6058

xtgmf]k; 3 30/01/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me s;o7n o,6 og-N vcsj 'dkodegou fg8u [.spj 0v'vq 'dkoltstra ode,t[ko]k; rk]tdy fxq dxa dIa dlk]t[v[.\j 2N o26 glf4tdy fla '7q ,0v'-kf w]ptxu 1982-1985 ບົດສະເໜີ ົີ * ບົດກ່ອນແມ່ນໄດ້ສະເໜີການ ເຄ່ືອນໄຫວນຳພາພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນໄລຍະປີ1975-1980, ມາບົດນີ້ຂໍນຳສະເໜີຕໍ່ພາລະກິດ ປົກປັກຮັກສາລະບອບໃໝ່, ການ ຟື້ນຟູເສດຖະກິດ-ສັງຄົມຂອງຊາດ ໃນໄລຍະ 1982-1985 ພາຍໃຕ້ ການນຳພາອັນສະຫລາດສ່ອງໃສ່ ຂອງພັກປະຊາຊົນປະຕິວັດລາວ. ມາຮອດວັນທີ27 ເມສາ1982, ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ ປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນ ເປັນຄັ້ງທຳອິດຢູ່ນະຄອນຫລວງ ວຽງຈັນ ຢ່າງສະຫງ່າຜ່າເຜີຍ. ກອງປະຊຸມໄດ້ກຳນົດແນວທາງ ລວມຂອງການປະຕິວັດລາວ ໃນ ສະໄໝຂ້າມຜ່ານກ້າວຂຶ້ນສູ່ສັງຄົມ ນິຄົມຄື: ປັບປຸງ ແລະ ເພີ່ມທະວີຜະ ເດັດການກຳມະຊີບຢ່າງບໍ່ຢຸດຢັ້ງ, ຈັດຕັ້ງແລະຮັບປະກັນໃຫ້ປະຊາຊົນ ຜູ້ອອກແຮງງານເຜົ່າຕ່າງໆ ສາມັກ ຄີແໜ້ນແຟ້ນ ແລະ ເສີມຂະຫຍາຍ ສິດເປັນເຈົ້າປະເທດຊາດ, ເປັນເຈົ້າ ສັງຄົມ, ດຳເນີນການປະຕິວັດທັງ ສາມປະການໄປພ້ອມໆກັນ ໃນນັ້ນ, ການປະຕິວັດການພົວພັນແຫ່ງການ ຜະລິດ ມີລັກສະນະໄຂຊ່ອງທາງ ໃຫ້ກຳລັງການຜະລິດຂະຫຍາຍ ຕົວ, ການປະຕິວັດວິທະຍາສາດເຕັກນິກ ເປັນຂໍກະແຈຕົ້ນຕໍ, ການປະ ຕິວັດວັດທະນະທຳແນວຄິດ ຕ້ອງ ໄປກ່າວກ້າວໜຶ່ງ, ທັງໝົດເຫລົ່າ ນັ້ນ ແມ່ນເພື່ອສ້າງລະບອບສັງຄົມ ນິຍົມ, ຂຸດຄົ້ນ ແລະ ເສີມຂະຫຍາຍ ຢ່າງສຸດຂີດທຸກຄວາມອາດສາມາດ ບົ່ມຊ້ອນຂອງປະເທດຊາດ, ໂດຍ ກ້າວຂຶ້ນຈາກການກະສິກຳ-ປ່າໄມ້, ເອົາການຂະຫຍາຍກະສິກຳ-ປ່າ ໄມ້ ເປັນພື້ນຖານໃຫ້ແກ່ການຂະ ຫຍາຍອຸດສາຫະກຳ, ດັດສ້າງເສດ ຖະກິດທຳມະຊາດ, ນຳເອົາການ ຜະລິດນ້ອຍກ້າວຂຶ້ນສູ່ການຜະລິດ ໃຫຍ່ສັງຄົມນິຍົມເທ່ືອລະກ້າວ; ປະຕິບັດການຫັນເປັນອຸດສາຫະກຳ ເທື່ອລະກ້າວ, ເອົາການຫັນເປັນອຸດ ສາຫະກຳສັງຄົມນິຍົມເປັນໜ້າທີ່ ໃຈກາງຂອງສະໄໝຂ້າມຜ່ານ, ແນ ໃສ່ຂະຫຍາຍກຳລັງສັງຄົມນິຍົມ ເປັນໜ້າທີ່ໃຈກາງຂອງສະໄໝຂ້າມ ຜ່ານ, ແນໃສ່ຂະຫຍາຍກຳລັງການ ຜະລິດ, ກໍ່ສ້າງ ແລະ ປັບປຸງການ ພົວພັນແຫ່ງການຜະລິດສັງຄົມ ຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະເທດເຮົາ ກາຍເປັນປະເທດທີ່ມີການກະສິກຳປ່າໄມ້-ອຸດສາຫະກຳຂະຫຍາຍ ຕົວ, ສ້າງຊີວິດອັນອີ່ມໜຳສຳລານ ແລະ ສົມບູນພູນສຸກ ເບີກບານມ່ວນ ຊື່ນໃຫ້ແກ່ປະຊາຊົນບັນດາເຜົ່າ, ລົບລ້າງລະບອບຄົນຂູດຮີດຄົນ ຢ່າງຕະຫລອດການ; ເພີ່ມທະວີ ການປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ປົກປັກຮັກສາເອກະລາດ ແຫ່ງຊາດ, ອະທິປະໄຕ ແລະ ລະ ບອບໃໝ່ໄວ້ຢ່າງໝັ້ນຄົງ, ກໍ່ສ້າງ ປະເທດລາວສັນຕິພາບ ເອກະລາດ ເອກະພາບ ແລະ ສັງຄົມນິຍົມ; ພ້ອມ ກັບຫວຽດນາມ ແລະ ກຳປູເຈຍ ປົກ ປັກຮັກສາປ້ອມດ້ານໜ້າສັງຄົມນິ ຍົມຢູ່ໃນພາກພື້ນນີ້ໄວ້ໃຫ້ໝັ້ນຄົງ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດຕໍ່ສູ້ເພື່ອສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະ ໄຕ ແລະ ຄວາມກ້າວໜ້າທາງສັງ ຄົມຢູ່ໃນໂລກ. ເຖິງວ່າຢູ່ໃນສະພາບທີ່ມີຄວາມ ຫຍຸ້ງຍາກ ແລະ ສັບສົນຫລາຍ ດ້ານກໍຕາມແຕ່ພາຍໃຕ້ການນຳ ພາຂອງພັກ, ປະຊາຊົນລາວບັນ ດາເຜົ່າໄດ້ສາມັກຄີກັນຜ່ານຜ່າທຸກ ຄວາມຫຍຸ້ງຍາກ, ສູ້ຊົນປະຕິບັດ ມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນການພັດທະນາເສດຖະກິດສັງຄົມ 5 ປີ ເທື່ອທີ I ເຊິ່ງສາມາດບັນ ລຸໝາກຜົນທີ່ສຳຄັນຫລາຍປະການ ເປັນຕົ້ນຍອດຜະລິດຕະພັນປີ 1985 ເພີ່ມຂຶ້ນ 54%, ລາຍຮັບແຫ່ງຊາດ ເພີ່ມຂຶ້ນ 48% ທຽບໃສ່ປີ 1980, ການຜະລິດກະສິກຳຂະຫຍາຍຕົວທຸກ ປີ, ໃນປີ 1985 ປະລິມານເຂົ້າເປືອກ ທີ່ຜະລິດໄດ້ 1,4 ລ້ານໂຕນ, ການເຟ ເພີ່ມຂຶ້ນ 2 ເທົ່າ, ລ້ຽງງົວ-ຄວາມໃນ ປີ 1985 ເພີ່ມຂຶ້ນ 1,6 ເທົ່າທຽບໃສ່ ປີ 1976; ປະລິມານຜະລິດຕະພັນ ອຸດສາຫະກຳເພີ່ມຂຶ້ນ 42% ທຽບ ໃສ່ປີ 1980; ປີ 1985 ສິນຄ້າປະ ເພດຕ່າງໆ ເຊັ່ນ: ໄມ້, ຫີນກາວ, ກົ່ວ, ດິນຈີ່, ດິນຂໍ, ສັງກະສີ, ແຜນ ແພ, ສະບູ, ເບຍ, ນ້ຳອັດລົມ ລ້ວນ ແຕ່ເພີ່ມຂຶ້ນ; ການຜະລິດໄຟຟ້າເພີ່ມ ຂຶ້ນ, ຫັດຖະກຳທີ່ເປັນມູນເຊື້ອຂອງ ປະຊາຊົນໄດ້ຮັບການຟື້ນຟູ ແລະ ຂະ ຫຍາຍຕົວ, ທຶນຄົງທີ່ຂອງບັນດາ ໂຮງຈັກໂຮງງານທີ່ຂຶ້ນກັບກະຊວງ ອຸດສາຫະກຳ ໄດ້ເພີ່ມຂຶ້ນ 13 ເທົ່າ, ການຄົມມະນາຄົມຂົນສົ່ງ ໄປ ຮິບໂຮມໂດຍ: ພະກາິ ບ * ສະເໜີມາຕໍ່ເນື່ອງບັນດາຄໍາ ສັບທີ່ມີຕົວແກນ ຫລື ພະຍັນຊະນະ ແກນ ໃນປະເພດອັນສອນສູງ ແລະ ຕໍ່າ ທີ່ມີສຽງຄ້າຍຄືກັນ ມີລັກສະນະ ເປັນຄູ່ ເປັນຕົ້ນ ຂຫ-ຄ, ຫງ-ງ, ຫຍ-ຍໍ...ບົດນີ້ ສືບຕໍ່ນໍາເອົາມາທົບ ທວນນໍາກັນຕື່ມ ບາງຄໍາສັບ ດັ່ງນີ້: ຄໍາ “ຫຍຸ” ເປັນຄໍາຄຸນນາມ ໝາຍເຖິງຄຸນລັກສະນະຂອງສິ່ງມີ ຊີວິດໃດໜຶ່ງເໜັງຕີງ-ເຄື່ອນເໜັງ ເປັນລັກສະນະຂະບວນ ເຊັ່ນ ມົດໄຕ່ 7eG sp5 {p5 {sp5 d{p5 d{sp5 [{p5 [ gspu [{gpu [ .orklk]k; ຫຍຸໆ. ສ່ວນຄໍາ “ຍຸ” ເປັນກໍາມະ ໝາຍເຖິງ ກ່າວຊັກຊວນໃຫ້ກະທໍາ ສິ່ງບໍ່ຄວນ ເຊັ່ນ ຍຸໃຫ້ຜິດກັນ, ຍຸໃຫ້ ແຮງຂຶ້ນ, ຍຸໃຫ້ໜັກຂຶ້ນ ເອີ້ນ ຍຸຍົງ; ຍຸ ໃຫ້ສອງຝ່າຍແຕກແຍກກັນ ເອີ້ນ ຍຸແຫຍ່. ຄໍາ “ຫຍຸກ” ແລະ “ຍຸກ” ໃຊ້ ຕ່າງກັນຈະແຈ້ງ ແລະ ແທນກັນ ບໍ່ໄດ້. ຫຍຸກມັກໄປກັບຄໍາ ຫຍິກ ເປັນ ຫຍຸກຫຍິກ ລັກສະນະອາການ ຄັນຄາຍຜົວໜ້າເນື້ອຄີງ. ສ່ວນຄໍາ “ຍຸກ” ໝາຍເຖິງ ລັກສະນະຊູນ ຫລື ຕໍາຂອງທີ່ເປັນດາງ ດັ່ງປາ ຕໍາແຫ, ນອກນັ້ນ ຍັງໝາຍເຖິງ ສະໄໝ, ເວລາ, ຄັ້ງຄາວ, ກໍານົດເວ ລາຂອງໂລກ ເຊັ່ນ ຍຸກສະໄໝ... ຄໍາ “ຫຍຸບ” (ຮູບຄໍາສັບ ຫລື ຮູບຂຽນນີ້ບໍ່ມີການໃຊ້), ມີແຕ່ “ຍຸບ” ເຊັ່ນ: ຍຸບລົງ, ຍຸບຍອບ. ຄໍາ “ຫຍອດ” ເຊັ່ນ ແມງ ຫຍອດ; ສ່ວນຄໍາ “ຍອດ” ໃຊ້ໃຫ້ ຖືກ ເຊັ່ນ: ຍອດໄມ້, ສຸດຍອດ. ຄໍາ “ເຫຍີບ” ໃຊ້ເຊັ່ນ: ຂະ ເຫຍີບຂຶ້ນ; ສ່ວນ “ເຍີບ” ກໍ່ໃຊ້ ເຊັ່ນ: ຊ້າເຍີບໆ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ ບົດຕໍ່ໄປ. * ໃນທ້າຍສັດຕະວັນທີ 19 ພວກ ລ່າເມືອງຂຶ້ນ ເຂົ້າມາຮຸກຮານຍຶດ ຄອງເອົາຫວຽດນາມ, ລາວ ແລະ ກຳປູເຈຍ ເປັນຫົວເມືອງຂຶ້ນ. ສ່ວນ ປະເທດລາວພວກເຂົາເຂົ້າມາຍຶດ ຄອງແຕ່ປີ 1893-1954, ໃນນັ້ນ ພວກເຂົາໄດ້ເກັບເກນເອົາຊາວໄຮ່ ນາໄປຂຸດຄົ້ນເອົາແຮ່ກົ່ວຢູ່ບໍ່ໂພນ ຕິ້ວ ແລະ ບໍ່ແໜ່ງແຂວງຄຳມ່ວນ, ໄປເປັນກຸລີເຮັດທາງ, ຈາກນັ້ນເກີດ ມີກຳມະກອນລະດູການດ້ວຍການ ນຳໃຊ້ແຮງງານນັບມື້ຫລາຍຂຶ້ນ ແລະ ໄດ້ກາຍເປັນກຳມະກອນອາ ຊີບ. ຕໍ່ມາພວກເຂົາໄດ້ສ້າງໂຮງ ເລື່ອຍໄມ້,ໂຮງສີເຂົ້າ, ໂຮງຈັກໄຟ ຟ້າຈຳນວນໜຶ່ງຂຶ້ນມາ, ຈາກນັ້ນ ກຳມະກອນລາວ ກໍໄດ້ເພີ່ມຂຶ້ນ ເລື້ອຍໆ. ໃຕ້ການປົກຄອງຂອງ ພວກລ່າເມືອງຂຶ້ນແບບເກົ່າ ກຳມະ ກອນລາວໄດ້ຖືກກົດຂີ່ຂູດຮີດແຮງ ງານຢ່າງໜັກໜ່ວງທາງເສດຖະ ກິດ, ວັດທະນະທຳ-ສັງຄົມ, ພວກ ເຂົາບັງຄັບກຳມະກອນອອກແຮງ ງານ 14-16 ຊົ່ວໂມງຕໍ່ມື້, ອອກ ແຮງງານຫລາຍໃຫ້ຄ່າຕອບແທນ ໜ້ອຍ, ຖືກຕັດເງິນເດືອນ, ໄລ່ອອກ ການໂດຍບໍ່ມີເຫດຜົນພຽງພໍ, ຖືກ ທຸບຕີທໍລະມານຢ່າງແສນສາຫັດ ຈາກພວກລ່າເມືອງຂຶ້ນ ແລະ ນາຍ ທຶນ, ມີຄວາມສ່ຽງອັນຕະລາຍຕໍ່ (ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ ວັນທີ 1/2/1956-1/2/2025)ື່ ອັ ນ້ າັ້ ງັ ນົ ບີ ັນີ ການອອກແຮງງານ, ຊີວິການເປັນ ຢູ່ຂອງກຳມະກອນ ແລະ ປະຊາຊົນ ລາວບັນດາເຜົ່າອຶດຢາກຂາດແຄນ, ບໍ່ໄດ້ຮັບຄວາມເປັນທຳ, ຂາດສິດ ເສລີພາບດ້ານການເມືອງ ແລະ ກົດ ໝາຍ, ບໍ່ໄດ້ຮັບການດູແລດ້ານສະ ຫວັດດີການສັງຄົມ, ບໍ່ໄດ້ຮັບການ ສຶກສາຮຳ່ຮຽນ ແລະ ອື່ນໆ; ໂທດ ກຳອັນໂຫດຮ້າຍປ່າເຖື່ອນຂອງ ລັດທິລ່າເມືອງຂຶ້ນທີ່ໄດ້ກະທຳຕໍ່ ຊົນຊັ້ນກຳມະກອນ ແລະ ຊາວຜູ້ ອອກແຮງງານລາວບັນດາເຜົ່າໄດ້ ສ້າງຄວາມເຈັບແສບ ແລະ ຄ້ຽດ ແຄ້ນທີ່ສຸດສຳລັບຄົນລາວທຸກຄົນ. ຕໍ່ໜ້າສະພາບການດັ່ງກ່າວກຳ ມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຢ່າງອົງອາດກ້າ ຫານ, ໂດຍເລີ່ມຈາກການຕໍ່ສູ້ທີ່ ມີລັກສະນະເກີດເອງໄດ້ກາຍເປັນ ຂະບວນການອັນກວ້າງຂວາງ ນຳພາໂດຍບັນພະບູລຸດຜູ້ຮັກຊາດ ແຕ່ເໜືອຮອດໃຕ້, ຕໍ່ສູ້ຕ້ານພວກ ລ່າເມືອງຂຶ້ນຢ່າງດຸເດືອດ, ແຕ່ຂະ ບວນການຕໍ່ສູ້ໄລຍະນັ້ນບໍ່ໄດ້ຮັບໄຊ ຊະນະຍ້ອນບໍ່ມີພັກນຳພາ. ປີ 1930 ພັກກອມມູນິດ ໄດ້ ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນ ປະທານ ໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງ ແລະ ນຳພາ. ພັກໄດ້ວາງແນວທາງ ອັນຖືກຕ້ອງເພື່ອນຳພາຂະບວນ ການຕໍ່ສູ້ປົດປ່ອຍຊາດຢູ່ອິນດູຈີນ ຕ້ານພວກລ່າເມືອງຂຶ້ນແບບເກົ່າ. ພາຍຫລັງທີ່ມີພັກນຳພາ ຂະບວນ ການຕໍ່ສູ້ຂອງປະຊາຊົນ, ຊົນຊັ້ນ ກຳມະກອນ, ຊາວຜູ້ອອກແຮງງານ 3 ຊາດອິນດູຈີນ ໄດ້ມີຄຸນນະພາບໃໝ່ ສາມາດຍາດໄດ້ໄຊຊະນະຢ່າງເປັນ ກ້າວໆມາ, ພັກເຮົາໄດ້ຖືເອົາແນວ ໂຮມແຫ່ງຊາດເປັນການເຕົ້າໂຮມ ຄວາມສາມັກຄີອັນກວ້າງຂວາງ, ຖືເອົາພັນທະພາບ, ກຳມະກອນ, ຊາວນາ ແລະ ນັກຮຽນຮູ້ປັນຍາ ຊົນເປັນກຳລັງແຮງພື້ນຖານຂອງ ພັກໃນການຜັນແຍກລ້ອມປ່ຽວ, ໂຄ້ນລົ້ມສັດຕູຂອງຊາດ, ບັນດາ ສະມາຊິກພັກ, ສະມາຊິກກຳມະ ບານລຸ້ນທຳອິດໄດ້ນຳພາຂະບວນ ການຕໍ່ສູ້ຂອງກຳມະກອນຕ້ານ ການເສຍຊ່ວຍ ແລະ ອື່ນໆ ທີ່ ພວກລ່າເມືອງຂຶ້ນ ແລະ ສັກດີນາ ທ້ອງຖິ່ນໄດ້ກະທຳ. ດ້ວຍການນັດ ຢຸດງານທວງໃຫ້ຂຶ້ນເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກ. ປີ1946ພັກກອມມູນິດອິນດູຈີນ (ແຄວ້ນລາວ) ໄດ້ສ້າງຕັ້ງໜ່ວຍ ກຳມ ະ ບ າ ນຂຶ້ນ ເ ປັນ ເ ທື່ອທຳ ອິດຢູ່ບໍ່ກົ່ວໂພນຕິ້ວ ພັກສືບຕໍ່ນຳພາ ກຳມະກອນ, ລັດຖະກອນ, ປະຊາ ຊົນລາວບັນດາເຜົ່າ ໂດຍດຳເນີນ ການຕໍ່ສູ້ລົບລ້າງລັດທິລ່າເມືອງຂຶ້ນ ແບບເກົ່າ ໃນປີ 1954. ພາຍຫລັງ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ປະລາໄຊ, ຈັກກະພັດອາເມລິກາ ໄດ້ນຳໃຊ້ລັດທິລ່າເມືອງຂຶ້ນແບບ ໃໝ່ເຂົ້າມາຮຸກຮານ, ຍຶດຄອງລາວ ໃນປີ 1955. ຕໍ່ໜ້າສະພາບການດັ່ງກ່າວ ພັກ ກອມມູນິດອິນດູຈີນ ໄດ້ເປີດກອງ ປະຊຸມເພື່ອແຍກຈາກພັກກອມມູນິດ ອິນດູຈີນເປັນພັກຂອງປະເທດໃຜ ລາວ.ຈາກນັ້ນ, ພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວໃນ ປັດຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ແລະ ໄດ້ ກຳນົດບ່ອນຢືນຂອງພັກ “ແມ່ນພັກ ຂອງຊົນຊັ້ນກຳມະກອນລາວ ທີ່ຖື ລັດທິມາກ-ເລນິນ ເປັນລະບົບແນວ ຄິດຊີ້ນຳໆພາໂດຍຖືກຳລັງແຮງ ຈາກມະຫາຊົນ”. ພັກໄດ້ຈັດຕັ້ງ ສະຫະພັນຊາວໜຸ່ມ, ແມ່ຍິງ ແລະ ໄດ້ປັບປຸງແນວລາວອິດສະຫລະ ເປັນແນວລາວຮັກຊາດ. ປັບປຸງພະ ນັກງານ, ລັດຖະກອນຢູ່ຕາມສຳ ນັກງານ, ອົງການອ້ອມຂ້າງສູນ ກາງ, ປັບປຸງກຳມະກອນບັນດາ ໂຮງຈັກໂຮງງານໃນເຂດປົດປ່ອຍ ທັງປົກປັກຮັກສາ 2 ແຂວງເຕົ້າ ໂຮມ ແລະ ຍູ້ແຮງການຕໍ່ສູ້ຂອງ ກຳມະກອນ, ປະຊາຊົນບັນດາເຜົ່າ ຢູ່ 10 ແຂວງ. ພາຍຫລັງການສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ໄດ້ເກືອບ 1 ປີ, ມາເຖິງວັນທີ 1 ກຸມພາ 1956 ກົມ ການເມືອງສູນກາງພັກໄດ້ມີມະຕິຕົກ ລົງສ້າງຕັ້ງອົງການຈັດຕັ້ງກຳມະ ບານລາວຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນ ແຂວງຫົວພັນ ໂດຍ ແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ. ເຊິ່ງມີຈຸດປະສົງ ເພື່ອ ສືບຕໍ່ໂຄສະນາຂົນຂວາຍເຕົ້າໂຮມ ກຳມະກອນ, ຊາວຜູ້ອອກແຮງງານ ລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວ ປະຕິວັດ, ມີນໍ້າໃຈຮັກຊາດ, ເສີມຂະ ຫຍາຍປະຊາທິປະໄຕ, ມີລະບຽບ ແບບແຜນ, ເປັນພົນລະເມືອງດີ ຂອງຊາດ, ສົ່ງເສີມການມີວຽກເຮັດ ງານທຳ ແລະ ເປັນຕົວແທນ ໃຫ້ແກ່ ການປົກປ້ອງສິດຜົນປະໂຫຍດ ອັນ ຊອບທຳໃຫ້ແກ່ກຳມະກອນ, ຊາວ ຜູ້ອອກແຮງງານລາວ ບັນດາເຜົ່າ, ກາຍເປັນກຳລັງແຮງເຂົ້າຮ່ວມ ຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນ ການຕໍ່ສູ້ກູ້ຊາດ, ປັກປັກຮັກສາ ແລະ ພັດທະນາປະເທດຊາດຕາມ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ສະນີ ແລະ ກໍ່ສ້າງພື້ນຖານມີ ຄວາມກ້າວໜ້າໄວ, ພາຍໃນ 5 ປີສ້າງທາງໃໝ່ ແລະ ຟື້ນຟູຍົກ ລະດັບທາງເກົ່າໄດ້ 844 ກິໂລ ແມັດ, ໄດ້ສ້ອມແປງ ແລະ ສ້າງ ຂົວໃໝ່ໄດ້ຫລາຍແຫ່ງເຊັ່ນ: ຂົວ ນ້ຳງື່ມ, ຂົວນ້ຳກະດິງ, ຂົວເຊບັ້ງ ຫຽງ ແລະ ຕາມທາງເລກ 9 ແລະ ເລກທີ 13 ກຳລັງຄວາມສາມາດໃນ ການຂົນສົ່ງທາງບົກ ແລະ ທາງນ້ຳ ໄດ້ເພີ່ມຂຶ້ນ 2,3 ເທົ່າທຽບໃສ່ເວລາ ປົດປ່ອຍໃໝ່. ເຖິງທ້າຍປີ 1985 ໄດ້ ສຳເລັດການລົບລ້າງຄວາມບໍ່ຮູ້ໜັງສື ໃນທົ່ວປະເທດໂດຍພື້ນຖານ, ຕາງ ໜ່າງສາທາລະນະສຸກ ໄດ້ຂະຫຍາຍ ຕົວກວ້າງອອກ, ໂຮງໝໍໄດ້ຮັບການ ສ້າງຂຶ້ນໃໝ່ຫລາຍແຫ່ງຈຳນວນ ແພດຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງ ໄດ້ເພີ່ມຂຶ້ນ 59%ທຽບໃສ່ປີ1980. ການສ້າງພັກ-ພະນັກງານໄດ້ຮັບ ຄວາມເອົາໃຈໃສ່, ຈຳນວນສະມາ ຊິກພັກທົ່ວປະເທດມີເຖິງ 4.500 ສະຫາຍ ເພີ່ມຂຶ້ນເກືອບ 2 ເທື່ອ ທຽບໃສ່ປີ 1976. ໄປພ້ອມກັບການ ຂະຫຍາຍພັກ, ພັກເຮົາຍັງໄດ້ເອົາໃຈ ໃສ່ບຳລຸງສ້າງ ແລະ ເສີມຂະຫຍາຍ ບົດບາດຂອງພະນັກງານທີ່ໄດ້ຜ່ານ ການທົດສອບໃນການຕໍ່ສູ້ ແລະ ໃນ ຂະບວນວຽກງານຕົວຈິງ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==