບົດສະ ຫລຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນປີ ຜ່ານມາ ໂດຍສະເພາະຜົນສຳເລັດ ອັນພົ້ນເດັ່ນ, ຂໍ້ຄົງຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ມາດຕະການ ແລະ ວິທີແກ້ໄຂ ເພື່ອເປັນພື້ນຖານແກ່ ການຈັດຕັ້ງປະຕິບັດວຽກງານທີ່ ກຳນົດໄວ້ໃນທິດທາງແຜນການປີ 2025 ໃຫ້ບັນລຸຄາດໝາຍ ແລະ ມີຜົນສໍາເລັດຫລາຍຂຶ້ນກວ່າເກົ່າ; ໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນຈາກບັນດາກົມ ວິຊາການຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາກະຊວງ ທີ່ກ່ຽວຂ້ອງລວມທັງໝົດ 13 ຫົວຂໍ້ ເປັນຕົ້ນລາຍງານຂະບວນການສົ່ງ ເສີມການຜະລິດ, ການຄຸ້ມຄອງ ການສົ່ງອອກ-ນໍາເຂົ້າສິນຄ້າກະສິ ກໍາຢູ່ບັນດາດ່ານ, ນະໂຍບາຍສົ່ງ ເສີມການຜະລິດກະສິກໍາ-ປ່າໄມ້, ການອຳນວຍຄວາມສະດວກການ ເຂົ້າເຖິງສິນເຊື່ອດອກເບ້ຍທີ່ເໝາະ ສົມຂອງສະຫະກອນ, ກຸ່ມຜະລິດ ແລະ ຜູ້ປະກອບການຂະໜາດນ້ອຍ ແລະ ກາງ. ພ້ອມກັນນັ້ນ, ທ່ານລັດ ຖະມົນຕີກະຊວງກະສິກຳ ແລະ ປ່າ ໄມ້ຍັງໄດ້ສະເໜີໃຫ້ຊາບກ່ຽວກັບ ບັນດາເນື້ອໃນສໍາຄັນທີ່ກອງປະ ຊຸມໄດ້ຕົກລົງຮ່ວມກັນ ແລະ ຈະ ຕ້ອງພ້ອມກັນໄດ້ສຸມໃສ່ປະຕິບັດໃນ ປີ 2025. ຂ່າວ-ພາບ: ທະນູທອງ ສູນກາງ, ທ້ອງຖິ່ນ ແລະ ຕ່າງປະ ເທດເຂົ້າຮ່ວມ. ໃນພິທີ ທ່ານ ເກົາຫລົງ ຮອງ ປະທານສະພາບໍລິຫານເຂດເສດ ຖະກິດພິເສດສາມຫລ່ຽມຄໍາໄດ້ ໃຫ້ຮູ້ວ່າ: ບຸນດອກງິ້ວບານເປັນ ວັນບຸນໃຫຍ່ທີ່ມີເອກະລັກສະເພາະ ຂອງເຂດເສດຖະກິດພິເສດສາມ ຫລ່ຽມຄຳ ເຊິ່ງບໍ່ພຽງແຕ່ແມ່ນ ຊ່ອງທາງເພື່ອສະແດງໃຫ້ເຫັນ ຮີດຄອງປະເພນີທີ່ເປັນເອກະລັກ ສະເພາະຂອງ ສປປ ລາວ ແລະ ອິນດູຈີນ, ແຕ່ຍັງແມ່ນໂອກາດ ສຳຄັນເພື່ອຊຸກຍູ້ການແລກປ່ຽນ ວັດທະນະທຳມິດຕະພາບຢ່າງເລິກ ເຊິ່ງ, ຊຸກຍູ້ການພັດທະນາການ ທ່ອງທ່ຽວ ແລະ ການຄ້າ. ປີນີ້ເປັນປີ ຄົບຮອບ 18 ປີ ແຫ່ງການສ້າງຕັ້ງ ເຂດເສດຖະກິດພິເສດສາມຫລ່ຽມ ຄຳ ເຊິ່ງພື້ນຖານໂຄງລ່າງຂອງ ເຂດເສດຖະກິດພິເສດສາມຫລ່ຽມ ຄຳໄດ້ຮັບການປັບປຸງສະໜາມບິນ, ໂຮງແຮມ 5 ດາວ ແລະ ຫ້ອງການ ດ່ານສາກົນ ໄດ້ເປີດນໍາໃຊ້ເປັນທາງ ການ. ຜົນສຳເລັດທັງໝົດລ້ວນແຕ່ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານລາວ ແລະ ການນຳ ທຸກຂັ້ນ ໂດຍສະເພາະແມ່ນສາຍ ພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ລາວຈີນ ທີ່ນັບມື້ແໜ້ນແຟ້ນ, ພວກເຮົາ ເຊື່ອໝັ້ນວ່າພາຍໃຕ້ຂໍ້ລິເລີ່ມ “ຄູ່ ຮ່ວມຊາຕາກຳຂອງມວນມະນຸດ” ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງ ເສັ້ນທາງ” ການຊີ້ນຳ-ນຳພາ ອັນສະຫລາດສ່ອງໃສຂອງລັດຖະ ບານລາວ. ໃນອະນາຄົດພວກເຮົາຈະສືບ ຕໍ່ຍຶດໝັ້ນແນວທາງພັດທະນາການ ທ່ອງທ່ຽວກະສິກຳ, ການຂົນສົ່ງ, ການຄ້າ ແລະ ອຸດສາຫະກຳເບົາ, ຍົກລະດັບ ແລະ ພັດທະນາພື້ນຖານ ໂຄງລ່າງການດຳລົງຊີວິດ, ຕົວ ເມືອງ ແລະ ພື້ນຖານອຸດສາຫະກຳ ເຊິ່ງພວກເຮົາເຊື່ອວ່າຜ່ານຄວາມ ພະຍາຍາມ ແລະ ປ່ຽນແປງໃໝ່ ຢ່າງບໍ່ຢຸດຢັ້ງ ແລະ ຕໍ່ເນື່ອງເຂດ ເສດຖະກິດພິເສດສາມຫລ່ຽມຄຳ ຈະກາຍເປັນໄຂ່ມຸກທີ່ເຫລື້ອມໃສ ໃນແຫລມອິນດູຈີນ, ສ້າງຄວາມ ປະທັບໃຈ ແລະ ຄວາມຕື່ນເຕັ້ນໃຫ້ ນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ. ໂອກາດນີ້, ທ່ານ ທອງຈັນ ມະນີ ໄຊ ກໍໄດ້ມີຄໍາເຫັນວ່າ: ຈຸດປະສົງ ຂອງເທສະການດອກງິ້ວບານ ຄັ້ງ ທີ 22 ປະຈໍາປີ 2025 ເພື່ອສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີ ອັນດີງາມຂອງທ້ອງຖິ່ນ ກໍຄື ຂອງ ຊາດ ແນໃສ່ສົ່ງເສີມການທ່ອງທ່ຽວ ທໍາມະຊາດຂອງດອນຊາວ ຕິດພັນ ກັບການບໍລິການ ແລະ ການທ່ອງ ທ່ຽວຄົບວົງຈອນຢູ່ເຂດເສດຖະກິດ ສາມຫລ່ຽມຄໍາ ແລະ ເພື່ອເຊີນຊວນ ມວນຊົນຈາກທຸກແຫ່ງຫົນເຂົ້າມາ ທ່ຽວຊົມ. ນອກນີ້, ຍັງເປັນການ ຊຸກຍູ້ສົ່ງເສີມການລົງທຶນ ຕະຫລາດ ນັດ ແລກປ່ຽນສິນຄ້າ ແລະ ເສີມ ຂະຫຍາຍຄວາມສາມັກຄີຂອງປະ ຊາຊົນບັນດາເຜົ່າ ເຊິ່ງພາຍໃນງານ ປະກອບມີກິດຈະກໍາທີ່ໜ້າສົນໃຈ ເປັນຕົ້ນການຄັດເລືອກນາງສາວ ດອກງິ້ວບານ ປະຈໍາປີ 2025, ການສະແດງສິລະປະ-ວັນນະຄະ ດີ, ຕະຫລາດນັດວັດທະນະທໍາ (ຕະ ຫລາດນໍ້າ), ການແຂ່ງຂັນກິລາ ກ໊ອຟຊີງຖ້ວຍລາງວັນດອກງິ້ວຄໍາ ຄັ້ງທີ 2, ວາງສະແດງ ແລະ ຈໍາ ໜ່າຍສິນຄ້າ, ສະແດງຈູດບັ້ງໄຟ ດອກ, ປ່ອຍໂຄມ ໄຟ ແລະ ກິດຈະ ກໍາທີ່ໜ້າສົນໃຈອື່ນໆອີກ. ຂ່າວ: ເຂດເສດຖະກິດພິເສດສາມ ຫລ່ຽມຄຳ ທໍາ ແລະ ທ່ອງທ່ຽວ. ໂດຍປະຕິບັດຕາມແນວທາງ ນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ ເມື່ອເຖິງອາຍຸກະ ສຽນອອກພັກຜ່ອນ-ຮັບອຸດໜູນບໍາ ນານຄະນະບໍລິຫານງານພັກ, ຄະ ນະພັກ-ຄະນະນໍາຂອງກະຊວງ ຖວທ ໄດ້ຄົ້ນຄວ້າພິຈາລະນາຕົກ ລົງອະນຸມັດໃຫ້ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະ ວັດທະນະທຳ, ທ່ານ ສຸວັນ ວິໄລ ແສງ ຜູ້ອຳນວຍການໃຫຍ່ ວິທະຍຸ ຈະກາຍສຽງແຫ່ງຊາດລາວ, ທ່ານ ທອງຫລໍ່ ດວງສະຫວັນ ຫົວໜ້າ ບັນນາທິການໃຫຍ່ ໜັງສືພິມສາພາ ຕ່າງປະເທດ, ທ່ານ ນາງ ວຽງທອງ ພິມມະຈັນ ຮອງຜູ້ອຳນວຍການ ໃຫຍ່ ໂທລະພາບແຫ່ງຊາດ ພັກຜ່ອນ ຮັບອຸດໜູນບຳນານ. ນອກຈາກນີ້, ຍັງໄດ້ປະກາດແຕ່ງຕັ້ງທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ໄປເປັນຜູ້ອຳນວຍການໃຫຍ່ ວິທະຍຸ ກະຈາຍສຽງແຫ່ງຊາດລາວ, ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການ ໃຫຍ່ໂທລະພາບແຫ່ງຊາດລາວ ໄປ ເປັນຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຄຳຫລ້າ ຍອຍສາຍຄຳຫົວໜ້າ ສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ໄປເປັນຫົວໜ້າກົມ ຮູບເງົາ, ທ່ານ ນາງ ສິມມະນີ ແກ້ວ ແກ່ນ ຮອງຫົວໜ້າກົມຮູບເງົາ ໄປ ເປັນຜູ້ອຳນວຍການໃຫຍ່ ໂທລະ ພາບແຫ່ງຊາດລາວ, ທ່ານ ນາງ ພອນສະຫວັນ ທິແກ້ວ ຮອງຫົວໜ້າ ບັນນາທິການໃຫຍ່ ໜັງສືພິມພາສາ ຕ່າງປະເທດ ຂຶ້ນເປັນຫົວໜ້າບັນນາ ທິການໃຫຍ່ໜັງສືພິມພາສາຕ່າງ ປະເທດ. ພ້ອມກັນນີ້, ຍັງໄດ້ປະກາດ ການແຕ່ງຕັ້ງຮອງຫົວໜ້າກົມອີກຈໍາ ນວນໜຶ່ງ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ກ່າວວ່າ: ພັກ, ລັດ ຖືພະນັກງານເປັນຂໍກູນແຈສໍາ ຄັນ ແລະ ເປັນບັນຫາຍຸດທະສາດ ເປັນປັດໄຈຕັດສິນຕໍ່ຜົນສໍາເລັດ ຫລື ການປາລະໄຊຂອງການຈັດຕັ້ງ ປະຕິບັດແນວທາງນະໂຍບາຍຂອງ ພັກ, ລັດ. ຕໍ່ກັບບັນດາທ່ານທີ່ໄດ້ ຮັບນະໂຍບາຍພັກຜ່ອນ-ຮັບອຸດ ໜູນບຳນານທັງ 4 ທ່ານ ໄດ້ເຮັດ ສຳເລັດໜ້າທີ່ອັນມີກຽດທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ໄດ້ ທຸ້ມເທເຫື່ອແຮງ, ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດຜ່ານຜ່າ ຄວາມຫຍຸ້ງຍາກປະຕິບັດໜ້າທີ່ ວຽກງານທີ່ການຈັດຕັ້ງຂອງຕົນ ມອບໝາຍໃຫ້ຈົນສາມາດຍາດໄດ້ ຜົນງານອັນໃຫຍ່ຫລວງອັນໄດ້ເປັນ ການປະກອບສ່ວນໃຫ້ຜົນສຳເລັດ ລວມຂອງກະຊວງ ຖວທ ຕະຫລອດ ມາ. ພ້ອມນີ້, ທ່ານກໍໄດ້ສະແດງ ຄວາມຊົມເຊີຍຕໍ່ຜູ້ໄດ້ຮັບຕຳແໜ່ງໃໝ່ ພ້ອມທັງສະເໜີໃຫ້ບັນດາສະຫາຍ ຈົ່ງຮີບຮ້ອນນໍາພາການເຄື່ອນໄຫວ ວຽກງານພາຍໃນຂົງເຂດທີ່ຕົນຮັບ ຜິດຊອບໃຫ້ດໍາເນີນໄປເປັນປົກກະຕິ; ສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບ ຜິດຊອບໃນການຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ, ກົດໝາຍ, ລະບຽບການ ຂອງລັດ ເພື່ອນໍາພາ-ຊີ້ນໍາ ໂດຍ ສະເພາະແມ່ນນໍາພາໃນການສຶກສາ ອົບຮົມການເມືອງແນວຄິດໃຫ້ສະ ມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມສາມັກຄີພາຍໃນເປັນ ປຶກແຜ່ນ; ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການ ມອບໝາຍໃຫ້ມີຜົນສຳເລັດ, ພ້ອມ ທັງສືບຕໍ່ຄົ້ນຄວ້າກໍາແໜ້ນບັນດາ ແນວທາງ, ນະໂຍບາຍຂອງພັກວາງ ອອກ ໂດຍສະເພາະມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ລັດ 5 ປີ ຄັ້ງທີ IX ໂດຍສະເພາະ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ, ແຜນ ພັດທະນາວຽກງານ ຖວທ 5 ປີ ( 2021-2025 ); ຄົ້ນຄວ້າຖອດ ຖອນບົດຮຽນອັນໃດຄວນຍູ້ແຮງ ສົ່ງເສີມຕື່ມ, ຄວນແກ້ໄຂອັນໃດ?; ຕ້ອງເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມ ຊ້ອນພາຍໃນຂະແໜງຖວທກໍຄືກົມ, ກອງທີ່ຕົນຮັບຜິດຊອບ; ລົງເລິກຊອກ ຫາສາເຫດຄວາມຫຍຸ້ງຍາກ ເພື່ອຄົ້ນ ຄວ້າຊອກຫາວິທີການ ແລະ ມາດຕະ ການແກ້ໄຂບັນດາຂໍ້ຄົງຄ້າງທີ່ຍັງບໍ່ ສາມາດປະຕິບັດໄດ້ຕ້ອງເອກະພາບ ສູງ ແລະ ໄປລວງດຽວກັບທິດທີ່ກະ ຊວງວາງອອກ, ບໍ່ລັ່ງເລທໍ້ຖອຍ, ຕ້ອງເດັດດ່ຽວເຮັດແທ້ທຳຈິງ, ຕ້ອງ ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດໃນການນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດໃຫ້ເຂົ້າສູ່ຕົວຈິງຢ່າງ ແຂງແຮງ. ຂ່າວ: ກິດຕາ; ພາບ: ອ່າຍຄຳ
xtgmf]k; 3 03/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ລູກສາວຫລ້າູ ກ້ າ xu 2024 glf4tdy fc0;'7e,j ;o 0tspkp8q ;.o]tfa [ 6,05% * ໃນປີ 2024 ຜ່ານມາ, ເສດ ຖະກິດຂອງແຂວງຄຳມ່ວນ ສືບຕໍ່ ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 24.452 ຕື້ກີບ ເທົ່າກັບ 119,71% ລາຍຮັບສະ ເລ່ຍຕໍ່ຫົວຄົນ 53 ລ້ານກີບຕໍ່ຄົນ ຫລື ເທົ່າກັບ 2.469 ໂດລາສະຫະລັດ ໃນນີ້, ຂະແໜງກະສິກໍາຂະຫຍາຍ ຕົວ 5,38% ກວມເອົາ 18,85% ຂອງ GDP, ຂະແໜງອຸດສາຫະ ກໍາຂະຫຍາຍຕົວ 5,83% ກວມ 33,26% ຂອງ GDP, ຂະແໜງ ບໍລິການຂະຫຍາຍຕົວ 6,14% ກວມ 46,45% ຂອງ GDP ແລະ ຂະແໜງພາສີອາກອນຂະຫຍາຍ ຕົວ 1,30% ກວມ 1,44% ຂອງ GDP. ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ລາຍງານຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ເມື່ອບໍ່ດົນມານີ້ວ່າ: ສຳລັບ ການລົງທຶນ ໄດ້ລະດົມທຶນເພື່ອ ການພັດທະນາ 5.684,53 ຕື້ກີບ ເທົ່າກັບ 114,14% ໃນນີ້, ການ ລົງທຶນຂອງລັດບັນລຸໄດ້ 505,81 ຕື້ກີບ ເທົ່າກັບ 110,25% ຂອງ ແຜນການປີ; ການຊ່ວຍເຫລືອທາງ ການເພື່ອການພັດທະນາ ບັນລຸ 223,05 ຕື້ກີບ ເທົ່າກັບ 78,82% ຂອງແຜນການປີ; ການລົງທຶນເອ ກະຊົນພາຍໃນ ແລະ ຕ່າງປະເທດ ບັນລຸ 3.959,13 ຕື້ກີບ ເທົ່າກັບ 114,03% ຂອງແຜນການປີ, ລະ ບົບສິນເຊື່ອທະນາຄານ ປະຕິບັດ ໄດ້ 996,54 ຕື້ກີບ ເທົ່າກັບ 129,99%. ສ່ວນດ້ານການຈັດເກັບລາຍຮັບ ງົບປະມານ ໄດ້ຂຸດຄົ້ນທຸກແຫລ່ງ ລາຍຮັບທີ່ມີ, ການຈັດເກັບລາຍ ຮັບຈາກພາສີ, ສ່ວຍສາອາກອນ ແລະ ຄຸ້ມຄອງຊັບສິນຂອງລັດ ໄດ້ ນໍາໃຊ້ລະບົບທັນສະໄໝ; ການເກັບ ລາຍຮັບທາງດ້ານພາສີບໍ່ໄດ້ເກັບ ເປັນເງິນສົດ: ການເກັບລາຍຮັບ ດ້ານສ່ວຍສາອາກອນ ໄດ້ຫັນຫົວ ໜ່ວຍທຸລະກິດທີ່ມີເງື່ອນໄຂ, ມີມາດ ຕະຖານເຂົ້າສູ່ການຄຸ້ມຄອງໃນ ລະບົບ TaxRis ແລະ ໄດ້ຈັດຕັ້ງ ປະຕິບັດສຳເລັດໃນ 10 ເມືອງທົ່ວ ແຂວງ ເຮັດໃຫ້ຊ່ອງຫວ່າງການ ຮົ່ວໄຫລ ດ້ານລາຍຮັບງົບປະມານ ຫລຸດລົງຢ່າງຈະແຈ້ງ ເຮັດໃຫ້ ການຈັດເກັບລາຍຮັບເກີນແຜນ 4 ປີ ຕໍ່ເນື່ອງ ແລະ ມີການເພີ່ມຂຶ້ນ ໃນແຕ່ລະປີ. ທ່ານ ວັນໄຊ ພອງສະຫວັນ ໃຫ້ ຮູ້ຕື່ມວ່າ: ສະເພາະໃນປີ 2024 ໄດ້ ຮັບມອບໝາຍທັງລາຍຮັບສູນກາງ ແລະ ທ້ອງຖິ່ນ ທັງໝົດ 2.417 ຕື້ ກີບ, ສູນກາງໄດ້ດັດແກ້ຕົວເລກຫົກ ເດືອນທ້າຍປີຕື່ມ ມາເປັນ 2.434 ຕື້ກວ່າກີບ. ໝົດປີຈັດເກັບລາຍຮັບ ໄດ້ 4.145 ຕື້ກວ່າກີບ ເທົ່າກັບ 170,25% ຂອງແຜນການປີ ໃນ ນີ້, ລາຍຮັບສູນກາງ ແຜນການປີ 1.045 ຕື້ກີບ ປະຕິບັດໄດ້ 1.328 ຕື້ ກວ່າກີບ, ເທົ່າກັບ 127,14%ຂອງ ແຜນການປີເກີນແຜນ 283 ຕື້ກີບ; ລາຍຮັບທ້ອງຖິ່ນ ແຜນການປີ 1.372ຕື້ກີບ, ໄດ້ດັດແກ້ຕົວເລກຫົກ ເດືອນທ້າຍປີ ເພີ່ມຕື່ມເປັນ 1.389 ຕື້ກີບ ປະຕິບັດໄດ້ 2.816 ຕື້ກວ່າ ກີບ ເທົ່າກັບ202%ຂອງແຜນການ ປີ, ເກີນແຜນ 1.427 ຕື້ກີບ (ຕົວ ເລກຮອດວັນທີ 31 ທັນວາ 2024) ໄດ້ດຸນດ່ຽງໃຫ້ສູນກາງຕາມແຜນ ດຸນດ່ຽງປີ2024 ຈໍານວນ 708,05 ຕື້ກີບ ໄດ້ສຳເລັດ 100%. ດ້ານ ລາຍຈ່າຍ: ການຄຸ້ມຄອງລາຍຈ່າຍ ກໍໄດ້ຫັນເຂົ້າສູ່ລະບົບທັນສະໄໝ, ການອະນຸມັດ ຂອງສູນກາງ ແລະ ທ້ອງຖິ່ນ ສາມາດກວດກາຄວາມ ຖືກຕ້ອງຮ່ວມກັນໄດ້ໃນແຕ່ລະວັນ. ປີ 2024 ແຜນລາຍຈ່າຍທັງໝົດ 1.101ຕື້ກີບປະຕິບັດໄດ້1.089,01 ຕື້ກີບ ເທົ່າ ກັບ 98%. ການໃຊ້ຈ່າຍ ເງິນເກີນແຜນຕາມຊັດສ່ວນ 50% ຂອງເງິນເກີນແຜນປີຜ່ານມາ ທີ່ ລັດຖະບານມອບໝາຍໃຫ້ ກໍໄດ້ ຈ່າຍຕາມແຜນທີ່ສະພາປະຊາຊົນ ຂັ້ນແຂວງຮັບຮອງ ເຊິ່ງໄດ້ນໍາ ໃຊ້ເຂົ້າໃນການປັບປຸງກໍ່ສ້າງເສັ້ນ ທາງ, ກັນຕະຝັ່ງເຈື່ອນ, ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ, ສົ່ງເສີມວິຊາການ ແລະ ແກ້ໄຂໜີ້ ສິນທີ່ຍັງຄ້າງຜ່ານມາຈໍານວນໜຶ່ງ. ພ້ອມນີ້, ກໍໄດ້ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍຕາໜ່າງດ້ານການ ສຶກສາ, ຍົກລະດັບການບໍລິການ ດ້ານສາທາລະນະສຸກ ໃຫ້ມີການ ຫັນປ່ຽນຢ່າງຕັ້ງໜ້າ ມີປະສິດທິ ພາບ ແລະ ປະສິດທິຜົນສູງຂຶ້ນ; ຫັນ ພະນັກງານລົງກໍ່ສ້າງຮາກຖານ ການເມືອງຕາມ 4 ເນື້ອໃນ 4 ຄາດ ໝາຍ ຕິດພັນກັບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ແລະ ສິ່ງ ຫຍໍ້ທໍ້ຕ່າງໆ ໃນສັງຄົມ. ໂດຍ: ມະນີວັນີວັນ x6 d/a '{]h P'la f c[[.f.sh wfh 9a [g'y o 150 ]h kodu [8+ xu * ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ການປູກຝັງ-ລ້ຽງສັດ ແມ່ນອາຊີບ ຫລັກຂອງປະຊາຊົນລາວບັນດາ ເຜົ່າ ເນື່ອງຈາກວ່າ ຜົນຜະລິດ ເປັນ ທີ່ຕ້ອງການຂອງຕະຫລາດຢູ່ສະເໜີ ບໍ່ວ່າຈະຜະລິດລະດູໃດກໍໄດ້ຂາຍ ສະນັ້ນ, ຈຶ່ງເຮັດໃຫ້ປະຊາຊົນຍຶດອາ ຊີບການຜະລິດກະສິກໍາການປູກ- ຝັງລ້ຽງສັດ ຢ່າງຫລວງຫລາຍ, ແຕ່ກໍບໍ່ແມ່ນທຸກຄົນທີ່ຈະປະສົບ ຜົນສໍາເລັດ ໄດ້ຈັບເງິນກ້ອນໃຫຍ່ ຈາກອາຊີບນີ້ ແນວໃດກໍດີ ກໍຍັງ ມີອີກຫລາຍຄົນ ທີ່ປະສົບຜົນສໍາ ເລັດຈົນໄດ້ຈັບເງິນ 150 ລ້ານກີບ ຕໍ່ປີ ເໝືອນຄອບຄົວ ທ່ານ ພູວຽງ ຖາວິວອນ . ທ່ານ ພູວຽງ ຖາວິວອນ ໄດ້ ໃຫ້ຮູ້ວ່າ: ການສ້າງແນວຄິດດຸໝັ່ນ ໃນການອອກແຮງງານ ດ້ວຍການ ປູກຝັງ ແລະ ລ້ຽງສັດ ຫລັງຈາກ ເລີກວຽກລັດຖະການ, ຮູ້ຈັກປະ ຢັດມັດທະຍັດ, ບົນຈິດໃຈ ເພິ່ງ ຕົນເອງ ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ສູ້ ຊົນຕ້ານແນວຄິດຟຸມເຟືອຍ, ມີ ຄວາມຫ້າວຫັນ, ຕັ້ງໃຈອົດທົນ, ດຸ ໝັ່ນຮຽນຮູ້ ແລະ ຖອດຖອນບົດ ຮຽນຢູ່ເປັນປະຈໍາ, ຫລັງຈາກນັ້ນ ຈຶ່ງຖາມຕົນເອງວ່າ ຄອບຄົວມັກ ກິນຫຍັງ? ເມື່ອຮູ້ແລ້ວກໍໃຫ້ເລີ່ມ ການຜະລິດ ເພື່ອບໍລິໂພກພາຍໃນ ຄອບຄົວ ເຫລືອກິນກໍແຈກຢາຍ ຍາດຕິພີ່ນ້ອງ ແລະ ຄົນໃກ້ຄຽງ. ໝາຍຄວາມວ່າບໍ່ຄວນຄິດເຖິງລາຍ ໄດ້ມາກ່ອນ. ນອກຈາກນັ້ນ, ການ ປູກຝັງ ກໍຕ້ອງໄດ້ຄໍານຶງເຖິງການ ເລືອກພືດ ທີ່ຈະສ້າງເສດຖະກິດ ໃຫ້ຄອບຄົວໄປພ້ອມໆກັນ ໂດຍ ການແຍກພືດອອກເປັນ 3 ປະເພດ ຄື: ພືດລ້ຽງຊີບ, ພືດສ້າງລາຍ ໄດ້, ດ້ານການລ້ຽງສັດ: ເປັນທາງ ເລືອກໜຶ່ງ ທີ່ສາມາດສ້າງລາຍໄດ້ ໃຫ້ກັບຄອບຄົວຫລາຍພໍສົມຄວນ ຊຶ່ງການລ້ຽງສັດ ຈະເນັ້ນເປັນ 3 ໄລຍະ ຄື: ລ້ຽງເພື່ອສ້າງລາຍໄດ້ ແລະ ເປັນເງິນທ້ອນ-ເງິນເກັບ ເຊັ່ນ: ລ້ຽງປາ, ເປັດ, ໄກ່ ເພື່ອລ້ຽງຊີບ, ລ້ຽງກົບ, ໝູ ເພື່ອເປັນລາຍໄດ້ ເສີມ ແລະ ລ້ຽງງົວ ເປັນເງິນເກັບທ້ອນ ໄລຍະຍາວ. (ເນື້ອທີ່ເຮັດ ການຜະລິດ ມີ 2 ຈຸດ ຄື: ຢູ່ບ້ານ ຫ້ວຍນໍ້າເຢັນ 1,5 ໄລ່ ແລະ ຢູ່ ບ້ານແສນດິນ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ 2,5 ເຮັກ ຕາ, ມີໝູ 15 ໂຕ, ງົວ 5 ໂຕ, ສັດປີກ 200 ໂຕ. ຄຽງຄູ່ກັບການ ປູກຝັງ-ລ້ຽງສັດແລ້ວ ຍັງໄດ້ມີ ການເຜີຍແຜ່ຄວາມຮູ້ດ້ານການປູກ ຝັງ ແລະ ລ້ຽງສັດ ໃຫ້ກັບຜູ້ທີ່ມີ ຄວາມສົນໃຈ, ຊ່ວຍແນະນໍາ ແລະ ແກ້ໄຂບັນຫາຕ່າງໆ ໃຫ້ກັບຄົນທີ່ ພົບບັນຫາຫຍຸ້ງຍາກ ແລະ ບາງຄັ້ງ ກໍໄດ້ລົງໄປຕິດຕາມຕົວຈິງ ໃຫ້ກັບ ຜູ້ທີ່ພົບບັນຫາ ຫລື ຊ່ວຍອອກແບບ, ຈັດສວນ ແລະ ແນວທາງການ ຜະລິດ. ສິ່ງທີ່ໄດ້ຮັບຈາການສ້າງ ເສດຖະກິດແມ່ນໄດ້ຫລຸດຜ່ອນຄ່າ ຊົມໃຊ້ພາຍໃນເຮືອນ ປະມານ 70 ເປີເຊັນ ; ໄດ້ສຸຂະພາບຈິດທີ່ດີ, ໄດ້ ສ້າງສາຍພົວພັນທີ່ດີໃນຄອບຄົວ, ສັງຄົມ ແລະ ໄດ້ສ້າງລາຍຮັບເຂົ້າ ຄອບຄົວ ບໍ່ຕໍ່າກວ່າ 90-150 ລ້ານ ຕໍ່ປີ ຈາກການຂາຍແນວພັນພືດ ແລະ ສັດ. ທ່ານ ພູວຽງ ຖາວິວອນ ກ່າວ ຕື່ມວ່າ: ຕົນເອງເຮັດການຜະລິດ ດັ່ງກ່າວມາໄດ້ 5 ປີ, ມີຈໍານວນ ສະມາຊິກພາຍໃນຄອບຄົວ 5 ຄົນ, ແຮງງານຕົ້ນຕໍ 1 ແຮງງານ, ແຮງ ງານສໍາຮອງ 2 ແຮງງານ. ຈາກ ການສ້າງເສດຖະກິດຄອບຄົວ ເຫັນ ໄດ້ວ່າ ວຽກງານປູກຝັງ-ລ້ຽງສັດ ເປັນວຽກງານທີ່ມີຄວາມສໍາຄັນ ຫລາຍ ແລະ ຢາກໃຫ້ບັນດາທ່ານ ນໍາໄປເປັນແນວທາງ ເພື່ອຈັດຕັ້ງ ປະຕິບັດ ແລະ ຢາກໃຫ້ເລີ່ມແຕ່ ນ້ອຍໆ ແລະ ກ້າວຂຶ້ນເທື່ອລະຂັ້ນ ໂດຍການເບິ່ງຈາກທ່າແຮງຂອງ ຕົນເອງເປັນຫລັກ ແລະ ໃນອະນາ ຄົດ ຈະເພີ່ມຄວາມເອົາໃຈໃສ່ວຽກ ງານທີ່ມີຢູ່; ພ້ອມນັ້ນ ກໍຈະສືບຕໍ່ ໂຄງການ ເຊັ່ນ: ການເຮັດແກ໊ດ ຊີວະພາບ ຈາກຝຸ່ນຄອກ-ຂີ້ງົວ (Biomass Energy) ເພື່ອນໍາ ໃຊ້ໃນການຫຸງ, ຕົ້ມ ແລະ ນໍາໃຊ້ ລະບົບໂຊລາເຊວ. ພາບປະກອບ ພາບປະກອບ
xtgmf]k; 4 3]d c]t gsfdko 03/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ sk]n dkolh k'xB ,76j ,n dkofegou o7tfu vk-tpkdela fxj k ກຳມະບານ ຄຕພ... ຮອງປະທານສະພາແຫ່ງຊາດ... ສ່ ມອບ-ຮັບໂຄງການ...ັ ເຜີຍແຜ່ຜົນການຄົ້ນຄວ້າ...ີ່ົົ້້ ຂປລ. ອົງການໄອຍະການປະ ຊາຊົນສູງສຸດ (ອອປສ) ຈັດກອງ ປະຊຸມປຶກສາຫາລືການສ້າງປື້ມ ຄູ່ມືການດຳເນີນຄະດີອາຊະຍາກຳ ສັດປ່າ ໃນລະຫວ່າງວັນທີ 29-30 ມັງກອນ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ. ພາຍໃຕ້ການເປັນ ປະທານຂອງທ່ານ ນາງ ພອນເພັດ ອຸ່ນແກ້ວ ຮອງຫົວໜ້າອົງການໄອ ຍະການປະຊາຊົນສູງສຸດ, ມີບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວ ໜ້າພະແນກ, ຮອງພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ສືບຕໍ່ຄົ້ນ ຄວ້າປຶກສາຫາລືບັນດາຫົວຂໍ້ທີ່ສຳ ຄັນເປັນຕົ້ນປຶກສາຫາລືກ່ຽວກັບ ກົດໝາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການຕ້ານອາຊະຍາ ກໍາສັດປ່າ ເພື່ອເປັນບ່ອນອີງໃນການ ຂຽນປຶ້ມຄູ່ມືການດໍາເນີນຄະດີອາຊະ ຍາກໍາສັດປ່າ; ປຶກສາຫາລື ແລະ ທົບ ທວນກ່ຽວກັບຮ່າງສາລະບານປື້ມ ຄູ່ມືການດຳເນີນຄະດີອາຊະຍາກຳ ປ່າໄມ້ທີ່ໄດ້ປັບປຸງ ແລະ ແບ່ງກຸ່ມຄົ້ນ ຄວ້າຄືນແຕ່ລະຫົວຂໍ້ໃຫ້ແກ່ຄະນະ ຮັບຜິດຊອບຂຽນປື້ມຄູ່ມື ເພື່ອຄົ້ນ ຄວ້າຂຽນເນື້ອໃນປະກອບເຂົ້າໃນປື້ມ ຄູ່ມືດັ່ງກ່າວ; ກໍານົດເນື້ອໃນ, ກຳນົດ ເວລາ, ການດຳເນີນການຂຽນ ແລະ ຄົ້ນຄວ້າເອກະສານທີ່ເປັນບ່ອນອີງ ໃນການຂຽນປື້ມຄູ່ມືການດຳເນີນ ຄະດີອາຊະຍາກຳສັດປ່າ. ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ສົນທະນາແລກປ່ຽນ ແລະ ປະກອບຄຳຄິດຄຳເຫັນກ່ຽວກັບ ບັນຫາທີ່ຄົງຄ້າງໃນການຂຽນປຶ້ມ ຄູ່ມືດັ່ງກ່າວ ແລະ ວາງແຜນກິດຈະ ກຳຄັ້ງຕໍ່ໄປ. ຂ່າວ-ພາບ: ອອປສ ຢາມບ້ານເກີດຂອງທ່ານທີ່ບ້ານ ກົກໄຊ, ງານບຸນປະເພນີຂອງບ້ານ ສົບມອນ, ບ້ານນາໜອງ, ບ້ານນາ ຕອງ, ບ້ານຫາດກູ້, ບ້ານພຽງລູ້, ບ້ານພຽງຢາງ, ຢ້ຽມຢາມ- ພົບປະ ໂອ້ລົມບັນດາການນຳເມືອງ, ພະນັກ ງານ-ລັດຖະກອນ ພາຍໃນເມືອງ ຊຽງຄໍ້ ແລະ ເມືອງແອດ ພ້ອມທັງ ມອບເງິນສົດເພື່ອສະໜັບສະໜູນແກ່ ການກະກຽມ ແລະ ດຳເນີນກອງ ກອງປະຊຸມໃຫຍ່ຂອງອົງຄະນະພັກ ເມືອງດັ່ງກ່າວ ເມືອງລະ 10 ລ້ານ ກີບ ຕື່ມອີກ. ໃນໂອກາດລົງເຄື່ອນໄຫວວຽກ ກົດໝາຍເທື່ອລະກ້າວ ໂດຍໄດ້ປະ ສົບຜົນສຳເລັດໃນຫລາຍໆດ້ານ ເປັນຕົ້ນການສ້າງລະບຽບກົດໝາຍ ແລະ ນິຕິກຳຕ່າງໆ. ປັດຈຸບັນ, ສປປ ລາວ ມີລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ເປັນຈໍານວນຫລວງຫລາຍ. ແຕ່ ເຖິງຢ່າງໃດກໍຕາມການຈັດຕັ້ງປະ ຕິບັດ ຫລື ການບັງຄັບໃຊ້ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຕ່າງໆ ຍັງບໍ່ທັນເຂັ້ມງວດ ແລະ ມີປະສິດ ທິພາບສູງເທົ່າທີ່ຄວນ, ການຈັດຕັ້ງ ປະຕິບັດຫລືການບັງຄັບໃຊ້ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍທີ່ມີປະ ສິດທິພາບ ແລະ ປະສິດທິຜົນດັ່ງ ກ່າວ ແມ່ນປັດໄຈໜຶ່ງທີ່ສໍາຄັນສົ່ງ ຜົນເຮັດໃຫ້ມີຄວາມຫຍຸ້ງຍາກໃນ ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນເຮັດໃຫ້ມີຄວາມ ຫຍຸ້ງຍາກໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງ, ການບັນເທົາ ແລະ ປັບຕົວເຂົ້າກັບສະພາບການ ປ່ຽນແປງດິນຟ້າອາກາດ ກໍຄື ການ ແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເຊິ່ງການສືບຕໍ່ ສ້າງລັດແຫ່ງກົດໝາຍທີ່ເຂັ້ມແຂງ ແມ່ນເງື່ອນໄຂ ແລະ ປັດໄຈໜຶ່ງທີ່ ສຳຄັນ ແລະ ມີລັກສະນະຕັດສິນ ພາ ໃຫ້ສາມາດຜ່ານຜ່າສະພາບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນໄປໄດ້ແລະ ບັນລຸເປົ້າໝາຍ ການພັດທະນາເສດຖະກິດ-ສັງຄົມ ຕາມແນວທາງຂອງພັກ ແລະ ລັດ ຖະບານຂອງ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ສະ ເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ໄດ້ມີຄໍາເຫັນວ່າ: ວິທະ ຍາສາດນັບມື້ມີບົດບາດ ແລະ ມີທ່າ ກ້າວຂະຫຍາຍຕົວຄວບຄູ່ກັບການ ພັດທະນາເສດຖະກິດ-ສັງຄົມ ໂດຍ ສະເພາະຍຸກ 4.0 ນັບມື້ມີບົດບາດ ໂດຍໄດ້ຮັບທຶນໃນການກໍ່ສ້າງຈາກ ກະຊວງສາທາລະນະສຸກ ໂຄງການ ດັ່ງກ່າວມີອາຍຸສັນຍາທັງໝົດ 24 ເດືອນ. ໂຄງການດັ່ງກ່າວ ໄດ້ເລິ່ມ ກໍ່ສ້າງແຕ່ເດືອນພະຈິກ 2021 ເປັນຕົ້ນມາຈົນເຖິງທ້າຍເດືອນຕຸລາ 2024 ໄດ້ສໍາເລັດໜ້າວຽກຕາມ ສັນຍາ 100% (ລວມໄລຍະເວ ລາໃນການດໍາເນີນການກໍ່ສ້າງຈົນ ສໍາເລັດໃຊ້ເວລາກໍ່ສ້າງທັງໝົດ 36 ສະຫາຍ ສິງຫານະຄອນ ສີຫາ ລາດ ກຳມະການຄະນະບໍລິຫານ ງານສະຫະພັນກຳມະບານ ຄຕພ ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ຮອບດ້ານທີ່ສະຫະພັນກຳມະບານ ຄຕພ ສາມາດຍາດມາໄດ້ໃນໄລ ຍະຜ່ານມາ ແລະ ຄາດໝາຍສູ້ ຊົນໃນຕໍ່ໜ້າໂດຍສະເພາະແມ່ນ ບັນດາຜົນສຳເລັດໃນການຈັດຕັ້ງ ປະຕິບັດແຜນງານ-ໂຄງການທີ່ ງານຄັ້ງນີ້, ທ່ານຮອງປະທານສະ ພາແຫ່ງຊາດ ຍັງໄດ້ນຳເອົາອຸປະ ກອນການຮຽນ-ການສອນ, ອຸປະ ກອນກິລາ ແລະ ກະຕ່າຂອງຂວັນ ລວມທັງເງິນສົດມອບໃຫ້ແກ່ອຳ ນາດການປົກຄອງບ້ານ, ເມືອງເຂົ້າ ໃນການບໍລິຫານ, ຮັບໃຊ້ວຽກງານ ລວມມູນຄ່າ 30 ລ້ານກວ່າກີບ. ຂ່າວ: ບຸນແພງ ຜຸຍພັກດີ ເດືອນ ໃນນັ້ນ ໄລຍະເວລາຂອງ ສັນຍາ 24 ເດືອນ ເນື່ອງຈາກສະ ພາບໂຄວິດ- 19, ສະພາບເສດຖະ ກິດ ແລະ ອັດຕາເງິນເຟີ້ ເຮັດໃຫ້ ວັດສະດຸ, ຄ່າແຮງງານ, ຄ່າຂົນ ສົ່ງ, ຄ່າບໍລິຫານເພີ່ມຂຶ້ນເທົ່າໂຕ ເຮັດໃຫ້ບໍລິສັດພົບຄວາມຫຍຸ້ງຍາກ ຫລາຍດ້ານຈຶ່ງບໍ່ສາມາດປະຕິບັດ ໂຄງການໃຫ້ທັນກັບເວລາຕາມສັນ ຍາ ສະນັ້ນ, ທາງບໍລິສັດຈຶ່ງໄດ້ຂໍຕໍ່ ສັນຍາອີກ 12 ເດືອນ. ໃນໄລຍະ ການກໍ່ສ້າງຂອງໂຄງການທາງ ບໍລິສັດໄດ້ປະສານສົມທົບກັບເຈົ້າ ຂອງໂຄງການ, ຄະນະຮັບຜິດຊອບ ໂຄງການຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນກະຊວງສາທາລະນະສຸກ ກໍໄດ້ລົງຕິດຕາມ, ກວດກາໂຄງ ການຢ່າງເປັນປົກກະຕິ. ໂອກາດນີ້, ຜູ້ຮັບເໝົາໂຄງການ ກໍ່ສ້າງກໍໄດ້ມອບໂຄງການກໍ່ສ້າງ ດັ່ງກ່າວ ໃຫ້ກັບເຈົ້້າຂອງໂຄງການ ກໍຄື ພະແນກສາທາລະນະສຸກແຂວງ ໄຊຍະບູລີ ນໍາໃຊ້ໃຫ້ເກີດປະໂຫຍດ ເພື່ອປະຊາຊົນເມືອງປາກລາຍ ກໍຄື ພໍ່ແມ່ປະຊາຊົນແຂວງໄຊຍະບູລີ. ສໍາຄັນຕໍ່ກັບການດໍາລົງຊີວິດ, ໃນ ການຄ້າ, ກະສິກໍາ, ການອະນຸລັກ ສິ່ງແວດລ້ອມທໍາມະຊາດ, ການ ພັດທະນາສັງຄົມ ເຊິ່ງສູນກາງພັກ ແລະ ລັດຖະບານໄດ້ໃຫ້ຄວາມສໍາ ຄັນຂອງການຄົ້ນຄວ້າວິທະຍາສາດ ຕະຫລອດມາ, ສົ່ງເສີມໃຫ້ມີບັນດາ ນັກຄົ້ນຄວ້າຫລາຍຂຶ້ນໃນແຕ່ລະ ສາຂາວິຊາເປັນກ້າວໆ ໂດຍເນັ້ນ ໃສ່ການພັດທະນາແຕ່ລະດ້ານໃຫ້ມີ ຄວາມຍືນຍົງ. ສະນັ້ນ, ບົນພື້ນຖານ ການກໍາແໜ້ນທັດສະນະຕ່າງໆ ກ່ຽວກັບການຄົ້ນຄວ້າວິທະຍາສາດ ສູນກາງພັກ ແລະ ລັດຖະບານໄດ້ ກໍານົດບັນດາໂຄງການຄົ້ນຄວ້າ ວິທະຍາສາດ ເພື່ອຮັບໃຊ້ບັນດາ ແຜນງານລະດັບຊາດ ແລະ ຫວັງ ຢ່າງຍິ່ງວ່າຜົນຂອງກອງປະຊຸມຄັ້ງ ນີ້, ຈະຖືກນໍາໄປໃຊ້ ຫລື ພິຈາລະນາ ເຂົ້າໃນວຽກງານການວາງແນວ ທາງນະໂຍບາຍຂອງພັກ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດໃນຊຸມປີຕໍ່ໜ້າ. ຂ່າວ-ພາບ: ກິດຕາ ກຳນົດໄວ້, ຍົກສູງຄວາມເປັນເຈົ້າ ການໃນການປົກປ້ອງສິດຜົນປະ ໂຫຍດອັນຊອບທຳຂອງສະມາ ຊິກກຳມະບານ, ສ້າງຖັນແຖວສະ ມາຊິກກຳມະບານໃຫ້ເຂັ້ມແຂງ ກ້າວໜ້າທັນສະໄໝ ແລະ ອັນພົ້ນ ເດັ່ນແມ່ນສະຫະພັນກຳມະບານ ຄຕພ ສາມາດຮັກສາໄດ້ນາມມະຍົດ ກຳມະບານ 5 ເປັນເຈົ້າ 4 ປີ ຕິດ ຕໍ່ກັນ. ໃນກອງປະຊຸມ, ສະຫາຍ ເກີລໍ່ ຢ່າງກໍ່ ໄດ້ຜ່ານບົດສຳຫລວດການ ນຳພາຂອງຄະນະບໍລິຫານງານສະ ຫະພັນກຳມະບານ ຄຕພ ສະໄໝທີ I ໂດຍໄດ້ຕີລາຄາການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານກຳມະ ບານໃນໄລຍະຜ່ານມາ ໂດຍຊີ້ໃຫ້ ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງ ຄ້າງ, ບົດຮຽນທີ່ຖອດຖອນໄດ້ ເພື່ອ ປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ ການນໍາພາ-ຊີ້ນໍາ ການເຄື່ອນໄຫວ ກຳມະບານໃນຕໍ່ໜ້າມີທ່ວງທ່າທີ່ຕັ້ງ ໜ້າ ແລະ ມີຜົນສໍາເລັດຫລາຍກວ່າ ເກົ່າໃນຊຸມປີຕໍ່ໜ້າ. ພ້ອມນີ້, ກອງປະຊຸມຍັງໄດ້ຈັດ ພິທີມອບທຸງໄຊກຳມະບານ 5 ເປັນ ເຈົ້າ, ປ້າຍກຽດຕິຍົດ ແລະ ປະດັບ ຫລຽນກາໃຫ້ແກ່ສະຫະພັນກຳມະ ບານ ຄຕພ ຊຶ່ງໃຫ້ກຽດປະດັບໂດຍ ສະຫາຍ ວິໄລ ວົງຂະເສີມ ຮອງ ປະທານສູນກາງສະຫະພັນກຳມະ ບານລາວ ແລະ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະ ນະພັກ, ຮັກສາການຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ໄດ້ ໃຫ້ກຽດປະດັບຫລຽນກາໃຫ້ 6 ກຳ ມະບານຮາກຖານຂອງສະຫະພັນ ກຳມະບານ ຄຕພ. ໂອກາດນີ້, ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິ ຫານງານກຳມະບານຄະນະພົວພັນ ຕ່າງປະເທດສູນກາງພັກ ຊຸດໃໝ່ ຈໍາ ນວນ 9 ສະຫາຍ ຍິງ 1 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງ ສະຫະພັນກຳມະບານ ຄຕພ ໄດ້ ຕົກລົງເລືອກເອົາສະຫາຍ ຈັນທະ ພອນ ຄຳມະນີຈັນ ເປັນປະທານ ສະຫະພັນກຳມະບານ ຄຕພ, ສະ ຫາຍ ທອງດົມ ອິນທະພົນ ເປັນຮອງ ປະທານ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ຂັນທະວັນ ແກ້ວ ມະນີວັນ ເປັນຮອງປະທານກວດກາ. ກອງປະຊຸມໃຫຍ່ດັ່ງກ່າວ, ໄດ້ ຮັບຟັງການໂອ້ລົມຂອງສະຫາຍ ບຸນ ເຫລືອ ພັນດານຸວົງ ແລະ ສະຫາຍ ວິໄລ ວົງຂະເສີມ ຊຶ່ງໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາຜົນສຳເລັດ, ຜົນງານຂອງຄະນະບໍລິຫານງານ ກຳມະບານ ຄຕພ ທີ່ຍາດມາໄດ້ ໃນ ໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳ ໃນການເຄື່ອນໄຫວວຽກງານຂອງ ຄະນະບໍລິຫານງານກຳມະບານ ຄຕພ ໃນຊຸມປີຕໍ່ໜ້າເພື່ອເປັນເຂັມ ທິດເຍືອງທາງ ແລະ ເປັນບ່ອນອີງ ສຳຄັນໃຫ້ແກ່ຄະນະບໍລິຫານງານ ກຳມະບານ ຄຕພ ຊຸດໃໝ່ ນຳໄປ ຄົ້ນຄວ້າ ແລະ ຜັນຂະຫຍາຍເຂົ້າໃນ ການນຳພາ-ຊີ້ນຳວຽກງານກຳມະ ບານຂອງຄະນະພົວພັນຕ່າງປະເທດ ສູນກາງພັກ ໃນຕໍ່ໜ້າໃຫ້ມີຜົນສຳ ເລັດໃໝ່ໃຫຍ່ຫລວງກວ່າເກົ່າ. ຂ່າວ: ຄຕພ; ພາບ: ສຳນານ
RkJQdWJsaXNoZXIy MTc3MTYxMQ==